บดกอนเทดลาว บุญ ข้าวสาก ບົດເທດ ສະຫຼອງເຂົ້າສຼາກ ຄຳກອນ

บุญข้าวสาก | ประเพณีไทย


# ບົດເທດ " ສະຫຼອງເຂົ້າສຼາກ ຄຳກອນ "

* ບັດນີ້ ຫັນມາຟັງເອົາຖ້ອນ ຟັງບົດກອນຢ້ອນກອຍກ່າວ
ປະຫວັດກ່ອນເລື້ອງລາວ ໃຫ້ຊາວຊຸມຍາດພີ່ນ້ອງ ຜູ້ຄອຍຈ້ອງນັ່ງຟັງ
ນັບຕັ້ງແຕ່ເລີ້ມຕັ້ງ ເຂົ້າສຼາກຈະມີມາ
ເດືອນສິບເພັງງາມຕາ ນ່ານນະພາໃສແຈ້ງ
ພໍໃຫ້ສົມໃຈແມ້ງ ຊູແຮງພວກພໍ່ແມ່
ພ້ອມທັງເຖົ້າທັງແກ່ ພ້ອມທັງສາວສ່ຳແສ້ ສັດທາແທ້ເພີ່ນລັ່ງມາ
* ເລີ້ມແຕ່ເຊົ້ານັ້ນນາ ຖວາຍບາດສັງຄະທານ
ທັງອາຫານຄາວຫວານ ທຸກເຍື່ອງອັນກັນຕົ້ນ
ເປັນການດີເຫຼືອລົ້ນ ງາມຜົລຜະຫຼາມາກ
ເທດສະຫຼອງເຂົ້າສຼາກ ໃຫ້ຄົບຄັກຖີ່ຖ້ວນ ຈົບມ້ວນຈີ່ງວ່າບຸນ
* ເພາະວ່າຄາວກ່ອນພຸ້ນ ມຸນີນາດພະໂຄດົມ
ຂ້າໄດ້ນຳມາໂຮມ ທີ່ເພີ່ນຊົມເຊີຍໄວ້
ວ່າໜີກັມຜົລຮ້າຍ ອັນຕຣາຍເວຣບາບ
ອານິສົງເຂົ້າສຼາກ ມັນຫາກມີມາກລົ້ນ ສົ່ງຜົລໃຫ້ແກ່ທ່ານທານ
* ມີເລື້ອງຄັ້ງນື່ງນັ້ນ ນິທານຈາກເທສນາ
ອົງພຸດໂທຕັດມາ ແກ່ພະຍາປັດເສນເຈົ້າ
ຄັ້ງທີ່ຄາວເຄີຍເສົ້າ ເອົາຕົນໃຊ້ຊາດ
ເປັນຄົນທຸກຄົນຍາກ ເປັນຄົນເຂີນຂາດໄຮ້ ຕັດໄມ້ແລະຜ່າຟືນ
* ດ້ວຍຄວາມຊຸ່ມປຽກຈື້ນ ຢືນນັ່ງບໍ່ເປັນສຸກ
ເກີດມາເປັນຄົນທຸກ ໄດ້ຄຸກຄານກັບແນວເປື້ອນ
ແຕ່ກໍອົດສາເຍື້ອນ ຢູ່ເຮືອນຊານບ້ານຕ່ຳໆ
ເວົ້າເຖີງເງິນເຖີງຄຳ ກໍມີນຳເພີ່ນເລັກນ້ອຍ ພໍຢາກມ້ອຍເມື່ອຈ່າຍກິນ
* ເວົ້າເຖີງທຸກບໍ່ແມ່ນຫຼີ້ນ ຊິຍິນມ່ວນຢາກຫົວຫຍັງ
ເໝືອນດັ່ງຕາຍກາຍຍັງ ຫາກຍ່າງເດີນເພີນໄດ້
ແນວວ່າເປັນຄົນໄຮ້ ຫາອັນໃດຄືບ້ານຄືເມືອງເພີ່ນ
ຍາມໝູ່ບອກໝູ່ເຕີນ ໃຫ້ຫາເງີນເຂົ້ານ້ຳ ໄປນຳຕ້ອມຮ່ວມເຮັດບຸນ
* ໂຕພັດເປັນວຸ້ນໆ ຂຸ່ນໆຢູ່ໃນໃຈ
ຈັກຈະເອົາແນວໃດ ມາໃສ່ຍໍບຸນສ້າງ
ຈາກເຫື່ອແຮງງານຈ້າງ ຕັດຖາງຟືນແລະຂົນຫາບ
ມາເປັນສຼາກກະພັຕ ສູ່ວັດນື່ງຊື່ງໃກ້ ແລະ ຈົກໄດ້ຊື່ພະສົງ
* ແລ້ວຈີ່ງໂຄ້ງຂາບກົ້ມ ໂຈມເຄື່ອງສັງຄະທານ
ຍໍຍົກມືສາທຸການ ແກ່ທ່ານສົງເຄນແລ້ວ
ດ້ວຍຈິດໃຈໃສແກ້ວ ແວວວາວເຕັມປ໋ຽມ
ສຸກອື່ນໃດຈະມາທຽບມາທຽມ ຈະມາສົມພາບຜ້ຽງຄຽງໃກ້ທີ່ໃຈ
* ຈາກທີ່ບ່ອນເຮັດໄດ້ ສັດທາໃຫຍ່ທຳທານ
ຈາກເຫື່ອແຮງທຳງານ ສະອາດສຸດຂາວແຈ້ງ
ຈັ່ງວ່າ ບຸນສົມແມ້ງ ມາສະແດງນ້າວສົ່ງ
ພໍເມື່ອສີ້ນອາຍຸລົງ ທ່ານກໍດົ່ງໆຂື້ນ ເມືອຟ້າສູ່ສະຫວັນ
* ມີຄວາມສຸກຢູ່ຊັ້ນ ອະນັນເນກດາວະດິງ
ມີແຕ່ແນວງາມອີງ ໄດ້ຮ່ວມຮິງແນວນຸ້ມ
ຍ້ອນວ່າບຸນຄອງຄຸ້ມ ໄດ້ພູມງາມຕາມຕໍ່
ຫວິດຈາກໝອງໝົ່ນສໍ້ ບໍ່ຍິນພໍ້ວ່າຊິຈົນ
* ຫຼັງຈາກຊາດຟ້າພົ້ນ ໄດ້ລົງເກີດໃນໂລກາ
ແສນຈຳເຣີນສຸກຂະ ເປັນພະຍາຣາຊາເຈົ້າ
ຊື່ວ່າ ສັດທາຕິດສະທ້າວ ເນົາໃນນະຄອນໃຫຍ່
ພາຣານະສີບອກໄວ້ ຍ້ອນແຮງໄດ້ໃຫຍ່ມາ
* ຈັ່ງວ່ານັ້ນໆນາ ເຂົ້າສຼາກໄດ້ພາເປັນ
ຈາກຄົນຍາກແສນເຂັນ ໄດ້ກະເດັນສູ່ເມືອງຟ້າ
ຍ້ອນວ່າຜົລບຸນກ້າ ໄປມາບໍ່ໄດ້ຂາດ
ຈາກມະນຸດສາຣາດ ໄປອາກາດຍ່ານກ້ວາງ ບ່ອນຄວງຟ້າເພີ່ນວ່າສູງ
* ຍ້ອນຜົລບຸນທີ່ມາດມຸ້ງ ດັ້ນດຸ່ງວິທີເຮັດ
ຈົນວ່າສວຍງາມເສັດ ໄດ້ເພດເປັນພຸດໂທເຈົ້າ
ອະນາຖາຄົນເສົ້າ ກໍຄືເຮົາພະອົງກ່າວ
ເກີດແຕ່ຄັ້ງແຕ່ຄາວ ປະທຸມຸດຕະຣະ ພຸດທະເຈົ້າ ຈົນຫວິດເສົ້າທຸກຈົນ
* ຝາກໃຫ້ຄິດໄຂ່ວຄົ້ນ ທຸກຕົນທ່ານເດີໄທເຮົາ
ຝູງໝູ່ລູງອາອາວ ທີ່ເຂົ້າມາເວລານີ້
ເລົ່ານິທານການກີ້ ພໍພິທີດີມ່ວນ
ເຮົານີ້ຄົບຄູ່ຖ້ວນ ຈົບມ້ວນເລື້ອງໃຫ້ທານ
* ຂໍໃຫ້ເຖີງບ່ອນບັ້ນ ສະຖານທີ່ສະບາຍໃຈ
ຈົ່ງລ້າເລີງສົດໃສ ໄດ້ບຸນຫຼາຍໆແລ້ວ
ເພາະຖືກເເລວທາງແຜ້ວ ແນວພະອົງຕັ້ງແຕ່ກ່ອນ
ສີ້ນສວ່າງຄວາມເດືອດຮ້ອນ ຍ້ອນຕ່ອນບຸນບ່ອນນີ້ ໄດ້ນຳຊີ້ສູ່ສະບາຍ...ສູ່ສະບາຍ....ແທ້ແລ້ວ..!

ອາຍຸ ວັນໂນ ສຸຂັງ ພະລັງ ! ນິດຖີຕັງ ! ສາທຸ....!

------------------------------------------------------------------ประเพณีบุญข้าวสาก (บุญเดือนสิบ) : ประเพณีและวัฒนธรรม : เทศบาลตำบล ...

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ