ທ່ານຄິດຄືກັນບໍ່ ພາສາລາວ ຍັງມີສັບເພື່ອນບ້ານ ເຂົ້າມາແຊກຊ້ອນຫຼາຍ

ສະບາຍດີ ທຸກໆທ່ານ
ພາສາບອກຊາດ ມາລະຍາດບອກຕະກູນ
   
ຫຼາຍໆທ່ານຄືຈະເຄີຍໄດຍິນ ຫຼື ຟັງ ຄຳເວົ້ານີ້  ເຖິງແມ່ນວ່າພາສາລາວ ແລະ ພາສາໄທ ຈະມີກົ້ກເຄົ້າມາຈາກພາສາ ບາລີ-ສັນສະກິດ ຄືກັນ ແຕ່ພາສາລາວເຮົາກໍ່ຖືເປັນ ເອກະລັກ ຂອງຊາດເຮົາເອງ ເຊິ່ງບໍ່ໝາຍລວມເຖິງພາສາຕ່າງປະເທດ(ອັງກິດ ຝຣັ່ງ ອາເມລິກາ...) ທີ່ເຮົາຢືມເຂົາເຈົ້າມາໃຊ້
   ພາສາລາວຖືວ່າເປັນພາສາທີ່ອຸດົມສົມບູນຮັ່ງມີແລ້ວ ມີເອກະລັກຄວາມເປັນລາວທີ່ບໍ່ຄືໃຜ ແຕ່ເປັນຫຍັງຈຶ່ງນຳພາສາເພື່ອນບ້ານເຂົ້າມາໃຊ້ຫຼາຍແທ້ ທັງທີ່ສັບພາສາເຮົາເອງກໍ່ມີ ກໍ່ຍັງບໍ່ໃຊ້...ມີຫຼາຍໆທ່ານ ແລະ ນັກສຶກສາ ລວມໄປເຖິງຄົນຍຸກໃຫມ່ ສະໃໝໃຫມ່ ຍັງໃຊ້ສັບພາສາລາວທີ່ ຊອດກະຈາ (ປົນກັບສັບພາສາໄທ) ເປັນຕົ້ນທາງໂທລະພາບລາວມັກຈະພົບເຫັນ ບາງທ່ານເວລາຖືກສຳພາດ ແລະ ເວົ້າເຖິງເຫດການອື່ນໆ ຍັງໃຊ້ສັບປົນກັບເພື່ອນບ້ານກໍ່ມີຫຼາຍ ມື້ນີ້ຂ້າພະເຈົ້າຈະຍົກໃຫ້ເຫັນບາງສັບ ທີ່ຂ້າພະເຈົ້າພົບເຫັນຫຼາຍທີສຸດທີ່ຄົນລາວເຮົານຳໃຊ້ ຈົນຖືວ່າເຂົ້າຝັງໃນສາຍເລືອດກະວ່າໄດ້ (ແລະມີບາງສັບ ກໍ່ເຮັດໃຫ້ຜູ້ທີ່ໃຊ້ພາສາ ງົງ ວ່າຈະໃຊ້ສັບໄດກັນແທ້ ຂ້າພະເຈົ້າໃນນາມຜູ້ຮັກພາສາລາວ ກໍ່ຍັງມີບາງສັບທີ່ບໍ່ ເຂົ້າໃຈ ແລະ ໃຊ້ບໍ່ຖືກຄືກັນ ເຊິງທາງພາກສ່ວນກ່ຽວຂ້ອງ ຄວນມີການແກ້ໄຂຢ່າງເດັດຂາດ ຕັ້ງແຕ່ການສອນເດັກນ້ອຍໃຊ້ພາສາລາວເປັນຕົ້ນມາ)

100 ກີບ = ຮ້ອຍກີບ (ລາວ)= ລ້ອຍກີບ (ອ່ານນຳໄທ)
ກອງຮ້ອຍ=ກອງລ້ອຍ
ເພງລູກທົ່ງບ້ານນາ= ເພງລູກທຸ້ງ
ທະຫານຮາບ (ພື້ນທີ່ຮາບພຽງ)= ທະຫານຣາບ (ສັບໄທ)
ການເບີ່ງແຍງ = ການດູແລ (ມັກອ່ານຜິດ)
ຄົນເອິກຫັກ( ຄຳລາວ) = ອົກຫັກ (ໃຊ້ພາສາໄທ ໃຊມາຈົນຮ້ອງເພງ ແຕ່ງເພງ ຂຽນບົດກະວີອື່ນໆ)
ລົມຫັນໃຈ = ລົມຫາຍໃຈ (ຫາຍ ແມ່ນ ສັບໄທ ບົດຂຽນທີ່ໄດ້ລາງວັນ)
ເລິກລັບ = ຫຼື ລຶກລັບ
ເລິກເຊິ່ງ=ລຶກຊຶ້ງ
ອານຸຮັກສັດ= ອານຸລັກ ສັດ(ລັກ ສັບໄທ)
ລົດດັບໄຟ = ລົດດັບເພີງ (ເພີງ ສັບໄທ)
ຖັງດັບໄຟ= ຖັງດັບເພີງ
ໄຟຟ້າບໍ່ມາ,ໄຟຟ້າມືດ= ໄຟຟ້າດັບ
ບັນຫາ ເທົ່ານີ້ , ຊ່ຳນີ້= ບັນຫາແຄ່ນີ້ ( ແຄ່ນີ້ ສັບໄທ)
ບັນຫາ=ປັນຫາ
ໝໍ້ນາຮົກ =ຫຼື ໝໍ້ນາລົກ
ການຂະຫຍາຍໂຕ=ການຂະຫຍາຍຕົວ (ໃຊ້ໂຕໄດກັນແທ້)
ວິຊາໂລກອ້ອມໂຕ= ຫຼື ວິຊາໂລກອ້ອມຕົວ
ບັດປະຈຳໂຕ= ບັດປະຈຳຕົວ (ບັນຫາລະດັບຊາດ)
ນັກຮຽນຮຸ້ນທຳອິດ = ຫຼື ນັກຮຽນລຸ້ນທຳອິດ
ພຣະໄດ້ສິກຂາ = ພຣະໄດ້ສຶກ
ຄົນຂີ້ຮ້າຍ=ຄົນຂີ້ລ້າຍ
ຮ້ານປະດັບລົດ=ຮ້ານປະດັບຍົນ
ປະຫວັດສາດ= ປະຫວັດຕິສາດ
ອຸບັດເຫດ= ອຸບັດຕິເຫດ (ໄດກັນແທ້)
ຂ້ວນໂລກໄຕ້ ໂລກເໜືອ=ຂ້ວາໂລກ (ສົງໃສວ່າ ຂ້ວາ ນີ້ໝາຍເຖິງຂ້ວາຈົນສຸກ ໜ້າຈະໃຊ້ຂ້ວນ ຂ້ວນໝາກນັດ ໝາກໄມ້...ເປັນຕົ້ນ)
ພະຍາດມະເຮັງ= ພະຍາດມະເລັງ
ໝາກໄຂ່ຫຼັງ= ໄຕ  
ການຫຼຸດລົງ= ການລົດລົງ
ການຂາບໄຫ້ວ= ການກາບໄຫ້ວ
ຄົນໄຂ້=ຄົນເຈັບ (ມັກໃຊ້ລວມກັນ ຄົນເຈັບ ຄືຄົນທີ່ໄດ້ຮັບອຸບັດເຫດ)
ວັນນີ້=ມື້ນີ້ (ໄດກັນແທ້ ເດັດຂາດ)
ເຂົ້າຮອບທຳອິດ =ເຂົ້າລອບທຳອິດ
ເບິ່ງດວງປະຈຳວັນ=ດູດວງປະຈຳວັນ

ແລະສຸດທ້າຍກໍ່ຕ້ອງຂໍໂທດ ຂໍອະໄພນຳເດີ ຖ້າມີສິ່ງໄດທີ່ບໍ່ຈົບບໍ່ງານ ຫຼື ຜິດພາດປະການໄດກໍ່ແລກປ່ຽນ ແລະ ສະແດງຄວາມຄິດເຫັນໄດ້










แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ