บดกอนเทดลาว งานแต่ง ບົດກອນເທດ ສຼອງບຸນແຕ່ງດອງ

# ບົດກອນເທດ : " ສຼອງບຸນແຕ່ງດອງ "

ສ່ອງທີມໝູ່ເຈົ້າສາວແສນງາມ ງານແຕ່ງ ...

ນະໂມ.................( 3 ເທື່ອ )

ຍະຖາປິ ປຸປຜາຣາ ສີມະຫາຕິ ອິມັງ ທັມມະເທສະນັງ
ສັຕຖາ ສາວັຕຖີ ອຸປປະນິສສາຍະ ປຸປຜາຣາເມ ວິຫະຣັນໂຕ ວິສາຂັງ ອຸປາສິກັງ ອາຣັພພະ ກະເຖສີຕິ .

- ຟັງເອົາເດີ ພວກພີ່ນ້ອງ ສອງຟາກຝ່າຍທັງຍິງຊາຍ
ອາຕະມາຂໍບັນຣະຍາຍໄຂ ສືບຕໍ່ໄປພໍຟັງຮູ້
ຈາກຮັກແພງເປັນຊູ້ ຈົນມາຊູສົມສູ່
ຈົນມາຂໍຮ່ວມຍູ້ ມາຊູຊ້ອນຢູ່ບ່ອນດຽວ
- ຈາກການຂໍຂອດກ້ຽວ ພົວພັນກ່ຽວທັງສອງ
ທັງຜູ້ໃຫຍ່ປົກຄອງ ກໍຄ່ອງຈາໄດ້ເຫັນພ້ອມ
ຈົນໄດ້ຍິນຍໍນ້ອມ ກົມກອມກຽວກ້ຽວກ່ອມ
ພິທີການຈີ່ງພ້ອມ ອ່ວຍພອນຂື້ນເອີ້ນວິວາ
- ຕັ້ງແຕ່ກີ້ນັ້ນນາ ອັນເພີ່ນວ່າກໍມີ 2
ຕາມຮີດເດີມດາຄອງ ເຮື້ອງແຕ່ງດອງແຕ່ຄາວພຸ້ນ
ອາວາມຸງຄຸລເຄີຍຄຸ້ນ ຄຳຄູນດີແມ່ນຊື່ນື່ງ
ວິວາຫະມຸງຄຸລ ພັດເເຮ່ງຊື້ງ ລື້ງເຄີຍໃຊ້ກ່າວຕໍ່ມາ
- ອາວາມຸງຄຸລ ແມ່ນໜ້າ ພັນຣະຍາສູ່ເຮືອນຜົວ
ເອົາຍິງໄປຢູ່ຄົວ ຝ່າຍແມ່ຜົວຜູ້ຊາຍອ້າຍ
ສ່ວນວິວາຫະມຸງຄຸລ ຜ້າຍ ຝ່າຍຊາຍໄປສົມສູ່
ຈົບບໍ່ງາມກໍໃຫ້ຮູ້ ມາຍໍຍູ້ສູ່ຝ່າຍຍິງ
- ອັນນີ້ ເວົ້າເກົ່າຮີດ ໄດ້ຍິນແຕ່ເດີມມາ
ຈີ່ງໄດ້ເຜີຍວາຈາ ເທສນາມາວັນນີ້
ກ່ອນຈະໄຂຂານຊີ້ ໃຫ້ຄະຕິກັນຈັກໜ່ອຍ
ພໍເປັນຮູບເປັນຮອຍ ເຕືອນສະຕິກັນເລັກນ້ອຍ ໃຫ້ພອຍຮູ້ໝູ່ຮີດຄອງ...
- ຈັ່ງວ່າ ເລີ້ມຈາກໝ້ອງ ເວົ້າຄ່ອງໆຄຳດີ
ກ່ອນຈະຈັດພິທີ ຖືກລືກດີຣາສີແລ້ວ
ເປັນຜົວທິບເມຍແກ້ວ ຮ່ວມນຳແລວພ້ອມກັນຍ່າງ
ວຽກງານຫຍັງຕ່າງໆ ກໍຫ້າງຫາສຳເຣັດຫຼ້ອນ ສະອອນພ້ອມທຸກອັນ...
- ຫຼາຍຖີ່ນຖານໝູ່ບ້ານ ຫຼາຍທ່ານເຄີຍທຳກັນ
ບໍ່ຈັກມ່ວນຈັກງັນ ສ້າງສັນມັນຟ້ອນ
ບໍ່ຈັກແຊວໂຮຢ້ອນ ສະອອນກັນຢ່າງໃຫຍ່
ເອີ້ນລູກເຂີຍສຽງໃສ ເອີ້ນລູກໄພ້ສຽງຫ້າວ ຫົວຈ້າວຢ່າງຄັກໃຈ...
- ບາງບ່ອນ ເພີ່ນກໍໄດ້ ພິທີໃຫຍ່ຕາມເຄີຍມີ
ເຮັດໃຫ້ມີສັນສີ ຢ່າງວ່າມີບຸນຕັ້ງ
ຄືວ່າມີບຸນຫ້າງ ສັງຄະທານແລະຕັກບາດ
ຝູງໃກ້ໄກເພື້ອນຍາດ ມີຫັຍງຫ້າງຮ່ວມຊ່ອຍກັນ
- ຄືກ່ອນອື່ນໃດນັ້ນ ນິມົນທ່ານພະສົງມາ
ຢູ່ທີ່ເຮືອນສັທທາ ບ່ອນວິວາດອງນັ້ນ
ດ້ວຍຈິດໃຈໝາຍໝັ້ນ ສັງຄະທານເອົາກ່ອນ
ນິມົນພະສົງເພີ່ນປ້ອນ ຄຳສອນເຈົ້າເທສນາ
- ຫັວງເພີ່ງບຸນແກ່ກ້າ ມາກັ້ງຮົ່ມປົກຫົວ
ພ້ອມພ່ຳກັນເມຍຜົວ ເພື່ອຄອບຄົວດີໄດ້
ມົນຄູບາມາໃຫ້ ໄຊຍະມຸງຄຸລສຸດກ່ອນ
ໃຫ້ພະສົງຝາກຕ້ອນ ສອນທັມໃຫ້ໃສ່ປະດັບ
- ຈັ່ງວ່າ ເລີ້ມຕົ້ນຈາກ ຄັ້ງກ່ອນເທສນາ
ອົງພະສາສດາ ທີ່ວ່າມາແຕ່ຄາວພຸ້ນ
ຢູ່ທີ່ເມືອງເຄີຍຄຸ້ນ ສາວັຕຖີຊື່ດີມ່ວນ
ຍໍຍົກຄຳຄົບຖ້ວນ ຈີ່ງຈົບມ້ວນຄ່ອຍດ່ວນເຊົາ
- ........................ ....................
...................... ( ຍັງມີຕໍ່ ) .................................


# ບົດກອນເທດ : " ສຼອງບຸນແຕ່ງດອງ " ( ຕໍ່ )

- ມີ ເສຕຖີທ່ານທ້າວ ລາວຊື່ວ່າ ທະນະຍະຊັຍ
ມີສົມບັດເຫຼືອຫຼາຍ ມາກມາຍໃນເມືອງນັ້ນ
ພັນຣະຍາແຝງຝັ້ນ ນາງສຸມະນະໂສພາຍີ່ງ
ນັບແຕ່ໄດ້ຢູ່ກິນ ມີລູກຍິງປີ່ງຊີ່ງໝ້າ ປານນາງຟ້າຟາກສະຫັວນ...
- ວິສາຂະຊື່ນັ້ນ ນັບວັນຊື່ນຍາວຍືນໃສ
ພໍ່ແມ່ແສນດີໃຈ ລູກໃຫຍ່ມາເປັນສາວແລ້ວ
ຢາກໃຫ້ເງິນຄຳແກ້ວ ແນວດີສີ່ງມີຮັ່ງ
ຢາກໃຫ້ມີຜູ້ຈັ້ງ ກັບນາງສ້າງສືບຕໍ່ໄປ
- ຢາກໃຫ້ລູກຕົນໄດ້ ຜູ້ຊາຍໃຫຍ່ເປັນຄົນດີ
ເວົ້າເຣື້ອງແສງສັນສີ ຮັ່ງມີພໍກັນໄດ້
ຖານະພໍຄຽງໃກ້ ເວົ້າເຂົ້າໃຈກໍຄີຮັ່ງ
ໃຫ້ເປັນຝາເປັນຝັ່ງ ໃຫ້ໄດ້ຕັ້ງຢູ່ເລື້ອຍ ບໍ່ມີເຕື້ອຍເປື່ອຍພັງ...
- ຈັ່ງວ່າ ທ້າວເລີ້ມຕັ້ງ ຕັດສັ່ງໃຫ້ຝູງພາມ
108 ຄົນເດີນຕາມ ຊອກກ່າວຖາມຊາຍງາມໃຫ້
ເຂົາກໍເລີຍຫາໄດ້ ຊາຍໃນຝັນຕາມໃຈທ່ານ
ຊື່ ວັດທະນະກຸມາຣ ຕະກຸລສູງຊາຕຊັ້ນ ເສຕຖີນັ້ນດັ່ງດຽວ...
- ເໝືອນດັ່ງສັພພະກອດກ້ຽວ ໄດ້ບຸນກ່ຽວມາດອມ
ທຸກຝ່າຍຍິນຍໍຍອມ ພ້ອມແຕ່ງດອງຈັດງານຂື້ນ
ໃຜກໍນົວຫົວຈື້ນ ເປັນປຶກຜືນເງິນຄຳແທ່ງ
ແສນວ່າດີໃຈແຮງ ໃຫ້ສອງແພງອ່ອນນ້ອຍ ຄອຍຄ້ຳຄູ່ກັນ...
- ທ້າວນັ້ນ ເປັນລູກທ້ານ ເສຕຖີທ່ານ ມິຄາຣະ
ຈະໃຫ້ນາງວິສາຂະ ໄດ້ເຂົ້າວິວາດັ່ງຈາໄວ້
ເປັນອາວາມຸງຄຸລໃຫ້ ຝ່າຍຍິງໄປຢູ່ສູ່
ຫຼາຍສີ່ງແນວບອກໃຫ້ຮູ້ ພໍ່ນາງຍູ້ສູ່ຝ່າຍຊາຍ
- ທະນະຍະຊັຍ ບອກໃຫ້ ເນື້ອລະໃໝ່ ວິສາຂະ
ກ່ອນຈາກເຮືອນບິດາ ໄປເພີ່ງພາກັບຜົວນັ້ນ
ຄວາມສຳຄັນໄດ້ມາປັ້ນ ໄດ້ມາປັນບອກຕໍ່
10 ຂໍ້ ຣະນຶກພໍ້ ເຖິງສົນສໍ້ກໍໃຫ້ຈຳ
- 1. ຢ່າໄດ້ຄິດໄຂ່ວຂ້ວາມ ເອົາຄວາມອອກຈາກພາຍໃນ
ຢ່າໄດ້ເອົາອັນໃດ ໄປບອກໝາຍໃຫ້ຊາວບ້ານ
ທຸກເຣື້ອງພາຍໃນນັ້ນ ຢ່າພາກັນໃຫ້ມັນຜີ່ວ
ປິດລັບຈັບຈ່ອງນີ້ວ ຫອມຂິວນັ້ນຢ່າບອກໃຜ
- 2. ອັນວ່າ ເຣື້ອງພື້ນຮ້າຍ ເຂົາຫາໃສ່ເວົ້າແນວໃດ
ຢູ່ນອກຂອງຄົນໄກ ຢ່າໄຕ່ມາເຂົ້າໃນບ້ານ
ໄດ້ຍິນຄຳຄົນຕ້ານ ຫາແນວພານເຮື້ອງໃສ່
ປຽບເປັນໄຟລຸກໄໝ້ ໃຫ້ອຳໄວ້ຢ່າສູ້ຈາ
- 3 . ຄັນວ່າ ມີຫຼາຍໜ້າ ຄົນມາຈາຂໍຄວາມຊ່ອຍ
ວັດຖຸໃຫຍ່ແລະນ້ອຍ ໃຈລະຫ້ອຍຄິດຄວນ
ໃຫ້ຮູ້ຈັກຄິດຖ້ວນ ຜູ້ເຂົາດ່ວນຮູ້ຈັກຄຸນ
ຢືມໄດ້ໄປບໍ່ເສຍສູນ ກໍຍ່ອມຄູນຄວນໃຫ້
- 4 . ຖ້າຜູ້ໃດ ພໍເອົາໄດ້ ຂອງນ້ອຍໃຫຍ່ທີ່ຢືມໄປ
ເຂົາຫາກລືມລາໄລ ບໍ່ຫ່ວງໄຍສົ່ງຄືນເຈົ້າ
ເປັນວັດຖຸຂອງເຂົ້າ ເງິນຄຳເຮົາກໍຕາມຊ່າງ
ມັນຊິຮາມຫ່າງມ້າງ ຢ່າວາງໃຫ້ແກ່ເຂົາ
- 5 . ອັນວ່າ ພວກແກ່ນເຫົ້ງາ ພີ່ນ້ອງເກົ່າຕິດກັນ
ຖືເປັນຄົນສຳຄັນ ໃຫ້ແບ່ງປັນຊູຊ້ວານ
ເຈັບເປັນຕາຍເສຍຫາຍລ້ວນ ກໍສົມຄວນໄດ້ຊົດຊ່ອຍ
ວຽກງານໃຫຍ່ແລະນ້ອຍ ໃຫ້ຄອຍຕຸ້ມຕ່ອມກັນ
- 6 . ........................ ............................
............................ ( ຍັງມີຕໍ່ ) ............................


ບົດກອນເທດ : " ສຼອງບຸນແຕ່ງດອງ "
( ຕໍ່ )

- 6 . ສ່ວນວ່າການນັ່ງນັ້ນ ສະຖານທີ່ເຮົາຄວນຈັກ
ບ່ອນໃດທີ່ເຮົາພັກ ໃຫ້ແໜ້ນໜັກຄວນຮູ້
ບ່ອນໃດຄວນຄານຄູ້ ມຸຫົວລົງກົ້ມຂາບ
ເຮົາກໍຄວນຮູ້ຊາບ ທີ່ເຊົາຢັ້ງປູ່ຍ່າຕົນ
- 7 . ບໍ່ຄວນຫຼັບພອກພົ້ນ ຢ່າດົນແຈບກັບການນອນ
ໃຫ້ຈຳຄຳເຄີຍສອນ ເຣື້ອງທີ່ນອນໝອນມຸ້ງ
ມີວຽກໃດຫຍອງຫຍຸ້ງ ໃສ່ໃຈຝູງມ້ຽນມັດກ່ອນ
ພໍວ່າສຳເຣັດຫຼ້ອນ ຈີ່ງນອນທ້ອນເມື່ອລຸນ
- 8 . ບໍ່ຄວນໃຫ້ສໍ້ວຸ້ນ ຈົນໝອງຂຸ່ນກັບແນວກິນ
ເຮົາຮູ້ຈັກຫັນຜິນ ແຕ່ງເຄື່ອງກິນໃຫ້ຄົນເຖົ້າ
ໃຫ້ໃສ່ໃຈພວກເຂືອເຈົ້າ ປູ່ຍ່າເຮົາພໍ່ແລະແມ່
ຫົວທີກ່ອນ.ໃຫ້ຊ່ອຍແກ້ ແລເລື້ອຍເຣື້ອງເຄື່ອງກິນ
- 9 . ຢ່າໃຫ້ສູນຂາດສີ້ນ ນ້ອມເກົ້າປີ່ນພຽນເຄົາຣົບ
ມາຣະຍາດສວຍງາມຈົບ ຄົບເຄື່ອງມີມວນໄຫ້ວ
ປູ່ຍ່າຄືໄຟໄຕ້ ຜູ້ແສງໃສຊີ້ສ່ອງ
ເຮົາເປັນໃພ້ຮູ້ອ່ອນນ້ອມ ຖະໜອມຫຸ້ມຈີ່ງອຸ່ນໃຈ
- 10 . ຫຼືທຽບປູ່ຍ່າໃຫ້ ເປັນຜູ້ໃຫຍ່ເທວະດາ
ໃຫ້ຮູ້ຈັກສົມມາ ກາລະມີພິທີນັ້ນ
ມີແນວໃດກໍອົດກັ້ນ ພຽນຂະຫັຍນຈັ່ງຊິແມ່ນ
ມີວາຈາມ່ວນແມ້ງ ຈີ່ງແຮງໄດ້ດັ່ງຫັວງ ລູກເອີຍ...
- ນີ້ແມ່ນ ຄຳເອີ່ຍເວົ້າ ຂອງທ້າວທ່ານ ທະນະຍະຊັຍ
ນັບວ່າມີຄວາມໝາຍ ໃຫ້ຄ່າຫຼາຍທັງເຂີຍໃພ້
ຫາກວ່າປະຕິບັຕໄດ້ ຕາມວິສັຍທີ່ເພີ່ນກ່າວ
ເປັນຄອບຄົວທີ່ຮຸ່ງກ້າວ ບໍ່ມີເສົ້າເສື່ອມຖອຍ ແທ້ນາ
- ແລະຍັງມີແນວ 5 ຈະໄຂວ່າມາເໝາະ
ສຼອງໃຫ້ຮູ້ຈັກຄັກພໍ ບ່ອນກໍ່ຄົວແປງສ້າງ
ຈີ່ງບໍ່ເສຍສູນຮ້າງ ປະວາງຂີນໄຂ່ວ
ຈີ່ງບໍ່ສຸດບໍ່ສ້ວຍ ມໍຣະມ້ວຍມຸ່ນກັນ
- ອັນທີ່ວ່າບ່ອນບັ້ນ ອົງທ່ານພະສັມມາ
ເພີ່ນໄດ້ເຜີຍວາຈາ ກ່າວມາມີ 5
ສຳລັບຜົວມີໜ້າ ເອົາພັນຣະຍາຮູ້ໄວ້ກ່ອນ
ຈີ່ງຈະສຳເຣັດຫຼ້ອນ ສະອອນໄດ້ແຕ່ສີ່ງດີ
- 5 ຢ່າງທີ່ວ່ານີ້ ມີ 1 . ດ້ວຍຄວາມຮັກ
ຜູ້ເປັນຜົວຕ້ອງຮູ້ຈັກ ຮັກ - ນັບຖື ເມຍແທ້
2 . ບໍ່ໃຫັມີຄຳແຫ້ຍ ຫາແສຄວາມບຽດບຽນໃສ່
ແນວໃດໆຂີ້ຮ້າຍ ບໍ່ຄວນເວົ້າດູມີ່ນເມຍ
- ເຖີງຮ້າຍປ່ວຍງ່ອຍເປ້ຍ ອົດສາເຈ່ຍກັນໄປ
ຄວນຮັກກັນເຕັມໃຈ ຍີ້ງໃຫຍ່ຈິງຈັງແທ້
ຂໍ້ 3 ຢູ່ດົນ ງາມ ຫຼື ດຳແຫຼ້ ຢ່າຫາແລຍິງໃໝ່
ຊອກໂອກາດໃຫ້ໄດ້ ນອກໃຈເລື້ອຍແມ່ນບໍ່ດີ
- ..... . ....... ........................
................... ( ຍັງມີຕໍ່ ) ..............................

ในภาพอาจจะมี 2 คน, คนที่ยิ้ม


ບົດກອນເທດ : ' ສຼອງບຸນແຕ່ງດອງ " ( ຕໍ່ )

- 4 . ອັນວ່າ ຄວາມໃຫຍ່ນີ້ ສຳຄັນຍີ່ງໃນຄອບຄົວ
ເຮົາຜູ້ຊາຍເປັນຜົວ ຮູ້ທົ່ວໄປຄືຫົວໜ້າ
ແຕ່ວ່າເຮົາໄຂອ້າ ເປີດໃຈຈາໃຫ້ເມຍໃຫຍ່
ວຽກຫັຍງໆກໍເຊື່ອໄດ້ ຍ້ອງເມຍໃຫ້ວ່າແຕ່ດີ
- ແລກປ່ຽນຄວາມຄິດຊີ້ ໂດຍທີ່ວ່າທາງຈົບ
ຈັ່ງຊິມີແນວພົບ ຄົບເເຕ່ດີຄູນຄ້ຳ
5 . ອັນວ່າສີ່ງງາມລ້ຳ ເງີນຄຳຂອງຄູນຄ່າ
ສີ່ງຫາມາຄວນວ່າມ້ຽນ ໃຫ້ເມຍຜ້ຽນສູ່ອັນ
- ທຸກເຄື່ອງຂອງເຂົ້ານັ້ນ ລາວເປັນໃຫຍ່ໃຫ້ປົກປັກ
ສ້ອຍແຫວນມີມວນປະດັບ ຄັກດີຈະແຈ້ງ
ນ້ຳໃຈຜົວຢ່າມົວເເຫ້ງ ກັບເມຍເເພງຕ້ອງຮັກຍີ່ງ
ເຮັດຈິງໆຄືດັ່ງສີ່ງເພີ່ນເວົ້າ ບໍ່ມີເສົ້າດອກຄອບຄົວ
- ເພີ່ນບໍ່ຢາກໃຫ້ກົ້ວ ພັຍແນວຊົ່ວມົວອະບາຍ
ເພີ່ນຈີ່ງບັນຣະຍາຍຫຼາຍ ເພື່ອເຂົ້າໃຈດີໃວ້
5 . ຢ່າງມີມາໃຊ້ ກັບຊາຍໄວ້ດັ່ງກ່າວ
ແຕ່ກໍມີເຣື້ອງເວົ້າ ກັບສາວເຈົ້າກໍດັ່ງດຽວ
- 5 . ຂໍ້ຈະບອກກ້ຽວ ອັນວ່າກ່ຽວກັບເມຍເເພງ
ອັນຈະທຳການແປງ ເບີ່ງແຍງກັບຜົວໄດ້
1 . ຈັດການງານດີໄວ້ ທັງພາຍໃນແລະພາຍນອກ
ຢ່າຖ້າແຕ່ຜົວໄດ້ບອກ ທຸກຂອກຂົງວຽກບ້ານ ຈັດການໃຫ້ຄັກດີ...
- 2 . ຈົ່ງມອງເບີ່ງພຸ້ນພີ້ ພ້ອງພີ່ອາວອາ
ຍາມເມື່ອເຂົາຄຸງຄາ ເຍື່ອງບັນຫາໃດນັ້ນ
ມີແນວໃດອົດກັ້ນ ກໍພໍປັນແບ່ງຊ່ອຍ
ໃຫຍ່ຫຼືຫຼາຍແລະໜ້ອຍ ໃຈລະຫ້ອຍຮັກຫ່ວງກັນ
- 3 . ຈົ່ງມີໃຈທ່ຽງໝັ້ນ ກະສັນແຕ່ຜົວຕົນ
ຢ່າຄິດໄກໄປສົນ ຈະມືດມົນດຳຮ້າຍ
ຢ່າໄດ້ເອົາຕົນຜ້າຍ ກັບຊາຍຜູ້ອື່ນ
ໃຫ້ຈິດໃຈຊາບຊື້ງ ຄຳນຶງໝັ້ນຮັກດຽວ
- 4 . ຂໍຈົ່ງມ້ຽນມັດກ້ຽວ ຢ່າບ້ຽວບີ່ນໃຫ້ສີນເສຍ
ເຮົາຄືຍິງເປັນເມຍ ຢ່າເຮ່ຍຟູມເຟືອຍໃຊ້
ຊັບທີ່ຜົວຫາໃຫ້ ຮູ້ລາຍງານແລະຈຳຈື່
ກວດກາເບີ່ງສູ່ມື້ ກ່ອນຈະຊື້ຊັບສີ່ງຂອງ
- 5 . ເວົ້າໄປເຖີງບ່ອນໝ້ອງ ຮັບຮອງຮອດຈະມີກິນ
ເຮົາຢ່າມອງເມີນຜິນ ຢ່າປີ່ນໜີບໍ່ດີຕ້ານ
ຈົ່ງພາກັນໝາຍໝັ້ນ ກັບການງານຄຽງບ່າໄລ່
ມີອັນໃດພໍຊ່ອຍໄດ້ ກໍຮຽງໃກ້ຊ່ອຍຜົວ
- ເຮົານີ້ ຮ່ວມຂັ້ວນພົ້ວ ດີຊົ່ວກໍຄົນດຽວ
ເຂົ້າຮ່ວມທາງເດີນທຽວ ກ່ຽວທຸກອັນແຕ່ວັນນີ້
ເອົາຄະຕິດີໄວ້ ປະດັບໃຈເປັນທີ່ເພີ່ງ
ເພື່ອສົດໃສເລີງໆ ເພື່ອໃຫ້ເຖີງທີ່ແມ້ງ ເບີ່ງແຍງຍູ້ຄູ່ກັນ..
- ຈັ່ງວ່າ ຮອດບ່ອນບັ້ນ ເຮົາຫັນຮ່ວມສາມັຄຄີ
ຂໍໃຫ້ສົດໃສດີ ຮັ່ງມີສີຂື້ນ
ຈົ່ງຈົດຈຳຄຳພື້ນ ຈະຍືນນານສຳລານຍີ່ງ
ສີລທັມນ້ອມອີງ ທຸກສີ່ງສົມມາດມຸ້ງ ຝູງເຈົ້າປາດຖະໜາ... ນັ້ນທ້ອນ
- ຈັ່ງວ່າ ມາເຖີງນີ້ ອາຕະມາຊິລາກ່ອນ
ຂໍອ່ວຍພອນທຸກທ້ານ ຈົ່ງຍືນໝັ້ນທຸກຄົນ
ຜູ້ທີ່ບຸນມາກລົ້ນ ກຸສົລຮ່ວມຮຽງກັນ
ຂໍສຳພັນຄວາມຮັກ ຈົ່ງຄັກຍືນຍາວທ້ອນ
ຢ່າໄດ້ມີຄຳຮ້ອນ ມາຫຼອນຊິງບັງບຽດ
ທັງໂພຍພັຍສະໜຽດ ຢ່າໄດ້ມາບຽດຕ້ອງ ຈະຜອງເຖົ້າຮ່ວມກັນ...
- ອາຍຸ ທຸກທ່ານນັ້ນ ໃຫ້ຍາວຍີ່ງຍືນນານ
ວັນນະ ງາມເບີຍບານ ຢ່າຢ່ອນຍານໂຊມເຖົ້າ
ສຸຂະ ດີມີຂອງເຂົ້າ ຍືນຍາວໄກໂພຍພັຍຜ່າຍ
ພະລະ ກາຍເເກ່ນກ້າມ ທຸກຍາມດຸໝັ່ນເລື້ອຍ ຢ່າຈົມເຕື້ອຍເຣື້ອງວຽກງານ ...ທ່ານເອີຍ .!..ສາທຸ ..! ເອວັງ.. .! ນິຕຖີຕັງ.../

ไม่มีคำอธิบายรูปภาพ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ