ລະວັງຜູ້ທີ່ຕັວະຕົ້ມ ພວກຄ້າມະນຸດ ຄົນລາວໄປຂາຍຈີນ

ຊາວບ້ານຍອດຄາ ເມືອງໜອງແຮດ ແຂວງຊຽງຂວາງ ເວົ້າວ່າ ນາງ ຕາຍ່າງ ໄຊເຍັ່ງ ອາຍຸ 15 ປີ ຊົນເຜົ່າມົ້ງ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ໄປ ປະເທດຈີນ ເຮັດໃຫ້ ຊາວບ້ານ ເກີດຄວາມຢ້ານກົວ ຍ້ອນວ່າ ນາງ ຫາຍສາບສູນ ໄປໄດ້ 1 ເດືອນ ແລ້ວ ແຕ່ທາງ ເຈົ້າໜ້າທີ່ ຕຳຫຼວດ ກໍຍັງບໍ່ ສາມາດ ຊ່ວຍເຫລືອ ນາງ ໃຫ້ ກັບມາໄດ້ ແລະ ຄົນຮ້າຍ ກໍຈັບບໍ່ໄດ້. ຕາມການເປີດເຜີຍ ຂອງ ທ່ານ ບົວເຍັ່ງຍ່າງ ນາຍບ້ານ ບ້ານຍອດຄາ  ໃນວັນທີ 2 ສິງຫາ ວ່າ:
"ຜູ້ຍິງກໍມີຄວາມຢ້ານວ່າ ບໍ່ຈໍາເປັນແທ້ ກໍບໍ່ຢາກ ເຄື່ອນໄຫວ ດ້ວຍຜູ້ດຽວ 2 ຄົນ ໄປໃສມາໃສ ກໍເປັນໝູ່ ຄືມີຫລາຍຄົນ ບໍ່ຕ້ອງຢູ່ດຽວ ບໍ່ຕ້ອງໄປດ່ຽວ ຄັນເຫັນ ຄົນແປກໜ້າ ເຫັນຄົນ ທີ່ບໍ່ລຶ້ງ ບໍ່ເຄີຍ ກໍບໍ່ຕ້ອງ ລໍ່າລີ່ລໍາໄລ ພົວພັນ ເພາະວ່າ ນາງຕາຢ່າງ ນີ້ກໍ ສູນຫາຍ ມາຮອດມື້ນີ້ ກໍຍັງບໍ່ໄດ້ ຮູ້ຂ່າວຫຍັງ ຫັ້ນນະ ພີ່ນ້ອງ ກໍເບິດທາງ ເບິດບ່ອນ ແລ້ວທີ່ວ່າ ຈະໄປຊອກຫາ ດ້ວຍວິທີໃດ ເພາະວ່າ ຢູ່ລາວນີ້ ແລ້ວແມ່ນ ພວກຄ້າມະນຸດ ເພິ່ນເອົາໄປ ປະເທດຈີນ ສ່ວນຫລາຍ".
ທ່ານເວົ້າຕໍ່ໄປວ່າ ໃນໄລຍະຜ່ານມາ ບ້ານຍອດຄາ ກໍເຄີຍມີ ແມ່ຍິງເຜົ່າມົ້ງ 2 ຄົນ ທີ່ເກືອບຕົກ ເປັນເຫຍື່ອ ຂອງພວກ ຄ້າມະນຸດ ຍ້ອນຖືກ ເຈົ້າໜ້າທີ່ ຕຳຫຼວດ ຊ່ວຍເຫລືອ ໄດ້ທັນ ລະຫວ່າງ ທີ່ ພວກນາງ ຖືກພາໄປ ຮອດແຂວງ ຫລວງນ້ຳທາ ເພື່ອລໍຖ້າ ສົ່ງຕົວໄປ ປະເທດຈີນ. ສ່ວນ ກໍລະນີ ນາງຕາຍ່າງ ນີ້ ທາງຄອບຄົວ ແລະ ຊາວບ້ານ ຍັງບໍ່ໄດ້ ຮັບຂ່າວຄາວ ຈາກ ເຈົ້າໜ້າທີ່ ຕຳຫຼວດ ເທື່ອ ເຮັດໃຫ້ ຊາວບ້ານຍອດຄາ ເປັນຫ່ວງນຳ ເດັກນ້ອຍ ແມ່ຍິງ ໃນບ້ານ ທີ່ມີ ອາຍຸ ລະຫວ່າງ 15ຫາ18 ປີ ປະມານ 50ຫາ60 ຄົນ ຈະຖືກ ຕົວະຕົ້ມໄປ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຕຳຫຼວດ ຜູ້ຂໍສະຫງວນຊື່ ກ່າວວ່າ ໃນວັນທີ 2 ສິງຫາ 2016 ນີ້ວ່າ ທີ່ຜ່ານມາ ຕໍາຫຼວດ ກໍພະຍາຍາມ ສືບຫາ ຂໍ້ມູນ ນຳທຸກມື້ ແລະ ຕອນນີ້ ສັນນິຖານ ວ່າຄົນຮ້າຍ ອາດຈະນຳຕົວ ນາງຕາຍ່າງ ຂ້າມຊາຍແດນ ໄປຮອດ ຈີນ ແລ້ວ ແລະ ຍັງບໍ່ທັນໄດ້ ຮັບຄວາມຮ່ວມມື ຈາກ ເຈົ້າໜ້າທີ່ ຈີນ ເທື່ອ:
"ບໍ່ໄດ້ຮັບຂ່າວ ຫຍັງເລີຍ ບໍ່ຮູ້ທີ່ໄປເລີຍ ນາງຕາຢ່າງ ນີ້ຫັ້ນນະ ການຫາ ຄວາມຊ່ວຍເຫລືອ ໄປ ປະສານກັບ ທາງຈີນ ຈີນມັນ ປະຕິເສດນໍ໊ ຄັນຖ້າ ບໍ່ເຫັນ ເຈົ້າໜ້າທີ່ ນີ້ວ່າບໍ່ຮູ້ ບໍ່ເຫັນ ບໍ່ເຫັນ ບໍ່ຮູ້ ມີການພົວພັນ ດີຢູ່ ແຕ່ເຂົາເຈົ້າ ສາກົນນີ້ນະ ຮູ້ເທົ່ານັ້ນນໍ໊ ແຕ່ກາຍໄປ ເມືອງຈີນ ແທ້ໆນີ້ ເຂົາເຈົ້າ ກໍບໍ່ສູ້ ຮ່ວມມືດີ".
ປັດຈຸບັນ ຫລາຍແຂວງ ພາກເໜືອ ຂອງລາວ ຍັງມີເດັກນ້ອຍ ແມ່ຍິງ ອາຍຸ ລະຫວ່າງ 15ຫາ18 ປີ ຖືກຄ້າຂາຍ ດ້ວຍ ການຫຼອກລວງ ຕົວະຕົ້ມໄປ ຈີນ ຫລາຍຄົນ ຂະນະທີ່ ຕຳຫຼວດ ກໍພະຍາຍາມ ປາບປາມ ພວກ ຄ້າມະນຸດ ແຕ່ກໍຍັງ ບໍ່ໝົດ ຊຶ່ງສ່ວນນຶ່ງ ກໍຍ້ອນ ວ່າບໍ່ໄດ້ ຮັບການຮ່ວມມື ຈາກ ເຈົ້າໜ້າທີ່ ຈີນ ເທົ່າທີ່ຄວນ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ