บดกอนเทดลาว สัพพทาน ບົດກອນເທດ ສຼອງສັບພະທານ

# ບົດກອນເທດ : " ສຼອງສັບພະທານ "


การทำบุญ - มหาพุทธกาล

ນະໂມ......... . ... ( 3 ເທື່ອ )

ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ສາ-
ວັຕຖິຍັງ ວິຫະຣະຕິ ເຊຕະວະເນ ອະນາຖະບິນດິກັສສະ
ອາຣາເມ ຣາຊານາໂມ ອະພິວັນທິຕະວາ ພະຄະວັນຕັງ
ມະຫາຣາຊະນາມັງ ອາຣາທະນັງ ກະໂຣຕີຕິ .

* ບັດນີ້ ຂໍໃຫ້ທ່ານຕໍ່ຕັ້ງ ຟັງ ເທສນາທັມ ກ່ອນແລ້ວ
ເປັນທຳນອງ ບົດກອນ ເທດວ່ອນມາ ພໍຮູ້
ທຸກໝູ່ການ ກິນທານນັ້ນ ມີອັນໃດ ດີແນ່
ອານິສົງ ທີ່ແທ້ ຈະມີແທ້ທໍ່ໃດ...?
* ຈັ່ງວ່າ ຄັ້ງນື່ງໄດ້ ທີ່ວັດໃຫຍ່ ເຊຕະວັນ
ອົງພະ ອໍຣະຫັນ ສາສະດາ ໄດ້ມາຢັ້ງ
ນັ່ງພັກເຊົາ ຢູ່ໃນຫັ້ນ ຮັບຂອງທານ ບໍ່ໄດ້ຂາດ....
ເປັນອາວາສ ໃຫຍ່ກ້ວາງ ໃນປວງນັ້ນ ຍ່ານນະຄອຣ
* ເຊີ່ງວ່າ ບ່ອນແຫ່ງນັ້ນ ແມ່ນຂອງທ່ານ ອະນາຖະ
ບິນດິກະ ມະຫາເສຕຖີ ໄດ້ສ້າງດີ ຖວາຍໃວ້
ຢູ່ແປະ ກຸງແດນໃກ້ ສາວັຕຖີ ເມືອງໃຫຍ່
ຫຼາຍພະຍາ ຣາຊະໄທ້ ສະເຫວີຍສ້າງ ສືບມາ...
* ແລ້ວໃນ ຄັ້ງນັ້ນນາ ມີພະຍານື່ງ ຜູ້ລືຊາ
ຊື່ມະຫາ ນາມະ ໄດ້ເຂົ້າມາ ຫາທ້ານ
ກັບທັງ ບໍຣິວາຣພ້ອມ ກັບຂອງຫອມ ທຽນທູບ
ໄດ້ຂາບທູນ ພະພຸທທະເຈົ້າ ແລ້ວໄຂ ເວົ້າກ່າວຈາ
* ວ່າ ພັນເຕ ຂ້າໄຫວ້ ຜູ້ເປັນໃຫຍ່ ພະສັມມາ
ດ້ວຍບັນຫາ ຄາໃຈ ຈີ່ງຢາກ ໄຂຈະແຈ້ງ
ຈົ່ງສະແດງ ໄຂຕ້ານ ພໍເບີຍບານ ຂະນ້ອຍແນ່
ຂ້າຢາກ ຮູ້ແທ້ໆ ອານິສົງ ນັ້ນທຸກອັນ
* ແຕ່ນັ້ນ ຮອດບ່ອນບັ້ນ ພະອົງທ່ານ ເທສນາ
ອານິສົງ ນາໆ ທອດທານ ໃຫ້ຟັງແຈ້ງ
ວ່າ : ໃຜຫາກ ປຸນເເປງສ້າງ ຣູປັງ ພຸທທະຮູບ
ເພື່ອທຸກຄົນ ຂາບໄຫວ້ ອານິສົງ ໄດ້ 9 ກັປ
* ນັບຈາກນັ້ນ ຜູ້ທີ່ ທ່ານສັທທາ
ມີຕຳຣາ ປີດົກ ໄດ້ຍົກ ມາທານທອດ
ອານິສົງ ຈະຮອດ 10 ກັປ ນັບໃຫຍ່
ຜູ້ທີ່ ໄປບວດສ້າງ ເປັນເນນນັ້ນ ກໍຫາກຫຼາຍ
* ອານິສົງ ທີ່ໄດ້ ມີຢູ່ 12 ກັປ
ຄັນບວດ ເປັນຄູບາ ແຮ່ງວ່າ ຫຼາຍໄປໜ້າ
ຈົນວ່າ ມາເຖີງໄດ້ 24 ກັປ ນັບໄຕ່
ຜູ້ໃດປູກ ຕົ້ນໂພໄຊ ເພື່ອເປັນ ຮົ່ມນົບໄຫວ້ ກໍຈະໄດ້ 9 ກັປ
* ຜູ້ໃດ ກໍ່ພະທາຕ ພະບາທ ບ່ອນເຈດີ
ກໍມີ ບຸນຫຼວງຫຼາຍ ໄດ້ 90 ກັປ ພຸ້ນ
ຜູ້ໃດ ປຸນຍັງເຂົ້າ ໂພຊະນັງ ມາຊ່ອຍ
ໃຫ້ແກ່ ເນນໜຸ່ມນ້ອຍ ພິກຂຸເຈົ້າ ຮັບສັນ
* ກໍຈະ ໄດ້ຮອດບັ້ນ ບໍຣິວາຣ ມາກເປັນແສນ
ແມ່ນສ້າງ ເຈດີຊາຍ ກໍໄດ້ຫຼາຍ ບໍ່ມີໜ້ອຍ
ໄດ້ 60 ກັປ ຈ້ອຍ ໄປວອຍໆ ສະບາຍມ່ວນ
40 ກັປ ຄົບຖ້ວນ ຫາກໃຜຊ້ວານ ສ້າງກຸຕິ
* ..................... ....................
...........................( ຍັງມີຕໍ່ ) ...................

อานิสงส์ถวายสัพพทาน | Dhamma Online


# ບົດກອນເທດ : " ສຼອງສັບພະທານ " ( ຕໍ່ )

* ສ້າງອາຮາມ ແຕ່ກີ້ ເພີ່ນກໍວ່າ 40 ກັປ
ສ້າງພັດທະສີມາ ແຮ່ງວ່າສູງ ອີຫຼີແຫຼ້ວ
ຮອດ 100 ກັປ ເໝືອນແກ້ວ ແນວດີ ອີຫຼີທ່ານ
ໃຜສ້າງ ກະຖິນນະທານ ໄດ້ 80 ກັປ ເດີພີ່ນ້ອງ ນີ້ເຮົາຕ້ອງມ່ວນໃຈ...
* ຖ້າຜູ້ໃດ ຫາກໄດ້ ບວດຄົນອື່ນ ເປັນເນນ
ອານິສົງ ຈະເຫັນ ຮອດ 4 ກັປ ຈິງແທ້
ຜູ້ໃດ ແນະນຳໃຫ້ ຄົນອື່ນໄກ ໄດ້ມາບວດ
ທົງຜະໜວດ ສືບສ້າງ ໃນທັມເຈົ້າ ສາສນາ
ເປັນພະສົງ ຈົນໄດ້ ປັຈຈັຍທານ ທ່ານຊ່ອຍ
ກໍຈະ ມີບໍ່ໜ້ອຍ ອານິສົງ ໄດ້ 8 ກັປ
* ຜູ້ໃດ ຫາກໃຫ້ລູກ ຕົນເອງ ບວດເປັນສົງ
ກໍຈະ ມົງໆໃສ ໄດ້ 16 ກັປ ພຸ້ນ
ຜູ້ໃດ ປຸນແປງໃຫ້ ຕັດສິນໃຈ ຄັ້ງຍີ່ງໃຫຍ່
ໃຫ້ຜົວຕົນ ໄດ້ບວດສ້າງ ເປັນເນນ ຄ້ຳສາສນາ
ອານິສົງ ແກ່ກ້າ ກໍຈະຮອດ 16 ກັປ
ຄັນບວດ ເປັນຄູບາ ກໍວ່າເຖີງ 32 ກັປ ໄດ້
* ຄັນໃຜ ມີໃຈກ້ວາງ ໃຫ້ເມຍຕົນ ໄດ້ບວດ
ອານິສົງ ລວດໄດ້ ຫຼາຍລົ້ນ ລື່ນດີ
ເປັນ ສາມະເນຣີນັ້ນ ໄດ້ 32 ກັປ ເພີ່ນວ່າ
ຫາກວ່າເປັນ ພິກຂຸນີ ກໍໄດ້ 64 ແທ້ ບໍ່ມີຫຼ້າ ວ່າຊິຖອຍ
* ຜູ້ໃດໄດ້ ຊ່ອຍເຂົ້າເປືອກ ມາເລືອກ ແບບທຳທານ
ເປັນພະທາດ ເຈດີ ກໍຈະມີ ບຸນໄດ້
ຍີ່ງໃຫຍ່ 31 ກັປ ພຸ້ນ ບຸນໜຸນ ກັບສົ່ງ
ຜູ້ໃດ ໄດ້ຕົກລົງ ສ້າງເຈດີເກືອ ບຸນກໍເຫຼືອ ມາກລົ້ນ ໃຫ້ຄົນນັ້ນ ຢູ່ດີ...
ເຖີງ 64 ແທ້ ບໍ່ແປ ປ່ຽນຈຸດໝາຍ
ຫາກວ່າ ທຳລາຍຂັນ ກໍແຮ່ງດີ ເມືອໜ້າ
* ຜູ້ໃດ ຫາກມີ ສັທທາສ້າງ ສາລາ , ຂົວ , ຂຸດນ້ຳບໍ່
ຍໍເປັນທານ ຮັບໃຊ້ ມີໄວ້ ຢູ່ວັດວາ
ອານິສົງ ແກ່ກ້າ ຍາວຍີ່ງ 30 ກັປ
ສ້າງຕ້າຍວັດ ກຳແພງ ໃຫ້ແກ່ນແຂງ ຂະໜົງໄວ້
ອານິສົງ ຈະໄດ້ 16 ກັປ ຄັກສົ່ງ
ຜູ້ໃດ ໄດ້ທານໂປງ ກອງ ລະຄັງ ລະນາດ ຄ້ອງ ສະໜອງໃຫ້ ໄດ້ແຕ່ດີ...
* ເຄື່ອງດົນຕຼີ ທີ່ໃຫ້ ຍີ່ງໃຫຍ່ 60 ກັປ
64 ດີ ທະວີຄັກ ຜູ້ສ້າງທຸງ ຜືນຝ້າຍ
ທັງທຸງຊາຍ ທຸງເຫຼັກພ້ອມ ທານດອມກັນ ເປັນປຶກແຜ່ນ
ແສນສ່ຳ ຄຸນຍອດເກົ້າ ພະຕັຍເຈົ້າ ກ່າວບູຊາ
* ຫາກວ່າ ໃຜໄດ້ສ້າງ ກອງອັຕຖະໃຫຍ່ ໃຫ້ເປັນທານ
ກໍຈະ ສຳຣານສຸຂ ຮອດ 36 ກັປ ພຸ້ນ
ໃຜຫາກ ປຸນແປງສ້າງ ປາງບຸນ ຜ້າປ່າ
ມີຜະຫລາ ວ່າໄວ້ ງາມໄດ້ ຕັ້ງ 40
* ................. . ..........................
.....................( ຍັງມີຕໍ່ ) ..........................

ขอเชิญร่วมทำบุญสร้างโบสถ์กับวัดลำชะล่า จ.พิจิตร : ประชาสัมพันธ์ ...


# ບົດກອນເທດ : " ສຼອງສັບພະທານ " ( ຕໍ່ )

* ໃຜຫາກ ອະພິເສກ ເຮັດເຄື່ອງຖວາຍທານ
ສ້າງກອງ ການບຸນຫົດ ໂລດໄດ້ 32 ກັປແທ້
ໃຜໄດ້ ທານແພຜ້າ ຈຳນຳພັນສາ ໃຫ້ເພີ່ນນຸ່ງ
ທານທີ່ແອ້ມ ທີ່ມູງ ຝາຜະໜັງ ແລະດາດຟ້າ ຜະຫຼາໄດ້ກໍວ່າຄວນ...
* ຈົນວ່າ ໄດ້ດ່ວນເຂົ້າ ຫຼາຍຢູ່ 16 ກັປ
ຖ້າຫາກ ນັບທັງທານ ຄຸ ກະບວຍ ຖັງນ້ຳ
ກໍຈະ ງາມໆໄດ້ 16 ກັປ ຄືວ່າ
ທານກັປປາຣຸກຂັງ ທານໂຕະ ຕັ່ງເກົ້າອີ້ ກໍມີໄດ້ ຢ່າງ 16
* ຄັນໃຜ ໄດ້ຍົກຂື້ນ ສ້າງທັມມາສ ກໍ 32
ສ້າງບ່ອນ ຮອງປົດທຸກ ວິດຖານ ຊານສ້ວມ
ກໍຈະ ລວມໄປໄດ້ 40 ກັປ ເປັນເຂດ
ໃຜຫາກ ເຮັດຕູບນ້ອຍ ພະສົງ ໄດ້ຢູ່ກັມ
* ອານິສົງ ເລີດລ້ຳ ນຳຮອດ 16 ກັປ
ທັງ ພັດທະສີມາ ແບບວ່າ ເປັນສິມນ້ຳ
ກໍຈະ ດີໄປກ້ຳ ລາມເຖີງ 67 ກັປ ເດີໂຍມພໍ່
ຄືຈະ ບໍ່ໄດ້ສໍ້ ທົນທໍ້ ໃຫ້ທຸກໃຈ ດອກນາ
* ອັນວ່າ ທຽນ ດອກໄມ້ ໝາກເບັງໃຫຍ່ ທີ່ຍໍມາ
ເພື່ອບູຊາ ພະຕັຍຣັຕ ຢູ່ວັດວາ ກໍງາມລົ້ນ
ໄດ້ສົ່ງຜົລ ຜະຫຼາໃຫ້ 16 ກັບ ເດີໂຍມແມ່
ທານເຂົ້າພັນກ້ອນ ກໍແທ້ 16 ກັປ ໄດ້ດັ່ງດຽວ....
* ຫັນມາ ກ້ຽວໃສ່ໝ້ອງ ຈູດຄ່ອງໆ ບັ້ງໄຟໄປ
ເພື່ອບູຊາ ພະຣັຕຕັຍ ກໍໄດ້ຕັ້ງ 4 ກັປ ພຸ້ນ
ໃຫ້ເຄື່ອງໝູນ ນອນສາດ ອາສນາງາມ ຕາມເສື່ອ
ລາຍເຄືອຄຳ ມອບໄວ້ ກໍເຖີງ ໄດ້ 4 ກັປ...
* ຫຍັບເຂົ້າ ໄປບ່ອນມ້ວນ ເຣື້ອງບໍ່ມ່ວນ ປານໃດ
ໃຜໄດ້ ເຜົາຄົນຕາຍ ທີ່ເຮ່ຍ ຮວາຍໄປນັ້ນ
ມັນຫາກ ມີອັນພໍ້ ກໍຣະນີ ຕ່າງໆ
ຕາຍນຳທາງ ແລະປ່າໄມ້ ຕາຍຕົກນ້ຳ ກໍຫາກມີ
* ໃຜຫາກ ມີໃຈກ້ວາງ ດັ່ງປວງໝູ່ ຊາວອາສາ
ມາກູ້ພັຍ ຄົນຕາຍ ມອບໃຫ້ ໄປເກັບມ້ຽນ
ບຸນຈະ ວຽນມາໃກ້ ບໍຣິວາຣ ໄດ້ໝື່ນນື່ງ
ອານິສົງ ຈະຍື່ງຂື້ນ ສູງລົ້ນ ບໍ່ຖອຍ
* ຮອດສາມໝື່ນ ບໍ່ແມ່ນໜ້ອຍ ບໍຣິວາຣຊ່ອຍ ເກີດມີມາ
ໃນວາຣະ ອະນາຄົຕ ຫາກວ່າ ໝົດບຸນນັ້ນ
ຫາກພາກັນ ເກັບມ້ຽນ ເຜົາສົບ ພວກພ້ອງພີ່
ກໍຈະ ມີໂຊກໄດ້ ບຸນໃຫ້ ໄດ້ດັ່ງຈາ ນັ້ນນາ
* ຄັນວ່າ ພໍ່ແມ່ນັ້ນ ຫາກວ່າທ່ານ ມໍຣະນາ
ເຮົາລູກ ມີສັທທາ ສົ່ງສະການ ທານມ້ຽນ
ບຸນຈະ ວຽນມາຊວ້ານ ຊູເຮົາ ຢ່າງຍີ່ງໃຫຍ່
ຈະໄດ້ ບໍຣິວາຣມາກລົ້ນ ແສນຄົນພຸ້ນ ດັ່ງຫວັງ
* ຈັ່ງວ່າ ໄປຫວັ້ງໆ ແລ້ວທ່ານ ອຸປປັຊຊາ
ຄຼູອາຈາຣ ທັງຫຼາຍ ຜູ້ຖ່າຍສິດ ສອນຮູ້
ໝູ່ເຮົາ ທາງຫຼັງນີ້ ຍິນດີ ບຸນສົ່ງ
ປົງສົບ ໃຫ້ທ່ານນັ້ນ ບຸນຈະ ຝັ້ນຢ່າງຫຼາຍ
* ບໍຣິວາຣ ທີ່ໄດ້ ເຖີງໂກດນື່ງ ງາມໆ
ຈະເດີນນຳ ສຳເຣັດ ເຮັດໃຫ້ເຮົາ ດີແທ້
ຢ່າເມົາ ແຊຊຳຫຼີ້ນ ຟ້າວກິນທານ ຈະບານຊື່ນ
ອານິສົງ ຕ້ອງໄດ້ລື່ນ ມີຈຸດຢືນ ທີ່ຖືກຕ້ອງ ໃສຮອງເຫຼື້ອມ ດັ່ງປະສົງ...ດັ່ງປະສົງ ແທ້ລະນາ...ນິຕຖິຕາ..../






38 อานิสงส์ถวายสัพพทาน

...... ดูกรภิกษุทั้งหลาย ทานของสัปบุรุษเหล่านี้ ๘ อย่าง คือ ๑. ให้ของที่สะอาด
๒. ให้ของประณีต ๓. ให้ถูกกาล ๔. ให้ของที่สมควร ๕. เลือกให้ ๖. ให้เสมอ ๆ
๗. กำลังให้ยังจิตให้เลื่อมใส ๘. ครั้นให้แล้วปลื้มใจ สัปปุริสทาน ๘ อย่างนี้ประเสริฐยิ่งนักหนา
ในกาลครั้งนั้น องค์สมเด็จพระพุทธเจ้าก็สถิตสำราญอยู่ในป่าเชตวันอันเป็นอารามของนาย
อนาถปิณฑิกมหาเศรษฐีอยู่ในที่ใกล้ ๆ นครสาวัตถี

ในกาลครั้งนั้นมีพระยาองค์หนึ่ง ชื่อ มหานามะ ก็เอา ประธูปประทีปคันธรสของหอม
แล้วพาหมู่บริวารทั้งหลายเข้าไปสู่ที่เฝ้าพระสัพพัญญูเจ้า แล้วก็นั่งในที่
ควรแห่งหนึ่ง จึงทูลถามพระสัพพัญญูเจ้าว่า “ภนฺเต ภควา” ข้าแต่องค์สมเด็จพระพุทธเจ้าบุคคลผู้ใด
เลื่อมใสศรัทธา มาก่อสร้างสัพพาทานหลาย ๆ ชนิด ก็จักมีอานิสงส์ดังรือพระเจ้าข้า “ภควา” อันว่าองค์


... สมเด็จพระศาสดาจารย์เจ้าจึงเทศนาว่า ดูกรมหาบพิตร นรชนหญิงชายทั้งหลายมีใจเลื่อมใสศรัทธา
มาก่อสร้างสัพพาทานหลาย ๆ ชนิดเป็นต้นว่า

สร้างพระพุทธรูปก็จักได้อานิสงส์ ๙ กัลป
สร้างพระไตรปิฏกธรรมคำสั่งสอนของพระพุทธเจ้า ก็ได้อานิสงส์ ๑๐ กัลป
ผู้ใดได้บวชตนเป็นสามเณร ก็จักได้อานิสงส์ ๑๒ กัลป
ผู้ไดได้บวชตนเป็นพระภิกษุ ก็จักได้ อานิสงส์ ๒๔ กัลป
ผู้ใดได้สร้างพระธาตุเจดีย์ก็จักได้อานิสงส์ ๘๐ กัลป
ผู้ใดได้ปลูกไม้ศรีมหาโพธิ์ ก็จักได้อานิสงส์ ๙ กัลป
ผู้ใดให้โภชะนังยังข้าวน้ำ โภชนะอาหารให้เป็นทานแก่ภิกษุสามเณร ก็จักได้บริวารแสนหนึ่ง
ผู้ใดได้สร้างเจดีย์ทรายก็จักได้อานิสงส์ ๖๐ กัลป
ผู้ใดสร้างกุฏีให้เป็นทานก็จักได้อานิสงส์ ๔๐ กัลป
ผู้ใดสร้างอุโบสถให้เป็น ทานก็จักได้อานิสงส์ ๔๐ กัลป
ผู้ใดสร้างกฐินให้เป็นทานก็จักได้อานิสงส์ ๘๐ กัลป
ผู้ใดสร้างอารามให้เป็นทานก็จักได้อานิสงส์ ๔๐กัลป
ผู้ใดสร้างพัทธสีมาให้เป็นทานก็จักได้อานิสงส์ ๑๐๐ กัลป
ผู้ใดได้บวชบุรุษผู้อื่นให้เป็นพระภิกษุก็จักได้อานิสงส์ ๘ กัลป
บวชบุตรตนเองให้เป็นภิกษุ ก็จะได้อานิสงส์ ๑๖ กัลป
ภรรยาบวชสามีของตนให้เป็นสามเณร ก็จักได้อานิสงส์ ๑๖ กัลป
ภรรยาบวชสามีของตนให้เป็นพระภิกษุ ก็จักได้อานิสงส์ ๓๒ กัลป
สามีบวชภรรยาให้เป็นภิกษุณี ก็จักได้อานิสงส์ ๖๔ กัลป
ผู้ใดได้สร้างพระเจดีย์ธาตุข้าวเปลือกให้เป็นทาน ก็จักได้อานิสงส์ ๓๑ กัลป
ผู้ใดสร้างพระเจดีย์ธาตุข้าวสารให้เป็นทานได้อานิสงส์ ๔๒ กัลป
ผู้ใดได้สร้างพระเจดีย์ธาตุเหลือให้เป็นทาน ก็จักได้อานิสงส์ ๖๔ กัลป
ผู้ใดสร้างรั้วล้อมอาราม ได้อานิสงส์ ๑๖ กัลป
ผู้ใดปัดกวาดขยะมูลฝอยถอนเสียจากเขตอารามได้อานิสงส์ ๑๖ กัลป
ผู้ใดสร้างศาลาสะพานบ่อน้ำให้เป็นทานได้อานิสงส์ ๓๐ กัลป
ผู้ใดได้ถวายดอกไม้ธูปเทียนได้อานิสงส์ ๘ กัลป
ผู้ใดได้สร้างอัฏฐให้เป็นทานได้อานิสงส์ ๓๖ กัลป
ผู้ใดได้ถวายจีวรเถราภิเษก ได้อานิสงส์ ๓๒ กัลป
ผู้ใดถวายผ้าป่าได้อานิสงส์ ๔๐ กัลป
ผู้ใดให้ฝาผนังและเพดานเป็นทานได้อานิสงส์ ๑๖ กัลป
ผู้ใดสร้างธงฝ้าย ธงผึ้ง ธงชัย ธงชาย ธงเหล็ก บูชาพระรัตนตรัย ได้อานิสงส์ ๖๔ กัลป
ผู้ใดสร้างขันหมากเบ็งบูชาระรัตนตรัย ได้อานิสงส์ ๑๖ กัลป
ผู้ใดถวายซึ่งข้าวพันก้อนบูชาพระรัตนตรัยได้อานิสงส์ ๑๖ กัลป
ผู้ใดถวายผ้าอาบน้ำฝน และผ้าจำนำพรรษา ได้อานิสงส์ ๑๖ กัลป
ผู้ใดสร้างปราสาทดอกผึ้งให้เป็นทาน ได้อานิสงส์ ๓ กัลป
ผู้ใดสร้างต้นกัลปพฤกษ์ให้เป็นทานได้อานิสงส์ ๑๖ กัลป์
ผู้ใดสร้าง ฆ้อง กลอง แคน ซอ หอยสังข์ ปี่ แตร แตรวง ดนตรีให้เป็นทานได้อานิสงส์ ๖๐ กัลป
ผู้ใดได้ถวายเสื่อสาดอาสนะได้อานิสงส์ ๔ กัลป
ผู้ใดถวายเตียงเก้าอี้ฟูกเบาะให้เป็นทาน ได้อานิสงส์ ๑๖ กัลป
ผู้ใดได้ปลูกกุฏีกรรมให้พระภิกษุเข้าปริวาสกรรม และมานัตตกรรม ได้อานิสงส์ ๑๖ กัลป
ผู้ใดได้สร้างบั้งไฟจุดบูชาพระรัตนตรัย ได้อานิสงส์ ๔ กัลป ผู้ได้สร้างพัทธสีมาน้ำได้อานิสงส์ ๖๗ กัลป
ผู้ใดได้สร้างธรรมาสน์ ได้อานิสงส์ ๓๒ กัลป ผู้ใดได้สร้างเวจกุฏี ได้อานิสงส์ ๔๐ กัลป
ผู้ใดได้เผาซากศพที่ตกเรี่ยราดอยู่ตามป่าตามดง ได้บริวารหมื่นหนึ่ง
ผู้ใดได้เผาศพญาติมิตรสหาย ได้บริวาร ๓ หมื่น
ผู้ใดได้เผาศพบิดามารดาได้บริวารหนึ่งแสน
ผู้ใดได้เผาศพอุปัชฌาย์อาจารย์ ได้บริวารโกฏิหนึ่ง
ผู้ใดได้ถวายโอ่งน้ำ และส้วมอาบน้ำ และครุตักน้ำก็ได้อานิสงส์ ๑๖ กัลป

สัพพทานทั้งหลายชนิดเหล่านี้บุคคลผู้ใดมีศรัทธากล้าหาญอาจสละสมบัติออกสร้างวัตถุประสงค์
ดังแสดงมานี้ ก็มีอานิสงส์ผลบุญพูนสุขในชั่วนี้และชั่วหน้า

อานิสงส์ที่ได้ปัจจุบันนี้คือ จะไปมาทางใดก็มีคนนับหน้า
ถือตาไม่ได้เป็นที่รังเกียจของบุคคลใดบุคคลหนึ่ง มีแต่ผู้อยากให้ร่วมกินร่วมอยู่ทั้งนั้น เราจะเข้าไปสู่
สมาคมใด ๆ ก็ไม่ครั้นคร้ามสยดสยองเกรงกลัวต่ออำนาจผู้ใด การทำมาหากินก็สมความมุ่งมาตร
ปรารถนาสมประสงค์ ครั้นสิ้นบุพพกรรมมนุษย์ในโลกนี้แล้ว ก็จะถือเอาตนเมื่ออุบัติขึ้นบนสวรรค์ชั้น
ดาวดึงสายามาตุสิตาโดยลำดับ จนถึงพรหมโลก ครั้นจุติจากพรหมโลกลงมาเกิดในมนุษย์โลก ก็ไม่ได้
ไปเกิดในหิเนกุลชั่วร้าย และจักได้ไปเกิดในตระกูลท้าวพระยามหากษัตริย์ หรือตระกูลพราหมณ์ผู้มั่ง
ครั่งมั่งมีเศรษฐีกฎุมพีแล้วก็จักได้ทัวระวัดไปมาบารมีแก่กล้า ก็จะได้บ่ายหน้าเข้าสู่เมืองแก้วนิรพาน พอ
จบธรรมเทศนาแห่งองค์สมเด็จพระพุทธเจ้าลง สมเด็จพระเจ้ามหานามะ ก็ได้ตั้งอยู่ในไตรสรณคมณ์
สามส่วนบริษัททั้งหลาย ก็ได้ถึงโสดาสกิทาคา อนาคา อรหันต์

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ