ສົງຄາມໂລກເທື່ອທີ່ 3 ເລີ່ມແລ້ວອາເມລິກາແລະນາໂຕ້ປະກາດວ່າຕົນ ແພ້ບໍ່ເປັນ ແຕ່ລັດເຊຍກັບຈີນເວົ້າວ່າເຂົາເຈົ້າຊະນະເຫັນ ໆ


















ການທີ່ເຮົາຈະຮູ້ອະນາຄົດໄດ້ ເຮົາຕ້ອງສຶກສາປະຫວັດສາດ ຄົນບໍ່ຮຽນຮູ້ປະຫວັດສາດ ຄື ຄົົນທີ່ຕາບອດ ແລະຈະບໍ່ມີມື້ປັບຕົວຮອງຮັບກັບອະນາຄົດໄດ້ ການຈະຮູ້ວ່າສົງຄາມໂລກເທື່ອທີ່ 3 ຈະເກີດເມື່ອໃດ ແລະ ທຸກໆປະເທດ ຄົນ ຈະຕ້ອງປັບຕົວ ຕຽມພ້ອມຫຍັງນຳ ຈຶ່ງຕ້ອງຮຽນຮູ້ວ່າຈຸດເລີ່ມສົງຄາມໂລກນັ້ນ ມັນມີສັນຍານບອກຢ່າງໃດ?

ຈຸດກຳເນີດສົງຄາມໂລກ 2 ເທື່ອທີ່ຜ່ານມາ ກໍບໍ່ພົ້ນສາເຫດເດີມໆ ຄືການ ຂະຫຍາຍອິດທິພົນທາງທະຫານ ການແຂ່ງຂັນດ້ານອາວຸດ  ການຮຸກຮານແຍ່ງຊິງດິນແດນຂອງນັກລ່າອານານິຄົມຊາວຕະເວັນຕົກ ເພາະເກີດຄວາມໂລບ ທີ່ຢາກໄດ້ ແລະ ເພື່ອແຍ່ງຊິງຊັບພະຍາກອນຈາກຊົນຊາດອື່ນໆ ທີ່ພວກເຂົາມີຢູ່ອຸດົມສົມບູນ 
ການຮົບກັນຊ່ວງທຳອິດ ຂອງສົງຄາມໂລກທີ່ຜ່ານມາຈະເລີ່ມຈາກຈຸດນ້ອຍ ພື້ນທີ່ປະເທດດຽວກ່ອນເປັນສົງຄາມຕົວແທນແລ້ວຂະຫຍາຍຄວາມຂັດແຍ້ງລຸກລາມໄປເລື່ອຍ ສົງຄາມໂລກເທື່ອທີ່ 1 ຫລື ມະຫາສົງຄາມ ເປັນສົງຄາມໃຫຍ່ທີ່ມີສູນກາງຢູ່ໃນ ຍຸໂຣບ ເກີດຂຶ້ນເມື່ອ 101 ປີມາແລ້ວ ທຸກປະເທດມະຫາອຳນາດຂອງໂລກ ຮ່ວມໃນສົງຄາມ
 ສາເຫດມາຈາກການສ້າງກອງທັບ ຂະໜາດໃຫຍ່ເພື່ອແຂ່ງຂັນກັນຂະຫຍາຍອຳນາດ  ແຂ່ງຂັນຜະລິດເຮືອຮົບຂະໜາດໃຫຍ່ ແລະແຂ່ງຂັນຜະລິດອາວຸດຍຸດໂທ ສົ່ງຜົນໃຫ້ຄ່າໃຊ້ຈ່າຍດ້ານການທະຫານຂອງປະເທດໃນຍຸໂຣບເພີ່ມຂຶ້ນ 50 %  ການປະທະກັນເທື່ອທຳອິດ ຂອງສົງຄາມໂລກເທື່ອທີ່ 1 ເກີດຂຶ້ນເມື່ອຂໍ້ຕົກລົງລະຫວ່າງປະເທດລົ້ມເຫລວ
 ບໍ່ເຄົາລົບກະຕິກາຂອງໂລກ ໃນເທື່ອນັ້ນເລີ່ມການຮົບໃນອານານິຄົມອັງກິດ ຝະຫລັ່ງເສດແລະ ເຍີລະມັນນີ ໃນແອັຟຼິກກາ ມີການຕໍ່ສູ້ໂຫດຮ້າຍແລະປ່າເຖື່ອນ ຕໍ່ມາຂະຫຍາຍເຂົ້າໄປໃນອານາຈັກຕະເວັດນອອກໃຫຍ່ ທີ່ມີອານາເຂດທີ່ຄອບຄຸມເຖິງ 3 ທະວີບໄດ້ແກ່ ເອເຊຍ ແອັບຟຼິກກາ ແລະ ຍຸໂລບ ຊຶ່ງຂະຫຍາຍໄປໄກສຸດເຖິງຊ່ອງແຄບຍິບລອນຕາທາງຕະເວັນຕົກ

ນະຄອນວຽນນາທາງທິດເໜືອ ທະເລດຳທາງທິດຕະເວັນອອກ ແລະອີຍິບທາງທິດໃຕ້ ມີສູນກາງຢູ່ທີ່ຕວກກີໃນປະຈຸບັນ  ມະຫາອຳນາດທັງສອງຝ່າຍຮົບກັນຍາວ-ນານ 4 ປີ 3 ເດືອນ ທ້າຍສຸດມີທະຫານກວ່າ 70 ລ້ານຄົນ ຊຶ່ງເປັນທະຫານຍຸໂຣບ 60 ລ້ານ ຄົນ ຖືກລະດົມເຂົ້າສູ່ສົງຄາມໃຫຍ່ ທະຫານ ແລະ ປະຊາຊົນໃນສະໜໍຫມໍລະພູມສົງຄາມຕາຍກັນຢ່າງຫລວງຫລາຍຈໍານວນຫລາຍລ້ານຄົນ

ພໍມາເຖິງສົງຄາມໂລກເທື່ອທີ່ 2  ເກີດພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ ຂະຫຍາຍເປັນຄວາມຂັດແຍ້ງທາງທະຫານເມື່ອ 70 ປີທີ່ແລ້ວກ່ຽວຂ້ອງກັບປະເທດມະຫາອຳນາດທັງໝົດ  ລວມຕົວກັນເປັນຄູ່ສົງຄາມ 2 ຝ່າຍ ລະຫວ່າງສົງຄາມມີການລະດົມທະຫານກວ່າ 100 ລ້ານຄົນ ໃນລັກສະນະຂອງ ສົງຄາມເບັດສຳເລັດ ມີຄົນຕາຍຫລາຍກວ່າ 60 ລ້ານຄົນ

ປະກອບໄປດ້ວຍທະຫານກວ່າ 22 ລ້ານຄົນ ແລະ ປະຊາຊົນພົນລະເມືອງກວ່າ 40 ລ້ານຄົນ ສາເຫດເສຍຊີວິດຂອງປະຊາຊົນສ່ວນໃຫຍ່ ມາຈາກພະຍາດລະບາດ ການອົດອາຫານ ການຂ້າຟັນ ແລະ ການທຳລາຍພືດພັນອາຫານ ຖືຄວາມຕາຍຄອບງຳມວນມະນຸດສະຊາດແລະອະເມລິກາຂົນລະເບີດນິວເຄຍ໌ມາຖິ້ມໃສ່ພົນລະເມືອງຍີ່ປຸ່ນທີ່ບໍ່ກ່ຽວໃດໆ ກັບການທະຫານທັງສິ້ນຕາຍໄປກວ່າ 2 ແສນຄົນ ບາດເຈັບອີກນັບບໍ່ຖ້ວນ

ດັ່ງນັ້ນນາທີນີ້ຖ້າບໍ່ຮຽກວ່າສະໝໍລະພູມຕາເວັນອອກກາງວ່າ ສົງຄາມໂລກເທື່ອທີ່ 3 ຮູບແບບໃໝ່ ກໍບໍ່ຮູ້ຈະຮຽກວ່າຫຍັງໄດ້ ເພາະປະເທດທີ່ປະກາດຕົວເຂົ້າຮ່ວມສົງຄາມເທື່ອນີ້ຢ່າງເປັນທາງການກໍ 34 ປະເທດ ເຂົ້າໄປແລ້ວ  ແຍກລະບອບອະນຸຮັກສັງຄົມນິຍົມ ອອກຈຳນວນ 6 ປະເທດ ຄືລັດເຊຍ ຈີນ ອິຫລ່ານ ຊີເລຍ ອິຮັກ ເຍເມນ

ແລະຝ່າຍມານລັດທິປະຊາທິປະໄຕ 28 ປະເທດ ຄື ອະເມລິກາ ແລະນາໂຕ້ທີ່ບົງການຄອບອີກຊັ້ນໜຶ່ງດ້ວຍກຸ່ມທຶນນິຍົມ ຕິທີ່ມີອຳນາດເໜືອລັດຖະບານ ຄວາມຄ້າຍຂອງຈຸດກຳເນີດສົງຄາມໂລກເທື່ອທີ່ 1 ກັບສົງຄາມໂລກເທື່ອທີ່ 3 ນີ້  ມີປັດໄຈໃກ້ຄຽງກັນ ຄື ເສດຖະກິດໃນຊາດຕະເວັນຕົກຕົກຕ່ຳຕິດເຫວ  ການແຂ່ງຂັນການຜະລິດອາວຸດຈົນລົ້ນຕະຫລາດ

ການສ້າງກອງທັບ​​ຂະໜາດໃຫຍ່ເພື່ອແຂ່ງຂັນກັນຂະຫຍາຍອຳນາດ  ແຂ່ງຂັນຜະລິດອາວຸດຍຸດໂທ ການບໍ່ເຄົາລົບກະຕິກາໂລກຂອງຊາດມະຫາອຳນາດ ຄ່າໃຊ້ຈ່າຍດ້ານການທະຫານຂອງປະເທດໃນຍຸໂລບເພີ່ມຂຶ້ນ 50 %  ການຮຸກຮານແຍ່ງຊິງດິນແດນຂອງນັກລ່າອານານິຄົມຊາວຕະເວັນຕົກ ການແຍ່ງຊິງຊັບຢາກອນຈາກຊົນຊາດ  ແລະຄວາມບໍ່ສົມດຸນຂອງຂົ້ວອຳນາດໂລກ

ການເລີ່ມພື້ນທີ່ສົງຄາມຈາກອະດີດມາທີ່ ອານາຈັກ ອອ໊ດໂຕມັນ ມີຄົນອາຣັບ ຕາຍຈາກການເຂັ່ນຂ້າຂອງເມລິກາ ແລະ ນາໂຕ້ ໄປແລ້ວບໍ່ຕ່ຳກວ່າ 250,000 ຄົນແລ້ວ ຂະຫຍາຍລຸກລາມເຂົ້າໄປໃນຕວກກີ ແລະ ຍຸໂລບ  ໃນຮູບແບບການອົບພະຍົບຜູ້ຄົນລີ້ໄພສົງຄາມບໍ່ຕ່ຳກວ່າ 4 ລ້ານຄົນເຂົ້າໄປຍຸໂລບ  ຮຽກໄດ້ວ່າສົງຄາມໃນຊີເລຍ ແລະ ອິຮັກຄາວນີ້ປັດໄຈເໝືອນສົງຄາມໂລກເທື່ອທີ່ 1 ບໍ່ມີຜິດພ້ຽນ

ລ່າສຸດປະເທດອິສລາມ ໄດ້ປະກາດວ່າໄດ້ທົດສອບຍິງຂີບປະນາວຸດຂ້າມທະວີບປະສົບຜົນສຳເລັດແລ້ວ ແລະສາມາດຍິງໄດ້ເຖິງອັງກິດແລະອາເມລິກາໄດ້ຢ່າງສະບາຍສ່ວນທະຫານຊີເລຍໄດ້ລາຍງານວ່າກວດພົບເຄື່ອງບິນຮົບ F16 ຈຳນວນ 2 ລຳຕິດປ້າຍອາເມລິກາ ບິນຝ່າເຂົ້າໄປໃນນ່ານຟ້າ ຊີເລຍ ເຂດທີ່ລັດຊຽຍປະກາດຫ້າມປະຊາປະໄຕບິນ

ຈາກນັ້ນມຸ້ງເຂົ້າທຳລາຍເປົ້າໝາຍພົນລະເມືອງ  ໂດຍຈູ່ໂຈມທຳລາຍອາຄານແລະແຫລ່ງພະລັງງານຂອງເມືອງ ອັນລຸດວານິຢາ ຊຶ່ງຢູ່ທາງຕະເວັນອອກຂອງເມືອງອະເລບໂປ ເຮັດໃຫ້ເກີດໄຟຟ້າດັບ  ເພາະອະເມລິກາຕ້ອງການລອງຂອງລັດເຊຍ ແລະ ຍົວະໃຫ້ຮ້າຍເພື່ອຍິງເຄື່ອງບິນ ຂອງເມລິກາກ່ອນ ຈະໄດ້ເປັນຂໍ້ອ້າງໃນການປະກາດສົງຄາມໄດ້ຢ່າງເຕັມຮູບແບບ

ສ່ວນອັງກິດກໍບໍ່ເບົາ ຖະແຫຼງຂ່າວຕໍ່ສື່ ຍິວໄຊອໍນິດວ່າອັງກິດເປັນຕົວແທນນາໂຕ້ 28 ຊາດ ແລະຈະຍິງເຄື່ອງບິນຮົບຂອງລັດເຊຍໃນເຂດນ່ານຟ້າຂອງອິຣັກ ໂດຍອັງກະຫລົດຈະໃຊ້ຝູງບິນຮົບTornado Royal Air Force Fighter ຊຶ່ງຕິດຕັ້ງຂີປະນາວຸດແບບ Air to Air ເຂົ້າຕໍ່ສູ້ກັບລັດເຊຍແບບຕາຕໍ່ຕາແຂ້ວຕໍ່ແຂ້ວທັນທີ.. ເອີ.. ລັດເຊຍພວກເຂົາຖະຫລົ່ມກຸ່ມກໍ່ການຮ້າຍບໍ່ແມ່ນບໍ່ ແລ້ວອັງກິດເປັນເດືອດເປັນຮ້ອນແຄ້ນແທນໃຜ ?

ສ່ວນອາເມລິກາຕຽມແຍ່ຈີນໂດຍສົ່ງເຮືອຮົບເຂົ້າໄປໃນເຂດ 12 ໄມລ໌ ທະເລໃນໝູ່ເກາະສະແປດລີ ທະເລຈີນ ທີ່ຈີນສ້າງປະພາຄານສິ່ງປູກສ້າງເທິງເກາະກາງທະເລ ແລະ ມີເຮືອຮົບພ້ອມເຮືອດຳນຳແລະ ເຄື່ອງບິນຮົບຂອງຈີນຫນາແຫນ້ນທີ່ສຸດໃນໂລກ ໂດຍເມລິກາຫວັງໃຫ້ຈີນລະດົມຍິງໃສ່ຕົນກ່ອນຈາກນັ້ນຈະລະດົມທະຫານຍີ່ປຸ່ນທີ່ແກ້ກົດຫມາຍເຂົ້າສູ່ສົງຄາມແລ້ວມາຕໍ່ສູ້ກັບຈີນ

ຫວັງປັ້ນສະໝໍລະພູມພື້ນທີ່ສົງຄາມເອເຊຍໃຫ້ຄ້າຍສົງຄາມໂລກເທື່ອທີ່ 2 ເພາະແມ່ນສົງຄາມຈະເກີດຢ່າງໜັກໜ່ວງພຽງໃດທີ່ຕາເວັນອອກກາງ ແລະ ຍຸໂລບແຕ່ຈຸດຊີ້ຂາດໄຊຊະນະຈະບໍ່ແມ່ນທີ່ຍຸໂລບເໝືອນສົງຄາມໂລກເທື່ອທີ່ 1 ແລະ 2 ແຕ່ຫາກມະຫາອຳນາດຊາດໃດຢຶດທະເລຈີນໃຕ້ ແລະຊ່ອງແຄບມະລາກາໄດ້ກໍຈະເປັນຝ່າຍກຳໄຊໃນການສູ້ຮົບສົງຄາມໂລກ ລະບອບໃໝ່ນີ້

ສ່ວນການສູ້ຮົບໃນສົງຄາມສະໝໍລະພູມຊີລຽຍ ຕອນນີ້ນັ້ນ ລັດເຊຍໄດ້ສົ່ງເຄື່ອງບິນຮົບຂອງກອງທັບອາກາດຖິ້ມລະເບີດ ແລະ ຂີປະນາວຸດໂຈມຕີທຳລາຍກອງບັນຊາການຕ່າງ ໆ ຂອງກອງກຳລັງ IS CIA ຝ່າຍປະຊາທິປະໄຕ ຫລາຍເຖິງ 60 ຈຸດໃນຊ່ວງພຽງແຕ່ມື້ດຽວ  ພື້ນທີ່ແຂວງ ຮັກກາ ຂອງຊີເລຍແລະຈຸດນີ້ສາມາດເຮັດໃຫ້ກອງກຳລັງ IS CIA ອະເມລິກາແປສະພາບເປັນປຸ໋ຍຮາກຕົ້ນມ່ວງເກືອບ 200 ລາຍ

ສັງຫານຜູ້ບັນຊາການພາກສະໜນາມລະດັບອາວຸໂສຂອງອາເມລິກາ 2 ລາຍລວມໄປເຖິງຖານບັນຊາການແຫ່ງໜຶ່ງ ແລະ ຄັງເກັບລູກປືນໃນຄຸກເກົ່າໃກ້ເມືອງ ອາເລບໂປ  ຂ້າຝ່າຍອາເມລິກາໄປອີກຫລາຍເຖິງ 100 ລາຍ  ລວມທັງລະເຫດຄ້າຍຝຶກກອງກຳລັງ IS CIA ຂອງອາເມລິກາ ໃນແຂວງ ລາຕາເຄຍ ແລະ ອິດລິບ ກາຍເປັນອາກາດພິດ ຖືເປັນການຈູ່ໂຈມທີ່ໜັກໜ່ວງທີ່ສຸດຂອງລັດເຊຍນັບຕັ້ງແຕ່ ເລີ່ມໂຈມຕີ
ປະທານາທິບໍດີປູຕິນ ທີ່ເຕີບໂຕໃນອາຊີບມາຈາກ KGB ໄດ້ຊື່ວ່າສຸຂຸມລຸ່ມເລິກສະເໝີ ພວກເຂົາໃຫ້ສຳພາດໂທລະພາບລັດເຊຍ ໃນກາຖະຫລົ່ມກອງກຳລັງ IS CIA ຂອງອາເມລິກາໃນຊີເລຍດ້ວຍມິດໄຊ໌ ວິຖີໄກ 1,500 ກມ. ຈາກເຮືອຮົບກາງທະເລ ວ່າ ເຮົາໂຈມຕີດ້ວຍແຜນທີ່ເໜືອຄວາມຄາດໝາຍຂອງ ຫນ່ວຍຂ່າວຂອງອາເມລິກາໂດຍຕັດສິນໃຈປ່ອຍຂີປະນາວຸດຈາກເຮືອຮົບໃນທະເລແຄດປ້ຽນ

ສາຍຂ່າວອາເມລິກາຖືວ່າດີທີ່ສຸດໃນໂລກ ແຕ່ພວກ ເຂົາກໍຍັງບໍ່ສາມາດຄາດການ ແຜນການໂຈມຕີຂອງເຮົາໄດ້ ເປັນການເຍາະເຍີ້ຍອາເມລິກາວ່າສະຫລາດນ້ອຍ ແລະ ກອງທັບລັດເຊຍນັ້ນ ສາມາດຈູ່ໂຈມອາເມລິກາດ້ວຍຂີປະນາວຸດຈາກທຸກຫົນແຫ່ງໃນໂລກແບບທີ່ CIA ແລະ ເພນຕາກອນຄາດບໍ່ເຖິງ

ແລະທີ່ແສບຊວງຍິ່ງກວ່າຂີ້ກາກຖືກທາຊີມ່າໂລຊັ່ນ ຄື ກຸ່ມ IS CIA ຂອງອາເມລິກາເບີ່ງຜູ້ຍິງວ່າບໍ່ມີສິດທິເສລີພາບໃດ ໆ ລັດເຊຍຈຶ່ງແກ້ເຜັດໂດຍສົ່ງນັກບິນຍິງສາຍາ ເສືອອາກາດໄປຖິ້ມລະເບີດຖະຫລົ່ມກອງກຳລັງອາເມລິກາ  ເປັນສິ່ງດຽວທີ່ເຮັດຮ້າຍຈິດໃຈກຸ່ມ IS CIA ຫລາຍ  ເພາະຖ້າຕາຍຈະບໍ່ໄດ້ໄປສະຫວັນຖ້າຖືກຂ້າໂດຍຜູ້ຍິງ

ແລະ ນີ້ຄືກັບຕັນ Svetlana Kapanina ນັກບິນລັດເຊຍຈົບປະລິນຍາໂທດ້ານກີລາຂອງລັດເຊຍ ທີ່ຖິ້ມລະເບີດໃສ່ອະເມລິກາໄປເປີດເພງຟັງໄປດັ່ງທີ່ຫລາຍຄົນໄດ້ເຫັນໃນຄິບວິດີໂອທີ່ຝ່າຍລັດເຊຍເອົາມາເຜີຍແຜ່ ເຍາະເຍີ້ຍອາເມລິກາໄປທົ່ວ.. ໂອ.. ມັນຊ່າງຊ້ຳໃຈຫຼາຍ ທີ່ເອົາຜູ້ຍິງມາຂ້າກັນ.. ນີ້ແຫລະທີ່ພວກເຂົາຮຽກວ່າ ແສບ ແລະ ໂຫດ ລັດເຊຍ !! 
ສ່ວນລັດທິປະຊາທິປະໄຕຖະແຫຼງຂ່າວວ່າ ຈະຍົກລະດັບການ ສະໜັບສະໜູນກະບົດ ທີ່ກຳລັງສູ້ຮົບກັບລັດເຊຍ ແລະ ຊີເລຍໂດຍຈະເອົາພາສີ ອາເມລິກາ ມາຊື້ແພກເກັດອາວຸດແລະຍຸດໂທອຸປະກອນສື່ສານແລະລູກປືນ ແລ້ວໄປແຈກກັບແກນນຳກະບົດແລະກອງກຳລັງ IS CIA ແລະຈະໃຫ້ການສະໜັບສະໜູນທາງອາກາດກັບກະບົດເພື່ອສູ້ກັບລັດເຊຍດ້ວຍ
 ລ່າສຸດສະຖານນະການສູ້ຮົບໃນສົງຄາມໂລກເທື່ອໃໝ່ ລຸກລາມເຖິງຂັ້ນເລີ່ມປະຈັນບານກັນດ້ວຍລົດຖັງນານາຊະນິດແລ້ວໂດຍຝ່າຍອາເມລິກາຖືກໂຈມຕີພ່າຍແພ້ຍ່ອຍຍັບຖືກກວາດລຽບ ແລະ ພົບກອງກຳລັງ IS CIA ຂຶ້ນລົດປິກອັບຍີ່ຫໍ້​​ໂຕໂຍຕ້າ ທີ່ຝ່າຍເພນຕາກອນ ເຄີຍຈັດຊື້ລົດຍີ່ຫໍ້ນີ້ປະມານ 3,000 ຄັນ ຜ່ານຈາກຫລາຍປະເທດ ເຊັ່ນ ອອດເຕເລຍຫລືແມ່ນແຕ່ຈາກໂຮງງານໃນອະເມລິກາເອງທີ່ຍີ່ປຸ່ນຫາກໍ່ປະກາດປິດສາຍການຜະລິດ

ຝ່າຍຈີນກໍ່ເຮັດສົງຄາມການເງີນແບບງຽບໆ ໃນຊ່ວງ 3 ປີທີ່ຜ່ານມາເງີນຫຍວນຂອງຈີນໄດ້ຂະຫຍັບແຊງໜ້າສະກຸນເງີນສາກົນແລ້ວເຖິງ 7 ສະກຸນແລະ ຈົນເຖິງເດືອນສິງຫາກ2558 ທີ່ຜ່ານມາປະເທດທີ່ໃຊ້ເງີນຫຍວນຊຳລະໜີ້ມີປະມານ 100 ປະເທດ  ມີການຊຳລະດ້ວຍເງີນຫຍວນກວ່າ 90% ເກີດຂຶ້ນໃນ 10 ປະເທດ ເຊັ່ນສິງກະໂປ ໃຊ້ເງີນຫຍວນສູງເຖິງ 24.4% ຮອງລົງມາຄືປະເທດອັງກິດ21.6% ທີ່ເລີກໃຊ້ເງີນດອນລາ ແລະ ລຸດການໃຊ້ເງີນປອນແລະຍູໂລ

ແຕ່ທີ່ໜ້າສຽວທີ່ສຸດທ່າມກາງອຸນຫະພູມສົງຄາມໂລກໃນຕາເວັນອອກກາງທີ່ເພີ່ມ ຄວາມເດືອດລະອຸ ຄືພະຍາມັງກອນຕົດເປັນໄຟ ໄດ້ສົ່ງກອງທັບຊ່ວຍພະຍາໝີຂາວແລ້ວ  ໂດຍຈີນສົ່ງເຮືອບັນທຸກເຄື່ອງບິນພ້ອມຝູງບິນ J-15 ໄປຮ່ວມກັບລັດເຊຍໃນການຖະຫລົ່ມຝ່າຍ IS CIA ຂອງອະເມລິກາແລະນາໂຕ້  ໂດຍເຄື່ອງບິນຮົບ J-15 ນີ້ເປັນເຄື່ອງບິນຂັບໄລ່ທີ່ພັດທະນາເອງໂດຍຈີນ

ເປັນເຄື່ອງບິນປະຈຳເຮືອບັນທຸກເຄື່ອງບິນທີ່ພັດທະນາຕໍ່ມາຈາກເຄື່ອງບິນຮົບ Su-33 Flanker ຂອງລັດເຊຍ ໂດຍຈີນໄດ້ຮັບພັດທະນາການຕົວແບບມາຈາກ Su-33 ໂດຍລະບົບ Avionics ແລະລະບົບອາວຸດທີ່ໃຊ້ກັບ J-15 ທັງໝົດຈະເປັນລະບົບທີ່ຈີນພັດທະນາຂຶ້ນເອງ ທັງລະບົບເລດາແບບ AESA ລະບົບສົງຄາມອິເລັກທໍນິກສ໌

ແລະຈີນຍັງເປີດໜ້າຮົບກັບອັງກິດ ແລະນາໂຕ້  ໂດຍສົ່ງ Combat drone CH-4B ມາເຖິງອິຣັກຮຽບຮ້ອຍແລ້ວພ້ອມສົ່ງເຈົ້າຫນ້າທີ່ມາສອນການຄວບຄຸມເຖິງທີ່ອິຮັກ Air Force base ອີກດ້ວຍ ຖືເປັນການສົ່ງທະຫານຮົບນອກເຮືອນເປັນເທື່ອທຳອິດໃນຮອບ 70 ປີ ຫລັງສົງຄາມໂລກເທື່ອທີ່ 2 ໂດຍຈີນນຽນຫລາຍ ຄືໃຫ້ ອິຮັກ ແລະຊີເລຍສົ່ງຫນັງສືຂໍຄວາມຊ່ວຍເຫລືອຢ່າງເປັນທາງການ ເໝືອນທີ່ລັດເຊຍໄດ້ຮັບມາກ່ອນໜ້າ
 ການມາຂອງຈີນໃນເທື່ອນີ້ເປັນການສະແດງອອກຊຶ່ງຄວາມສຳພັນທີ່ເປີດເຜີຍລະຫວ່າງຝ່າຍທຶນນິຍົມຕາເວັນ ອອກ ຈີນ ລັດເຊຍ ແລະ ອິຫລ່ານ ທີ່ຈະຈັບມືກັນເຮັດສົງຄາມ ຕໍ່ຕ້ານອິດທິພົນຂອງອາເມລິກາແລະນາໂຕ້ ໃນຕະເວັນອອກກາງແລະພູມິພາກອື່ນ ສົງຄາມໂລກເທື່ອທີ່ 3 ເທື່ອນີ້ຈະໄດ້ເຫັນອານຸພາບທາງການທະຫານຂອງຈີນທີ່ຜະຫງາດຂຶ້ນມາຕິດອັນດັບກອງທັບ ທີ່ໃຫຍ່ທີ່ສຸດໃນໂລກໄປແລ້ວ

ພຽງແຕ່ລັດເຊຍປະເທດດຽວ ກໍກວາດກອງກຳລັງ IS CIA ລົງໄປເຮັດປຸ໋ຍຕົ້ນໝາກມ່ວງແລ້ວກວ່າ 300 ລາຍໃນມື້ດຽວ ແລະຈີນເປີດໜ້າມາຊ່ວຍອິຣັກແລ້ວແບບນີ້ ໃນບໍ່ດົນຕໍ່ຈາກນີ້ສະໝໍລະພູມຮົບຈຸດນີ້ຈະດຸເດືອດເລືອດພ່ານຫລາຍກວ່າເດີມອີກຫລາຍສິບ ເທົ່າ ອະເມລິກາແລະນາໂຕ້ຈະສົ່ງອາວຸດມາໃຫ້ທະຫານຕ່າງຊາດຂອງຝ່າຍຕົນເອງແບບຫຼາກຫຼາຍເລີຍ

ແລະຝ່າຍລັດເຊຍ ແລະຈີນກໍຈະຫັນໄປໃຊ້ອາວົດຂະໜາດໃຫຍ່ປະເພດເຂົ້າຫລາມຄົນຍັກແທນປືນກົນທຳມະດາ ຖິ້ມລົງໄປແຕ່ລະທີເກັບກວາດໄດ້ຮຽບຮ້ອຍກ້ຽງສະນິດ ແລະໂລກຈະຕະລຶງເມື່ອຈີນເປີດສາລະພັດອາວຸດທີ່ຊຸ່ມພັດທະນາໄວ້ຫລາຍພັນປີເພື່ອມາລ້າງຮອຍແຄ້ນສົງຄາມໂລກເທື່ອທີ່ 2ໃນເທື່ອນີ້ ເພາະຈີນຍັງມີໄມ້ຕາຍທີ່ຝ່າຍອະລິກາ ແລະນາໂຕ້ຈະຕ້ອງງົງງວຍແນ່ນອນ

ດ້ວຍກອງທັບລັບ 8 ເທພອະສູນມັງກອນຟ້າ , 18 ຝ່າມືພິຊິດມັງກອນ, ຝ່າມືອໍລະຫັນ, ຝ່າມືສະຫຍົບມັງກອນສິບແປດທ່າ, ຄຳພີປ່ຽນເສັ້ນເອັນ, ດາບມັງກອນຫຍົກ , ກະບີ່ຂາດທຽມທານ, ຂຸນສຶກຕະກູນ​​ຫຍາງ, ກ໊ວຍເຈ໋ງ, ຮຸ້ນປວົຍຮ້ຽງ, ໄອ້ກັນກັບນາໂຕ້ ໜາວຂີ້ແຕກຂີ້ແຕນແນ່ນອນ.. ຮາ!!
ແປໂດຍ: Laosstyle 

ທີ່ມາ http://topsecretthai1.blogspot.com/2015/10/3_12.html?spref=fb

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ