ໝາກນັດ ທຳລາຍເຊວມະເຮັງ ແລະປ້ອງກັນການຕິດເຊື້ອ

ໝາກນັດ ມີລິດທຳລາຍເຊວມະເຮັງ ແລະປ້ອງກັນການຕິດເຊື້ອ


  1. ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ: ໝາກນັດມີໄຟເບີ ແລະເອນໄຊ ຍ່ອຍໂປຣຕີນ ທີ່ຊ່ວຍໃນການຍ່ອຍອາຫານ, ໃນຂະນະທີ່ເອນໄຊບໍມີເລນ ຊ່ວຍຮ່າງກາຍຍ່ອຍໂປຣຕີນຈາກອາຫານ ແລະບັນເທົາພອາການຖອກທ້ອງ ແລະເຈັບທ້ອງ
  2. ປ້ອງກັນອັນຕະລາຍຈາກອະນຸມູນອິດສະລະ: ການກິນໝາກນັດ ຈຶ່ງເປັນຜົນດີ ເນື່ອງຈາກໝາກນັດອຸດົມດ້ວຍ ປະໂຫຍດຂອງວິຕາມິນຊີ ທີ່ສາມາດທຳລາຍອະນຸມູນອິດສະລະໄດ້ ແລະວິຕາມິນຊີຍັງເປັນສານຕ້ານ ອອກຊິເດຊັນ ຊະນິດ
  3. ທຳລາຍໄດ້ໃນນໍ້າ, ຫຼຸດຄວາມສ່ຽງໃນການເຕີບໂຕຂອງພະຍາດທີ່ຮ້າຍແຮງ ແລະມະເຮັງທຳລາຍເຊວມະເຮັງ: ໝາກນັດປ້ອງກັນອັນຕະລາຍຈາກອະນຸມູນອິດສະລະ ແລະຍັງຕ້ານອາການອັກເສບໄດ້, ດັ່ງນັ້ນ, ໝາກນັດຈຶ່ງຫຼຸດຄວາມສ່ຽງການເກີດເຊວມະເຮັງ ໂດຍ ບຼໍມີເລນ ຄວບຄຸມການຈະເລີນເຕີບໂຕຂອງເນື້ອງອກ ຈຶ່ງສົ່ງຜົນໃຫ້ບໍ່ເປັນພະຍາດມະເຮັງ
  4. ບັນເທົາອາການຫາຍໃຈຫອບຫືດ: ໝາກນັດມີສານອາຫານຫຼວງຫຼາຍ ທີ່ຊ່ວຍບັນເທົາອາການຫາຍໃຈບໍ່ທັນ ຂອງຜູ້ທີ່ຫາຍໃຈຫອບຫືດ, ເນື່ອງຈາກມີວິຕາມິນຊີສູງ ແລະຍັງສາມາດປ້ອງກັນການທຳລາຍຈາກອະນຸມູນອິດສະລະໄດ້ອີກດ້ວຍ
  5. ບໍ່ເຮັດໃຫ້ເກີດອາການອັກເສບ: ການກິນໝາກນັດບໍ່ເທົ່າໃດປ່ຽງຊ່ວຍບັນເທົາຄວາມເຈັບປວດທີ່ເກີດຈາກພະຍາຂໍ່ອັກເສບ ແລະເຈັບຈາກບາດແຜໄດ້
  6. ເປັນຢາແກ້ໄອຊັ້ນດີ: ນໍ້າໝາກນັດໃຫ້ປະໂຫຍດໄດ້ດັ່ງຢາແກ້ໄອ, ເນື່ອງຈາກໝາກນັດສາມາດຕໍ່ຕ້ານ ບໍ່ເຮັດໃຫ້ຮ່າງກາຍເກີດອາການອັກເສບໂດຍມັນຈະຂ້າເຊື້ອແບັກທີເລຍ, ຕໍ່ສູ້ກັບການຕິດເຊື້ອ ແລະຊ່ວຍໃຫ້ການໄອຫຼຸດລົງ, ນອກຈາກນີ້ ເຮົາສາມາດໃຊ້ນໍ້າເຜິ້ງ ເພື່ອຊ່ວຍເພີ່ມການຊຸ່ມຄໍໄດ້ອີກດ້ວຍ
  7. ພັດທະນາສຸຂະພາບຫົວໃຈ: ໝາກນັດກະຕຸ້ນໃຫ້ເລືອດໄຫຼໄປຕາມຫຼອດເລືອດຝອຍ, ຫຼອດເລືອດດຳ ແລະເສັ້ນເລືອດໄດ້ດີ, ມັນຈຶ່ງຫຼຸດຄວາມສ່ຽງພະຍາດຫົວໃຈ ແລະຫຼອດເລືອດເຊັ່ນ: ພະຍາດຫົວໃຈລົ້ມເຫຼວ ແລະຫຼອດເລືອດໃນສະໝອງໄດ້
  8. ແມງການິດ ດີຕໍ່ສຸຂະພາບ ແລະກະດູກ: ຮ່າງກາຍຂອງເຮົາບໍ່ສາມາດສ້າງ ແມງການິດ ຂຶ້ນມາເອງໄດ້ ແຕ່ກໍສາມາດໄດ້ຈາກອາຫານທົ່ວໄປ ເຊິ່ງໝາກນັດກໍເປັນໜຶ່ງໃນນັ້ນ ທີ່ມີ ແມງການິດຫຼາຍ ມີປະໂຫຍດຕໍ່ຜິວ, ເຮັດໃຫ້ກະດູກແຂງແຮງຂຶ້ນ ແລະເຮັດໃຫ້ບາດແຜດີໄວ
  9. ເຮັດໃຫ້ເຫືອກສຸຂະພາບດີ: ວິຕາມິນຊີຊ່ວຍເສີມສ້າງສຸຂະພາບທີ່ດີຂອງປາກ ແລະຫຼຸດຄວາມສ່ຽງພະຍາດເຫືອກອັກເສບ ເຊິ່ງເປັນການອັກເສບທີ່ເກີດຂຶ້ນກັບອະໄວຍະວະທີ່ຢູ່ຮອບແຂ້ວ ບໍ່ວ່າຈະເປັນກະດູກເບົ້າແຂ້ວ, ເຫືອກ ແລະຮາກແຂ້ວ, ນອກຈາກນີ້ ຍັງຊ່ວຍສ້າງປະໂຫຍດຂອງຮ່າງກາຍເພື່ອສູ້ກັບສານພິດ ແລະເຊື້ອແບັກທີເລຍທີ່ນຳມາສູ່ເຫືອກໄດ້
  10. ຟອດສະຟໍລັດ ເຮັດໃຫ້ກະດູກແຂງແຮງ: ໝາກນັດເປັນໝາກໄມ້ຊະນິດໜຶ່ງ ທີ່ມີ ຟອດສະຟໍລັດ ທີ່ຊ່ວຍຮັກສາສຸຂະພາບແຂ້ວ ແລະກະດູກໃຫ້ດີຂຶ້ນ, ໝາກນັດ 1 ແກ້ວກາເຟ ມີຟົດສະຟໍລັດຫຼາຍຮອດ 1 ມິລີກຼາມ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ