บดกอนเทดลาว บุนข้าวจี่ ບົດກອນເທດ ສຼອງບຸນເຂົ້າຈີ່

# ບົດກອນເທດ : " ສຼອງບຸນເຂົ້າຈີ່ "


ประเพณีท้องถิ่นภาคอีสาน: ประเพณีบุญข้าวจี่

ນະໂມ...............( 3 ເທື່ອ )

ທາເນນະ ສຸຂະຕິງຍັນຕິ ອິມັງ ທັມມະເທສະນັງ ສັຕຖາ ເຊຕະວະເນ ວິຫະຣັນໂຕ ຣາຊະຄະຫະເສຕຖິໂນ
ເຄເຫ ປຸນນະທາສີ ອາຣັພພະ ກະເຖສີຕິ .

- ບັດນີ້ ຈະໄດ້ໄຂຂານຕ້ານ ປະຫວັດທານປັ້ນເຂົ້າຈີ່
ປະເພນີເເຕ່ກີ້ ໄດ້ມີສ້າງສືບມາ
ຕັ້ງແຕ່ຄັ້ງນັ້ນນາ ທາສີຊື່ປຸນນາ
ເຂົາໄດ້ເອົານາງມາ ເປັນຂ້າຍາເສຕຖີເຈົ້າ
ເປັນຄົນຕັກຕຳເຂົ້າ ທັງເອົາຟືນຈືນປີ້ງຈີ່
ບໍ່ໄດ້ສຸກດີ້ໆ ຖືກຕີຂ້າຂົ່ມເຫັງ
- ທຸກມື້ເວັນບໍ່ເວັ້ນ ເນັ້ນເເນບກັບງານໜັກ
ວຽກບໍ່ມີຍາມພັກ ໜ່ວງໜັກໄປໜ້າ
ເກືອບບໍ່ມີຍາມອ້າ ພໍເວລາປາກຮັບດື່ມ
ຕຳໝົດຄ່ຳໝົດຄືນ ຈົນຕື່ນຕາຮຸ່ງເຊົ້າ ເຂົາຍັງເວົ້າວ່າບໍ່ຫັນ
- ທັງກວາດປັດຕະລ່າງບ້ານ ທຸກອັນເບີ່ງໃຫ້ຈົບງາມ
ລ້າງຖ້ວຍໂຖໂອຊາມ ສະອາດງາມຂາວແຈ້ງ
ບໍ່ວ່າຝົນຫຼືແລ້ງ ວຽກໜັກແຮງຄືເກົ່າ
ເຮັດບໍ່ຢູ່ບໍເຊົາ ສ່ວນວ່າເຂົ້າແລະນ້້ຳ ງາມໆນັ້ນບໍ່ໄດ້ກິນ
- ເຮັດຈົນຈ່ອຍເກືອບສິ້ນ ຍັງຍິນວ່າມາເປືອງ
ມີແຕ່ແນວຄຸງເຄືອງ ທຸກເຍື່ອງໃນໃຈວຸ້ນ ຢ່າຫວັງເລີຍເຄີຍຄຸ້ນ ໄປເອົາບຸນຫຼີ້ນທ່ຽວ
ບໍ່ມີໃຜປາກກ້ຽວ ດຽວຫຼ້າຫາກຫ່ຽວໃຈ...
- ມື້ນັ້ນ ໜັກໜ່ວງຮ້າຍ ບັ້ນທ້າຍແຫ່ງຊີວິດ
ນາງກໍມີພຽງສິດ ໄດ້ດື່ມກິນແຕ່ພຽງໜ້ອຍ
ໃນຖານະເປັນຂ້ອຍ ກິນແຕ່ກອຍປົນເຂົ້າເກົ່າ
ຫຼືວ່າປາຍເມັດເຂົ້າ ເອົາມາປົັ້ນຈີ່ປົນຮຳ
- ກະວ່າໄປທ່ານ້ຳ ຮອດຫາດໃຫຍ່ຈະໄຂກິນ
ກິນຕາມດອນຕາມດິນ ຈົນລື້ງຊິນເຄີຍແລ້ວ
ຫຼັງຈາກຖູຜັດແຂ້ວ ທາຣາແລວຈະລົງອາບ
ຄຸຂີ່ຄໍຂົ່ມຫາບ ຕ້ອງຕັກນ້ຳດັ່ງທຸກວັນ
- ຈັ່ງວ່າ ຂະນະນັ້ນ ຕະຖາທ່ານເດີນມາ
ເພາະວ່າເປັນເວລາ ໄດ້ອອກມາຍາມເຊົ້າ
ອົງພຸທໂທເຮົາເຂົ້າ ເອົາຄອງບິນທະບາດ
ເປີດໂອກາດສູມື້ ໃຫ້ຄົນຢື້ຢ່ອງຖວາຍ...
- ເພີ່ນກໍໄດ້ຍົກຍ້າຍ ໃກ້ບ່ອນນາງໄປ
ນາງນຶກຊຶງສົນໃຈ ຢາກໃສ່ທານຂອງເຂົ້າ
ແຕ່ນ້ອຍໃຈນຳເຈົ້າ ມຸມເມົາກ້ອນເຂົ້າຈີ່
ອາຫາຣຕ່ຳແບບນີ້ ຢ້ານອົງເຈົ້າບໍ່ຢາກສັນ
- ແຕ່ວ່າໃຈນື່ງນັ້ນ ຢາກ ທານເພື່ອກຸສົລ
ຄິດວ່າໂຕເປັນຄົນ ມືດມົນດຽວນີ້
ອາດວ່າກັມເປັນໜີ້ ແນວບໍ່ດີເປັນແນ່
ຢາກຫາທາງຊ່ອຍແກ້ ແປະເຂົ້າຊ່ອຍບຸນ...
- ໃນສະໝອງວຸ້ນໆ ໃຫ້ບຸນເກີດກັບຈິດໃຈ
ຈັກຈະທຳແນວໃດ ຊິໃສ່ບໍຫຼືນໍນີ້
ເໝືອນວ່າບຸນນຳຊີ້ ຄົນດີຜູ້ປະເສີດ
ແຮງສັດທາລື່ນເລີດ ໃຫ້ນາງເປີດ ກ້າເອີ່ຍຈາ...
- ຂະນ້ອຍ ມີເຂົ້າລ້າ ອັນທີ່ວ່າຂອງກິນ
ຂໍພະອົງຊົງສີລ ຈົ່ງປິ່ນມາທາງນີ້
ເຖີງວ່າປົນຮຳປີ້ ດ້ວຍສີມືຜູ້ດ້ອຍຄ່າ
ຂໍຄວາມເມຕຕາ ຮັບສັທທາຂະນ້ອຍ ພໍພອຍໄດ້ບ່ອນບຸນ
- ດ້ວຍສາຍຕາເສົ້າຂຸ້ນ ເໝືອນບໍ່ທຸ່ນໃນຫົວໃຈ
ເມື່ອພະອົງເຜີຍໄຂ ຮັບຖວາຍໄປແລ້ວ
ຢ້ານເອົາໜີຫຼົບແສ້ວ ໃຫ້ໝາແມວກາໄກ່
ເພາະວ່າຂອງເຄື່ອງຮ້າຍ ໃຜຈະໄບ້ໂມ່ມກິນ
- ..................... ..................
......................( ຍັງມີຕໍ່ ) ............

ฉัน รัก อำเภอเสนางคนิคม: บุญข้าวจี่ อำเภอเสนางคนิคม

# ບົດກອນເທດ : " ສຼອງບຸນເຂົ້າຈີ່ " ( ຕໍ່ )

- ນາງຢືດສ່ອງບໍ່ສີ້ນ ຕາມຫຼັງປີ່ນຫັນໄປ
ຄົງໄຮ້ຄວາມສົນໃຈ ຈາກໄປໄກແລ້ວ
ຈະໄປຫາເຮືອນແກ້ວ ແນວດີເສຕຖີຮັ່ງ
ນີ້ຫຍັງໆຜູ້ນ້ອຍ ຄົນດ້ອຍຄ່າບໍ່ມີ...
- ນາງໄດ້ຄິດຈັ່ງຊີ້ ຍານທີ່ພະອົງຈັກ
ພະອົງເລີຍຢຸດພັກ ແລ້ວນັ່ງລົງແຖວນັ້ນ
ເຂົ້າຈີ່ດຳຮຳປັ້ນ ເອົາມາສັນກັບບ່ອນ
ຫຼັງແລ້ວສຳເຣັດຫຼ້ອນ ພະອົງປ້ອນເທສນາ
- ໃຫ້ແກ່ເຈົ້າອ່ອນຫຼ້າ ປຸນນະນາດທາສີ
ແສນຊື່ນຊົມປິຕິ ຈົນວ່າມີນ້ຳຕາຍ້ອຍ
ເກີດມາຈົນຄົນດ້ອຍ ໄດ້ເຈິະຮອຍພຸທທະບາດ
ຄົງຈະໄດ້ຫາຍຂາດ ຈາກບາບເວຣແຕ່ກີ້ ດີແລ້ວສ່ວາງເຫງົາ...
- ຄຳພະອົງເພີ່ນຈ້າວ ກ່າວເທດເທສນາ
ເພື່ອສຼອງສັທທາ ໃຫ້ປຸນນາຟັງນັ້ນ
...ຂອງໜ້ອຍນາງທານປັ້ນ ຫວານມັນກ້ອນເຂົ້າຈີ່
ກໍຍັງດິບຍັງດີ ແສນວ່າມີຄ່າລົ້ນ ສູງພົ້ນກ່ວາຜູ້ຫຼາຍ
- ດີກ່ວາເພີ່ນຜູ້ໄດ້ ວັດຖຸໃຫຍ່ມາມື
ທີ່ບໍ່ເຄີຍຍໍຖື ຍື່ນມືທານໃຫ້
ມີກໍເໝືອນຄົນໄຮ້ ແສນເສຍດາຍບໍ່ເຂົ້າທ່າ
ສຸດທ້າຍຖີ້ມລ້າໆ ປະໄວ້ຄ່າກໍຫາຍ
- ສົມເຮົາມີກໍໃຊ້ ໃຫ້ຄຸນຄ່າທະວີຫຼາຍ
ນ້ອຍໄດ້ອີງອາສັຍ ກ່ວາໃຫຍ່ມີຍັງດີລ້ຳ
ເໝືອນເຂົ້າມາລົງຈ້ຳ ຄຳດຽວກໍມີຄ່າ
ດີກ່ວາເຂົ້າຢູ່ຕ່າ ເຖີງວ່າຫຼາຍລ້າໆ ເຮົານັ້ນບໍ່ໄດ້ກິນ...
- ເໝືອນຄວາມທຸກຂາດສີ້ນ ຍິນເພີ່ນເທດເທສນາ
ຕັ້ງແຕ່ໃດໆມາ ກໍວ່າສຸກດຽວນີ້
ເໝືອນບໍ່ຫິວຈັກດີ້ ໃນຊີວີແຈ້ງສະຫ່ວາງ
ຍັງບໍ່ທັນໄດ້ກິນເຂົ້ານ້ຳ ທາງທ້ອງຫາກອີ່ມເຕັມ
- ຄວາມດີໃຈໃຫຍ່ເຂັ້ມ ເຕັມແຕ່ຄວາມສຸກ
ອັນວ່າຄວາມອຸກໆ ທີ່ຜູກພັນນາງນັ້ນ
ສັງຄືວ່າເດີນດັ້ນ ຜັນໄປກ້ຽງເອີດເຕີດ
ແສນສ່ຳສຸກປະເສີດ ເລີດຄັກດີມື້ນີ້ ທີໜ້າແຮ່ງຊິທານ..
- ຈັ່ງວ່າໃນມື້ນັ້ນ ສະຫວັນເປີດປະຕູຮັບ
ຫຼັງຈາກສັພພັນຍູກັບ ຈາກນາງເມືອແລ້ວ
ດ້ວຍພິດອາຍນ້ຳລາຍແຂ້ວ ຂອງແນວງູຮ້າຍເຫົ່າ
ຢູ່ໃກ້ແຖວຄົກເຂົ້າ ເອົານາງນ້ອຍຈາກໄປ
- ເໝືອນວ່າສີ້ນບາບຮ້າຍ ໄປສູ່ສຸຂະຕິ
ເປັນຜູ້ຈົບງາມດີ ບໍ່ມີເວຣຕ້ອງ
ຢູ່ເມືອງບົນຫົນຫ້ອງ ມີຄຳທອງເພັດໃສ່
ບໍ່ໄດ້ພົບຕ່ອນຮ້າຍ ໃຫ້ເຂົາໃຊ້ດັ່ງຫຼັງ
- ອັນນີ້ ເລົ່າເຣື້ອງຕັ້ງ ຕາມບ່ອນຄາຖາ
ທີ່ພະອົງໄຂມາ ຢູ່ວັດເຊຕະວັນກ້ວາງ
ຈີ່ງຂໍລົງລາຍມ້ວນ ປະມວນກອນກ້ອນເຂົ້າຈີ່
ຄິດວ່າມີທໍ່ນີ້ ສຸຂີທ້ອນຄູ່ສູ່ຄົນ
- ຂໍໃຫ້ລຸລາບລົ້ນ ໄດ້ຜົລເກີດເປັນດີ
ມີແຕ່ແນວສຸຂີ ຮັ່ງມີສີຂື້ນ
ສະໜຸກນົວຫົວຈື້ນ ຄືນວັນຫັນເປັ່ງ
ມີແຕ່ລວຍແຕ່ເຮັງ ເງີນຄຳເລັ່ງໆຂື້ນ ແລະຍືນໝັ້ນຄູ່ສູ່ຄົນ
ມີສຸກລົ້ນ ຄູ່ສູ່ຄົນ...ຄູ່ສູ່ຄົນ. .ນັ້ນທ້ອນ..ເອວັງ..ນິຕຖີຕັງ...
ສາທຸ..!

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ