บดกอนเทดลาว สาวทั้ง5 ບົດກອນແຫຼ່ ເລື້ອງ ນາງທັງຫ້າ

DSP Media's New Girl Group “PURETTY” Catches the Attention of the ...

ບົດກອນແຫຼ່ " ເລື້ອງ ນາງທັງຫ້າ "

*...ເວົ້າເລື້ອງມື ບ່ອນຖືສຳຄັນ
ຕ້ອງໄດ້ປະສານ ສຳພັນຮັກຫໍ່
ຮ່ວມສຸກທຸກຍາກ ໃສ່ປາກລ້າງທໍ່
ໂຮມແຮງສ້າງກໍ່ ຊ້ວານຄໍຍໍກັນ
* ຢູ່ມາວັນນື່ງ ຊ່າງບື້ງບູດປ່ຽນ
ໃຜໆກໍບ້ຽນ ສໍ່ສຽດຢຽດຫຍັນ
ວ່າເຈົ້າຂີ້ຄ້ານ ຂ້ອຍນັ້ນຫມັ່ນໆ
ຂ້ອຍນີ້ຂະຫຍັນ ເຈົ້ານັ້ນຢູ່ຊື່...ເຈົ້າຢູ່ຊື່ໆ...!
ເອີ່ ເອີ່ ເອີຍ ເອີງ ເຈົ້າຢູ່ຊື່ໆ....!

* ບັດນີ້ ຈັ່ງວ່າມາເຖີງມື້ ສັງບໍ່ຄືຕັ້ງແຕ່ກ່ອນ
ກັບເກີດມີເລື້ອງຮ້ອນ ນີ້ວມືຈ້ອນດ່າບໍ່ຖອຍ
ສ່ວນວ່າທາງນ້ອງກ້ອຍ ກໍບໍ່ຄ່ອຍນໍສຽງແຂງ
ໂຕນ້ອຍໆສັງມາແຮງ ກ່າວແຂງເອົາເຫລືອລົ້ນ
ວ່າ ຂ້ອຍສຸດອົດຫມົ້ນ ເອົາຫົວຊົນແຕ່ອອກກ່ອນ
ເຮັດວຽກງານຮັບຕ້ອນ ໂຮມມາຂ້ອນແກ່ຂ້ອຍຫມົດ
* ສ່ວນພວກເຈົ້າກໍໂພດ ຈົດປົດຢູ່ສະບາຍສຸກ
ໃຜໆກໍບໍ່ອຸກ ບໍ່ທຸກນໍຄືຂ້ອຍ
ຄັນວ່າຫມົດສາວກ້ອຍ ມີໃຜນໍອອກຫນ້າບໍ
ສັງມາເຮັດກໍ່ຊໍ່ ສັງມາງໍຢູ່ລ້າ ບໍເງີຍຫນ້າຮັບແຂກຄົນ....?:
* ສ່ວນສາວນາງກໍບໍ່ພົ້ນ ນ້ຳລາຍພົ່ນອອກຄືກັນ
ເຮົານີ້ຄົນສຳຄັນ ເດັ່ນຂະຫຍັນເດີດີແທ້
ເລື້ອງຄັງເງີນເຮົານຳແກ້ ບັນຊີແລໂດຍຕະຫລອດ
ແຫວນເພັດຄຳນ່ຳຮອດ ເຈົ້ານາຍສຸບສອດນີ້ວ ເອົາມາຫີ້ວມອບແຕ່ເຮົາ...!
* ສ່ວນວ່າທາງຫມູ່ເຈົ້າ ສະຫນຸກຍ່າວສະບາຍໃຈ
ບໍ່ຮ້ອນເຄືອງຄຳໃດ ບໍ່ຢ້ານໄພນໍໂຈນປຸ້ນ
ບໍ່ໄດ້ມີເເນວວຸ້ນ ຮັບມູນມັງຂອງມີຄ່າ
ຄັນບໍ່ມີສາວນາງນະ ໃຜຈະມາຮັບໃຊ້ ຮັກສາໄດ້ຫມູ່ເພັດພອຍ...ຫມູ່ເພັດພອຍ.....ນັ້ນລະນາ....!

( ຍັງມີຕໍ່ )

----------------------------------------------------------------------
ເກັ່ງຜູ້ດຽວ ໄປບໍ່ລອດ...!
-----------------------------------------------------------------------


ບົດກອນແຫຼ່ " ເລື້ອງ ນາງທັງຫ້າ " ( ຕໍ່ )

* ສ່ວນສາວກາງກະ ວາງທ່າວ່າຍາກ
ລາວໄດ້ອອກປາກ ເຮົາຫາກຫມັ່ນດຸ
ເຮົານີ້ທັງຍາວ ສູງສ້າວກ່ວາຫມູ່
ຫນັກເບົາເອົາຢູ່ ຮຸກຖູຮຸກຖູ
* ສ່ວນທາງສາວຊີ້ ກໍຈີ້ຈ້ຳວ່າ
ເຮົານີ້ແທ້ນາ ຍາກຊາກ່ວາຫມູ່
ເວົ້າເຖີງທິດນຳ ເປັນຄຳເປັນຄູ
ຊີ້ສ່ອງປ່ອງຮູ ໃຫ້ຮູ້ໃຫ້ຮູ້.....ໃຫ້ຮູ້ໃຫ້ຮູ້.....!
ເອີ່. ເອີຍ..ເອີ..ເອີຍ.... ຊີ້ນຳໃຫ້ຮູ້........!

* ບັດນີ້ ຈັ່ງວ່າມາເຖີງສ້າວ ລູກສາວກົກຜູ້ເອື້ອຍຫມູ່
ສັງກໍບູດພູ້ຍູ້ ບໍ່ຊູໂປ້ໂຢ້ຍົກຫົວ
ເຮົານີ້ໄດ້ເກືອກກົ້ວ ຍາກກ່ວາຫມູ່ນໍທັງຫມົດ
ມັນຫາກເຫຼືອທົນອົດ ຈີ່ງໄດ້ຫົດນໍຫົວໄວ້
ມີແຕ່ຍິນຄຳຮ້າຍ ຫຼາຍໆແນວອວດຄວາມເກັ່ງ
ໃຜໂລດບໍ່ຄິດເຫັນ ວ່າ ເຮົາເປັນແກ່ນເຫງົ້າ.... ຜູ້ກົກເຄົ້າໃຫຍ່ກ່ວາເຂົາ...!

* ຈັ່ງວ່າເປັນຫນ້າເສົ້າ ຕ່າງເຫງົາຢູ່ບໍ່ມີຈາ
ມີວຽກເຄືອງຄຸງຄາ ບໍ່ກ່າວຫາກັນແລ້ວ
ໃຜກໍເອົາຕົນແສ້ວ ບໍ່ນຳແນວນໍເສີຍຢູ່
ຢູທ່າງຂົດຄີ້ຄູ້ ບໍ່ມີຮູ້ຢາກເຮັດຫຍັງ
* ບໍ່ສົນເຮັດວຽກບ້ານ ບໍ່ຄິດອ່ານນໍນຳສວນ
ບໍ່ເຮັດຫຍັງທັງມວນມວນ ຮອດສ່ວນໂຈມກືນຫຍ້ຳ
ບໍ່ໄດ້ກຳກັບລາບ ເອົາຄຳຂາວປັ້ນເຂົ້າໂມ່ມ
ມັນໂລດເມື່ອຍອ່ອນໂຍມ .... ບໍ່ມີເອາະອ່ອມຕົ້ມ. ...
ຊຸດໂຊມແລ້ວເຈົ້າຮ່າງກາຍ....!
* ສັງກໍເປັນເລື້ອງຮ້າຍ ເມື່ອມາຍຂາດຄວາມດີ
ຄັນບໍ່ສາມັກຄີ ຍາກຈະມີສຸກໄດ້
ຟື້ນຈາກຄວາມເຈັບໄຂ້ ຂົມໆໃນຄຽດຕໍ່
ຫ້ານີ້ວນາງຈີ່ງຄິດພໍ້ .......ເລີຍວໍໆປາກຕ້ານ....ປະສານເຂົ້າແມ່ນຮ່ວມມື....ແມ່ນຮ່ວມມື......ອີກລະນາ.../

( ຈົບ )

-----------------------------------------------------------------------
ລວມກັນລາວຢູ່ ແຍກຫມູ່ລາວຕາຍ !
------------------------------------------------------------------------

Boy Toys, Girl Toys, And Other Cuckoopants Gender Assumptions ...

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ