บดกอนเทดลาว อานิสงส์ รักษาศีล ບົດກອນເທດ ເຣື້ອງ ອານິສົງ ຮັກສາ ສີລ

# ບົດກອນເທດ : " ເຣື້ອງ ອານິສົງ ຮັກສາ ສີລ "

ເທດແຫຼ່ ການຮັກສາສີນ ໂດຍ ພຣະ ອ ຈ ...


ນະໂມ... ....... ( 3 ເທື່ອ )

ສີເລນະ ສຸຄະຕິງ ຍັນຕິ ສີເລນະ ໂພຄະສັມປະທາ
ສີເລນະ ນິພພຸຕິງ ຍັນຕິ ຕັສມາ ສີລັງ ວິໂສທະເຍຕິ .

* ບັດນີ້ ຫັນມາຟັງເອົາຖ້ອນ ຟັງບົດກອນ ແບບເທດຄ່ອງ
ມອບເເດ່ ຊຸມພີ່ນ້ອງ ຜູ້ຄອຍ ຈ້ອງຮັບຟັງ
ມື້ນີ້ ຈະໄດ້ຕັ້ງ ໃຫ້ຟັງ ເຣື້ອງສີລໆ
ທີ່ເຮົາ ເຄີຍໄດ້ຍິນ ຈົນລຶ້ງຊິນ ກັນມາແລ້ວ
ເປັນ ຜູ້ດີສີເເກ້ວ ແວວວາວ ງາມວາດຄ່ອງ
ຫາຍຈາກ ເວຣບາບຂ້ອງ ແນວຄ້ອງ ກໍເພາະສີລ
* ສີລພາໃຫ້ ຄົນໄດ້ສີ້ນ ຈາກຖີ່ນ ອະບາຍ
ເປັນມະນຸສ ທີ່ສົດໃສ ເຕີບໃຫຍ່ ໄປໄກເລື້ອຍ
ບໍ່ໄດ້ ລົງງົງເຕື້ອຍ ໄປນອນເຟືອຍ ດັ່ງສັດອີກ
ບໍ່ໄດ້ ລົງເກືອກສີກ ຫຼືວ່າ ຜິດຮັບໂທດ ໄປໂຕນ ໝໍ້ແຜ່ນເເດງ...
* ບໍ່ໄດ້ ຖືກເພີ່ນແຈ້ງ ມີ.ໝາຍແຕ່ງ ສານຄະດີ
ບໍ່ຍາກໃຈ ຈະປົບໜີ ເພາະວ່າ ໂຕຊິມີໂທດ
ບໍ່ຢ້ານ ໃຜມາໂກທ ຍໍໂຍນ ຄວາມຮ້າຍໃສ່
ເວົ້າ ເຣື້ອງ ໝັ້ນໃຈ ກໍຍີ້ງໃຫຍ່ ຮອດຮ້ອຍ ບໍ່ມີດ້ອຍ ດອກຮັກສີລ...
* ບໍ່ຢ້ານກຸດ ບໍ່ຢ້ານກິ້ນ ບໍ່ຢ້ານ ບີ່ນເສຍຜິດ
ສະບາຍກາຍ ສະບາຍຈິຕ ເພາະວ່າ ສີລທັມຄຸ້ມ
ຍ້ອນ ວິນັຍມາຕຸ້ມ ມີເເຕ່ ບຸນຫຸ້ມມາຊ່ອຍ
ອານິສົງ ບໍ່ແມ່ນໜ້ອຍ ຈະກອຍເວົ້າ ເລົ່າສູ່ຟັງ
* ຈັ່ງວ່າ ຄັ້ງກ່ອນນັ້ນ ດົນນານ ຜ່ານກາຍມາ
ການທ່ອງ ທຽວໄປຫາ ຈະຄ້າຂາຍ ກໍແສນຍາກ
ສ່ວນຫຼາຍ ໄປທາງນ້ຳ ຂີ່ສຳເພົາ ເຮືອໃຫຍ່
ຄ່ອຍໆໄປ ຫຼາຍຄ່ຳຄືນ ຂວບມື້ ຈີ່ງເຖີງ ຢື້ຈວບກັນ....
* ເພາະວ່າ ບ້ານຕ່າງບ້ານ ເມືອງແຮ່ງ ຫ່າງກັນຫຼາຍ
ຢູ່ຟາກ ພູຍາວໄກ ປ່າ ພົງໄພຂັ້ນ
ມະຫາ ສະໝຸດຂວາງກັ້ນ ຄວາມກັນດານ ຕັ້ງພັນຊ່ອງ
ມີທັງຟອງ ພາຍຸຕ້ອງ ເປັນ ພັຍຂ້ອງ ໃຫ້ ຂ້ວາມຈົມ. .
* ຫຼາຍເທື່ອ ໄປກໍຫາກມົ້ມ ປະສົບ ໂຊກຊັຍງາມ
ລຸລາບ ລວຍເງິນຄຳ ຢ່າງລົ້ນ ຫຼາມກັບບ້ານ
ບາງເທື່ອ ກໍເພພັງມ້າງ ກາງວັງ ສຳເພົາເເຕກ
ໂຂຄື້ນ ຟອງພັດເເຍກ ຈົນແຫຼວ ແຫຼກມຸ່ນໄປ
* ຜູ້ກ້າສ່ຽງ ກໍຫາກໄດ້ ໄປບໍ່ຂາດ ແລະກັບມາ
ການລ່ອງ ເຮືອນາວາ ກໍວ່າ ເປັນເເນວນີ້
ມີຜູ້ ຫຼຸບດັບປີ້ ມີຜູ້ ດີໄດ້ຮັ່ງ
ມີທັງ ຕາຍແຕກມ້າງ ທັງຍັງ ສູ້ສືບຕໍ່ໄປ...
* ເພາະວ່າ ຄວາມຢາກໄດ້ ຄ້າຂາຍ ເກັ່ງກຳໄລດີ
ຫວັງລ້້ຳ ລວຍຮັ່ງມີ ເປັນເສຕຖີ ດີໄດ້
ບໍ່ວ່າ ໄກຫຼືໃກ້ ບຸກບືນໄປ ໃຫ້ຮອດຝັ່ງ
ເພື່ອ ບັນລຸຄວາມຫວັງ ພັຍອີ່ຫຍັງ ກໍບໍ່ຢ້ານ ຢືນຢັນສູ້ ຍູ້ຕໍ່ໄປ.. .
* ..... ............ ...................... ...
.... .. .......... ..( ຍັງມີຕໍ່ ) .......... .... ...... . ..

ศีล 5 หลักปฏิบัติสำคัญของชาวพุทธ

#ບົດກອນເທດ : " ເຣື້ອງ ອານິສົງ ຮັກສາສີລ " ( ຕໍ່ )

* ຈັ່ງວ່າ ມື້ນື່ງໄດ້ ມີເຮືອໃຫຍ່ ສຳເພົາຍາວ
ຜ່ານ ໂຂຟອງສີຂາວ ຈະຈ້າວ ໄປຂາຍຄ້າ
ບໍ່ຈັກ ຫຼັງຈັກໜ້າ ພາຍຸມາ ຮ້າຍເຮັ່ງ
ຈາກສະພາບ ທີ່ເຫັນ ມັນໄດ້ ເປັນຈັ່ງຊີ້ ເຖີງທີເເລ້ວ ບ່ອນວ່າຊວຍ...
* ເພາະວ່າ ລົມບໍ່ໄດ້ຮ້ວຍ ບໍ່ໄດ້ ອ່ວາຍຫຼຸດລົງ
ເຮືອກໍ ພວມຈະຈົມ ຖະຫຼົ່ມ ລົງພາຍພື້ນ
ເພາະວ່າ ແຮງຂອງຄື້ນ ເຮືອບໍ່ຝືນ ດົນໄດ້ຢູ່
ເບີ່ງໂລດວ່າ ເທົ້າພູ ໃຜຈະ ສູ້ຢູ່ໄດ້ ພາຍຸຮ້າຍ ແມ່ສະໝຸດ
* ຫົວໜ້າເຮືອ ລຸກຜູດ ຊູດຫາ ບ່ອນພໍໄຄໆ
ຮ້ອງຮຽກ ຄົນທັງຫຼາຍ ທີ່ຮ່ວມໄປ ໃນເຮືອນັ້ນ
ຕັ້ງສະຕິ ໃຈໝັ້ນ ອະທິດຖານ ແນວເເນ່
ເຖີງບາດ ສຸດທ້າຍແທ້ ວິທີແກ້ ອື່ນບໍ່ມີ
* ຂໍໃຫ້ ເຮັດຈັ່ງຊີ້ ເຮົາຊິບອກ ຊຸມສະຫາຍ
ຮູ້ວ່າ ຊີວາວາຍ ຕ້ອງທ່ຽງຕາຍ ຈິງເເທ້
ເຮົາຕ້ອງ ເອົາສີລເເກ້ ແລຫາທັມ ເປັນທີ່ເພີ່ງ
ພ້ອມກັນ ຣະນຶກເຖີງ ເພີ່ງສີລ 5 ໃຫ້ໄດ້ ຕັ້ງໃຈພ້ອມ ທຸກຄົນ...
* 1. ເຮົາຕັ້ງໃຈ ໃຫ້ພົ້ນ ເຣື້ອງວົນ ບຽດບຽນກັນ
ພະຍາບາດ ທີ່ເຄີຍຫັນ ບໍ່ຜູກພັນ ເວຣເບື້ອງ...
2. ອັນວ່າ ເງິນຄຳເຟື້ອງ ສະຫຼຶງດຽວ ກໍບໍ່ໂລພ
ຂໍແຕ່ ຄວາມໝົດຈົດ ຄວາມຂີ້ໂລພ ຂີ້ລ້ຽວ ໃນໃຈນັ້ນ ບໍ່ໃຫ້ມີ...
* 3. ເຊີ່ງວ່າ ພ້ອມກັນນີ້ ອັນທີ່ວ່າ ໄວໄຟ
ຂໍຢ່າມີ ໃນໃຈ ເຣື້ອງກ້າວກາຍ ຂອງຊາວບ້ານ
ຂໍຢ່າ ໃຫ້ມັນມາຄັ້ນ ອັນຕັນຫາ ແນວບໍ່ເຂົ້າທ່າ
ຢ່າໃຫ້ມັນ ໄດ້ອອກໜ້າ ລາແລ້ວ ເຣື້ອງມັກຫຼາຍ...
* 4. ອັນວ່າ ເວົ້າເຣື້ອງຮ້າຍ ລ້ຽວໂລພ ລ່າຍລວງອຸບາຍ
ຢ່າໃຫ້ມີ ໃນໃຈ ຈົ່ງໃຫ້ຫາຍ ໃນວັນນີ້
ໃຫ້ມີແຕ່ ຄຳສອນຊີ້ ແນວຈົບດີ ທີ່ມ່ວນໆ
ສັດຈະຈິງ ມີຄົບຖ້ວນ ດີລ້ວນ ຄູ່ສູ່ຄົນ
* 5. ຕັ້ງຈິດໃຈ ໃຫ້ຫຼຸດພົ້ນ ຈາກຄວາມ ໝົ່ນໝອງເມົາ
ຄວາມງ້ວງ ຊຶງເຊເຫງົາ ເກົ່າດອງ ຄອງຮ້າຍ
ເອົາໃຈດີ ມີທັມເຂົ້າ ໃຫ້ຂາວງາມ ຍາມໃໝ່
ອະທິດຖານ ໃຫ້ໄດ້ ບໍ່ເອົາ ພັຍພິດຮ້າຍ ອະບາຍນັ້ນ ອີກຕໍ່ໄປ.. .
* ຫົວໜ້າເຮືອ ບອກໃຫ້ ທັງຫຼາຍ ໝູ່ທັງໝົດ
ໃຫ້ທ່ຽງ ທົນທານອົດ ຜ່ານຄົດ ເຂັນຂັດຂ້ຽວ
ໃຈຢ່າ ແຊຊຳລ້ຽວ ໄປຫາຮຽວ ບ່ອນຮົກອື່ນ
ນ້ຳສະໝຸດ ບໍ່ຕື້ນ ເຮົາຟື້ນກາຍ ບໍ່ໄດ້ ແຕ່ໃຈນັ້ນ ຕ້ອງຟື້ນດີ...
* ເຖີງວ່າ ກາຍປົ່ນປີ້ ລົງພື້ນທີ່ ໃນສະໝຸດ
ຂໍແຕ່ ໃຈເຮົາຜຸດ ຢ່າຊຸດໂຊມ ໂຈມຮ້າຍ
ເອົາຄວາມ ບໍຣິສຸທໄວ້ ເປັນປັດຈັຍ ນ້າວສົ່ງ
ເຮົາຮັກສາສີລ ໝັ້ນຄົງ ສີລຕ້ອງ ຍົ່ງໆຍູ້ ຊູໃຫ້ໄດ້ແຕ່ດີ...
* ............... .................... ...
.... .................. ( ຍັງມີຕໍ່ ) ................... ........


ปราชญ์ พึงรักษาศีล | Wordy Guru


# ບົດກອນເທດ : " ເຣື້ອງ ອານິສົງ ຮັກສາສີລ " ( ຕໍ່ )

* ອັນນີ້ ເລົ່າເຣື້ອງກີ້ ພົບທີ່ວ່າ ອັນຕຣາຍ
ຄາວເມື່ອ ຈວນຄວາມຕາຍ ສາດໃສ່ມາ ເວລາຈໍ້
ພໍແແຕ່ ທວນທັມຂໍ້ ຄົບສີລພໍ ດັ່ງທີ່ກ່າວ
ນ້ຳກໍ ໄຫຼຍ່າວໆ ລົມກໍພັດຈ້າວໆ ເຮືອກໍກ້າວ ສູ່ລຸ່ມວັງ
* ອັນວ່າ ກາຍພວກນັ້ນ 500 ທ່ານມານຳກັນ
ທັງເຄຶ່ອງ ຂອງສຳຄັນ ທຸກເຍື່ອງ ອັນສິນຄ້າ
ກໍບໍ່ຍັງ ພໍໜ້າ ມໍຣະນາ ກ້ຽງມີ່ນລິ່ນ
ດ້ວຍອານິສົງ ຮັກສາສີລ ພວກເຂົາ ເລີຍປີ່ນໜ້າ ເຖີງເມືອງຟ້າ ສູ່ສະຫວັນ...
* ມີຄວາມສຸຂ ຄົບຊັ້ນ ທຸກອັນຢາກ ປະສົງຫຍັງ
ມີແຕ່ຫອມ ມີແຕ່ຫວານ ບໍ່ໄດ້ພານ ແນວຮ້າຍ
ເພາະວ່າ ສີເລນະ ສຸຄະຕິງ ໄດ້ ສະບາຍໃຈ ຢ່າງໃຫຍ່
ສີເລນະ ໂພຄະສັມປະທາ ບໍ່ໄຮ້ ອັນໃດນັ້ນ ກໍຫຼາຍ
* ເພີ່ນຈີ່ງວ່າ ມີສີລດີ ຊ່ອຍໃຫ້ ສະມາທິ ໄຕ່ເກີດມີມາ
ມີໝູ່ ດວງປັນຍາ ສະຫຼາດດີ ຈະແຈ້ງ
ເຖີງນິພພານ ສົມແມ້ງ ແຮງປັນຍາ ກ້າແກ່
ສະມາທິ ກໍວ່າດີແທ້ໆ ເປັນແຮງແຫຍ້ ຊ່ອຍປັນຍາ
* ສະມາທິ ຈະແກ່ກ້າ ໄດ້ມາຈາກ ສີລໆ
ທີ່ເຮົາ ເຄີຍໄດ້ຍິນ ຈົນລື້ງຊິນ ມາແລ້ວ
ພາໃຫ້ ເຖີງເມືອງແກ້ວ ແນວນິພພານ ສຳລານໃຫຍ່
ສີເລນະ ນິພພຸຕິງ ຍັນຕິ ເພີ່ນຊີ້ໄວ້ ບ່ອນລົງທ້າຍ ເມື່ອຮັບສີລ...
* ຈັ່ງວ່າ ຄົນຈະຫວິດທຸກສີ້ນ ເພາະສີລ ຊ່ອຍຮັກສາຄົນ
ຄົນບໍ່ເຄືອງ ສັບສົນ ເພາະຮູ້ ຫົນທາງຄຸ້ມ
ຮູ້ເອົາສີລ ມາຕຸ້ມ ມາຄຸມໃຈ ໄດ້ທີ່ເພີ່ງ
ຕັດຄວາມຫຼົງ ລະເຫຼີງ ມີແຕ່ ເລິກເຊີ່ງໜ້າ ປັນຍາກ້ວາງ ສະຫວ່າງດີ...
* ຄັນຈະວ່າ ແລ້ວນີ້ ໃຫ້ຖືກທີ່ ຄວາມໝາຍ
ທີ່ເພີ່ນເຄີຍ ບັນຣະຍາຍ ຕໍ່ໄຕ່ມາ ຫຼາຍແລ້ວ
ອາຕະມາ ພໍແຕ່ມາຜັດແຜ້ວ ຜັດແລວຖາງ ຕາມຕື່ມ
ໃຜຫາກເຊື່ອມ ຫາກຊຶມ ໃຈບໍ່ລືມ ຈື່ໄດ້ ຮັກສາສີລໄດ້ ກໍຜູ້ງາມ...
* ສີລ ກໍຄືຂໍ້ຫ້າມ ກົດຣະບຽບ ມວນວິນັຍ
ຫຼືວ່າ ມີຄວາມໝາຍ ທຽບອັນໃດ ທີ່ໜັກແໜ້ນ
ຄືດັ່ງຫີນ ທີ່ມັນແຂ້ນ ກັດຊາ ແຂງ ໂງ່ນບັກໃຫຍ່
ເອົາມາທັບ ສີ່ງຊົ່ວຮ້າຍ ບໍ່ມີໃຫ້ ເກີດມີ...
* ຈົນມາ ຮອດມື້ນີ້ ຫີນເປັນທີ່ ຂັດເກົາ
ລັບພ້າມີດ ຈົນຄົມຂາວ ເຂົ້າງາມ ຈົນຕັດໄດ້
ເໝືອນສີລ ເຝິກຝົນໃຫ້ ສະມາທິ ໃສງາມສະຫງ່າ
ຈີ່ງເກີດມີ ປັນຍາແກ່ກ້າ ສະໝອງແຈ້ງ ສະອາດດີ
* ຈັ່ງວ່າ ມາຮອດນີ້ ເຫັນທີ່ວ່າ ຈະລາລົງ
ໄດ້ດັ່ງ ຄວາມປະສົງ ຈົ່ງຫຼົ່ງໃຈ ສາເດີທ້ານ
ສົມໝູ່ເຮົາ ຊາວບ້ານ ສະມາທານ ຢ່າປະໝາດ
ຮັກສາ ສີລ 5 ຢ່າສູ້ຂາດ ບໍ່ມາວັດກໍໄດ້ ຮັກສາໄດ້ ທຸກເເຫ່ງຫົນ...
* ຫຼືວ່າ ຢາກເຂົ້າຊົ້ນ ມາຕຸ້ມຫົ່ມ ສີຂາວໆ
ລອງເອົາຕື່ມ ສີຍາວໆ ຮອດ 8 ສີລ ກໍພໍໄດ້
ຖ້າບໍ່ມີຄົນຮ້າຍ ອົດດົນໄປ ແຮ່ງໄດ້ບຸນ ຫຼາຍຕື່ມ
ມາຫົ່ມເຫຼືອງ ແຜ່ນຜືນ ຍື່ນເອົາ 10 ກໍໄດ້ ເອົາ 227 ກໍໄດ້
ຕາມໃຈແທ້ ປາຖນາ...
* ຂໍໃຫ້ ໃຈແກ່ກ້າ ຕັ້ງໜ້າຕໍ່ ຖືສີລ
ສີ້ນທຸກຄວາມ ຂັດຂີນ ທີ່ຖະຫວິນ ແຕ່ເເນວຮ້າຍ
ລາອະບາຍ ຈັງໄຮໄໜ້ ທີ່ເປັນພັຍ ບູດເນົ່າ
ລາໄດ້ ຄວາມອູດເອົ້າ ເຊົາໄດ້ ຄວາມໂຫດຮ້າຍ ຖ້າໃຈນ້ອມຮັກສີລ...ຮັກສີລ...ທ່ານເອີຍ...! ສາທຸ.. ! ເອວັງ
ນິຕຖີຕັງ.../


แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ