U14 ລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນາໆຊາດ

ນັກກິລາບານ ເຕະທີມຊາດ ລາວອາຍຸບໍ່ເກີນ 14 ປີ ຫລື ຢູ 14 ຈະເຂົ້າຮ່ວມ ການແຂ່ງຂັນບານເຕະ ໃນລາຍການແຂ່ງຂັນບານເຕະ ເຍົາວະຊົນນານາຊາດ ຫລື CP-Meiji CUP U14 International Champions 2016 ທີ່ຈະຈັດຂຶ້ນ ລະຫວ່າງ ວັນທີ 11-14 ຕຸລາ 2016 ນີ້ ທີ່ປະເທດໄທ.
ສໍາລັບການແຂ່ງຂັນຄັ້ງນີ້ ມີ 8 ທີມເຂົ້າຮ່ວມ, ຈົກສະຫລາກແບ່ງ ເປັນ 2 ສາຍ ດັ່ງນີ້: ສາຍທີ 1 ປະກອບມີ: ສະໂມສອນທີມບຸຣີລຳຢູໄນເຕັດ, ສະໂມສອນແບງຄ໊ອກ ຢູໄນ ເຕັດ(ໄທ) ແລະ ທີມຊາດລາວ, ສະ ໂມສອນພະນົມເປັນ ຄຣາວເອຟຊີ (ຈາກປະເທດກຳປູເຈຍ); ສ່ວນ ສາຍທີ 2 ປະກອບມີ: ສະໂມສອນ ຊົນບຸຣີ ເອຟຊີ(ໄທ), ທີມຊາດມາເລ ເຊຍ, ສະໂມສອນສະພັນບຸຣີ ເອຟຊີ (ໄທ)ແລະ ສະໂມສອນຈູບີໂລ ອິວາ ຕະ (ຈາກປະເທດຍີ່ປຸ່ນ); ຮູບແບບ ການແຂ່ງຂັນຮອບທີ 1 ແບ່ງເປັນ 2 ສາຍ ສາຍລະ 4 ທີມ, ແຂ່ງກັນ ເອົາທີ 1 ແລະ 2 ຂອງແຕ່ລະສາຍ ໄປແຂ່ງໃນຮອບຮອງຊະນະເລີດ ສ່ວນທີມທີ່ເສຍ 2 ທີມ ແມ່ນໄປແຂ່ງ ຊີງອັນດັບທີ 3. ອັນດັບທີ 3 ແລະ 4 ຂອງແຕ່ລະສາຍ ໄປແຂ່ງໃນຮອບ ຈັດອັນດັບທີ 5-8 (ໄຂວ່ສາຍ) 2 ທີມສຸດທ້າຍໄປແຂ່ງຊີງອັນດັບທີ 5 ສ່ວນທີມທີ່ເສຍ 2 ທີມ ໄປແຂ່ງຊີງ ອັນດັບທີ 7.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ