ລັດຖະບານ​ລາວ​ອອກ ກົດຫມາຍ​ຫ້າມ​ຕ່າງ​ຊາດ ເປີດຮ້ານ​ຄ້າ​ສົ່ງ​ແລະ​ຄ້າ​ຍ່ອຍ

ລັດຖະບານ​ລາວ​ອອກ ກົດຫມາຍ​ຫ້າມ​ຕ່າງ​ຊາດ ເປີດຮ້ານ​ຄ້າ​ສົ່ງ​ແລະ​ຄ້າ​ຍ່ອຍ


   ລັດຖະບານ​ລາວ​ອອກ ກົດຫມາຍ​ຫ້າມ​ຕ່າງ​ຊາດ ເປີດຮ້ານ​ຄ້າ​ສົ່ງ​ ແລະ ​ຄ້າ​ຍ່ອຍ​ທີ່​ມີ​ວົງ​ເງີນ​ລົງ​ທຶນ​ນ້ອຍ​ກວ່າ 8,000 ລ້ານ​ກີບ ເຜີຍ​ໃຫ້ ຄົນ​ລາວ​ເທົ່າ​ນັ້ນ ທີ່​ເຮັດ​ຫ້າງ​ສັບ​ສິນ​ຄ້າ​ແລະ​ເຄືອ​ຂ່າຍ​ຄ້າ​ຍ່ອຍ​ຂະໜາດ​ນ້ອຍ​ໄດ້ ລັດ​ມົນ​ຕີກ​ລະ​ຊວງ​ອຸດສາຫະກຳ​ແລະ​ພາ​ນິດຍ໌​ລາວ ນາງ​ເຂັມ​ມະ​ນີ ພົນ​ເສ​ນາ ໄດ້​ອອກ​ປະ​ກາດ​ກະ​ຊວງ​ໃນ​ເດືອນ​ກັນຍາ​ທີ່​ຜ່ານມາ​ເພື່ອ​ເປັນ​ກອບ​ແລະ​ລະບຽບ​ສຳລັບ​ການ​ອະນຸຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ຊາດ​ເປີດ​ສູນ​ການ​ຄ້າ ຮ້ານຄ້າ​ແລະ​ເຄືອ​ຂ່າຍ​ຮ້ານຂາຍຍ່ອຍ ໂດຍ​ປະ​ກາດ​ດັ່ງ​ກ່າວ ຫ້າມ​ຕ່າງ​ຊາດ​ລົງ​ທຶນນ​ໃນ​ທຸລະກິດ​ຮ້ານ​ຄ້າ​ຍ່ອຍສະເພາະ​ຢ່າງ ຮ້ານ​ສະ​ດວກ​ຊື້ ມິ​ນິ​ມາກ ຮ້ານ​ຄ້າ​ຍ່ອຍ​ແລະ​ສົ່ງ​ຊຶ່ງ​ມີ​ເງີນ​ລົງ​ທຶນ​ນ້ອຍ​ກວ່າ 8,000 ລ້ານ​ກີບ (ປະ​ມານ 34.9 ລ້ານ​ບາດ) ຫນັງສື​ພິມ​ວຽງ​ຈັນ​​ໄທມ໌​ ລາຍ​ງານ​ວ່າ​ລະບຽບ​ດັ່ງ​ກ່າວ​ລະ​ບຸ ໃຫ້​ຕ່າງ​ຊາດ​ສາມາດ​ຖື​ຫຸ້ນ​ໄດ້ 100 % ໃນ​ກິດຈະການ​ສູນ​ການ​ຄ້າ​ແລະ​ຫ້າງ​ສັບ​ສິນ​ຄ້າ​ທີ່​ມີ​ການ​ລົງ​ທຶນ​ຢ່າງ​ນ້ອຍ 160,000 ລ້ານ​ກີບ (ປະ​ມານ 698 ລ້ານ​ບາດ) ແລະ​ ສາມາດ​ຖື​ຫຸ້ນ​ໄດ້ 70 % ຖ້າ​ລົງ​ທຶນ​ນ້ອຍ​ກວ່າ 160,000 ລ້ານ​ກີບ ແຕ່​ບໍ່​ຕ່ຳ​ກວ່າ 80,000 ລ້ານ​ກີບ (ປະ​ມານ 349 ລ້ານ​ບາດ) ໃນ​ກໍລະນີ​ທີ່​ຕ່າງ​ຊາດ​ຖື​ຫຸ້ນ​ນ້ອຍ​ກວ່າ 51 % ສາມາດ​ເຮັດ​ໄດ້​ໃນ​ກໍລະນີ​ທີ່​ການ​ລົງ​ທຸນ​ໃນ​ກິດຈະການ​ສູນ​ການ​ຄ້າ​ຫລື​ຫ້າງ​ສັບ​ສິນ​ຄ້າ ຕ່ຳ​ກວ່າ 80,000 ລ້ານ​ກີບ​ແຕ່​ບໍ່​ຕ່ຳ​ກວ່າ 8,000 ລ້ານ​ກີບ
   ລະບຽບ​ໃໝ່​ໃຫ້​ຕ່າງ​ຊາດ​ລົງ​ທຶນ​ໃນ​ກິດຈະການ ຂາຍຍ່ອຍ ຂາຍ​ສົ່ງ​ແລະ​ຫ້າງ​ສັບ​ສິນ​ຄ້າ ສະບັບ​ນີ້​ຍັງ​ໄດ້​ຄອບ​ຄຸມ​ເຖິງ​ຂະໜາດ​ຂອງ​ພື້ນ​ທີ່​ທີ່​ໃຊ້​ໃນ​ການສ້າງ​ສູນ​ການ​ຄ້າ​ແລະ​ຫ້າງ​ສັບ​ສິນ​ຄ້າ ເພື່ອ​ເປັນ​ຫລັກ​ປະ​ກັນ​ວ່າ​ຈະ​ມີ​ພື້ນ​ທີ່​ສຳລັບ​ຈອດ​ລົດ​​ຢ່າງ​ພຽງ​ພໍ ໂດຍ ຜູ້​ພັດທະນາ​ສູນ​ການ​ຄ້າ​ຈະ​ຕ້ອງ​ມີ​ພື້ນ​ທີ່​ຢ່າງ​ນ້ອຍ 50,001 ຕາ​ລາງ​ແມັດ​ສຳລັບ​ສູນ​ການ​ຄ້າ 1 ແຫ່ງ ສຳລັບ​ການສ້າງ ໄຮ​ເປີລ໌​ມາກ ຈະ​ຕ້ອງ​ມີ​ພື້ນ​ທີ່​ຢ່າງ​ຕ່ຳ 20,001-50,000 ຕາ​ລາງ​ແມັດ ສ່ວນ​ການສ້າງ ຊູ​ເປີລ໌​ເຊັນ​ເຕີ ແລະ​ ຊູ​ເປີລ໌​ມາກ​ເກັດ ສາມາດ​ສ້າງ​ໃຊ້​ພື້ນ​ທີ່​ ທີ່​ນ້ອຍ​ກວ່າ​ໄດ້ ໂດຍ​ນັກ​ລົງ​ທຶນ​ຈະ​ຕ້ອງ​ເລີ່ມ​ງານ​ກໍ່​ສ້າງ​ພາຍ​ໃນ 2ປີ​ຫລັງ​ຈາກ​ທີ່​ໄດ້ຮັບ​ອະ​ໜຸ​ມະ​ມັດ​ໂຄງ​ການ​ຈາກ​ລັດຖະບານ ວຽງ​ຈັນ​​ໄທ​ສ໌ ກ່າວວ່າ ເຫດ​ທີ່​ຕ້ອງ​ມີ​ລະບຽບ​ໃຫ້​ນັກ​ລົງ​ທຶນ​ຕ້ອງ​ເລີ່ມ​ກໍ່​ສ້າງ​ໂຄງ​ການ​ພາຍ​ໃນ 2 ປີ ເພາະ​ກ່ອນ​ໜ້າ​ນີ້​ມີ​ນັກ​ລົງ​ທຶນ​ຫລາຍ​ລາຍ​ເມື່ອ​ໄດ້​ໃບ​ອະນຸຍາດ​ແລ້ວ​ມັກ​ຈະ​ບໍ່​​ກໍ່​ສ້າງ 

   ຂໍ້​ກຳນົດ​ໃໝ່​ຂອງ​ກະ​ຊວງ​ອຸດສາຫະກຳ​ແລະ​ພາ​ນິດ​ລາວ ຍັງ​ໄດ້​ຫ້າມ​ບໍ່​ໃຫ້​ຜູ້​ທີ່​ໄດ້ຮັບ​ໃບ​ອະນຸຍາດ​ແລ້ວ​ຂາຍ​ຕໍ່​ໃຫ້​ນັກ​ລົງ​ທຶນ​ຄົນ​ອື່ນ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ຈາກ​ຫນ່ວຍ​ງານ​ລັດ​ທີ່​ກ່ຽວ​ຂ້ອງ ໂດຍ​ຂໍ້​ກຳນົດ​ດັ່ງ​ກ່າວ​ມີ​ຜົນ​ໃຊ້​ບັງຄັບ​ກັບ​ການ​ລົງ​ທຶນ​ສ້າງ​ສູນ​ການ​ຄ້າ​ແລະ​ຫ້າງ​ສັບ​ສິນ​ຄ້າ​ທຸກ​ຊະນິດ ໂດຍ​ບໍ່​ຈຳ​ກັດ​ແຫລ່ງ​ທີ່​ມາ​ຂອງ​ເງີນ​ທຶນ​ບໍ່​ວ່າ​ຈະ​ເປັນ​ຂອງ​ຊາວ​ລາວ ຊາວ​ຕ່າງ​ຊາດ ນິ​ຕິ​ບຸກ​ຄົນ ຫລື​ກຸ່​ມອົງກອນ​ຕ່າງ ໆ ເຈົ້າ​ຫນ້າທີ່​ລະ​ດັບ​ສູງ​ກະ​ຊວງ ໃຫ້​ສຳພາດ​ວຽງ​ຈັນ​ໄທມ໌​ ວ່າ​ຂໍ້​ກຳນົດ​ເດີມ​ທີ່​ອະນຸຍາດ​ໃຫ້​ຕ່າງ​ຊາດ​ລົງ​ທຶນ​ເຮັດ​ທຸລະກິດ​ຄ້າ​ສົ່ງ​ແລະ​ຄ້າ​ຍ່ອຍ​ໄດ້​ໂດຍ​ບໍ່​ຕ້ອງ​ຂໍ​ໃບ​ອະນຸຍາດ​ຖ້າ​ກິດຈະການ​ມີ​ມູນ​ຄ່າ​ເຖິງ 2,000ລ້ານ​ກີບ​ຈະ​ຕ້ອງ​ມີ​ການ​ປັບ-ປຸງ​ໃໝ່​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ລະບຽບ​ໃໝ່ 


ຂອບໃຈ​ຂໍ້​ມູນ ຈາກ: ຖານ​ເສດຖະກິດ ຈາກ​ຫນັງສື​ພິມ​ເສດຖະກິດ ປີ​ທີ່ 35 ສະບັບ​ທີ່ 3,100 ວັນທີ່ 29 31 ຕຸລາ ພ. ສ. 2558 

ອ່ານ​ເນື້ອ​ຫາ​ຕົ້ນ​ສະບັບ​ໄດ້​ທີ່: TerraBKK.com - http://terrabkk.com

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ