ປະເທດເພື່ອນບ້ານ ໄທເລັ່ງສືບຫາທີ່ມາໄມ້ເຖື່ອນ

ທີ່ມາ ເນື້ອຂ່າວຈາກ Rfa ທາງການໄທ ກໍາລັງສືບສວນ ຫາຜູ້ຢູ່ ເບື້ອງຫລັງ ການລັກລອບ ໄມ້ດູ່ ແລະ ໄມ້ຊິງຊັງ ຈໍານວນ 20 ຕູ້ ທີ່ທ່າເຮືອ ແຫຼມສະບັງ ແຂວງ ຊົນບູຣີ ຂະນະທີ່ ກໍາລັງຖືກ ເຄື່ອນຍ້າຍ ສົ່ງໄປຂາຍ ຢູ່ ຈີນ ເມື່ອວັນທີ 24 ສິງຫາ 2016, ທາງການໄທ ຈະ ດໍາເນີນການ ຮ່ວມກັບ ລາວ ຊຶ່ງເປັນປະເທດ ຕົ້ນທາງ ຂອງ ລົດຄອນເທຣນເຮີ container ຂົນໄມ້ ແລະ ກັບຈີນ ຊຶ່ງ ເປັນປະເທດ ທີ່ ຮັບຊື້. ຕາມການ ເປີດເຜີຍ ຂອງ ພົນຕໍາຫຼວດເອກ ສະເຫລີມກຽດ ສີວໍຣະຂານ ຮອງ ຜູ້ບັນຊາການ ຕໍາຫຼວດ ແຫ່ງຊາດ ຂອງໄທ  ເມື່ອ ວັນທີ 29 ສິງຫາ ນີ້:
ທ່ານ ກ່າວວ່າ "ກໍລະນີ ນີ້ ທາງພາສີ ໜອງຄາຍ ໄດ້ກວດສອບ ແລ້ວ ປາກົດວ່າ ມີການແຈ້ງ ວ່າພາຍໃນ ຕູ້ຄອນເທນເນີ ນັ້ນເປັນຖ່ານ ກໍມີການ x-ray ຖ່າຍຮູບໄວ້ ກໍເປັນຮູບ ຖ່ານໄມ້. ແຕ່ ຣະຫວ່າງ ທາງ ທີ່ຈະເອົາຖ່ານ ສົ່ງອອກໄປ ຕ່າງປະເທດ ນີ້ ພໍມາເຖິງ ແຫຼມສະບັງ ປາກົດວ່າ ຮູບຖ່າຍນັ້ນ ເປັນຮູບ ລັກສນະ ຂອງໄມ້".
ທ່ານເວົ້າວ່າ ໄມ້ທີ່ຍຶດໄດ້ນັ້ນ ແມ່ນໄມ້ດູ່ ແລະ ໄມ້ ຊິງຊັງ ທີ່ທາງການ ໄທແລະລາວ ຫ້າມ ສົ່ງອອກ ມີທັງໄມ້ ແປຮູບ ແລະ ໄມ້ທ່ອນ ໃນຕູ້ ຄອນເທຣນເນີ 20 ຕູ້ ມູນຄ່າ ປະມານ 315 ລ້ານບາດ ຫລື ອາດຫຼາຍກວ່ານັ້ນ ເມື່ອໄປເຖິງ ຈີນ. ເບື້ອງຕົ້ນ ລົດຄອນເທນເນີ ທີ່ບັນທຸກໄມ້ ນັ້ນ ຂ້າມມາຈາກ ປະເທດລາວ ຜ່ານດ່ານ ໜອງຄາຍ ຊຶ່ງ ຂະນະນີ້ ຮູ້ແລ້ວວ່າ ເປັນລົດຂົນສົ່ງ ຂອງ ບໍລິສັດ Asia Tran Line ຈໍາກັດ ຂອງໄທ ຢູ່ແຂວງ ສະກົນນະຄອນ.
ທ່ານບອກວ່າ ໄມ້ດັ່ງກ່າວນັ້ນ ເບື້ອງຕົ້ນ ທາງການໄທ ສັນນິຖານ ວ່າບໍ່ແມ່ນ ໄມ້ ທີ່ຖືກຕັດ ຈາກ ປະເທດລາວ ແຕ່ເປັນໄມ້ ທີ່ຖືກຕັດ ພາຍໃນ ປະເທດໄທ ໂດຍມີ ຂະບວນການ ກ່ຽວຂ້ອງ ເອົາ ຖ່ານໄມ້ ອອກຈາກ ລົດ ຄອນເທນເນີ ແລ້ວເອົາໄມ້ ມາສັບປ່ຽນ ລະຫວ່າງ ທາງ ໄປທ່າເຮືອ ແຫຼມສະບັງ ເພື່ອສົ່ງໄປເຂດ ເສຖະກິດ ພິເສດ ຮົງກົງ ໂດຍ ບໍຣິສັດ Hongkong Worldlogistics Limited ຈະ ເປັນຜູ້ຮັບ.
ແລະ ໃນມື້ເປີດຕູ້ ຄອນເທນເນີ ກໍໄດ້ເຊີນ ເຈົ້າໜ້າທີ່ ຈາກ ໜ່ວຍງານ ກ່ຽວຂ້ອງ ມາເປັນພະຍານ ເປັນຕົ້ນ ກົມ ສູນລະກາກອນ, ກົມປ່າໄມ້, ທະຫານ, ຕົວແທນ ຜູ້ຮັບຂົນສົ່ງ ສິນຄ້າ Shipping ແລະ ຕົວແທນ ຈາກ ສະຖານທູດ ລາວ ປະຈໍາໄທ ມາຮ່ວມນໍາ. ແຕ່ຕົວແທນ ຈາກ ສະຖານທູດ ລາວ ບໍ່ໄດ້ມາ ຮ່ວມນໍາ.
ໃນຂະນະດຽວກັນ ຂ່າວ ທາງການລາວ ກໍລາຍງານວ່າ ເຈົ້າໜ້າທີ່ ພາສີ ດ່ານ ຂົວມິຕພາບ 1 ແຈ້ງ ໃຫ້ຮູ້ວ່າ ການກວດກາ ເບື້ອງຕົ້ນ ທາງດ້ານ ເອກສານ ແລະ ຂໍ້ມູນ ບັນທຶກ ໃນເຄື່ອງ ເອັກສະເຣ ຢູ່ ດ່ານພາສີ ດັ່ງກ່າວ ໃນລະຍະ ຕົ້ນເດືອນ ມິຖຸນາ ຫາ ວັນທີ 26 ສິງຫາ 2016 ແມ່ນ ບໍ່ມີຂໍ້ມູນ ການສົ່ງອອກ ໄມ້ທ່ອນ ແລະໄມ້ຕີຕັບ. ແຕ່ມີການສົ່ງ ຖ່ານໄມ້ອອກ ຂອງ 5 ບໍລິສັດ ລວມມີລົດ 45 ຄັນ ຊຶ່ງ ທັງ 5 ບໍລິສັດ ດັ່ງກ່າວ ໄດ້ດໍາເນີນ ຂັ້ນຕອນ ການສົ່ງອອກ ແລະ ປະກອບ ເອກສານ ຖືກຕ້ອງຕາມ ລະບຽບການ ຂອງ ສປປລາວ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ