ຄວາມກ້າວໜ້າຂອງ VIRTUAL REALITY


https://sw001.hstatic.net/12/0b9d623ecc1211/remax-vr-3d-virtual-reality-3d-glasses-aspheric-optical-lens-vr-glasses-for-4-7-6.jpg_640x640_compact.jpg

ຄວາມກ້າວໜ້າຂອງ VIRTUAL REALITY ຫຼືສະຖານທີ່ຈຳລອງເໝືອນຈິງ​

   ສິ່ງນຶ່ງໃນບັນດາຜົນສຳເລັດທີ່ຍິ່ງໃຫຍ່ທາງດ້ານອິນເຕີແນ໊ຕ ກໍຄືຄວາມອາດສາມາດເປັນໄປໄດ້ ໃນການໄປທ່ອງທ່ຽວສະຖານທີ່ໜ້າສົນໃຈຕ່າງໆ ໂດຍໃຊ້ເຄື່ອງຄອມພິວເຕີ ຫຼືບໍ່ ກໍໂທລະສັບສະຫຼາດ ຊຶ່ງນັ້ນໄດ້ຖືກພັດທະນາແລະສົ່ງເສີມໄປຫຼາຍແລ້ວ ກ່ອນໜ້າການເກີດມີເທັກໂນໂລຈີ ທີ່ແທ້ຈິງ. App software ທີ່ອອກແບບໂດຍບໍລິສັດທີ່ຕັ້ງຢູ່ ນະຄອນນິວຢ໊ອກ ໄດ້ຕັ້ງ Woofbert ຂຶ້ນມາ ມີຈຸດປະສົງແນໃສ່ ເພື່ອເປີດປະຕູທີ່ແທ້ຈິງ ໄປສູ່ຫໍພິພິດທະພັນ ສິນລະປະກຳ ບ່ອນທີ່ຮູ້ກັນດີໃນໂລກ ຊຶ່ງວັນນະສອນຈະນຳເອົາລາຍລະອຽດ ຈາກນັກຂ່າວ ຂອງ VOA George Putic ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍໆຄົນໄດ້ພາກັນໄປທ່ອງທ່ຽວຢ້ຽມຢາມສະຖານທີ່ຫ່າງໄກທາງອິນເຕີແນ໊ຕ ຜ່ານທາງແວ໊ບໄຊຕ໌ ເຊັ່ນ Google Earth ແລະຮູບຫຼາກຫຼາຍທາງແວ໊ບໄຊຕ໌.
ແຕ່ວ່າ ການຢ້ຽມຢາມໂດຍໃຊ້ virtual reality technology ແມ່ນເປັນສິ່ງທີ່ເກືອບວ່າ ດີເລີດ ທີ່ພາໃຫ້ຮູ້ສຶກວ່າຢູ່ໃນສະຖານທີ່ແຫ່ງນັ້ນ ແທ້ໆ. ນີ້ແມ່ນປະສົບການທີ່ບໍລິສັດທີ່ມີຊື່ວ່າ Woofbert ຕ້ອງການຢາກນຳມາໃຫ້ແກທຸກຜູ້ທຸກຄົນ ທຸກໆສະຖານທີ່ ຜູ້ຊຶ່ງສົນໃຈທາງດ້ານສິນລະປະກຳ ຊຶ່ງນັ້ນເປັນຄຳເວົ້າຂອງ ທ່ານນາງ Elizabeth Reede ຜູ້ຄົ້ນພົບຮ່ວມຄົນນ່ຶງ ຊຶ່ງກ່າວຕື່ມ ຕໍ່ VOA ຜ່ານທາງ Skype.
ທ່ານນາງ Elizabeth Reede ຫົວໜ້າຝ່າຍບໍຣິຫານບໍຣິສັດ Woofbert ກ່າວວ່າ “ພວກເຮົາພາກັນເວົ້າແບບທຳມະດາເສີຍໆ ແຕ່ແທ້ຈິງແລ້ວ ພວກເຮົາໝາຍຄວາມວ່າຈັ່ງຊັ້ນແທ້ໆ, ທ່ານກໍຮູ້ດີຢູ່ ວ່າການເຂົ້າເຖິງສັບສົມບັດອັນລໍ້າຄ່າແບບປະຊາທິປະໄຕ ແລ້ວກໍນຳເອົາມັນໄປສິດສອນ ມັນເປັນແບບໃດ.”

ໃນປະຈຸບັນນີ້ ຜູ້ຊົມໃຊ້ ຈະສາມາດເຂົ້າໄປຢ້ຽມຢາມພິພິດທະພັນສິນລະປະ ກຳໄດ້ 6 ແຫ່ງ ເຊັ່ນພິພິດຕະພັນລອນດອນ Courtauld ແລະສາຂາຕ່າງໆຂອງມັນທີ່ສະສົມຜົນງານສິນ ລະປະ ດ້ານ Impressionist ໄວ້ ລວມທັງ ແຫ່ງອື່ນໆອີກຫຼາຍແຫ່ງທີ່ກຳລັງຈັດທຳຢູ່. ພວກຜູ້ເຂົ້າຊົມຈະພາກັນ ພົບເຫັນສະຖານທີ່ທີ່ແທ້ຈິງ ໂດຍການເຄື່ອນຍ້າຍຫົວຂອງເຂົາເຈົ້າໄປມາທາງໃດກໍໄດ້. ກົ້ມ ຫົວລົງ ຊອກຫາ Virtual iPad ດ້ວຍຄຳສັ່ງໃໝ່ຕື່ມອີກ ແລ້ວກໍຈະໄດ້ຍິນສຽງດັງອອກມາວ່າ:
“ພວກເຮົາ ກຳລັງຢືນຢູ່ຕໍ່ໜ້າ ວຽກງານອັນໃຫຽ່ໂຕອັນສຸດທ້າຍຂອງ Edouard Manet.”
ນອກຈາກນີ້ແລ້ວ ພວກເຂົ້າຊົມ ໂລກແຫ່ງການຈຳລອງນີ້ຍັງຈະສາມາດເຂົ້າຫາສິນ ລະປະ ແບບຮູບຂີດຂຽນນຳ ເພື່ອຊອກຫາຂໍ້ມູນຢ່າງອື່ນ.
App ຂອງບໍລິສັດ Woof Bert ເຮັດວຽກປະສານງານກັບພາບຈຳລອງທີ່ເໝືອນຂອງຈິງ ອັນເປັນທີ່ນິຍົມທົ່ວໄປ ໃນ google ແລະໂທລະສັບສະຫຼາດ. ຕໍ່ໄປ ຫໍພິພິດທະພັນ ດັ່ງກ່າວກໍຈະຮວມເຂົ້າຫາກັນ ເພື່ອພວກເຂົ້າຊົມ ຈະສາມາດກ້າວອອກ ຈາກບ່ອນນຶ່ງ ໄປຫາ ອີກບ່ອນນຶ່ງໄດ້ຢ່າງງ່າຍດາຍ.
“ເວົ້າແທ້ແລ້ວແມ່ນວ່າ ເຈົ້າຈະສາມາດໄປຊົມ ຫໍພິພິດທະພັນຂອງອັງກິດໄດ້ກັບ Woofbert ແລະແລ້ວ ບາງທີກໍຈະເຂົ້າຊົມຫໍພິພິດທະພັນປະຫວັດສາດທຳມະຊາດ ໃນ ນະຄອນຫຼວງ ລອນດອນໄດ້ພ້ອມ ຫຼືວ່າ ຢູ່ນິວຢັອກ ຫຼື ດີຊີ ແລະເຊື່ອມໂຍງສະຖານທີ່ ຕ່າງໆດັ່ງກ່າວ ເຂົ້າຫາກັນ.”
ທີ່ວາງສະແດງຕ່າງໆ ຈະມີໃຫ້ຮູ້ໃນພວກກ້ອງພິເສດທີ່ມີຄວາມຄົມຊັດເຈນສູງ.
ທ່ານນາງ Elizabeth Reede ກ່າວວ່າ “ສິ່ງມະຫັດສະຈັນແທ້ໆແມ່ນເກີດຂຶ້ນຍ້ອນທີມ ງານວິສະວະກອນຂອງພວກເຮົາ ຜູ້ທີ່ນຳເອົາຂໍ້ມູນອັນມະຫາສານເຂົ້າມາ ປະສົມປະ ສານກັນ ຫຍິບແສ່ວເຂົ້າຫາກັນ ເພື່ອສ້າງບັນຍາກາດເໝືອນຈິງໃຫ້ພວກເຮົາໄດ້ຊົມກັນ ເພື່ອເຮັດໃຫ້ພວກເຮົາມີຄວາມຮູ້ສຶກວ່າມັນເປັນຈິງແທ້ໆ ຊຶງບໍ່ແມ່ນຂອງທຽມລອກລຽນແບບເລີຍ.”

ໃນປະຈຸບັນນີ້ App ຕ່າງໆ ແມ່ນຟຣີ ຫຼືໄດ້ລ້າ ແຕ່ວ່າ ໃນຕອນທີ່ຈຳນວນຫໍພິພິດທະພັນມີເພີ້ມຂຶ້ນ ບໍລິສັດ Woofbert ວາງແຜນວ່າຈະເລີ້ມຄິດຄ່າທຳນຽມໃນລາຄາຕ່ຳ ແລະ ຂໍ້ມູນໃໝ່ໆກໍແມ່ນຈະຄາດໄດ້ວ່າຈະມີຂຶ້ນທຸກໆ 6 ຫາ 8 ສັບປະດາ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ