ວິທີ​ປູກເຫັດ​ປວກ

ວິທີປູກເຫັດປວກ






















ວິທີປູກເຫັດປວກ
ສ່ວນປະກອບມີ ດັ່ງນີ້
1. ເຂົ້າເຈົ້າຫຸງສຸກແລ້ວ 1 ກກ.

2. ຮັງປວກ ຂະຫນາດຊ່ຳກຳປັ້ນ 1 ຮັງ

3. ນ້ຳ 20 ລີດ


























ຂັ້ນຕອນທຳອິດ: ປະສົມເຂົ້າສຸກກັບຮັງປວກຄຸກເຄົ້າໃຫ້ເຂົ້າກັນ ສຳເລັດແລ້ວໝັກໃສ່ນ້ຳລ້າ 20 ລິດ ປະໄວ້ໃນທີ່ຮົ່ມປະມານ 7-10 ມື້
ຂັ້ນຕອນທີ່ສອງ: ເມື່ອຄົບກຳນົດຕາມຂັ້ນຕອນກທຳອິດແລ້ວ ຈະປາກົດເຫັນຜິວນ້ຳທີ່ໝັກເປັນລັກສະນະຂຶ້ນຝ້າສີຂາວ ໃຫ້ນຳໄປເທລົງສະຖານທີ່ປູກເຫັດທີ່ຕຽມໄວ້ ຫລືເທລົງໃສ ຈອມປວກ ຖ້າມີ ປົກຄຸມດ້ວຍເຟືອງເຂົ້າຫລືເສດຫຍ້າແຫ້ງ ຫົດນ້ຳໃຫ້ຊຸ່ມສະເໝີ ຖິ້ມໄວ້ປະມານ 10 - 15 ມື້ ເຫັດຈະເລີ່ມໂຜ່ອອກມາໃຫ້ເກັບຕະຫລອດປີ
ອີກຢ່າງໜຶ່ງ ຂັ້ນຕອນທັງໝົດ ສິ່ງສຳຄັນມີ 3 ຢ່າງ ເປັນຂັ້ນຕອນການກະກຽມຫົວເຊື້ອ 

1.ຮັງປວກ (ປວກໃຫຍ່) 


2.ເຂົ້າຈ້າວຫຸງສຸກ 


3.ນ້ຳສະອາດທີ່ບໍ່ມີສານຄໍລີນ (ຄໍລີນຈະເປັນໂຕທຳລາຍເຊື່ອທີ່ເຮົາປູກລ້ຽງ) ຖ້າຈະເອົານ້ຳປະປາເຮັດຕ້ອງເປີດນ້ຳຖິ້ມໄວ້ໃນຖັງ18-20ຊົ່ວໂມງເພື່ອໃຫ້ສານຄໍລີນໃນ ນ້ຳປະປາລະເຫຍອອກກ່ອນ


ຕາມຄວາມຈິງເດີ ການເຜາະເຫັດ ປວກໃນຮູບຫນານປູກ ຍັງບໍ່ສາມາດເຜາະໄດ້ ແຕ່ສູດນີ້ເປັນ ສູດການເຮັດນ້ຳໝັກອີກໜຶ່ງສູດຈາກຮັງປວກ ແລ້ວເຈົ້າຂອງສູດ ໄດ້ທົດລອງເອົານ້ຳໝັກທີ່ໄດ້ ລອງໄປຫົດທີ່ຈອມປວກ (ໂພນປວກ) ແລ້ວເອົາຫຍ້າແຫ້ງປົກຖິ້ມໄວ້ເວລາຜ່ານໄປ 7-14 ມື້ ໄດ້ໄປເປີດເຟືອງ (ຫຍ້າແຫ້ງ) ອອກເຈີເຫັດປວກເກີດຂຶ້ນມາ
ຈຶ່ງເປັນ ຄວາມບັງເອີນຫລືເກີດຂຶ້ນຈິງ ຕາມນ້ຳໝັກທີ່ໄດ້ເອົາໄປຫົດທີ່ຈອມປວກໄວ້...

ເບີ່ງວິດີໂອ ຈາກເພື່ອນບ້ານເຮົາເລີຍ






แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ