RAM DDR4 ຈາກ Samsung ທີ່ແຜງດຽວຂະໜາດສູງຄ້ຳຟ້າເຖິງ 128GB!



ເບິ່ງພາຍນອກລວກໆ ນີ້ອາດເບິ່ງຄືກັບ RAM ທຳມະດາ ແຕ່ໂອ້ນໍ້! ພາຍໃນມັນບໍ່ທຳມະດາເລີຍ ເພາະນີ້ແມ່ນ RAM DDR4 ຈາກ Samsung ທີ່ແຜງດຽວຂະໜາດສູງຄ້ຳຟ້າເຖິງ 128GB! ແຕ່ຂະໜາດຍັງຊ່ຳເກົ່າ. ໂດຍມາພ້ອມກັບເທັກໂນໂລຢີ TSV (Through Silicon Via) ເຊິ່ງໄປວິທີການເຊື່ອມຊິບໃນ RAM ແບບໃຫມ່ຂອງ Samsung ທີ່ຈະເພີ່ມປະສິດຕິພາບການອ່ານ ແລະ ຂຽນຂໍ້ມູນ ພ້ອມກັບປະຢັດພະລັງງານ. ໂດຍກຽມເລີ່ມວາງຂາຍໄວໆນີ້.

RAM ປະເພດນີ້ແມ່ນອອກແບບມາເພື່ອການໃຊ້ໃນເຊີບເວີຂອງອົງກອນໃຫຍ່, ໂດຍມີການຝັງຊິບຄວາມຈຸ 4GB ຈຳນວນ 36 ອັນ. RAM ນີ້ເຮັດວຽກດ້ວຍຄວາມໄວ 2,400 Mb/s.
RAM ໃຫມ່ນີ້ແມ່ນ ຈຸດສຸດຍອດຂອງຄວາມຈຸ ແລະ ການປະຢັດພະລັງງານຂອງ RAM ໃນປັດຈຸບັນ.
~ Samsung
ປັດຈຸບັນຍັງບໍ່ມີການກ່າວເຖິງລາຄາ ແຕ່ໜ້າຈະແນ່ນອນທີ່ມັນຄືຈະແພງເກີນໄປສຳລັບເອົາມາໃຊ້ໃນ PC ຂອງຄົນທົ່ວໆໄປ. ປັດຈຸບັນ RAM ກຳລັງຢູ່ໃນຂັ້ນຕອນການຜະລິດແລ້ວ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ