บดกอนเทดลาว มือกองไม่ฟังพ่อ ບົດກອນເທດ ນິທານ ເຣື້ອງ ມືກອງ ບໍ່ຟັງຄວາມພໍ່

# ບົດກອນເທດ ນິທານ ເຣື້ອງ :
" ມືກອງ ບໍ່ຟັງຄວາມພໍ່ "


เศร้า! “นีล เพิร์ท”- วง Rush หนึ่งในมือกลองดีที่สุดของโลกเสียชีวิตแล้ว

ນະໂມ .............. .... ( 3 ເທື່ອ )

* ບັດນີ້ ໃຫ້ຄ່ອຍຟັງ ເອົາຖ້ອນ ຟັງບົດກອນ ເທດຈັກໜ່ອຍ
ຊຸມໝູ່ເດັກ ໜຸ່ມນ້ອຍ ຟັງເດີຂ້ອຍ ຊິກ່າວວອນ
ເອົາບ່ອນເກີດ ເດືອດຮ້ອນ ຄັ້ງກ່ອນໆ ເມື່ອຕອນຫຼັງ
ຄາວເມື່ອເດັກ ພວມຍັງ ຊ່າງຄະນອງ ວອງດື້
ເກີນວ່າໄວ ປານໝື້ ບໍ່ນັບຖື ຟັງຄວາມພໍ່
ແມ່ນຊິເວົ້າ ຈໍ້ໆ ກໍເປັນລໍ້ ບໍ່ຈົ່ງຈຽມ ....
* ເລີຍເຂົ້າທ່າ ພວກຫ້ຽມ ຊຸມເລ້ລ່ຽມ ທີ່ເປັນໂຈນ
ຖືກຜູກມັດ ຊັດໂຍນ ຢູ່ຕັ້ງດົນ ເກືອບຕາຍຍ້ອນ
ເປັນບົດຮຽນ ນຳສ້ອນ ເປັນບົດສອນ ກໍດີແນ່
ພໍໄດ້ມີ ທິດແກ້ ແນວແນ້ ໃຫ້ທ່ວງທັນ
* ຈັ່ງວ່າ ຈາບ່ອນບັ້ນ ຂໍປັນປ່ອງ ນິທານສອນ
ພໍເພື່ອເປັນ ອຸທາຫອນ ຜູ້ອ່ອນເຍົາ ເຮົາຄາວນີ້
ພໍເປັນ ແນວທາງຊີ້ ໃຫ້ຈົບດີ ສີໃໝ່
ຟັງເພື່ອ ຄວາມຮູ້ໄວ້ ການນຳໃຊ້ ຖືກທີ່ດີ
* ຕັ້ງແຕ່ ຄາວກ່ອນກີ້ ມີຊາຍນື່ງ ເປັນມືກອງ
ຢູ່ແຕ່ ພຽງພໍສອງ ຄ່ອງດີ ຕີເລື້ອຍ
ບໍ່ກ່າວເຖີງ ອາວອາເອື້ອຍ ຍອຍເຟືອຍ ພີ່ນ້ອງອື່ນ
ໄດ້ເປັນຄົນ ໃຫຍ່ຂື້ນ ຍືນເລື້ອຍ ເອື່ອຍມາ
* ອາດຈະ ເປັນກ້ຳພ້າ ຫຼືພໍ່ຢ່າ ກັບມານດາ
ຈີ່ງວ່າ ມີຊີວາ ຮ່ວມພໍ່ມາ ແຕ່ຄາວນ້ອຍ
ເພາະນິທານ ທັມຖ້ອຍ ບໍ່ຂຽນຮອຍ ຈາບອກ
ປີກຍ່ອຍ ຝອຍໝູ່ມອກ ຄົງເສາະອອກ ເພື່ອແກ່ນຂາວ
* ຍາມເມື່ອ ທ້າວໃຫຍ່ກ້າວ ເອົາອາຊີບ ເປັນມືກອງ
ດ້ວຍຄວາມໄວ ຄະນອງ ຄ່ອງທັນ ຫັນຫ້າວ
ບໍ່ຢ້ານ ດົງດອນດ້າວ ຮາວໄກ ໄພເຖື່ອນ
ທຽວແຕ່ ຫຍັບຍ່າງເຍື້ອນ ຕາມເຮືອນຮ້ານ ຍ່ານເຮັດບຸນ
* ຈາກບ້ານນີ້ ໄປບ້ານພຸ້ນ ຕີກອງອຸ່ນ ງັນເຮືອນດອງ
ພໍໄດ້ເງິນ ຄຳທອງ ສີ່ງຂອງ ເຂົາຈ້າງ
ອັນຕຼາຍ ພາຍມ້າງ ທາງໃດ ບໍ່ໄດ້ຫລ່ຳ
ຂໍພຽງມີ ບ່ອນຄ້ຳ ລຳຮ້ອງ ຮ່ວມບຸນ
* ຈົນວ່າ ເຄີຍຄ່ອງຄຸ້ນ ອົບອຸ່ນ ສະບາຍຫຼາຍ
ໄດ້ຄ່າເງິນ ຄູຄາຍ ຈ່າຍກິນ ສະໜຸກຊື້
ມ່ວນທຸກວັນ ຄືນມື້ ແສນງາມຄື ໄປໄດ້ຄ່ອງ
ຫາຕົບກອງ ແລະຄ້ອງ ສຼອງໃຫ້ ໄດ້ທົ່ວເຖິງ
* ໄປຈົນ ບໍ່ຮູ້ເນີ້ງ ເຫິງກໍບໍ່ ກັບເຮືອນ
ແສນວ່າສຸກ ໃດເໝືອນ ເລື່ອນໃຈ ອີ່ຫຼີນີ້
ເພາະວ່າ ເປັນຄາວກີ້ ມີດົນຕຼີ ແບບງ່າຍໆ
ຮູ້ຕີກອງ ພັດວ່າໄດ້ ສະໜຸກໄຈ້ ນັ່ງນັບເງິນ...ນັ່ງນັບເງິນ...ນັ້ນລະນາ...
* ........... .. ........... ..........................
...................... ( ຍັງມີຕໍ່ ) .............................

Lars Ulrich แห่ง Metallica เผย ไม่ค่อยสนใจเรื่องความสามารถในการตี ...

# ບົດກອນເທດ ນິທານ ເຣື້ອງ :
" ມືກອງບໍ່ຟັງຄວາມພໍ່ " ( ຕໍ່ )

* ບ້ານນັ້ນ ເພີ່ນກໍເອີ້ນ ບ້ານນີ້ ເພີ່ນກໍເອີ້ນ ຍາມເຂີນຂາດ ມືກອງ...
ເກີນວ່າ ໃສຮອງໆ ຄ່ອງໃຈ ໄປໜ້າ
ມື້ນື່ງ ພໍ່ເລີຍ ວາຈາຕ້ານ ຄຳຫວານ ກັບລູກ
ວ່າ : ຫຼັງຈາກ ຫຼີ້ນສະໜຸກ ກັບວຽກງານ ຊຸດນີ້ ພໍດີແລ້ວ ຕ່າວເມືອ...
* ເວົ້າແລ້ວ ເອົາສົ້ງເສື້ອ ລູກກໍເຊື່ອ ຕາມຫຼັງ
ພ້ອມກັນເດີນ ມັງໆ ສັ່ງລາ ເມືອງນັ້ນ...
ຮອດບ່ອນ ຜາຂວາງຂັ້ນ ຮອດບ່ອນຊັນ ມັນເປັນຕ່າງ
ຕົກຮອດຫ່ວາງ ປ່າຊ້າງ ທາງຄ້ອຍ ຄ່ອຍໄປ
* ສ່ວນວ່າ ທາງບັກອ້າຍ ກ້ຳຝ່າຍ ເຈົ້າມືກອງ
ກໍຍັງ ສົດໃສວອງ ຢ່ອງເດີນ ເພີນແທ້
ມີແຕ່ ຫາແນວແກ້ ມາແສລົມ ບໍ່ຮູ້ເມື່ອຍ
ພາພໍ່ອຸກ ຢູ່ເລື້ອຍ ຍ້ອນຄວາມເວົ້າ ລູກດັງ
* ເໝືອນວ່າ ລູກນັ້ນຕັ້ງ ຂຶງຂັງທ່າ ຫົວແຂງ
ເວົ້າອີ່ຫັຍງ ກໍແຮງໆ ຢາກແຂ່ງ ສຽງສັດຮ້ອງ
ແລ້ວກໍຕົບ ຕີຄ້ອງ ຈົນນອງເນືອງ ກ້ອງປ່າ
ສ່ຳພໍ່ ຊິວ່າ...ລູກບໍ່ມີ ລະຄ້ອງ ກອງນັ້ນ ແຮ່ງນ່ຳດັງ...
* ບໍ່ຮູ້ຫັາມ ບໍ່ຮູ້ຢັ້ງ ບອກສັ່ງ ໃຫ້ເຊົາຢຸດ
ໂລດບໍ່ມີ ຍາມສຸດ ຕໍ່ໄປ ໄກເລື້ອຍ
ພໍ່ຄ່ອຍ ເຊຊຳເຕື້ອຍ ແລະລົມນຳ ຕົນລູກ
ວ່າ : ຢ່າຮ້ອງ ຢ່າກູກ... ບໍ່ຮູ້ທຸກ ບໍ່ຮູ້ຍາກ...ຈັກມັນປາກ ເຮັດອີ່ຫັຍງ...!
* ອັນນີ້ ແມ່ນປ່າຊ້າງ ສັດໃຫຍ່ ກະທິງແດງ
ເຮັດອັນໃດ ທີ່ຮຸນແຮງ ກໍສະແຫຼງ ຄຼຳແທ້
ເຮົາຄິດຫາ ທາງແກ້ ຣະວັງແມ ຈະດີກ່ອນ...
ຝູງໂຈນ ຄົນເຊື່ອງຊ້ອນ ນອນນີ້ ສ່ອງບໍ່ເຫັນ
* ຢ່າໃຫ້ພໍ່ ໄດ້ເນັ້ນ ປາກຂະເໝັ່ນ ນຳຫຼາຍ
ບໍ່ຮູ້ຈັກ ອັນໃດ ມ່ວນຫຼາຍ ທຸກຍາມນັ້ນ
ຍາມນີ້ ເຮົາເດີນດັ້ນ ຄວາມນັນ ຕ້ອງງຽບກ່ອນ
ມັກສ່ຳໃດ ລຳແລະຢ້ອນ ເຖີງບ້ານ ຈີ່ງມ່ວນກັນ...!
* ສ່ວນວ່າລູກ ກໍຂັ້ນ ລັ່ນສຽງຕອບ ບິດາ
ອັນວ່າຝູງ ສັດສາ ອັນໃດໜະ ມັນມາໂລດ...!
ບັກໂຈນ ຊຸມຄົນໂຫດ ໂພດແນວໃດ ບໍ່ມັກມ່ວນ
ມານີ້ ຄ້ອນຊິຊ້ວານ ຊວນໃຫ້ ມ່ວນກັນ...!
* ຈັ່ງວ່າ ເຖີງບ່ອນບັ້ນ ນັນປ່າ ດອນດົງ
ນ່ຳຕີ ຫຼາຍຊົ່ວໂມງ ມົ່ງໆ...ໄປ ບໍ່ຢຸດຢັ້ງ
ບໍ່ຈັກໂຈະ ບໍ່ຈັກຈັ້ງ ລູກຊາຍງາມ ຂີ້ດື້ເກັ່ງ
ສຽງພໍ່ບອກ ເປັ້ງໆ... ຫູເຈົ້າ ກໍບໍ່ຍິນ...ກໍບໍ່ຍິນ...ລະນາ...!
* ................... ...............................
............................ ( ຍັງມີຕໍ່ ) ........................


รูปภาพ : เพลง, นักดนตรี, เครื่องดนตรี, กลองชุด, ประสิทธิภาพ, มือ ...


# ບົດກອນເທດ ນິທານ ເຣື້ອງ : " ມືກອງ ບໍ່ຟັງຄວາມພໍ່ " ( ຕໍ່ )

* ບັດນີ້ ຮອດບ່ອນປີ້ນ ໄດ້ຍິນແຫຍ່ ຫູໂຈນ
ທີ່ພັກເຊົາ ໃນໂພນ ຕັ້ງແຕ່ດົນ ດອນນັ້ນ
ຈັກແມ່ນສຽງ ຫັຍງດັ້ນ ກົດດັນ ແທ້ນໍຮ່າ
ຟັງແລ້ວ ສັງຄືວ່າ ພຼະຣາຊາ ອອກໜ້າ ມາຫາລ້າ ລັດໝູ່ໂຈຣ...
* ດ້ວຍຈິດໃຈ ເຕັ້ນໂຫ້ຍນ ໝອງໝົ່ນ ກົວຫຼາຍ
ເອີ້ນເອົາ ຊູມຊາວສະຫາຍ ຜ່ານໄປ ຫຼົບລີ້
ຢ້ານວ່າ ຄືຄາວກີ້ ຫຼາຍຄົນໜີ ເຂົາປັດກວາດ
ພ່ອງກໍຖືກ ຮ້ອຍຮວາດ ທັງຫຼາຍລ້ວນ ໂທດຕາຍ...
* ແຕ່ວ່າ ຟັງສະມ້າຍ ເບີ່ງຈັ່ງນື່ງ ທັມມະດາ
ບໍ່ແມ່ນ ອົງຣາຊາ ຂ້າໂຈຣ ຫັຍງດອກ
ເຮົາຟັງສຽງ ກໍຄືອອກ ບໍ່ຫຼາຍຄົນ ປານໃດໝູ່
ຈອບໄປເບີ່ງ ຈີ່ງຊິຮູ້ ອັນໃດນັ້ນ ໃຫ້ຄັກໃຈ
* ເວົ້າແລ້ວ ໂຈຣກໍຍ້າຍ ຈອບໄຕ່ ມອງຫາ
ຕາມຕົ້ນສຽງ ທາງມາ ໂລດວ່າ ສອງຄົນນັ້ນ
ແມ່ນອັນໃດ ສັງມາຈັ້ນ ຫັນສາ ແທ້ນໍພໍ່...!
ໂທດທີ່ມຶງ ຢອກລໍ້ ສົນສໍ້ ພວກໜູ່ກູ
* ຈະສັ່ງສອນ ໃຫ້ຮູ້ ດ້ວຍຄຳຂູ່ ແສນຖະໜັດ
ຈັບພວກມຶງ ມາມັດ ຊັດໝັດ ຈຸກທ້ອງ
ເອົາໃຫ້ສົມ ສຽງກ້ອງ ເນືອງນອງ ພວກກູຕື່ນ
ມີອີ່ຫຍັງ ກໍຊິທື້ນ ກືນກ້ຽງ ບໍ່ໃຫ້ຍັງ...
* ຫລັງຈາກ ໂຈຣແຜ່ມ້າງ ຂົນຕ່າງ ເອົາຂອງ
ມ້ອຍມັບສຽງ ຣະຄັງກອງ ເພາະຍ່ອງຍີ ຕີຖີ້ມ
ມີແນວໃດ ໂຈຣຈີ້ມ ຊີມກິນ ກ້ຽງອ່ອຍຫ່ອຍ
ຍິນແຕ່ສຽງ ໄຫ້ຍ້ອຍ ລອຍລົ້ມ ອ່ອນສະຫຼົບ
* ສັງກໍໄຫ້ ໂກກໆ ເຂົາຍົກເຄື່ອງ ໜີໄປ
ບໍ່ໃຫ້ເຫຼືອ ອັນໃດ ກວາດໄປ ໝົດກ້ຽງ
ມັນກໍສູນ ສຸດສ້ຽງ ຍ້ອນຖຽງຄວາມ ຕັ້ງແຕ່ພໍ່
ນີ້ກໍເຫັນ ແລ້ວບໍ້ ນໍຄາວນີ້ ເຊື່ອພໍ່ບໍ...ເຊື່ອພໍ່ບໍ...ຫຼ້າເອີຍ...!
* ..... ................ ...... .............................
................................ ( ຍັງມີຕໍ່ ) ........... ..............

เมื่อเจ้าหนูมือกลองโตเป็นหนุ่ม จากบล็อก โอเคเนชั่น oknation.net


# ບົດກອນເທດ ນິທານ ເຣື້ອງ : " ມືກອງ ບໍ່ຟັງຄວາມພໍ່ " ( ຕໍ່ )

* ສ່ວນຜູ້ລູກ ນັ່ງຈໍ້ກໍ້ ຢ່ອງຢໍ້ທ່າ ຂໍຂະມາ
ລູກນີ້ເປັນ ເດັກໜາ ວ່າມາ ກໍຜິດແທ້
ຈົນວ່າມີ ຮອຍແສ້ ໄດ້ແປະເຮົາ ເຈັບນໍພໍ່...!
ໂທດຂອງການ ຢອກລໍ້ ເຕາະຫຼີ້ນ ບໍ່ເຊື່ອຟັງ...
* ຕໍ່ແຕ່ນີ້ ລູກຊິຕັ້ງ ຟັງພໍ່ບອກ ສອນຄວາມ
ບໍ່ເຜິະໃຈ ຫຼົງຫຼວມ ດັ່ງຜ່ານມາ ໃດອີກ
ຂໍເວຣກັມ ນຳຜີກ ໜີໄປ ໄກຫ່າງ
ເຮົາຍັງມີ ຄວາມຫັວງ ລູກຊິໃຈ ຕໍ່ຕັ້ງ ໃຫ້ດີລ້ຳ ກ່ວາເດີມ...
* ຂໍໃຫ້ລູກ ໄດ້ເລີ້ມ ຜັດປ່ຽນ ການກະທຳ
ມີແນວໃດ ທີ່ເຄີຍຕາມ ດັ່ງໃຈ ໂຕນັ້ນ
ກໍຈະ ອົດທົນກັ້ນ ຂະຫັຍນ ພຽນແພງໃໝ່
ລູກຂໍ ປັບປ່ຽນໄດ້ ອະພັຍທ້ອນ ເທາະພໍ່ເອີຍ...!
* ສ່ວນຜູ້ພໍ່ ກໍເອີ້ຍ ດ້ວຍຄວາມເອີ່ຍ ສຽງເຄືອ
ເຮົາມາ ພາກັນເມືອ ສູ່ເຮືອນ ສານໍລູກ...!
ພໍແຕ່ ໂຈຣມັນຜູກ ຕີບໍ່ຕາຍ ດອກບຸນຊ່ອຍ
ສະຫຼົບໄປ ເລັກນ້ອຍ ມັນຖອຍຢ້ານ ຜ່າຍໜີ
* ມັນໄດ້ເປັນ ຈັ່ງຊີ້ ບໍ່ຈັກວ່າ ແນວໃດ
ລູກຫາກຄົນ ຈັງໄຮ ຊິວ່າໄປ ກໍເປັນແລ້ວ
ອັນວ່າ ເງິນຄຳແກ້ວ ແນວໃດ ກໍຫາໃໝ່
ອີກວັນໜ້າ ກໍຊິໄດ້ ບໍ່ຕາຍແລ້ວ ຈີ່ງວ່າກັນ
* ມັນຫາກຮອດ ບ່ອນບັ້ນ ເຄາະຮ້າຍ ມາບຸກ
ຕົກມາເຖີງ ຄາວທຸກ ຖືກຊຸກເປັນ ຈົນໄດ້
ມັນຫາກມີ ແນວຍ້າຍ ພາຈິຕໃຈ ຄິດຢາກມ່ວນ
ເໝືອນເປັນກັມ ລ້ວນໆ ໄດ້ມາມ້ວນ ໃສ່ເຮົາ
* ບໍ່ຢາກເຫງົາ ກໍໄດ້ເສົ້າ ຈົນໜ້າເນົ່າ ຍ້ອນເຂົາຕົບ
ຈົນໄດ້ຍໍ ມືນົບ ຍົກໂຈຣ ຄົນບ້າ
ເພາະເປັນນຳ ຄວາມກ້າ ໄວຄະນອງ ບໍ່ມອງທີ່
ຂໍໃຫ້ເປັນ ແຕ່ເທື່ອນີ້ ທີໜ້າ ຢ່າສູ້ເປັນ ລູກເອີຍ...!
* ຈັ່ງວ່າ ເຣື້ອງນີ້ເນັ້ນ ໃຫ້ເຫັນບ່ອນ ການກະທຳ
ແມ່ນວ່າມີ ເງິນຄຳ ກໍຫ້າມເສຍ ບໍ່ມີໄດ້
ມັນຈະມີ ແນວຮ້າຍ ອັນຕຼາຍ ມາມໍ່ໆ
ຫາກເຮັດ ອັນໃດ ໃຈຢອກລໍ້ ພໍເປັນຫຼີ້ນ ສີ້ນທຸກອັນ...
* ບໍ່ຮູ້ປ່າ ບໍ່ຮູ້ບ້ານ ບໍ່ຮູ້ຍ່ານ ກາລເວລາ
ເປັນເຫຕພັຍ ນຳມາ ເສື່ອມເສຽທັງນັ້ນ
ບໍ່ຮູ້ຈັກ ເຈັບຢ້ານ ຫານໄປ ບໍ່ເຂົ້າທີ່
ກໍເລີຍເປັນ ຈັ່ງຊີ້ ນິທານນີ້ ໄດ້ກ່າວຈາ....ໄດ້ກ່າວຈາ ແທ້ນາ...ສາທຸ...ເອວັງ...ນິຕຖິຕັງ.../

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ