ນິທານກ່ອນນອນ

ເມື່ອກ່ອນໄດ້ມີຜູ້ຍິງຄົນໜຶ່ງລາວຕາບອດຕັ້ງແຕ່ກຳເນີດ ຖານະກໍ່ບໍ່ດີປານໃດລາວຊັງໂຕເອງທີ່ເບິ່ງບໍ່ເຫັນ ແລະ ລາວກະຊັງທຸກຄົນທີ່ຢູ່ອ້ອມຂ້າງລາວໆ ຍັງມີອັກຄະຕິກັບທຸກຄົນໄປໝົດ ລາວບໍຍອມເຂົ້າສັງຄົມ ບໍ່ເຂົ້າກັບຜູ້ຄົນ ມີມື້ໜຶ່ງມີຜູຊາຍຄົນໜຶ່ງເຂົ້າມາໃນຊີວິດລາວ ຜູ້ຊາຍຄົນນັ້ນເປັນຄົນທຳມະດາ ຖານະກະບໍ່ດີ ລາວຕົກຫຼຸມຮັກຍິງຕາບອດຄົນນັ້ນ ຈົນໜົດຫົວໃຈ ຕອນທຳອິດຍິງຕາບອດບໍ່ຍອມຝັງເຫດຜົນຂອງລາວເລີຍບໍ່ວ່າເລື່ອງຍັງ ເພາະລາວຄິດວ່າບໍ່ມີໃຜມາຈິງຈັງ ແລະ ຮັກແທ້ກັບຄົນຕາບອດດອກລາວປະຕິເສດຜູ້ຊາຍຄົນນັ້ນທຸກຢ່າງ ແຕ່ຊາຍຄົນນັ້ນກໍ່ບໍຍອມຖອດໃຈເຮັດທຸກຢ່າງເພື່ອໃຫ້ຍິ່ງຕາບອດ ຍອມຮັບແລະເຊື່ອວ່າລາວຮັກແທ້ ລາວເຮັດທຸກຢ່າງເປັນທັງຕາເປັນທັງມືແລະຕີນ ບົວລະບັດຍິງຕາບອດຕິດຕໍ່ກັນເປັນເວລາໜຶ່ງເດືອນ ຈົນສຸດທ້າຍຍິງຕາບອດກໍ່ຍອມໃຈອ່ອນ ຍອມຮັບຮັກ ອັນບໍລິສຸດຂອງລາວ ແລ້ວລາວກໍ່ຖາມຍິງຕາບອດວ່າເຈົ້າພ້ອມທີ່ຈະແຕ່ງງານກັບຂ້ອຍລະບໍ? ຍິງຕາບອດເອີ່ຍປາກຂື້ນມາທັນທີວ່າ.. ຂ້ອຍຍັງບໍ່ພ້ອມທີ່ຈະສ້າງຄອບຄົວກັບໃຜຂ້ອຍຢາກເບິ່ງເຫັນກ່ອນຈຶ່ງຊິແຕ່ງງານກັບເຈົ້າ ຊາຍຄົນນັ້ນກໍ່ ຮູ້ສຶກໝົດຄວາມຫວັງ ເພາະບໍ່ມີຄຳຫລາຍພໍທີຈະຫາດວງຕາມາໃຫ້ລາວນອກຈາກຈະມີຜູ້ມາບໍລິຈາກ ລາວຄິດຫຫຍັງບໍ່ອອກໝົດຫົນທາງ ນອກຈາກວ່າຕ້ອງລໍຖ້າຕົນມາບໍລິຈາກ ເວລາຜ່ານມາໄດ້ສາມປີແລ້ວລາວຮູ້ສຶກວ່າອາຍຸຫຼາຍຂື້ນເກີນໄວສ້າງຄອບຄົວແລ້ວແຕ່ຍັງບໍ່ເຫັນວີແວວວ່າຊິມີຄົນມາບໍລິຈາກ ຢູ່ມາອີກເດືອນໜຶ່ງມື້ນັ້ນກໍ່ມາຮອດ ມີຜູ້ໃຈບຸນມາບໍລິຈາກດວງຕາໃຫ້ຍິງຕາບອດທັງສອງຂ້າງ ຍິ່ງຕາບອດກໍ່ໄດ້ຮັບການຜ່າຕັດທັນທີ່ ຫຼັງຈາກຜ່າຕັດໄດ້2ອາທິດ ກໍ່ໄດ້ເວລາເປີດຕາ ຊາຍຄົນນັ້ນກໍ່ຈັບມື້ໄວ້ບໍ່ປອດຄອຍໃຫ້ກຳລັງໃຂຢູ່ສະເໝີ ແລ້ວກໍ່ເວົ້າວ່າອີກບໍ່ຮອດ10ນາທີເຈົ້າກະຊິເບິ່ງເຫັນແລ້ວເຮົາກໍ່ແຕ່ງງານກັນສ້າງຄອບຄົວນຳກັນຍິງຄົນນັ້ນຮູ້ສຶກດີໃຈຫຼາຍເພາະມັນເປັນມື້ທີ່ລາວຈະໄດ້ເບິ່ງເຫັນໂລກໃບນີ້ ແລະ ຜູ້ຊາຍທີ່ຮັກລາວ ...ແຕ່ມັນບໍ່ເປັນຢ່າງທີ່ຄິດ ພໍເປີດຕາຂື້ນມາລາວກໍ່ເຫັນຜູ້ຊາຍທີ່ຈັບມືລາວຢູ່ນັ້ນຕາບອດທັງສອງຂ້າງ ລາວເວົ້າຫຍັງບໍ່ອອກ ຊາຍຄົນນັ້ນກໍ່ເວົ້າວ່າບາດນີ້ເຈົ້າໄດ້ເບິ່ງເຫັນແລ້ວ ເຖິງເວລາທີ່ເຮົາຈະໄດ້ສ້າງຄອບຄົວນໍາກັນແລ້ວມື້ນີ້ເປັນມື້ທີ່ຂ້ອຍດີໃຈທີ່ສຸດ..ແລ້ວລາວກໍ່ໄດ້ຖາມຜູ້ຍິງວ່າເຈົ້າເດພ້ອມທີ່ຈະແຕ່ງງານກັບຂ້ອຍລະບໍ? ຜູ້ຍິ່ງຕອບຂື້ນມາທັນທີວ່າ...ຂ້ອຍແຕ່ງງານກັບເຈົ້າບໍ່ໄດ້ດອກ..! ເຈົ້າຕາບອດທັງສອງຂ້າງເຈົ້າຊິເອົາປັນຍາມາແຕ່ໃສລ້ຽງຂ້ອຍ..ຂ້ອຍຕ້ອງການຄົນມາເບິ່ງແຍງຂ້ອຍແລະປົກປ້ອງຂ້ອງ ບໍ່ແມ່ນຊິເອົາມາເປັພາລະ ເປັນຕົວຖ່ວງຄວາມຈະເລີນຂ້ອຍ..ພໍໄດ້ຍິນແບບນັ້ນລາວກໍ່ເຮັດຫຍັງບໍ່ຖືກທີ່ໄດ້ຍິນຄຳເວົ້າແບບນັ້ນອອກມາຈາກປາກຄົນທີ່ລາວຮັກສຸດຫົວໃຈຍ້ອມເຮັດໃຫ້ທຸກຢ່າງເພື່ອໃຫ້ຄົນທີ່ລາວຮັກມີຄວາມສຸກ.. ແລ້ວລາວກໍ່ລຸກຂື້ນແລ້ວຍ່າງອອກໄປແບບຊ້າໆແລ້ວຄິດໃນໃຈວ່າຄັນຊັ້ນເຈົ້າກະຮັກສາດວງຕາຂອງຂ້ອຍໄວ້ດີໆເດີ😭😭

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ