ຊຸບເປີ້ມູນ” ໃນວັນທີ 14 ພະຈິກນີ້

ຊຸບເປີ້ມູນ” ໃນວັນທີ 14 ພະຈິກນີ້
ກາຍເປັນຄວາມຮືຮາ ແລະ ບັນເທີງສຳລັບນາຊ່າຊວນເບິ່ງປະກົດການ “ຊຸບເປີ້ມູນ” ໃນວັນທີ 14 ພະຈິກນີ້ ເຊິ່ງດວງຈັນ ຫຼື ດວງເດືອນຈະຢູ່ໃກ້ໂລກທີ່ສຸດ ເຮັດໃຫ້ມັນມີຂະໜາດໃຫຍ່ທີ່ສຸດໃນຮອບ 70 ປີ, ຫາກພາດເບິ່ງ ຕ້ອງຖ້າອີກ 18 ປີ!!
ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດອາເມຣິກາ ຫຼື ນາຊ່າ ໄດ້ເປີດເຜີຍວ່າ: ໃນວັນທີ 14 ພະຈິກນີ້ ຈະເກີດປະກົດການຊຸບເປີ້ມູນ ຫຼື ປະກົດການດວງຈັນເຕັມດວງ ແລະ ຢູ່ໃນໄລຍະໃກ້ໂລກຫຼາຍທີ່ສຸດ, ເທື່ອນີ້ຍັງເປັນຊຸບເປີ້ມູນໃຫຍ່ສຸດໃນຮອບ 70 ປີ ນັບຕັ້ງແຕ່ດວງຈັນເຂົ້າໃກ້ໂລກທີ່ສຸດເມື່ອປີ 1948 ໂດຍເທື່ອນີ້ດວງຈັນຈະຫ່າງຈາກໂລກພຽງ 48,280 ກິໂລແມັດເທົ່ານັ້ນ.
ນອກເໜືອຈາກປະກົດການດວງຈັນເຕັມດວງໃນວັນທີ 14 ພະຈິກນີ້ ຈະເປັນວັນທີ່ດວງຈັນເຕັມດວງ ແລະ ໃກ້ໂລກທີ່ສຸດໃນປີ 2016 ແລະ ຍັງເປັນດວງຈັນເຕັມດວງທີ່ໃກ້ໂລກທີ່ສຸດໃນສະຕະວັດທີ 21 ອີກດ້ວຍ ໂດຍການໂຄຈອນຂອງດວງຈັນເປັນສາເຫດທີ່ພາໃຫ້ເກີດຊຸບເປີ້ມູນໃຫຍ່ທີ່ສຸດໃນຮອບ 70 ປີເທື່ອນີ້.
ສ່ວນຄຳແນະນຳສຳລັບຜູ້ທີ່ຕ້ອງການເບິ່ງປະກົດການນີ້ ຄວນຫາສະຖານທີ່ທີ່ເໝາະສົມເຊັ່ນ: ມີຄວາມມືດ, ປາສະຈາກແສງໄຟລົບກວນ ເພາະຈະຊ່ວຍໃຫ້ເຫັນດວງຈັນຍັກຊັດເຈນຂຶ້ນ ແຕ່ຖ້າຫາກພາດໃນເທື່ອນີ້ກໍ່ບໍ່ຕ້ອງເສຍໃຈ ສາມາດຮັບຊົມອີກເທື່ອໃນວັນທີ 25 ພະຈິກ 2034 ຫຼື 18 ປີຂ້າງໜ້າ.
ss-150928-supermoon

ຂອບໃຈແຫຼ່ງຂ່າວຈາກ: dek-lnw

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ