ໂພນໂຮງ ກຽມສ້າງ ບ່ອນພັກ ຄົນງານສ້າງທາງລົດໄຟ

F-railway

ປັດຈຸບັນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຊຶ່ງເປັນເມືອງ ທີ່ຈະເລີ່ມລົງມື ສ້າງທາງລົດໄຟ ລາວ-ຈີນ ໃນໄລຍະທໍາອິດນັ້ນ ໄດ້ເລີ່ມກະກຽມ ສ້າງບ່ອນພັກ ໃຫ້ຄົນງານ ຢູ່ໃນເຂດ ບ້ານໃໝ່ ທັງສໍາລັບ ຄົນງານລາວ ແລະ ນັກວິຊາການຈີນ, ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ເວົ້າວ່າ ໃນວັນທີ 21 ກັນຍານີ້ວ່າ:
“ຂະເຈົ້າ ຫາກໍມາ ເຮັດແຄັມ ແລ້ວກະມີ ຄົນລາວ ຢູ່ຫັ້ນ ມີຈຸດດຽວ ແຄັມຢູ່ ບ້ານໃໝ່ ຕາມຄະນະກັມການ ເພິ່ນເວົ້າຫັ້ນກໍວ່າ ເລີ່ມແຕ່ຊ່ວງ ນະຄອນຫລວງ ມາຫາ ແຂວງວຽງຈັນ.” 
ທ່ານເວົ້າວ່າ ປັດຈຸບັນ ນັກວິຊາການຈີນ ເຂົ້າມາ ເມືອງໂພນໂຮງ ແລ້ວ ຈໍານວນນຶ່ງ, ເຊິ່ງຕາມແຜນການ ຈະເຂົ້າມາ 40 ປາຍຄົນ. ສ່ວນກໍາມະກອນ ກໍ່ສ້າງ ຈະໃຊ້ຄົນລາວ ຈໍານວນນຶ່ງ ແລະ ຈໍານວນນຶ່ງ ແມ່ນກໍາມະກອນຈີນ ແຕ່ຍັງບໍ່ຮູ້ ຈໍານວນ. 
ທ່ານກ່າວອີກວ່າ ຫລັງຈາກ ທາງການລາວ ໄດ້ອອກຂ່າວ ເຊິ່ງຄາດວ່າ ໂຄງການທາງລົດໄຟ ລາວ-ຈີນ ຈະເລີ່ມສ້າງ ໃນເດືອນທັນວາ ປີນີ້ແລ້ວ ຕົນເຫັນວ່າ ມີຄວາມເປັນໄປໄດ້ສູງ ຍ້ອນວຽກງານ ຫລາຍຢ່າງ ມີຄວາມພ້ອມແລ້ວ ເປັນຕົ້ນ ການວາງແລວທາງ ແລະ ການກຽມ ອຸປກອນ ກໍ່ສ້າງ. ແລະ ທຸກມື້ນີ້ ຄະນະກໍາມະການ ໄກ່ເກັ່ຍ ສູນກາງ ກໍາລັງໂອ້ລົມ ກັບປະຊາຊົນ ທີ່ຈະຖືກ ຜົນກະທົບ ຈາກໂຄງການນີ້ ເພື່ອທີ່ຈະວາງແຜນ ໃຫ້ເງິນຊົດເຊີຍ ໃນຂັ້ນຕໍ່ໄປ. 
ເຖິງຢ່າງໃດກໍຕາມ, ຕາມແຜນການ ຂອງກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ລະບຸວ່າ ທາງກະຊວງ ອະນຸມັດ ໂຄຕ້າ ສໍາລັບ ການນໍາຄົນງານຈີນ ເຂົ້າມາ ຈໍານວນເກືອບ 2 ພັນຄົນ ໃນໄລຍະທໍາອິດ ຢູ່ເມືອງໂພນໂຮງ ຕາມການສະເໜີ ຂອງບໍລິສັດ ວິສະວະກໍາ ທາງລົດໄຟ ເລກ 2 ຂອງຈີນ ເຊິ່ງເປັນຜູ້ຮັບເໝົາ ກໍ່ສ້າງ ຕາມສັນຍາ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ