ขอพร หลังพระสันข้าว ພອນຫລັງຍະຖາ ເປັນຄຳຂໍພອນຕາມຄວາມເຊື່ອ ຊ່ວຍເພີ່ມບາຣະມີແດ່ຜູ້ກ່າວເອີ້ນ

วิธีขอพรพลังสิ่งศักดิ์สิทธิ์องค์พระพุทธรูป ให้สัมฤทธิ์ผล!!

" ພອນຫລັງຍະຖາ..."

* ຫລັງຈາກຍະຖາໃຫ້ ຂໍໄຂພອນຊ້ອນຕຶ່ມ
ຫລັງຢາດຊຶມຊັບນ້ຳ ຂໍຕາມເວົ້າໃຫ້ຄ່ອງຫູ
ວ່າ : ສາທຸ ! ຂ້າຂໍນ້ອມນອບນີ້ວ ຕື້ຕິ່ວພຣະຄຸນຕົນ
ອົງເອກພົນນາໂຖ ຫນໍ່ໂພທິຍານເຈົ້າ
ກັບເຫລົ່າສີລທັມສ້າງ ສັງໂຄເປັນທີ່ເພີ່ງ
ເທີງຟ້າເທບທ່ານໄທ້ ລົງທາງໃຕ້ແມ່ສຸທາ
* ຂໍຈົ່ງມາຊ່ອຍຄ້ຳ ນຳສົ່ງຜົລທານ
ເປັນພານທອງຮອງຮັບ ສູ່ບ່ອນຫມາຍປາຍພຸ້ນ
ອັນວ່າບຸນກຸສົລສີລສ້າງ ສັດທາທານເຄນເເຈກ
ຂໍຈົ່ງແຕກແຜ່ກ້ວາງ ເຖີງປວງຫນ້າຜູ້ຫ່າງລາ ນັ້ນທ້ອນ
* ອັນວ່າຜູ້ເດືອດຮ້ອນ ໄດ້ຈອນຈາກຕາຍໄປ
ມີສະຫາຍຄົນຮັກ ຜູ້ພາກພົງພັນເຊື້ອ
ດ້ວຍເຫື່ອແຮງໃສກ້າ ຜະຫລາບຸນທີ່ຍີ່ງໃຫຍ່
ຝາກເຖິງໃຜຂໍໃຫັໄດ້ ຕາມໃຈເຈົ້າປາດຖະຫນາ ຫັ້ນທ້ອນ
* ແມ່ນວ່າທ່ານຢາກຕ້ອນ ຮອດບ່ອນຄົນໃດ
ເຖິງເຈົ້ານາຍກັມເວນ ບາບເຂັນທີ່ທຳໄວ້
ຫລາຍຄົນໄປໃນຫັ້ນ ຄູອາຈານຜູ້ສອນສັ່ງ
ທັງພໍ່ແມ່ແລະລູກເຕົ້າ ທັງຄົນເຖົ້າຜູ້ຫ່ວງຫາ
* ທັງສັດສາໃຫຍ່ນ້ອຍ ເຄີຍຊອຍແຊ່ທຳອາຫານ
ຫວານຄາວຄວາມຈຳເປັນ ຢ່າກໍ່ເວນກັນທ້ອນ
ເອື້ອອາທອນບຸນໃຫ້ ຂໍນຳໄປໄດ້ເຖີງທີ່
ຈົ່ງມີສຸກທຸກທົ່ວຫນ້າ ຜະຫລາໄດ້ໃຫຍ່ກະເສີມ
* ນັບມື້ແຕ່ໄດ້ເພີ້ມ ເຕີມຕົ່ງສົງສຸກ
ຄວາມອຸກໃນໃຈກາຍ ຈົ່ງຫ່າງຫາຍເສຍສີ້ນ
ສີ່ງໃດຂີນຂັດຂໍ້ ເຄຶອງຄໍຄຽດຫນ່າຍ ກັນນັ້ນ
ຢ່າພົວພັນຜູກໄວ້ ອະໄພທ້ອນຢ່າຈ່ອງເວນ
* ຂໍໃຫ້ເປັນເພື້ອນຍາດ ຮັກຊົ່ວນິຣັນກາລ
ຫວັງນິບພານຜົລສູງ ດຸ່ງເດີນໄກກ້າວ
ຂໍບຸນຫລາຍສາຍນ້າວ ຍາວໄປໃຫ້ມັນຄ່ອງ
ຂໍໄປເຖີງທີ່ຫມ້ອງ ສີ້ນຫມອງເສົ້າເກົ່າທຸກຈົນ
* ຂໍໃຫ້ຫວິດບາບພົ້ນ ເພາະຜົລບຸນຮ່ວມສ້າງນຳກັນ
ທັງຜູ້ຢູ່ເຮືອນເນົາຊານ ລູກຫລານເຫລັນຫລ້ອນ
ຍິນສະອອນສຸກລົ້ນ ມີແຕ່ຄົນຢາກຊົດຊ່ອຍ
ຄອບຄົວແລະລູກນ້ອຍ ທະຍອຍກ້າວວັດທະນາ ເລື້ອຍນາ
* ແມ່ນຈະທຳການຄ້າ ສືກສາຮ່ຳຮຽນສີນ
ຫລືສ້າງກິນນາສວນ ຫລືດ່ວນເມືອເຫນືອໃຕ້
ເປັນເຈົ້ານາຍຂາຍຈ້າງ ຢ່າຂັດຟາງຝືດຍ່າງ
ທຸກຢ່າງສົມມາດແມ້ງ ຕາມແຮງເຈົ້າປາດຖະຫນາ ຫັ້ນທ້ອນ
* ຄັນວ່າມີເລື້ອງຮ້ອນ ໃຫ້ຫລອນເກີດເປັນດີ
ມີເເຕ່ແນວສຸກໆ ສີ່ງອຸກຈົ່ງຫມົດສີ້ນ
ຊັບສິນໄດ້ ໂພຍໄພພະຍາດຜ່າຍ
ກາຍເເກ່ນເເຂງກ້າມຊີ້ນ ສີລທັມຄ້ຳຫລ່ຳເບີ່ງແຍງ
* ນັບມື້ໃສມື້ແຈ້ງ ມີແຮງໃຫຍ່ມາມື
ຄືສະຫວັນວິມານ ຢູ່ຍ່ານຄອງເມຶອງຟ້າ
ເຫມືອນສູ່ຄົນມີຫນ້າ ເປັນສາວເປັນບ່າວ
ຍູທ່າງງາມເດັ່ນກ້າວ ຍືນຍາວສ້າງມະນຸດເຮົາ
* ນັບມື້ໃສມື້ຈ້າວ ເຫມົາໃຫ່ຍທະວີຫມາຍ
ປາຍທາງກາຍອິນພົມ ບ່ອນພຸດໂທທຳໄວ້
ເຖິງວ່າຫລາຍກັບປີ້ນ ສີລທັມຄ້ຳຊ່ອຍ
ເຫນືອກ່ວາພອຍເພັດເເກ້ວ ເຫນືອກ່ວາເເນວເງິນຄ່າລ້ຳ...
ສົມຫວັງແລ້ວດ່ານນິບພານ ນັ້ນທ້ອນ...ສາທຸ.../
----------------------------------------------------------------------

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ