ສະຫະລັດເພີ້ມເງິນຊ່ອຍເຫຼືອລາວ ທັງໝົດ 123 ລ້ານ ດອນລາ

ປະທານາທິບໍດີ ບາຣັກ ໂອບາມາ ເດີນທາງໄປເຖິງ ນະຄອນຫຼວງ ວຽງຈັນ ເມື່ອ ຕອນກາງຄືນ ຂອງ ວັນທີ 5 ກັນຍາ ປີ 2016 ນີ້ ແລະ ໄດ້ພົບປະ ຫາລືກັບ ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປລາວ. ຈາກນັ້ນ ທ່ານ ບາຣັກ ໂອບາມາ ກໍໄດ້ໄປ ກ່າວ ປາໄສ ຢູ່ ຫໍວັດທະນະທໍາ ແຫ່ງຊາດລາວ ຊຶ່ງ ທ່ານໄດ້ກ່າວ ເຖິງ ນະໂຍບາຍ ການ ຮ່ວມມື ກັບ ອາຊຽນ ແລະ ໄດ້ປະກາດ ໃຫ້ເງິນ ຊ່ວຍເຫລືອ ແກ່ລາວ ຫຼາຍຂຶ້ນ ຄື:
1.ເພິ້ມເງິນຊ່ວຍເຫລືອ ການເກັບກູ້ ລະເບີດ ທີ່ຍັງບໍ່ແຕກ ຢູ່ລາວ ໃນມູນຄ່າ 90 ລ້ານ ດອນລາ ໃນລະຍະ ສາມປີ ຂ້າງໜ້າ;
2. ໃຫ້ເງິນຊ່ວຍ ໂຄງການ ອາຫານ ຢູ່ໂຮງຮຽນ 27 ລ້ານ ດອນລາ ສຳລັບ ຫ້າປີ ຂ້າງໜ້າ ແລະ ໃຫ້ໂຄງການ ອະນາມັຍ ຊຸມຊົນ ແລະ ອາຫານ ສໍາລັບ ແ ມ່ແລະເດັກ ມູນຄ່າ 6 ລ້ານ ດອນລາ ສຳລັບ ສາມປີຕໍ່ໜ້າ. ລວມແລ້ວ ທ່ານ ໂອບາມາ ຕົກລົງ ໃຫ້ເງິນ ຊ່ວຍເຫລືອ ລາວ ຕື່ມທັງໝົດ 123 ລ້ານ ດອນລາ.
ປະຊາຊົນລາວສ່ວນຫຼາຍ ກໍດີໃຈທີ່ ສະຫະລັດ ໃຫ້ເງິນຊ່ວຍເຫລືອ ແກ່ປະເທດ ຂອງຕົນ ຫຼາຍຂຶ້ນ. ດັ່ງຄົນລາວ ຜູ້ນຶ່ງ ໃນນະຄອນຫຼວງ ວຽງຈັນ ເວົ້າວ່າ:
“ດີໃຈຫຼາຍທີ່ເພິ່ນມາຊ່ວຍ ດີໃຈເພາະວ່າ ເພິ່ນມອງເຫັນ ຄວາມທຸກຍາກ ຂອງ ປະຊາຊົນລາວ ເຮົາ ຂອບໃຈນຳເພິ່ນ ຫຼາຍໆ ກໍພູມໃຈແລ້ວ ທີ່ເພິ່ນມາຊ່ວຍ ຊ່ຳນີ້ນໍ່ ກໍດີໃຈຫຼາຍ.”
ນອກຈາກນັ້ນ ຜູ້ນຳລາວ ແລະ ສະຫະລັດ ຍັງຕົກລົງ ຈະເພິ້ມ ການຮ່ວມມື ໃນຫຼາຍດ້ານ ເປັນຕົ້ນດ້ານ ເສຖກິດ-ການຄ້າ ການສຶກສາ ຝຶກອົບຮົມ ສາທາລະນະສຸກ ການຮັກສາ ສະພາບ ແວດລ້ອມ ການປາບປາມ ຢາເສບຕິດ ແລະ ການສົ່ງເສີມ ສິດທິມະນຸດ.
ສຳລັບ ໃນມື້ຕໍ່ໆໄປ ທ່ານ ໂອບາມາ ຈະໄປຢ້ຽມຢາມ ສູນຟື້ນຟູ ອົງການຂາທຽມ, ເດີນທາງໄປ ແຂວງ ຫຼວງພຣະບາງ ເພື່ອຢ້ຽມຢາມ ວັດທະນະທັມ ແລະ ພົບປະກັບ ນັກສຶກສາ ໃນໂຄງການ ການສຶກສາ ແລະ ໂຄງການ ຊາວໜຸ່ມ ອາຊຽນ ທີ່ ມະຫາວິທະຍາໄລ ສຸພານຸວົງ. 

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ