บดกอนเทดลาว บุญ ข้าวประดับดิน ບົດເທດ ສະຫຼອງ ເຂົ້າປະດັບດິນ


ไม่มีคำอธิบายรูปภาพ


# ບົດເທດ : " ສະຫຼອງ ເຂົ້າປະດັບດິນ ຄຳກອນ "

* ບັດນີ້ ຈັກໄດ້ພັນລະນາຢ້ອນ ເປັນບົດກອນເທດຈັກໜ່ອຍ
ພໍເປັນຮອຍຮັບຮູ້ ກະເເສຂໍ້ຂ່າວໄດ້ຍິນ
ເຂົ້າປະດັບດິນເພີ່ນກ່າວໄວ້ ປະ ຫວັດກ່ອນມີມາ
ຈະໄດ້ວາຈາໄຂ ຕໍ່ໄປໃຫ້ຟັງຖ້ອນ
ເປັນບົດກອນສຳນຽງໃຕ້ ສຽງບໍ່ໃສຫັດເທດໃຫມ່
ຂໍອະໄພໄວ້ລ່ວງໜ້າ ເວລາພາດທ່າອັ່ນສຽງ ທ່ານເອີຍ
* ຕັ້ງແຕ່ຄາວກ່ອນກີ້ ມີເມື່ອພຸດທະການ
ພະຍາພິມພິສານ ທ່ານນັ່ງປອງເປັນເຈົ້າ
ເນົາໃນກ້ຳ ຣາຊະຄຶຫະເມືອງໃຫຍ່
ເພີ່ນປົກຄອງໄພ່ຟ້າ ຕ່າງມາໄດ້ຢູ່ດີ
* ແຕ່ວ່າມີເຫດຮ້າຍ ແນວນື່ງສະເທືອນໃຈ
ເກີດຢູ່ພາຍໃນວັງ ບ່ອນພິມພິສານເຈົ້າ
ຍາມທ່ານເພີນພວມເຂົ້າ ເນົານອນຫຼັບແຈບ
ສຽງຊັບແຊບຊ່ວາຮ້ອງ ເຮວໄຫ້ເປັ່ງດັງ
* ທັງມະລື້ງຕື້ງຕັ້ງ ສຽງຕ່ຳສຽງສູງ
ຄືສຽງຝູງຂອງສັດ ແປກແນວບໍ່ເຄີຍຮູ້
ບໍ່ຈັກອູຈັກອູ້ ແອະແອນ້ອຍໃຫຍ່
ຄືສຽງຄົນປ່ວຍໄຂ້ ປະສົບຮ້າຍຈ່ອຍໂຊ
* ຈົນເພີ່ນໂອະໂອຍຕ້ານ ທັງທະຍານລຸກນັ່ງ
ແມ່ນຫຍັງນໍ ສັງມາຫຼອນຫຼອກລໍ້ແນວນີ້ຊ່າງເປັນ
ຈັກແມ່ນເວນເຫດຮ້າຍ ກັມເຄາະແນວໃດ
ແມ່ນສັນຍານເຕືອນໄພ ສີ່ງໃດນໍເຈົ້າ
ອາດເເມ່ນສຽງຂອງທ້າວ ເປໂຕຝູງເຜດ
ຫຼືຢາກບອກເຫດຮ້າຍ ອັນໃດໃຫ້ແກ່ເຮົາ ບໍ່ຮູ້
* ຄ້ອມວ່າແລ້ວ ນອນນັ່ງບໍ່ເປັນສຸກ
ອຸກຢູ່ຈົນໝົດຄືນ ຈົນຕື່ນຕາມາເຊົ້າ
ພໍເມື່ອຕາເວັນກ້າວ ຫົວພູແຈ້ງສ່ອງ ມາແລ້ວ
ເພີ່ນຈີ່ງເຢາະຢ່ອງຍ້າຍ ໄປຫາເຈົ້າໜໍ່ພຸດໂທ ພຸ້ນແລ້ວ
* ກົ້ມຂາບໄຫວ້ ອົງເອກສັບພັນຍູ
ຢູ່ທີ່ອາຮາມຫຼວງ ວັດເວລຸວັນກ້ວາງ
ລຸລ່ວງທູນຄວາມໃຫ້ ໄດ້ຍິນມາແນວແປກ
ແກ່ພະພຸດທະເຈົ້າ ໄດ້ຟັງຂໍ້ທຸກອັນ
* ເມື່ອນັ້ນ ອົງພະພຸດທະເຈົ້າ ໄດ້ກ່າວບອກຄວາມຈິງ
ເທົ້າທີ່ຫຼິງແລເຫັນ ເຫດການນານລ້ຳ
ເພາະວ່າກັມນຳຕ້ອງ ສະໜອງມາເປັນບາບ
ຈາກຊາດຫຼັງກ່ອນນັ້ນ ຍັງຄາຂ້ອງຢູ່ບໍ່ເຊົາ ທ່ານເອີຍ
* ເຂົານັ້ນເປັນພວກພ້ອງ ຍາດມິດພະຍາເມືອງ ທ່ານແລ້ວ
ມີເລື້ອງເຄີຍທຳຜິດ ຄິດໂກງລາຍໄດ້
ທັງໝູ່ເງິນຄຳເຂົ້າ ຂອງກິນຜ້າຜ່ອນ
ຂອງລວມສົງກວາດຕ້ອນ ຂົນເຂົ້າໃສ່ຖົງ ຕົນແລ້ວ
* ຈາກຊາດນັ້ນ ໄປເກີດອະເວຈີ
ມີຄວາມທຸກຫຼວງຫຼາຍ ຢູ່ມານານລ້ຳ
ຈົນມີຄຳໂຍະຍານໃຫ້ ອະໄພພໍພັກໂທດ
ຈີ່ງໂຫຍຫວນໂດດຮ້ອງ ຄອງຖ້າທ່ານຊ່ອຍຊູ ນີ້ແລ້ວ
* ຈັ່ງວ່າເຜດເຫຼົ່ານັ້ນ ຍັງຄອຍແຕ່ຄວາມຫວັງ
ທັງຄວາມຮັກສົງສານ ຈາກທ່ານທຳບຸນໃຫ້
ຈົງໃຈສ້າງ ສີນທານແຈກສົ່ງ
ມົນພະສົງຄະເຈົ້າ ຍໍນ້ຳຢາດເຖີງ ຊອບເເລ້ວ
* ຈີ່ງຈະໄດ້ ເກີດໃໝ່ມີສຸກ
ທຸກຄົນຫາຍກັມເວນ ຢູ່ເຢັນເບົາເນື້ອ
ເມືອເຖີງຫ້ອງ ເຮືອນຊານຮີບເປີດປ່າວ
ບອກໃຫ້ຊາວພີ່ນ້ອງ ມາພຽງພ້ອມເຮັດບຸນ
* ຄ້ອມຮູ້ແລ້ວ ເພີ່ນຕ່າວຄືນເມືອ
ເຖີງທີ່ເຄຫັງຫໍ ໄດ້ແຕ່ງຍໍບຸນຕັ້ງ
ຊັບສີນສ້າງ ສັງຄະທານຝາກສົ່ງ
ຝູງເກົ່າພົງພີ່ນັອງ ກັມບໍ່ຂ້ອງໄດ້ເກີດດີ
* ສີ້ນບາບແລ້ວ ໄປເກີດມີສຸກ
ທຸກຄົນເຖີງຄວາມດີ ທີ່ເດີມບໍ່ມາຮ້ອງ
ຜົນສະໜອງບຸນໄດ້ ສົດໃສເກີດໃຫມ່
ບາບເວນໄດ້ຂາດສີ້ນ ປະດັບດິນເພີ່ນສ້າງ ບຸນທານໄດ້ສົ່ງຫາ ....ນີ້ແລ້ວ ! ນິດຖີຕາ .../

( ຈົບ )
-------------------------------------------------------------------

ประเพณีบุญข้าวประดับดิน (คืออะไร หมายถึง ความหมาย) - Sanook! พีเดีย

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ