ອຸກາບາດໃຫຍ່ອັນດັບ 2 ຂອງໂລກ ພົບທີ່ ອາເຈນຕີນາ

ອຸກາບາດໃຫຍ່ອັນດັບ 2 ຂອງໂລກ ພົບທີ່ ອາເຈນຕີນາ 

ผลการค้นหารูปภาพสำหรับ อุกกาบาต


ຄາດວ່າຕົກລົງມາເມື່ອ 4,000 ປີກ່ອນ
ເວັບໄຊ ເດລີເມລ ລາຍງານເມື່ອວັນທີ 10 ກັນຍາວ່າ ທີມນັກວິທະຍາສາດຂຸດຄົ້ນອຸກກາບາດຂະໜາດໃຫຍ່ໃນຂຸມເລິກ ທີ່ບໍລິເວນເມືອງກັນເຊໂດ ປະເທດອາເຈນຕີນາ ໂດຍຈຸດທີ່ພົບຢູ່ລະຫວ່າງລັດຊາໂກ ແລະ ລັດຊານເດຍໂກເດລເອສເຕໂຣ ເຊິ່ງຢູ່ຫ່າງຈາກພາກເໜືອຂອງເມືອງຫຼວງບົວໂນສໄອເຣສ ປະມານ 1,085 ກິໂລແມັດ
 ລາຍງານລະບຸຕື່ມວ່າ ອຸກກາບາດກ້ອນນີ້ອາດມີນ້ຳໜັກຫຼາຍເຖິງ 30 ໂຕນ ເຊິ່ງນັບວ່າເປັນອຸກກາບາດທີ່ໃຫຍ່ ເປັນອັນດັບ 2 ຂອງໂລກ ຕັ້ງແຕ່ເຄີຍມີການຄົ້ນພົບ ສ່ວນຄວາມກ້ວາງ ແລະ ຄວາມສູງນັ້ນຍັງບໍ່ສາມາດລະບຸໄດ້ຊັດເຈນເທື່ອ ແຕ່ຍັງຢູ່ໃນລະຫວ່າງການດຳເນີນການກວດສອບຢ່າງລະອຽດ ເພື່ອຢືນຢັນຂະໜາດທີ່ແທ້ຈິງ 

ດ້ານ ມາຣິໂອ ເວສໂຄນີ ປະທານສະມາຄົມດາຣາສາດຂອງລັດຊາໂກ ປະເທດອາເຈນຕີນາເປີດເຜີຍວ່າ ອຸກກາບາດກ້ອນນີ້ມາຈາກແຖວດາວເຄາະນ້ອຍທີ່ຢູ່ລະຫວ່າງວົງໂຄຈອນຂອງດາວອັງຄານ ກັບດາວພະຫັດ ແລະ ໄດ້ຕຳກັບໂລກເມື່ອປະມານ 4,000 ປີກ່ອນ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ