บดกอนเทดลาว บุญกฐิน ບົດກອນເທດ ສຼອງບຸນກະຖິນ

# ບົດກອນເທດ : " ສຼອງບຸນກະຖິນ "

อานิสงส์ของการทอดกฐิน บุญใหญ่ ได้ทุกสิ่งบุญน่าอัศจรรย์

ນະໂມ... ........( 3 ເທື່ອ )

ອະພິກັນເຕນະ ວັນເນນາຕິ ອາທິວາ ຕິນນະປາລະ ເທວະປຸຕ ຕະກັມມານິທັສສະນັງ ຕັສສະ ກາ ອຸປປັຕຕີຕິ ອະຕີເຕ ກິຣະ ອິມັສມິງ ເຍວະ ພັທທະກັປເປ ກັສສະໂປ ນາມະ ສັມມາສັມພຸທໂທຕິ .

- ບັດນີ້ ສິບນີ້ວຍໍໃສ່ເກົ້າ ຂໍກ່າວເທດເທສນາ
ເພື່ອສຼອງສັດທາ ແດ່ທ່ານມາພໍຟັງຮູ້
ພໍເປັນແຮງຍໍຍູ້ ສີບຸນຊູຊົດຊ່ອຍ
ໄດ້ບຸນຫຼາຍບໍ່ແມ່ນໜ້ອຍ ໝູ່ເຮົາຂ້ອຍຈົ່ງຊື່ນໃຈ
- ປະຫວັດກ່ອນກ່າວໄວ້ ເຣື້ອງບຸນໃຫຍ່ກະຖິນມາ
ຍາກຈະຫາຄຳຈາ ວ່າໃຫ້ມາໝົດໄດ້
ຕັ້ງແຕ່ອົງອວນອ້າຍ ຄົນຊາຍຜູ້ເຂີນຂາດ
ຊອກກາລະໂອກາດ ບໍ່ໄດ້ພາດຮັບຮູ້ ກະຖິນຍູ້ໄດ້ດີ
- ລາວເປັນແຕ່ກີ້ ສຸດທີ່ເຂັນໃຈ
ມີແຕ່ແຮງຕົນກາຍ ພໍຈ່າຍກິນໄປມີ້
ສ່ວນສັນສີປານໝື້ ຄົນເຂົາຖືວັນນະຕ່ຳ
ລາວຂໍເຮັດຂໍທຳ ເປັນຄົນສັກນ່ຳເຂົ້າ ໃຫ້ເຮືອນທ້າວທ່ານເສດຖີ...
- ຈັ່ງແມ່ນທຸກຄັກນີ້ ທຸກວຽກໄຮ່ນາສວນ
ມີຫຍັງໆທັງມວນ ດ່ວນທຳໝົດກ້ຽງ
ຂໍບໍ່ຊີວາສ້ຽງ ວຽກພຽງໃດບໍ່ຢ້ານຢ່ອນ
ຕັ້ງໃຈສຳເຣັດຫຼ້ອນ ຈົນນາຍຍ້ອງ ວ່າຄັກຫຼາຍ...
- ເສດຖີຕັ້ງຊື່ໃຫັ ທ້າວຄົນໃໝ່ ວ່າ ຕິນນະ..
ເນົາຢູ່ໃນສາຂາ ເຮັດນາ ຫຼົກກ້າ...
ຢູ່ໃນເຮືອນຫົວໜ້າ ສີຣິ ທັມມະ 80 ໂກດ
ເວົ້າຄວາມມີຄັກໂພດ ໝົດເມືອງໂລດບໍ່ທໍ່ລາວ
- ຄັນຍົກເວັ້ນກໍທ້າວ ພະຍາໃຫຍ່ເມືອງສີ
ຈັ່ງຊິຄືພໍດີ ຄູ່ຄີພໍໃຊ້
ແຕ່ວ່າຄວາມຈົນໄຮ້ ຂອງຊາຍຄົນຊື່
ວຽກງານໜັກຄູ່ມີ້ ໄດ້ໄຂຮື້ຊ່ອຍເບົາ
- ທ້າວເລີຍບໍ່ໄດ້ເສົ້າ ເຫງົາຢູ່ເຈັບຫົວ
ໝູ່ເມຄມຸມມຶນມົວ ຄ່ອຍສະຫຼົວໄປແລ້ວ
ລາວເລີ້ມເຫັນທາງແຜ້ວ ແນວຕົນຄົນຕ່ຳ
ຄືຈີ່ງເຮັດຈີ່ງທຳ ເຮັດແຕ່ກັມແຕ່ກີ້ ເຖີງຄາວນີ້ຈີ່ງທຸກໃຈ
- ຊາຕກ່ອນຄົງບໍ່ໄດ້ ສ້າງບຸນໃສ່ເເນວໃດ
ຫຼືເປັນຄົນຈັງໄຮ ສ້າງບາບຫຼາຍແຕ່ຫຼັງພຸ້ນ
ຊາຕນີ້ກັມນຳຂຸ້ນ ຊູນເຮົາຈີ່ງລຳບາກ
ເຮົາຕ້ອງພັດຕ້ອງພາກ ຕັດລຳບາກໃຫ້ໄດ້ ທຳບຸນໃຫ້ແຜ່ຫລາຍ...
- ພໍເເຕ່ວ່າຄິດໄດ້ ເຣື້ອງໃໝ່ໆໃນສະໝອງ
ຄວາມສົດໃສຮອງໆ ເລີ້ມສ່ອງເຫັນທາງແລ້ວ
ລາວອົດດັນຟັນແຂ້ວ ແນວກິນແນວຢູ່
ບອກຕົນເອງໃຫ້ຮູ້ ວ່າເຮົາສູ້ຢ່າຖອຍ
- ລາວແບ່ງເຂົ້າເຄີ່ງນ້ອຍ ຈາກການຊ່ອຍປະຈຳວັນ
ຈາກນ້ຳແຮງທຳງານ ໃຫ້ທ່ານມີຜູ້ດີນັ້ນ
ດ້ວຍຈິດໃຈແຂງໝັ້ນ ເອົາໄປທານຕັກບາດ
ທຸກວັນບໍ່ຂາດ ບໍ່ປະມາດທຸກເຊົ້າ ພະສົງເຈົ້າເພີ່ນສັນ
- ........... .......... .....

( ຍັງມີຕໍ່ )


# ບົດກອນເທດ : " ສຼອງບຸນກະຖິນ " ( ຕໍ່ )

- ຈົນວ່າເຫັນບ່ອນບັ້ນ ທັນເຫດແນວທຳມາ
ບໍ່ພາດໃນສາຍຕາ ທ່ານມະຫາເສດຖີເຈົ້າ
ທ່ານຈິງປຸນແປງເຂົ້າ ຫວານຄາວອາຫານຕື່ມ
ໃຫ້ລາວໄດ້ກິນໄດ້ດື່ມ ໄດ້ຕື່ມໄດ້ເພີ້ມ ຈາກເດີມຂື້ນເທົ້ານື່ງໂຕ...
- ລາວພັດເເຮ່ງຄິດອ່າວໂອ້ ເຕີບໂຕໃຫຍ່ຢາກບຸນຫຼາຍ
ເພີ້ມສັດທາເເຮງໝາຍ ໃຫ້ລື່ນກາຍສູງຂື້ນ
ນ້ຳໃຈໃສໄຫຼພື້ນ ໄດ້ບຸກບືນສູ້ຕໍ່
ແບ່ງໜ້ອຍກິນແຕ່ພໍ ຈາກນັ້ນເຂາະຂອດກ້ຽງ ເອົາໄປລ້ຽງທ່ານພະສົງ...
- ຈົນຮອດວັນຕ່າວໂຄ້ງ ຄ້ອງມົ່ງໆໝົດພັນສາ
ເປັນເຂດວັນເວລາ ເພີ່ນຫ້າງຫາກະຖິນເເລ້ວ
ຜູ້ທີ່ເງິນຄຳແກ້ວ ແນວດີມີຮັ່ງ
ສະໜຸກນອນສະໜຸກນັ່ງ ຍູທ່າງຫົວຍຸ້ມເປີ້ຍ ເທິງເກີຍບ້ານບ່ອນຊານ...
- ບອກຂ່າວເຖີງເພື້ອນບ້ານ ມາທານທອດສາມັກຄີ
ໃຜຢາກຈົບງາມດີ ຮັ່ງມີສີຂື້ນ
ພ້ອມກັນນົວຫົວຈື້ນ ເປັນປຶກຜືນແຜ່ນຜ້າໃຫຍ່
ສ້າງມະຫາກະຖິນໃຫ້ໄດ້ ເອົາໄປທອດທີ່ວັດວາ
- ສ່ວນວ່າທ້າວນ້ອຍຫຼ້າ ກໍຍິນວ່າເພີ່ນຈາໄຂ
ແສນຮູ້ສຶກສົນໃຈ ເຮັດຈັ່ງໃດຊິທຳໄດ້
ເພາະໂຕເປັນຄົນໄຮ້ ຈະເອົາໃດມາທານທອດ
ມີແຕ່ໂຕອອດຫຼອດ ທຶນຮອນນັ້ນແມ່ນບໍ່ມີ
- ພໍຄິດແລ້ວຈັ່ງຊີ້ ກໍຜິແຕ່ທຳດີ
ຄິດໃສ່ສີ່ງຕົນມີ ພັດໝົ່ນສີຂອງຕ້ອຍ
ທ້າວເລີຍຫາສັບສ້ອຍ ຍອຍຕອງມາຕັດຕາບ
ມາຂະນາບປ່ຽນຜ້າ ອາສາແກ້ເຄື່ອງຕົນ
- ເຖີງວ່າເຄື່ອງເກົ່າລົ້ນ ໝອງໝົ່ນຈົນໝົດສີ
ເກືອບບໍ່ມີຫຍັງດີ ທ້າວກໍຕີຕົບນ້ຳ
ດ້ວຍສັດທາແຮງຂ້າມ ຢາກທຳບຸນນຳເພີ່ນ
ເພື່ອວ່າໄດ້ໝູ່ເງິນ ຈີ່ງໄດ້ເດີນດຸ່ງໜ້າ ຂາຍຜ້າເຄື່ອງໝອງ..
- ໄປຫາໃຜທຸກໝ້ອງ ເຂົາມອງເບີ່ງຕາໃສ
ໂອ ! ທ້າວຄົນແນວໃດ ຊ່າງບໍ່ອາຍຄືຂາຍໜ້າ
ໂຕບໍ່ມີຜືນຜ້າ ພັດຍັງມາຂາຍຂອງຫົ່ມ
ບາງຄົນຊື່ນຄົນຊົມ ບາງຄົນງົມງຶດງໍ້ ນ້ຳໃຈທ້າວຊ່າງງົດງາມ...
- ຜູ້ນື່ງດີຍຸ້ມຍ້າມ ເຂົາຖາມປາກຈາໄຂ
ຢາກຊ່ອຍເຫຼືອເຫັນໃຈ ເພາະຈ່າວຂາຍດົນແລ້ວ...
ທ້າວຍີ້ມຫົວຈົນເຫັນແຂ້ວ ກັບຄືນແລວທາງເກົ່າ
ເຖີງເສດຖີທ່ານເຈົ້າ ເອົາເງິນໃຫ້ຮ່ວມກະຖິນ
- ຂາຍເສື້ອຜ້າເກົ່າສີ້ນ ໄດ້ນິດນື່ງຣາຄານັບ
ລູກຂໍໂມທະນາກັບ ຮ່ວມທານນຳທ້ານ
ທ່ານເສດຖີດີຕ້ານ ຕັນລຳຄໍເກືອບບໍ່ອອກ
ທ່ານຈີ່ງບອກ ທຸກຂອດຂອງເຄື່ອງນີ້ ພໍດີແລ້ວເກືອບທຸກອັນ...
- ຍັງເເຕ່ສີ່ງນ້ອຍນັ້ນ ເສັ້ນພັນຜູກໄໝຫຍິບ
ເງິນລູກມີຈັກສິບ ພໍ່ຊິຢິບໄປຊື້...
ເງິນຈາກການຖອນຮື້ ຂາຍໝົດມືຍໍຍື່ນ
ຫວັງແຕ່ບຸນມາຄືນ ໄດ້ຮ່ວມທຶນກໍ່ສ້າງ ປາງນັ້ນຊ່ອຍເສດຖີ...
- .. ..... ........ ....... .......

( ຍັງມີຕໍ່ )


# ບົດກອນເທດ : " ສຼອງບຸນກະຖິນ " ( ຕໍ່ )

- ຈົນວ່າແຜ່ນດິນນີ້ ທຸກທີ່ນະພາໃສ
ເທວະດາຫຼວງຫຼາຍ ກໍງຶດໃຈຈິງແທ້
ເຄື່ອງຊຸດດຽວຍັງແກ້ ຫວັງແປະຮອຍຮ້ອຍໄໝຮ່ວມ
ບໍ່ມີເຄື່ອງນຸ່ງສວມ ໃຈໃຫຍ່ກວມຂະໜາດແທ້ ຫາໃຜແນ້ທໍ່ບໍ່ມີ...
- ບໍ່ແມ່ນຄ່ອຍດີ້ໆ ທຸກທີ່ສາທຸການ
ເທວະດາດອມຂານ ຮ່ວມທານນຳທ້າວ
ຈົນສຽງດັງລັ່ນຫ້າວ ຍາວໄກໄປໃຫ້ຕື່ນ
ສຽງດັງຢູ່ວື້ນໆ ຮອດໂຮງພື້ນພໍ່ພະຍາ...
- ຈັ່ງວ່າຄັ້ງນັ້ນນາ ພະຍາໃຫຍ່ໃຈດີ
ຄິດສົງສັຍແນວມີ ວ່າອີຫຼີໃດແທ້ ?
ທ່ານປຸໂຣຫິຕຈາຣແກ້ ວ່າ ກະແສບຸນໃຫຍ່
ບໍ່ແມ່ນເປັນພິດພັຍ ເທວະດາຫາກໄດ້ ຍໍນ້ອງຜູ້ເຮັດທານ...
- ທ້າວນັ້ນຢູ່ທີ່ບ້ານ ເສດຖີໃຫຍ່ສີຣິທັມ
ເຖີງບໍ່ມີເງິນຄຳ ກໍງຸ້ມກຳຂາຍຜ້າ
ເປັນຜູ້ສັດທາກ້າ ເທວະດາເອົາໃຈຊ່ອຍ
ສຽງຈີ່ງແຮງບໍ່ແມ່ນໜ້ອຍ ຈົນມາຕ້ອຍທ່ານໄດ້ຍິນ...
- ຍ້ອນຢາກໄດ້ບໍ່ສີ້ນ ບຸນຍີ້ງໃຫຍ່ເປັນຄົນດັງ
ເປັນພະຍາແຮ່ງຍັງຫວັງ ຢາກເດັ່ນດັງດີອີກ
ຢາກໄດ້ຫຼາຍສຸດຂີດ ອາດຍາສິດໃຊ້ໂດຍດ່ວນ
ເສນາແລ່ນຄ້ວງໆ ໄປທວງຊື້ຕ່ອນບຸນ...
- ທຳອິດຈັ່ງແມ່ນວຸ້ນ ເຣື້ອງບຸນໃຫຍ່ພວມດັງ
ເສນາຫັນມັງໆ ມາສັ່ງການເອົາແທ້
ອາຍທັງກາຍໂຕແຫຼ້ ບໍ່ມີແພສົ້ງເສື້ອໃສ່
ບອກວ່າທົ່ມເປືອກໄມ້ ເພາະຂາຍຜ້າຮ່ວມເຮັດທານ...
- ເຂົາຈີ່ງກັບຕ່າວບ້ານ ໄປບອກທ່ານພະຍາເມືອງ
ວ່າທ້າວພວມຂັດເຄືອງ ເຣື້ອງເຄື່ອງຂອງຜືນຜ້າ
ບໍ່ທັນດົນ ຄອງຄອຍຖ້າ ພວກເສນາກັບມາອີກ
ຟັງສຽງຫົວຂິກໆ...ເຂົາໄດ້ພິກແຜ່ນຜ້າ ຍື່ນມາໃຫ້ທ້າວໃສ່ຖື...
- ເສນາກົ້ມຂາບຢື້ ເຊີນຂື້ນຂື່ເທີງຕຽງຫາມ
ຍືດໆຍາວເດີນຕາມ ຈົນຮອດຜາມເມືອງກ້ວາງ
ພະຍາເມືອງມາທ້ວງ ສັງດວງດີແທ້ນໍໜຸ່ມ..!
ໃຜກໍຫົວຍຸ້ມໆ... ຊຸມເທພກໍວ່າດີ...
- ອັນວ່າບຸນໂຕນີ້ ຊິຂີ້ຖີ່ຫຼືໃດ ?
ນຶກວ່າພໍຈະຂາຍ ທໍ່ໃດຊິເອົາໃຫ້ ?
ຂໍໃຫ້ມີແນວໄດ້ ບຸນສົດໃສໃຫ້ເຮົາແນ່
ເຮົາຢາກໄດ້ແທ້ໆ ຂໍເຊີນແກ້ຊ່ອຍຂາຍ ໃຫ້ທ້ອນ...!
- ແຕ່ນັ້ນ ຕິນນະບາລບອກໃຫ້ ວ່າບຸນໃຫຍ່ບໍ່ມີຂາຍ
ແຕ່ຫາກພໍພູມໃຈ ຂ້າກໍຖວາຍພະອົງພ້ອມ
ຂໍພະອົງຊົງນ້ອມ ປະນົມກອນສາທຸວ່າ...
ບຸນເໜືອຄ່າ ທຽບຣາຄາຫາບໍ່ໄດ້ ຢູ່ໃນໂລກນີ້ບໍ່ມີ...!
- ................... ..........................
........................ ( ຍັງມີຕໍ່ ).............

เดือนสิบสอง - บุญกฐิน - อีสานร้อยแปด

# ບົດກອນເທດ : " ສຼອງບຸນກະຖິນ " ( ຕໍ່ )

- ຍິນຄຳເວົ້າຈັ່ງຊີ້ ກໍສຸດທີ່ດີຫຼາຍ
ຊົງພະຫະລືທັຍ ຊື່ນໃຈຈິງແທ້
ທ້າວໄດ້ເປັນຄົນແກ້ ແນະນຳແນແນວໃໝ່
ຍອດຍີ່ງສຸດສີ່ງຄວາມຢາກໄດ້ ຍິນດີໃຫ້ບໍ່ໄດ້ຂີນ...
- ເຮົານີ້ຊັບບໍ່ສີ້ນ ເຄື່ອງກິນມາກມວນຫຼາຍ
ຈະຕອບແປງປຸນໄປ ໃສ່ແທນຕົນທ້າວ
ເພື່ອໃຫ້ມີຂອງເຂົ້າ ເໝືອນເຮົາຜ້າຜ່ອນ
ຫາຍຈາກຄວາມເດືອດຮ້ອນ ດິນດອນໃຫ້ແບ່ງປັນ...
- ແບ່ງໄປເຖີງຮອດບັ້ນ ສິດບ້ານບ່ອນປົກຄອງເມືອງ
ເປັນເສດຖີມີຄຳເຫຼືອງ ຮຸ່ງເຮືອງໂຮງຄຸ້ມ
ເບີ່ງຄົນມາເປັນປຸ້ມ ມາຊຸມແຊວຫຸ້ມຫໍ່
ທັງຊ້າງມ້າງົວລໍ ທັງເອາະຂົມຕົ້ມຂົ້ວ ເປັນພວງພົ້ວຜູ໊ຍື່ນມາ...
- ຈົນຮອດຜູ້ຢູ່ຟ້າ ພະຍາໃຫຍ່ອົງອິນ
ທ່ານກໍຍັງຫັນຜິນ ສູ່ດິນດູທ້າວ
ເຊີນທ້າວເມືອເຮືອນຢ້າວ ເທິງດວງດາວເມືອງຟ້າຢູ່
ບ່ອນສາດເສື່ອຄຳປູ ມີຜູ້ຄອຍຢູ່ຖ້າ ນາງຟ້າໜ້າຫວານ...
- ແລ້ວຈີ່ງກັບລຸ່ມບ້ານ ຈົນວັນຄົບໝົດໄປ
ໄດ້ທ່ອງທຽວທາງໝາຍ ບ່ອນສະບາຍອິຫຼີແຫຼ້ວ
ມີແຕ່ເງິນຄຳແກ້ວ ແນວດີທິພອາສ
ຣັສມີຍ້ອຍຢາດ ຢູ່ໃນຜາສາທກ້ວາງ ຄວງຟ້າບ່ອນດີ...
- ຊີວິດຢູ່ຢ່າງນີ້ ຮອດທີ່ອະນາຄົດ
ອາຍຸໄຂຄຸງໝົດ ຈີ່ງໂດດລົງພາຍພື້ນ
ໄດ້ເປັນຣາຊາຂື້ນ ມືນຕາເປັນໃຫຍ່
ຍຸກພະສີອະຣິຍະເມຕຕັຍ ທ່ານຈະໄດ້ບວດສ້າງ ວາງເຂົ້າສູ່ນິພພານ.
- ນີ້ລະ ການກໍ່ສ້າງ ຕັ້ງແຕ່ຄວາມດີ
ຮ່ວມກະຖິນສາມັກຄີ ບ່ອນດີສີແຈ້ງ
ຈາກຜູ້ຈົນຄົນແຫ້ງ ບໍ່ມີແຮງຮອດຊິຍ່າງ
ຍ້ອນຄວາມພຽນບໍ່ມ້າງ ຂັນຕິສ້າງບໍ່ໄລ
- ຍ້ອນຮູ້ຈັກນັບໃຊ້ ຢ່າງຍີ້ງໃຫຍ່ອົດອອມ
ຮູ້ຈັກພຽນແພງຖະໜອມ ຮ່ວມດອມສັງຄົມກ້ວາງ
ມີຈຸດໝາຍບໍ່ມາຍມ້າງ ບໍ່ປະວາງຖີ້ມງ່າຍໆ
ຈາກຜູ້ຈົນຈ່ອງໄຮ້ ກໍກັບໄດ້ເປັນຜູ້ດີ...
- ຈັ່ງວ່າເລົ່າເຣື້ອງນີ້ ຈາກທີ່ເກົ່າກາຍມາ
ຂໍໂຈະພັນຣະນາ ກ່າວລາລົງພຽງນີ້
ຈົບເຣື້ອງຄົນຄາວກີ້ ຜູ້ຈົບດີພະເຈົ້າກ່າວ
ສະໄໝກັສສະປະ ພະພຸທທະເຈົ້າ ເພີ່ນເຄີຍເວົ້າເລົ່າຕໍ່ມາ- - ອານິສົງແກ່ກ້າ ກະຖິນໃຫຍ່ 80 ກັປ
ຄັນນະນາຈົບຄັກ ຈາກທີ່ມາເວລານັ້ນ
ຂໍຈົ່ງສຸຂີເເຂງໝັ້ນ ຫ້າວຫັນເເຮງຍອດຍີ່ງ
ສົມປາດຖະໜາທຸກສີ່ງ ຊັບສິນມວນໝູ່ເຂົ້າ ເງິນຄຳເຕົ້າໄດ້ສູ່ຄົນ...ໄດ້ສູ່ຄົນ...ນັ້ນທ້ອນ...ເອວັງ...ນິຕຖີຕັງ 

ບຸນກະຖິນ



แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ