คำ มอบพา ขวัญ ຄວາມມອບພາຂັວນ ( ອີກແບບນື່ງ )

ຄວາມມອບພາຂັວນ ( ອີກແບບນື່ງ )

ประเพณีบายศรีสู่ขวัญและผูกข้อต่อแขนรับขวัญเยาวชน ในวันปีใหม่
ເອີ..! ພວກເຮົາ ສິບຫມໍເຖົ້າ ເກົ້າຫມໍຫນຸ່ມ
ໄດ້ມາເເຊວຊຸມ ຫຸ້ມຫໍ່ຍໍພາຂັວນ
ມ້ວນມອບຄອບລາ ຈາເວົ້າເທົ້າທົ່ວບໍຣະບວນ
ສົມຄວນເເກ່ເວລາ ຈະອ່ວຍຫນ້າລາກັບ
ຈິ່ງຂໍມອບຮັບພາຂັວນ ໃຫ້ມວນຫມູ່ເຈົ້າຢູ່ເຖົ້າຢູ່ເເກ່
ຢູ່ເປັນພໍ່ເປັນເເມ່ ບຸນແຜ່ກ້ວາງເຫມືອນດັ່ງກ້ານກີ່ງໄຊງາມ
ຝູງຫມູ່ສັດຕູມານ ຢ່າມາບັງບຽດ
ສະນຽດຮ້າຍຈັງໄຮ ຫນີຫ່າງໄປໄກ
ເງິນຄຳໄຫລ ເນືອງນອງມາບໍ່ຂາດ
ເຫມືອນດັ່ງທາດໆນ້ຳ ຕົກຕາດອະໂນມາ
ຝູງບຸດຕີບຸດຕາ ໂຮມແຮງຮັກຫໍ່
ຊ່ອຍສ້າງກໍ່ ພໍພ້ອມທຸກອັນ
ຍາຕມິຕວົງວານ ຮັກເເພງໂຮມເຕົ້າ
ເຂົ້າເຕັມນາ ປາເຕັມຕ້ອນ ມ້ອນເຕັມດົ້ງ ຖົງໂຕ້ນຕື່ງແຕ່ເງິນ
ຍາມດຸ່ງເດີນບໍ່ຍາກ ມີລົດໃຫຍ່ຄັນງາມ
ມີເເຕ່ຄົນມາຖາມ ຍ້ອງຍໍຊົມເຈົ້າ
ມີແຕ່ເຂົາມາຕ້ອນ ແນວດີໆມາຝາກ
ຍາມຍາກມີຜູ້ຊວ້ານ ອາສາສູ້ເຮັດຕາງ
ເຮັດຫຍັງໆຂໍໃຫ້ສົມຫວັງໄດ້ ຕາມໃຈຄິດຮ່ຳ
ທຳຫຍັງຂໍໃຫ້ສຳເຣັດຫລ້ອນ ສະອອນພໍ້ແຕ່ສີ່ງດີ
ມີເເຕ່ສຸຂີລ້ຳ ເວນກັມຢ່າມາສູ່
ມີຫມູ່ກອງກໍຄ່ອງເວົ້າ ສະຫນິດເເຫນ້ນຮັກກັນ
ມີລູກຫລານບໍ່ເວົ້າຍາກ ໃຫ້ປາກປຽກນ້ຳລາຍໄຫລ
ມີອັນໃດກໍສົມຫວັງ ຮັ່ງມີດີພ້ອມ
ຍູທ່າງຫອມໄປເລື້ອຍ ຄວາມຊົມເຊີຍຢ່າເຍ້ເຫຍື່ອຍ
ຄວາມອິດເມື່ອຍເເລະຍາກຫຍຸ້ງ ຝູງເຈົ້າຢ່າໄດ້ເຈີ ເທາະເດີ
ຈັ່ງວ່າຂໍເອິເອີຕ້ານ ລາໄປສາກ່ອນ
ຂໍອ່ວຍພອນທໍ່ນີ້ ພິທີເເລ້ວຊິຕ່າວເມືອ ກ່ອນແລ້ວ
ອາຍຸ ວັນໂນ ສຸຂັງ ພະລັງ ສາທຸ .../

--------------------------------------------------'------'-----------'

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ