บดกอนเทดลาว อานิสงส์ ฟังธรรม ບົດກອນເທດ ເຣື້ອງ ອານິສົງ ຟັງທັມ

# ບົດກອນເທດ : " ເຣື້ອງ ອານິສົງ ຟັງທັມ "


บทความธรรมะเพื่อประชาชน : อานิสงส์ในการฟังธรรม 5 ประการ

ນະໂມ.............. .....( 3 ເທື່ອ )

ສັຕຖຸໂນ ສັທທັມໂມ ສຸຕວາ ສັພພັສມິງ ຊິນະສາສເນ ກັປປານັງ ສະຕະສະຫັສສານິ ທຸຄຄະຕິງ ໂສ ນະ ຄັຈ-ສະຕີຕິ .

* ບັດນີ້...ຂໍໃຫ້ ໃຈຕໍ່ຕັ້ງ ຟັງເທສນາທັມ
ຈີ່ງຈະຈົດ ຈະຈຳ ຈື່ຖ້ອຍຄຳ ງາມໆໄດ້
ສີ່ງດີໆ ໝັ່ນຟັງໄວ້ ແນວໃດຄວນ ກໍຈຳຈື່
ຟັງໃຫ້ຫຼາຍ ທຸກໆມື້ ຢ່າຖອນຮື້ ຖີ້ມໜ່າຍວາງ
* ເພາະວ່າຫູ ສອງກ້ຳຝ່າຍຂ້າງ ທັມມະຊາຕ ສ້າງສັນມາ
ໝາຍຄວາມວ່າ ໃຫ້ເຮົາຟັງຫຼາຍໆ ກ່ວາປາກໄຂ ຂານຕ້ານ
ທຽບໃສ່ ຮູທວານປາກ ກໍມີທາງດຽວ ໂດດດີດ່ຽວ
ໝາຍເຖີງ ໃຫ້ເຮົາເວົ້າ ແຕ່ໜ້ອຍດຽວ ແຕ່ສອງຫູ ຕ້ອງສະຫຼາດກ້ຽວ ທຽວຟັງໃຫ້ ລື່ນຫຼາຍ...
* ຄຽງຄູ່ກັບ ພວກເຮົາທີ່ໄດ້ ບໍຣິຈາຄ ກິນທານ
ແລະພ້ອມພຽງ ພາກັນ ຮັບສະມາທານ ສີລພ້ອມ
ທັງໄດ້ຍໍ ມືນ້ອມ ຟັງຄຳສອນ ເທດກອຍກ່າວ
ເພື່ອຈິຕໃຈ ທີ່ແຈ້ງຂາວ ແວວວາວໃສ ສະອາດຮູ້ ປັນຍາຍູ້ ສູ່ທີ່ດີ ...
* ອານິສົງ ທີ່ຟັງທັມນີ້ ສຸດທີ່ ມີຫຼາຍ
ສົມບາລີ ຂານໄຂ ວ່າບອກໄປ ທຳອິດຕົ້ນ
ວ່າ : ອານິສົງ ຫຼາຍລົ້ນ ພົ້ນແສນກັປ ຫາຍບາບ
ຖ້າຫາກໃຜ ຮູ້ຊາບ ຮັບຟັງທັມ ຂອງພະພຸທທະເຈົ້າ ຈະເຣີນກ້າວ ອີ່ຫຼີ.. .
* ອານິສົງ ປະຈຸບັນນີ້ ກໍມີຢູ່ 5 ປະການ
ທີ່ເພີ່ນ ເຄີຍໄຂຂານ ຜ່ານມາ ແຕ່ນານລ້ຳ
1. ອັນວ່າ ຫຼາຍແນວກ້ຳ ທັງຄຳງາມ ແລະ ເລິກແລບ
ມີຫຼາຍແນວ ຫຼາຍແບບ ທັງແນວຫວານ ແຊບຊ້ອຍ ຫຼາຍແນວຖ້ອຍ ກໍໄດ້ຍິນ...
* ເໝືອນວ່າ ບຸນບໍ່ສີ້ນ ເຮົາຍິນຕື່ມ ເຫັນປະຈັກ
ເຮົາໄດ້ ຈົດຈຳຄັກ ຈາກປາກ ຄຳເພີ່ນໄຂຕ້ານ
2. ອັນໃດ ທີ່ເຄີຍຟັງ ໄປນັ້ນ ຍັງບໍ່ທັນ ໄດ້ຈຳຈື່
ຫຼົງໆ ລືມໆ ຊື່ລື້ ເຮົາໄດ້ຟັງອີກ ມື້ນີ້ ດີຂື້ນລື່ນ ແຕ່ຫຼັງ
* 3. ພາໃຫ້ຫາຍ ຫວັ້ງໆ ວິຈິກິຈສາ ນັ່ງຢູ່ໃນໃຈ
ທີ່ມັນເຄີຍ ສົງສັຍ ກໍແກ້ໄຂ ໄດ້ຫາຍແຈ້ງ
ພາໃຫ້ ສົມໃຈແມ້ງ ຄຳສະເເດງ ເທດຂອງເພີ່ນ
ຈະສົດໃສ ຍີ້ມເປີ່ນເວີ່ນ ຈະເອີ້ນໃສ່ ບ່າຍໆໄດ້ ວ່າໄປທ້ອນ ອະວິຊຊາ...
* 4 . ພາໃຫ້ມີ ໃບໜ້າ ທັດສະນະໃໝ່ ຂະບວນຄິດ
ກັບຈາກ ອັນທີ່ມັນຜິດ ເປັນພິດມາ ແຕ່ດົນນັ້ນ
ຮູ້ຈັກເດີນ ຈັກດັ້ນ ຕາມສາຍທາງ ທັມສ່ອງ
ບໍ່ໄດ້ຕິດ ຮີດຂ້ອງ ຕາມຄອງ ເອີ້ນທີ່ວ່າຫຼົງ
* 5 . ພາໃຫ້ໃຈ ໄດ້ມົ້ມ ຈາກຕົມຝຸ່ນ ເຄີຍຄຸມມາ
ຜູ້ທີ່ຟັງ ໄດ້ປັນຍາ ທີ່ຜ່ານມາ ກໍຫຼາຍລົ້ນ
ຂະນະຟັງ ໄດ້ຕິດຕາມຄົ້ນ ຕາມຫົນທາງ ຢ່າງຈົດຈໍ່
ເປັນໂອກາດ ແສນງາມເໝາະ ໃຫ້ໃຈເສາະ ສະອາດໄດ້ ໃສນິ້ມ ອີ່ມສະບາຍ...
* ຫຼາຍເຣື້ອງເກົ່າ ເລົ່າໄວ້ ກໍວ່າໃຫຍ່ ອານິສົງ
ທັງເທພ ອົງອິນພົມ ໝູ່ພະສົງ ແລະ ເນນນັ້ນ
ທັງໝູ່ຄົນ ຊາວບ້ານ ແຕ່ຈັນທານ ຮອດມີຮັ່ງ
ຕັ້ງແຕ່ຄົນ ຮັບຈ້າງ ຮອດນາງທ້າວ ທ່ານພະຍາ
* ໄດ້ອານິສົງ ທຸກທົ່ວໜ້າ ປັນຍາເກີດ ຕາມການຟັງ
ໄດ້ມະນຸສ ສົມບັດໍ ໄດ້ສະຫວັນ ສົມບັດ ທັງນິພພານ ສົມບັດ ຜ່ານມາ ກໍຫຼາຍລົ້ນ...
ຂະນະຟັງ ໄດ້ຕິດຕາມສົ້ນ ຕາມຫົນທາງ ເພີ່ນຊີ້ສ່ອງ
ອຳນາດທັມ ຄຸ້ມຄອງ ມີເເຕ່ຊູ ຈ່ອງຂື້ນ ມີແຕ່ທື້ນ ໃສ່ບ່ອນດີ....
* ດັ່ງເຣື້ອງນີ້ ແຕ່ກີ້ ຊິຂໍເລົ່າ ເອົານຳມາ
ພໍໃຫ້ ຝູງສັດທາ ຜູ້ທີ່ມາ ໄດ້ຟັງຍ້ອນ
ເປັນເພາະບຸນ ມາສ້ອນ ຟັງຄຳສອນ ເພີ່ນສູຕຊ່ອຍ
ຈີ່ງສົມມັກ ຄັກຈ້ອຍ ວອຍໆຂື້ນ ບ່ອນລື່ນສູງ....
* ........................ ..................................
...................... ( ຍັງມີຕໍ່ ) ...............................

Bloggang.com : **mp5** : อานิสงส์ในการฟังธรรม

# ບົດກອນເທດ : " ອານິສົງ ການຟັງທັມ " ( ຕໍ່ )

* ສົມດັ່ງ ຄວາມມາດມຸ້ງ ໄດ້ດຸ່ງເກີດ ບ່ອນດີຈົບ
ເຣື້ອງທັມມິກະ ອຸປາສົກ ຈະຍົກ ພໍຟັງຮູ້
ຂະນະທີ່ ລາວທົນສູ້ ກັບໂຣຄາ ພະຍາດບຽດ
ໄດ້ແຕ່ນອນ ແຕ່ຢຽດ ຄິດວ່າຜຽນ ສຽດໃກ້ ຄວາມຕາຍຈໍ້ ມໍ່ເຂົ້າມາ...
* ທ່ານຈີ່ງໄດ້ ອ່ວາຍໜ້າ ໄຂຈາຕໍ່ ພວກບຸດຕາ
ໃຫ້ນິມົນ ຄູບາ ໃຫ້ເພີ່ນມາ ສູຕທັມໃຫ້
ໃນເວລາ ວັນທ້າຍ ພໍໄດ້ຟັງ ຄັກໆເບີ່ງ
ອາສັຍທັມ ເປັນທີ່ເພີ່ງ ພໍໃຫ້ໃຈ ໄດ້ເນີ້ງ ໄປເທິງຟ້າ ນ່ານສະຫວັນ.. .
* ພໍແຕ່ວ່າ ຈັ່ງຊັ້ນ ທຸກສີ່ງຢ່າງ ກໍລົງໂຕ
ເຣື້ອງທັມມະ ທັມໂມ ທ່ານພຸທໂທ ບໍ່ມີຍາກ
ເພີ່ນກໍຈັດ ພະສົງຈາກ ອາຮາມຫຼວງ ໄປໂຜດທ່ານ
ສູຕສະຕິປັດຖານ ໃຫ້ທ່ານທັມມິກະ ຟັງບໍ່ທັນ ຄົບຖ້ວນ ບໍ່ທັນມ້ວນ ຊ້ຳພັດດີ...
* ແຕ່ວ່າ ດີຈັ່ງຊີ້ ບໍ່ແມ່ນດີ ຟື້ນຢູ່ກັບມາ
ດີບ່ອນ ມີຊີວາ ບ່ອນວ່າສຸກ ສະໜຸກພຸ້ນ
ທ່ານບໍ່ເຄືອງ ຄຳຂຸ້ນ ມີໃຈບຸນ ຟັງເພີ່ນສູຕ
ຈວນວາຣະ ທ້າຍສຸດ ເກືອບວ່າ ມຸດມອດມ້ຽນ
ທ່ານຍັງຜ້ຽນ ຣະນຶກຟັງ...
* ໃຈທ່ານ ຈົດຈໍ່ຕັ້ງ ຟັງແຕ່ສູຕ ຂອງຄູບາ
ສະມາທິ ກໍມາຫາ ຄົບຄ່າ ພຽງພໍແລ້ວ
ໄຂດວງຕາ ເຫັນເເກ້ວ ສີແວວວາວ ງາມສອດສ່ອງ
ເປັນຣາຊຣົຖ ໃສຮອງໆ ລ່ອງລົງມາ ທາງອາກາດ
ລົງມາພາດ ໃທ້ທ່ານເຫັນ...
* ສຽງພະສົງ ກໍແຮ່ງເນັ້ນ ເຕັ້ນສູຕໃສ່ ບໍ່ມີຖອຍ
ພາບທີ່ຣົຖ ມາຄອຍ ກໍບໍ່ຫຼອຍ ຫຼົບໜ້າ
ມີທັງ ສິນທຸວາມ້າ ຕັ້ງພັນໂຕ ດຶງລາກເເກ່
ຣົຖກໍຍາວ ແທ້ໆ ຄາດແພກັ້ງ ກາດກ່າຍຂາວ
* ມີແຕ່ ສາວບ່າວທ້າວ ພວກຊາວເທພ ເທວາ
ຂີ່ຣາຊຣົຖ ລົງມາ ອາຣາທະນາ ເຊີນທ້າວ
ຂໍທ່ານ ເດີນມາເຂົ້າ ຣາຊຣົຖເຮົາ ລໍຈອດ
ເຮົາມາເຖີງ ມາຮອດ ຢ່າໃຫ້ຈອດ ໃຫ້ຖ້າ
ນານລ້າ ຈົ່ງຮີບມາ...
* ບ໊ະ ! ບໍ່ຮູ້ຄອງ ຮູ້ຖ້າ ຟ້າວຈັກວ່າ ມາຫຍັງ
ຈັ່ງວ່າ ເປັນຕາຊັງ ຟ້າວຟັ່ງຫຼາຍ ອັນໃດນໍ້
ເຮົາຍັງ ຢາກຟັງບົດຂໍ້ ນ້ຳສຽງຄໍ ພະສົງຢູ່
ທ່ານໂລດມາ ເປັນໝູ່ ອັນໃດບຸ ຈີ່ງຟ້າວຮ້າຍ
ຫຼາຍຕົນແທ້ ນີ່ນັນ....
* ສ່ວນວ່າ ຣາຊຣົຖນັ້ນ ມານຳກັນ ກໍ 6 ຄັນ
ທັງໃຫຍ່ຍາວ ຫວນຫັນ ປັ່ນແປະ ໄປຫຼາຍໂຍຊ
ເຖີງ 150 ເກີນໂພດ ທາງໄກ ລຽນແຖວຊື່
ເບີ່ງການນຸ່ງ ການຖື ຕາມຂໍ່ມື ມີແຕ່ເພັດ ເມັດແກ້ວ ແລແລ້ວ ໜ້າສະອອນ...
* ຈັ່ງວ່າ ຟັງກ່ອນຖ້ອນ ອົດສາກ່ອນ ທ່ານທັງຫຼາຍ
ເຮົານີ້ ຍັງເສຍດາຍ ບໍ່ຢາກໄປ ເວລານີ້
ເຮົາຍັງ ຢາກຟັງຄຳຊີ້ ແນວດີໆ ເພີ່ນສູຕຢູ່
ເຮົາຍັງ ຢາກຈະຮູ້ ຄຳສອນນີ້ ອີກຕໍ່ໄປ
* ຂໍໃຫ້ ຈອດຣົຖໄວ້ ໃນອາກາດ ເປັນແຖວໆ
ພໍແລ້ວ..!ພໍແລ້ວ..! ຢ່າຟ້າວ ມາບົນແຊວ ກ່າວຈາໄຂຕ້ານ
ພໍແລ້ວທ້ານ ! ພໍແລ້ວທ້ານ ! ໃຫ້ພາກັນ ມິດຢູ່
ຢ່າຟ້າວ ຈຸກຈີ້ຈູ້ ເຮົາພວມຮູ້ ຣົສພະທັມ...
* ເໝືອນດັ່ງ ຄຳສັ່ງຫ້າມ ທີ່ດັງອອກ ມາໄດ້ຍິນ
ຈົນພະສົງ ຫັນຜິນ ປີ່ນໄປ ຢຸດສະເງີ້
ຈັ່ງວ່າ ເອິ ວ່າເອີ້ ເຊົາສາເດີ ເນາະນໍໝູ່...!?
ລາວບໍ່ຢາກຍິນ ບໍ່ຢາກຮູ້ ຄຳໝູ່ເຮົາ ສູຕນີ້... ພໍດີແລ້ວ
ບໍ່ເມື່ອຍຫຼາຍ...!
* ................... ............................
...................... ( ຍັງມີຕໍ່ ) ...............................

ผลแห่ง "การให้" ที่แตกต่าง..แล้วทำบุญด้วยสิ่งใดมีผลแห่งบุญ


# ບົດກອນເທດ : " ອານິສົງ ການຟັງທັມ " ( ຕໍ່ )

* ຟັງຄື ລາວຢາກຮ້າຍ ເວົ້າສຽງໃຫຍ່ໃຫ້ເຮົາຢຸດ
ການສູດ ຍັງບໍ່ທັນສຸດ ກໍວ່າ ຢຸດພໍແລ້ວ
ມີແຕ່ ພາກັນແສ້ວ ກັບຄືນ ແລວວັດກ່ອນ
ເປັນແນວໃດ ຈີ່ງຄ່ອຍຢ້ອນ ຕອນວັນໜ້າ ຈີ່ງຄ່ອຍມາ...
* ເວົ້າແລ້ວ ພະສົງອົງອອກໜ້າ ກໍເອີ່ຍວ່າ ຄຳອຳລາ
ຈາກພວກ ຊຸມບຸດຕາ ສູ່ວັດວາ ເຄີຍຢັ້ງ
ດົນບໍ່ນານ ປານໃດນັ້ນ ມີສຽງດັງ ເວົ້າຖາມອີກ
ວ່າ : ສູຕອີກ...ສູຕອີກ.... ຂະນ້ອຍ ຄິດຄ້ອຍໆ...
ຍັງຄອຍ ຖ້າຮັບຟັງ...
* ພວກລູກຫຼານ ທີ່ຢູ່ຂ້າງ ທີ່ພວມນັ່ງ ເບີ່ງລາວນອນ
ຫຼາຍຄົນກໍທັ່ງ ລົມໃຈຖອນ ອ່ອນຕາມ ອາການນັ້ນ
ບາງຄົນກໍ ຫຼົງອົດກັ້ນ ຕັນຮູຄໍ ຮ້ອງໄຫ້ວ່າ
ນີ້ແມ່ນ ເຖີງເວລາ ຈຸດທ້າຍຫຼ້າພໍ່ແທ້ ຈີ່ງຫຼົງແຫຍ້
ເວົ້າລ່າຍໄປ...
* ຄວາມຊົງຈຳ ຈື່ບໍ່ໄດ້ ເວົ້າຫຼົບ ລ່າຍຫຼົງລືມ
ເວົ້າດ້ວຍ ຄວາມເຄັ່ງຂຶມ ຫ້າມ ພະສົງອົງທ້ານ
ບັດນີ້ພັດວ່າ ມາຈາຕ້ານ ຄຳຫວານໆ ໃຫ້ສູດອີກ
ຈົນພະສົງ ເພີ່ນລົງເພີ່ນຫຼີກ ເພີ່ນຜີກ ເມືອວັດເເລ້ວ
ພັດຍັງແສ້ວ ວ່າຢາກຟັງ...
* ຄັນເມື່ອ ເປັນຈັ່ງຊັ້ນ ພວກລູກທ່ານ ໝົດທຸກຄົນ
ເຂົາກໍ ສຸດເຮຮົນ ສວ່ານສົນ ລະວົນເເທ້
ບໍ່ຮູ້ ແນວທາງແກ້ ດູແລໃດ ກັບທ່ານພໍ່
ຈີ່ງໄດ້ ບອກຂ່າວຂໍ້ ພໍຟັງຮູ້ ຄູ່ສູ່ອັນ
* ວ່າ : ພະສົງທ່ານນັ້ນ ເພີ່ນຫັນຕ່າວ ເຂົ້າເມືອວັດ
ເພາະຍິນສຽງ ຄຳຖະໜັດ ພໍ່ວ່າ ພໍໆແລ້ວ...
ທ່ານພະສົງ ອົງແກ້ວ ກໍຄືນ ແລວທາງເກົ່າ
ເພາະວ່າ ພໍ່ຫາກເວົ້າ ວ່າເຊົາທ້ອນ ເພີ່ນຈີ່ງເມືອ
* ຄິດວ່າພໍ່ ບໍ່ຢາກເອື້ອ ມີໃຈເພື່ອ ຢາກຟັງຫຍັງ
ບໍ່ຢາກ ຍິນສຽງດັງ ເພີ່ນຈັ່ງເມືອ ແລ້ວເດຊັ້ນ
ຖ້າຫາກ ຍັງໝາຍໝັ້ນ ຈະພາກັນ ນິມົນອີກ
ຂໍແຕ່ ດວງໃຈຈິຕ ພໍ່ຫາກ ຄິດຕໍ່ຕັ້ງ ຢາກຟັງອີກ ເພີ່ນກໍມາ
* ທັມມິກະ ຈີ່ງເປີດອ້າ ເຣື້ອງທີ່ວ່າ ຕາເຫັນ
ຢ່າງແຈ້ງ ໃສຊັດເຈນ ວ່າພໍ່ເຫັນ ຢູ່ດຽວນີ້
ພ້ອມໃຊ້ ມືຍໍຊີ້ ວ່າສີ່ງມີ ໃນອາກາດ
ຈັ່ງແມ່ນ ຈົບສະອາດ ຈັ່ງແມ່ນງາມ ສະພາດຕັ້ງ
ທັງມ້າ ແລະໝູ່ພົລ.. .
* ເທພທ່ານ ຫຼາຍມາກລົ້ນ ຂົນມາຮັບ ນຳພາໄປ
ພໍ່ຈີ່ງ ວາຈາໄຂ ບອກຂ່າວໄປ ວ່າຢຸດຖ້າ
ພໍ່ບອກ ເທວະດາຟ້າ ວ່າຢຸດນາ ຖ້າຈັກໜ່ອຍ
ພໍເວລາ ເລັກນ້ອຍ ຟັງທັມຖ້ອຍ ແລ້ວຈີ່ງໄປ...
* ບອກເຂົາ ຢຸດຣົຖໄວ້ ບໍ່ໄດ້ ບອກຄູບາ
ແຕ່ກໍ ເປັນວາຈາ ທີ່ວ່າ ເປັນແນວນັ້ນ
ຄົງເຂົ້າໃຈ ຕາມຫັ້ນ ວ່າມີອັນ ຢຸດພວກເພີ່ນ
ເພາະວ່າ ເທພຮຽກເອີ້ນ ໃຫ້ເດີນ ຂື້ນດ່ວນໄປ
* ແນວໃດກໍ ເວົ້າໄຈ້ໆ ວ່າເຊີນທ່ານ ໄປໆ...
ໂລດບໍ່ ຟັງອັນໃດ ວ່າໃຫ້ ໄປດຽວນີ້
ເໝືອນວ່າ ມາຈຸກຈີ້ ມາຊູຊີ ຟ້າວຟັ່ງ
ພໍ່ຈີ່ງສັ່ງວ່າ : ໃຫ້ຈັ້ງຣົຖຖ້າ ວ່າຢຸດນ້າ ກ່ອນຈີ່ງໄປ.. .
* ພວກລູກຈົ່ງ ຫາດອກໄມ້ ມາໃສ່ເຮັດ ພວງມາລາ
ແລ້ວຈີ່ງ ນຳມັນມາ ແກ່ວງໂຍນ ຂື້ນເທີງຟ້າ
ພໍ່ເວົ້າໄປ ກໍຄືລ້າ ມີແຕ່ຈາ ໃຜບໍ່ເຊື່ອ
ພໍ່ເລີຍ ຄິດອ່າວເອື້ອ ວິທີນີ້ ຈັ່ງຊິຄື
* ..................... ............ ......
... .......... . ( ຍັງມີຕໍ່ ) ..............................


๖.รวมชุดกัณฑ์เทศน์

# ບົດກອນເທດ : " ອານິສົງ ການຟັງທັມ " ( ຕໍ່ )

* ໃຫ້ລູກ ໄປຫາຊື້ ຫຼືຢື້ ຮ້ອຍພວງມາໄລ
ເຮັດອັນໃດ ທີ່ມັນໄວ ໃສ່ມາດຽວນີ້
ໂຍນຕາມ ທາງມືຊີ້ ວີເມືອ ເທິງອາກາດ
ຄົງບໍ່ ພັ້ງບໍ່ພາດ ມື້ນີ້ ອາດໄດ້ຮູ້ ເຣື້ອງບຸນຍູ້ ບ່ອນພໍ່ໄປ...
* ຈັ່ງວ່າ ພວງດອກໄມ້ ວົງບັກໃຫຍ່ ທີ່ຫາມາ
ແມ່ນຕາມ ຄຳຈິງຈາ ທ່ານວ່າ ມາໝົດກ້ຽງ
ຫາຍຄວາມ ສົງສັຍສ້ຽງ ເປັນຫວ່າງພຽງ ເປົ່າອາກາດ
ພວງມາໄລ ທີ່ຟາດ ກໍຄ້າງຄາ ເດຍຣະດາດ ຢູ່ທີ່ ອາກາດກ້ວາງ ບໍ່ມີ ລ້ຳລ່ວງລົງ.. .
* ພວງມາໄລ ທີ່ຟາດຟົ້ງ ບໍ່ໄດ້ ຫຼົ່ນລົງດິນ
ຫຼັງຈາກ ມັນຫັນຜິນ ກໍນີ້ງອີງ ແຕ່ເທິງຟ້າ
ຜູ້ທີ່ ຄອງຄອຍຖ້າ ວ່າມາລາ ຈະຕົກຫຼົ່ນ
ໝົດທຸກຄົນ ໃຜກໍກ່າວຈົ້ນໆ ເຫຕຜົລນັ້ນ ແມ່ນອັນໃດ ?
* ໃຜກໍ ກ່າວບອກໃຫ້ ໄປຕ່າງໆ ນາໆ...
ເພາະບໍ່ ເຄີຍເຫັນມາ ນັບວ່າ ອັດສະຈັນລ້ຳ
ແຕ່ວ່າ ຄຳຂອງກ້ຳ ທັມມິກະ ລາວບອກວ່າ
ນັ້ນລະ ພວງມາລາ ຄ້າງຄາ ທີ່ຣົຖມ້າ ເທວາ ຖ້າແຫ່ເຮົາ...
* ຈັ່ງວ່າ ຝູງລູກເຕົ້າ ພາກັນ ກ່າວແຊວໆ....
ພາກັນ ເຊື່ອເປັນແຖວ ວ່າແກ່ວບົນ ມີພົມແທ້
ມີພວກ ເທວາແນ້ ໃຜບໍ່ແປະ ຢອກກໍຢ່າ
ຫັນກັບ ຫູກັບຕາ ຈົນວ່າ ຄັກໆນີ້ ພໍ່ເຮົາຊີ້ ຄັກອີ່ຫຼີ...
* ນັ້ນແມ່ນ ເຣື້ອງແຕ່ກີ້ ແຕ່ມີເລົ່າ ປະຈຸບັນ
ວ່າ ອານິສົງ ການຟັງ ກໍຫຼັ່ງຫຼາຍ ມາກມາຍລົ້ນ
ຈາກຄວາມ ຕາຍມາຍມົ້ນ ຈາກເມືອງຄົນ ໄປຄືວ່າ
ເທວະດາ ຢູ່ຟ້າ ໄດ້ຄອຍຖ້າ ຮັບເອົາ....
* ລາວສັ່ງ ລາລູກເຕົ້າ ບອກເລົ່າ ໄປສະບາຍ
ຄ່ອຍຫຼັບ ຕາລົງໄປ ຢ່າງຜູ້ ມີຊັຍແທ້
ການຟັງທັມ ໄດ້ມາແກ້ ນຳກະແສ ນ້າວສົ່ງ
ມີແຕ່ ໄປຍົ່ງໆ...ມີແຕ່ດົ່ງໆຂື້ນ ເຖີງຜືນຟ້າ ດ່ານສະຫວັນ
* ມີຄວາມ ສຸກຢູ່ຊັ້ນ ສະຫວັນດ່ານ ແດນດຸສິຕ
ບ່ອນຖືກ ນີຣະມິດ ບ່ອນສະຖິດ ເຊົາຢັ້ງ
ບ່ອນພະ ໂພທິສັຕສ້າງ ທັງຫຼາຍ ອົງເຄີຍຢູ່
ບໍ່ໄດ້ ຂົດຂີ່ຄູ້ ເພາະບຸນຍູ້ ຢູ່ສະບາຍ
* ບໍ່ມີ ທຸກຍາກຮ້າຍ ຜາສາທໃຫຍ່ ຫຼັງງາມໆ
25 ໂຍຊ ຍາວຕາມ ສະຫວ່າງດີ ວິມານແກ້ວ
ທຸກຢ່າງອັນ ສຳຣານແລ້ວ ແນວງາມໆ ຕັ້ງພັນນື່ງ
ບໍ່ໄດ້ ຍາດໄດ້ດຶງ ມາຂວ້າງຄຶງ ຈື້ງຢູ່ໃກ້ ສະບາຍແທ້ ເມື່ອຕ້ອງການ....
* ຈັ່ງວ່າ ຮອດບ່ອນບັ້ນ ຫັນຕ່າວ ຂໍລາລົງ
ສົມດັ່ງ ຄວາມປະສົງ ຜູ້ໂຕ່ງ ຄຳສອນຊີ້
ຈາກເຣື້ອງ ລາວຄາວກີ້ ແນວໃດດີ ສົມທຽບເບີ່ງ
ຄິດໃຫ້ ມັນເລິກເຊີ່ງ ຄິດໃຫ້ ເຖີງຈີ່ງຮູ້ ເຖີງຮູ້ແທ້ ແກ່ນພະທັມ....
* ເພີ່ນຈີ່ງ ວ່າຕໍ່ຕັ້ງ ຕັ້ງຕໍ່ ລໍຟັງທັມ
ຟັງທັງ ຈົດທັງຈຳ ຮ່ຳຮຽນ ພຽນພ້ອມ
ມີແນວໃດ ກໍຍໍນ້ອມ ພັນທະນັງ ເກ້ຍກ່ອມ
ພະລັງກາຍ ພະລັງໃຈ ຄູ່ພ້ອມ ຕັ້ງຈິຕນ້ອມ ຄັກຈີ່ງດີ...
* ເຖີງບໍ່ ແມ່ນແຕ່ກີ້ ສະໄໝນີ້ ກໍຄືກັນ
ເຮົາຮູ້ຈັກ ແນວສຳຄັນ ແບ່ງປັນ ແຕ່ດີໄວ້
ແນວໃດດີ ທີ່ພໍໃຊ້ ກໍເກັບໄປ ຄົ້ນຄິດເບີ່ງ
ຈີ່ງຊິ ຮອດຊິເຖີງ ບ່ອນເລິກເຊີ່ງ ເພີ່ນວ່ານັ້ນ ສະຫວັນຟ້າ
ແລະ ນິບພານ ທ່ານເອີຍ...! ສາທຸ...! ເອວັງ ນິຕຖິຕັງ. ./

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ