คําอวยพอนปีใหม่ ຄວາມເວົ້າດີໆ ໄວ້ອວຍພອນ ປີໃຫມ່


ປີໃຫມ່ໃກ້ແລ້ວ...ຂໍຈະເຣີນພອນ ອ່ວຍພອນແດ່ທ່ານຈົ່ງປະສົບແຕ່ຄວາມສຸກສົມຫັວງ ສົດຊື່ນແຈ່ມໃສ ຫລີ້ນ ກິນທ່ອງທ່ຽວດ້ວຍຄວາມມ່ວນແລະປອດໄພ...ສາທຸ !

Happy Lao New Year 2019 ! Sokdee Pi Mai Lao !!! |
---------------------'---------------------------------'----------------- ຖ້າຫາກວ່າ ຄິດບໍ່ອອກຊອກຄວາມເວົ້າດີໆອື່ນໃດ ບໍ່ໄດ້ໃນເວລາສົງນ້ຳພຣະ , ຖວາຍດອກໄມ້ ທູບທຽນ ແລະ ແຫ່ດອກໄມ້ ວຽນທຽນ ກໍລອງວ່າດັ່ງນີ້ເບີ່ງ :
" ຄວາມຫົດສົງພຣະພຸດທະຮຸບ (ອີກເເບບນື່ງ) "
- ນະໂມ.........3 ເທື່ອ
- ສາທູ ! ຫມູ່ຂ້າຂໍຍໍຍົກນີ້ວ ຫິ້ວຄຸຂັນໂອ
ທັງຂວດໂຖຈານບວຍ ອ່ວຍມາໂຮມເຕົ້າ
ເຂົ້າສຸ່ອາລາມກວ້າງ ດ້ວຍດວງຈິດທີ່ແມ້ງມ່ວນ
ຫມົດທັງມວນຝູງຂະນ້ອຍ ທະຍອຍລ້າງໂສດສົງ ນີ້ແລ້ວ
- ກໍຫາກເປັນຮີດເຄົ້າ ເຖົ້າແກ່ບູຮານ
ຮອດສົງການມາເຖີງ ບໍ່ລະເຫລີງຫນີຍ້າຍ
ມີຫມູ່ມາລາໄມ້ ກັບໃສງາມນ້ຳສະອາດ
ຂໍຢາດຫົດອົງພຣະເຈົ້າ ເອົາໃຈເຂົ້າສູ່ສ່ວນບຸນ ນີ້ແລ້ວ
- ຫາກວ່າພຣະອົງນ້ອຍ ຜູ້ຂ້າໄດ້ຊູນບາຍ
ຫາກວ່າພຣະອົງໃຫຍ່ ຜູ້ຂ້າໄດ້ຫລົງລູບ
ອົງພຣະພູດທະຮູບ ອົງທອງອົງຫີນ
ໂຕແທນຜູ້ມີສີລ ສູງສູດລ້ຳເລີດ
ທ່ານເປັນຜູ້ປະເສີດ ສັກສິດສັກສິດ
- ຜູ້ຂ້າບໍ່ມີຈິດ ຄິດລ່ວງເກີນກາຍອື່ນ
ຜູ້ຂ້າຂໍຍໍຍື່ນ ເອົາແຕ່ບຸນແຕ່ບຸນ
ຫາກພາດພັ້ງຕ້ອງຊູນ ຂໍຢ່າໄດ້ມີບາບ
ຂໍຫົດສົງອົງອາບ ເອົາແຕ່ບຸນແຕ່ບຸນ ນີ້ແລ້ວ
- ສາທຸ ! ຂໍໃຫ້ຜູ້ຂ້າກ້ຽງຂາວ ແວວວາວງາມຄ່ອງ
ພະຍາດບໍ່ຕ້ອງ ຄວາມຫມອງຮ້າຍບໍ່ມີ
ແສນງາມດີ ປານມະທີວາດຄ່ອງ
ໃຜກໍຍໍຍົກຍ້ອງ ວ່າຂະນ້ອຍ ຜູ້ງາມຜູ້ງາມ ແທ້ນາ ສາທູ !
------------------ -----------------------------------------------------
" ຄວາມຖວາຍດອກໄມັ ວຽນທຽນ(ອີກແບບນື່ງ)"
- ນະໂມ............3 ເທື່ອ
- ສາທຸ ! ພຸດທະບຸຊາ ທັມມະບູຊາ ສັງຄະບູຊາ.......ສາທຸ !
- ສາທຸ ! ຫມູ່ຂະນ້ອຍທັງຫລາຍ ທັງຍິງຊາຍນ້ອຍໃຫຍ່
ໄດ້ພ້ອມໃຈກັນມາ ມີມາລາດອກໄມ້
ທູບທຽນໄຕ້ເຮືອງຮອງ ຫວັງໃຈປອງນົບໄຫ້ວ
ຄຸນຕັຍແກ້ວສາມປະການ ຄຸນສອງທ່ານພໍ່ແມ່
ຄຸນເຖົ້າແກ່ຄູອາຈານ ຄຸນທີ່ຖານສັກສິດ
ຄຸນທຸກທິດຟ້າດິນ ຈີ່ງປີ່ນຫ້ນາມານ້ອມ
ຈີ່ງໄດ້ພ້ອມກັນມາວ່າ : ສາທຸ...!
- ສາທຸ ! ຜູ້ຂ້າບູຊາພຣະພຸດ ຂໍຈົ່ງບໍຣິສຸດຜຸດຜ່ອງ ໃສອ່ອງຕ່ອງຄອງກາຍໃຈ ມີບຸນຫລາຍ ມີໂຊກລາບ ມີອຳນາດ ວາດສະຫນາ....
- ຜູ້ຂ້າ ບູຊາພຣະທັມ ຂໍຈົ່ງສົມຫວັງດັງຄິດ
ທັງຊີວິດແລະການງານ ທັງຄວາມຊານສະຫລາດ
ທັງຄວາມສາມາດ ແລະປັນຍາ
ມີຣາສີ ຂື້ນດີ ຍ່ອງໆ...
- ຜູ້ຂ້າ ບູຊາພຣະສົງ ຂໍຈົ່ງຫມັ້ນຄົງໂພຄະຊັບ ກັບທັງບໍຣິວານ ໃຜໆກໍຫວານຮັກຫໍ່ ມາຊ່ອຍກໍ່ສ້າງແປງ ມາເບີ່ງແຍງບໍ່ຂາດ ....
- ຜູ້ຂ້າ ບູຊາພຣະທາດ ຂອງສາຍຍາດພໍ່ແມ່ ຂອງເຖົ້າແກ່ຄູອາຈານ ຂໍໃຫ້ບຸນສົມພານ ມາຊ່ອຍຍູ້ ຂໍໃຫ້ໄດ້ຫມູ່ຄູ່ດູແລ ມີຮັກແທ້ອຸ້ມຊູ ມີຜູ້ອີ່ດູເທົ້າເຖົ້າ...
ຄຸນພຣະເຈົ້າຮັກສາ ຄຸນມານດາບິດາຫລິງຫລ່ຳ ຄຸນພຣະທັມ ພຣະສົງຄຸ້ມຄອງ ຢ່າຂັດຂ້ອງຫມອງໃຈ
ຢ່າມີໄພມານາບ ຢ່າບາບມາພານ ຂໍຄວາມສຸກສຳລານ
ຈົ່ງເກີດມີແກ່ລູກແກ່ຫລານ ບ້ານເມືອງເຮືອງຮຸ່ງ ພູ່ງພົ້ນດັ່ງແສງທຽນ ວຽນຮອບທົ່ວກັນຫມົດ ທຸກຕົນ
ທຸກຄົນແດ່ກໍຂ້າເທີ້ນ ສາທູ.....! ອະນູໂມທາມິ..../
-----------------------------------------------------------------------'
" ຄວາມເຊີ້ງແຫ່ດອກໄມ້ວຽນທຽນ(ອີກແບບນື່ງ)"
ເອົາ! ເຢິ ຊ້າ ເຢິ ຊ້າ ເຢິ ຊ້າ ແຢີ ! ຮີບມາເດີ ມາແຫ່ດອກໄມ້ ທູບທຽນໄຕ້ຍ່າງຍ້າຍກັນມາ ພ້ອມກັນວ່າ ສາທຸ ສາທຸ ຍ່າງເປັນຫມູ່ເປັນຄູ່ງາມຫລາຍ ເຮົາພ້ອມໃຈກັນມານົບໄຫວ້ ເພື່ອຢາກໄດ້ບຸນອານິສົງ ໃຫ້ຫມັ້ນຄົງຄວາມສຸກສົດຊື່ນ ຈື່ງຍໍຍື່ນດອກໄມ້ທູບທຽນ ຍົກໃສ່ສຽນວຽນຂວາສາມຮອບ ຕາມເດີ່ນຂອບວັດວາອາຮາມ ເດີນງາມໆດີໆເດີຫມູ່ ວ່າສາທຸເລື້ອຍໆຕໍ່ໄປ ມ່ວນຄັກຫລາຍເຢິຊ້າ ເຢິຊ້າ ທັງອອກທ່າຟ້ອນມ່ວນໄປນຳ ຕາມຈັງຫວະສຽງພິນເພີ່ນເສບ ຍໍໃສ່ເກດດອກໄມ້ທູບທຽນ ຍໍໃສ່ສຽນບຸນຄຸນພໍ່ແມ່ ຍົກໃສ່ເກົ້າຄຸນເຖົ້າຕາຍາຍ ເອົາ ! ພ້ອມກັນໄປສາທຸສາທຸ ແຮງເເດ່ຫມູ່ຊ້າເຢິຊ້າເຢີ ຮີບມາເດີມາແຫ່ດອກໄມ້....( ກັບຄືນແຕ່ຕົ້ນຈົນຈົບຄົບ3ຮອບ )
------------------------------------------------------------------------


Laoconnection.com: LLR (book): Cutest Book to Explain Lao New Year
ຫາກຜີດພາດປະການໃດຂໍອະໄພນຳທ່ານຜູ້ຮູ້ ພໍ່ແມ່ຄູອາຈານທັງ ຫລາຍ....ເຈດຕນາຜູ້ຂ້າຫວັງແຕ່ປູກຈິດສຳນຶກທີ່ດີຕໍ່ປີໃຫມ່ລາວເຮົາເທົ້ານັ້ນ...ແລະຂໍຂອບໃຈລ່ວງຫ້ນາຕໍ່ທຸກຄຳຊີ້ແນະ
ດ້ວຍຄວາມເຄົາລົບ !

ບຸນສົ່ງ ວັນທາ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ