บดกอนเทดลาว ปู ปา นกกระยาง ບົດກອນເທດ ນິທານ ເຣື້ອງ ປູ ປາ ແລະ ນົກຍາງ

# ບົດກອນເທດ ນິທານ ເຣື້ອງ : " ປູ ປາ ແລະ ນົກຍາງ "


นกกระยางอยากกินปลาเลยออกอุบายว่า จะช่วยพาฝูงปลาไปที่หนองน้ำแห่งใหม่

ນະໂມ.................... ( ສາມ ເທື່ອ )

* ບັດນີ້ ຈະໄດ້ເທດ ບອກແຈ້ງ ຖະແຫຼງເອື່ຍ ຄຳຖະໜັດ
ເທດນິທານ ກ່ຽວກັບສັດ ທີ່ຜ່ານມາ ແຕ່ນານລ້ຳ
ມັນຫາກິນ ຕາມລຳນ້ຳ ຕາມໜອງທາມ ຖ້ຳບຸ່ງ
ຊອກຫາໜ້ຽວ ແລະກຸ້ງ ຝູງປານ້ອຍ ແລະໝູ່ປູ...
* ເປັນໂຕໂກງ ບອກໃຫ້ຮູ້ ມີຊື່ຢູ່ ແນວນົກຍາງ
ທັງຕົນໂຕ ຫົວຫາງ ຊ່າງວ່າຂາວ ໃສແຈ້ງ
ໃນເມື່ອຍາມ ຝົນແລ້ງ ດິນພວມແຫງ ນ້ຳເຂີນຂອດ
ນົກກະຍາງ ຊ່າງມາສອດ ຢືນຕະຫຼອດ ມື້ນັ້ນ ອັນໃດນັ້ນ ກໍບໍ່ກິນ...
* ປາທີ່ລອຍ ລ່ອງຫຼີ້ນ ນົກບໍ່ປີ່ນ ບໍ່ມອງຫຼຽວ
ມີແຕ່ຊຶງ ແນວດຽວ ບໍ່ກ່ຽວສົນ ໃຈຊ້ຳ
ເໝືອນພະອົງ ຄູນຄ້ຳ ຖືພະທັມ ເມຕຕາສົ່ງ
ປູປາລອຍ ລ່ອງໂຄ້ງ ເປັນວົງໃກ້ ກໍບໍ່ຜິນ
* ເໝືອນວ່າ ເປັນໝູ່ຫຼີ້ນ ມາລື້ງແກ່ວນ ແສນໃຈດີ
ເໝືອນດັ່ງ ມີໄມຕຼີ ກໍຊ່າງມີ ນໍຍາງນີ້
ຄັນວ່າມາ ເຖີງໜີ້ ປູປາຈີ ເລີ້ມໃກ້ມໍ່
ຍາງກໍເຮັດ ກໍ່ຊໍ່ ບໍ່ເງີຍຄໍ ປາກເວົ້າ ເຫງົາແທ້ ດັ່ງປ່ວຍໃຈ
* ປາຈີ່ງໄຂ ປາກເວົ້າ ຖາມຂ່າວ ສັກກຸນາ
ວ່າ ທ່ານເປັນ ໃດນະ... ຈີ່ງວ່າມາ ນໍເຫງົາແທ້...?
ໜ້າກໍດຳ ຕາກໍແຫຼ້ ເໝືອນມີແນວແປະ ໄຂ້ປ່ວຍ
ເຫງົາຢູ່ໜອງ ຮ່ອມຫ້ວຍ ອັນຍວຍໄມ້ ສັງບໍ່ໄປ...
* ນົກຈີ່ງໄຂ ປາກຕ້ານ ຂານຕໍ່ ຊາວປາ
ເຮົານີ້ ມີແນວຄາ ເສົ້າອຸຣາ ໃຈແທ້
ຄິດຢາກຫາ ທາງແກ້ ແລອັນໃດ ມາຊົດຊ່ອຍ
ພໍວ່າຫວິດ ຫ່ວາງມ້ອຍ ກ່ອນວ່າ ໜອງນ້ອຍໆ ເຂາະຂອດນ້ຳບໍ່ມີ...
* ເພາະວ່າ ຫ່າງຈາກນີ້ ໃນພື້ນທີ່ ໜອງຂອງເຮົາ
ທີ່ເປັນວົງ ສີຂາວ ນ້ຳຍ່າວດີ ເຄີຍມີເລື້ອຍ
ກໍຈະບົກ ຕົກເຕື້ອຍ ຫວິດຍອຍເຟືອຍ ທີ່ວ່າຮົ່ມ
ມີແຕ່ຕົມ ສະໜົມ ເປັນຂີ້ພົງ ຮ້ອນໆ...ປາຈະຂ້ອນ ໄປຢູ່ໃສ..?
* ເພາະຈະເກີດ ແລ້ງຮ້າຍ ເປັນໜ້າໜ່າຍ ໃນຫຼາຍປີ
ປະກົດການ ນານມີ ຍາກອີ່ຫຼີ ໃດຄາວນີ້
ທ່ານບໍ່ໜີ ຫຼົບລີ້ ວິທີດຽວ ຄືບໍ່ລອດ
ເຮົານີ້ຕັ້ງຄິດຮອດ ຄິດຕຼອດ...ບ່ອນຫັ້ນ ສົງສານແທ້ ແຕ່ໝູ່ໂຕ...
* ປາພັດໂອະ ພັດໂອ້... ໂທຈະວ່າ ເຮັດ ແນວໃດ...!?
ມີແຕ່ພາ ກັນຕາຍ ຫາກວ່າເປັນ ນໍແນວນັ້ນ
ບໍ່ຈັກເດີນ ຈັກດັ້ນ ບໍ່ຈັກຜັນ ຂ້າມດິນແກ່ນ
ຂາບໍ່ມີ ຊິແລ່ນ ແສນຊິບິນ ກໍບໍ່ໄດ້ ກໍຕາຍແທ້ ຫັ້ນແລນາ...
* ຈັ່ງວ່າ ຊັ້ນໆ ນ່າ ເຮົາຈີ່ງວ່າ ຄິດອຸກໃຈ....!
ນົກລັ່ນ ວາຈາໄຂ ບອກວ່າໄປ ທັງເສົ້າ
ຈັກເອົາຫຍັງ ມາເວົ້າ ຄືວ່າເຫງົາ ເອົາແທ້ວ່າ
ທັງນ້ຳຫູ ນ້ຳຕາ ນົກຍາງມາ ຄັກແທ້ ຕໍ່ແຫຼະຫຼີ້ນ ປີ່ນໝູ່ປາ...ປີ່ນໝູ່ປາ.... ແທ້ນາ...
* ................................ ...............................
.......................... ( ຍັງມີຕໍ່ ) .................................


ฝูงปลาต่างปรึกษากันว่าจะส่งใครเป็นตัวแทน ในการไปดูหนองน้ำแห่งใหม่


# ບົດກອນເທດ ນິທານ ເຣື້ອງ : " ປູ ປາ ແລະ ນົກຍາງ " ( ຕໍ່ )

* ເໝືອນດັ່ງໂຊກ ທີ່ຢູ່ຂ້າງໜ້າ ເຂົ້າທາງທ່າ ວັງຄວາມຄິດ
ປາກຳລັງ ພວມຈະຕິດ ລິດເລກົນ ມົນຍາງເຈົ້າ
ພວມລັ່ງໄຫຼ ກັນເຂົ້າ ມາອໍແອ ເອົ້າອັ່ງ
ວ່າ : ພໍຈະມີ ຄວາມຫວັງ ຊອກຊ່ອງທາງ ຊ່ອຍພວກຂ້າ ປູປານ້ອຍ ແດ່ບໍນໍ...!?
* ທາງນົກຍາງ ກໍເວົ້າຫຼີ້ນ ຫຼອກລໍ້ ເພາະໃກ້ມໍ່ ຄວາມສຳເຣັດ
ງັດໄມ້ຕາຍ ທີ່ມັນເດັດ ເຮັດແບບ ເຫັນໃຈແທ້
ຖ້າຫາກ ຫາທາງແກ້ ກໍພໍແລ ໄດ້ແນວນື່ງ
ເຮົາຢາກຊ່ອຍ ລາກດຶງ ໝົດໝູ່ພຶງ ຍາຕພີ່ນ້ອງ ໄປເຖີງໝ້ອງ ປ່ອງບ່ອນດີ....
* ເພາະວ່າ ຢູ່ບໍ່ຫ່າງໄກ ປານໃດຈາກນີ້ ກໍມີພື້ນທີ່ ສະບາຍຫຼາຍ
ລຽບແຖວ ດົງພົງໄພ ອັນໃຫຍ່ຫຼວງ ພະນອມນັ້ນ
ເກີນວ່າ ຄົງຂະໜົງໝັ້ນ ສະບາຍບານ ຫວານຊື່ນ
ສະໜຸກຫຍ້ຳ ສະໜຸກກືນ ໜອງກໍບໍ່ໄດ້ຕື້ນ ຍືນຍາວແທ້ ແລະໃຫຍ່ຫຼາຍ...
* ກໍບໍ່ມີ ທີທ່າວ່າ ຈະບົກເຂີນ ແຫ້ງຮ້າຍ ເຂາະຂອດຜ່າຍປະໜີ
ຢູ່ກຸ້ມໄດ້ຮອດ ສິບໆປີ ບໍ່ຢ້ານມີ ດອກໄພແລ້ງ
ທັງບໍ່ຢ້ານວ່າ ມີແນວແຢ້ງ ມາຫາແທງ ກິນຊີ້ນຕ່ອນ
ຖ້າຢາກໄປ ງ່າຍເເນ່ນອນ ເຮົາຈະສົ່ງ ໃຫ້ຮອດ ໜອງນັ້ນ ຢ່າງສະບາຍ...
* ເວົ້າເຣື້ອງ ການຍົກຍ້າຍ ນີ້ລະໃຫຍ່ ໃນສຳຄັນ
ຈັກແນວໃດ ຈີ່ງຈະຫານ ຊິຜ່ານຕາຍ ບໍຄາວນີ້
ຕາມແຕ່ ຄາວຫຼັງກີ້ ໃຜບໍ່ມີ ດອກໃຈເຊື່ອ
ວ່າ ນົກຍາງ ຊິມາຄິດ ໂອຍອ່າວເອື້ອ ອີ່ຕົນເຊື້ອ ຊາຕໝູ່ປາ
* ປາທັງຫຼາຍ ກໍເລີຍເອີ່ຍ ປາກອ້າ ເໝືອນຢາກ ບອກວ່າ ຍັງຄາໃຈ
ເໝືອນດັ່ງ ມີຄວາມສົງສັຍ ບໍ່ໝັ້ນໃນ ເຈົ້າຍາງນັ້ນ
ຍາງຈີ່ງ ປຸນແປງປັ້ນ ຫາເຣື້ອງ ຈັດສັນມາ ເສີບ ເສີມຕໍ່
ຖ້າບໍ່ຢາກໄປ ກໍຕ້ອງຄອຍລໍ... ຄົງໄດ້ພົບ ໄດ້ພໍ້ ຍາມຈົນຫຍໍ້ ຢ່າວ່າກັນ...
* ເພື້ອນຈະລໍ ໄປຮອດບ່ອນບັ້ນ ນ້ຳໜອງຂາດ ເຂີນບົກ
ລໍໃຫ້ຊຸມ ຊາວນົກ ອື່ນໆມາ ສະບາຍທ້ອງ
ເຮົານີ້ ຢາກໜີ ເວຣກັມຂ້ອງ ໜີປະຄອງ ຄວາມຂີ້ຖ່ອຍ
ຄິດຢາກ ສະສົມບຸນ ເທື່ອລະນ້ອຍ ພໍເປັນຮອຍຮີດໄວ້ ນຳໃຫ້ສູ່ໃຫຍ່ດີ...
* ເຮົານີ້ ບໍ່ເໝືອນ ນົກກະຍາງ ຄືແຕ່ຄາວເກົ່າກີ້ ເທົ້າທີ່ເພື້ອນ ເຄີຍເຫັນມາ...
ຂໍໃຫ້ຈິງ ໃຈສາ ເຊື່ອໂລດນາ ໂຕເຮົານີ້
ໄປຕາມແນວ ທາງຊີ້ ເອົາວິທີ ເຮົານີ້ຊິດີບໍ.. ?
ເຮົາຈະພາ ໄປເລາະ... ຂໍໃຫ້ ພວກເພື້ອນລໍ ເເລະຂໍ... ຈົ່ງເລືອກເອົາ ເຈົ້າຜູ້ແທນ ປາໂຕນື່ງໃຫ້ ໄປນຳພ້ອມພ່ຳເຮົາ...
* ຂໍໃຫ້ພວກເພື້ອນເຈົ້າ ເລືອກເອົາຜູ້ທ່ານທ້າວ ຜູ້ອ່າວຜ່ານ ຫົວໃຈຫານ
ກ້າສ່ຽງພັຍ ປະຈັນບານ ຜູ້ຫ້າວຫັນ ຈະຜັນພ້ອມ
ເຮົາກໍຈະທອມ ແຮງຕ້ອມ ຖະໜອມໄປ ໄວດ່ວນ
ໄປເບີ່ງ ໜອງສາມ່ວນ ທີ່ສົດໃສ ຄົບຖ້ວນ ຈົບມ້ວນ ຈີ່ງຕ່າວມາ..
* ຊຸມໝູ່ປາ ເລີ້ມລ່ອງລອຍ ອອກໜ້າ ແຊວໆຊວ່າ ເລືອກຫາກັນ
ໄດ້ໃຫ້ ຄວາມສຳຄັນ ຣົສຊາຕຫວານ ກະຍາງແລ້ວ
ຄວາມຢ້ານຕາຍ ມັນໄດ້ມາ ໝາຍແປ້ວ ເລີຍເຊື່ອລາຍແລວ ນົກກະຍາງລອງເບີ່ງ...
ນົກຈີ່ງຄາບ ເວີ່ງໆ..ໄປບໍ່ດົນບໍ່ເຫິງ.ເອົາປາເຖິງ ແຫຼ່ງນ້ຳ ງາມໆນັ້ນ ໄດ້ດັ່ງໃຈ...
* ແລ້ວກໍປະປົງ ລົງປ່ອຍໃຫ້ ປາປີ້ນໄປ່ ແສນສະບາຍ
ໃນໜອງ ມີແນວໃດ ຢ່າງງ່າຍດາຍ ກິນໄດ້
ມັນບໍ່ມີ ແນວໄຮ້ ຄືຄຳໄຂ ຄວາມຍາງວ່າ
ຈັ່ງແມ່ນຄັກແທ້ນ່າ ປາໆ.. ເຮົາບາດຫຼ້າ ມັນຊິໂປ້ບາດໜ້າ ຫາໃສຜ້ຽງ ແມ່ນບໍ່ມີ... ແມ່ນບໍ່ມີ..... ແທ້ນາ.....
* ................ .......... ...........................
.......................... ( ຍັງມີຕໍ່ ) .....................



นกกระยางคาบปลาหมอซึ่งเป็นตัวแทน ปลาทั้งหลายไปดูหนองน้ำแห่งใหม่



#ບົດກອນເທດ ນິທານ ເຣື້ອງ : " ປູ ປາ ແລະ ນົກຍາງ " ( ຕໍ່ )

* ຄັນວ່າ ເປັນຈັ່ງຊີ້ ກໍເປັນທີ່ ສະຫວັນປາ
ເຣື້ອງເຍື່ອງໃດ ຈະເມົາຄາ ຢູ່ຖ້າຝົນ ໃຫ້ຕາຍນັ້ນ
ເຮົາຕ້ອງ ພາກັນດັ້ນ ນຳກະຍາງ ເຮົາດີກ່ອນ
ນຳຂ່າວດີ ເມືອຝາກຕ້ອນ ໂຮມທ້ອນກັນ ລັ່ງມາ
* ນົກກະຍາງ ໄດ້ລໍຢືນຖ້າ ຈົນກະວ່າ ດົນສົມຄວນ
ຈີ່ງເອີ່ຍຄຳ ເຊີນຊວນ ໃຫ້ດ່ວນຄືນ ໜອງເຄົ້າ
ວ່າຈັ່ງໃດ ຫຶ...ນໍ...ເຖົ້າ... ເຫັນໜອງເຮົາ ຄັກແລ້ວບໍ..?
ເຮົານີ້ບໍ ຈະເປັນຜູ້ຫຼອກລໍ້ ເຕາະຫຼີ້ນ ວ່າດາຍ...!
* ຫາລະພາ ກັນຍົກຍ້າຍ ມາໜອງໃຫຍ່ ເຮົາສານໍ..!
ໃຫ້ໂຕລອຍ ພໍໆ ຄັກເເລ້ວນໍ ຈີ່ງກັບບ້ານ
ກັບເມືອໄຂ ຈາຕ້ານ ປະຊຸມກັນ ອີກເທື່ອນື່ງ
ກັບພວກໝູ່ ຝູງພຶງ ຈື່ງຕອບເຮົາ ກະໄດ້ ສະບາຍໂລດໂຜດຍົກມາ...
* ຈັ່ງວ່າ ຄັກແລ້ວນາ ຫາລະວ່າ ເຮົາກັບເມືອ
ເຮົານີ້ ສຸກໃຈເຫຼືອ ຕັ້ງເຊື່ອໂຕ ອີ່ຫຼີແລ້ວ
ນ້ຳກໍງາມ ໃສຄືແກ້ວ ແວວາວ ເປັນໜ້າຢູ່
ເຮົາຈະບອກ ໃຫ້ໝູ່ ປູປາ ຝູງພີ່ນ້ອງ ໜອງນັ້ນ ຮູ້ທົ່ວກັນ
* ເວົ້າແລ້ວ ປາກໍດັ້ນ ຜັນພາບ ກັບໜອງເດີມ
ດ້ວຍເຫື່ອແຮງ ໃຈເສີມ ເອີ່ມເຕີມ ເຕັມແທ້
ບໍ່ຄິດຫວນ ເຫັນແສ້ ຮອຍແຜ ແປ້ວບາດ
ຄວາມສະຫຼາດ ມີມໍ່ຕື້ນ ຍາງຈະທື້ນ ແກ່ກິນ
* ຫຼັງຈາກໄດ້ ຕ່າວປີ້ນ ຄືນຖີ່ນ ກັບເມືອ
ບອກເຈື້ອສາຍ ແນວເຄືອ ໃຫ້ເຊື່ອຕົນ ຕາມເວົ້າ
ກໍເລີຍ ເອົາຕົນເຂົ້າ ປາກຍາງຂາວ ເຈົ້າເປີ່ນເວີ່ນ
ໂດຍທີ່ບໍ່ ເກີ້ເຂີນ ເອີ້ນສັ່ງກັນ ແຕ່ລະມື້ ໃຫ້ຍາງຢື້ ດ່ວນໄປ...
* ນົກກໍຄາບ ປາໄດ້ ບິນໄວ່ໆ ທີລະໂຕ
ຍາມຕົກລົງ ຄວາມໂສ ໂອ່ຈາ ກັນໄວ້
ວ່າຈະນຳ ປາຍ້າຍ ເອົາໄປໄວ້ ວັງໃໝ່
ໄປໄວ້ ໜອງໃຫຍ່ໆ ຕາມສັນຍາ ວ່າໄວ້ ອັນໃດນັ້ນ ກໍປ່ຽນແປງ...
* ຈົນວ່າ ເປີດຮູ້ແຈ້ງ ເຣື້ອງແຫ່ງ ຄວາມເປັນຈິງ
ມື້ນື່ງ ຍາງຫັນຜິນ ປີ່ນໄປ ວັງນ້ຳ
ດ້ວຍດວງໃຈ ບໍ່ຫັກຫ້າມ ເຮັດຕາມຍາມ ທີ່ເຄີຍຢາກ
ຄວາມທີ່ຄິດ ໂລພມາກ ອັນໃດນັ້ນ ກໍບໍ່ເຊົາ...
* ຈົນວ່າ ໜອງນັ້ນໝອງໝົ່ນເສົ້າ ປາຊ້ຳເຫຼົ່າ ຕາຍໝົດ
ດ້ວຍເຫຕຜົລ ທີ່ມັນຄົດ ຢ່າງໝົດ ສະບາຍໄດ້
ປາໄດ້ ຍິນຍອມໃຫ້ ໄປຕາມໃຈ ໃຫ້ຍາງຄາບ
ສັງກໍກ້ຽງ ອາບຟາບ ສັງກໍກ້ຽງ ເຫຼື້ອມມາບ ປາຊິວນ້ອຍ ກະບໍ່ຍັງ...ກະບໍ່ຍັງ...
ນະ...ຄົນຟັງ....ເອິະ...ເອີ່.... ນາ...
* ........... ...... ......... ...................
............................ ( ຍັງມີຕໍ່ ) ...........................


ฝูงปลาโดนนกกระยางหลอกมากินทีละตัว จนหมดไม่มีเหลือแม้แต่ตัวเดียว


# ບົດກອນເທດ ນິທານ ເຣື້ອງ : ປູ ປາ ແລະ ນົກຍາງ " ( ຕໍ່ )

* ປະແຕ່ ກະດູກກ້າງ ກອງຈູ່ນພຸ່ນ ຢູ່ແຄມໜອງ
ຫຼັງຈາກ ບິນຜະຫຍອງ ກໍລ່ອງລົງ ງອຍໄມ້
ຍາງກໍ ຍູທ່າງໄຈ້ ສັບກິນ ຊີ້ນອ່ອນໆ
ປະແຕ່ ດູກຫຼ້ອນໆ ຕາມຂອນໄມ້ ເຮ່ຍຊະຊາຍ...
* ຈັ່ງວ່າ ປາໂຕສຸດ ຫຼ້າທ້າຍ ຍາງກໍງ່າຍ ນໍກິນໄປ
ຈັກຈະຫາ ແນວໃດ ໃຫ້ອີ່ມໃຈ ໄດ້ໃສອີກ
ເຫັນແຕ່ປູ ໂຕມັນຄີກ ຢູ່ແຄມໜອງ ພວມຢອງໄຕ່
ທັງມັນ ເປັນປູໃຫຍ່ ຍາງຈີ່ງຫຍັບ ເຂົ້າໃກ້ ດ້ວຍໃຈນັ້ນ ຄິດຢາກກິນ....
* ກ່ອນອື່ນໝົດ ຕ້ອງເວົ້າຫຼີ້ນ ຕາມເລ້ລ່ຽມ ທາງສະໜັດ
ຫວັງໃຫ້ເອົາ ຢູ່ໝັດ ບໍ່ຄ້າງຄາ ຂືນໄດ້
ໃຫ້ດັ່ງໃຈ ຍາງໄດ້ ຄາບບິນໄປ ໄວ່ໆ
ດັ່ງຊຸມປາ ທີ່ເຄາະຮ້າຍ ທັງຫຼາຍນັ້ນ ຖືກໂມ່ມກິນ
* ຍາງຈີ່ງເວົ້າ ຢອກຫຼີ້ນ ອ້ອຍອີ່ນ ຖາມກະປູ
ວ່າ : ເຮັດຫຍັງ ສັງມາດຸ ເລາະຊອກຫຍັງ ເດຍາມເຊົ້າ..?
ຢູ່ໂຕດຽວ ບໍ່ມີເສົ້າ ບໍ່ມີເຫງົາ ເລີຍນໍໝູ່
ໂຕບໍ່ຢາກ ຍ້າຍໄປຢູ່ ຕາມຖ້ຳຮູ ແຫຼ່ງນ້ຳ ງາມໆນັ້ນ ແດ່ບໍເຮີຍ..?
* ເຮົາບໍ່ໄດ້ ເວົ້າຢອກເຍີ້ຍ ເອີ່ຍຫຼອກ ລວງສັງ
ຊຸມໝູ່ປາ ໄປຍັງ ຍູທ່າງລອຍ ຫາຫຼີ້ນ
ສະໜຸກກິນ ສະໜຸກບ້ອນ ສະໜຸກນອນ ບ່ອນໃຫຍ່ໆ
ຄັນວ່າໂຕ ຢາກໄປ ເຮົາຊິຊ່ອຍ ຄາບໃຫ້ ໄປໄດ້ ດັ່ງໝູ່ປາ...
* ປູກໍເລີຍ ບໍ່ຊ້າ ເວົ້າວ່າ ນຳນົກ
ຮູ້ເຫຕຜົລ ທີ່ມັນຍົກ ຫຼອກລວງ ຈິງແທ້
ຈີ່ງຢາກ ຫາທາງແກ້ ມ້າງແຂລາຍ ມັນສາກ່ອນ
ມັນຈີ່ງ ບໍ່ເດຶອດຮ້ອນ ຕອນໜ້າ ຢູ່ສະບາຍ...
* ສ່ວນວ່າ ການຍົກຍ້າຍ ຫາກເພື້ອນວ່າ ເຫັນໃຈ
ເຮົາກໍບໍ່ເຄີຍ ແນວໃດ ຄິດໃຫຍ່ຫຼວງ ໜັກນັ້ນ
ຈີ່ງຢາກຂໍ ເດີນດັ້ນ ຜັນໄປ ດັ່ງທີ່ວ່າ
ໄປບ່ອນ ໜອງມີປາ ໄປບ່ອນສະ ນ້ຳບໍ່ເຄື້ອນ ມີພົງເພື້ອນ ຊິບໍ່ເຫງົາ...
* ເຮົາບໍ່ມີ ເພື້ອນເວົ້າ ຢູ່ໂດດດ່ຽວ ກໍເຫງົາໃຈ
ຈີ່ງຢາກ ເດີນທາງໄປ ຕ່າງໃຫ້ເຫັນ ພົງເພື້ອນ
ເຫັນບ່ອນເຮືອນ ຮູບ້ານ ສະຖານດີ ບ່ອນທ່ອງທ່ຽວ
ດີກ່ວາຢູ່ ດ່ຽວໆ ໃຈກໍຫ່ຽວ ຫຍໍ້ທໍ້ ສໍ້ສົນແທ້ ແລະສ່ຽງຫຼາຍ...
* ນົກກໍຫຍັບ ເຂົ້າໃກ່ ກະປູໃຫຍ່ ຢ່າງໄວວາ
ຕາມເປົ້າໝາຍ ທີ່ມັນກະ ບໍ່ຮະມີ ແນວກັ້ນ
ຊ່າງເປັນ ອັນໃດນັ້ນ ສະບາຍບານ ຫວານງ່າຍ
ປາກເປັ່ງວ່າ ໄດ້ໆ....ສະບາຍແທ້ ແມ່ນບໍ່ຕິ...ແມ່ນບໍ່ຕິ...ລະນາ...
* ...................... ......................
.............................. ( ຍັງມີຕໍ່ ) .....................


เจ้าปูน้อยหลงเหลืออยู่ในหนองน้ำ ที่กำลังจะแห้งเพียงแค่ตัวเดียว


# ບົດກອນເທດ ນິທານ ເຣື້ອງ : " ປູ ປາ ແລະ ນົກຍາງ " ( ຕໍ່ )

* ຢ່າຖືວ່າ ຊັ້ນຊີ້ ໃຫ້ສຸດທີ່ ເປັນກັນເອງ
ຢ່າໄດ້ກົວ ເກງສັງ ຮີບຍ່າງມາ ໄວທ້ອນ
ເຮົາຈະເອົາ ສົບຊ້ອນ ລອງຊອນຄີງ ຄີບເບີ່ງ
ໃຫ້ໂຕຄ່ອຍ ກົ້ມເນີ້ງ ກໍເຖີງບັ້ນ ບ່ອນສະບາຍ
* ກະປູວ່າ ບໍ່ໄດ້ ເຮົາບໍ່ງ່າຍ ເໝືອນປາ
ເພາະວ່າເຮົາ ມີຂາ ແລະງ່າມຄາ ທັງສອງຂ້າງ
ອາດຈະເພ ພັງມ້າງ ວາງເຮົາ ຫຼົງຫຼູດ
ຢ້ານວ່າສ້ຽງ ວ່າສຸດ ຢ້ານວ່າ ມຸດມອດມ້ຽນ ຕາຍກ້ຽງຢູ່ ເຄີ່ງທາງ...
* ຢ້ານບໍ່ໄດ້ໄປ ຮອດທ້າງ ບ່ອນວາງປ່ອຍ ປະສະບາຍ
ຄືວ່າ ເປັນແນວໃດ ຢາກຫຼາຍແລ້ວ ແນວນັ້ນ
ຢ້ານບໍ່ເເຂງ ຂະໜົງໝັ້ນ ເພາະກາຍກັນ ມັນອອງໃຫຍ່
ສົບອາດຄາບ ບໍ່ໄດ້ ເພາະກາຍກ້ຽງ ມື່ນແຂງ
* ບໍ່ແມ່ນເຮົາ ຢາກເວົ້າແຢ້ງ ແຂ່ງຂັນຕອບ ຄວາມໂຕ
ເຮົາຫາກຫາ ແນວໂສ ຈັ່ງຊີ້ເດ ຊິດີບໍ້..?
ໃຊ້ງ່າມຂາ ແຂງຂໍ້ ຄີບຄໍໂຕ ຊິດີກ່ອນ
ມັນຈີ່ງບໍ່ ເດືອດຮ້ອຍ ເມື່ອຍາມຢ້ອນ ຍົກບິນ
* ເທື່ອຢາກ ລົມກັນຫຼີ້ນ ຍາມບິນເຜັ່ນ ສະບາຍໃຈ
ຍາມເມື່ອ ເຫັນອັນໃດ ໄຕ່ຖາມ ກະພໍໄດ້
ທາງປາກຄາບ ເຮົາໄວ້ ຫັນໃຈ ຢ້ານບໍ່ຄ່ອງ
ຍາມຢາກຫົວ ຢາກຮ້ອງ ບໍ່ຄອງໄດ້ ເອີ່ຍຈາ...
* ນົກຈີ່ງຫົວ ຮາໆ... ເວົ້າວ່າ ດີໆ...ເອົ໋າ...
ຂີ່ໂລດ ເທີງຄໍເຮົາ ເອົ໋າ ຍ່າວເລີຍ ເຫາະໂລດ
ເຮົາບໍ່ເຄືອງ ຄຳໂກທ ໂທສໂຕເລີຍ ດອກເດີໝູ່
ເພື້ອນປູເຮົາ ຊ່າງສະຫຼາດຮູ້ ຄິດຍໍຍູ້ ຊົດຊ່ອຍກັນ...
* ນົກກໍບິນ ລ່ວງດັ້ນ ຜັນປັ່ນ ເວຫາ
ມີກະປູ ທີ່ຄໍຄາ ໃຊ້ງ່າມຂາ ຂົບໄວ້
ນົກໄດ້ ເຫາະເຫີນຍ້າຍ ກາຍວັງ ນ້ຳໜອງໃຫຍ່
ໄປຈັບງອຍ ງ່າໄມ້ ບ່ອນເຄີຍໄດ້ ໂມ່ມໝູ່ປາ
* ໂດຍຫວັງວ່າຈະຂ້າ ຕັ້ງທ່າ ທາງຈະກິນ
ກືນນ້ຳລາຍ ໄຫຼລິນ ກີ່ນກະປູ ມາແຮງແລ້ວ
ຫຼັງຈາກມັນ ບິນແສ້ວ ເຈີດລົງແລວ ມາເບື້ອງລຸ່ມ
ຍາງຈີ່ງຫົວ ຍຸ້ມໆ... ຈະກຸມປີ້ນ ປີ່ນກິນ...
* ນີ້ລະ ຄືບ່ອນສີ້ນ ປີ້ນຊີວິດ ປາປູ
ເຫັນແລ້ວບໍ ທີ່ມັນຂຸ ກະດູກຢູ່ ຂອນນັ້ນ
ໃຜຈະບິນ ຜັນດັ້ນ ໃຫ້ຄັນໂຕ ເມື່ອຍເປົ່າ
ຟັງສາ ປູທ່ອນທ້າວ ຄາວນີ້ ແມ່ນບ່ອນໂຕ...
ແມ່ນບ່ອນໂຕ...ແທ້ລະນາ.. ..
* ...................... ..............................
......................... ( ຍັງມີຕໍ່ ) ............................


เจ้าปูน้อยขอหนีบคอนกกระยางไปหนองน้ำแห่งใหม่ เพราะไม่ไว้ใจในคำพูดของนกกระยาง

# ບົດກອນເທດ ນິທານ ເຣື້ອງ " ປູ ປາ ແລະ ນົກຍາງ " ( ຕໍ່ )

* ຢ່າໄດ້ຄິດ ອ່າວໂອ້ ໂງ່ໆ ສະບາຍຫຼາຍ
ຮູ້ບໍ ປູຄືໃຜ...? ຈະງ່າຍດາຍ ເໝືອນປານັ້ນ
ເຮົານີ້ ມັນເຊີງຊັ້ນ ໄກກັນ ຄົນລະຢ່າງ
ມີຂາແຂງ ກ້າມຍ່າງ ຄາບຄໍຍາງ ກໍໄດ້ ມອບຕາຍໃຫ້ ກໍໄດ້ ໄວວາ ໄດ້ດັ່ງໃຈ...!
* ນີ້ແມ່ນ ຄຳຂູ່ຮ້າຍ ສອງຟາກຝ່າຍ ໂຕສັດ
ທີ່ພວມຊິງ ພວມຟັດ ຟາດຟັນ ຜັນມ້າງ
ຝ່າຍນົກຍາງ ມືນຕາຄ້າງ ຄາງຄໍ ຖືກປູໜີບ....
ປູສັ່ງວ່າ : ໃຫ້ຮີບເຮວ ເຮັ່ງຮ້ອນ ລົງນ້ຳທ້ອນ ຈີ່ງບໍຕາຍ...!
* ແລ້ວຈີ່ງຄ່ອຍ ຍົກຍ້າຍ ປົບໄປ່ ໄປໃຜມັນ
ເຮົາກໍຈະ ປະຄໍຄາງ ຕ່າງໄປ ໄກກ້ຳ
ບໍ່ໃຫ້ມີ ແນວຄ້ຳ ມາຂັດກັນ ຢັນອີກ
ເຮົາຈະຫຼົບ ຈະຫຼີກ ເຮົາຈະຜີກ ເຂົ້າຖ້ຳ ລົງນ້ຳ ຢູ່ບ່ອນໜອງ...
* ຝ່າຍນົກຍາງ ໄດ້ເເຕ່ຮ້ອງ ດ້ວຍຄວາມອ່ອນ ຂໍຊີວິດ
ດ້ວຍເຫຕຜົລ ທີ່ມັນຜິດ ຄິດຢາກກິນ ກະປູແທ້
ໜ້າກໍດຳ ຕາກໍແຫຼ້ ບິນແສລົງ ໜອງໃຫຍ່
ເວົ້າໄປຫຼາຍ ກໍບໍ່ໄດ້ ສຸດແຕ່ປູ ຈະຍົກໂທດໃຫ້ ບໍ່ຕາຍແທ້ ກໍວ່າບຸນ...
* ນີ້ຈັ່ງແມ່ນ ມັນວຸ້ນ ເຂັ້ມຂຸ້ນໃຫຍ່ ຍາງມາເຈິະ
ຂໍຫຼາບຫຼາຍ ແລ້ວເດີ ຈະບໍ່ເຜິະ ຫຼົງອີກ
ຂໍຫ່າງໄກ ໄລຜີກ ບໍ່ຫວັງຊີມ ຊີ້ນຕ່ອນ
ຈົ່ງອະພັຍ ໃຫ້ທ້ອນ ໜາວຮ້ອນ ຈົ່ງຜ່ອນເບົາ...!
* ຍາງກໍໄດ້ ແຕ່ເວົ້າ ເຍົ້າອ່ອນ ຍອມໂຕ
ວ່າ : ໂດຍໆ...ໂດໆ... ຄິດຢາກ ຍໍຫົວໂງ ໂຜ່ຜີ່ນ ບິນຜ້າຍ
ຄິດວ່າປູ ຈະອະພັຍໃຫ້ ບໍ່ຕິດໃຈ ກະທຳໂທດ
ປູໂລດເຄືອງ ໂລດໂກທ ປູໂລດໂຫດ ຄັກແທ້ ບໍ່ແປະຫຼີ້ນ ປີ່ນງ່າມດາຍ...
* ດ້ວຍສອງງ່າມ ທີ່ໜີບໄວ້ ເຕັກໃສ່ ບໍ່ມີຖອຍ
ຈົນນົກຍາງ ຕາລອຍ ລ່ອຍຕົນ ຕາຍແທ້
ເພາະສັນຊາຕຍານ ແນວແນ້ ແບບແປປູ ກໍຄືໜີບ
ໜີບໆ...! ຈົນນົກຍາງ ສີ້ນຊີບ ໜີບມາຍຄືນ ບໍ່ໄດ້ ນົກຕາຍແທ້ ອີ່ຫຼີ ...ອີ່ຫຼີ ແທ້ແລ້ວ
* ຈັ່ງວ່າ ເຣື້ອງນີ້ ສອນບອກໄວ້ ໃຫ້ເຮົາໃສ່ຈຳຈິຕ ເອົາທ້ອນ...!
ຄວນທີ່ເຮົາ ຫວນຄິດ ເຣື້ອງພິດພັຍ ກະທຳນັ້ນ
ໄປຕາມເວຣ ກັມດັ້ນ ທັນຕາ ສະໜອງຕອບ
ຄວນທີ່ເຮົາ ຮອບຄອບ ສາເເລ້ວ ຈີ່ງກະທຳ ນັ້ນທ້ອນ
* ບັດນີ້ ຈັ່ງວ່າ ອາວະສານ ສຸດແລ້ວ ແນວບົດກອນ ແບບເທດອ່ານ
ເລົ່ານິທານ ຕັ້ງແຕ່ ຄາວກ່ອນນັ້ນ ເຣື້ອງສັດແລ້ວ ສູ່ກັນຟັງ
ບ່ອນໃດຜິດ ພາດພັ້ງ ຟັງບໍ່ຄ່ອງ ສະເໜາະຫູ
ຂໍກ່າວຄຳວ່າ ສາທຸ...ສາທຸ...! ໂປຼດອະພັຍ ແນ່ເດີທ້ານ...!
ບໍ່ໄດ້ ຈິງຈັງໝັ້ນ ຫັວງອັນໃດ ໃຫ້ຄິດຖ່ອຍ
ພໍເພື່ອເດັກ ໜຸ່ມນ້ອຍ ພໍເພື່ອ ແນວເລັກນ້ອຍ ພຽງຮອຍຍີ້ມ ອີ່ມມ່ວນໃຈ...ອີ່ມມ່ວນໃຈ... ເທົ້ານັ້ນແລ້ວ...ສາທຸ...! ເອວັງ ນິຕຖີຕັງ.. /

เจ้าปูน้อยหนีบคอนกกระยางเหตุเพราะ นกกระยางไม่ไปส่งที่หนองน้ำตามสัญญา


นกกระยางยอมมาส่งเจ้าปูน้อยที่หนองน้ำ และสิ้นใจตายในที่สุดเพราะถูกหนีบคอ


แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ