อานิสงส์ ให้ทาน ບົດກອນເທດ ເຣື້ອງ ອານິສົງການໃຫ້ທານ

# ບົດກອນເທດ : " ເຣື້ອງ ອານິສົງການໃຫ້ທານ "

ไม่ควรดูเบาการให้ทาน ว่าไม่สามารถกำจัดกิเลสได้ - Pantip

ນະໂມ.. ....... ( 3 ເທື່ອ )

ທະນະມາໂນ ປິໂຍ ໂຫຕີຕິ .

* ບັດນີ້ ພ້ອມທີ່ເວລາໄດ້ ຈະໄຂກອນເທດອ່ານ
ເວົ້າເຣື້ອງການໃຫ້ທານ ທຸກຫ່ານພໍຈະຮູ້ ອານິສົງຍູ້ຈັ່ງໃດ.. .
ພວກເຮົາເຄີຍໄດ້ໃຫ້ ຕັກບາດໃສ່ສັງຄະທານ
ມອບໃນກິດຈະການ ທຸກວຽກງານສັງຄົມສ້າງ
ເຮົາໄດ້ໄປຄຽງຂ້າງ ບໍ່ວາງເສຍປະປ່ອຍ
ໃຫ້ໂອກາດຜູ້ດ້ອຍ ທັງແນວນ້ອຍໃຫຍ່ກໍທານ
* ທານແກ່ພວກເພື້ອນບ້ານ ບັນເທົາທ່ານປະສົບພັຍ
ພໍໄດ້ອີງອາສັຍ ຮັບນ້ຳໃຈຕອມຕຸ້ມ
ທານຈົນວ່າເຄີຍຄຸ້ນ ຮ່ວມເຮັດບຸນບໍ່ໄດ້ຂາດ
ບໍ່ໄດ້ປະມາດ...ຄຸນນະທາຕຢ່າງນີ້ ຖືກນຳຊີ້ແຕ່ໃດມາ..
* ໂລກເຮົາຈະກ້າວໜ້າ ພົ້ນຈາກທ່າພັຍພິບັດ
ຍ້ອນວ່າຄົນເຮົາຈັກ ຮູ້ຮັກແພງເບີ່ງແຍງລ້ຽງ
ຈີ່ງບໍ່ສູນເສັດສ້ຽງ ສີ້ນສຽງ ແຮງມະນຸສໂລກ
ພ້ອມກັນຍໍກັນຍົກ ຍາມຕົກທຸກຍາກໄຮ້ ພ້ອມໃຈຟ້າວລັ່ງທານ..
* ຈັ່ງວ່າ ຫັນຈັ້ນໆ ມາບັ້ນມໍ່ຄົນຂໍທານ
ຜູ້ເພີ່ນທໍຣະມານ ຜູ້ພິການຄານກົ້ມ
ຫວັງວັນໆພໍ.ມົ້ມ ຫວິດຄວາມຈົມລຳບາກ
ເຮົາກໍໄດ້ບໍຣິຈາຄ ຝາກຄວາມຮັກມອບຕ້ອນ ອາທອນໃຫ້ເຊີ່ງກັນ...
* ແລະສີ່ງໃຫຍ່ກ່ວານັ້ນ ຊ່ອຍທ່ານໃຫ້ມີຫວັງ
ໃຫ້ກັບມີພະລັງ ຮ່າງກາຍດີໄດ້
ເວົ້າເຖີງການເຈັບໄຂ້ ໂພຍພັຍອຸບັຕເຫຕ
ຢາດເລືອດເເດງທີ່ເຫັນໆ ເຮົາກໍເຈາະກໍເຫຍັ້ນ ບຳເພັນໃຫ້ຊ່ອຍທານ...
* ອັນນີ້ ເອີ້ນວ່າຂັ້ນ ຂອງທານໃຫຍ່ສູງສັກ
ເຮົາໄດ້ເຄີຍເຫັນຄັກ ຜູ້ທ່ານມີໃຈກ້ວາງ
ມີແນວໃດກໍຍໍມ້ວນ ໝົດທັງມວນບໍ່ຂີ້ຖີ່
ໃຈບໍຣິສຸທຄັກນີ້ ຍິນດີໃຫ້ໃສ່ເເຕ່ທານ
* ມີແຕ່ຮັກເພື້ອນບ້ານ ຢາກໃຫ້ທ່ານມີຄວາມສຸກ
ຫວັງແຕ່ຍໍຊູຊຸກ ໃຫ້ທຸກຄົນດີເລື້ອຍ
ຮັກເໝືອນອາວອາເອື້ອຍ ເຟືອຍຍອຍຮ້ອຍຮ່ວມ
ເມຕຕາທັມອັ່ງຖ້ວມ ກວມລົ້ນເຢືອກເຢັນ
* ຈີ່ງຢາກຂໍເວົ້າເນັ້ນ ໃຫ້ເຫັນປ່ອງຄອງທານ
ເຊີ່ງໄດ້ຍິນມານານ ທຸກທ່ານເຄີຍຟັງເເລ້ວ
ທານຮອດເງິນຄຳເເກ້ວ ແນວດີມີຮັ່ງ
ທານຮອດມ້າຮອດຊ້າງ ທັງທານລູກເເລະເມຍ..
* ບໍ່ໄດ້ຖອຍລ່ອຍເຕ້ຍ ຢາກຄັວດເຂ່ຍທະວີປັນ
ຈະທານໝົດທຸກອັນ ຫ້າວຫັນສຳລານແທ້
ໃນນອກກາຍຈະໄຂແກ້ ທັງກະແສສາຍເລືອດ
ທານບໍ່ແຫ້ງບໍ່ເຫືອດ ອານິສົງຟົ້ງເຟືອດ ສະເທືອນຂື້ນອື່ນໄກ...
* ຈົນວ່າຟາກຟ້າໄດ້ ອິນທ້າວໄຕ່ລົງມາ
ໃຫ້ຄຳກະຣຸນາ ຊ່ອຍບາກັບບ້ານ
ໄດ້ກັບຄືນຄອງສ້າງ ປະເຊຊັຍຕຸ້ມເຜົ່າ
ເຣື້ອງພະພຸທເຈົ້າ ເຮົາໃຊ້ຊາຕມາ
* ເຊີ່ງເປັນຊາຕທ້າຍຫຼ້າ ເພີ້ມຄ່າພະລັງດີ
ທານະປາຣະມີ ໄດ້ຄົບດີສູງເເລ້ວ
ຕາມຈຸດໝາຍສາຍເເຜ້ວ ເດີນເລັງເເລວບໍ່ຢຸດຢ່ອນ
ເຣື້ອງພະເວດສັນດອຣ ຜ່ານບົດສອນສອບບັ້ນ - ປ້ອງກັນໄດ້ດ່ານໃຫຍ່ສຸດ...
* ຈາກຄວາມອົບເອົ້າອູດ ທີ່ພັນຜູກໃນໃຈ
ມັຈສະຣິຍະພາຍໃນ ບໍ່ເບີກໄຂຈະແຈ້ງ
ເໝືອນດັ່ງຕັບບີແຫ້ງ ບໍ່ມີເເຮງສົດຊື່ນ
ທ່ານຈີ່ງຍໍຈີ່ງຍື່ນ...ບຸກບືນຂື້ນໄຈ້ໆ ສົມໃຈເຈົ້າປາຖນາ..
* ໄດ້ເປັນເເກ້ວເເກ່ກ້າ ສູງຄ່າເຮືອງໃສ
ຜ່ານການເຈຍລະໄນ ໄດ້ຄັກໃສເຮືອງແລ້ວ
ຕັດຈາກສາມສາຍເເຮ້ວ ຮິງແອວດັນຈ່ອງ
ໜີຈາກບ້ວງບາດຄ້ອງ ຕັດຄວາມຂ້ອງໄດ້ເພາະທານ..
* ໝາຍເຖີງວາງໄດ້ບັ້ນ ບໍ່ພັນຜູກກັບສົມບັດ
ເລືອກບ່ອນທັມທາງສະຫງັດ ງັດໃຫ້ເບົາເໝົາເລື້ອຍ
ບໍ່ຫຼົງງົມຊົມເຕື້ອຍ ກັບເຟືອຍຄອນບ່ອນພັນຜູກ
ໄດ້ບໍຣົມມະສຸຂ ຄືຄວາມສຸຂໃຫຍ່ຍີ້ງ ຈິງນັ້ນເລີ້ມແມ່ນທານ.. .
* ....... .......... .. ....................................
...................... ( ຍັງມີຕໍ່ ) ....................................

สังคหวัตถุ 4 และแนวทางการปฏิบัติในการทำงาน - CasTool


# ບົດກອນເທດ : " ເຣື້ອງ ອານິສົງ ໃຫ້ທານ " ( ຕໍ່ )

* ສ່ວນວ່າເຮົາເຫຼົ່າທ້ານ ຜູ້ຍັງຍ່ານໂລກີ
ພວມສ້າງປາຣະມີ ກໍວ່າດີພໍໃຊ້
ເມື່ອເລີ້ມການທານໃຫ້ ກໍສົດໃສຍີ້ມເປີ່ນເວີ່ນ
ພ້ອມກ່າວຊວນຊັກເອີ້ນ ເຕີນເພື້ອນຮ່ວມທານ
* ເມື່ອພວມຮອດບ່ອນບັ້ນ ປັ້ນເຂົ້າປ່ອນລົງຂັນ
ກໍມີຄວາມສຳລານ ຊື່ນບານເບີຍຍີ້ມ
ສັດທາໃສໄຫຼຍີ້ງ ຄວາມຈິງໃຈອີ່ມເອີບ
ມັນຫາກສຸຂປະເສີດ ແສນລ້ຳເລີດແທ້ໆ ເມື່ອແລແລ້ວສີ່ງເຮັດທານ...
* ພໍເມື່ອກັບຮອດບ້ານ ທານເລີກກໍສະບາຍ
ບໍ່ໄດ້ຄິດເສຍຫາຍ ໜ່າຍໃດໃສນັ້ນ
ມີເເຕ່ໃຈໝາຍໝັ້ນ ກັບບຸນທານແໜ້ນແກ່ນ
ມີຄວາມສຸຂມ່ວນແມ້ງ ແລງເຊົ້າຊື່ນສະບາຍ
* ຖ້າວ່າເຮົາຫາກຮ້າຍ ປ່ຽນໃຈໃໝ່ເມື່ອທານຫວິດ
ຮອດຍາມໃດກໍຍັງຄິດ ແໜ້ນຈິດບໍ່ຫວິດມົ້ມ
ຄວາມເສຍດາຍມາຫຼົ້ມ ມາຈົມທຸກເມື່ອ
ທານທີ່ເຮົາກໍ່ເກື້ອ ຊຳເຮື້ອໃຫ້ທຸກໃຈ
* ທຳບຸນເລີຍບາບໄດ້ ເພາະໃຈໜ່າຍເສຍດາຍ
ຂີ້ຖີ່ມັນເກາະໃຈ ມາກຫຼາຍບໍ່ຫາຍກຸ້ມ
ເປັນດັ່ງສຸມໄຟອຸ້ມ ໃນພູມກາຍໄໝ້ຕະຫຼອດ
ເພີ່ນວ່າທານບໍ່ຮອດ ທອດບໍ່ເຖີງເຄີ່ງໄດ້ ເພາະໃຈຮ້າຍເມື່ອເຮັດທານ...
* ທານທີ່ດີໄດ້ນັ້ນ ທຳອິດທ່ານຕ້ອງຈິງໃຈ
ເມື່ອວ່າທຳທານໄປ ກໍແຮ່ງດີໃຈລົ້ນ
ພໍເມື່ອຫວິດມືພົ້ນ ດົນໆໄປກໍຄືເກົ່າ
ໃຈບໍ່ໝອງໝົ່ນເສົ້າ ເຊົາຢັ້ງນັ່ງສະບາຍ
* ບໍ່ໄດ້ຄິດຢາກຮ້າຍ ຫຼືເວົ້າໃສ່ຕິໃຜ
ສາມັກຄີພາຍໃນ ຄັກໃຈເຕັມແທ້
ບໍ່ມີດຳມີແຫຼ້ ລົງເຮືອແພພ້ອມພ່ຳ
ພ້ອມກັນເຮັດກັນທຳ ຜົລບຸນນຳເລື່ອມຄ້ຳ ຄອບຄົວໃຫ້ຢູ່ດີ...
* ການທຳບຸນຖືກນີ້ ພ້ອມທີ່ບໍຣິສຸທ
ຕ້ອງເປັນຂອງຫາຂຸດ ຈາກຊຸດເເຮງເຮົາແທ້
ບໍ່ໄດ້ຊິງຊັງແຫຍ້ ລັກຫຼອຍແຕະຂອງເພີ່ນ
ຈີ່ງຊິສົມຖືກເອີ້ນ ຂອງທານນັ້ນທີ່ດີ
* ບໍ່ແມ່ນຂອງປຸ້ນຈີ້ ກົດຂີ່ເຂົາມາ
ອານິສົງຜະຫຼາ ກໍຈີ່ງຫຼາຍເຫຼືອໄດ້
ຖ້າວ່າໃຜທານໃຫ້ ຂອງຈັງໄຮໄດ້ບໍ່ມາກ
ຈີ່ງວ່າຂໍຕ້ອນຝາກ ທານຫາກກ່ຽວບໍ່ສີ້ນ ກັບສີລນັ້ນຈົ່ງເຂົ້າໃຈ...
* ທານວັດຖຸເຄື່ອງໃຊ້ ທານຜ້າຜ່ອນຜືນແພ
ທານເຄື່ອງເຮືອນຝາເເຕະ ໃຫ້ເເກ່ສົງຫຼືຊາວບ້ານ
ທານໝູ່ເງິນຄຳນັ້ນ ຮອດຍວດຍານຜ່ານແລ່ນ
ທານເຄື່ອງປຽກເຄື່ອງແຫ້ງ ເຝີແປ້ງເຂົ້າກິນ. .
* ຫຼືວ່າຂອງເຄື່ອງຫຼີ້ນ ຂຽນຂີດປາກກາສໍ
ໃຫ້ເເກ່ເດັກຄົນຂໍ ກໍໄດ້ບຸນດຽວລ້ວນ
ອານິສົງປົ່ງຖ້ວນ ໄດ້ມາມວນບໍ່ເເມ່ນຄ່ອຍ
ໄດ້ບຸນຫຼາຍບໍ່ເເມ່ນໜ້ອຍ ຢ່າຖອຍທ້ອນເຣື້ອງທານ
* ອານິສົງບ່ອນບັ້ນ ມາທັນຕອບຕາເຫັນ
ຜູ້ໃຫ້ທານຈະເປັນ ຜູ້ເດັ່ນດີວົງກ້ວາງ
ມີແຕ່ຄົນມາທ້ວງ ເປັນແຊວໆຫຸ້ມຫໍ່
ມີແຕ່ຄົນຢາກພໍ້ ຍໍໄວ້ໃຫ້ສູງ...
* ຫຼັບກໍບໍ່ສະດຸ້ງ ແຈ້ງຮຸ່ງກໍເປັນສຸຂ
ໃຈບໍ່ມີຄວາມທຸກ ອັ່ງອຸກຝັນຮ້າຍ
ຄັນວ່າເຖີງວັນທ້າຍ ສະບາຍໄປໄວ່ໆ
ສະຫວັນສົມບັດໄດ້ ໄປໜ້າລ້ວນເເຕ່ດີ
* ສົມຄຳເພີ່ນກ່າວຊີ້ ບາລີທີ່ຂານໄຂ
ກ່ອນຈະລາລົງໄປ ຢາກໃສ່ເຕັມຕາມນີ້
ວ່າ : ທະນະມະໂນ ປິໂຍ ໂຫຕິ ເພີ່ນໄດ້ໄຂແປຊີ້ ວ່າ ຄົນດີບໍຣິຈາຄ...
ມີແຕ່ຄົນຫອມຮັກ ມີແຕ່ຜູ້ຢາກຢູ່ໃກ້ ດືງໄວ້ບໍ່ໃຫ້ໜີ...
* ນ້ຳໃຈໄມຕຼີນີ້ ກໍສຸດທີ່ສຳຄັນ
ເຮົາຄວນຍຸຄວນຍານ ໃຫ້ທານອະພັຍໂທດ
ໃຫ້ຂໍ້ຄິດທານໂຜດ ທັມໂອສົດຍີ້ງໃຫຍ່
ທານເໜືອທານສີ່ງໃດ ຄືອະພັຍຍະທານບອກໃຫ້ ຈຳໄວ້ໃຫ້ດີ...
* ຈັ່ງວ່າ ມາເຖີງນີ້ ເຫັນທີ່ຈະລາລົງ
ຂໍໃຫ້ສົມປະສົງ ຍົງໆມີດີໄດ້
ຈົ່ງຫວິດຈົນສົນໄຮ້ ຫວິດພັຍໄຂ້ປ່ວຍ
ຂໍໃຫ້ລ້ຳໃຫ້ລວຍ ສົດສວຍງາມຍີ່ງຍ້ອຍ ຢ່າລົງຄ້ອຍຈ່ອຍຈົນ ..
* ຂໍໃຫ້ລຸລາບລົ້ນ ໄດ້ຜົລຈາກບຸນທານ
ຂໍໃຫ້ສຸຂສຳລານ ທຸກມານຢ່າມາໃກ້
ຂໍຈົ່ງສົມຫວັງໄດ້ ພອນຊັຍ 4 ຢ່າງ
ອາຍຸ ວັນນະ ສຸຂະ ພະລະ ຢ່າມ້າງ ສະຫວາງທ້ອນ ບ່ອນຈະເຣີນ...ບ່ອນຈະເຣີນ..ທ່ານເອີຍ...!
ສາທຸ...! ເອວັງ ນິຕຖີຕັງ..../

"3 ทาน" ที่จะสร้าง "ปาฏิหาริย์" เปลี่ยนชีวิต ...



แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ