บดกอนเทดลาว บุนข้าวแจก ບົດກອນເທດ ສຼອງເຂົ້າແຈກ

# ບົດກອນເທດ : " ສຼອງເຂົ້າແຈກ "

Onnitcha: ตุลาคม 2011

ນະໂມ..................... ( 3 ເທື່ອ )

ຕະທາ ທັມມິກະສັງຄະອາສານະກະຖາ ອາຍາກິຣະ-
ພຼາມະນັງ ອາຣັພພະ ກະເຖສີຕິ .

* ບັດນີ້ ຂ້າຈະໄດ້ໄຂ ວາຈາຕ້ານ ແບບເທດອ່ານ ເປັນບົດກອນ ກ່ອນແລ້ວ
ກ່ອນຍະຖາ ແຖມພອນ ເທດວ່ອນມາ ພໍຟັງຮູ້
ພໍເປັນແຮງ ຍໍຍູ້ ສີບຸນຊູ ຜູ້ໄກຈາກ
ຜູ້ທີ່ພັດ ພາກຂ້າງ... ທາງຫຼັງພີ້ ໄດ້ສົ່ງບຸນ
* ດ້ວຍຄວາມຮັກ ຫ່ວງຄຸ້ນ ພາໃຈຂຸ່ນ ມືດມົວໝອງ
ຄິດເຫັນວັນ ຄືນຄອງ ກໍຄ່ອງເຄີຍ ແຕ່ສຸກລົ້ນ
ບັດນີ້ ພັດໄດ້ໜີ ໄກພົ້ນ ແສນສັບສົນ ຄ້ອຍຄິດຮ່ຳ
ພາບແຫ່ງ ຄວາມຊົງຈຳ ມັນຫາກລຳບາກຮ້າຍ ຍາມບາຍຂື້ນ ຫລ່ຳເບີ່ງແຍງ....
* ບໍ່ວ່າຝົນ ແລະແລ້ງ ທຸກຍາມເເຫ່ງ ແລທາງໄປ
ບ່ອນທີ່ເຄີຍ ອາສັຍ ຢູ່ໄຮ່ນາ ຫຼືໂນນບ້ານ
ເຫັນພ້າວຕານ ຫວານອ້ອຍ ພາບຮ່ອງຮອຍ ທີ່ເຄີຍຢູ່
ເພື້ອນຮັກແພງ ໝູ່ຄູ່ ບ່ອນຢູ່ເຊົາ ທຸກສີ່ງນັ້ນ ແສນສະທ້ານ ເມື່ອພົບເຫັນ...
* ເປັນຈັ່ງໃດ ກໍບໍ່ເວັ້ນ ເຄາະເຂັນເກີດເເກ່ ແລະເຈັບຕາຍ
ແສນຍາກຊາ ເຫຼືອຫຼາຍ ຍາກຈະ ບັນຣະຍາຍໄດ້
ເກີດແກ່ ຄວາມເຈັບໄຂ້ ແລະຕາຍໄປ ລົ້ມຫາຍຈາກ
ສຸດທ້າຍ ກໍໄດ້ພັດພາກຂ້າງ .... ເຮົາຜູ້ຍັງ ກໍໄດ້ມັດໄດ້ມ້ຽນ
ເປັນໜາມສ້ຽນ ບາດໜ່ວຍໃຈ...
* ຄິດເຫັນ ຄາວຊິດໃກ້ ລູກໄພ້ຍ່າ ແລະບຸດຕາ
ເປັນບິດາ ມານດາ ປູ່ ຍ່າ ອາວ ອາ ເອື້ອຍ...
ມັນຫາກ ຕິດຕາມເລື້ອຍ ເປັນຍອຍເຟືອຍ ຄວມຄິດຮອດ
ຄິດບໍ່ເຊົາ ບໍ່ມອດ ຍາກຈະ ຖອນຖອດຖີ້ມ ລືມສີ້ນ ໄດ້ເຊີ່ງກັນ.....
* ເຖີງວ່າ ດູກຮ່າງກາຍ ຊີ້ນນັ້ນ ໄດ້ຜັນປ່ຽນ ນໍແປໄປ
ກາຍເປັນຟືນ ເປັນໄຟ ເປັນເຖົ່າອາຍ ໄປໝົດແລ້ວ
ມັນກໍເໝືອນ ມີແປ້ວ ແນວທາງຫຼັງ ຜູ້ຈັ້ງຢູ່
ຄິດແຕ່ ບຸນສົ່ງຊູ ຄິດແຕ່ ບຸນສົ່ງຍູ້ ຊູເຈົ້າ ສູ່ທີ່ດີ
* ຈັ່ງວ່າ ມາຮອດມື້ນີ້ ທຸກຄົນທີ່ ຢູ່ທາງຫຼັງ
ດ້ວຍຈິຕໃຈ ອາລັຍຍັງ ຄິດຫ່ວງຫາ ທຸກແລງເຊົ້າ
ຈີ່ງພາກັນ ໂຮມເຕົ້າ ເຄື່ອງຫວານຄາວ ພ້ອມເຂົ້າກ່ອງ
ລວມໝູ່ກອງ ຍາຕພີ່ນ້ອງ ສຼອງເຂົ້າແຈກ ສົ່ງຍື່ນທານ
* ພ້ອມໝູ່ພວກ ເພື້ອນບ້ານ ທຸກທ່ານ ເຄີຍສຳພັນ
ໄດ້ພ້ອມພຽງ ພາກັນ ແຈກເຂົ້າທານ ຫາແລ້ວ
ຫວັງໄປດີ ສີແກ້ວ ໃຫ້ແວວາວ ບຸນນ້າວສົ່ງ
ໃຫ້ສົດໃສ ຍົ່ງໆ...ອານິສົງ ສົ່ງຍູ້ ຊູຂື້ນ ຍື່ນສະບາຍ
* ສີ່ງທີ່ ພວກນ້ອງອ້າຍ ທັງຫຼາຍ ຢູ່ທາງຫຼັງ
ມີສັທທາ ຈິງຈັງ ໄດ້ສ້າງທານ ກໍດີແລ້ວ
ຖືກຕາມ ແລວທາງແຜ້ວ ແນວພຼະອົງ ແຕ່ປາງກ່ອນ
ໃນອາດີຕ ຈະໄດ້ບອກ ກ່າວຢ້ອນ ໃຫ້ຟັງຖ້ອນ ບ່ອນຕໍ່ໄປ
* ເອກະທາ ກິຣະ ສະມະເຍ ຍັງມີ ໃນກາລະ ຄັ້ງນື່ງໄດ້
ທີ່ວັດໃຫຍ່ ເຊຕະວັນ
ຄັ້ງພຼະອົງ ອໍຣະຫັນ ສາສດາ ສັມມາຢັ້ງ
ອະນາຖາບິນດິກະ ມະຫາເສຕຖີ ເພີ່ນໄດ້ປຸກ ແປງສ້າງ ໄດ້ທຳທານ ໃຫ້ທ່ານຢູ່...
ທ່ານກໍຊົດ ຊ່ອຍຊູ ທ່ານກໍຊົດ ຊ່ອຍຍູ້ ໂຜດໝູ່ສັດ ໃຫຍ່ນ້ອຍ ທະຍອຍຂື້ນ ສູ່ສະຫັວນ...
* ຕາມບຸນຍາ ຊາຕຊັ້ນ ປັນຍາເກີດ ຂອງໃຜລາວ
ຕາມຄວາມໜາ ດຳຂາວ ບໍ່ອ່າວຊິງ ຂັນທ້າ
ບາງຄົນໄວ ບາງຄົນຊ້າ ສັທທາໃສ ໄດ້ມໍ່ໆ
ບາງຄົນ ກໍຫາກພົບຈໍ້ໆ ເໝະສົມແລ້ວ ແກ່ວນິພພານ
* ບາງທ່ານ ກໍໄດ້ເຖີງຮອດຂັ້ນ ສະຫວັນ ແລະອິນພົມ
ໄດ້ຕາມ ຄວາມເໝາະສົມ ເມື່ອເພີ່ນລົມ ເທດສອນຊີ້
ອົງພຼະຕະຖະ ເຮົານີ້ ຫຼາຍປີ ໄດ້ສອນສັ່ງ
ຢູ່ທີ່ເມືອງ ສາວັຕຖີໃຫຍ່ກ້ວາງ... ຈັ່ງວ່າ ປວງຊົນຍາຕພີ່ນ້ອງ ສຼອງເຂົ້າແຈກ ແຕ່ງຕໍ່ມາ..ແຕ່ງຕໍ່ມາ...ຊັ້ນລະນາ...

( ຍັງມີຕໍ່ )

Onnitcha: เฮ็ดบุญแจกข้าวให้คุณยาย

# ບົດກອນເທດ : " ສຼອງເຂົ້າແຈກ " ( ຕໍ່ )

* ຈັ່ງວ່າ ໃນກາລະ ຄັ້ງນັ້ນນາ ມີພຼາມມະນາ ຜູ້ນື່ງເປັນຄົນລວຍ
ມີລູກຊາຍ ກໍງາມສວຍ ແຕ່ອ່ວາຍລົງ ສຸດເສົ້າ
ອາຍຸເຖີງ 17 ເຂົ້າ ພວມແວວວາວ ງາມເດັ່ນ
ແຕ່ກໍມີ ເຣື້ອງຈຳເປັນ ເຄາະເຂັນ ໂພຍພະຍາດຮ້າຍ ຈົນກາຍນ້ອຍ ຈ່ອຍໂຊ...
* ເສດຖີ ອຸກອັ່ງໂອ້ ເອົາໂຕຢູ່ ບໍ່ເປັນສຸກ
ລາວມີເງິນ ກໍເປັນທຸກ ເພາະລູກຕົນ ມີພັຍຮ້າຍ
ມັນຫາກເຖີງ ວັນທ້າຍ ອາສັຍເງິນ ຢາບໍ່ຢູ່
ຂາດຜູ້ຊ່ອຍ ແລດູ ຫັວງໃຫ້ຢູ່ ສືບສ້າງ ເປັນທາງຈັ້ງ ພໍ່ແມ່ຕົນ...
* ຈັ່ງວ່າ ເລີຍບໍ່ພົ້ນ ໄດ້ຜົລພາກ ໜີໄກ
ລູກຊາຍລາວ ເລີຍຕາຍ ບໍ່ໃຫຍ່ນຳ ລາວຊ້ຳ
ລາວກໍທຳ ບຸນຄ້ຳ ພິທີພຼາມ ແບບເກົ່າໆ
ຂົນເອົາຂອງ ເຄື່ອງເຂົ້າ ໄປນຳເຈົ້າ ສົ່ງສະການ
* ໝາຍວ່າ ທຸກຢ່າງນັ້ນ ທ່ານພໍ່ໃຫຍ່ ໃຫ້ຍໍໄປ
ໃຫ້ປຸກ ທີ່ຢູ່ອາສັຍ ຢູ່ໃກ້ຕິດ ຂຸມຝັງນັ້ນ
ໃຊ້ໃຫ້ ທາສາດັ້ນ ທຸກວັນຜັນ ໄປຍື່ນສົ່ງ
ມີເຂົ້າຊີ້ນ ປາປົງ ມີເຄື່ອງຖົງ ໄຖ່ສາດ ບໍ່ມີຂາດ ສົ່ງສູ່ວັນ
* ດ້ວຍຄວາມເຊື່ອ ບ່ອນບັ້ນ ຕາມກັນສືບ ກະທຳມາ
ວ່າທ່ານ ຜູ້ມໍຣະນາ ທີ່ຈາກລາ ໄປນັ້ນ
ຈະໄດ້ເຝືອ ແຝງຝັ້ນ ອະນັນສຸກ ທີ່ຍໍຍື່ນ
ຈະໄດ້ຫຼັບ ໄດ້ຕື່ນ ຈະໄດ້ສົດ ໄດ້ຊື້ນ ມືນຕາຂື້ນ ຢ່າງອີ່ມໃຈ...
* ຈະມີສຸກ ຢູ່ໄດ້ ດ້ວຍຫຼາຍສີ່ງ ທີ່ນຳມາ
ຍ້ອນວ່າ ເອົາມາປະ ຢູ່ປ່າແຖວ ລຽບຂຸມນັ້ນ
ຢາກແນວໃດ ກໍເອົາໃນຫັ້ນ ສະບາຍບານ ຫວານໃຫຍ່
ຄືສະຫັວນ ປອດພັຍ ຄືສະຫວັນ ທີ່ໄດ້ ໄປແລ້ວ ສູ່ແກ່ວດີ...
* ເລີຍວ່າ ເປັນຈັ່ງຊີ້ ມີມື້ນື່ງ ທີ່ມາເຖີງ
ຈາກແລ້ງ ໃສເລີງໆ ກໍເບີ່ງເຫັນ ຝົນແລ້ວ
ຫົນທາງດີ ດາແຜ້ວ ເປັນແລວເຖີງ ປ່າຊ້າຢູ່
ກໍຂ້າມຫ້ວຍ ຂ້າມຮູ ນ້ຳກໍໄຫຼ ຊຸຍູ້ ໃຜຈະສູ້ ໄດ້ຕໍ່ໄປ...
* ຈັ່ງວ່າ ໄປບໍ່ໄດ້ ກໍເລີຍໄຕ່ ກັບຄືນມາ
ຄົນໃຊ້ ເຂົາກໍກະ ວ່າຈະຄືນ ເມືອບ້ານ
ແລະຕາມທາງ ມານັ້ນ ກໍກັນດານ ລຳບາກຢູ່
ຝົນຍັງຕົກ ນ້ຳຍວກຍູ້ ເອົາຕົນສູ້ ເກືອບບໍ່ໄຫວ
* ເກືອບວ່າ ຈະເປັນຮ້າຍ ເອົາກາຍລ່ອງ ຕາມຟອງໄປ
ແສນຍາກຊາ ເຫຼືອຫຼາຍ ເກືອບແມ່ນຕາຍ ໄປຍ້ອນ
ເຂົ້າເຄື່ອງປາ ອາຫາຣຕ້ອນ ກໍປຽກປອນ ໄປນຳແນ່
ຝົນຍັງລິນ ແຊະໆ ຖ້າບໍ່ກັບ ກໍເຫຍື່ອແຂ້ ຫຼືຟອງແຫຍ້ ໃຫ້ມຸ່ນຕາຍ...
* ພໍຄາວນື່ງ ຍ່າງຍ້າຍ ກໍໄດ້ກ່າຍ ມາເຖີງແປນ
ກໍຫຼຽວເຫັນ ພໍແຄັມແມັມ ແມ່ນຜູ້ໃດ ນໍມາຫັ້ນ
ບໍ່ພໍດົນ ໃຈກັ້ນ ທ່ານກໍມາ ໃກ້ຮອດ
ມາມໍ່ຈຳ ມໍ່ຈອດ ຄົນໃຊ້ເລີຍ ກ່າວມອບ ອາຫາຣນັ້ນ ໃຫ້ເພີ່ນທານ...
* ຄົນໃຊ້ ລາວກ່າວຕ້ານ ຂໍຮັບທ່ານ ເຖີດຄູບາ
ດ້ວຍອາຫາຣ ທີ່ນຳມາ ວ່າຈະໄປ ພັດຄານ້ຳ
ໄຫຼບໍ່ມີ ທາງຂ້າມ ຈະຕາຍຕາມ ກໍບໍ່ແມ່ນ
ຂ້າຈີ່ງທົດ ຈີ່ງແທນ ແມ່ນບໍ່ໄປໄດ້ ມື້ນີ້ ສີ່ງຂອງນີ້ ມອບທ່ານເອົາ...ມອບທ່ານເອົາ...ນັ້ນທ້ອນ...!

( ຍັງມີຕໍ່ )


# ບົດກອນເທດ : " ສຼອງເຂົ້າແຈກ " ( ຕໍ່ )

* ພໍໃສ່ບາດແລ້ວ ກໍຈ້ອນ ຮອດບ່ອນ ເຄຫະ
ກະວ່າ ວັນລຸນມາ ຈີ່ງຈະຈາ ທູນເຈົ້າ
ຈີ່ງຈະເອົາ ຄວາມເວົ້າ ອັນຂາວໆ ນ້ຳມາກໆ
ວ່າມັນໄປ ລຳບາກ ວ່າມັນຍາກ ແທ້ໆ ຫາທາງແກ້ ອື່ນບໍ່ມີ...
* ພໍແຕ່ຄິດ ຈັ່ງຊີ້ ປະຈຳທີ່ ບໍ່ທັນຈາ
ຈົນວ່າ ວັນລຸນມາ ທ່ານເສຕຖີ ໃຊ້ຄົນຮ້ອງ
ເໝືອນດັ່ງ ມີແນວຂ້ອງ ໝອງໃຈ ເສຕຖີຢູ່
ເບີ່ງສີໜ້າ ກໍບອກໃຫ້ຮູ້ ມີແນວສູ້ ບໍ່ຄ່ອຍດີ...
* ເຣື້ອງມັນເປັນ ຈັ່ງຊີ້ ມີແນວນື່ງ ເຮົາຈະຖາມ
ເຮົາໃຫ້ຄົນ ໄປຕາມ ກໍເພື່ອຖາມ ນໍແນວນີ້
ໃຊ້ບໍ່ເເດງ ນໍຈັກດີ້ ເອົາຂອງໜີ ຖີ້ມຖຸ່ມ
ຫຼືໄປຫຼີ້ນ ໄປຊຸມ ຫຼືໄປສຸມ ຈູດໄໝ້ ໄຟແລ້ວ ທີ່ແຫ່ງໃດ
* ຈັ່ງວ່າ ລູກບໍ່ໄດ້ ຮັບຂອງຝາກ ກະທຳໄປ
ທຸກມື້ວັນ ບໍ່ເຄີຍໄລ ມອບສົ່ງໄປ ມານັ້ນ
ລູກເຮົາມາ ໄຂຕ້ານ ຕາມຄວາມຝັນ ລັ່ນບອກ
ວ່າລູກນັ່ງ ຄ໋ອກມ໋ອກ ແສນໝົ່ນໝອງ ໂຫດຮ້າຍ ທັງຫຼາຍເຂົ້າ ບໍ່ໄດ້ກິນ...
* ທຸກບໍ່ມີ ປຽບປີ້ນ ມັນແສບປີ່ນ ວົນວາຍໃຈ
ເຣື້ອງເຂົ້າປາ ອາຫາຣໃຜ ຈະສົ່ງໄປ ບໍ່ມີແລ້ວ
ພໍ່ບໍ່ ສົງສາຣແກ້ວ ບຸດຕາ ລູກອ່ອນ ເສຍນໍ
ບໍ່ອາທອນ ກະດັດ ບໍ່ອາທອນ ກະດໍ້ ນໍເຈົ້າ ພໍ່ແມ່ເອີຍ..!
* ສັງວ່າ ເບີດເຈີ້ຍເປີ້ຍ ຮອດບໍ່ເອີ່ຍ ຫາບຸດຕາ
ຜູ້ທີ່ ມໍຣະນາ ໂລດວ່າເປັນ ນໍແນວນີ້
ສັງບໍ່ຄື ຄາວກີ້ ຄາວຄົນດີ ເດນໍພໍ່..!
ຂໍໃຫ້ລູກ ນີ້ຂໍ ຂໍໃຫ້ລູກ ນີ້ພໍ້ ພໍມີເຂົ້າ ຢູ່ທ້ອງ ຄືເຖີງໝ້ອງ
ບ່ອນດີ...!
* ອັນນີ້ ມັນໂລດ ເປັນຈັ່ງຊີ້ ມັນສຸດທີ່ ທໍຣະມານ
ສຸດວ່າ ແສນລຳຄານ ຍາກຜ່ານມາ ກໍນານແລ້ວ
ບໍ່ມີຫຍັງ ຕິດແຂ້ວ ແນວໃດກິນ ນໍຈັກໜ່ອຍ
ລໍຄັ້ງໃດ ກໍມິດຈ້ອຍ ແສນຈົມມ້ອຍ ເມື່ອຍຫຼາຍ
* ສັງວ່າ ເປັນເຣື້ອງຮ້າຍ ຊັງເປີດໜ່າຍ ລູກແນວໃດ
ນັບແຕ່ຕາຍ ລົງໄປ ໂລດໄດ້ກິນ ແຕ່ວັນນີ້
ບໍ່ອີ່ຕົນ ຈັກດີ້ ບໍ່ປານີ ເຮົານໍພໍ່...!
ເຣື້ອງເຂົ້າຕົ້ມ ອ່ອມເອາະ ລູກມີພໍ ກໍມື້ນີ້...ມີທີໜ້າ ອີກກໍໄຄ....ອີກກໍໄຄ...!
* ເສຕຖີ ລາວຢາກຮ້າຍ ສັກຕາໃສ່ ເວົ້າສຽງດັງ
ທາສາ ຊຶງຊົງຟັງ ນັ່ງລົງ ງົງສະບັ້ນ
ເຣື້ອງມັນ ຈັງໃດນັ້ນ ເຂົ້າໃຈກັນ ກໍຍາກຢູ່
ບອກແນວໃດ ຈະໃຫ້ຮູ້ ເສຕຖີຍູ້ ວ່າແຕ່ຕົວະ...
* ມັນເອົາຕົ້ມ ລາບຂົ້ວ ຊົ້ວປົ່ນ ໄປກິນໝົດ
ມັນຊ່າງ ຄືມາຄົດ ໂຫດຫຼາຍ ແທ້ຄົນໃຊ້
ແລ້ວກັບມາ ຫາທາງປ້າຍ ອະທິບາຍ ບອກສາຍເຫຕ
ໂອຍ..! ເຮົາຈະທຳ ສຳເຣັດ ກັບເຫຕການ ຈັ່ງຊີ້...ໃຜນໍນີ້ ຈະຊ່ອຍເຮົາ...!?
*.ເສຕຖີ ນັ່ງເຄົ້າເມົ້າ ຄາວນື່ງວ່າ ກັບເມຍ
ເຣື້ອງຜ່ານມາ ກໍສູນເສຍ ເຮ່ຍຮວາຍ ກໍຫຼາຍແລ້ວ
ສ່ວນວ່າ ທາສາແສ້ວ ໜີແລວ ຢ້ານບໍ່ແມ່ນ
ເບີ່ງກໍຮັກ ກໍແກ່ວນ ເບີ່ງກໍແສນ ແມ່ນແທ້ ຄືມັນແກ້ ອາດແມ່ນຈິງ...
* ມັນວ່າ ບໍ່ໄດ້ຖີ້ມ ທຸກສີ່ງຢ່າງ ໄດ້ນຳໄປ
ແມ່ນເປັນຟືນ ເປັນໄຟ ກໍສົ່ງໄປ ໝົດກ້ຽງ
ຂົນເອົາໄປ ຈົນສ້ຽງ ພ້ອມພຽງພໍ ບໍ່ໄດ້ຂາດ
ມັນວ່າ ບໍ່ໄດ້ປະໝາດ ມັນວ່າຂາດ ພຽງມື້ດຽວ ເທົ້ານັ້ນ ກັນດານນ້ຳ ບໍ່ໄດ້ໄປ...
* ຈີ່ງວ່າ ໄດ້ຍ່າງຍ້າຍ ບາຍເຂົ້າປ່ອນ ໃຫ້ຄູບາ
ທີ່ເດີນຕາມ ທາງມາ ເມື່ອຮຸ່ງຕາ ຍາມເຊົ້າ
ພຽງນື່ງວັນ ໄດ້ກິນເຂົ້າ ຕາມລູກເຮົາ ມາບອກຂ່າວ
ອາດຈະເປັນ ເຣື້ອງລາວ ຄວາມແຈ້ງຂາວ ຕ້ອງໃຫ້ໄດ້... ມີໃຜບໍ ຈະບອກເຮົາ....ຈະບອກເຮົາ...ແທ້ນາ...!?

( ຍັງມີຕໍ່ )

ในภาพอาจจะมี 3 คน, ผู้คนกำลังนั่ง, ตาราง และอาหาร


# ບົດກອນເທດ : " ສຼອງເຂົ້າແຈກ " ( ຕໍ່ )


* ສົນທະຍາ ຄືບເຂົ້າ ຄ້ອຍຄ່ຳ ປານກຳຕາ
ເສຕຖີ ຍັງຄວາຫາ ຜູ້ເພີ່ງພາ ໃຫ້ຈະແຈ້ງ
ໃຫ້ດັ່ງ ສົມໃຈແມ້ງ ໃຫ້ສະແດງ ຄັກໆເບີ່ງ
ເຮົາຈະໄດ້ ທີ່ເພີ່ງ ໃຜຈະເຖີງ ບອກໃຫ້ ລູກເຮົາຮ້າຍ ຫຼືຈັ່ງໃດ.. ?
* ນຶກວ່າລູກ ຮັບໄດ້ ສີ່ງພໍ່ຈ່າຍ ທຳໄປ
ຄືວ່າຍັງ ວົນວາຍ ທຸກຫລາຍ ຮົນຮ້ອງ
ຄືວ່າ ຍັງຄາຂ້ອງ ໝອງຕຼົມ ກົ້ມໜ້າຢູ່
ເຮົານີ້ ຢາກຈະຮູ້ ໃຜຈະຍູ້ ຊ່ອຍເຮົາ...?
* ເສຕຖີ ບໍ່ຮູ້ເວົ້າ ເຫງົາຢູ່ ໝົດຄືນ
ໄດ້ແຕ່ຕຼົມ ໃຈຝືນ ເມື່ອຍມຶນ ຄິດແນວແກ້
ເໝືອນດັ່ງມີ ຂອງແທ້ ໄດ້ມາເເລ ໃຫ້ຄິດອອກ
ເໝືອນດັ່ງມີ ຜູ້ບອກ ໄຂທາງອອກ ສູ່ທີ່ດີ
*..... ສ່ວນວ່າທ່ານ ຜູ້ນີ້ ກໍຄືທ່ານ ພະສັມມາ
ອົງຕະຖາຄະຕະ ຖືກກ່າວມາ ຄົນຍ້ອງ
ໃຜຜູ້ເຄືອງ ຄາຂ້ອງ ເພີ່ນສະໜອງ ຊົດຊ່ອຍ
ເສຕຖີ ລາວກໍກ່ອມກ້ອຍ ທະຍອຍເຂົ້າ ເລົ່າຈາ
* ພໍອາລຸນ ເບີກຟ້າ ນະພາແຈ່ມ ໃສຕາ
ທ່ານ ສຸໂພທະນາ ກໍໄດ້ມາ ເຖິງແລ້ວ
ເຖີງອົງ ເໜືອຫົວເເກ້ວ ແວວວາວ ເລົ່າເຫຕ
ວ່າ : ຂ້າແຕ່ ອົງສົມເດັດ ບຸນສຳເຣັດ ແກ່ລູກເຕົ້າ ແຈກທານເຂົ້າ ເຮັດຈັ່ງໃດ...?
* ລູກຂ້າ ຈີ່ງຈະໄດ້ ໄປເກີດໃໝ່ ມີສຸກ
ສີ້ນໝູ່ໂພຍ ພັຍທຸກ ບໍ່ຜູກຈົນ ຮົນຮ້ອງ
ບໍ່ໄດ້ ວົນວາຍຂ້ອງ ໝອງໃຈ ໄຫ້ລຳບາກ
ຂ້າໄດ້ ອຸປັຕຖາກ ດັ່ງຮີດຄອງ ເກົ່ານັ້ນ ອັນໃດຫັ້ນ ເຮັດຖືກບໍ...?
* ພະອົງທ່ານ ເວົ້າຫຍໍ້ ເສຕຖີກໍ ຊຶງຟັງ
....ນ້ອມ ຣະຕະນະຕັຍຍັງ ລັ່ງສູ່ໃຈ ໄປພ້ອມ
ທານ ສີລ ພາວະນານ້ອມ ຫອມແພງ ທຸກແລງຄ່ຳ
ໃຫ້ຟ້າວເຮັດ ຟ້າວທຳ ສີ່ງດີງາມ ເຂົ້ານ້ຳ ທານໃຫ້ແກ່ ພະສົງ...
* ວິນຍານລູກ ຈະໄດ້ພົ້ນ ເອົາຕົນເກີດ ຈົບດີ
ບ່ອນທີ່ ສຸກຄະຕິ ບ່ອນທີ່ມີ ດີໄດ້
ສີ້ນຈາກເວຣ ວົນຮ້າຍ ສະບາຍໃຈ ໄວ່ໆ...
ທ່ານຢ່າຊ້າ ຈົ່ງໄວ ໃຫ້ຟ້າວຫຍັບ ຍ່າງຍ້າຍ ອັນໃດໃຫ້ ໄດ້ສົ່ງບຸນ.. .
* ເປັນອັນວ່າ ຕັ້ງແຕ່ພຸ້ນ ບຸນໄດ້ເກີດ ມີມາ
ທ່ານ ສຸໂພທະນາ ແຈກເຂົ້າຫາ ບຸດຕາພ້ອມ
ມີແນວໃດ ກໍຍໍນ້ອມ ທັງກອງບຸນ ອັຕຖະໃຫຍ່
ສີ້ນຈາກ ເປຕວິສັຍ ລູກກໍເລີຍ ວ່າໄດ້ ໄປເມືອງຟ້າ ສູ່ທີ່ດີ
* ແສນສຸກສັນ ແຕ່ກີ້ ສະຫວັນທີ່ ຕາວະຕິງ
ມີອັນງາມ ນອນອີງ ປີ່ງຊີ່ງງາມ ຕັ້ງສິບຮ້ອຍ
ເບີ່ງອັນໃດ ບໍ່ມີນ້ອຍ ຍາວໄກ 12 ໂຍດ
ເປັນແຕ່ ທອງຄຳໝົດ ຜາສາດ ໂພດໃຫຍ່ແທ້ ຍ້ອນບຸນເເກ້ ສົ່ງເຂົ້າຫາ...
* ສ່ວນວ່າພໍ່ ຜູ້ຫລ້າ ຜູ້ຕັ້ງທ່າ ຢູ່ທາງຫຼັງ
ຊົ່ວຊີວີຕ ລາວຍັງ ຕັ້ງແຕ່ສີລ ທານພ້ອມ
ຕັ້ງຈິຕໃຈ ຍໍນ້ອມ ຫອມແຕ່ທັມ ຕາມຄຳສັ່ງ
ຈົບແລ້ວ ໄປຫວັ້ງໆ ສົມຫວັງແລ້ວ ສູ່ແກ່ວດີ
* ນັ້ນລະ ເຣື້ອງແຕ່ກີ້ ມີມາເລົ່າ ປັຈຈຸບັນ
ຖືວ່າເປັນ ສຳຄັນ ທີ່ຜ່ານມາ ໃຫ້ເຮົາຮູ້
ເປັນບຸນຍໍ ແຍງຍູ້ ຊູເຮົາໄປ ໄດ້ເຖີງທີ່
ໄປສູ່ ສຸກຄະຕິ ດັ່ງທີ່ທຳ ສູ່ມື້ນີ້ ຄືຄາວກີ້ ເພີ່ນກ່າວຈາ
* ບຸນຜະຫຼາ ໄດ້ແກ່ກ້າ ນຳພາສົ່ງ ໃຫ້ສົດໃສ
ສີ້ນຈາກໂພຍ ຈາກພັຍ ສູ່ສະບາຍ ສາເດີທ້ານ
ຜູ້ທີ່ໄປ ໄກນັ້ນ ໃຫ້ເຖີງຫວານ ສຳຣານຊື່ນ
ຂໍໃຫ້ຍືນ ຍາວຍື່ນ ຂໍໃຫ້ຄືນ ສູ່ຫ້ອງ ທອງຄຳພຸ້ນ ອຸ່ນສະຫວັນ...
* ມີຄວາມສຸກ ຢູ່ຊັ້ນ ດັ່ງເພີ່ນວ່າ ນໍຈາໄຂ
ທຸກໂສກ ໂຣຄາພັຍ ສີ່ງໃດ ຢ່າມາຕ້ອງ
ຢ່າໄດ້ເຄືອງ ຄາຂ້ອງ ໝອງອຸຣາ ຊ້າຕ່ຳ
ຄຸນພະພຸດ ພະທັມ ຄຸນພະສົງ ສົ່ງພ້ອມ ຈົ່ງຫອມເລື້ອຍ ຢູ່ດີ...
* ຈັ່ງວ່າ ມາຮອດນີ້ .ພ້ອມທີ່ວ່າ ຂໍລາລົງ
ໄດ້ດັ່ງຄວາມ ປະສົງ ທີ່ສົ່ງສຸກ ໄປແລ້ວ
ໄດ້ຕາມ ແລວທາງແຜ້ວ ແນວຄວາມດີ ທີ່ເພີ່ນວ່າ ສາທ້ອນ...!
ສົມຄວາມຮັກ ອາວອນ ຫາຍສາ ຄວາມເດືອດຮ້ອນ ໄດ້ສຸກຍ້ອນ ຈາກບ່ອນບຸນ ສົມບູນເລື້ອຍ ຄູ່ສູ່ຄົນ....ຄູ່ສູ່ຄົນ...ນັ້ນທ້ອນ...ສາທຸ...! ເອວັງ..../

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังกิน, ตาราง และอาหาร

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ