ເທັກນິກການສຳພາດວຽກ

ມື້ສຳພາດວຽກ ເປັນມື້ສຳຄັນຂອງການລໍຄອຍ ໃນມື້ນີ້ເຮົາຕ້ອງບອກໂຕເອງວ່າ ຕ້ອງເຮັດໃຫ້ດີທີ່ສຸດ ແຕ່ເຮົາຈະເຮັດໃຫ້ດີທີສຸດໄດ້ນັ້ນ ເຮົາຕ້ອງກຽມຄວາມພ້ອມ ຂໍ້ຄວນລະວັງຢ່າເຮັດໃຫ້ຄວາມຜິດພາດ ເຮົາກໍຈະເຂົ້າໃກ້ຄວາມສຳເລັດຫຼາຍຂຶ້ນ
  • ü   ນຸ່ງເຄື່ອງໃຫ້ເປັນລະບຽບຮຽບຮ້ອຍ
  • ü   ໄປຮອດກ່ອນເວລານັດ
  • ü   ນັ່ງຖ້າດ້ວຍຄວາມເປັນລະບຽບຮຽບຮ້ອຍ
  • ü   ຢ່າສະແດງອາການຫງຸດຫງິດ ບໍ່ພໍໃຈ ເມື່ອກາຍເວລານັດ ແລ້ວຍັງບໍ່ເອີ້ນສຳພາດ
  • ü   ເມື່ອໄດ້ຮັບການເອີ້ນຊື່ ໃຫ້ເຄາະປະຕູກ່ອນເຂົ້າຫ້ອງສຳພາດ
  • ü   ເວົ້າສະບາຍດີທັກທາຍກ່ອນ
  • ü   ໄດ້ຮັບເຊີນແລ້ວກ່ອນຄ່ອຍນັ່ງ
  • ü   ຄວນນັ່ງໃຫ້ສຸພາບ ບໍ່ຄວນນັ່ງໄຂວ່ຂາ
  • ü   ໃນເວລາສຳພາດໃຫ້ເບິ່ງໜ້າຜູ້ສຳພາດຢູ່ສະເໝີ ທັງເວລາທີ່ເຮົາເວົ້າ ແລະຟັງ
  • ü   ສີໜ້າ, ທ່າທາງ, ການວາງມື ຄວນຢູ່ໃນທ່າທີ່ເໝາະສົມ
  • ü   ເວລາໄອ ຫຼືຈາມ ໃຫ້ປິດປາກ ແລະກ່າວຂໍໂທດ
  • ü   ຕອບຄຳຖາມໃຫ້ສັ້ນ, ກະທັດຮັດ ແລະໄດ້ໃຈຄວາມ
  • ü    ບໍ່ເຄັ່ງຄຽດ ຄວນຍິ້ມແຍ້ມແຈ່ມໃສເວລາເວົ້າ ໃຫ້ຮູ້ສຶກເປັນກັນເອງ
  • ü   ຖ້າຟັງຄຳຖາມບໍ່ເຂົ້າໃຈ ຄວນຖາມຄືນ
  • ü    ເວົ້າຄວາມຈິງ, ຢ່າຂີ້ຄຸຍ ຢ່າອ້ອນວອນໃຫ້ຮັບເຂົ້າເຮັດວຽກ
  • ü    ຢ່າຖາມເຖິງສະວັດດີການ ແລະຜົນປະໂຫຍດ
  • ü    ຢ່າຖາມໃນທຳນອງວ່າ ໂອກາດໄດ້ວຽກມີໜ້ອຍຫຼາຍພຽງໃດ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ