บดกอนเทดลาว บุญคุณพ่อแม่ ບົດກອນເທດ ເຣື້ອງບຸນຄຸນພໍ່ແມ່

ບົດກອນເທດ : " ເຣື້ອງບຸນຄຸນພໍ່ແມ່ "

แด่พระคุณพ่อแม่ ที่ยิ่งใหญ่ตลอดกาล - YouTube

ນະໂມ...... . .........( 3 ເທື່ອ )

ອິທານິ ທັມມັສສະວະທິວະເສ ສັນຕິປະຕິຕາຍະ
ປຣິສາຍະ ມາຕາປິຕຸຄຸນະກະຖັງ ພາສິສສາມິ ຕັງ
ສຸນາຖະ ສະມາຄະຕາຕິ .

- ສາທຸ ..! ຂ້າຂໍນອບນ້ອມເກົ້າ ກ່ອນຈະກ່າວຄຳງາມຈົບ
ສິບນີ້ວຍໍຊູນົບ ກ່ອນທົບທວນບຸນຄຸນເຈົ້າ
ຈັກຈະເອົາຫັຍງມາເວົ້າ ພໍເປັນເງົາທຽບຄຸນທ່ານ
ປະສົບການຄືອ່ອນຫຼ້າ ຫາຫັຍງເວົ້າຈີ່ງຊິສົມ...
- ພໍ່ແມ່ໄດ້ເລີ້ມຕົ້ນ ບຸກເບີກກົ່ນໃຫ້ຜົລມາ
ລູກມືນຫູມືນຕາ ຈົນໃຫຍ່ມາມີວັນນີ້
ໃຫ້ຈົດຈຳຄຳສອນຊີ້ ແນວດີໆເພີ່ນບອກສັ່ງ
ໃຫ້ອ່າວເອື້ອຄວາມຫັວງ ສືບພະລັງເລືອດເນື້ອ ຢ່າລືມເຊື້ອຊາຕຜູ້ດີ...
- ຄຳວ່າ ພໍ່ແມ່ນີ້ ໃຫ້ສູງທີ່ຄວນເຄົາຣົບ
ເປັນຄຳສວຍງາມຈົບ ຈີ່ງນົບຈາບູຊາເຈົ້າ
ເຫັນວ່າເປັນຄົນເຖົ້າ ຝູງໄທເຮົາຢ່າລັງກຽດ
ຢ່າໄດ້ຫຍາມໄດ້ຢຽດ ເຮົາໄດ້ບຽດຢູ່ທ້ອງ ຈົນເຖີງໝ້ອງອອກໃຫຍ່ມາ..
- ຍາມເຮົາໃຫຍ່ເເກ່ກ້າ ຢ່າປາກວ່າເດີສຽງຫອງ
ເຮົາໄດ້ມີເງິນທອງ ແລະເຄື່ອງຂອງຢູ່ດຽວນີ້
ຄິດເຖີງຄົນຄາວກີ້ ບຸພພະກາຣີ ພວກພໍ່ເເມ່
ເຖີງຍາມເຖົ້າຍາມແກ່ ເພີ່ນຂໍແວ່ພັກຢັ້ງ ເຄຫັງຫ້ອງຮ່ວມເຮົາ...
- ຊຸມເຮົາເປັນລູກເຕົ້າ ກໍຄວນເລົ່າກະຕັນຍູ
ຈົ່ມຈຳສຽງຈົນຕິດຫູ ຄູ່ສູ່ຍາມເດີເລີງເລື້ອຍ
ຢ່າໃຫ້ມີເເນວເລື້ອງ ມາຂັດເຄືອງຍວກແຍ່
ເພີ່ນອາສັຍໃຫ້ເຮົາເເລ ເພີ່ນກໍແປະຢູ່ນອກ ແຕ່ເຮືອນຫ້ອງແຫ່ງເຮົາ...
- ບໍ່ແມ່ນເພີ່ນຊິເຂົ້າ ໄປເນົາຢູ່ອຸທອນເຮົາ
ເໝືອນແຕ່ເຮົາຍັງເຍົາ ແຕ່ເກົ່າເດີມດານ້ອຍ
ຢ່າໄດ້ຫຼົງເຜີະປ້ອຍ ໃຫ້ເສຍຮອຍບຸນຄຸນເພີ່ນ
ເຖີງວ່າຂາດວ່າເຂີນ ອົດປະເຊີນໃຫ້ໄດ້ ເຖີງຈົນໄຮ້ກໍພໍ່ແມ່ເຮົາ...
- ຄິດເມື່ອຄາວກ່ອນກ້າວ ເຮົາຍັງອ່ອນສະອອນຫຼາຍ
ທັງມູກຄາວຫັວດໄອ ເຫື່ອໄຄເພີ່ນເຄີຍອຸ້ມ
ຢ້ານເເຕ່ມີເເນວຫຸ້ມ ມາຂົບຊູນຕຳຕອດ
ຮີ້ນບໍ່ໃຫ້ໄຕ່ ໄຮບໍ່ໃຫ້ຕອມ ທຸກຍາມຫອມຮັກເຝົ້າ ແລງເຊົ້າລ້ຽງຫຼ່ຳເຮົາ..
- ນີ້ລະ ສີ່ງຢາກເວົ້າ ຈີ່ງໄຂກ່າວເທສນາ
ໃຫ້ເຮົາຝູງບຸດຕາ . ຮູ້ຄ່າໃນໃຈແຈ້ງ
ໃຫ້ເຂົ້າໃຈຄວາມໝາຍແມ້ງ ຜູ້ແພງເຮົາຄືພໍ່ເເມ່
ຜູ້ເພີ່ນດີແທ້ໆ ດູເເລທ້ອນ ກ່ອນຫຼ້າສວາຍ....
- ຄືເຮົາຕ້ອງ ຮູ້ຄິດໄດ້ ໃນດູກໄລ່ຄວາມເປັນຄົນ
ຢູ່ໃນໂຕໃນຕົນ ຮ່າງກາຍຄົນ ຫົວມົນນີ້
ມີກົກປາຍສາຍຊີ້ ຈີ່ງມີຜົລດີ ໝາກສະຫງ່າ
ພໍ່ເເມ່ຄືທີ່ມາ ມອບເເຂນຂາ ແລະທ້ອງນ້ອຍ ມອບຮອຍຍີ້ມໃຫ້ແກ່ເຮົາ...
- ໃຫ້ທັງເຂົ້າເເລະນ້ຳ ລ້ຽງມ້າມປອດທຸກເເນວອັນ
ທຸກສີ່ງຫຼາຍແນວພັນ ຖີ່ນຖານສຳລານຢັ້ງ
ປຽບເທພະເຈົ້າເຫຼົາສານສ້າງ ບໍ່ຫັວງທາງຮຽກຄຸນຄ່າ
ຄິດວ່າທຸກເວລາ ຄືຈັ່ງວ່າ ພໍ່ແມ່ລ້ຽງ ລູກໝົດສ້ຽງຄູ່ສູ່ອັນ...
- ຕັ້ງແຕ່ ຍັງນ້ອຍນັ້ນ ທ່ານລ້ຽງລ່ຳເຮົາເເສນທຸກ
ພໍເມື່ອເຖີງຄາວສຸກ ໄດ້ມຸກພີດີອ້ວນ
ເພີ່ນກໍຍັງຊູຊ້ວານ ໝົດທັງມວນລູກສາວບ່າວ
ຈົນຮອດວັກຫ່ວາງຄາວ ຢາກເອົາກັນສືບສ້າງ ເພີ່ນຍັງຫ້າງຊ່ອຍແຕ່ງແປງ...
- ເວົ້າກັນຢ່າງແຈ້ງໆ ໃນເຣື້ອງເເຫ່ງບຸນຄຸນ
ເພີ່ນຊ່ອຍເຫຼືອເຈືອຈູນ ມາກມູນມາຫຼາຍແທ້
ຮ້ອນທຸກຍາມຖາມແກ້ ຈົນຕາເເຈ ຮ້ອງພໍ່ເເມ່
ເໝືອນເປັນເວຣວຸ້ນແຫຍ້ ໃຫ້ເເລລ້ຽງລ່ຳບໍ່ສຸດ...
- ................. ...........................
....................... ( ຍັງມີຕໍ່ ) .............................


รู้แล้วส่งต่อไปชีวิตจะดีขึ้น พิธีล้างเท้าขอขมา! “บิดามารดาและผู้มี ...

ບົດກອນເທດ : " ເຣື້ອງບຸນຄຸນພໍ່ແມ່ " ( ຕໍ່ )

- ພໍ່ແມ່ຫ່ວງເເຕ່ລູກ ໃຫ້ພີມຸກສະບາຍດີ
ໃຫ້ຮູ້ຈັກວິທີ ສີ່ງທີ່ດີພາກັນສ້າງ
ບໍ່ທຳລາຍມາຍມ້າງ ບໍ່ຫາທາງແນວບໍ່ແມ່ນ
ຫັວງລູກເຂັ້ມລູກເເຂງ ເປັນໂຕແທນພໍ່ແມ່ໄດ້ ເຖີງຈົນໄຮ້ເພີ່ນກໍຍອມ.. .
- ຂໍແຕ່ລູກນັ້ນພ້ອມ ຍິນຍອມຍ່າງເປັນຄົນດີ
ຢ່າງຜູ້ມີສັກສີ ເພີ່ນກໍດີໃຈແລ້ວ
ສ່ວນເຣື້ອງເງີນຄຳເເກ້ວ ເເນວດີມີຜ້າຜ່ອນ
ບໍ່ອີ່ຫຼີ ເພີ່ນບໍ່ຮ້ອນ ບໍ່ວອນໃຫ້ລູກຍາກນຳ...
- ເພາະເພີ່ນເຄີຍໄດ້ຂ້າມ ສີ່ງສູງຕ່ຳມາດົນ
ຂໍແຕ່ຄວາມເປັນຄົນ ທີ່ລູກຕົນຮູ້ຈັກນັ້ນ
ຮູ້ຈັກເດີນຮູ້ຈັກດັ້ນ ພາກັນກິນພາກັນຢູ່
ຂໍລູກຈົບລູກຮູ້ ເຊີດຊູໜ້າພໍ່ແມ່ຕົນ
- ຂໍແຕ່ລູກບໍ່ໜົ້ນ ໄປໝອງໝົ່ນເຮັດຄໍຕົກ
ແບບທີ່ວ່ານາຣົກ ໃຫ້ຕ່ຳຕົກໝົກຮ້ອນ
ບໍ່ໄດ້ເຄືອງຄຳຂ້ອນ ຈົນເສຍດອນນາໄຮ່
ບໍ່ໄດ້ມີເຣື້ອງຮ້າຍ ມາໝາຍໃຫ້ເພີ່ນຍາກນຳ
- ນັບວ່າສຸກເລີດລ້ຳ ບໍ່ຈຳວ່າເອົາຫຍັງຫຼາຍ
ເພີ່ນກໍແສນດີໃຈ ລູກໃຫຍ່ມາເປັນຄົນແລ້ວ
ເຂົ້າຂອງເງີນຄຳແກ້ວ ແນວໃດດີຈະມີຮັ່ງ
ລູກຊ່າງເຮັດຊ່າງທຳ ເປັນກອບກຳກໍພ້ອມ ກໍພອຍນ້ອມອຸ່ນໃຈ...
- ຂໍແຕ່ວ່າລູກໄດ້ ກ້າວເຕີບໃຫຍ່ທາງໃຈຈິຕ
ແນວສີ່ງໃດທີ່ມັນຜິດ ກໍຢ່າທຳກັມຫຍຸ້ງ
ເຮັດໄປຕາມໝາຍມຸ້ງ ທັງສອງຝູງເພີ່ນພໍ່ເເມ່
ຜູ້ເພີ່ນດູເພີ່ນເເລ ຈົນວ່າເຖົ້າເເກ່ແລ້ວ ຢ່າມີແປ້ວໃຫ້ບາດໃຈ...
- ຄັນວ່າເຮົາເຮັດໄດ້ ກໍສຸດໃຫຍ່ງາມຈົບ
ຮູ້ຈັກຄວາມເຄົາຣົບ ນົບນ້ອມຈຳຄຳສອນຊີ້
ບໍ່ໄດ້ໜີປົບລີ້ ຈາກວິທີຂອງພໍ່ແມ່
ເປັນປະຕິບັຕບູຊາແທ້ໆ ໃຜແລແລ້ວກໍຄັກດີ
- ສ່ວນວ່າ ກ່ອນໜ້ານີ້ ເຣື້ອງມີຄ່າເຄີຍມີມາ
ຄື ອາມິສະບູຊາ ກໍວ່າໄປຕາມໄດ້
ຖ້າວ່າມີພໍໃຊ້ ຫຼາຍໆແນວຜືນຜ້າຜ່ອນ
ມີເງີນຄຳຫາກຝາກຕ້ອນ ຍາມເຄືອງຮ້ອນກໍອຸ່ນໃຈ...
- ຍາມເມື່ອເຖີງຫ່ວາງຮ້າຍ ຮ່າງກາຍຫຼົ່ນຂຸລົງໄປ
ເຮົາກໍຈັດຟືນໄຟ ມ້ຽນມັດໄປເໝືອນຊາວບ້ານ
ສາມັຄຄີດີຕ້ານ ເຮັດບຸນທານນຳພວກເພີ່ນ
ຢ່າໄດ້ຄິດໝາງເມີນ ຈົນບ້ານເພີ່ນກ່າວພື້ນ ພາບໍ່ຂື້ນເຣື້ອງສ້າງກິນ...
- ອາດຈະທຸກບໍ່ສີ້ນ ໃຜຜູ້ປີ່ນໜີກາຍ
ໃຜຫາກຄິດທຳຣາຍ ບໍ່ໃສ່ໃຈສອງເຂືອເຈົ້າ
ຫຼົງແຕ່ເອົາຕົນເຂົ້າ ກັບມຶນເມົາເປັນການໃຫຍ່
ຖືເພື້ອນຜູ້ໄກ ຫຼາຍກ່ວາຜູ້ໃກ້ ສອງຍາຍເຖົ້າພໍ່ແມ່ຕົນ...
- ເພີ່ນວ່າ ທຸກບໍ່ມົ້ມ ຈົມຢູ່ໃນອັຄຄີ
ເປັນລູກທໍລະພີ ແຮ່ງວ່າມີແຕ່ເເນວຮ້າຍ
ເປັນອະເວຈີໄໝ້ ສະໜອງໃນພັນຜູກ
ບໍ່ໄດ້ຮັບສຸກ ມີແຕ່ທຸກຢູ່ເລື້ອຍ ມີເເຕ່ເຕື້ອຍເປື່ອຍຈົມ...
- ເປັນຄວາມບາບມາກລົ້ນ ໝອງໝົ່ນໃນຊີວິດ
ອະກະຕັນຍູຖູຜິດ ບໍ່ຄິດຫວນເຫັນເເຈ້ງ
ມີເເຕ່ພາບົກແຫ້ງ ຖອຍເເຮງມ້ອຍລະມີ່ງ
ອາດຈະກ້ຽງມີ່ນລີ່ນ ເພາະບໍ່ຮູ້ປີ່ນໜ້າ ບູຊາເຈົ້າພໍ່ເເມ່ຕົນ
- ... . .......... ................ ....
.............. ( ຍັງມີຕໍ່ ) .................... ......

พระคุณพ่อแม่

# ບົດກອນເທດ : " ເຣື້ອງບຸນຄຸນພໍ່ເເມ່ " ( ຕໍ່ )

- ຈັ່ງວ່າ ຂໍໃຫ້ຄິດໄຄ່ຄົ້ນ ເຣື້ອງກັມສົ່ງຫຼືຜົລຜະຫຼາ
ມັນຫາກຕິດຕາມມາ ຢູ່ກາຍາເຮົານີ້
ບໍ່ໄດ້ໜີຈັກດີ້ ເພາະມີນຳສາຍເລືອດ
ບໍ່ໄດ້ບົກໄດ້ເຫືອດ ບໍ່ໄດ້ຫວິດໄດ້ເຟືອດ ຍັງເປັນເພື້ອນຢູ່ຄູ່ເຮົາ..
- ແລະກໍສົ່ງຮອດເທົ້າ ລູກເຕົ້າເກີດຕາມພາຍຫຼັງ
ໃຜຫາກຄິດຊິງຊັງ ພໍ່ເເມ່ຕົນເອງນົັ້ນ
ເວຣຈະມາຕາມຝັ້ນ ມີອັນເປັນໃຫ້ເຫັນອີກ
ບໍ່ໄດ້ຫວິດໄດ້ຜີກ ອາດຈະຫຼີກບໍ່ມົ້ມ ໂຊມຮ້າຍແຕ່ບາບກັມ...
- ລູກຈະທຳຕາມກ້ຳ ແບບໄດ້ຫຼ່ຳເຫັນມາ
ເຂົາຈະບໍ່ກູນາ ຜູ້ເພີ່ງພາຫາລ້ຽງ
ເປັນເລື້ອຍໄປບໍ່ສຸດສ້ຽງ ເວຣຂື້ນສຽງນຳເຮົານ້າວຈ່ອງ...
ລູກຂອງເຮົາກໍຈະໂງກ່ຽວຂ້ອງ ສະໜອງໃຫ້ໃສ່ດັ່ງດຽວ
- ລູກຂອງເຮົາກໍຈະກ້ຽວ ຊັງພໍ່ເເມ່ໄດ້ຄືກັນ
ເພາະໂຕການສຳຄັນ ເຮັດຜ່ານມາຄືເຮົານີ້
ບໍ່ໄປນຳຄຳສອນຊີ້ ມີເເຕ່ເເນວດູຖູກເພີ່ນ
ຈີ່ງເປັນເວຣປີ່ນເນີ້ງ ມາເຖີງໃຊ້ຕໍ່ໃສ່ເຮົາ...
- ອັນນີ້ແລ້ວສີ່ງຢາກເວົ້າ ລົ້ນເກົ້າມ່ອມຈອມຄຸນຫຼາຍ
ຍາກຈະບັນຣະຍາຍໄຂ ມາກມາຍໃຫ້ໝົດໄດ້
ໃຜຈະທຳບຸນໃຫ້ ພະອົງໃດໃຜກະຊ່າງ
ຖ້າຄອບຄົວຫາກແຕກມ້າງ ປະວາງຖີ້ມພໍ່ແມ່ຕົນ
- ປະໃຫ້ພໍ່ແມ່ໝົ້ນ ຢູ່ທົນທຸກບໍ່ເເລຫຼຽວ
ບໍ່ຂາບພໍ່ແມ່ຫົນດຽວ ຊິທ່ຽວໃສກໍໄປຖ້ອນ
ຢ່າຫັວງຊິມີບຸນຍ້ອນ ມາຈັບຈອນລ່ອງຊ່ອຍ
ນ້ຳຕາພໍ່ເເມ່ ຫາກໄຫຼລັ່ງຍ້ອຍ ບຸນນ້ອຍ ເຈົ້າບໍ່ເຫັນ ... ດອກ ນາ..!
- ເພາະວ່າຄຸນລົ້ນຟ້າ ຄືພໍ່ເເມ່ຂອງເຮົາ
ເຮົາຢ່າຫຼົງເພີນເມົາ ເພີ່ງເອົາໄກນັ້ນ
ກັບມາຫັດໄຂຕ້ານ ຄຳຫວານໆນຳພໍ່ແມ່
ຫາຜ້າຜ່ອນຜືນແພ ຫາເເນວເເລລ່ຳລ້ຽງ ບໍ່ຖຽງຕ້ານຕອບຄວາມ...
- ບຸນຄຸນເພີ່ນຢ່າຂ້ວາມ ໃຫ້ສວມກອດເມື່ອຍາມມີ
ຫຼືຂາບລົງຈົບດີ ແບບວິທີທີ່ທຳນັ້ນ
ມີແນວໃດກໍອົດກັ້ນ ຄິດເຖີງວັນເກົ່າໆ
ຄິດເຖີງຄາວພໍ່ແມ່ເຈົ້າ ເຮົາຍັງນ້ອຍເພີ່ນເບີ່ງມາ...
- ບໍ່ຈັກຫຼັງຈັກໜ້າ ໄຮ້ດຽງສາບໍ່ຢູ່ຊື່
ມີເເຕ່ຄວາມຂີ້ດື້ ດຳປື້ເພີ່ນຍາກນຳ
ບາງຄົນເພີ່ນໄດ້ຄ້ຳ ສຸດລຳບາກເຫຼືອຫຼາຍ
ຍອມເຈັບໂຕເຈັບກາຍ ເກືອບຊິຕາຍກໍມີຍ້ອນ
- ທຸກເຫຼືອຫຼາຍກາຍຮົນຮ້ອນ ໃນອຸທອນຢ້ອນໄຂ້ສັ່ນ
ສຸດວ່າອົດວ່າກັ້ນ ເກືອບຜັນລົ້ມຖ່າວຕາຍ...
ບາງເທື່ອເພີ່ນຮ້ອງໄຫ້ ເພາະຍີ້ງໃຫຍ່ຄວາມເຈັບຫຼາຍ
ເລືອດຍ່າວນອງລິນໄຫຼ ມ້ອຍເມື່ອຍໄປຕັ້ງດົນແທ້
ຖືກຜ່າຕັດດັດເເກ້ ມີດໝໍແປະແຫກຫັ່ນ...
ໂອຍ. .! ໃນວັນເກີດລູກນັ້ນ ແສນອົດກັ້ນເວດທະນາ.. .
- ສ່ວນວ່າພໍ່ນັ້ນນາ ກໍສຸດວ່າທົນທຸກ
ກ່ອນລູກມີຄວາມສຸກ ດັ່ງທຸກວັນດຽວນີ້
ຈົນວ່າໝອງດຳປີ້ ການງານມີບໍ່ໄດ້ຢູ່
ຫາເງີນຄຳຊ່ອຍຍູ້ ຊູລ້ຽງ ຮ່ວມກັນ....
- ປານນັ້ນ.. .ເພີ່ນກໍບໍ່ກ່າວອ້າງ ຫຼືສັ່ງຕອບບຸນຄຸນ
ລູກບໍ່ມາເຈືອຈູນ ປະມາດຄຸນ ...ກໍສຸດແລ້ວ
ໃຫຍ່ແລ້ວໜີຫຼົບແສ້ວ ຈົນລືມແລວບ້ານເກົ່າ
ລືມພໍ່ແມ່ເຖົ້າ ໆ ສອງເຂືອເຈົ້າກໍຍອມ...
- ຈັ່ງວ່າ ຂໍໃຫ້ຄິດເອົາຖ້ອນ ຢ່າຈອນຈາກລາປະ
ຄຸນບິດາມານດາ ຢ່າໄດ້ລາລືມເວັ້ນ
ຫອມຫຼືເໝັນເປັນໃດນັ້ນ ຢ່າເຫຫັນປະປ່ອຍທ່ານ
ຂໍໃຫ້ອະທິດຖານ ຍົກຄຸນທ່ານໃສ່ຫົວ ຍົກໃສ່ຕົວໃສ່ເກົ້າ ຢ່າໄດ້ເມົາຫຼີກເວັ້ນ ຊິເຫັນໄດ້ແຕ່ດີ.. ແຕ່ດີ .ນັ້ນລະນາ...!
- ເອີ...! ຈັ່ງວ່າ ມາເຖີງນີ້ ເຫັນທີ່ວ່າລາລົງ
ສຸກດັ່ງໃຈປະສົງ ເຈຕຈຳນົງສາເດີທ້ານ
ສົມຄວາມຫວັງໝາຍໝັ້ນ ກະຕັນຍູ ຮູ້ຄຸນພໍ່ເເມ່
ຄຸນພະພຸດທະເຈົ້າຈົ່ງມາເເລ ຄຸນພະທັມຈົ່ງມາລັ່ງລົ້ນ
ຄຸນພະສົງຈົ່ງມາລັ່ງລ້ອມ ໃຫ້ເຖີງພ້ອມ ທຸກສີ່ງຫວັງ - ທຸກສີ່ງຫວັງ... ນັ້ນລະນາ...! ສາທຸ..! ນິຕຖີຕາ...

ศิริพจน์ เหล่ามานะเจริญ : "เปรต" พันธุ์แท้จากอินเดียตัวผอมกรัง ...


แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ