บดกอนเทดลาว ผ้าป่า ບົດເທດ ສຼອງຜ້າປ່າ ຄຳກອນ

# ບົດເທດ : " ສຼອງຜ້າປ່າ ຄຳກອນ "

กฐิน ผ้าป่า และอานิสงส์

ນະໂມ..................( 3 ເທື່ອ )

ວັດໂທໂຫຕິ ວັນນະໂທໂຫຕິ .

- ບັດນີ້ ຫັນມາຟັງມາເອົາຖ້ອນ ຟັງບົດກອນບ່ອນຊິວ່າ
ເທດສຼອງບຸນຜ້າປ່າ ບ່ອນມີມາຕັ້ງແຕ່ເຄົ້າ ຈະໄຂເວົ້າເລົ່າສູ່ຟັງ...
ປະຫວັດກາຍກ່ອນຕັ້ງ ເບື້ອງຫຼັງຜ່ານແຕ່ນານມາ
ຕັ້ງແຕ່ມີສັດທາ ຜູ້ດ່ວນມາແຕ່ເທີງຟ້າ
ໄດ້ນຳເອົາແພຜືນຜ້າ ກາສາມາທານທອດ
ລົງມາຈຳມາຈອດ ຮອດບ່ອນສັງຄະເຈົ້າ ກຳລັງເຂົ້າສູ່ປ່າໜາ...
- ຈັ່ງວ່າ ຄັ້ງນັ້ນນາ ມີພະ ທ່ານຊື່ ກັດສະປະ
ໄດ້ອອກສະມາບັດມາ ເພື່ອທ່ຽວຫາຍັງຜ້າ
ເດີນເລື້ອຍໄປຍັງໜ້າ ຕາມຄາເມບ້ານນອກຢູ່
ໄປຕາມຫ້ວຍຕາມຮູ ຕາມພູດົງແລະປ່າຊ້າ ເພື່ອຫວັງຜ້າໄດ້ນຸ່ງຖື..
- ເພາະບໍ່ຄືສູ່ມື້ ນຸ່ງຖືຄ່ອງສະບາຍຫຼາຍ
ມີຜູ້ເຄນຫຼືຂາຍ ງ່າຍຫຼາຍບໍ່ອຶດຜ້າ
ບໍ່ໄດ້ລໍເຫີງຖ້າ ຫານານດົນຄົ້ນໃຫ້ເມື່ອຍ
ບໍ່ເຖີງວ່າຟູມເຟືອຍ ແຕ່ມີທານຢູ່ເລື້ອຍໆ ຈົນເຕັມຕູ້ຄູ່ວັດວາ...
- ....ເພີ່ນນັ້ນໄປປ່າຊ້າ ຫາຜ້າຫໍ່ພັນສົບ
ເອົາມາຫຍິບມາຫຼົບ ຮິບໂຮມຕັ້ງຫຼາຍມື້
ທັງກ່ຳດຳຄືໝື້ ກໍມາພືພຽນຕາກ
ທັງມາຕົບມາຊັກ ທັງມາຖັກຕໍ່ເຂົ້າ ຈີ່ງຍາວໄດ້ຄົບນື່ງຜືນ..
- ຈັ່ງວ່າ ຕາມເລື້ອງພື້ນ ຄືນເຖີງທ່ານ ກັດສະປະ
ເພີ່ນອອກເດີນທຸດົງຫາ ເພື່ອກາສາຜືນຜ້າ
ແນວເພີ່ນມີບຸນກ້າ ອໍຣະຫັນຕາ ຣິດທີເດດ
ຈົນເປັນເຫດ ເຖີງເທບພົມຢູ່ຟ້າ ໃຫ້ມີໜ້າດ່ວນມາ...
- ເກີດມີໃຈແກ່ກ້າ ສັດທາໃຫຍ່ໄຫຼມາ
ທັງນາງສຸຊາດາ ທັງທ້າວ ໂກສີ ອັມມະຣິນ ໄດ້ປີ່ນລົງພາຍພື້ນ...
ແລ້ວມາທຳບຸນຂື້ນ ເປັນກອງຜືນແຜ່ນຜ້າປ່າ
ຕັ້ງໄວ້ແຖວປ່າຊ້າ ຫ່ວາງທາງໜ້າບ່ອນພະໄປ
- ແລ້ວລີ້ຢູ່ໃກ້ໆ ຕັ້ງໃຈເບີ່ງເພີ່ນເດີນມາ
ເມື່ອທ່ານກັດສະປະ ໄດ້ພົບມາຍັງຜ້າ
ທ່ານກໍຫຼຽວຫຼັງໜ້າ ອະ..ຮື.. ຈາຢືດສ່ອງ
ທ່ານກໍນັ່ງກໍຄອງ ຫາເຈົ້າຂອງກໍບໍ່ພໍ້ ເລີຍຂໍເວົ້າກ່າວເອົາ..
- ຈັ່ງວ່າເມຄຕັ້ງເຄົ້າ ເທວະດາກ່າວສາທຸການ
ໄປທົ່ວຈັກກະວານ ຢູ່ຍ່ານໄກດັງກ້ອງ
ໃຜກໍມາຍໍຍ້ອງ ກັບກອງບຸນຜ້າປ່າ
ໄດ້ຮັບສຸກທຸກທົ່ວໜ້າ ຜະຫຼາພ້ອມຄັກຄູ່ອົງ
- ອານິສົງໄດ້ຕື່ມຫົ້ງ ຍູ້ສົ່ງຢ່າງຫຼວງຫຼາຍ
ວັນນະເຮືອງງາມໃສ ທົ່ວກາຍທຸກອົງເຈົ້າ
ເທວະດາທີ່ມາເຝົ້າ ຕາມພູເຂົາປ່າໄມ້ໃຫຍ່
ຣັສມີງາມໃສ ໃຜກໍຫົວສະອິກສະອ້ອຍ ໃຈຊົມຊ້ອຍຊື່ນບານ...
- ສົມກັບຄຳບ່ອນບັ້ນ ອັນຂື້ນຕົ້ນວ່າຄາຖາ
ທີ່ເທດ ເຄີຍມີມາ ວ່າ : " ວັດຖາໂທໂຫຕິ ວັນນະໂທ "
ແປວ່າ : ວັນນະງາມໃສໂກ້ ຍ້ອນໂມທະນາຜ້າຜ່ອນ
ມີຄວາມສຸກພຽບພ້ອມ ຍ້ອນຜືນຜ້ານຸ່ງທົງ
- ມີບຸນກຸສົລຕ່າວໂຄ້ງ ມົງໆໃຫຍ່ 40 ກັປ
ປະຫວັດຈາຮອງຮັບ ນັບວ່າມີຫຼາຍແລ້ວ
ຄຽງຄູ່ເງິນຄຳແກ້ວ ແນວດີໆມີຜ້າຜ່ອນ
ບໍ່ວ່າໜາວແລະຮ້ອນ ມີແນວຮອບຫຸ້ມຫໍ່ກາຍ
- ເພີ່ນຈີ່ງຍົກຍ້ອງໄວ້ ໄດ້ບຸນໃຫຍ່ອານິສົງຫຼາຍ
ຂໍຈົບການບັນຍາຍ ກ່າວໄຂພໍພຽງນີ້
ຂໍຈົ່ງສຸຂີໝົັ້ນ ວັນນະງາມຕາມໃຈເຈຕ
ບຸນຜ້າປ່າທີ່ທ່ານເຮັດ ແລ້ວສຳເຣັດຄົບຖ້ວນ ຂໍຈົບມ້ວນພ້ອມບ່ອນຈາ ວ່າ : ສາທຸ...! ສາທ...! ສາທຸ...! ອະນຸໂມທາມີ...! ນິຕຖິຕາ.../


กปภ.สาขารัตนบุรี ร่วมถวายผ้าป่าสามัคคีอำเภอรัตนบุรี

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ