บดกอนเทดลาว แบ้ (แพะ) สุนัข ບົດກອນແຫຼ່ ເລື້ອງ ແບ້ຫມາ


ແບ້ Wallpaper - ແອັບໃນ Google Play

ບົດກອນແຫຼ່ " ເລື້ອງ ແບ້ຫມາ "

* ມາຈັກກ່າວ ເລື້ອງເລົ່າເປັນມາ
ພໍໃຫ້ເປັນຢາ ຮະ ຮະ ຮິ ຮີ່
ເພື່ອເຕືອນຄວາມປາກ ເມື່ອຢາກຈະດີ
ໃຫ້ເປັນຄະຕິ ຄືກີ້ແບ້ຫມາ
* ພວກເຂົາເປັນສ່ຽວ ເຮືອນດຽວຮ່ວມກັນ
ເຄີຍໄດ້ສຸກສັນ ນຳກັນເລື້ອຍມາ
ຖືກລ້ຽງໃຫ້ຢູ່ ເປັນຄູ່ເພີ່ງພາ
ຢູ່ໃຕ້ສາຍຄາ ຊາວນາເຮືອນນື່ງ... ຊາວນາເຮືອນນື່ງ.
ເອີ ເອີ່ ເອີ່ງ ເອີຍ... ຊາວນາເຮືອນນື່ງ...

* ບັດນີ້ ຈັ່ງວ່າມາຮອດບັ້ນ ຫມາມັນບໍ່ສະບາຍໃຈ
ຈັກວ່າເປັນແນວໃດ ໂລດປ່ຽນໄປເປັນຄຽດ
ຫມາມັນຍັງນອນຢຽດ ໃຕ້ຖຽງນາເສີຍໆຢູ່
ໃກ້ບ່ອນຄວາຍບັກຕູ້ ໂຕມັນຮູ້ເປັນຫມູ່ນຳ
* ເດິກເຂົ້າມາມໍ່ຈ້ຳ ຂະໂມຍຢ່ຳ ຢອງມາຫາ
ອ້ອມແອ້ມເເຖວຖຽງນາ ສອດສ່ອງຫາຕາຈ້ອງ
ອາດຈະລອງມາປ້ອງ ມາປອງເອົາເປັດແລະໄກ່
ຫຼືວ່າຂອງເຄື່ອງໃຊ້ ຢູ່ໃນຫັ້ນກໍຫາກເປັນ
* ຫຼືວ່າເຂົາຢາກເນັ້ນ ບັກເອັນໃຫຍ່ນໍຄວາຍເຖິກ
ຈີ່ງຈອບມາຍາມເດິກ ເມື່ອມ່ວນເອິກນໍຍາມແຊບ
ເຈົ້າຂອງນອນພວມແຈບ ແສນສຸກສັນບໍ່ຮູ້ຕື່ນ
ຂະໂມຍມັນມາຢືນ...ຫມາກໍມືນຫລ່ຳຈ້ອງ ມອງແລ້ວກໍຢູ່ເສີຍ...
* ແບ້ຈີ່ງເວົ້າເຮີ້ຍໆ ໂຕເສີຍຢູ່ນໍເຮັດຫຍັງ
ສັງບໍ່ເຮັດງັງໆ ທັ່ງໃສ່ມັນເລີຍຂົບໂລດ
ເອົາຈົນວ່າມັນໂດດ ປົບຕາຍນໍແລ່ນສັ່ນ
ໂຕນີ້ມັນຫມາຂີ້ຄ້ານ...ຫຼືວ່າທມາຂີ້ຢ້ານ ບໍ່ຫານຮອດເຫົ່າຂະໂມຍ...ເຫົ່າຂະໂມຍ... ນັ້ນລະນາ !

( ຍັງມີຕໍ່ )

------------------------------------------------------------------------
ຄົ້ນໂຕເອງບໍ່ພົບ ຈະສະຫຼົບແລະເຈັບປວດ...!
ຄົ້ນໂຕເອງບໍ່ພໍ້ ຈະສົນສໍ່ຕໍ່ໄປ...!
ຄົ້ນໂຕເອງບໍ່ເຫັນ ຈະເປັນເວນບໍ່ແລ້ວ.. .!
-------------------------------------------------------------------------

ບົດກອນເເຫຼ່ " ເລື້ອງແບ້ຫມາ " ( ຕໍ່ )

* ຫມາມັນວ່າ ຢ່າລະ ! ຢ່າລະ !
ຂະໂມຍມັນມາ ຈອບຖ້າເອົາຫຍັງ ?
ເອົາໄປ ! ເອົາໄປ ! ຢ່າໄດ້ໃຫ້ຍັງ
ເພາະເຮົາຄຶດຊັງ ແຕ່ຕັ້ງເຈົ້າຂອງ
* ເຂົາບໍ່ໃຫ້ເຂົ້າ ແກ່ເຮົາກິນອີ່ມ
ໃຫ້ເຮົາຫາຊີມ ຫາຈີ້ມເເນວຫມອງ
ໂຕຢາກເປັນຫມາ ກໍວ່າກໍລອງ
ສົ່ງສຽງຮຽກຮ້ອງ ງັອງໆເບີ່ງຕິ...ງັອງໆເບີ່ງຕິ !
ເອິ ເອີ່ ເອີງ ເອີຍ ງັອງໆ...ເບີ່ງຕິ. . .

* ບັດນີ້ ຕ່າງແຕ່ຄາວເກົ່າກີ້ ທຳຫນ້າທີ່ຂອງຫມາ
ຄວາມຄຽດເຄືອງຄຸງຄາ ບໍ່ລ້າເລີງເຫີງແທ້
ຈຳເປັນໂຕແບແບ້ ຮ້ອງແອະແອສຽງສະຫນັ່ນ
ຈົນເຈົ້າຂອງຜູ້ນອນຝັນ ຕື່ນລຸກຢັນສັ່ນຂື້ນ ແລ້ວລົງພື້ນຕະລ່າງຖຽງ...
* ເບີ່ງທົ່ວໄປກໍຈົນກ້ຽງ ອ້ອມຖຽງຍ່າງບໍ່ເຫັນຫຍັງ
ຈັ່ງແມ່ນເປັນຕາຊັງ ຮ້ອງເຮັດຫຍັງນໍມຶງແບ້...
ຖ້າຂະໂມຍມັນມາແທ້ ບັກແອຫມາບໍ່ເຫັນເຫົ່າ
ມຶງນີ້ຮ້ອງບໍ່ເຊົາ ກູຊິເອົາໄມ້ໂຄ້ນໂຍນເຂົ້າໃສ່ຫົວ....!
* ເວົ້າແລ້ວຄົນກໍຄ້ວາ ຄ້ອນປົວະໃສ່ຫົວມັນ
ຄວາມເຈັບໃນໂລກັນ ມອບໃຫ້ມັນນໍຄາວນີ້
ບໍ່ຈັກເບົາຈັກຂີ້ ຖືກຄົນຕີຈົນໂຕສັ່ນ
ຮອດບໍ່ນຶກບໍ່ຝັນ ຄົນຈະດັນໄມ້ຄ້ອນ ເຈັບຮ້ອນໃຫ້ແກ່ໂຕ...
* ນີ້ລະ ! ຄວາມອວດໂອ້ ໄປໂສສອດນໍສວມສິດ
ບໍ່ຮູ້ທັນຄວາມຄິດ ພັດກ່າວຜິດໄປແລ້ວ
ເລື້ອງຂອງຫມາຂາແຂ້ວ ຫນ້າທີ່ແນວລ້ຽງໄວ້ເຫົ່າ
ແບ້ພັດໄປສວມເງົາ ເຫົ່າເເທນເຂົາຈົນວ່າຮ້ອນ ມີໄພຂ້ອນໃຫ້ແກ່ຕົນ ...ໃຫ້ແກ່ຕົນ.....ຊັ້ນລະນາ.../

( ຈົບ )

--------------'---------'------------------------------------------
ຢາກດັງບໍ່ຟັງເພີ່ນ... !
ຢາກເດັ່ນບໍ່ເຫັນເພີ່ນ...!
ຢາກດີສຽດສີເພີ່ນ....!
ອັນນີ້ໄປບໍ່ລອດ...!
---------------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ