คําสู่ขวัญ ບົດສູດຂັວນເພີ້ມ ສຳລັບ ພໍ່ອອກ ແມ່ອອກ ຊາວບ້ານທຳມະດາທົ່ວໄປ

บ่าวสาวควรรู้! พิธีบายศรีสู่ขวัญคืออะไร มีขั้นตอนอย่างไรบ้าง ...

" ບົດສູດຂັວນເພີ້ມ ( ສຳລັບ ພໍ່ອອກ ແມ່ອອກ ຊາວບ້ານທຳມະດາທົ່ວໄປ ) "

ບັດນີ້ຈັກໄດ້ເພີ້ມ ເຕີມສູດຄູນຂວັນ ກ່ອນແລ້ວ
ໃຫ້ແກ່ຊຸມຊາວເຮົາ ຄຸ່ສູ່ຄົນພຽງພອ້ມ
ຕັ້ງແຕ່ເນື້ອຫອມຫລ້າ ສາວໂສພາຜູ້ເກີດໃຫມ່
ຈົນຮອດໃຫຍ່ແກ່ເຖົ້າ ຜູ້ຂາວຫງອກຢອກແຕ່ຫລານ
ຮຽມຂໍອ່ານພອນໃຫ້ ຢ່າຫລົງໄຫລນຳປີເກົ່າ
ລືມຮອດຄົນຮັກເຄົ້າ ຜູ້ເນົາສ້າງບໍ່ຫ່າງຄີງ
ເຖີງຍາມນອນກໍບໍ່ນີ້ງ ມັກຕີງຕື່ນຂັວນພະທວະ
ຍາມລຸກມາກໍຍັງເຫງົາ ຍາກຈະເຊົາຊຶມເຊີ້
ຊາຍຂໍເອິເອີຕ້ານ ຂັວນເອີຍຮີບກັບຕ່າວ
ວອນທັງເທບທ່ານທ້າວ ນຳຂັວນໃຫ້ຕ່າວມາ
ໂອລະວ່າຂັວນເອີຍ ຂັວນເຈົ້າເຄີຍໄປຫນ້າ ຫາກິນປາວັງໃຫມ່
ຂັວນຫລົງໄຫລອາບນ້ຳ ຕາມທາມຫ້ວຍຈົ່ງອ່ວຍມາ
ຂັວນໄປຫ້ນາ ໄພພະນາປ່າໃຫຍ່
ຂັວນຝັນໄປປ່າຊ້າ ຫາຊຸ້ຕາມຫມູ່ຜີ
ຂັວນຫນີໄປໃນຖ້ຳ ຫາເງິນຄຳໄຫເກົ່າ
ຈົນໄດ້ນັ່ງເຄົ້າເມົ້າ ຜີເຝົ້າຈ່ອງດຶງ
ຈື່ງວອນວ່າມາສາຖ້ອນ ຢ່າຂັວນອ່ອນຍອນຍໍ່
ພໍ່ແມ່ຝູງພີ່ນ້ອງ ຄອງເຈົ້າຕ່າວມາ
ວ່າມາເຢີ ຂັວນເອີຍ...!
ຂັວນໃນຮອດຂັວນນອກ ຂັວນຂອກຮອດຂັວນກາງ
ຂັວນແອວບາງ ຈົນຮອດຂັວນຮ່າງໃຫຍ່
ຂັວນຫລັງໄລ່ ຈົນຮອດຂັວນທາງຫນ້າ
ຂັວນປາກວ່າ ຂັວນຫລອດລົມ
ຂວັນຜົມແລະຂັວນຂະມ່ອມ ສອງຮູຮ່ອມຂັວນດັງ
ຂັວນຫູຟັງຕາເບີ່ງ ຂັວນເລິກເຊີ່ງໄສ້ສຸດ
ຂັວນຫົວມຸດລົງຕ່ຳ ຂັວນມັກຄຳຂັວນມື
ຂັວນມັກຖືຂັວນນີ້ວ ຂັວນມັກຫິ້ວຂັວນແຂນ
ເດີນຍ່າງແລ່ນຂັວນຂາ ຍາມໄປມາສະດວກ ຢ່າເຈິຂວາກອຸປະສັກ
ຂັວນຈົ່ງມາພັກຜ່ອນ ຢ່າເຮຮ່ອນຫນີໄກ
ຂັວນອັນໃດ ກໍໃຫ້ມາໂຮມເຕົ້າ
ມາກິນເຂົ້າຮ່ວມພາ ມາກິນປາຮ່ວມຖ້ວຍ
ມາກີນກ້ວຍຮ່ວມເຄືອ ມານອນເສື່ອຮ່ວມສາດ
ພະຍາດຫນີໄກ ໂພຍໄພຫນີເວັ້ນ
ເຄາະເຂັນເຫີນຫ່າງ ສະຫວ່າງສົດໃສ
ລົມຫັນໃຈສົດຊື່ນ ນອນຕື່ນຝັນຫວານ ສຳລານຫມົດທົ່ວ
ຂັວນຫົວໃສ່ຫມວກງາມ ຜົມບໍ່ດຳກັບມາຍ້ອມ ມີພຽບພ້ອມເຄື່ອງສຳອາງ
ຂັວນຄໍຄາງມາສູບສ້ອຍ ຂັວນນິ້ວອ່ອນຊ້ອຍມາສູບແຫວນ
ຢ່າຫລົງແດນບ້ານເພີ່ນ ຢ່າຫລົງເວີ່ນທາງໄກ
ຂັວນປາກໄຂແລະແຂ້ວ ມາແລ້ວແຮ່ງມ່ວນໃຈ
ມີອັນໃດກໍໄຂຕ້ານ ຫວານມັນນີນ່ຳ
ຍິນເເນວຕຳຕ່ອຍຕ້ອງ ກໍເຢາະຢ້ອນໃສ່ກັນ
ແສນສຸກສັຍມ່ວນແມ້ງ ເປົ່າຂຸ່ຍສີຊໍ
ໂອລະນໍອືອາ ຢ່າໄກກັນທ້ອນ
ມາຮ່ວມນອນຄຽງຂ້າງ ຫາງຕາງອນແກ້ມອ່ອນໆ ຂັວນເອີຍ
ຊົມເຊີຍຮັກສູ່ເນື້ອ ເຝືອຝັ້ນສູ່ກາຍ
ແສນສະບາຍຫາຍຮ້ອນ ເມື່ອຂັວນຈອນໄດ້ກັບຕ່າວ
ສຸກໃນໂລກດ່ານດ້າວ ເມື່ອຂັວນຕ້ອມຢູ່ຄີງ ແທ້ນາ
ຈັດຕາໂຣ ທັມມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ /
------------------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ