ຍີ່ປຸ່ນຈະເກີດແຜ່ນດິນໄຫວ

ຕາມການລາຍງານໂຕກຽວ ແລະ ພາກກາງຂອງຍີ່ປຸ່ນ ກຽມຮັບມືກັບແຜ່ນດິນໄຫວຄັ້ງໃຫຍ່….ກົດອ່ານເລີຍ….
ຄາດວ່າ:ຈະມີຜູ້ເສຍຊີວິດປະມານ 23.000 ຄົນ, ຫຼາຍກວ່າ 610.000 ຫຼັງຄາເຮືອນຈະໄດ້ຮັບຄວາມເສຍຫາຍ…ປະຊາຊົນ 50% ຈະບໍ່ມີນໍ້າໃຊ້ຫຼາຍອາທິດລວມທັງລະບົບການສື່ສານຖືກຕັດຂາດ 90%…
ລັດຖະບານຍີ່ປຸ່ນ ເຜີຍແຜ່ “ວີດີໂອ” ເຕືອນປະຊາຊົນໃຫ້ກຽມພ້ອມຮັບມືກັບແຜ່ນດິນໄຫວຄັ້ງໃຫຍ່ ເຊິ່ງນັກວິທະຍາສາດຄາດວ່າ:ຈະເກີດຂຶ້ນໃນນະຄອນຫຼວງໂຕກຽວ ແລະ ພາກກາງຂອງຍີ່ປຸ່ນໃນມໍ່ໆນີ້.
“ວີດີໂອ”ເຕືອນໄພມີຄວາມຍາວ 13 ນາທີ ໄດ້ເຜີຍຜ່ານທາງໜ້າເວັບໄຊຂອງລັດຖະບານ ເຊິ່ງເປັນ Animation ຈຳລອງຄວາມ
ຄວາມເສຍຫາຍກໍລະນີເກີດແຜ່ນດິນໄຫວຂະໜາດ 7,3 ພ້ອມກັບເຕືອນວ່າ: ເຫດການແຜ່ນດິນໄຫວອາດເກີດຂຶ້ນໄດ້ທຸກເວລາ.
ສໍານັກງານຄະນະລັດຖະມົນຕີຍີ່ປຸ່ນຄາດວ່າ: ເຫດການແຜ່ນດິນໄຫວ ແລະ ໄຟໄໝ້ອາດເຮັດໃຫ້ມີຜູ້ເສຍຊີວິດໃນນະຄອນຫຼວງໂຕກຽວປະມານ 23.000 ຄົນ, ອາຄານ ແລະ ບ້ານເຮືອນຫຼາຍກວ່າ 610.000 ຫຼັງຄາເຮືອນຈະໄດ້ຮັບຄວາມເສຍຫາຍ ໂດຍສະເພາະຜູ້ທີ່ພັກອາໄສຢູ່ໃນບ້ານທີ່ເຮັດຈາກໄມ້.
ໃນຄຼິບຈຳລອງເຫດການສະແດງໃຫ້ເຫັນວ່າ: ຫຼັງຈາກເຫດແຜ່ນດິນໄຫວ ຊາວໂຕກຽວປະມານ 50% ຈາກ 13 ລ້ານຄົນຈະບໍ່ມີນໍ້າອຸປະໂພກ, ບໍລິໂພກ, ເຄື່ອຂ່າຍໂທລະສັບມືຖື 90% ຈະໄດ້ຮັບຄວາມເສຍຫາຍ ແລະ ລັດຖະບານຄາດວ່າ: ອາດໃຊ້ເວລາຫຼາຍອາທິດໃນການຟື້ນຟູລະບົບໂຄງສ້າງພື້ນຖານ ເຊິ່ງລັດຖະບານຈະຈັດສູນຮອງຮັບປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນປະມານ 7,2 ລ້ານຄົນ. ນອກຈາກ ຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ ລັດຖະບານຍັງຄາດວ່າ: ອາດຈະສ້າງຄວາມເສຍຫາຍທາງດ້ານເສດຖະກິດ 95 ລ້ານລ້ານເຢນ.
ທີ່ມາເວັບໄຊຈ໌ Target

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ