บดกอนเทดลาว สุนัข สุนัข ບົດກອນແຫຼ່ ເລື້ອງ ຫມາ-ຫມາ

Dogs hurtle into middle age in just two years, new research ...

ບົດກອນແຫຼ່ " ເລື້ອງ ຫມາ-ຫມາ "

* ມາຈັກກ່າວ ເລື້ອງເລົ່ານິທານ
ກາຍເປັນຕຳນານ ສືບຂານກັນມາ
ບໍ່ຂໍປົກເຊື່ອງ ຊື່ເລື້ອງຫມາ-ຫມາ
ຈື່ງຂໍວັນທາ ຂະມາຜູ້ຟັງ
* ຫາກວ່າຜິດພາດ ເຂີນຂາດເເນວໃດ
ຂໍໂທດອະໄພ ຢ່າໄດ້ຊິງຊັງ
ຫາກໍເຝິກເເອບ ສຽງແຫບບໍ່ດັງ
ຂໍທ່ານຜູ້ຟັງ ອົດຟັງເຖີດເອີຍ...ອົດຟັງເຖີດເອີຍ !
ເອີ່ ເອີ່ ເອີ ເອີຍ .. ອົດຟັງເຖີດເອີຍ !

* ບັດນີ້ ຕັ້ງເເຕ່ຄາວເກົ່າກີ້ ນະທີ່ຢູ່ນໍໂລກາ
ມີພະຍາອິນທາ ຜູ້ວ່າປອງເປັນເຈົ້າ
ກໍບໍ່ມີໃຜເທົ້າ ທຽມເງົາພະເພີ່ນ
ເພີ່ນສ້າງຄຳສ້າງເງິນ ສ້າງຄົນເດີນຍ່າງຍ້າຍ ຫຼາຍແທ້ອີຫຼີ
* ນີລະມິດສາບຊີ້ ທຸກທີ່ເເນວອັນ
ສາລະພັນສາສັດ ວັດຖຸນໍຮູນ້ຳ
ທັງສີ່ງງາມໆລ້ຳ ທັງບໍ່ງາມເກົ່າໆ
ທັງພູເຂົານ່ານຟ້າ ດາຣາເເຈ້ງແຈ່ມຈັນ
* ຈັ່ງວ່າໃນຄັ້ງນັ້ນ ມີສັດຊື່ແນວຫມາ
ມັກແຕ່ແຍງຈັນທາ ເບີ່ງດາຣາເດືອນແຈ້ງ
ບໍ່ວ່າຝົນຫຼືແລ້ງ ທຸກຍາມແຍງຫອນເຫົ່າ
ວັນນື່ງເລີຍແລ່ນເຝົ້າ ໄປຫາເຈົ້າພໍ່ພະອິນ
* ວ່າລູກຂໍໄປ່ປີ້ນ ສີ້ນຊີວິດຊີວາ
ອອກຈາກການເປັນຫມາ ຊ່ອຍແນ່ນາພະອົງເຈົ້າ
ພໍໃຫ້ຫາຍຄວາມເສົ້າ ຄວາມເຫງົາຄວາມໂງ່
ໂພດຈັ່ງແມ່ນພາໂລ ! ໃຫ້ລູກໂງຂື້ນຟ້າ ໄປມີຫນ້າແມ່ນຢູ່ເດືອນ...ແມ່ນຢູ່ເດືອນ....ນັ້ນລະນາ !
--------------------------------------------
( ຍັງມີຕໍ່ )

April Super Pink Moon | How to See Super Pink Moon

ບົດກອນເເຫຼ່ " ເລື້ອງຫມາ-ຫມາ" ( ຕໍ່ )

* ມາຈັກກ່າວ ອິນເຈົ້າວ່າໄປ
ເພີ່ນກໍໄດ້ໃຫ້ ເເກ້ໄຂບັນຫາ
ປ່ຽນແປງທຸກຢ່າງ ຮູບຮ່າງຫນ້າຕາ
ກາຍເປັນຈັນທາ ຢູ່ຟ້າສະຫວັນ
* ຫມາກໍສຸກໃຈ ສົດໃສສົດຊື່ນ
ຫົວຈຶຫົວຈື້ນ ຫມົດຄືນຫມົດວັນ
ສ່ອງແສງໃສແຈ້ງ ເຕີມແຕ່ງສີສັນ
ບໍ່ມີໃຜທັນ ສາວຈັນສາວເດືອນ...ສາວຈັນສາວເດືອນ !
ເອີ ເອີ່ ເອີ່ງ ເອີ່ຍ... ສາວຈັນສາວເດືອນ !

* ບັດນີ້ ເຈົ້າຜູ້ຈັນເພງເເຈ້ງ ສີແສງເຮືອງສະຫງ່າ
ສັງມີເມກມາບັງຕາ ສັງມາຄາໂງ່ນເຝື້ອ ເຝືອຝັ້ນຕີບຕັນ
ຈັ່ງວ່າຄິດຈັ້ນໆ ຢາກຫັນຕ່າວນໍເເປງກາຍ
ຄິດຢາກກັບຄືນຫງາຍ ປ່ຽນໄປເປັນເມກ
ຄືຈະງາມເປັນເອກ ໃຜເຫັນຄືເປັນໃຫຍ່
ຄິດຢູ່ຊັ້ນໄຈ້ ໆ ເລີຍຂໍໄຫວ້ຕໍ່ພໍ່ອິນ
* ວ່າລູກຂໍໄປ່ປີ້ນ ສີ້ນຊີວິດຊີວາ
ອອກຈາກດວງຈັນທາ ໄປສູ່ເມຄາເມກ
ຂໍແຕ່ດວງວິເສດ ເຫັນໃຈຂະນ້ອຍເເນ່
ຂໍໃຫ້ປົດໃຫ້ແກ້ ເປັນແທ້ດັ່ງເຄີຍ
* ພະອົງເສີຍເມີ້ຍເກີ້ຍ ບໍ່ຢາກເອີ່ຍນໍຄຳຈາ
ຄັນຊິຖືຊາຫມາ ກໍວ່າຄືເກີນໂພດ
ເລີຍສົມຄວນຜາຍໂຜດ ອີ່ຕົນມັນຜູ້ຢາກໃຫຍ່
ໃຫ້ສົມຄວາມຕັ້ງໃຈ ໄປເປັນເມກກ້ອນເຝື້ອ ເຝືອຝັ້ນຢູ່ນະພາ...ຢູ່ນະພາ...ຊັ້ນລະນາ !

รวมภาพก้อนเมฆรูปร่างแปลก ๆ ที่จะช่วยกระตุ้นจินตนาการของคุณได้อย่าง ...

ບົດກອນແຫຼ່ " ເລື້ອງຫມາ-ຫມາ " ( ຕໍ່ )

* ຫມາເປັນເຝື້ອ ເຊື່ອວ່າສະບາຍ
ຮູບຮ່າງຕົນກາຍ ຍາວໄກເພີ້ເວີ້
ທຳອິດບັນຫາ ບໍ່ມາຈ໊ະເຈິ
ກໍວ່າເອີໆ ຄັກເດີເປັນເຝື້ອ
* ແຕ່ພໍເວລາ ຢູ່ມາບໍ່ດົນ
ກໍເກີດລົມຝົນ ໄກວໂຫຍ້ນພັດເຝື້ອ
ຈົນວ່າມັນແຕກ ມັນແຍກບໍ່ເຫຼືອ
ຢ່າງບໍ່ຫນ້າເຊື່ອ ເກີນເບື່ອຄັກແລ້ວ...ໂອຍ ! ເກີນເບື່ອຄັກແລ້ວ...!
ເອິ ເອີ້ງ ເອີຍ ເອີ່ງ ໂອຍ ! ເກີນເບື່ອຄັກເເລ້ວ...!

* ບັດນີ້ ເປັນທີ່ເຈັບໃຈແທ້ ມີແນວແຕະຍ້າຍບ່ອນ
ປຽບເຫມືອນຖືກໄມ້ຄ້ອນ ມາຫຼອນຕັ້ງຕ່ອຍຕີ
ບໍ່ມີສຸກດີ້ໆ ທຳຫນ້າທີ່ເມຄາ
ຍາມເມື່ອລົມພານມາ ແຕກກະຈາຍທະລາຍຟົ້ງ
ຄິດຢາກກັບຄືນໂຄ້ງ ໄປຫາລົງຫມ້ອງໃຫມ່
ຕ້ອງເປັນລົມໃຫ້ໄດ້ ຕາມໃຈເຕັ້ນສັ່ງມາ
* ຈັ່ງວ່າ ງວາກອ່ວຍຫນ້າ ໄປຫາພໍ່ພະຍາອິນ
ເລົ່າເລື້ອງຄວາມຂັດຂີນ ສູ່ເພີ່ນຍິນນໍຈະແຈ້ງ
ບໍ່ຂາດຕົກບົກແຫ້ງ ນ້ຳໃຈແຮງຢູ່ຄືເກົ່າ
ພ່ະອິນທາພໍ່ເຈົ້າ ບໍ່ມີເວົ້າຍາກຂີນ
* ຫມາຈີ່ງໄດ້ໄປ່ປີ້ນ ພັດປີ່ນເປັນລົມ
ຄຶກຄັກຄວນເຫມາະສົມ ໂສກລະຕຼົມກໍຫມົດເເລ້ວ
ແສນສຳລານຫວານແຂ້ວ ເຫນືອທຸກແນວເປັນໃຫຍ່
ພັດຫຍັງໆກໍຊິໄດ້ ຕາມໃຈຕັ້ງສັ່ງບໍ່ຄາ ສັ່ງບໍ່ຄາ...ນັ້ນລະນາ...!

เพียงลม..พัดผ่าน

ບົດກອນແຫຼ່ " ເລື້ອງຫມາ-ຫມາ " ( ຕໍ່ )

* ຫມາເປັນລົມ ພັດລົ້ມຊະຊາຍ
ພັດພານອັນໃດ ໄດ້ຕາມໃຈມ່ວນ
ພັດດົງພັດໄມ້ ພັດໄຮ່ນາສວນ
ທຸກອັນທຸກມວນ ມຸດມ້ວນມໍຣະນາ
* ພັດຫຍັງກໍຂາດ ຟາດລົງທຸກອັນ
ແຕ່ວ່າມາປັ່ນ ຫັ່ນໂພນກາງນາ
ມັນຍັງບໍ່ພັງ ມັນນັ່ງແຫນ້ນຫນາ
ບ໊ະ ! ນີ້ສັງມາ ເກັ່ງກ້ານໍໂພນ ເກັ່ງກ້າແທ້ນໍໂພນ...!
ເອິ ເອີ່ ເອິ ເອີຍ ເກັ່ງກ້າແທ້ນໍໂພນ...!

* ບັດນີ້ ຈັ່ງວ່າເຫັນດີແລ້ວ ເເນວໂພນມັນເກັ່ງ
ລົມພັດຮ້າຍເປັ້ງໆ ໂພນບໍ່ເຕັ້ນຕື່ນຕີງ
ອິນຜູ້ຫຼີງລ່ຳສີ້ງ ເຫັນຄວາມຈິງຂອງຫມາອີກ
ບໍ່ຮູ້ພັດຮູ້ຜີກ ບໍ່ຮູ້ຫຼີກຮູ້ກົ້ມ ເປັນລົມລ້າວ່າດາຍ...!
* ຜູ້ເປັນຫມາກໍໄດ້ ເຂົ້າໃຫມ່ໄປຂໍວອນ
ສັດຈະຈິງບໍ່ເຄີຍຖອນ ມ່ວນສະອອນສະເດີເຈົ້າ
ຢາກຕ່າວກັບໄປເຝົ້າ ເນົາໃນນາເປັນໂພນໃຫຍ່
ຈົ່ງຢູ່ລອດປອດໄພ ຈົ່ງສົດໃສໃຫຍ່ກ້າວ ໃຜມານ້າວກໍຢ່າຕີງ...!
* ເຈົ້າຜູ້ເນື້ອປີ້ງສີ້ງ ມານີ້ງຢູ່ນໍກາງນາ
ແສນສະຫນຸກສຸກຂາ ບໍ່ວ່າຫຍັງຊິມາຕ້ອງ
ເເຕ່ຍັງມີແນວຂ້ອງ ສະຫນອງນຳໂທດໃສ່
ຄວາຍບັກຕູ້ຈັງໄຮ ຈັກວ່າມາເເຕ່ໃສ ມັນໂລດມາງັດໄງ້
ຈົນໂພນໄດ້ເກື່ອນກະຈາຍ...
* ຫຍັງກໍເປັນເລື້ອງຮ້າຍ ໄປໃຫ້ຕໍ່ພະຍາອິນ
ລູກຢາກກັບຄືນຜິນ ປີ່ນໃຈໄປແລ້ວ
ໄປເປັນຄວາຍເຂົາແກ້ວ ເຂົາຄຳຊິນ່ຳເບີ່ງ
ຂໍໃຫ້ຮອດໃຫ້ເຖີງ ຂ້າຂໍເພີ່ງພະເຈົ້າ ບໍ່ເອົາແລ້ວອັນຫນ່ວຍໂພນ...ອັນຫນ່ວຍໂພນ....ນີ້ລະນາ..!

( ຍັງມີຕໍ່ )

ทำนายฝันเห็นจอมปลวก ทำนายฝันว่าเห็นจอมปลวกฝันวันจันทร์

ບົດກອນເເຫຼ່ " ເລື້ອງຫມາ-ຫມາ " ( ຕໍ່ )

* ເຈົ້າອິນທາ ບໍ່ວ່າຫຍັງຫລາຍ
ມຶງຢາກເປັນຄວາຍ ກູຊ່ວຍມຶງໄດ້
ມຶງນີ້ຄັກແທ້ ຢາກໄປແກ່ໄຖ
ກູກໍຈະໃຫ້ ມຶງໄດ້ເປັນຄວາຍ
* ຫມາຈາກໂພນ ໄດ້ຕົນເປັນຄວາຍ
ໂຕພີອ້ວຍລ້ວຍ ຮວ້າຍໆຄັກໃຈ
ເວົ້າເລື້ອງໂຕແມ່ ອໍ້ແອ້ບໍ່ໄດ້
ຄາຄາດຄາໄຖ ແລ່ນໃສ່ໄປເລີຍ...ແລ່ນໃສ່ໄປເລີຍ !
ເອີ ເອີ່ ເອີ່ງ ເອີ່ຍ .....ໂອຍ ! ແລ່ນໃສ່ໄປເລີຍ..!

* ບັດນີ້ ຈັ່ງວ່າຄວາຍບັກເຖິກຮ້າຍ ອັນຕຣາຍແທ້ນໍຫມູ່
ຜູກກໍບໍ່ຢູ່ ທຸກຫມູ່ເທືອງປ່ານຝ້າຍ ດຶງໄວ້ກໍບໍ່ຟັງ
ຈັກຈະຫາແນວຈັ້ງ ເອົາຫຍັງມາມັດຜູກ...ເຮົານີ້ອູກອັ່ງຮ້າຍ ລະບາຍເວົ້າຝ່າຍເຈົ້າຂອງ...!
* ຄາວນື່ງເຂົາກໍຄ້ອງ ຜູກຈ່ອງບັກເຖິກມາ
ນ່ຳເຂົ້າຫຼັກຫົວນາ ເຊືອກມັດຄານໍຄຶງໄວ້
ແສນເຫຼືອໃຈຈົນໄຫ້ ຢາກໄປໃສກໍຖືກຈ່ອງ
ເຂົາມີເຊືອກຜູກຄໍ ເຂົາມີປໍຜູກຈັ້ງ ມີຫນັງເສັ້ນຜູກດີ...
* ແຕ່ວ່າໃນຄືນນີ້ ຈະຫາວິທີດັນເບີ່ງ
ເອົາຈົນຮອດຈົນເຖີງ ເອົາຈົນມັນໄດ້ເທີ້ງ ໄປເຍີງຫລີ້ນບ້ານຜູ້ສາວ...
ທາງໃຈຮ້າຍເຮັ່ງຫ້າວ ບັກເຖິກຍ່າວດຶງຫຼັກ
ຟາດຈົນເຟືອນຟູມຫນັກ ຄັກຫຼາຍບໍ່ມີລົ້ມ
ຈົນຫມົດເເຮງໄດ້ນອນກົ້ມ ຈົນຫມົດລົມໄດ້ນອນເຫມບ
ສັງກໍເຮັດເຕບເພບ ທັງເຈັບແຄ້ນແຫນ້ນທີ່ໃຈ
* ເຮັດຫຍັງໆກໍບໍ່ໄດ້ ຈີ່ງຮ້ອງໃສ່ນໍອົງອິນ
ລູກຢາກກັບຄືນຜິນ ປີ່ນໃຈໄປເປັນເຊືອກ
ເອົາຢ່າງຄົນເຂົາເລືອກ ບໍ່ແມ່ນເທືອງແລະປໍປ່ານ
ເປັນເສັ້ນເຊືອກສຳຄັນ ເຮັດດ້ວຍຫນັງຂະຫນາດເເທ້ ໃຜຈະເເຫຍ້ກໍບໍ່ຫລຸດ
* ຜູກຫຍັງກໍບໍ່ຊູດ ສຸດຄັກຫນັກດີ
ຂ້າຢາກມີຊີວີ ເອົາທີ່ດັງເປັນຫນັງແທ້
ຂໍພະອົງຊົງແກ້ ຫລີງເເລຜາຍໂຜດ
ຢ່າໄດ້ຮ້າຍໄດ້ໂກດ ຢ່າໄດ້ໂທດຂະນ້ອຍ ຜູ້ນອນມ້ອຍເກືອກແຕ່ຕົມ...ເກືອກແຕ່ຕົມ...ນີ້ລະນາ !


คนกับควาย

ບົດກອນແຫຼ່ " ເລື້ອງຫມາ-ຫມາ " ( ຕໍ່ )

* ພະອິນທາ ໃຫ້ຫມາເປັນເຊືອກ
ຕາມທີ່ເຂົາເລືອກ ເອືອກໆດີໃຈ
ເພີ່ນບໍ່ຂືນຂັດ ຮູ້ຊັດນິດໄສ
ໃຫ້ມັນປ່ຽນໄປ ປ່ຽນໄປປ່ຽນໄປ
* ເຂົາມີຄວາມສຸກ ສະຫນຸກໃຈຄັກ
ໄດ້ຕາມໃຈມັກ ມັດຄັກບໍ່ມາຍ
ມັດຊ້າງມັດມ້າ ສັດສາງົວຄວາຍ
ເກີນແມ່ນຫມັ້ນຫຼາຍ ຫມັ້ນຫຼາຍເຊືອກຫນັງ...ຫມັ້ນຫຼາຍເຊືອກຫນັງ !
ເອີ່ ເອີ່ ເອີ່ ເອີຍ ຫມັ້ນຫຼາຍນໍເຊືອກຫນັງ...!

* ຈັ່ງວ່າ ຫົວທີຈັ້ງ ຫນັງດີບໍ່ມີຂາດ
ສະບາຍໃຈຂະຫນາດເເທ້ ສັດດືງແຫຍ້ກໍບໍ່ຫລຸດ
ພໍເມື່ອເຖີງຄາວຊູດ ກຸດວຽນຫ້ຽນມາໃສ່
ຫນັງຈະດີປານໃດ ກໍບໍ່ມີຈັ້ງໄດ້ ນ້ຳລາຍແຂ້ວແຫ່ງ
ຫມູ່ຫມາ
* ເຈົ້າຊ່າງເດີນອອກຫນ້າ ຜູ້ກ້າຊື່ຄືຫມາ
ເລື້ອງຫນັງໆບໍ່ມີຄາ ວ່າບໍ່ກືນລົງທ້ອງ
ຍ່າງບໍ່ມີເຄືອງຂ້ອງ ເປັນຂອງດີກິນແຊບ
ເປັນຕົ້ນບັກຕົ້ນແບບ ຫາຫຍັງແທກທຽບໄດ້
ບໍ່ມີໃກ້ ໄດ້ທໍ່ຫມາ...ໄດ້ທໍ່ຫມາ...ນັ້ລະນາ...!

( ຍັງມີຕໍ່ )

----------------------------------------------------------------

ບົດກອນເເຫຼ່ " ເລື້ອງຫມາ-ຫມາ " ( ຕໍ່ )

* ໂອ ! ຫມາໆ ເກ່ງກ້າແທ້ລະ
ເຮົານີ້ສັງມາ ສັດທາເຈົ້າເເລ້ວ
ເຈົ້ານັ້ນໃຈເດັດ ເຫມືອນເພັດເຫມືອນເເກ້ວ
ແຫນ້ນຫນັກປາກແຂ້ວ ໃຊ້ເເລ້ວຫມັ້ນຄົງ
* ເຈົ້າທັງຫນ້າຮັກ ສຸດຄັກຫົວໃຈ
ແມ່ນທຳບຸນໃດ ຈີ່ງໄດ້ຫນຸນສົ່ງ
ເຮົາຊິໄປຂາບ ຄວາມຊາບປະສົງ
ພະອິນເພີ່ນຄົງ ຕົກລົງແທ້ເອີຍ...ຕົກລົງແທ້ເອີຍ..!
ເອີ່ ເອີ່ ເອີ່ ເອີຍ... ຕົກລົງແທ້ເອີຍ..!

* ບັດນີ້...ເຖີງທີ່ບຸບເພຝັ້ນ ຫັນມາຂອງເກົ່າ
ຂໍພະອິນພໍ່ເຈົ້າ ບໍ່ມີເວົ້າວ່າຍາກຫຍັງ
ຖ້າຫາກໃຈຕໍ່ຕັ້ງ ຍັງຢາກເປັນຫມາ
ມຶງກໍໄປເປັນສາ ຊື່ນອຸລາເລີຍມັນເເລ້ວ
ໃຊ້ເລັບຂາຄາງແຂ້ວ ເເນວກິນສະບາຍມ່ວນ
ເຖີງເດືອນເກົ້າປ່າວຊວນ ມ່ວນຊື່ນກັນອັ່ນຫລີ້ນ
ກັບດິນບ້ານຍ່ານຜູ້ສາວ...
* ຈັ່ງວ່າມ່ວນຈ້າວໆ ໄດ້ກັບຕ່າວນໍເປັນຫມາ
ເປັນຮອດດວງຈັນທາ ກໍຕ່າວຄືນມານີ້
ຫລັງເຂົາໄປຈຸກຈີ້ ປ່ຽນຊີວີຂອງຜູ້ອື່ນ
ບໍ່ຫນັກເເຫນ້ນແລ່ນຢືນ ເມົາມ່ວນມຶນລ້າໆ...
ເປັນຫມາກ້າບໍ່ຢູ່ຈຸດ...
* ເຖີງທີ່ຄາວໄດ້ຊູດ ຫລູດຂາດກັບຄືນມາ
ຫມາບໍ່ເຄີຍໄຂຈາ ວ່າຢາກໄປໃສແລ້ວ
ເຖີງຊິງາມເຫນືອແກ້ວ ເເວວວາວເຫນືອເມກ
ເປັນເອກໃນທ້ອງຟ້າ ດາຣາແຈ້ງແຈ່ມຈັນ
* ສຸດເຫຼືອເເຮງພະອິນປັ້ນ ສຸດສຳຄັນພະອິນຫລໍ່
ແຕ່ວາສນາຫມາພໍ ພຽງວໍໆປາກຮ້ອງ ຍໍຍ້ອງຢອກແຕ່ສາວ...
ພໍແລ້ວໄປຫລາຍສ້າວ ພໍແລ້ວເນົາຫລາຍບ່ອນ. ..
ຈະໄປວີ້ງໄປວອນ ໄປຂໍພອນທ່ານໄທ້ ຄົງບໍ່ໃຫ້ອີກແລ້ວນາ...!
ພໍເເຕ່ແຍງຍັງຟ້າ ເມື່ອເວລາແຈ້ງປອດປົ່ງ
ສົ່ງສຽງເຫົ່າງົງໆ ຈົນມາຮອດສູ່ມື້ນີ້...ມີເດືອນແຈ້ງແລ້ວມັກຫອນ...ແລ້ວມັກຫອນ...ອອນຊອນເດ...ລະນາ.../

( ຈົບ )

----------------------------------------------------------------------
ປ່ຽນແນວຄິດ ຊີວິດປ່ຽນ !
-----------------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ