บดกอนเทดลาว เทวะดา เลือกที่ ບົດກອນເທດ ນິທານ ເຣື້ອງ ເທວະດາ ເລືອກທີ່

# ບົດກອນເທດ ນິທານ ເຣື້ອງ : " ເທວະດາ ເລືອກທີ່ "


เทวดานั่งเชิญฉัตร

ນະໂມ.................... ( 3 ເທື່ອ )

* ບັດນີ້ ຈະໄດ້ ໄຂຂານເວົ້າ ເອົາຄະຕິ ດີມາຝາກ
ຕົກເມື່ອ ຄາວລຳບາກ ຕົກເມື່ອ ຄາວຍາກເຍື້ອນ ຫາເຮືອນຢ້າວ ເລົ່ານອນ...
ຍາມເມື່ອ ເກີດເດຶອດຮ້ອນ ຈາກບ່ອນຢູ່ ນໍຈຸດຢືນ
ຈົນໄດ້ ຫວນກັບຄືນ ບ່ອນພື້ນຜືນ ພູມເຄົ້າ
ຍ້ອນວ່າ ເມົາມົວຫ້າວ ງົມທາວ ແຕ່ໄກບ່ອນ
ຈົນວ່າ ເກີດເດືອດຮ້ອນ ໂຮມຂ້ອນ ຈີ່ງຮູ້ຈັກ
* ຍ້ອນວ່າ ຄວາມໂລພມາກ ຈີ່ງໄກຈາກ ພູມສັນຖານ
ເຫັນບ່ອນອື່ນ ເປັນສຳຄັນ ກ່ວາຖີ່ນຖານ ໂຕເຄີຍຢັ້ງ
ຂໍໃຫ້ ອົດສາຕັ້ງ ຟັງນິທານ ນີ້ໄປກ່ອນ
ຮູ້ຄິດ ຫ່ວງອາວອນ ຍາມພົບ ຄວາມເດືອດຮ້ອນ ເທວາຂ້ອນ ຮ່ຳຄິດຜິດ...
* ຕັ້ງແຕ່ ຄາວອາດີດ ຈັກຊິຄິດວ່າ ດົນປານໃດ
ພໍເມື່ອ ສີ້ນອາຍຸໄຂ ຜູ້ໃຫຍ່ ເວສສຸວັນທ້າວ
ພະຍາອິນ ເພີ່ນເລີຍ ທຳການຟ້າວ ເລືອກຫາເອົາ ທ້າວເວສສຸວັນ ອົງໃໝ່
ເພື່ອປົກຄອງ ໄພ່ຟ້າ ໃຫ້ມີໜ້າ ຢູ່ຊຸ່ມເຢັນ...
* ສົມໄດ້ຮັບ ຄວາມເລືອກເຟັ້ນ ເປັນມືໃໝ່ ຜູ້ໄຟແຮງ
ທ້າວເວສສຸວັນ ເພີ່ນຈີ່ງໄດ້ປົວແປງ ແຫຼ່ງດິນ ທີ່ກິນສ້າງ
ບ່ອນຢູ່ ເຮືອນຖານຈັ້ງ ກັບທັງຫຼາຍ ຕົ້ນໄມ້ໃຫຍ່
ຕໍ່ຜູ້ທີ່ ຢູ່ອາສັຍ ຢູ່ໃນໄພ ດ່ານດ້າວ ພະອົງທ້າວ ກໍສັ່ງໄປ
* ທ້າວເວສສຸວັນ ທ່ານລັ່ນບອກໃຫ້ ຕໍ່ໄຕ່ ເຮັດສຽງດັງ
ເວົ້າໃຫ້ ເທວາຟັງ ສັ່ງຄວາມ ລົງໃຕ້
ວ່າ : ທ່ານຜູ້ທີ່ ຢູ່ອາສັຍ ໃນກົກໄມ້ ທັງຫຼາຍ ໃນດົງປ່າ
ຈົ່ງຮີບຟ້າວ ຈັດສັນຫາ ທີ່ຣຸກຂາ ປ່າກ້ວາງ ເປັນເຮືອນຫ້ອງ ແຫ່ງຕົນ...
* ມັກບ່ອນໃດ ກໍຕ້ອງທ່ຽວດັ້ນດົ້ນ ທຸກຫົນແຫ່ງ ຫາສະບາຍ
ດ້ວຍຄວາມ ເພີງພໍໃຈ ຢ່າງງ່າຍດາຍ ຫາໄດ້
ມັກບ່ອນໄກ ຫຼືໃກ້ ດົງພົງໄພ ຫຼືເມືອງໃຫຍ່
ມັກລຽບແກ້ງ ເວີນວັງຫ້ວຍໄຄ້ ຕາມສາຍນ້ຳ ກໍເລືອກເອົາ
* ເທວາ ຫຼາຍອົງຟ້າວ ຮ້ອງເປີດປ່າວ ກັນໄປຫາ
ຊອກຢູ່ຕາມ ສວນໄຮ່ນາ ບ່ອນວ່າຄົນ ຈະໂຮມເຕົ້າ
ຫັວງຈະ ທຳການເຝົ້າ ເອົາສາຍຕາ ຄຸ້ມຄອງຊ່ອຍ
ເບີ່ງເຂົ້ານາ ຜະຫຼາຮວງ ເມັດນ້ອຍ ຫຼືຄອຍຈ້ອງ ເບີ່ງຜູ້ຄົນ
* ຍາມຈະເກີດເຫຕ ລັກຊອກຄົ້ນ ຈາກໂຈຣ ໝູ່ຄົນພາລ
ເກີດສົງຄາມ ຮຸກຮານ ຫຼືທຸກອັນ ຟັນຂ້າ...
ຝູງໝູ່ ເທວາຫຼ້າ ຕາມຣຸກຂາ ໃນພື້ນທີ່
ພໍຈະມີວິທີ ນິມິຕແນວນື່ງ ບອກໃຫ້ຮູ້ ພໍຈະຍູ້ ຊ່ອຍທັນ
* ຊ່ອຍມະນຸສ ທຸກທ້ານ ໃຫ້ພົ້ນຜ່ານ ຝູງໄພລີ
ຊ່ອຍໃຫ້ຄົນ ສຸກຂີ ຖືກວິທີ ດີແທ້
ຄົນທັງຫຼາຍ ກໍຈະທຳການແກ້ ມາຫາແປະ ແຕ່ຕົ້ນໄມ້ໃຫຍ່. ..
ສ້າງຫໍໂຮງ ຢູ່ໃກ້ໆ ມາທຳການໄຫ້ວ ໄຕ້ບູຊາ...
* ລາພສັກກາຣະ ທຸກທົ່ວໜ້າ ນັບວັນວ່າ ຈະລອຍມາ
ຄົນກໍຈະ ມີສັທທາ ຮັກ ເທວະດາດ້າວ
ສ່ວນວ່າເຮົາ ຝູງໝູ່ເທວະດາເຝົ້າ ກໍບໍ່ມີເຫງົາ ສະໜຸກຢູ່
ນີ້ແມ່ນຄວາມຄິດ ສະຫຼາດຮອບຮູ້ ຈະຄືນຍູ້ ຊ່ອຍພວກເຮົາ...ຊ່ອຍພວກເຮົາ ເເທ້ນາ....
* .............................. ...............................
........................... ( ຍັງມີຕໍ່ ) ... ..........................

เคล็ดศักดิ์สิทธิ์!! กรวดน้ำให้เทวดาประจำตัว ทำแล้วดี เสริมบารมี ...

# ບົດກອນເທດ ນິທານ ເຣື້ອງ : " ເທວະດາ ເລືອກທີ່ " ( ຕໍ່ )

* ເທວະດາຊຸມນື່ງ ກໍຍັງຢູ່ດ່ານດ້າວ ຮາວປ່າ ຫິມະພານ
ບໍ່ໄດ້ເຄີຍ ຝັນຫວານ ອ່ານກິນ ຫັຍງອີກ
ບໍ່ຢາກໜີ ໄກຜີກ ປະເຮືອນຊານ ບ້ານບ່ອນ
ບໍ່ຢາກໄປ ໂຮມກັນຢູ່ຂ້ອນ ນອນເມືອງບ້ານ ດ່ານຜູ້ຄົນ...
* ບໍ່ສົນໃຈ ວ່າຢາກດັ້ນດົ້ນ ຫາຫົນແຫ່ງ ແຫຼ່ງທາງໃດ
ຢູ່ແບບ ພຽງພໍໃຈ ແບບເກົ່າກາຍ ຫັ້ນມາເລື້ອຍ
ຢູ່ກັບ ອາວອາເອື້ອຍ ຕາມຍອຍເຟືອບ ເປັນປຶກແຜ່ນ
ຄວາມທຸກຈົນ ຈ່ອງແຄ້ນ ບໍ່ເຄີຍໄດ້ ພົບເຈິະ
* ບໍ່ເຄີຍໄດ້ພົບ ນ້ຳລັ່ງເຫີ້ ລົ້ນຖ້ວມໃຫຍ່ ພັຍພິບັຕ
ເຣື້ອງຫົວລົມ ທີ່ພານພັດ ພາຍຸຈັດ ໜັກນັ້ນ
ກໍພໍມີ ແຮງຕ້ານ ໝົດວົງວານ ດັນຊົດຊ່ອຍ
ປ່າດົງໄພ ບໍ່ແມ່ນໝ້ອຍ ກໍພອຍໄດ້ ຢູ່ອຸ່ນໃຈ
* ຕ່າງກັບພວກ ຍົກຍ້າຍ ເທວາຜ່າຍ ປະເຮືອນຊານ
ພວກທີ່ຖື ສຳຄັນ ບ່ອນສະຖານ ກັບຄົນນັ້ນ
ຫັວງອາສັຍ ເມືອງບ້ານ ບ່ອນເນືອງນັນ ເບີກບານມ່ວນ
ຫັວງກິນດີ ຖີ່ຖ້ວນ ສະບາຍລ້ວນ ທຸກເຍື່ອງອັນ...
* ແຕ່ ພໍມາຮອດ ບ່ອນບັ້ນ ພາຍຸປັ່ນ ຝົນຕົກໜັກ
ນີ້ຈັ່ງແມ່ນ ມັນຄັກ ຕົ້ນໄມ້ຫັກລົງ ຫລຸດລົ້ມ
ຕົ້ນໄມ້ດ່ຽວ ກໍບໍ່ມີຈະມົ້ມ ຫົວລົມໂຄມ ລົ້ມງ່າຍໆ...
ມັນຈີ່ງເຖີງ ຫ່ວາງຮ້າຍ ເທວາໄຫ້ ຄິດຫ່ວງຫຼັງ
* ຈີ່ງຢາກພາກັນ ຕ່າວຕັ້ງ ຈາກທີ່ນັ່ງ ໄປພູຜາ
ຈາກດອນຫໍ ປາຍນາ ໄປປ່າ ຫິມະພານພຸ້ນ
ຫັວງວ່າ ຢາກຈະມາ ເຄີຍຄຸ້ນ ມາເອົາບຸນ ຢູ່ເເດນຕ່າງ
ມາຢູ່ເມືອງ ມະນຸສສ້າງ ສັງເປັນຮ້າຍ ໃຫຍ່ຫຼາຍ
* ເທວະດາ ເລີຍພາກັນ ກັບຕ່າວຍ້າຍ ເພາະເປີດໜ່າຍ ຄວາມເປັນມາ...
ບໍ່ຮູ້ເບີ່ງ ບໍ່ຮູ້ກະ ກ່ອນເວລາ ຈະມານັ້ນ
ເພື້ອນກໍ ພາກັນຫ້າມ ຫຼາຍອັນ ກໍເໝືອນບອດ
ແຕ່ກໍຍັງ ຄິດບໍ່ຊອດ ວ່າພັຍໃດ ຈະພອກພົ້ນ ທີ່ຫົນຫ້ອງ ມະນຸສຄົນ...
* ບັດນີ້ ຈີ່ງໄດ້ກັບ ຄືນໝົ້ນ ເອົາຕົນຕ່າວ ມາຮາວຫຼັງ
ເທົ້າທີ່ພໍ ມີຍັງ ບ່ອນຫ່ວາງພໍ ຂໍຊົ້ນ
ຟັງສຽງຈາ ຖາມຄົ້ນ ສົນໆ...ຊ່ວາໆ...
ຈັ່ງວ່າ ທຸກບໍ່ມົ້ວ ຍ້ອນເມົາກົ້ວ ຢາກເພີ່ງເຂົາ
* ເຮົານີ້ ເປັນຮອດ ເທວະດາ ດ່ານດ້າວ ພັດຍັງ ຢາກຕ່າວ ອາສັຍຄົນ
ມັນກໍເລີຍ ສັບສົນ ທຸກຈົນ ຄືເວົ້າ
ຈີ່ງໄດ້ເອົາ ຕົນເຂົ້າ ກັບຄືນເນົາ ຂອງເກົ່າ
ຢູ້ນີ້ ດີແຕ່ເຄົ້າ ສົມດັ່ງຄຳ ກ່າວເວົ້າ ເຮົາຕ້ອງ ເພີ່ງເຮົາ...
* ນິທານນີີ້ ມີຄະຕິ ຢາກກ່າວເວົ້າ ບອກຂ່າວ ຄວາມເປັນຕົນ
ສາມັຄຄີ ດີໝົດ ຢູ່ຮ່ວມ ພົງພັນເຊື້ອ
ຢູ່ກັບແນວ ຈູມເຈື້ອ ຊ່ອຍເຫຼືອກັນ ກໍອົບອຸ່ນ
ຢ່າຫຼົງໄຫຼ ໄປໃຫ້ວຸ້ນ ຫັວງບຸນໜ້າ ທີ່ຢູ່ໄກ...
* ຂໍໃຫ້ສຸກກັບບ່ອນ ທີ່ຢູ່ມໍ່ໃກ້ ໝ້ອງເຕີບໃຫຍ່ ສະຖານເດີມ ເຮົານີ້
ດ້ວຍເຫື່ອແຮງ ໃຈເສີມ ແຕ່ງເຕີມ ນຳກັນນີ້
ຈື່ງບໍ່ເປັນ ຄືສະໄໝຄາວກີ້ ເທວາໜີ ໄປເລືອກທີ່
ຂໍຈົບລົງ ແຕ່ພຽງທໍ່ນີ້ ນິທານທັມແຕ່ກີ້ ຈົບພຽງນີ້ທີ່ເອີ່ຍຈາ...ທີ່ເອີ່ຍຈາ...ແທ້ລະນາ...
ສາທຸ...ເອວັງ ນິຕຖິຕັງ..../

นางฟ้าบนสวรรค์ |

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ