ໂປແກມ­ດ້ານ­ກຼາ­ຟ­ຟິກ ແລະ­ ການ­ອອກ­ແບບ Coreldraw Graphics Suite X8 Crack


Coreldraw Graphics Suite X8 Crack





CorelDRAW Graphics Suite ແມ່ນຊຸດ­ໂປແກມ CorelDRAW ແຕ້ມ­ຮູບ ລະ­ດັບ­ໂລກ ເປັນ­ໂປແກມ­ດ້ານກຼາຟຟິກ ແລະ­ ການ­ອອກ­ແບບ ພັດທະນາໂດຍ­ທີມ­ຜູ້­ພັດທະນາ­ຈາກ­ປະເທດ­ແຄ­ນາ­ດາ ເປັນ­ໂປແກມ­ທີ່­ໃຊ້­ໃນ­ການແຕ້ມ­ຮູບ­ເວກ­ເຕີ້ລາກ­ເສັ້ນ ວາງ­ເລເອົ້າ (Layout) ຫນັງສື ແຕ້ມ­ເສັ້ນ­ຕ່າງ ໆ ໃຊ້­ງານ­ງ່າຍ ໆ


ໃນ­ຊຸດ­ມີ­ທັງ­ໝົດ 3 ໂປ­ແກມ ໄດ້­ແກ່

DRAW ສຳລັບ­ງານ­ອອກ­ແບບ­ກຼາ­ຟ­ຟິກ­ແບບເວກ­ເຕີ້
Corel PHOTO-PAINT ສຳລັບ­ຕົກ­ແຕ່ງພາບ­ດິ­ຈິ­ຕອນ ຫລື­ເວົ້າ­ງ່າຍໆ ມັນ­ກໍ­ຄື ໂປ­ແກມແຕ່ງ­ຮູບ
Corel R. A. V. E ສຳລັບ­ການສ້າງ­ເອ­ນິເມ­ຊັ່ນ ໂດຍ­ສາມາດ­ສ້າງ­ໄດ້­ທັງ GIF ແລະ Flash ພ້ອມ­ທັງ­ອຸປະກອນສະໜັບສະໜູນ­ອີກ ­ເຊັ່ນວ່າ ເທັມ­ເພດ ຫລື­ ຮູບ­ແບບ­ການ­ອອກແບບ­ສຳ­ເລັດ­ຮູບ ທີ່­ຫລາຍກວ່າ 300 ຮູບ­ແບບໃຫ້ເລືອກ­ໃຊ້­ກັນ­ໄດ້­ຢ່າງ­ຈຸ­ໃຈ ມີ­ຮູບ­ພາບແຈກຟຣີໃຫ້­ຫລາຍກວ່າ­ພັນ­ຮູບ ຄິບ­ອາດ ເອົາໄວ້­ຕົກ­ແຕ່ງ­ກວ່າ­ໝື່ນ­ຮູບ ແລະອື່ນໆ ອີກຫລວງຫລາຍ ໃຫ້­ເອົາ­ໄປ­ເລືອກ­ໃຊ້­ແບບ­ບໍ່­ໝົດ ບໍ່­ຈົບ­ບໍ່­ສິ້ນ
ໂດຍ­ທັງ­ໝົດ­ນີ້ ໂປ­ແກມ CorelDRAW ຈັດ­ມາ­ໃຫ້ເຈົ້າ­ໄດ້­ສາມາດ­ສ້າງສັນ­ງານ­ໄດ້­ຕາມ­ຈິ­ນຕະນາ­ການ ມີຖານ­ຂໍ້­ມູນພາບ­ແລະ­ຟ້ອນຕົວ­ອັກສອນ­ມາ­ໃຫ້­ອີກ­ ແລະ­ຍັງມີ­ລະບົບ­ທີ່­ສາມາດ ສົ່ງ­ອອກ­ຜົນ­ງານ (Export) ທີ່­ຫລືງານ­ທີ່­ໄດ້ອອກ­ໄປ­ເປັນ­ໄຟລ໌ PDF ແລະ HTML ທີ່ຫລາກ­ຫລາຍ ພ້ອມ­ທັງ Export Wizard ສຳລັບພວກ ໂປ­ແກມ Microsoft Office ໄດ້­ງ່າຍໆ ອີກຕ່າງ­ຫາກ

ມີ­ຫຍັງ­ໃໝ່­ໃນ ໂປ­ແກມ CorelDRAW X8

ຖືກ­ອອກ­ແບບ­ໜ້າ­ຕາ­ການ­ໃຊ້­ງານ­ໃໝ່ ແລະ­ໃຫ້ສາມາດ­ປັບ­ແຕ່ງ­ໄດ້­ຕາມ­ຮູບ­ແບບ­ການ­ໃຊ້­ງານຂອງ­ແຕ່­ລະ­ຄົນ

ໂປ­ແກມ­ມີ­ຂະໜາດ­ນ້ອຍ­ລົງ ທັງ­ແບບ 32 Bits ແລະ­ແບບ 64 Bits ເຮັດໃຫ້­ກິນ­ຄວາມຈຳ ເຄື່ອງ­ຄອມພິວເຕີ­­ນ້ອຍ­ລົງ­ຫລາຍ­ໆ

ເພີ່ມ­ເອັຟ­ເຟັກ­ພິເສດ ໃນ­ສ່ວນ­ຂອງ­ການ­ຕົກແຕ່ງ­ຮູບ­ເຂົ້າໄປ­ຫລວງຫລາຍ­ບໍ່­ວ່າ­ຈະເປັນຄວາມ­ສາມາດ­ດ້ານ­ການ­­ເລັ່ງ­ສີ (Smear) ສ້າງ­ຈຸດ­ດຶງ­ດູດ­ຄວາມ­ສົນ­ໃຈ­ໃນ­ພາບ (Attract) ການ­ໝຸນ ຫລື­ ວັດ­ສີ (Twirl) ແລະ­ອື່ນໆ ອີກຫລວງຫລາຍ

ປັບປຸງ­ການ­ເບິ່ງ­ຕົວ­ຢ່າງ­ຮູບ­ແບບ­ຕົວ­ອັກສອນຫລື­ຟ້ອນ (Font) ໃໝ່ ໃຫ້­ຜູ້­ໃຊ້­ງານ­ໄດ້­ເບິ່ງຕົວ­ຢ່າງ­ຟ້ອນທີ່­ຈະ­ນຳ­ມາ­ໃຊ້­ງານ­ໄດ້­ງ່າຍ­ຫລາຍຍິ່ງ­ຂຶ້ນ

ໃນ­ສ່ວນ­ຂອງ­ໂປ­ແກມ Corel Website Creator ຊຶ່ງ­ເປັນ­ໂປ­ແກມ­ອອກ­ແບບ­ເວັບ­ໄຊສ໌ ທີ່­ມາ­ກັບ­ຊຸດ CorelDRAW X8 ໄດ້­ປັບປຸງ­ໃຫ້­ຮອງ­ຮັບ­ເທັກ­ໂນ­ໂລ­ຍີ ໃໝ່­ໆ ດ້ານ­ການພັດທະນາ­ເວັບ­ໄຊສ໌ໃຫ້­ຫລາຍ­ຂຶ້ນ ເຊັ່ນ ພາສາ HTML5 ແລະ CSS3 ຢ່າງ­ເຕັມ­ຮູບ­ແບບໃຫ້­ຫລາຍ­ຂຶ້ນ

ສະໜັບສະໜູນ­ໄຟລ໌. PSD ຈາກ ໂປ­ແກມ Photoshop ລ່າ­ສຸດ ແລະ ໄຟລ໌ PDF ໄຟລ໌ AI ໃນ­ຮູບ­ແບບ­ລ່າ­ສຸດ­ເຊັ່ນ­ດຽວ­ກັນ

ສະໜັບສະໜູນ­ໄຟລ໌­ຮູບ­ດິບ (RAW Format Supported) ຫລາຍກວ່າ 300 ຮູບ­ແບບ

ປັບປຸງ­ການເຮັດວຽກງານ­ກັບ­ໜ້າ­ຈໍ­ມໍ­ນິ­ເຕີຫລາຍໜ້າ­ຈໍ ໃຫ້­ດີ­ແລະ­ມີ­ປະ­ສິດ­ທິ­ພາບ­ຫລາຍ­ຍິ່ງ­ຂຶ້ນກວ່າ­ເດີມ

ແກ້­ໄຂ­ປັບປຸງ­ຂໍ້­ຜິດ­ພາດ­ທີ່ເກິດຂື້ນ­ຈາກ­ເວີ­ຊັ່ນກ່ອນໆ ທີ່­ຜ່ານມາ

ແລະ­ອື່ນໆ ອີກ­ຫຼວງຫລາຍ

ໂຫລດເລີຍ ດ້ານລຸ່ມ

http://ouo.io/256DP

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ