บดกอนเทดลาว ต้นเงิน ບົດເທດ ສະຫຼອງຕົ້ນກາລະພຶກ ຄຳກອນ

# ບົດເທດ " ສະຫຼອງຕົ້ນກາລະພຶກ ຄຳກອນ "

ນະໂມ......... ( 3 ເທື່ອ )


Laos : mort, obsèques, esprits, passage, renaissance… | laosmonamour

ນະໂມ ຕັສສັຕຖຸ ພຸທໂທ ໂລເກ ອະນຸຕຕະໂຣ ຕິສສະມານັງ ເສດຖັງ ກັປປະຣຸກຂັງ ພຸທໂທ ພະຄະວາ ສາວັຕຖິນັງ ອຸປະນິສສາຍະ ເຊຕະວະເນ ວິຫະຣະຕີຕິ .

* ບັດນີ້ ຂ້າຈັກໄດ້ກ່າວແຈ້ງ ສະແດງເທສນາທັມ
ເປັນທຳນອງບົດກອນ ໃຫ້ມ່ອນໄວໄປໜ້າ
ພໍເປັນຢາຊູຊ້ວານ ໝົດທັງມວນພວກພໍ່ແມ່
ເຖົ້າເເກ່ເດັກໜຸ່ມນ້ອຍ ທະຍອຍເຂົ້າລັ່ງມາ
ດ້ວຍຈິດໃຈໃສກ້າ ປັດໄຈມາທານທອດ
ຫວັງໃຫ້ຮອດທີ່ແມ້ງ ຈີ່ງແປງສ້າງສ່ວນບຸນ
* ເພື່ອອຸດໜຸນກໍ່ສ້າງ ທາງວັດສະຖານທັມ
ເປັນບ່ອນຈຳທົງສີລ ໄຝ່ຖະຫວິນແຕ່ທາງຊອບ
ຈີ່ງພາກັນປະກອບ ນ້ອມກັນມາພາກັນແຫ່
ແຜ່ປັດໄຈຫຼາຍແລະຫນ້ອຍ ແລ້ວໂຮມຫ້ອຍແຕ່ງຕົ້ນກັນ
* ຈີ່ງໄດ້ວ່າລ່ວງດັ້ນ ພະລັນຮອດອາຮາມເຮົາ
ນ້ອມເກົ້າຫົວລົງນົບ ຄົບຄູ່ຄົນພຽງພ້ອມ
ໄຫ້ວພະດອມກັນແລ້ວ ສຽງແຊວໆອ້ອຍອີ່ນ
ຮັບສີລມວນຄົບຖ້ວນ ຍໍມ້ວນມອບກ່າວທານ
* ພ້ອມໄດ້ພາກັນຕ້ານ ຄຳຂານຄົບບໍຣິສຸດ
ຍໍມືທູນສາທຸ ຄູ່ສູ່ຄົນໄປແລ້ວ
ດ້ວຍຈິດໃຈໃສແກ້ວ ແວວວາວດວງໃຫຍ່
ອາຕະມາກໍຊິໄດ້ ສະຫຼອງໃຫ້ເທດສູ່ຟັງ
* ນັບແຕ່ເລີ້ມແຮກຕັ້ງ ປະຫວັດກ່ອນທຳບຸນ
ມີຜູ້ທູນຖາມເຖີງ ຕັ້ງແຕ່ເຫີງນານລ້ຳ
ຜູ້ທີ່ທຳບຸນສ້າງ ກັບປາຣຸກຂັງກ່ອນໝູ່
ຈະໄດ້ບອກໃຫ້ຮູ້ ສູ່ຄົນໃຫ້ເຂົ້າໃຈ
* ຈັ່ງວ່າຄັ້ງນັ້ນໄດ້ ມີຊາຍຊື່ຕິສສະ
ພ້ອມດ້ວຍພັນຣະຍາ ໄດ້ນ້ອມມາຍັງຕົ້ນ
ເຂົານັ້ນຄົນລວຍລ້ຳ ມີເງິນຄຳເປັນເຖົ້າແກ່
ໄດ້ນຳແພແລະແຜ່ນຜ້າ ຈີວະຣາພ້ອມຄົບສະບົງ
* ແລ້ວຈີ່ງຕົກແຕ່ງຕົ້ນ ເປັນງ່າກົ່ງງາມຫຼາຍ
ເພື່ອຖວາຍເຄນສົງ ແລະທ່ານອົງພຸດໂທເຈົ້າ
ທີ່ພວມເນົາໃນນັ້ນ ເຊຕະວັນວັດໃຫຍ່
ສາວັດຖີບອກໄວ້ ເມືອງກ້ວາງບ່ອນເພີ່ນເຊົາ
* ຫຼັງຈາກເອົາຕົນເຂົ້າ ຖວາຍທານກ່ອນກັບເລີກ
ດ້ວຍໃຈເລິກຊາບຊື້ງ ຢາກຟັງເຈົ້າເທສນາ
ຈີ່ງໄດ້ວາຈາຕ້ານ ສຽງຫວານໆນົບນອບ
ຂອບບຸນຄຸນພະພຸດທະເຈົ້າ ແລ້ວຂໍເວົ້າໄຕ່ຖາມ
* ວ່າສີ່ງງາມເລີດລ້ຳ ຍ້ອນນຳມອບກາລະພຶກ
ນຶກວ່າມີຫຼວງຼຫຼາຍ ມາກມາຍອັນໃດນັ້ນ
ສີ່ງສຳຄັນເປັນໄປໄດ້ ອານິສົງໃດຊ່ອຍບອກແດ່
ຂ້າຢາກຮູ້ແທ້ໆ ພະອົງແກ້ເລົ່າສູ່ຟັງ ແດ່ທ້ອນ
* ແຕ່ນັ້ນ ອົງພະພຸດທະເຈົ້າ ໄດ້ຕັດກ່າວອານິສົງ
ເພີ່ນໄດ້ຊົງເທສນາ ສູ່ຕິສສະຟັງແຈ້ງ
ຜູ້ໃດແປງຍັງຕົ້ນ ກັບປາຣຸກຂັງມາທານທອດ
ກໍຈະຮອດທີ່ໝັ້ນ ສະຫວັນພຸ້ນບ່ອນດີ
* ມີອານິສົງທີ່ໄດ້ ຍີ່ງໃຫຍ່ 16 ກັປ
ມີມະນຸດສົມບັດ ສະຫວັນສົມບັດ ຢ່າງຊັດຈິງຈັງແທ້
ມີແຕ່ແລເມືອຟ້າ ແລະກັບມາມະນຸດໂລກ
ມີແຕ່ໂຊກແຕ່ໄດ້ ບໍ່ມີໄຮ້ທຸກຈົນ
* ແຕ່ລະຊາດກໍລື່ນລົ້ນ ໄດ້ຕົນໃຫຍ່ເປັນຣາຊາ
27 ຊາຕຕໍ່ມາ ຍ້ອນຜະຫຼາບຸນສ້າງ
ອານິສົງກັບປາຣຸກຂັງອ້າງ ຕິສສະຟັງແລ້ວລາຈາກ
ພາກເມືອເຮືອນແຫ່ງຫ້ອງ ບໍ່ມີຮ້ອນຢູ່ສະບາຍ ແທ້ແລ້ວ
* ຈົນວ່າຫຼາຍປີໄດ້ ສັງຂານຖ່າຍເເປງຫົນ
ສີ້ນອາຍຸເມືອງຄົນ ໄດ້ທ່ຽວບົນຂື້ນເມືອງຟ້າ
ຕາວະຕິງສາພຸ້ນ ສະໜຸກຊູນແຕ່ແນວມ່ວນ
ຄົບເຄື່ອງມວນຄູ່ຖ້ວນ ບໍຣິວາຣລ້ວນແຕ່ຜູ້ງາມ
* ຍູທ່າງຫົວຍຸ້ມຍ້າມ ຕາມສຽງເສບມະໂຫລີ
ມີວິມານສູງໃສ ໃຫຍ່ງາມໄກກ້ວາງ
ລວງຍາວນັ້ນ ສຸດປະມານເຖີງ 8 ໂຍດ
ຍ້ອນວ່າຜົລບຸນໂຜດ ອານິສົງເຄນເຄື່ອງຕົ້ນ ຫຼາຍລົ້ນ
8 ປະການ
* ນີ້ລະ ! ຜົລບຸນສ້າງ ມີຕັ້ງແຕ່ແນວດີ
ເຮົາຖືກຕາມວິທີ ແຕ່ກີ້ເດີມດາແລ້ວ
ຖືກຕາມແລວທາງເຄົ້າ ພຸດໂທເຮົາຍ້ອງແຕ່ກອນ
ອາຕະມາຈື່ງໄດ້ຈ້ອນ ຮອນມາໃຫ້ສູ່ທ່ານຟັງ
* ຈັ່ງວ່າ ຈົບລົງແລ້ວ ແນວບົດກອນເທດຄ່ອງ
ສະຫຼອງຕົ້ນກາລະພຶກ ສົມໃຈນຶກເດີພີ່ນ້ອງ ລູງປ້າຄູ່ສູ່ຄົນ
ຂໍໃຫ້ຫວິດບາບພົ້ນ ໄດ້ຜົລແຕ່ສະບາຍສຸກ
ອະບາຍມຸກໄພເວຣ ເຄາະເຂັນຈົ່ງຫາຍສີ້ນ
ຊັບສິນໄດ້ ສົດໃສບຸນສົ່ງ
ຂໍຈົ່າຍືນຍາວຍົງ ຂໍຈົ່ງຍົ່ງໆກ້າວ ຕາມໃຈເຈົ້າປາດຖະໝາ ນັ້ນທ້ອນ
ອາຍຸ ວັນໂນ ສຸຂັງ ພະລັງ ນິດຖີຕັງ ! ສາທຸ...!

----------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ