บดกอนเทดลาว กุฏิใหม่ ບົດເທດ ສຼອງ ກຸຕິວິຫາຣ ຄຳກອນ

# ບົດເທດ : " ສຼອງ ກຸຕິວິຫາຣ ຄຳກອນ "


การจัดตั้ง “มูลนิธิพูนจิตต์สวัสดิ์” - บ้านไม่บานกับ อ.เชี่ยว ชอบช่วย

ນະໂມ......... ( 3 ເທື່ອ )

ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ວິຫາເຣ ເວລຸວະເນ ປຸພພາຮາເມ
ລັດຖິວະເນ ຂັນຕີຕິ .

* ບັດນີ້ ຂ້າຈັກໄດ້ກ່າວເທດ ຕາມໃຈເຈຕເປັນບົດກອນ
ເປີດປ່ອງທາງທັມສຼອງ ຈາກບ່ອນປາງຫຼັງພຸ້ນ
ຈາກບ່ອນປຸນແປງສ້າງ ວິຫາຣະທານັງເປັນແບບຢ່າງ
ເພີ່ນຊ່າງພົບຊ່າງພາ ເພີ່ນຊ່າງຫາຊ່າງພໍ້ ຄົນຕັດອໍ້ ເພີ່ນເຮັດມາ
* ຈັ່ງວ່າຄັ້ງນັ້ນນາ ພະຍາໃຫຍ່ພິມພິສາຣ
ເປັນເຈົ້າສັດທາທານ ສ້າງວັດເວລຸວັນກ້ວາງ
ສ້າງວິຫາຣຖານສ້ວມ ທີ່ສວນລວມປ່າໄມ້ໄຜ່
ໃຫ້ເປັນທີ່ຢູ່ອາສັຍ ໃຫ້ແກ່ສັງຄະເຈົ້າ ໂຮມເຕົ້າໄດ້ເພີ່ງພາ
* ໃຊ້ຫຼົບຝົນ ແດດກ້າ ຫຼືພາຍຸລົມແຮງ
ເປັນບ່ອນທັມນຳສະແດງ ເປັນບ່ອນແຍງສອນຊີ້
ອົງພຸດໂທເຮົານີ້ ໃນພິທີໄດ້ທານເທດ
ເຊີ່ງວ່າສົມເດັດ ມະຫາພິມພິສາຣາຊເຈົ້າ ໄດ້ທູນເກົ້າ
ຣາທະນາ
* ວ່າ : ຜູ້ທີ່ໃຈແກ່ກ້າ ສັດທາຍີ່ງຫຼວງຫຼາຍ
ໄດ້ມອບວັດຖຸປັດຈັຍ ສ້າງວັດໄປຫຼາຍແລ້ວ
ຈະໄດ້ງາມເງົາແກ້ວ ແນວດີໆອັນໃດແນ່
ອານິສົງທ່ຽງແທ້ ປະມານໄດ້ເທົ້າໃດ
* ເພີ່ນຈີ່ງຕັດບອກໃຫ້ ພະຍາໃຫຍ່ພິມພິສາຣ
ມີເຣື້ອງເກົ່າຕຳນານ ຜ່ານມານານລ້ຳ
ຢູ່ໃນໂລກາກ້ຳ ດຶກດຳບັນມະນຸສໂລກ
ແຕ່ໃຕ້ຟ້າໂຈກໂຫຼກ ມີແຕ່ຄົນລ້າໆ ສາລາເຈົ້າ ພະບໍ່ມີ
* ເພາະມັນເປັນແຕ່ກີ້ ກີ້ກ່ອນໆສຸດໄກ
ມີແຕ່ດົງພົງໄພ ມາກຫຼາຍໆແທ້
ບໍ່ທັນຊິງຊັງແຫຍ້ ແປະເຮືອນຊານເຄື້ອນບ້ານຢູ່
ຕັ້ງແຕ່ປຸແຕ່ປູ້ ບໍ່ທັນຮູ້ບາບຊົ່ວດີ
* ຈັ່ງວ່າດ້ວຍເຫດນີ້ ເລີ້ມມີນື່ງໃນໂລກາ
ມີພະປັດເຈກະເຫາະມາ ຈາກປ່າຫິມະພານພຸ້ນ
ຕາງຢາກມາເຄືຍຄຸ້ນ ຕິເອົາບຸນມາເຜີຍແຜ່
ເພີ່ນມາຈອດມາແປະ ລົງມາແຮະຢູ່ໃກ້ໆ ກັບດົງໄມ້ມໍ່ໝູ່ຄົນ
* ຈີ່ງມີຊາຍດັ້ນດົ້ນ ສອງຄົນພໍ່ກັບບຸຕຣາ
ທຸກມື້ວັນເວລາ ຊອກແຕ່ຫາເດີຕັດອໍ້
ຈັ່ງວ່າເລີຍມາພໍ້ ຖືກໃຈຄໍແລ້ວຖາມໄຖ່
ທ່ານໄປມາຈັ່ງໃດ ພະປັດເຈກະບອກໃຫ້ ຊາຍຕັດອໍ້ກໍຊື່ນໃຈ
* ແລ້ວຈີ່ງຫາໝູ່ໄມ້ ປຸກຕູບໃສ່ເປັນກຸຕິ
ຫາບ່ອນຈົບງາມດີ ຂອກຂ້າງມີສະນ້ຳ
ຫາເຄື່ອງໂພຊະນັງຄ້ຳ ປະຈຳວັນບໍ່ໄດ້ຂາດ
ສອງພໍ່ລູກ ບົວລະບັດ ພະປັດເຈກະພຸທເຈົ້າ ຈົນວັນເຂົ້າຄົບພັນສາ
* .................................. ................

( ຍັງມີຕໍ່ )


# ບົດເທດ " ສຼອງກຸຕິວິຫາຣ ຄຳກອນ " ( ຕໍ່ )

- ແລ້ວຈີ່ງໄດ້ອ່ວາຍໜ້າ ລາສູ່ຫິມະພານ
ຢູ່ມານານຫຼາຍປີ ຮອດຍ່ານໜີກັນແລ້ວ
ຜູ້ໃຈງາມເໝືອນແກ້ວ ສອງແນວຄົນພໍ່ລູກ
ຫວິດຄວາມທຸກໂສກຮ້າຍ ຕາຍແລ້ວສູ່ສະຫວັນ
- ມີຄວາມສຸກຢູ່ຊັ້ນ ຍາວຍ່ານດາວະດິງ
ມີວິມານທານອີງ ບ່ອນຈິງສະບາຍແທ້
ບໍ່ມີດຳບໍ່ມີແຫຼ້ ແລໄປໃສກໍງາມຍີ່ງ
ມີແຕ່ປີ່ງຊີ່ງໜ້າ ສາວຟ້າຕັ້ງວ່າພັນ
- ສອງຄົນລູກພໍ່ນັ້ນ ພາກັນຢູ່ເບີຍບານ
ມີວິມານຄົນລະຫຼັງ ຢາດຢາຍຢັງເຫຼື້ອມ
ຄັນວ່າເຖີງຍາມເຍື້ອນ ລາເຮືອນວິມານເມຄ
ລາເພັດພອຍແລະໝູ່ແກ້ວ ລູກລົງແລ້ວກ່ອນພໍ່ຕົນ
- ຈາກຟາກຟ້າພົ້ນ ເອົາຕົນເກີດໃນໂລກາ
ຊື່ວ່າ ມະຫາປະນາທະ ລູກພະຍາຣາຊາເຈົ້າ
ຫາສຸກໃດໃສເທົ້າ ເນົາໃນວິມານໂຍດ
ວິສຸກັມນຳໂຜດ 12 ໂຍດທ່ຽງແທ້ ວິມານເຈົ້າຍືດຍາວ
- ເປັນຜູ້ຍົດໃຫຍ່ກ້າວ ຈົນເຖົ້າແກ່ຊະຣາກາລ
ກໍກັບໄປວິມານ ສູ່ສະຫວັນຄາວພຸ້ນ
ຍ້ອນວ່າບຸນຄຸນສ້າງ ປາງຫຼັງມາຊ່ອຍ
ບໍ່ມີຫຼຸດຫຼ້າດ້ອຍ ລົງຄ້ອຍທຸກຈົນ
- ຄັນວ່າຫວິດຟ້າພົ້ນ ກໍລົງເກີດໃນໂລກາ
ຊາຕທີຫຼັງໆມາ ແຮ່ງວ່າດີຈິງແທ້
ວິຫາຣະທານັງແກ້ ກະແສດີນ້າວສົ່ງ
ທ່ານຈີ່ງຍົ່ງໆໃກ້ ໄປໄດ້ສູ່ນິບພານ
- ເພາະວ່າບຸນທ່ານສ້າງ ໃຫ້ສົມດັ່ງມະໂນຣົດ
ເກີດຊາຕຫຼັງງາມສົດ ໄດ້ພົບອົງພຸດໂທເຈົ້າ
ພັດທະຊິ ໄດ້ມາເຂົ້າ ບວດນຳເຮົາພະອົງກ່າວ
ບອກຂ່າວຄາວໃຫ້ຮູ້ ຈາກບຸນຍູ້ສ້າງວິຫາຣ
- ສ່ວນວ່າພໍ່ຜູ້ນັ້ນ ນາມຊື່ ມະລະກາລະ ເທວະບຸຕ
ພຸ້ນລະ ຍັງໄກສຸດ ຈີ່ງຊິລາສະຫວັນແກ້ວ
ຍາມເມື່ອອົງລົງແລ້ວ ແວວວາວສະໄໝໃໝ່
ຍຸກພະສີອະຣິຍະເມຕຕັຍ ທ່ານຈະໄກທຸກແລ້ວ ເຖີງເມືອງແກ້ວບ່ອນປະສົງ...
- ເພາະບຸນໃຫຍ່ມາກລົ້ນ ໄດ້ຕົນເກີດສູງສັກ
ເປັນລູກຣາຊາຄັກ ບໍ່ຍາກຫຍັງຈັກດີ້
ເພາະວ່າບຸນຄາວກີ້ ສ້າງກຸຕິ ຖວາຍປັດເຈກ
ຈີ່ງເປັນເອກອັກຄະສາວົກເບື້ອງຕົ້ນ ຫຼັງຕົນເຂົ້າບວດຮຽນ
- ບຸນບໍ່ກຸດບໍ່ຫ້ຽນ ບໍ່ຜັນປ່ຽນແປຫຍັງ
ຍາວໃຫຍ່ໄກເກີນຄັກ 40 ກັປ ເສີມສ້າງ
ຈາກການປຸນແປງຕັ້ງ ວິຫາຣະທານັງວັດຢູ່
ຈົບແລ້ວເລື້ອງໃຫ້ຮູ້ ຂໍບຸນຍູ້ຄູ່ສູ່ຄົນ...ຄູ່ສູ່ຄົນ...ເທາະເນີ...! ເອວັງ...ນິຕຖີຕັງ...ສາທຸ. ..!


ต้องการหาผู้รับเหมา สร้างกุฏิครับ ช่วยที | พลังจิต

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ