คําผูกแขน ลาว ຄວາມຜູກແຂນອີກແບບນື່ງ (ສຳລັບ ພໍ່ອອກ ແມ່ອອກ ຊາວບ້ານທຳມະດາທົ່ວໄປ)



สาวเล่า เพื่อนใส่ซองงานแต่ง 100 ขอเนื้อหมูกลับบ้าน แต่บังคับใส่คืน ...

" ຄວາມຜູກແຂນອີກແບບນື່ງ(ສຳລັບ ພໍ່ອອກ ແມ່ອອກ ຊາວບ້ານທຳມະດາທົ່ວໄປ) "

ບັດນີ້ຂ້າຂໍອ່ວຍພອນໃຫ້ ໄຊໂຍໂອ້ຕື່ມ
ຄວາມຄຽດຂຶມເຄັ່ງຮ້ອນ ຈົ່ງລືມຖ້ອນຢ່າໄດ້ເອົາ
ອັນເນົ່າຫມອງຫມົ່ນເສົ້າ ເຜົາຢູ່ໃນຊວງ
ຈົ່ງຂ່ວາງປະມັນໄປ ຢ່າໃສ່ໃຈຈຳໄວ້
ອັນໃດໃສງາມນັ້ນ ພາກັນສືບຕໍ່
ຈິ່ງຈະໄປພົບພໍ້ ຫລັກຂໍ້ບ່ອນດີ
ບ່ອນຮັ່ງມີຍຸ້ມຍ້າມ ຖາມຂ່າວຊາວຫາ
ຕາສົບຕາຈາກັນ ມ່ວນມັນຂັນເວົ້າ
ຄວາມເຫງົາຮ້າຍ ຫນີໄກຫລີກຜ່າຍ
ຄວາມສະບາຍຕ້ອງໄດ້ ດັ່ງໃຈເຈົ້າປາດຖະຫນາ ນັ້ນທ້ອນ
ຈັ່ງວ່າ ສີໆຝ້າຍເສັ້ນດີເສັ້ນງາມ ສີຄາມສີຂາວເຫລືອງແຫລ້
ເພີ່ນໄດ້ເອົາມາເເລ ມາແປະສອດໃສ່
ຝ້າຍຜູກແຂນສະໄຫມໃຫມ່ ມີຫລາຍສີສັນ
ສັບສອດກັນ ຝັ້ນງາມສະຫງ່າ
ແຕ່ກໍບໍ່ວ່າ ສີຂາວບູຮານ
ໃຊ້ກັນມານານ ສຳຄັນມີຢູ່
ອົມມະລູ່ມະລູ່ ຜູ້ຮູ້ຜູ້ຊຽງ
ບາງຄົນກໍຂື້ນສຽງ ອ່ວຍພອນວ່ອນໆ
ທັງມືຈັບແຂນອ່ອນ ຢິກຢອກຫົວຕາມ
ໄດ້ນັ່ງໃກ້ຄົນງາມ ຈັບເງິນຍັດໃສ່
ໄດ້ຕາມນ້ອຍຕາມໃຫຍ່ ຕາມໄດ້ໃຜມີ
ທ່ານຜູ້ຈົບຜູ້ດີ ໃຄເເດ່ຈັກຫນ່ອຍ
ເອົາຄ່ອຍໆຄ່ອຍໆ ຈັກຫນ່ອຍເຫລົ້າຂັວນ
ເອົາແຕ່ພໍມ່ວນມັນ ຜ່ອນຜັນຜູ້ຂໍຮ້ອງ
ບໍ່ມີຫຍັງຄາຂ້ອງ ຜູ້ຄໍທອງເເຂງເເກ່
ແຕ່ຜູ້ອ່ອນແອກໍຍົກເວັ້ນ ເຫັນໃຈໄດ້ເຊີ່ງກັນ
ເອົາແຈກຢາຍກັນໄກໃກ້ ຝ້າຍເສັ້ນງາມທາບທາມຜູກ
ສະຫນຸກສະຫນານຊື່ນຊ້ອຍ ຈາຈ້ອຍອ່ວຍພອນ
ທ່ານຜູ້ອ່ອນເລີ້ອງເວົ້າ ຈາຍາກຄຳກອນ
ກໍຂາດຕອນເກີກະ ຂະມ່າຫລັງຫລົງຫນ້າ
ຮຽມຂໍອາສາໃຫ້ ເປັນເເຮງໃຈຮຽກຂັວນຊ່ອຍ
ທະຍອຍຜູກໄປເລື້ອຍໆ ຈົນຫມົດຝ້າຍຈີ່ງເລີກລາ ຈີ່ງເລີກລາ ເທາະນາ
ຈັ່ງວ່າສີໆ ຂໍໃຫ້ມີສີສັນເເທ້ ສະເຫນງາມອ່ອງຕ່ອງ
ຈີ່ງຈະໄປຮອດຫມ້ອງ ບ່ອນຄົນຍ້ອງວ່າປະໂທ. .ປະໂທ
ໂອລະນາ...ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ.../
-----------------------------------------------------------------------
พิธีบายศรีสู่ขวัญ" รักษาประคับประคองชีวิตและติดตามเจ้าของไปทุกหนแห่ง

ບາງເທື່ອຜູ້ເຖົ້າຜູກແຂນລູກແຂນຫລານເພີ່ນກໍວ່າຈ້ງຊີ້
ສີໆຝ້າຍເສັ້ນນີ້ ຝ້າຍເສັ້ນດີ ໃຜບຸນມີຈີ່ງໄດ້ມາຜູກ
ຜູກເເຂນລູກໃຫ້ຮັກພໍ່ຮັກແມ່
ຜູກເເຂນຜູ້ເຖົ້າຜູ້ເເກ່ໃຫ້ຮັກລູກຮັກຫລານ
ຜູກແຂນເຈົ້າບ້ານເຈົ້າເມືອງກໍໃຫ້ມີປາຣະມີເຮືອງຄຸ້ມຄອງໄພ່
ຜູກເເຂນຊາວບ້ານທົ່ວໄປກໍໃຫ້ມີຄວາມຈະເຣີນກ້າວຫນ້າ
ຜູກເເຂນພໍ່ຄ້າເເມ່ຄ້າກໍໃຫ້ຊື້ໄດ້ຂາຍຫມານ
ຜູກເເຂນຕຳຫລວດທະຫານກໍໃຫ້ໄດ້ຍົດສັກຕຳແຫນ່ງ
ຜູກເເຂນຜູ້ຈ່ອຍຜູ້ເເຫ້ງກໍໃຫ້ມີວັນນະເຮືອງໃສ
ຜູກເເຂນຊາວນາຊາວໄຮ່ກໍໃຫ້ໄດ້ເປັນເສດຖີຂາຍເຂົ້າ
ຜູກເເຂນຜູ້ເຖົ້າກໍໃຫ້ມີອາຍຸຫມັ້ນຍືນຍາວ
ຜູກເເຂນຜູ້ສາວຜູ້ບ່າວກໍໃຫ້ໄດ້ຜົວໄດ້ເມຍພ້ອມບາດ
ຜູກເເຂນຜູ້ດ້ອຍໂອກາດກໍໃຫ້ມີຜູ້ຊ່ອຍຊູຍູ້ຫນູນ ໄດ້ເພີ່ງບຸນຄຸນຈົນຮອດຍາມເເກ່ເຖົ້າ
ຄຸນພຣະເຈົ້າຂໍໃຫ້ມາເລື່ອມງຳ ຄຸນພຣະທັມຂໍໃຫ້ມາຍູ້ສົ່ງ ຄຸນພຣະສົງຂໍໃຫ້ມາອຸ້ມຊູ ຈົ່ງມີ ອາຍຸ ວັນນະ ສຸຂະ ພະລະ ທຸກທິວາຣາຕີກາລເທີ້ນ../
------------------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ