ລະວັງໃນລະຫວ່າງ ວັນທີ 21-25/10/2016 ພາຍຸສາລິກາດ້ວຍຄວາມໄວລົມ 75 ກິໂລແມັດຕໍ່ຊົ່ວໂມງ

ກົມອຸຕຸນິຍົມວິທະຍາ ເຂດຕາເວັນອອກສ່ຽງເຫນືອ ລາຍງານວ່າ

     ໃນລະຫວ່າງ ວັນທີ 21-25/10/2016 ພາຍຸສາລິກາດ້ວຍຄວາມໄວລົມ 75 ກິໂລແມັດຕໍ່ຊົ່ວໂມງ, ຈະພາດຜ່ານ ເຂດທາງພາກເຫນືອ ແລະ ພາກກາງບາງສ່ວນ ລັກສະນະເຊັ່ນຈະເຮັດໃຫ້ເກີດ ຝົນຟ້າຄະນອງ ແລະ ຝົນຕົກເປັນບໍລິເວນກວ້າງ ໃນລະດັບປານກາງ ຕົກຫນັກເປັນບາງແຫ່ງ ໂດຍສະເພາະ ພາກເຫນືອ ຂຶ້ນໄປ ໂດຍພາຍຸສາລິກາຈະເລີ່ມພັດຂຶ້ນຝັ່ງ ຫວຽດນາມໃນລະຫວ່າງຕອນເຊົ້າ ວັນທີ 20 ຫລັງຈາກນັ້ນຈະເລີມພັດເຂົ້າປະເທດລາວ ເຂດທາງພາກເຫນືອ ແລະ ຈະອ່ອນກຳລັງລົງເປັນພາຍຸ ຣີເປຣສຊັນ ເມື່ອປະທະກັບຄວາມກົດອາກາດຕ່ຳທີ່ແຜ່ລົງມາຈາກປະເທດຈີນ, ດັ່ງນັ້ນຈິ່ງປະກາດເຕືອນຂອງໃຫ້ພໍ່ແມ່ພີ່ນ້ອງເຂດດັ່ງກ່າວຈົ່ງກຽມພ້ອມຮັບ ສະພາບອາກາດທີ່ປ່ຽນແປງ ບ
ວກຝໄນຕົກລົມແຮງ ແລະ ດິນເຈື່ອນຖະຫນົນມື່ນຄ່ອຍໄປຄ່ອຍມາໃນການເດີນທາງດ້ວຍ ຂໍໃຫ້ຕິດຕາມເສັ້ນທາງເດີນພາຍຸ ແລະຂ່າວ ພະຍາກອນອາກາດຢ່າງໃກ້ຊິດ.

ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມວິທະຍາ ເຂດຕາເວັນອອກສ່ຽງເຫນືອ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ