บดกอนเทดลาว บุนสงการ ບົດກອນເທດ ສຼອງບຸນສົງການ

# ບົດກອນເທດ : " ສຼອງບຸນສົງການ "


ນະໂມ..............( 3 ເທື່ອ )

ສຸນັກຂັຕຕັງ ສຸມັງຄະລັງ ສຸປະພາຕັງ ສຸຫຸຕຖິຕັງ
ປະທັກຂິນານິ ກັຕວານະ ລະພັນຕັຕເຖ ປະທັກຂິເນຕິ .

* ໂພສາທະໂວ ດູຣາສັບປຸຣິສາເຈົ້າທັງຫຼາຍ....
ຂ້າຂໍ ບັນຣະຍາຍຂໍ້ ຍໍບົດກອນ ບ່ອນປີໃໝ່
ຫຼືວ່າ ຄຳວ່າໄວ້ ສົງການນັ້ນ ກໍຫາກມີ
ເຊີ່ງວ່າ ຄົນແຕ່ກີ້ ບາງທີ ວ່າບຸນເນົາ
ກໍໄດ້ ພາກັນເອົາ ຍ່າວໆມາ ເຮຮາຟ້ອນ
* ເພາະມັນ ເປັນຍາມຮ້ອນ ກາງເມສາ ຟ້າເລີ້ມຮ່ຳ
ພວກເຮົາເຮັດ ເຮົານຳ ເອີ້ນວ່າ ບຸນຫຼີ້ນນ້ຳ ຕາມແທ້ ແຕ່ວ່າເໝາະ.. .
* ມື້ນີ້ ມາພົບພໍ້ ຫຸ້ມຫໍ່ ຫຼາຍຄົນ
ຜູ້ຈາກ ໄປໄກດົນ ກໍຕ່າວຫົນ ກັບບ້ານ
ໄດ້ມາ ໄຂຈາຕ້ານ ມາໂຮມກັນ ພັກຜ່ອນ
ໄດ້ກັບ ມາຮັບຕ້ອນ ໄດ້ມາຟ້ອນ ປີໃໝ່ລາວ
* ພວກຫຼານ ເດັກນໍ່ທ້າວ ໄດ້ຢຸດພັກ ອັດໂຮງຮຽນ
ຂາບກົ້ມ ເກົ້າຫົວສຽນ ຕໍ່ທ່ານຄຼູ ອາຈາຣເຈົ້າ
ແລະສົມມາ ຄົນເຖົ້າ ຕາມຄອງເຮົາ ພວກພໍ່ແມ່
ໄດ້ມາດູ ມາແລ ຟັງກະແສ ພາກຖ້ອຍ ເພີ່ນກອຍຕ້ານ ກ່າວສອນ...
* ບາງຄົນ ໄດ້ເຄື່ອງຕ້ອນ ຜ້າຜ່ອນ ແພວາ
ເທົ້າທີ່ ພໍຫາມາ ມອບຂະມາ ຂໍພອນເຈົ້າ
ຍໍເອົາ ຕີນຄົນເຖົ້າ ທູນຫົວເຮົາ ເກົ້າຂະມ່ອມ
ຫວັງບຸນຄຸນ ແຜ່ລ້ອມ ຫອມຫຸ້ມ ໃຫ້ຢູ່ດີ
* ຈັ່ງວ່າ ວາຣະດີຖີປີໃໝ່ນີ້ ສຸດທີ່ ສະບາຍຫຼາຍ
ບໍ່ວ່າ ກາຍໄປໃສ ກໍຊື່ນໃຈ ຈິງແທ້
ໃຜບໍ່ແຄ ຂອງແຫຼ້ ກໍຫາແຊ ຫຼີ້ນມ່ວນ
ກອດຄໍກັນ ແມບມ້ວນ ກວນແປ້ງ ຈົນໝົ່ນໝອງ
* ບໍ່ຈັກ ລຳແລະຮ້ອງ ສຼອງຊື່ນ ສະບາຍໃຈ
ທຸກໂສກ ພິດພານພັຍ ບໍ່ໃສ່ໃຈ ກັນແລ້ວ
ເປັນເພື້ອນດີ ສີແກ້ວ ແນວໃສ ຍີ້ມໃໝ່
ປັບປ່ຽນ ຄວາມຄິດໄດ້ ໃຫ້ໃສຂື້ນ ລື່ນແຕ່ຫຼັງ
* ຈັ່ງວ່າ ໄປຫວັ້ງໆ ເອີ້ນສັ່ງ ສັງຂາຣ
365 ວັນ ກໍຜ່ານ ກາຍໄປແລ້ວ
ຍີ້ມແລະຫົວ ຈົນເຫັນແຂ້ວ ແນວດີ ສືບຕໍ່
ຫັນມາຟັງ ຈໍ້ໆ ພວກເຮົາພໍ້ ທີ່ວັດວາ
* ທຸກອົງ ໄດ້ອ່ວາຍໜ້າ ພຼະທີ່ ຢູ່ໃນສິມ
ລົງມາ ຫົດສົງລິນ ຢູ່ທີ່ດິນ ບ່ອນມັນກ້ວາງ
ພາກັນ ມາຫຼາຍລ້ວນ ໝົດທັງມວນ ພ້ອມພ່ຳ
ຍໍຈອກຂັນ ຖ້ວຍນ້ຳ ໄດ້ຍາມແລ້ວ ກໍລັ່ງສົງ
* ບາງບ່ອນ ໃກ້ປ່າຊົ້ງ ເປັນດົງ ໂຄກມາລາບານ
ຍັງໄດ້ ຊວນພາກັນ ຊອກເກັບ ມາໄຫວ້
ເອົາທູບທຽນ ມາໄຕ້ ແຕ່ສວາຍແລງ ຈົນຮອດຄ່ຳ
ບູຊາ ພຼະພຸທ ພຼະທັມ ທັງພຼະສົງ ພ່ຳພ້ອມ ໃຈນ້ອມ ຣະນຶກຄຸນ....
* ຈັ່ງວ່າ ເຮັດຈົນຄຸ້ນ ບຸນແຫ່ງ ປະເພນີ
ຖືເປັນ ແນວນາມດີ ມາກມີ ນານໄດ້
ເຖີງວ່າ ມີແນວຜ້າຍ ສີວິໄລ ເຄື່ອນທີ່
ຍຸກສະໄໝ ກ່ອນກີ້ ກັບຄາວນີ້ ຄ່ອຍຫ່າງກັນ
* ແຕ່ວ່າ ສີ່ງໃຫຍ່ນັ້ນ ອັນທີ່ວ່າ ສຳຄັນ
ມັນກໍຍັງ ຍືນນານ ບໍ່ຜ່ານກາຍ ລາຍແຕ້ມ
ເໝືອນໄດ້ພິມ ລົງແໜ້ນ ເປັນແສນປີ ກໍບໍ່ເສື່ອມ
ບໍ່ໄດ້ລືມ ຄາດເຄື້ອນ ໃນສາຍເພື້ອນ ພວກພຸທເຮົາ
* .............. ... .......... . ......
...... ........ ( ຍັງມີຕໍ່ ) .............................

รดน้ำ-สรงน้ำพระ สิ่งดี ๆ ในประเพณีสงกรานต์ (ที่วันนี้กลายพันธุ์ไปมาก)



# ບົດກອນເທດ : " ສຼອງສົງການ " ( ຕໍ່ )

* ບັດນີ້ ເລີ້ມກ່າວເວົ້າ ເຣື້ອງເກົ່າ ປະຫວັດມາ
ກ່ອນຈະ ມີຄຳຈາ ປີໃໝ່ມາ ເຖີງນີ້
ຕັ້ງແຕ່ ເດີມດາກີ້ ກ່ອນຊິ ມີປີໃໝ່
ຂໍຍົກໄຂ ແຕ່ເຄົ້າ ບູຮານເຖົ້າ ເພີ່ນຈາ
* ຕັ້ງແຕ່ ຄັ້ງນັ້ນນາ ມີຊາຍນື່ງ ກິນສຸຣາ
ກິນແລ້ວ ເມົາເຮຮາ ກ່າວຈາ ຕາມເຣື້ອງ
ກິນແລ້ວ ໄປຕາມເພື້ອນ ເຮືອນຊານ ບ້ານເພີ່ນ
ບາງທີ ກໍກູກເອີ້ນ ເພີນຫຼີ້ນ ເລົ່າຈິງ
* ບໍ່ວ່າ ໃຜໃຫຍ່ຍີ້ງ ຫຼືວ່າສີ່ງ ແນວໃດ
ເມື່ອເຂົາເມົາ ລົງໄປ ກ່າວໄຂ ໝົດກ້ຽງ
ເວົ້າຈົນວ່າ ສຸດສ້ຽງ ໃຜຈະຖຽງ ກໍບໍ່ວ່າ
ກາລເວລາ ບໍ່ຮັບຮູ້ ຖູເວົ້າ ມ່ວນມັນ
* ຍ້ອນວ່າເມົາ ຈີ່ງຕ້ານ ຫານວ່າ ຄວາມຈິງ
ມື້ນື່ງ ໄປສຸງສິງ ເຣື້ອງຂອງ ຊາວບ້ານ
ລາວໄດ້ ໄປໄຂຕ້ານ ເຖີງເຮືອນຊານ ເສຕຖີໃຫຍ່
ເປັນເພື້ອນບ້ານ ໃກ້ໆ ໄທບ້ານ ມໍ່ຕົນ
* ພາໃຫ້ ຄິດໄຂວ່ຄົ້ນ ຈົນນັ່ງ ໜັກສະໝອງ
ເມື່ອຫວນຄືນ ຄຳຂອງ ຂີ້ເຫຼົ້າຈາ ຈິງແທ້
ຈົນບໍ່ຈັກ ແນວແກ້ ເຣື້ອງເຂົາແສ ບໍ່ມີລູກ
ເຂົາວ່າ ເມົານີ້ທຸກ ຍັງມີລູກສືບສ້າງ ຄຽງຂ້າງເພີ່ງພາ
* ອັນນີ້ ມີລ້າໆ ສົມບັດຄ່າ ມອບກັບໃຜ
ເມື່ອຫາກ ຕາຍລົງໄປ ຊັພກໍຫາຍ ໝົດກ້ຽງ
ເຖົ້າບໍ່ມີ ໃຜລ້ຽງ ສະບຽງຫາ ນ້ຳຍື່ນ
ມືນແຕ່ຕາ ລອ໋ກລໍ້ ທີຫຼັງພໍ້ ກ່ວາຜູ້ຈົນ
* ເຈົ້ານີ້ ທຸກບໍ່ມົ້ມ ມີຫຼົ່ນ ມີດາຍ
ມີແຕ່ ຫົວທີຫຼາຍ ບັ້ນປາຍ ຕາຍລ້າ
ຢ້ານບໍ່ມີ ຜືນຜ້າ ໃຜເດຫາ ຫຸ້ມຫໍ່
ເຈົ້າອາດຍັງ ຊິພໍ້ ສົນສໍ້ ດອກນາ
* ເວົ້າວ່າຈ້າ ຄືວ່າ ຕາມຈິງ
ເພາະວ່າ ຊາຍ ກັບຍິງ ຄູ່ເສຕຖີ ບໍ່ມີລູກ
ເປັນຜົວ - ເມຍ ພັນຜູກ ແສນສະໜຸກ ຍີ່ງໃຫຍ່
ແຕ່ລູກມີ ບໍ່ໄດ້ ຫຼາຍປີແລ້ວ ແຕ່ແຕ່ງງານ
* ເສຕຖີ ອອກຈາກບ້ານ ພົ້ນຜ່ານ ວັນມາ
ເພື່ອວ່າ ໄຂຖາມຈາ ບ່ອນວ່າ ສົມເໝາະໄດ້
ພໍຈະໄປ ວອນໄຫວ້ ຂານໄຂ ເອົາລູກ
ເສຕຖີກູກ ຂື້ນຟ້າ ວັນທາໄຫ້ວ ໝູ່ພົມ
* ກັບທັງໄດ້ ຂາບກົ້ມ . . ຕົນທ່ານ ຈັນທາ
ວ່າຢາກມີ ບຸດຕາ ໂຜດແດ່ນາ ເທວາທ້ານ
ແຕ່ກໍ ດົນນານຂ້າມ ຫຼາຍຍາມ ຄືເກົ່າ
ເມື່ອທ່ານ ມາກ່າວເວົ້າ ກັບໄຮຕົ້ນ ຈີ່ງສົ່ງຜົລ
* ເມຍໄດ້ພົ້ນ ຜົລເກີດ ກຸມາຣ
ຊື່ວ່າ ທັມມະບາລ ທ່ານດີ ໃຈແທ້
ຈີ່ງໄດ້ ທຳການແກ້ ບະບົນ ບານໃຫຍ່
ຢູ່ໃກ້ໄຮ ໃຫຍ່ຕົ້ນ ໃຫ້ຄົນສ້າງ ຜາສາດງາມ
* ເພື່ອຝ່າຍກ້ຳ ລູກຮ່ຳ ສຶກສາ
ເພື່ອໄດ້ມີ ວິຊາ ໃຫຍ່ມາ ສະບາຍລົ້ນ
ຫາຮຽນມົນ ຮຽນຄົ້ນ ພາສາຊົນ ຊາດຕ່າງໆ
ຣຽນໄປໝົດ ທຸກຢ່າງ...ຜີສາງ ນາງຍັກຮ້າຍ ຮອດໃຊລອບໝູ່ນົກ ປາ...
* ...................... ...............................
........................... ( ຍັງມີຕໍ່ ) ..........................

ศัพท์ภาษาอังกฤษเกี่ยวกับวันสงกรานต์ | TruePlookpanya


# ບົດກອນເທດ : " ສຼອງສົງການ " ( ຕໍ່ )

* ຮຽນຫຍັງ ບໍ່ນ້ອຍໜ້າ ເພາະເຫດວ່າ ປັນຍາຫຼາຍ
ທັງຕົນໂຕ ເງື່ອນໄຂ ກໍສະບາຍ ພຽງພ້ອມ
ຈົນວ່າ ຄົນມາລ້ອມ ມາຫອມກັນ ໄປທົ່ວ
ຍາມທຸກຈົນ ຈ່ອງມົ້ວ ຄວາຫາທ້າວ ເຂົ້າເພີ່ງພາ
* ຈົນວ່າ ເດຶອດຮອດຟ້າ ເຖີງໜ້າ ທ່ານກະບິລພົມ
ຄິດຢາກລອງ ຊົມຄົມ ເດດປັນຍາ ຂອງທ້າວ
ຈະເກັ່ງຈິງ ຄືເຂົາເວົ້າ ຫຼືສະຫາວ ຂີ້ໂມ້ໃຫຍ່
ບັນຫາເດັດ ຕ້ອງງັດໄງ້ ເປັນຕາຍໃຫ້ ຮູ້ຄັກກັນ
* ເອົາໃຫ້ສົມ ຊາດຊັ້ນ ປັນຍາໃຫຍ່ ໃນສະໝອງ
ສະຫຼາດດີ ຈີ່ງຄວນຄອງ ຢູ່ທີ່ ໂລການີ້
ໃຜມີດີ ເໜືອຊັ້ນ ສະຫວັນດິນ ພຽງພາກຄູ່
ເຮົານີ້ ຢາກຈະຮູ້ ທ້າວຈະສູ້ ເຣື້ອງບັນຫາ
* ບັນຫາພົມ ເພີ່ນທ້າ ຖາມວ່າ ແບບເອົາຕາຍ
ໃຜບໍ່ມີ ປັນຍາຫຼາຍ ບອກວ່າ ຕາຍໆໂລດ
ຟັງແລ້ວ ຄືມາໂກທ ຈ່ອງເວຣກັນ ແຕ່ຊາຕກ່ອນ
ຊາຕນີ້ ຈີ່ງເດຶອດຮ້ອນ ລົງມາຂ້ອນ ແຂ່ງບັນຫາ
* ວ່າອັນວ່າ ເຈົ້າຜູ້ກ້າ ປັນຍາໃຫຍ່ ຄົນດັງ
ເຈົ້າໄດ້ຍິນ ຫຼືຍັງ ຄຳສັ່ງເຮົາ ຄາວນີ້
ບໍ່ໄດ້ໂກງ ຈັກດີ້ ເວົ້າດີໆ ຕາມຊື່
ເອົາໃຫ້ສົມ ຄຳລື ຖືສາວ່າ ມື້ນີ້ ດີຮ້າຍ ໃຫ້ຮູ້ກັນ
* ເອົາໃຫ້ເຖີງ ບ່ອນບັ້ນ ຄໍຂາດ ຕາຍເສຍ
ຖ້າເຈົ້າອ່ອນ ເຈົ້າເພຍ ຕອບບັນຫາ ບໍ່ມີໄດ້
ເຈົ້າກໍຄົງ ໄດ້ໄຫ້ ຕາຍງາມໆ ນຳຄົມດາບ
ແຕ່ເຈົ້າຮູ້ ເຈົ້າຊາບ ດີແທ້ ກໍບໍ່ຕາຍ
* ຄັນວ່າ ເຈົ້າຕອບໄດ້ ຄຳຖາມໃຫຍ່ ຂອງເຮົາ
ເຮົາຈະຍອມ ຕາຍເອົາ ດ້ວຍດາບຄົມ ແທງຖີ້ມ
ຈະບໍ່ປົບ ແປປີ້ນ ຈະຕັດສີນ ດ້ວຍຄວາມຊື່
ບໍ່ໄດ້ເວົ້າ ພໍຄື ຂໍໃຫ້ ຈຳຈື່ໄວ້ ວ່າໃຜແທ້ ທີ່ຕ້ອງຕາຍ
* ຂໍ້ 1. ວ່າໄວ້ ຖາມໄຖ່ ເຣື້ອງສີຣິ
ອັນທຸກຄົນ ເຮົາມີ ຢູ່ທີ່ຕົນ ຜິວພື້ນ
ຍາມເຊົ້າ ສີຣິຂື້ນ ໃນຜືນໂຕ ບ່ອນໃດແນ່ ?
ຫາກເຈົ້າ ຕອບຖືກແທ້ ຈິງແນ້ ກໍບໍ່ຕາຍ
* ຂໍ້ທີ 2. ຕາມຕໍ່ໃຫ້ ຕອນບ່າຍໆ ເຣື້ອງສີຣິ
ທີ່ຂື້ນ ຈົບງາມດີ ວ່າມີ ຢູ່ໃສແທ້ ?
ຂໍ້ທີ 3. ຕິດຕາມແກ້ ຍາມແລງແລ ສີຣິຕື່ມ
ວ່າມັນ ໄດ້ເກີດຂື້ນ ໃນຜິວພື້ນ ບ່ອນໃດ ?
* ຂໍເນັ້ນຕື່ມ ບອກໃຫ້ 3 ຂໍ້ໃຫຍ່ ເຣື້ອງສີຣິ
ສະເພາະ ໃນຕົນມີ ຢູ່ທີ່ກາຍ ເຮົານີ້
ບໍ່ຍາກຫຍັງ ຈັກດີ້ ມັນມີມາ ຢູ່ມໍ່ໆ
ເຮົາໄດ້ ຖາມຈໍ້ໆ ຖ້າງົມງໍ້ ເຈົ້າກໍຕາຍ
* ເຮົາຈະ ອະນຸຍາຕໃຫ້ ເວລາໃຫຍ່ ໃຊ້ເຕັມສິທ
ຜັດໃຫ້ຫາ ຄຳຄິດ ຢູ່ມິດ ຈັກ 7 ມື້
ແລ້ວຈີ່ງມາ ໄຂຮື້ ໄອອະຮື ຖາມ-ຕອບ
ລໍວັນ ຈົບຄົບຮອບ ລໍຄຳຕອບ ມື້ນັ້ນ ໃຜຕົກຊັ້ນ ຢູ່ທີ່ຄໍ
* ຈັ່ງວ່າ ພົມຂີ້ສໍ້ ເໝືອນມາກໍ່ ກັມເວຣ
ໂລດດ່ວນ ມາເຫັນໆ ກ່າວປະເດັນ ຈຸກຈີ້
ມັນກໍ ຈຳເປັນນີ້ ຮູ້ໂຕດີ ວ່າບໍ່ອອກ
ບອກໃຜໆ ກໍບໍ່ໄດ້ ລະອາຍໜ້າ ຢູ່ຈັ່ງໃດ...
*.................... .............................
.......................( ຍັງມີຕໍ່ ) ........................


ทรงน้ำพระที่บ้าน...ให้อนิสงค์แรง พร้อมขั้นตอนการทำความสะอาดที่ถูกต้อง


# ບົດກອນເທດ : " ສຼອງສົງການ " ( ຕໍ່ )

* ຄິດຈົນ ໜັກໜ່ວງຮ້າຍ ເປັນໜ້າໜ່າຍ ໃນຊີວິດ
ຕັ້ງ 6 ວັນ ລຽນຕິດ ບໍ່ຄິດເຫັນ ຫຍັງພໍ້
ບໍ່ທັນມີ ຈັກຂໍ້ ຄໍຕົນ ຊິຂາດແນ່
ກະບິລພົມ ເຮັດແທ້ໆ ຕາຍແນ້ ຄັກເຮົາ...
* ຄິດຈົນ ບໍ່ຮູ້ກ້າວ ວ່າຕົນຕ່າວ ໄປໃສ
ຈະເຂົ້າດົງ ພົງໄພ . .. ໄປລີ້ຕາຍ ໃຫ້ມັນແລ້ວ
ດີກ່ວາ ເຂົາສັບແຂ້ວ ໃຫ້ເສຍແນວ ຄົນສະຫຼາດ
ສັກສີ ປຼາດຜູ້ຮູ້ ເຂົາຊິຍູ້ ໃສ່ຂີ້ດິນ
* ທັມມະບາລ ໄປ່ປີ້ນ ປົບປີ່ນ ສູ່ດົງຫຼວງ
ຢູ່ນຳໝີ ນຳກວາງ ໃຫ້ສ່ວາງ ເວຣເຂັນຮ້ອນ
ແນວໃດຕາຍ ກໍຕາຍຖ້ອນ ຂໍເຊົານອນ ກ້ອງໄມ້ໃຫຍ່
ພໍວ່າຫາຍ ເມື່ອຍໄດ້ ສະບາຍນ້ອຍ ກໍຫາກເອົາ
* ຈັ່ງວ່າ ຄວາມມືດເຂົ້າ ໃນຮາວປ່າ ດົງດອນ
ຝູງສັດສາ ມາຄອນ ຮ່ວມນອນ ງອຍໄມ້
ໄດ້ຍິນສຽງ ສັດໄດ້ ໄຂຂານ ຫຼາຍໝູ່
ທ້າວກໍພໍ ຣະນຶກຮູ້ ສຽງຄູເວົ້າ ເຫຼົ່າໝູ່ສັດ
* ເພາະວ່າ ທ້າວສະຫຼາດ ເປັນນັກປຼາດ ເຄີຍຮຽນມາ
ຊຸມໝູ່ ສັກກຸນາ ຮ້ອງວ່າມາ ເຂົ້າຫູທ້າວ
ມີຄູ່ ອິນຊີເຈົ້າ ເຊີ່ງເຊົານອນ ປາຍໄມ້ໃຫຍ່
ມັນກໍເວົ້າ ກໍໄຂ ຢູ່ຊື່ ເທີງງ່າໄມ້ ໄດ້ຍິນຖ້ອຍ ທຸກອັນ
* ນົກໂຕເມຍ ກ່າວຕ້ານ ຖາມທ່ານ ຜູ້ໂຕຜົວ
ມື້ອື່ນ ເຮົາຈະຄວາ ຂ່ວາໄປໃສ ນໍໄກອີກ...?
ພໍຈະມີ ປາຊີ້ນ ໄດ້ກິນດີ ແຊບຕື່ມ
ຂ້ອຍໂລດເມື່ອຍ ໂລດມຶນ ບືນບິນໂຕ ບໍ່ຢາກໄດ້ ໄກນັ້ນ ບໍ່ຢາກໄປ...
* ຜູ້ເປັນຜົວ ຈີ່ງໄດ້ ຕອບເມຍວ່າ ສະບາຍຫຼາຍ
ບໍ່ໄດ້ໄປ ທາງໃດ ມື້ອື່ນໄປ ກັບເມືອງນີ້
ບໍ່ໄດ້ ໄກຈັກດີ້ ແນວກິນດີ ຊີ້ນຄົນແຊບ
ນອນໃຫ້ຫຼັບ ໃຫ້ແຈບ ມື້ອື່ນ ແຊບໆແລ້ວ ບໍ່ມີແຄ້ວ ຢ່າງແນ່ນອນ...
* ຜູ້ເປັນເມຍ ກ່າວຢ້ອນ ຖາມຜົວກ່ອນ ໃຫ້ງົງຫຼາຍ
ວ່າ ພວກຜູ້ຄົນ ຄືໃຜ ? ເຮັດຈັ່ງໃດ ຊິຕາຍຍ້ອນ ?
ມີສົງຄາມ ຄຸງຂ້ອນ ມາຫຼອນຕີ ກັນຕິບໍ່ ?
ບໍ່ອີ່ຫຼີ ກໍບໍ່ພໍ້ ຄົນຈະງໍ້ ໃຫ້ນົກກິນ !
* ບໍ່ແມ່ນ ຜົວເວົ້າຫຼີ້ນ ໃຫ້ຍິນມ່ວນ ຄຳດາຍ
ເພາະວ່າ ເຖີງວັນຕາຍ ທ່ານ ທັມມະບາລ ແລ້ວ
ກະບີລພົມ ຈະຕັດແຂ້ວ ແນວຄໍ ຈົນຂາດມຸ່ນ
ເພາະວ່າ ຕັ້ງແຕ່ພຸ້ນ ພວກເຂົາວຸ້ນ ແຂ່ງບັນຫາ
* ....ເຣື້ອງສີຣິ ຢູ່ໜ້າ ຍາມຟ້າໃໝ່ ອາລຸນໃສ
ຕື່ນເຊົ້າມາ ດັງໄຟ ອ່ອມແກງ ຫູງຕົ້ມ
ຍາມສວາຍ ຄົນເຄີຍກົ້ມ ນ້ຳມາໂລມ ລູບບ່ອນວ່າ
ສວ່າຍບ່ອນໃຕ້ ຫຼືບຜ້າ ໜ້າເອິກ ນັ້ນຊື່ໃຈ
* ພໍເມື່ອ ຫຍັບເຂົ້າໃກ້ ຕາເວັນບ່າຍ ສູນແສງ
ຄ້ອຍຄ່ຳ ເມືອຍາມແລງ ມ້ອຍແສງ ດັບແລ້ວ
ຫຼັງຈາກ ສີຜັດແຂ້ວ ແນວຄົນ ກໍລ້າງລູບ
ບ່ອນເກີບສຸບ ລະຫວ່າງນີ້ວ ກ່ອນນອນ ໃຫ້ສະອາດດີ
* ມັນຫາກ ເປັນຈັ່ງຊີ້ ເຣີ້ອງທີ່ວ່າ ສີຣິ
ຈັ່ງວ່າ ແສນບຸນມີ ໂຊກດີ ອີ່ຫຼີນີ້
ທັມມະບາລ ນອນລີ້ ນົກອິນຊີ ພັດອ້ອຍອີ່ນ
ລາວກໍຮູ້ ກໍຍິນ ຄຳຕອບຈິງທຸກຂໍ້ ບໍ່ມີງໍ້ ວ່າຢ້ານຫຍັງ
* ...................... ...................................
........................... ( ຍັງມີຕໍ່ ) ..........................

Vientiane Mai Online - ນະຄອນຫຼວງ ...


# ບົດກອນເທດ : " ສຼອງສົງການ " ( ຕໍ່ )

* ຕື່ນເຊົ້າ ໄປຫວັ້ງໆ ຂຶງຂັງຕອບ ພົມບັນຫາ
ທ່ານກໍມີ ສັຈຈະ ຜູ້ທ້າຈິງ ທຳແທ້
ທ່ານກໍ ຈິງຈັງແນ້ ບໍ່ຜັນແປ ເປັນອື່ນ
ຕາມນິທານ ເກົ່າພື້ນ ທ່ານຢືນຂ້າ ປາດຕົນ
* ໃຊ້ກະບີ່ ດາບໂຫຍ້ນ ໂຍນໃສ່ ຄໍຫອຍ
ປາດບໍ່ມີ ຍາມຖອຍ ຈົນລ່ອຍຕົນ ຕາຍແທ້
ກ່ອນຈະ ທຳການແກ້ ວິທີຕາຍ ຂອງຜູ້ເກັ່ງ
ທ່ານກໍຮ້ອງ ບອກເປັ່ງ ໃຫ້ເຄັ່ງຄັດ ຄັກແທ້ ແນວແນ້ ເຣື້ອງພິທີ...
* ຄືຕ້ອງ ທຳສີ່ງນີ້ ໃຫ້ຖ້ວນຖີ່ ຄຳສະເໜີ
ໃຫ້ຮີບ ຟັງເອົາເດີ ລູກສາວ ທັງ 7 ນ້ອຍ
ໃຫ້ເອົາຫົວ ຂອງຂ້ອຍ ບິດາ ທີ່ຂາດລ່ວງ
ໄປໄວ້ພູ ເຂົາໄກລາດກ້ວາງ ຢ່າວາງຖີ້ມ ບ່ອນອື່ນໃດ
* ຫົວພໍ່ ມີພິດຮ້າຍ ອາດໄໝ້ ທົ່ວໂລກັນ
ໄໝ້ຮອດ ພູເຂົາຊັນ ໝູ່ສັນ ໂນນຄ້ອຍ
ໄໝ້ລອຍໄປ ຕາມນ້ຳ ບໍ່ມີຍາມ ຊິຈາງຈືດ
ຄັນຫາກ ເຮັດບໍ່ຖືກ ຈະເປັນພັຍ ພິດຮ້າຍ ໄປໜ້າ ຊິບໍ່ດີ
* ຈົ່ງຮັບ ຫົວພໍ່ນີ້ ດ້ວຍພາຖາດ ທອງຄຳ
ນຳເເຫ່ ແວວຽນຕາມ ຮອບໜ່ວຍງາມ ສະເໝນພຸ້ນ
ຢ່າຄຽດ ເຄືອງຄຳຂຸ້ນ ເຮັດເອົາບຸນ ນຳພໍ່
ແລ້ວຈີ່ງ ຍົກຍື່ນຍໍ ເອົາຫົວພໍ່ ໄປໄວ້ ຢູ່ໃນຖ້ຳ ຄັນທຸລີ
* ຈັ່ງວ່າ ເປັນຈັ່ງຊີ້ ເຣື້ອງທີ່ວ່າ ມານານ
ກ່າວເຖີງ ນາງສັງຂາຣ ທຸກທ່ານ ຄົງເຄີຍຮູ້
ທຽບຄູ່ຕາມ 7 ມື້ ຄືລູກສາວ ຂອງເພີ່ນ
ທີ່ໄດ້ໃສ່ ຊື່ເອີ້ນ ເກີນງາມແທ້ ຄົບ 7
* ຜູ້ທີ 1 ຊື່ວ່າ ທຸງສະ ຜູ້ທີ 2 ຊື່ວ່າ ໂຄຣາຄະ
ຜູ້ທີ 3 ຊື່ວ່າ ຣາກຂະສະສະ ຜູ້ທີ 4 ຊື່ວ່າ ມົນທາ
ຜູ້ທີ 5 ຊື່ວ່າ ກິຣິນີ ຜູ້ທີ 6 ຊື່ວ່າ ກິມິທາ
ຜູ້ທີ 7 ຊື່ວ່າ ມະໂນທອນ ອ່ອນຫຼ້າ ນາງຟ້າຜູ້ດີ...
* ຕັ້ງແຕ່ ຄາວເກົ່າກີ້ ມີມາ ຮອດປະຈຸບັນ
ເຖີງເມື່ອວັນ ຜັດໝາຍ ເພີ່ນກໍໄຂ ຍັງຖ້ຳ
ໄຂກະໂລງ ຝາງ້ຳ ນຳແຜ່ນຄຳ ພາຖາດໂຕ່ງ
ແລ້ວກໍ ແຫນແຫ່ໂຄ້ງ ກະໂບງທ້າວ ທ່ານພໍ່ພົມ
* ລູກສາວເພີ່ນ ຂາບກົ້ມ ຜັດໂຈມປ່ຽນ ຄົນລະທີ
ຜັດປ່ຽນໄປ ຄົນລະປີ ຕາມຊື່ມີ ໃນ 7 ມື້
365 ວັນຮື້ ຜັດປ່ຽນຖື ອີກເທື່ອນື່ງ
ດ້ວຍຈິດໃຈ ເລິກຊາບຊື້ງ ຫົດຫົວເຈົ້າ ພໍ່ເກີດຕົນ...
* ຈັ່ງວ່າ ເລີຍໄດ້ພົ້ນ ໃຫ້ຜົລເກີດ ມີສົງການ
ອີງໃສ່ ມີນິທານ ຜ່ານມາ ຄາວກີ້
ຈົນວ່າ ເຖີງວັນນີ້ ສະບາຍດີ ປີໃໝ່
ອີງໃສ່ມື້ ລູກໄດ້ ມາໄຂລ້າງ ໂຫຼກພໍ່ພົມ
* ບຸນທ່ານພົມ ກໍມາກລົ້ນ ໃຫ້ຄົນຢູ່ ສະບາຍສຸກ
ບໍ່ຊັ້ນ ຫົວພາທຸກ ແນ່ນອນ ແຕ່ຕອນນັ້ນ
ໄຟມະລັຍກັນ ຄັ້ນ ພາກັນຕາຍ ດັບໝົດໂລກ
ຖ້າບໍ່ຫຸ້ມ ບໍ່ປົກ ຖ້າບໍ່ຍໍຍົກໄວ້ ຫົວພົມໃຫ້ ໄດ້ຢູ່ດີ..
* ຈັ່ງວ່າ ມາເຖີງນີ້ ເຫັນທີ່ວ່າ ໝົດກອນ
ຢ້ານຄົນຊຶງ ເຫງົານອນ ເທດວ່ອນມາ ກໍດົນແລ້ວ
ຂໍໃຫ້ ງາມໃສແກ້ວ ແວວວາວ ປີໃໝ່
ມີໂຊກຊັຍ ສຳເຣັດໄດ້ ສະບາຍທ້ອນ ຄູ່ສູ່ຄົນ...ຄູ່ສູ່ຄົນ
ນັ້ນທ້ອນ...ສາທຸ..! ເອວັງ ..!

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ