10 ເຫດຜົນຂອງການລາອອກວຽກ ຫຼາຍບໍລິສັດນະຄອນຫຼວງເຈີປັນຫາ ພະນັກງານອອກເຂົ້າວຽກ ຂາດພະນັກງານຫຼັກ

###### ມາເລົ່າກ່ຽວກັບເຫດຜົນຕ່າງໆ ທີ່ຄົນມັກອອກວຽກ ເຊິງຜູ້ຂຽນເອງຄືຫນຶ່ງໃນນັ້ນ ອອກໆ ເຂົ້າໆ ຫຼາຍບໍລິສັດແລ້ວ ຈົນຈະທົ່ວນະຄອນຫຼວງ 5555 ແຕ່ຄວາມເປັນຈິງບໍ່ມີແຕ່ຂ້າພະເຈົ້າດອກ ເຊື່ອວ່າມີຫຼາຍຄົນທີ່ເຄີຍຜ່ານມາ ເຊິ່ງມັນກໍມີຫຼາຍເຫດຜົນ ແລະ ບໍ່ນອກເຫນືອຈາກ 10 ເຫດຜົນນີ້ດອກ #####
1,ບໍ່ພໍໃຈໃນງານທີ່ເຮັດ
     ງານທີ່ເຮັດບໍ່ກົງກັບສາຍທີ່ຮຽນມາ ເມື່ອເຮັດໄປແລ້ວຜົນອອກມາບໍ່ພໍໃຈ ຕາມຄວາມຕ້ອງການຫົວຫນ້າ ເຖິງວ່າເຮົາເອງຈະມັກວຽກນັ້ນກໍ່ຕາມ ມັນເກີດມີຄວາມອຶດອັດ ກົດດັນ ສຸດທ້າຍກະໂຕນຄ້າຍ
2, ບໍ່ມີໂອກາດທີ່ຈະກ້າວຫນ້າ
     ຄົນລາວເຮົາຫຼາຍໆທ່ານ ສ່ວນໃຫຍ່ມັກຈະເບື່ອໄວ ກັບການເຮັດວຽກຊໍ້າໆຊາກ ແຕ່ອັ່ນເກົ່າ ອັ່ນເດີມບໍ່ມີການຈະພັດທະນາຕົນໄປໃນທາງທີດີຂື້ນເລີຍ ລະບົບການເຮັດວຽກຂອງບໍລິສັດບໍ່ເປັນລະບົບທີ່ມີມາດຕະຖານ ເຮັດວຽກອໍອິນວັນ all in one ເຮັດໝົດກະຍັງມີ ບາງຄົນຈົນປ່ວງ ເຮັດໃຫ້ຄົນເຮົາເບື່ອຫນ່າຍ 
3, ຈັດສົມດູນບໍ່ໄດ້ ມີຄວາມກົດດັນ ຮູ້ສຶກວ່າຕົນເອງເຮັດງານໄດ້ຕ່ຳກວ່າ ລະດັບທີ່ພໍໃຈ
    ການວິພາກ ວິຈານວຽກງານ ເປັນເລື່ອງປົກກະຕິຂອງການເຮັດງານ ຫລາຍຄົນຄືຊິເຄີຍດ່າຮອດເມຍພໍ່ຫົວຫນ້າພຸ້ນລະ (ໃນໃຈດອກ) ເວລາທີ່ເຮັດວຽກໄດ້ດີ ຫົວຫນ້າກະເສີຍໆ ບັດເຮັດຜິດພາດມາ ໂອ້ຍຈັກຫຍັງຕໍ່ຫຍັງ ເຖິງແມ່ນວ່າເຮົາຜິດເຮົາກະສົມຄວນຖືກບອກ ຖືກສອນ ຕາມທຳມະດາ ແຕ່ບາງຄົນກໍ່ອາດມີອົດທົນທີ່ໜ້ອຍ ເພື່ຶຶອຈະທຳຄວາມຊິນເຄີຍ (ແມ່ພໍ່ຂ້ອຍຍັງບໍ່ປານນີ້) ຫລື ຊິວິດຄົນເຮັດງານ ຊິວິດລູກຈ້າງ ມັນເລິກເຊິ່ງກວ່ານັ້ນອີກ ເມື່ອປັນຫາທາງບ້ານ ປັນຫາຄອບຄົວ ສິ່ງອ້ອມຂ້າງ ມາກົດດັນ ມາສຸມໃສ່ຈິດໃຈໃຫ້ຫຍຸ້ງຍາກແລ້ວມາວຽກຍັງມາຖືກຫົວໜ້າຈົ່ມອີກ
4,, ຮູ້ສຶກບໍ່ດີ ກັບເຈົ້ານາຍ ບໍ່ຖືກສະຕາ ບໍ່ເຂົ້າກັນ ຊັງຂີ້ຫນ້າ ວ່າກັນໄປ...
    ແນ່ນອນການເຮັດວຽກງານ ຕ້ອງມີການພົວພັນກັນຫຼາຍຄົນ ຂາດບໍ່ໄດກໍ່ຫົວໜ້າ  ເມື່ອໄດຄົນເຮົາເຫັນການເຮັດວຽກ ເຮັດງານ ແນວທາງບໍລິຫານ ແນວທາງການສັ່ງງານຂອງເພື່ອນຮ່ວມງານ ແລະ ຫົວໜ້າທີ່ເຮົາເຫັນວ່າບໍ່ມັກ ຫຼື ບໍ່ເຫັນດີແລ້ວ ຖ້າເຮົາຫຼີກລ້ຽງໄດ້ກະດີໄປປັນຫາກໍ່ຄົງບໍ່ເກີດ ແຕ່ຫົວໜ້າເຮົາຕ້ອງມາເຫັນທຸກໆມື້ ໃຜຊິທົນໄຫວ
5,,ບໍ່ໄດ້ເລື່ຶອນຕຳແໜ່ງ ເງິນເດືອນກະຊຳເກົ່າ
     ເຮັດມາດົນ ເຮັດມາຫຼາຍປີ ກະຄືເກົ່າຂື້ນເງິນໃຫ້ກະເລັກໆ ຫນ້ອຍໆ ທັ່ງໆທີ່ວຽກ ຫນ້າທີ່ຂອງເຮົາກໍ່ເຮັດໄດ້ດີ ເມື່ອເບີ່ງຕໍ່ໄປແລ້ວຄືຊິບໍ່ມີທາງ ບໍ່ມີວັນທີ່ຈະໄດ້ເລື່ອນຕຳແໜ່ງ  ລະຊິຢູ່ຫາວິມານອີ່ຫຍາງ ເບີ່ງໂອກາດເຮົາເອງ ມີທາງເລືອກແດ່ ຫນ້າວຽກທີ່ເຮັດກະເປັນໝົດລະ (ອາດຈະດີອີກ) ໄປຫາບ່ອນໄໝ່ທະແມ້ສູເຈົ້າ555
6,,ຢາກມີທຸລະກິດສ່ວນຕົວ
     ເຮັດມາດົນແລ້ວຫຼາຍປີແລ້ວ ຄວາມຄິດກະປ່ຽນບາງເທື່ອກະຢາກມີອິດສະຫຼະ ຢາກເບີ່ງແຍ່ງໂຕເອງແດ່ ອາຍຸກະເລີ່ມເຂົ້າກາງຄົນແລ້ວ (ບໍ່ມີໃຜດອກທີ່ຢາກຈະເປັນລູກນ້ອງຕະຫຼອດຊີວິດ ຫຼື ທ່ານລືມຂໍ້ນີ້ແລ້ວ)  ອອກໄປຫາສິ່ງທີ່ໝັ້ນຄົງໃຫ້ຊີວິດ ໃຫ້ລູກໃຫ້ຫຼານເພາະການເປັນມະນຸດເງິນເດືອນ ເປັນໄປບໍ່ໄດ້ຕະຫຼອດ ດົນໄປທ່ານເຮັດຫນ້າວຽກບໍ່ໄດ້ເຂົາກະບີບທ່ານອອກ ເວົ້າງ່າຍຄືເຕະຄໍອອກ ຖ້າພະນັກງານລັດ ກະດີແທ້ມີບຳນານເນາະ
7,,ມີໂອກາດທີ່ດີກວ່າ
     ສຳລັບບາງຄົນເນາະ ມີໂອກາດຫຼາຍ ມີຫຼາຍບໍລິສັດຕິດຕໍ່ມາ ຕ້ອງການໄປຮ່ວມງານນຳ ຢາກໄດ້ໂຕ  ເມື່ອທຽບໃສ່ກັນແລ້ວ ບໍລິສັດທີ່ໃຫຍ່ກວ່າ ໂອກາດກະມີຫຼາຍ ບໍລິສັດເກົ່າຕຳແໜ່ງກະນ້ອຍ ແຖມຫົວໜ້າຍັງບໍ່ຄ່ອຍຈະເຫັນຄວາມສຳຄັນໃນຕຳແໜ່ງເຮົາອີກ ກໍ່ບໍ່ຍາກເລີຍທີ່ຈະຕັດສິນໃຈອອກ
8,,ຢາກຮຽນຮູ້ປະສົບການໃຫມ່ໆ
      ຍຸກສະໃຫມ ມັນປ່ຽນຄົນລາວເຮົາຫຼາຍໆຄົນ ມັກສຶກສາຮຽນຮູ້ປະສົບການໃຫມ່ໆເລື້ອຍໆ ເພື່ອໄປພັດທະນາຄວາມຮູ້ຄວາມສາມາດຂອງຕົນ ສາມາດນຳໄປໃຊ້ເອງໃນອານາຄົດ ສະນັ້ນໜ່ວຍງານໄດທີ່ທີ່ເຮັດງານຊ້ຳໆ ໂດຍບໍ່ຄ່ອຍມີການເພີ່ມເຕີມ ຫຼື ປັບປ່ຽນການເຮັດວຽກ ກະອາດເຈີປັນຫາພະນັກງານ ອອກວຽກໃນລັກສະນະນີ້ໄດ້
9,,ປັນຫາການເດີນທາງ 
     ຫລາຍຄົນອາດຄິດບໍ່ເຫັນຈຸດນີ້ ໂດຍສະເພາະເຈົ້ານາຍ  ປັດຈຸບັນ ເລື່ຶອງບ້ານຢູ່ໄກ ກັບ ບ່ອນເຮັດງານ ຕື່ນແຕ່ເຊົ້າທຸກມື້ໄປວຽກ (ຜູ້ຂຽນຕື່ນສວາຍເອງດອກ) ອອກໄປວຽກ ຍັງເຈີປັນຫາລົດຕິດອີກ ກວ່າຈະຮອດກະສວາຍແດ່ ໂບນັດກະບໍ່ໄດ້ ແຖມຕັດເງິນກິນເຂົ້າອີກ ເອີ ຈະເລີນລົງ ເລີຍໂຍມ !!  ເລີກຕອນແລງ ກ່ວາຊິຮອດ ລົດກະຕິດອີກ ຮອດບ້ານກະຄ່ຳແລ້ວ (ກະຊິມີເວລາວ່າງແຕ່ຕອນກິນເຂົ້າກັບຂັບລົດ ບາງຄົນວັນພັກກະມີມື້ດຽວຕໍ່ທິດອີກ!)  ດົນໄປສົ່ງຜົນໃຫ້ເມື່ອຍ ສຸຂະພາບ ອອ່ນເພຍ ເຮັດວຽກງານກະມັກຜິດ-ມັກພາດ ທາງເລືອກກະຫາງານໄກ້ໆບ້ານເຮັດ ສະບາຍບໍ່ກົດດັນ ສຸຂະພາບກະດີ. . .
10, ເພື່ອນຮ່ວມງານບໍ່ເປັນມິດ
     ຄົນເຮົາມັນບໍ່ຄືກັນ ສະຫາຍເອີຍ ແມ້ນແຕ່ແຝດຄົນລະຝາ ເກີດຈາກທ້ອງດຽວກັນຍັງນິໃສຕ່າງກັນແລ້ວ !! ເຮັດວຽກນຳກັນສາມັກຄີກັນມັນກະດີນັ້ນລະ ແຕ່ທີ່ເຄີຍເລາະປ່ຽນວຽກເກືອບທົ່ວນະຄອນຫຼວງມານິ! ຫຼາຍບໍລິສັດ ມັນຕ້ອງມີ ບໍ່ບັກໜຶ່ງ ກະອີ່ໜຶ່ງລະ (ອະໄພແດ່ເດີ ເວົ້າມາລະມັນຂື້ນ) ປາກມັນມີຂີ້ ໝາຫຼາຍໆເນາະ ຈັບຜິດ ຟ້ອງໆ ລະກະເລຍຂາ ເລຍແຂ່ງ ເອົາໜ້າ  , , , ຕໍ່ຫນ້າເວົ້າດີໂວ້ຍ ຈື່ໄວ້ມັນລໍ້ເອົາຄຳເວົ້ານຳເຮົາ ບໍ່ຊັ້ນກະໄປລໍ້ຖາມເລື່ອງເຮົາຈາກໝູ່ຮ່ວມງານອີກຄົນ ເພື່ອນຳໄປສະເໜີໜ້າ, . , ເພາະເຫດສະນັ້ນ ສັງຄົມເຮົາມີການແຂງຂັນກັນສູງຜູ້ຄົນສ່ວນໃຫຍ່ ກໍ່ຫາວິທີທາງເຮັດໃຫ້ຕົວເອງຈະເລີນກ້າວໜ້າ ແບບວິທີຕ່ຳໆນັ້ນລະ ດີບໍ່ດີມັນກະຕື່ມຄຳເວົ້າໃສ່ນຳ

ເຖິງແນວໄດກະຕາມຄົນເຮົາ ຢູ່ຮ່ວມກັນທຳມາຫາກິນເພື່ອລ້ຽງປາກ ລ້ຽງທ້ອງລໍເວລາຕາຍ ເຮັດອິຫຍັງ ທຳອິຫຍັງ ອະໄພກັນໄດ້ກະແລ້ວໆໄປ ປັນຫາທຸກຢ່າງລ້ວນແລ້ວມີທາງອອກ ແຕ່ ທຸກໆທາງອອກກໍ່ລ້ວນແຕ່ມີປັນຫາ ຢ່າໄປນຳແກ້ປັນຫາທີ່ມັນເກີດຂື້ນມາຕະຫຼອດ ໃຫ້ພິຈາລະນາແກ້ເທົ່າທີ່ເຮັດໃດ້ ແລ້ວມັນກໍ່ຈະດີເອງແລ

ຂໍອະໄພແດ່ເດີຖ້າບໍ່ເຂົ້າຫູໃຜ
 ຂອບໃຈທີ່ອ່ານຈົນຈົບ  ໂດຍ: ບັນເຈີດ ວັນທາ (ໂກ້)
    

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ