คําอวยพอน บดกอน คําคม คติทัม ຫ້ອງ ບົດກອນ ບົດເທດ ບົດແລ່ ນິທານ ຄຳຄົມ ຈາກພໍ່

-ຕັ້ງໃຈ ຫຼື ລົ້ມເລິກມ້າງ
-ເຮັດກໍ່ສ້າງ ຫຼື ເພພັງ
-ສຸກສົມຫວັງດັ່ງທີ່ຄິດ ຫຼື ຊີວິດບໍ່ມີຫວັງ
-ພວມມ່ວນເມົາມັນ ໄປໄວບໍ່ພາດພັ້ງ
ຫຼື ພະລັງອ່ອນລ້າ ແຄ່ງຂາສິ້ນທ່າເດີນ
-ສິ່ງທີ່ຈະເຣີນ ຄືສະຕິດີໆ ແທ້ເອີຍ

🤗 ໂລກອາດຄຽດ 🤗
-ຄົນກໍຂຸດ ໝູກໍດຸດ
ແມວກໍຄູດ ແຫຼວກໍຊູດ
ເຜິ້ງກໍດູດ ນາກກໍມຸດ
ຢ່າງບໍ່ຢຸດ ສຸດກໍາລັງໃຜມັນ

-ຖາມວ່າໂລກ ໂສກເສົ້າຮ້າຍ ຫຼືໜ່າຍຄຽດ
ເມືອຖືກຢຽບ ເອົາປຽບຮັດ ດ້ວຍຄົນສັດ
ອາດຈະຄຽດ ສະເພາະຄົນ ບໍ່ສົນສັດ
ເພາະຄົນຖະໜັດ ຊັດຄວາມຮຸນແຮງ ສຽບແທງເອີຍ

! ມີໃຜແດ່ທີ່ຍັງຄິດຢ້ານຜີຫຼອກຢູ່ບໍ! ໃນເມື່ອຕົນບໍ່ໄດ້ຢູ່ໃນຄວາມຮົກ, ຄວາມມືດ ແລະບໍ່ໄດ້ຢູ່ຢ່າງໂດດດ່ຽວປ່ຽວພອຍ ແຕ່ຖ້າເປັນຄວາມຢ້ານທົ່ວໄປນອກນີ້ແລ້ວ ຄືຢ້ານເຈັບ, ຢ້ານຕາຍ, ຢ້ານອຶດ, ຢ້ານຢາກ, ຢາກທຸກ, ຢ້ານຍາກ... ແລ້ວຢູ່ທີ່ໃດ ແລະຄິດວ່າໃຜໆກໍຫາກຍັງຄິດຢ້ານກັນທັງນັ້ນ ຖ້າຫາກບໍ່ໝັ່ນຈັດສັນ ວິທີຄິດຄືນໃໝ່ເລື້ອຍໆ....

! ມີໃຜຄິດໄວ້ຢາກໃສ່ຊື່ລູກຈັ່ງຊີ້

ຜູ້ທີ1 ຊື່: ຄໍາຮັກ
ຜູ້ທີ2 ຊື່: ພອນສະຫວັນ
ຜູ້ທີ3 ຊື່: ພັນສະແຫວງ
ຜູ້ທີ4 ຊື່: ອິນແປງ
ຜູ້ທີ5 ຊື້: ບຸນແຍງ
ຜູ້ທີ6 ຊື້: ໂສພາ
ຜູ້ທີ7 ຊື່: ປານີ
ຜູ້ທີ8 ຊື່: ແສນດີ
ຜູ້ທີ9 ຊື່: ຄຸນມີ
ຜູ້ທີ10 ຊື່: ສຸກຂີ
ຜູ້ທີ່11 ຊື່: ວ່າຈັ່ງໃດ ? ອິ..ຮີ..ຮີ
! ພໍແລ້ວ ມືງບໍ່ເມື່ອຍບໍ?...ບັກຫຳ...

× ມີສັດເດຍລະສານຊະນິດໜຶ່ງຍິ່ງໃຫຍ່ມາກ ມັນອາດສາມາດກິນໄດ້ທຸກຢ່າງ!
.......? (ກົບກິນເດືອນ)
ມີສັດເດຍລະສານອີກໂຕໜຶ່ງແຮງຍິ່ງໃຫຍ່ມາກກວ່າທຸກໂຕ ມັນອາດສາມາດເປັນຜູ້ນໍາໜ້າພາທາງສັດທຸກຊະນິດທັງໝົດ ແມ້ກະທັ້ງຄົນ.
......? (ຖ່ານໄຟສາຍກາກົບ,ຊີມັງການົດອິນຊີ,ນໍ້າດື່ມກາມັງກອນ,ກະເບື້ອງກາຊ້າງ,ນົມກາໝີ, ຜ້າຫົ່ມກາຄົນ....ແຮແຮໆໆ)

×ຄິດວ່າມີລົດຊະນິດໜຶ່ງລາຄາແພງກວ່າໝູ່:
...ລົດແຂ່ງ, ລົດຫລູ, ລົດໄຟ, ລົດໃຫຍ່...ລົດຫາຍາກ....?
- .........? (ລົດຍົນ).

×ອຸປະຕິເຫດຄັ້ງນັ້ນພາໃຫ້ຊາຍທັງ3ຄົນທີ່ນັ່ງມາໃນລົດເສຍຊີວິດໝົດ....ແລ້ວຍາດພີ່ນ້ອງຈຶ່ງນໍາສົບໄປບຳເພັນກຸສົນ ແລະອຸທິດສົ່ງບຸນໄປຫາຕາມປະເພນີ. ຊາຍ3ຄົນຊາບຊື່ຕໍ່ມາວ່າ: ທ້າວ ດວງ , ທ້າວ ວິນ ແລະ ທ້າວ ຍານ.

ລະຫວ່າງພວກເຂົາ3ຄົນນັ້ນ: ແມ່ນໃຜນໍຈະໄດ້ຮັບບຸນກຸສົນກ່ອນກັນ?
- ອາດແມ່ນທ້າວ ດວງ ໄດ້ຮັບບຸນກຸສົນກ່ອນໝູ່ ຕໍ່ມາກໍແມ່ນ ທ້າວ ວິນ ແລະທ້າວຍານ ເປັນຄົນສຸດທ້າຍ ເພາະວ່າອຸທິດບຸນກຸສົນໄປຫາດວງວິນຍານຜູ້ຕາຍ.

× ຍ້ອນຖາງໄມ້ທໍາລາຍປ່າຫຼາຍ....ມື້1ຢູ່ທີ່ບ້ານນອກສອກຫຼີກຫ່າງໄກ...ມີໝີໃຫຍ່ໂຕ1 ເຂົ້າມາບ້ານ ແລະໄດ້ກັດຊາວບ້ານຈົຍໄດ້ບາດເຈັບ...ຊາວບ້ານຄຽດຫຼາຍນໍາໄລ່ຕິດຕາມໝີໂຕນັ້ນໄປກະວ່າຈະຂ້າມັນໃຫ້ໄດ້ແຮ່ກໍບໍ່ທັນ ພໍໄປຮອດພູ ແລະມີຖໍ້າໃຫຍ່ແຫ່ງໜຶ່ງ ມີຍາພໍ່ກໍາມະຖານອົງໜຶ່ງ ນັ່ງຫຼັບຕາພາວະນາຢູ່ທີ່ພະລານຫີນປາກຖໍ້າ ຊາວບ້ານຈຶ່ງເຂົ້າໄປຂາບຖາມເພິ່ນວ່າ:
ຍາພໍ່.....! ຢູ່ທີ່ນີ້ບໍ່ເຫັນໝີໃຫຍ່ແລ່ນມານີ້ບໍ? ຂະນ້ອຍຈະນໍາ....ມັນ....ເພາະມັນກັດຄົນ.
ດົນເຕີບຍາພໍ່ຈຶ່ງຄ່ອຍເວົ້າຂຶ້ນຊ້າໆວ່າ:
- ພໍ່ອອກມາມື້ນີ້ ມີແຕ່ເລື່ອງຂີ້ໝານີ້ລະນໍ!
ພໍເວົ້າແລ້ວເພິ່ນກໍນັ່ງຫຼັບຕາເສີຍບໍ່ເວົ້າຫຍັງອີກ
(ຊາວບ້ານບໍ່ເຂົ້າໃຈແປຄວາມອາຈານບໍ່ເປັນ)

×ມີແມ່ຕູ້ຜູ້ໜຶ່ງຕາຟາງງົມຫງົວຢູ່ເຮືອນຜູ້ດຽວ...ຍ້ອນລູກຊາຍ(ຄົນດຽວ)ຂອງລາວບໍ່ເບິ່ງບໍ່ແຍງ...ໄປຢູ່ເຮືອນເມຍກໍແລ້ວຈ້ອຍ....ປະໃຫ້ແຕ່ເພື່ອນບ້ານເບິ່ງຕາງ...ມື້ໜຶ່ງມີຜູ້ຖາມແທ່ຕູ້ວ່າ:
-ລູກຊາຍນັ້ນກໍບໍ່ໄດ້ມາເບິ່ງແມ່ຕິ? ເປັນຫຍັງຈຶ່ງປະຖິ້ມແມ່ຢູ່ຜູ້ດຽວຈັ່ງຊີ້? ແມ່ຕູ້ຕອບວ່າ:
-ມັນບໍ່ໄດ້ມາດອກເພາະມັນກໍາລັງມີເຫົາ...
- .......?
ກ່ຽວອັນໃດຫວະກັບມີເຫົາ ຫຼືວ່າມີໜີ້ຕ້ອງໄດ້ໃຊ້ໜີ້ກ່ອນ? ເຮເຮ ໆໆ ..... ! ບໍ່ເຂົ້າໃຈແປຄວາມຜູ້ເຖົ້າບໍ່ໄດ້.






ກິເຫຼດ ກັບ ໃຈ
ໄວຣັສ ກັບ ຄອມພິວເຕີ້
ຄວາມພັ້ງເຜິະ ກັບ ສະຕິ

^^××÷÷÷÷÷÷÷÷÷÷÷÷÷÷÷÷××^^

×ສຳລັບເຮົາແລ້ວຮູ້ພິຈາລະນາ 3ຢ ກໍພໍ
1 ຢ-ຢາກ
2 ຢ-ຢ້ານ
3 ຢ-ຢຶດ
ແລ້ວ....(ຢ) - ຢ່າໄປຄິດຫຍັງຫຼາຍ!

^^××÷÷÷÷÷÷÷÷÷÷÷÷÷÷××^^

×ໜາມປັກ..ເອົາໜາມບົ່ງ..ສົ່ງມັນອອກ
×ຫາກຖືກຍອກ..ດ້ວຍຫອກຄິດ..ພິດບັນຫາ
×ຄວາມເຈັບຊໍ້າ..ມາຕໍາໄໝ້..ໃນອຸລາ
×ສິ່ງເປັນຢາ..ແກ້ບັນຫາ..ຄືຄວາມຄິດ

^^××÷÷÷÷÷÷÷÷÷÷÷÷÷÷÷÷××^^

"ສຸກທຸກຢູ່ທີ່ນີ້"

ສຸກຫຼືທຸກຢູ່ທີ່ນີ້ ໃນພື້ນທີ່ບໍ່ຫຼວງຫຼາຍ
ຍາວເທົ້າກາຍວາເຮົາ ໜຶ່ງສອກແຂນທາງກວ້າງ
ສ່ວນວ່າລວງໜານັ້ນ ໜິດດຽວພຽງຄືບ
ດັງສືບລົມສູບລ້ຽງ ຫັນໄດ້ເອີ້ນວ່າຍັງ

ຈັ່ງວ່າຫາໃສໄດ້ ສຸກໄກຈາກບ້ານເກົ່າ
ລືມວ່າເຮືອນຮ່າງເຄົ້າ ເຮົາມີແລ້ວຄົບທຸກອັນ
ຕ່າງແຕ່ສັນຫຼືຖິ້ມ ຊີມກິນຫຼືປະປ່ອຍ
ພໍໃຈນົວແຊບຊ້ອຍ ຫຼືຍິນຮ້າຍໜ່າຍສະອາງ

ຫາກເຮົາວາງສິ່ງໃກ້ ເກີດໃຫຍ່ກັບເຮົາ
ຫວັງແຕ່ເມົາສຸກເພີນ ສິ່ງເກີນໄກເອື້ອມ
ອາດວ່າມີແນວເລື້ອງ ມາຂັດເຂືອງບູດເນົ່າ
ຫະໄທເຮົານ້ອຍໆ ຈະຈົມຈ້ອຍບໍ່ຫມັກ

ຈັ່ງວ່າຄັກໆແທ້ ກະແສແມ່ໃຈເຮົາ
ສຸດທີ່ແວວວາວໃສ ອ່ອນລະໄມນວນລໍ້າ
ຈົ່ງຄິດຫງໍາຫວນທ້ອນ ຢ່າຈອນດຶງເຂໄຂວ່
ເມົາມົວໄກບໍ່ເບິ່ງໃກ້ ຈົນຕາຍນັ້ນບໍ່ພົບສຸກ ດອກລູກເອີຍ

^^××÷÷÷÷÷÷÷÷÷÷÷÷÷÷÷÷××^^

#)ວິທີແຕ່ກ່ອນຜູ້ເຖົ່າຮຽນຮູ້ເພື່ອເຂົ້າໃຈພຸດທະສາສະຫນາ:
-ພຸດໂທ,ທັມໂມ,ສັງໂຄ ...! ພຸດ....ໂທເອີຍ ! ທັມ....ໂມ ເພິ່ນມີໄວ້. ສັງ....ໂຄ ເພິ່ນບອກຕໍ່ ຂະນ້ອຍຂໍເຂົ້າໃກ້ ອາຈານໄດ້ຊ່ອຍບອກສອນແດ່ທ້ອນ ສາທຸ! ບຸນຄຸນພໍ່ແມ່ຄູບາອາຈານ!

#)ວິທີປັດຈຸບັນຂອງຄົນລຸ້ນໃຫມ່:
-ພຸດ...ໂທ ,ທັມ...ໂທ ,ສັງ....ໂທ! ອະໂຫຼ! ໂທເອີຍ! ຂະນ້ອຍບໍ່ເຂົ້າໃຈ....! ຈັກອັນໃດດີອັນໃດຮ້າຍ ອະທິບາຍໃຫ້ຂະນ້ອຍແດ່ບໍ່ໄດ້ແປະມໍ່ໃກ້ ພຽງສຽງໃຊ້ສົ່ງຖາມນີ້ແລ້ວ...! ອະໂຫຼ! ອະໂຫຼ....ອະ....ໂຫຼ ໂອຍນໍ...ຖ້າພະອາຈານຮູ້ຫຼິ້ນເຟສແຮງເຮັດໃຫ້ຂະນ້ອຍງ່າຍ...ຖ້າພະອາຈານຮູ້ຫຼິ້ນລາຍແຮງເຮັດໃຫ້ຂະນ້ອຍສະດວກ ອັນນີ້ພວກຂະນ້ອຍໂທແລ້ວບໍ່ຮັບສາຍ...ສາທຸ

^^××÷÷÷÷÷÷÷÷÷÷÷÷÷÷÷÷××^^

^ທ້ອງ ແລະຫ້ອງເຮືອນ^

ລູກຢູ່ທ້ອງ ຍາມທຽວທ່ອງໄປໃສ
ກິດຈະກໍາອັນໃດ ຄ່ອຍລະແວງລະວັງແທ້
ແມ່ນຈະແລຫຼິງຮູບ ແນວໃດບໍ່ຫນ້າເບິ່ງ
ກົວຢ້ານເຖິງທຸກໃຫ້ ແນວຮ້າຍລູກບໍ່ດີ

ຢ້ານວ່າໄປແປດເປື້ອນ ສະເທືອນລູກໃນຄັນ
ບໍ່ຫ້າວຫັນແຂງແຮງ ກ່ານແດງດຳຊໍ້າ
ເກີດເປັນກັມປົມດ້ອຍ ເປັນຮອຍບາບໃຫຍ່
ຫຼືຈິດໃຈບໍ່ຖ້ວນ ເຕັມເຟື້ອງຄົບສະຫຼືງ

ຈຶ່ງວ່າລໍແຕ່ມື້ ລູກເກີດມືນຕາ
ຄົບເຄື່ອງອົງຄົນມາ ແມ່ກໍດີໃຈແລ້ວ
ແຄ້ວຄາດໄພພານຕ້ອງ ຖະຫນອມປອງລູກໃຫຍ່
ອັນໃດມີເຂົ້ານໍ້າ ທຸກຍາມພ້ອມບໍ່ຫິວ

ຈັ່ງວ່າຕື້ຕິ່ວລົ້ນ ຄຸນແມ່ເຫຼືອຫຼາຍ
ຍາກທີ່ບັນລະຍາຍໝົດ ແຕ່ງກອນຄາວນີ້
ຫວັງຄະຕິເຕືອນໃຫ້ ໄວເດັກຫຼານລູກ
ສຸກທຸກມາລົ້ນຟ້າ ຢ່າປະຖິ້ມພໍ່ແມ່ຕົນ

ຍາມນີ້ເພິ່ນເພິ່ງຊົ້ນ ຫ້ອງແຫ່ງເຮືອນເຮົາ
ເຖິງທີ່ຄາວໂຮຍແຮງ ອ່ອນກາຍລົງແລ້ວ
ແນວໃດອົດທົນທ້ອນ ຖະຫນອມຄືນຊົດຊ່ອຍ
ຍາກແດ່ຄວາມເລັກນ້ອຍ ໃຫ້ຄອຍຕຸ້ມລະນຶກເອົາ

ນຶກວ່າ..ໜາວແລະຮ້ອກ ຜ້າຜ່ອນກໍຍັງມີ
ຫາກວ່າແນວບໍ່ດີ ບາດຝີຫຼືເຈັບທ້ອງ
ຢາຢູ່ໃນຫົນຫ້ອງ ຂອງດີສະບູອາບ
ອ່ອນຫຍາບມີໃຫ້ຮູ້ - ຄາວສາບລະນຶກຮູ້
ຄ່ອຍຊູຊວ້ານສວ່າຍເອົາ ເທາະລູກເອີຍ




ບໍ່ວ່າເຮົາຈະເຮັດແນວໃດ ເຮົາກໍຫັວງແຕ່ຄວາມສຸກໃຈ ມີໄວ້ໃຫ້ແກ່ກັນເເລະກັນ ຈີ່ງຊິເອີ້ນວ່າ ເມດຕາ ກະຣຸນາ...!

_____________________________________________
" ຫມໍນັ້ນບໍ່ທຳມະດາ "
ໃນວົງສົນທະນາ ລະຫ່ວາງຫ່ມູພວກນຶ່ງ ມີຂື້ນວ່າ :
- ຫມໍນັ້ນ...ດຽວນີ້ ຈັກວ່າຢູ່ໃສ ? ມິດຊ້ອຍມ້ອຍ !
- ໂອ ! ດຽວນີ້ ບໍ່ທຳມະດາໃດ..! ເປັນ ພ.ອ. ໄປແລ້ວ !
- ພັນເອກ , ພົນເອກ...ຫລືວ່າ ກໍເປັນ ພະເອກ...?
- ບໍ່ແມ່ນ ! ....ເປັນ ພຣະອາຈານ...ບວດແລ້ວ !
____________________________________________
ຢາກເປັນຜູ້ຈະເຣີນ ແລ້ວບວດ ເພາະວ່າ....ຂ້າແຕ່ພຣະສົງຜູ້ຈະເຣີນ ພວກຂະນ້ອຍທັງຫລາຍຂໍນ້ອມຖະຫວາຍ...!
___________________________________________
ບໍ່ວ່າເຫລົ້າ ຊະນິດໃດ ກໍມັກມີເລືອດເສືອເຈືອປົນຢູ່...!
_____________________________________________
-( ເຮົາແຜ່ເມດຕາ ບໍ່ໄດ້ແຜ່ຄັວນຢາ ຖ້າແຜ່ຄັວນຢາ ເທົ້າກັບບໍ່ໄດ້ແຜ່ເມດຕາ ! ໂອ ! ໂນ ສະມົກຄີງ !
- ສະຕິທຸກເມື່ອ ຢ່າຖີ້ມຂີ້ເຫຍື່ອຊະຊາຍ !
- ຖ້າເຮົາອອກຢາສູບບໍ່ໄດ້...ກໍສູບຢາໃຫ້ເປັນໄປເລີຍ ! ຮູ້ເຂົາ , ຮູ້ເຮົາ , ຮູ້ກາລະເທສະ...ອາແດງ , ອາແພງ , ຊອງແຂງ , ຊອງອ່ອນ...ຢ້ອນສູບ !
____________________________________________
ແຜ່ເມດຕາຕົນເອງ
ແຜ່ເມດຕາຜູ້ອື່ນ
ຮັກຕົນເອງ
ຮັກຜູ້ອື່ນ
ການບັງບຽດຄຽດຊັງຜູ້ອື່ນ ຄືການບັງບຽດຄຽດຊັງຕົນເອງ ເພາະຄົນປູກພືດຜົນແນວໃດ ກໍໄດ້ຮັບຜົນພືດແນວນັ້ນ ...!
___________________________________________
ທຳມະຊາດຄືສີ່ງເກີດຂື້ນເອງ ບໍ່ມີໃຜແຕ່ງ...ຖ້າເຮົາໃຈຮ້ອນແຮງ ແຕ່ງອັນໃດໃຫ້ວຸ້ນແລ້ວ ຄວາມເປັນທຳມະຊາດ ກໍບໍ່ອາດເກີດຂື້ນ ຫລື ທີ່ເກີດຂື້ນແລ້ວກໍຫາຍໄປ...
_____________________________________________
ຄຳຍ້ອງຍໍນື່ງ ທີ່ເຂົາໃຫ້ກຽດ ຄວາມສະຫລາດ ມັນສະຫມອງຫົວຄົນເຮົາຄື : ຫົວ + ຫ້ນາ = ຫົວຫ້ນາ . ເປັນຫົວຫ້ນາພາທາງ...
____________________________________________
ຢູ່ບ້ານນຳພໍ່ເເມ່ ບໍ່ທັນມີຄອບຄົວຜົວເມຍ ກໍສະບາຍດີຢູ່ຢ່າງນຶ່ງ ເພາະບໍ່ມີພາລະຫລາຍ ທຳຫ້ນາທີ່ຂອງຜູ້ເປັນລູກທີ່ດີກໍພໍ .... ແຕ່ພັດເລີ້ມໄດ້ວຽກໄດ້ການແລ້ວ ກໍເລີ້ມຍາກຂື້ນ ເພາະໄດ້ທຳສອງຫນ້າທີ່ພ້ອມກັນ ຄື : ລູກ + ນ້ອງ = ລູກນ້ອງ . ເປັນລູກນ້ອງເພິ່ນ...ເກີນຈັ່ງແມ່ນເນາະ..!
____________________________________________
" ລັກລອບ "
ໃນຄືນນຶ່ງ ....ທີ່ບຶງໃຫຍ່ແຫ່ງນື່ງ ເບັດ , ມອງ , ໄຊ ແລະ ລອບ ໄດ້ສົນທະນາກັນຂື້ນວ່າ :
-ເບັດ : ດຽວນີ້ ສະບາຍບໍ່ມີຄົນລັກຢາມເບ້ດ ເອົາປາໃນເບັດແລ້ວຢຽບເບັດຖີ້ມ...
- ມອງ ແລະ ໄຊ : ພວກເຮົາກໍຄືກັນ ສະບາຍ ບໍ່ມີໃຜລັກຢາມມອງ ລັກຈອບໆມອງໆ...ແລະກໍບໍ່ມີໃຜລັກຢາມໄຊ ເອົາປາແລ້ວຢຽບໄຊຖີ້ມຄືແຕ່ເກົ່າ..ມີແຕ່ເຂົາເອົາເງິນຍັດໃສ່ ແລະ ເອົາໄປບູຊາໄວ້ກໍມີ...ອິ.ຮີໆ...ດີແທ້ໆ...!
- ລອບ : ໃຄແດ່ຕິ ພວກໂຕ...ເຮົານີ້ ເຂົາໂລດມັກລັກແທ້ໆ...ບໍ່ຈັກວ່າ ລ້ກລອບເອົາປາ , ລັກລອບຕັດໄມ້ທຳລາຍປ່າ , ລັກລອບຄ້າສັດຫວງຫ້າມ , ລັກລອບຄ້າສີ່ງເສບຕິດຜິດກົດຫມາຍ , ລັກລອບຄ້າປະເວນີ , ລັກລອບຫລີ້ນການພະນັນ , ລັກລອບມີກັນແລະກັນ...ໂອຍ ! ເຮົາໂລດອຸກ ....!
____________________________________________
" ສະພາວະໂລກຮ້ອນ "
ມື້ນື່ງ...ຢູ່ທີ່ແຫງນື່ງ ມີສຽງສົນທະນາກັນຂື້ນວ່າ :
-......ສາຍເຫດນຶ່ງ ທີ່ພາໃຫ້ໂລກເຮົາຂື້ນທຸກວັນນີ້ ເຮົາວ່າເປັນນຳ ຂົ້ວໂລກ .
- ກະດຽວວ່າ ຂົ້ວໂລກມັນຫນາວ...?
- ຂົ້ວ ປີ້ງ ຈີ່ ຈືນ....!
- ....ຫ້ນາຈະເອີ້ນວ່າ ຂັ້ວນໂລກ ເນາະ ! ພໍໃຫ້ຫ່ນວບໂລກເຮົາ ມີຂັ້ວນເຫມືອນຫ່ນວຍຫມາກໄມ້ໃນຕົ້ນ ແລ້ວມັນຈິ່ງຈະເຢັນ....
___________________________________________
" ຕິດ ( ບ ) "
......ສອງສ່ຽວລົມກັນ :
-....ລູກຊາຍເຮົາ ຫາກໍຮຽນເປັນຊ່າງປູນ....ໂບກ , ກໍ່ ເປັນແລ້ວ . ພໍໄດ້ໃຊ້ເງິນນຳມັນນັ້ນແລ້ວ ເຮົາກະດາຍ . ດຽວນີ້ ມັນກຳລັງຕິດບົວ ຢູ່ເຮືອນເຂົາ....
- ໃຄແດ່ຕິ ລູກຊາຍໂຕຕິດບົວ ມັນກໍມີເງິນໃຊ້ແຫ້ລວ...
ສ່ວນລູກຊາຍເຮົານີ້ຕິ ! ແຕ່ເລີ້ມເປັນບ່າວສອນລອນ ມັນຕິດບານ ຕໍ່ມາມັນຕິດບຸ່ນ ແລະຕໍ່ມາມັນຕິດບຸນ-ບຸນບໍ່ຫລໍຢູ່ໃສໄປລຽບ.....ພໍເປັນບ່າວໃຫຍ່ ຕິດເບຍ , ຕິດບາ ຕໍ່ມາກໍຕິດ ( ບ )...ເສຍຄົນແລ້ວລູກເຮົາ...!
.... ຄຳສຸດທ້າຍເຂົາກົ້ມຫ້ນາລົງ ແລະເຫືມອນວ່າມີອັນໃດມາຄ້າງຄໍ ເວົ້າບໍ່ອອກ.
___________________________________________
ອາດີດເກົ່າຂອງຊີວິດ ມັນຜ່ານໄປແລ້ວ. ເປັນຈັ່ງໃດ ມັນກໍເປັນຈັ່ງຊັ້ນແລ້ວ . ໃຜຈະດັດແປງມັນໄດ້ອີກ....ມີແຕ່ສ້າງ ປະຈຸບັນໃຫມ່ ຖ້າຢາກໄດ້ອາດີດໃຫມ່ ແລະ ອານາຄົດ ອັນສົດໃສ ຕາມໃຈມັກຂອງຕົນ.
____________________________________________
- ມື້ນີ້ ຄືມື້ອຶ່ນຂອງມື້ວານນີ້
- ມື້ອື່ນ ຄືມື້ຮືຂອງມື້ວານນີ້
- ມື້ວານນີ້ ຄື ມື້ນີ້ ຂອງມື້ວານນີ້
- ມື້ຊືນ ຄື ມື້ວານນີ້ຂອງມື້ວານນີ້
- ປີນີ້ ຄືປີທ້ນາຂອງປີກາຍ
- ປີຫ້ນາ ຄືປີຮືຂອງປີກາຍ
- ປີກາຍ ຄືປີນີ້ຂອງປີກາຍ
- ປີຊືນ ຄືປີກາຍຂອງປີກາຍ
ເວລາຜ່ານໄຫລ ກາຍເປັນອາດີດທະກຂະນະ...
__________________________________________
ສາຍນ້ຳໃທ້ຄວາມເຢັນກາຍ
ສາຍທັມໃຫ້ຄວາມເຢ້ນໃຈ
ສາຍພູ ເມັດດິນ ຫີນ ແຮ່ຊາຍ....ໃຫ້ຄຸນຄ່າສິ່ງມາກມາຍ ໃນການເພີ້ມພູນຄູນສ້າງ...
ເສດພືດ , ຊາກສົບ , ຕົມເຫັມນ ຍັງເປັນອາຫານລຽ້ງຊີວິດ ອິນຊີ ສາຍເລືອດ....
ສາຍລົມ , ສາຍຟ້າ , ສາຍຕາ , ສາຍທາງ , ສາຍສຳພັນ ສາມັກຄີ ສາມັກຄານັງ ມຸ້ງຫັວງ ບຸຫົ້ມນ ພົ້ນທຸກກັນຕໍ່ໄປ...ເຖີດຄົນເຮົາເອີຍ !



ຄວາມຄີດມີຄ່າ ຄວາມວ່າມີຄຸນ

_____________________________
ຮູ້ປາກບໍ່ເຫົງາ ຮູ້ເລົ່າຈີ່ງຊື່ນ ຮູ້ຕື່ນຈີ່ງທັນເວລາ
______________________________________
ເງິນຈະບໍ່ຕິດຖົງ ຖ້າຫາກວ່າຖົງແລະເງິນ ບໍ່ມີຢາງຫນຽວແດ່ຈັກຫ່ນອຍ !
_____________________________________________
- ຢູ່ຖືກທີ່ ຫນີຖືກທິດ ຄິດຖືກທາງ ວາງວຽກຖືກຄົນ...ຈະສຸກລົ້ນ ມີໂຊກລາບ !
- ຢູ່ຜິດທີ່ ຫນີຜິດທິດ ຄິດຜິດທາງ ວາງວຽກຜິດຄົນ...ຈະສັບສົນ ປະສົບເຄາະຮ້າຍ !
____________________________________________
ເມື່ອເຮົາຍີ້ມ ຫ່ມູຍີ້ມກັບເຮົາ ແລະ ເຂົ້າໃຈເຮົາ ວ່າ ເປັນຄົນອ່ອນໂຍນ ອ່ອນຫວານ ຫ້ນາຮັກ...ແຕ່ພໍເຮົາໄຫ້ ຫລາຍຄົນກໍຈະເຂົ້າໃຈ ວ່າເຮົາອ່ອນແອ...ເປັນແອນ້ອຍໄປໄດ ຫ້ນາສົງສານ !
_____________________________________________
" ຍີ້ມສູ້ໄປ "
* ຄົນຮັ່ງຄົນມີ ນຸ່ງເຄຶ່ອງຈົບດີສະອາດ
ມີຊົງມີວາດ ຊວນສາດສາຍຕາແລມອງ
ທຸກຢ່າງພຽບພໍ ຫລາຍແທ້ນໍເຄຶ່ອງໃຊ້ເງິນທອງ
ຍາມເຫັນແລ້ວຕ້ອງ ພານຶກຂ້ອງຈ້ອງເບີ່ງໂຕເຮົາ
* ຄົນຮັ່ງຄົນມີ ນຸ່ງເຄື່ອງຈົບດີສະອາດ
ຄົນນຸ່ງເຄື່ອງຂາດ ກໍອາດທຳງານມົວເມົາ
ພວກເຮົາຄົນທຸກ ບໍ່ສະຫນຸກຄືກັບຫມູ່ເຂົາ
ແຕ່ສີ່ງດີເຮົາ ກໍພໍມີຍີ້ມໃຫ້ກັນ
* ຍີ້ມໃຫ້ກັນ ທຸກວັນໄປເທາະນໍນ້ອງ
ຍີ້ມໃຫ້ມັນຄ່ອງ ປອງດອງເລື້ອງສາຍສຳພັນ
ຍີ້ມໃຫ້ໄກທຸກ ຢູ່ສະຫນຸກຢ່າງຄົນມີກັນ
ຍີ້ມຢ່າງມັນໆ ສ້າງສັນມອງໂລກແງ່ດີ
* ລອງເປັນຄົນມີ ລອງເປັນເສດຖີນ້ຳໃຈ
ຍີ້ມກັນໃຫ້ຫລາຍ ຍີ້ມໄປທຳໃຈໃຫ້ດີ
ປັບປ່ຽນທິດທາງ ທຸກສີ່ງຢ່າງຊີວິດວິຖີ
ເລື້ອງຮ້າຍກາຍດີ ວິທີດຽວຄືຍີ້ມສູ້ໄປ
ສູ້ໄປຄືຍີ້ມສູ້ໄປ..../
____________________________________________
" ຍີ້ມຈາກໃຈ "
* ຄົນຮັ່ງຄົນມີ ນຸ່ງເຄື່ອງຈົບດີສະອາດ
ມີຊົງມີວາດ ຊວນສາດສາຍຕາແລຫລຽວ
ທຸກຢ່າງພຽບພໍ ງາມແທ້ນໍສະຫລາດປາດປ້ຽວ
ຊວນໃຫ້ແລຫລຽວ ແລະນືກກ້ຽວທຽບເບີ່ງຫມູ່ເຮົາ
* ຄົນຮັ່ງຄົນມີ ນູ່ງເຄື່ອງຈົບດີສະອາດ
ຄົນນຸ່ງເຄື່ອງຂາດ ບາງເທື່ອອາດປາດແຕ່ງເຮັດເອົາ
ເຮົາເປັນຄົນທຸກ ຢ່າໄປອຸກເລື້ອງສົ້ງຂາດເຂົ່າ
ເພາະສີ່ງດີເຮົາ ຍັງພໍມີຍີ້ມໃຫ້ກັນ
* ຍິ້ມໃຫ້ກັນ ທຸກວັນໄປເທາະນໍອ້າຍ
ຢ່າໄດ້ຄິດຫລາຍ ແກ່ໄວແລະອາຍຸສັ້ນ
ຍີ້ມໃຫ້ໄກທຸກ ຢ່າໄດ້ອຸກເທາະນໍຕາຫວານ
ຍີ້ມຢ່າງມັນໆ ນຳກັນເທາະນໍຄົນດີ
* ເຖິງເຮົາບໍ່ມີ ກໍເປັນເສດຖີນ້ຳໃຈ
ຍີ້ມກັນໃຫັຫລາຍ ຕັ້ງໃຈອົດທົນຂັນຕິ
ປັບປ່ຽນທິດທາງ ທຸກສີ່ງຢ່າງກໍຄົງຊິດີ
ເພາະຂ້າງອ້າຍມີ ນ້ອງນີ້ຄອຍຍີ້ມຈາກໃຈ
ຈາກໃຈນ້ອງຍີ້ມຈາກໃຈ.../
_____________________________________________
ໃນວັນນະຍູດ 4 ໂຕ ໄມ້ເອກຂຽນງ່າຍກ່ວາຫມູ່...ຂີດບາດດຽວ . ຕຳແຫນ່ງໃນໄວຍາກອນ ມັນອອກຫນ້າກ່ອນຫມູ່ ໄມ້ເອກ ໄມ້ໂທ ໄມ້ຕີ ແລະ ໄມ້ ຈັດຕະວາ .ແຕ່ຖ້າເປັນຕຳແຫນ່ງໃນວົງການສຶກສາ ທະຫານ ຕຳຫລວດແລ້ວ ມັນຈະໄປນຳຫລັງຫມູ່ ເຊັ່ນ : ຊັ້ນຕີ ຊັ້ນໂທ ຊັ້ນເອກ...ເຄີຍໄດ້ຍີນສຽງຜູ້ນື່ງດັງຂື້ນວ່າ....ເລື້ອງເອກມັນງ່າບໆ ເພາະເຮົາເຄີຍຕີ ແລະ ໂທມາຫມົດແລ້ວ !
_____________________________________________
.....ຜູ້ເຖົ້າສອງຄົນລົມກັນ :
- ....ເຖົ້າແລ້ວບໍ່ຢູ່ລ້າ ໄປຫາເປັນຫມູ່ເດັກນ້ອຍ !
- ໃຜວ່າ...?
- ກະບັກຫຳນ້ອຍຫລານເຮົານັ້ນຕິ ມັນວ່າ...ມັນວ່າ ວານນີ້ ໂຕຂໍເປັນເພື້ອນກັນກັບມັນ...ເຮົາໄດ້ຍິນຄັກໆເຕັມຫູເຮົານີ້ ແລະມັນກໍວ່າ ໄດ້ຮັບໂຕເປັນເພີ້ອນໄປຮຽບຣອ້ຍແລ້ວ !
- ......!
_____________________________________________
ເຮົາບໍ່ໄດ້ຢູ່ໂດດດຽ່ວ ບໍ່ວ່າຢູ່ໃສເຮົາກໍເຫັນຫນ້າ ແລະເວົ້າຈາກັນໄດ້ !





- ຜູ້ມັກເຢັນ ຜູ້ມັກຮ້ອນ
ຜູ້ມັກຢ້ອນ ຜູ້ມັກຊຶງ
ຜູ້ມັກຂຶງ ຜູ້ມັກຍີ້ມ
ຜູ້ມັກຊີມ ຜູ້ມັກກິນອີ່ຫລີ
- ຜູ້ມັກດີ ຜູ້ມັກຊົ່ວ
ຜູ້ມັກນົວ ຜູ້ມັກຈາງ
ຜູ້ມັກນັ່ງ ຜູ້ມັກນອນ
ອັນໃດບ່ອນ ຕ່ອນເຮົາມັກແທ້ໆ...?
-------------------------------------------------------------'

" ຜິດຫັວງຈັ່ງຊີ້ "

- ເຫມືອນເຮົານັ່ງຜິດບ່ອນ ເຫມືອນເຮົາຈອນຜິດທາງ
ຖືກຕົບຫ້ນາຕີຫັລງ ຊ່າງເປັນໄປແທ້ນໍນີ້
ພໍ້ໃຫມ່ດີກ່ວາ ເຮົາໂລດຊົ່ວທັນທີ
ເລື້ອງຄວາມຈົບຄວາມດີ ຂອງເຮົາມີເບີ່ງບໍ່ເຫັນ
- ເຫມືອນເຮົາຖືກຢຽບດັງ ເຫມືອນເຂົາທັ່ງລົງເຮືອນ
ໂດຍບໍ່ບອກບໍ່ເຕືອນ ພໍທັນເຄື້ອນຫລີກເວັ້ນ
ເປັນໂຕຕະຫລົກ ຫລືຫມົກຫໍ່ກັມເວນ
ເຂົາຮອດບໍ່ສົນຈະເຫັນ ວ່າເຮົາເປັນຕາຍຮ້ອງໄຫ້ຫລືຫົວ
- ຄົນນໍຄົນ ຮັກກັນດົນຈັ່ງຊີ້
ກໍຫ້ນາທີ່ຈະມີ ຄວາມປານີແດ່ຕວາ
ຈຸດຫມາຍປາຍທາງ ຫັວງກໍ່ຕັ້ງເປັນຄອບຄົວ
ຫັວງເປັນລູກເປັນຜົວ ຮັກເທົ້າຊົ່ວນິລັນການ
- ເຫມືອນເຮົາເປັນຂອງຫລີ້ນ ເສດຂອງກິນໂປະປັອງ
ຫລືເປັນຫນູທົດລອງ ດ້ວຍລິດຂອງອັນໃດນັ້ນ
ເຮົາຖືກຫັກເອິກ ເປັນເສິກໃຈເຈັບມະຫັນ
ບັດນີ້ຈີ່ງຮູ້ທັນ ອາການນີ້ຄືຜິດຫັວງ
-----------------------------------------------------------------------
" 3 ສ "
3 ສ - ບໍ່ແມ່ນ 3 ເສືອ....ຄົ້ນໃຫ້ພົບປະສົບຢູ່ໃນໃຈໄດ້ ຊື່ວ່າສຸກ .
( ສະອາອ , ສະຫ່ວາງ ແລະ ສະຫົງບ ຢາກພົບກໍປະຕິບັດເອົາ...ເພີ່ນວ່າ ! )
---------------------------------------------'---------------------------- ສະສາງ ສະສົມ
ສະສົມ ສະສາງ
ເມື່ອຍກໍພັກ ຫັນກກໍປົງ
ຫາກປະບໍ່ລົງ ປົງບໍ່ໄດ້
ສີ່ງແກ້ໄຂ ກໍຄືຕິດໆ...ຕິດເນາະ..! ຕິດເນາະ...!
ຄິດຕິດໆ... ຕິດເນາະ..! ຕີດເນາະ...!
--------------------------------------------------------------------'
" ຮູ້ເລືອກເຟັ້ນ ຮູ້ເຫັນທຸກ "
* ກິນອາຫານເຂົ້າທ້ອງ ຮອງຮັບຄວາມສຸກ
ຄວາມອຸກທຸກອັນເຫັມນ ອອກເປັນອາຈົມຖີ້ມ
ໄດ້ຊີມລອງຄອງໂລກ ໂລກີຍາມຢາກ
ເຈິຍາກອິດອ່ອນລ້າ ແລ້ວມາລົ້ມພັກຜ່ອນນອນ
* ທຸກອັນເຮົາເຮັ່ງຮ້ອນ ຄອນຫາບຫາສຸກ
ລົ້ມລຸກຄຸກຄານໄປ ຜ່ານໄພພະຈົນເລື້ອຍ
ຍາມເມື່ອຍມາຫາແກ້ ອາດແປປົນຊ້ຳຍາກ
ມັນຫາກມີຫມູ່ເຫລົ້າ ອັນເມົາຮ້າຍແລະຫມູ່ຢາ
* ຕາມເທັກບາດີດເຕັ້ນ ໄດ້ເຫັນບ່ອນເເສງສີ
ຖາມວ່າ ດີໆບໍ...? ....ກໍມ່ວນພໍປະມານນັ້ນ
ສີ່ງສຳຄັນມັນມີເເລ້ວ ຫລາຍແນວຈີ່ງເປັນໂລກ
ຄົນຫາກຍໍຍົກຍ້ອງ ສະຫນອງໃວ້ໃຫ້ວ່າດີ
* ຈັ່ງວ່າ ມີສະຕິໃຫ້ ຫົວໄວຫ້ນອຍນື່ງ
ປະໃຫ້ດຶງແກ່ທື້ນ ມືນເມົາເລື້ອຍກໍບໍ່ດີ
ປະແຕ່ລາຄີເຂົ້າ ເຜົາໃຈກໍບໍ່ເເມ່ນ
ແສນສ່ຳຄວາມສາບຮ້າຍ ເອົາມາປ້າຍກໍຫາກເຫັມນ
* ສີ່ງດີເຫັນກໍຫາກຮູ້ ຂໍສາທຸຍໍມື
ຖືວ່າມີຈະເລີນ ຄູ່ສີ່ງເຂີນບົກພ້ອງ
ເປັນສອງອັນຊູກດັນໃດ້ ມີໄວແລະມີຝືດ
ຢ້ານອຶດຢາກຫມາກເເຄ້ນ ຄົນຈິ່ງກ້າແກ່ນຫັນ
* ສີ່ງສຳຄັນຮູ້ເລືອກເຟັ້ນ ຮູ້ເວັ້ນຫລີກຫນີຫລົບ
ຮູ້ຄົບຄົນຈົບດີ ຮູ້ທີ່ຖານແຖວຢັ້ງ
ຮູ້ອີ່ຫັຍງກິນເຂົ້າ ຈະເຜົາພູງພວນຈີກ
ແລະອີກແນວເລິກແລບ ສີ່ງເເອບແຝງມີມາກລົ້ນ
ຮູ້ພຽນພົ້ນຈາກທຸກຂັງ ຊອບແລ້ວ....
---------------------------------------------------------------------
- ງູ ຫັຍງໂຕໃຫຍ່ກ່ວາຫມູ່ ?
- ງູ ຢູ່ໃສເປັນຕາຢ້ານ ?
- .......! ..........?
( ງູ ກະບາຊ້າງ ມັນຢູ່ເທີງຫົວ ! )
---------------------------------------------'---------------------------



ຄຸນພໍ່ແມ່ ລະນຶກທຸກລົມຫັນໃຈ ຄຸນພຣະສີຣະຕະນະຕັຍ ລະນຶກທຸກບາດກ້າວຍ່າງ !

-----------------------------------------------------------------------'
ນະໂມ - ເປັນຄຳອອກກ່ອນ ແລະ ກໍແປວ່າ ນອບນ້ອມ ຖ້າຂຽນປ່ຽນກັບອີກບາດນື່ງ ກໍອ່ານວ່າ ມະໂນ ແປວ່າ ມະໂນນຶກນ້ອມຊອມສີ້ງໃຫ້ແນ່ໃຈ...
-----------------------------------------------------------------------
" ຢາກຢຸດໃຈໄວ້ທີ່ນີ້ "
* ກ່ອນຈະເຂົ້ານອນ ໃຈຫ່ວງອາວອນຄຸນສີພຣະຕັຍ
ກົ້ມຫົວຍໍມືນົບໄຫ້ວ ຕາມແນວທາງໄດ້ສີລທັມຮຽນມາ
ນຶກເຖິງພໍ່ແມ່ ທັງຜູ້ເຖົ້ເເກ່ຄູອຸປັດຊາ
ນ້ອມຈິດຄິດແຜ່ເມດຕາ ຂໍໂທດຂະມາຕໍ່ສັບພະສີ່ງ
* ເມື່ອລົ້ມໂຕນອນ ໃຈຫ່ວງອາວອນນຶກສາມດວງແກ້ວ
ເຊືອບຫັລບແຊບຄັກແນ່ແລ້ວ ໄກ່ຂັນລັ່ນແຈ້ວຕຶ່ນຮູ້ເມື່ອຄີງ
ຮູ້ວ່າຜ່ອນຄາຍ ຮູ້ວ່າສະບາຍໃຈເຮົາແນ່ນີ້ງ
ນີ້ຫລືຄືເພີ່ນວ່າສີ່ງ ສິລທັມຄວາມຈິງປະເສີດເລີດດີ
* ຖ້າຫາກວ່າມີ ສະຫັວນວິມານລໍຢູ່ຊາດຫ້ນາ
ຫັລງຈາກເຮົາສີ້ນຊີວາ ບຸນສ້າງນຳພາພໍໄດ້ກໍດີ
ແຕ່ປະຈຸບັນ ອາລົມສຳຄັນຢາກເປັນຢ່າງນີ້
ຖືວ່າມີແນວສີ່ງດີ ເຫືມອນບໍ່ຢາກຫນີໄປທີ່ອື່ນໄກ
* ເມື່ອຕື່ນຈາກນອນ ໃຈຫ່ວງອາວອນຕໍ່ສີລຕໍ່ທັມ
ຫາກເປັນດ້ງນີ້ປະຈຳ ນັບວ່າລ້ຳປະເສີດເຫລືອຫລາຍ
ຄັກແລ້ວເປັນຄົນ ຮູ້ທຳຕົນໃຈກໍສະບາຍ
ນັບວ່າໂຊກດີເຫລືອຫລາຍ ໄດ້ເກີດພົບສາຍສີລທັມພຸທອົງ
ຊາດນີ້ສຸດດີໃຈຫລາຍ ໄດ້ເກີດພົບສາຍສີລທັມພຸທອົງ.../
------------------------------------------------------------------------
" ຫັ້ມນໃຈໃນໂຕອ້າຍ "
* ວັນສີລວັນພອນ ອ້າຍກໍນອນຢູ່ຄົນລະຫ້ອງ
ຮັກສາຕາມຮີດຕາມຄອງ ບໍ່ໃຫ້ຫມອງຫົ່ມນເສົ້າເສຍສູນ
ນ້ອງເກັບດອກໄມ້ ທູບທຽນໄຕ້ຮ່ວມເເຮງແບ່ງບຸນ
ສະຫັວນຊາດຫ້ນາວ່າພຸ້ນ ຂໍໃຫ້ບຸນເກີດມາຮ່ວມກັນ
* ຕອນຄ່ຳຄືນນອນ ໃຈຫ່ວງອາວອນນຶກ ສາມດວງແກ້ວ
ສຽງສູດມົນໄຫ້ວພຣະແຈ້ວໆ ສີ້ນສຸດເເລ້ວຜົວຄົງນອນຝັນ
ນ້ອງກໍເອນກາຍ ຫັລບສະບາຍໄປເກືອບພ້ອມກັນ
ຈົນຮອດສຽງໄກ່ແຈດຈັ້ນ ເຮົາພາກັນຕື່ນຮູ້ເມື່ອຄີງ
* ສະຫັວນຊັ້ນຟ້າ ຖ້າຫາກວ່າ ມີຢູ່ພາຍຫ້ນາ
ນ້ອງປາດຖະຫນາ ຂໍເເຕ່ວ່າມີອ້າຍເອື້ອອີງ
ຈະໄປຢູ່ໃສ ເກີດຊາດໃດຂໍໃຫ້ເປັນຈິງ
ນີ້ຄືເລື້ອງທີ່ໃຫຍ່ຍີ້ງ ແລະເປັນສີ່ງນ້ອງນີ້ໄຝ່ຝັນ
* ເມື່ອຕື່ນຈາກນອນ ໃຈຫ່ວງອາວອນຄຸນສີພຣະຕັຍ
ຟ້າວຈັດ ແຈ່ງເປງເຄື່ອງໄວ້ ອາຫານໃສ່ຕັກບາດໃຫ້ທານ
ຄັກເເລ້ວເປັນຄົນ ຮູ້ທຳຕົນໃຈກໍຊື່ນບານ
ມີຜົວຜູ້ເປັນປະທານ ນ້ອງກໍຊື່ນບານຫັ້ມນໃຈນຳອ້າຍ
ມີຜົວຮູ້ເປັນປະທານ ນ້ອງກໍຊື່ນບານຫັ້ມນໃຈນຳອ້າຍ.../
---------------------------------------------------------------
- ພູມໃຈ ໃນສີ່ງດີໆທີ່ເຮົາເປັນ
- ເຫັນຄຸນຄ່າ ສັນທະພໍໃຈໃນສີ່ງດີທີ່ເປັນເຮົາ
- ບໍ່ເສົ້າໃຈ ໃນສີ່ງທີ່ດ້ອຍຄ້ອຍຂາດໄປ...
ເພາະບໍ່ມີໃຜ ໄດ້ດັ່ງຈິດຄີດທຸກອັນ .!
--------------------------------------------------'-----------------'---
ເປັນຍິງ ຢ່າໃຈງ່າຍ ເປັນຊາຍໃຫ້ໃຈຫັນກ...
ຮູ້ທັກທາຍຈາຂານ ຮູ້ເວໄາວານ ຊົດຊ່ອຍ ເລື້ອງຄວາມເລັກຄວາມນ້ອຍ ຢ່າຖືຊາ....ເປັນໄມ້ເທົ້າຍອດທອງ ເປັນກະບອງຍອດເພັດ ເມັດເຂົ້າຫັກກໍເຫັນ ເສດເອັນນື່ງກໍຮູ້...
ຄຽງຄູ່ກັນດ້ວຍສັດຈະ ເດີລູກເອີຍ !
------'----------------------------------------------------------------'
ຮູ້ກິນ ຮູ້ສູບ ຮູ້ລູບ ຮູ້ຄຳ ຮູ້ປ່ອຍວາງ ຮູ້ສະສາງໃຈ
ຮູ້ພາຍໃນ ຮູ້ພາຍນອກ ຮູ້ບອກ ຮູ້ສອນ ຮູ້ນອນ ຮູ້ນັ່ງ
ຮູ້ຍ່າງ ຮູ້ເດີນ ຮູ້ເອີ້ນ ຮູ້ວານ ຮູ້ຊ່ອຍ ຮູ້ຄ່ອຍ ຮູ້ແຮງ
ຮູ້ແທງ ຮູ້ຖອດ ຮູ້ຂອດ ຮູ້ເເກ້ ຮູ້ເເພ້ ຮູ້ເສຍ ຮູ້ເມຍ ຮູ້ຜົວ ຮູ້ຊົ່ວ ຮູ້ດີ ຮູ້ຕີ ຮູ້ອອຍ ຮູ້ຖອຍ ຮູ້ບຸກ....ຮູ້ທຸກ ໃຜນໍ ! ໃ
...ຄິດວ່າມະນຸດ ຮູ້ໃຫ້ພໍກັບມະນຸດສຸດທໍ່ນັ້ນ !
----------------------------------------------------------------------
- ນຳໃຫ້ທັນ ຄັ້ນໃຫ້ມຸ່ນ ວຸ້ນຈີ່ງຫົມດ ອົດຈີ່ງໄດ້.....
- ຕີບໍ່ເເຕກ ໄດ້ເເບກມັນໄປ ແກ້ບໍ່ໄດ້ ຫມອງໄຫ້ມທຸກວັນ
ຂັນທັງຫ້າ ຫັນກຫນາເຫລືອຍີ່ງ ທຳຈີງໆຈີ່ງຊິໄດ້ ໄລຖີ້ມຫາບຄອນ...ຈັ່ງວ່າຕ້ອງໄດ້ ຖອນຫາສົ້ນ ຕ້ອງໄດ້ຄົນຫາເງື່ອນ ຫາເຮືອນຮັງທີ່ເເທ້ ຈີ່ງຈະເເກ້ໄດ້ສະບາຍ ໃຜຜູ້ຍັງເຄົ້າເມົ້າ ເຫງົານັ່ງຫັລບນອນ ອາດຈະຄອນຫມອນໄປ ຍາກຫລາຍຈະຫວິດມົ້ມ ໃຜຫາກເມົາງົມກ້ອຍ ເເກງຫອຍບໍ່ຮູ້ອີ່ມ ເມົາແຕ່ຊີມຂີ້ເພ້ຍ ພຸງຈະໂຕ້ນຕື່ງບໍ່ເຊົາ ເເທ້ເເລ້ວ .
--------------------------------------------------------------------'
ເຮົາຈະຕື່ນຂື້ນມາສ້າງຄວາມຝັນ ຫລື ຈະນອນລໍຖ້າໃຫ້ຄວາມຝັນສ້າງເຮົາ !
------------------------------------------------------------------------
ສີ່ງໃດ ສະຖານທີ່ແຫ່ງໃດ ນັກປາດ ອາຈານ ທັງຫລາຍໃຫ້ຄວາມສຳຄັນ ເຮົາຈົ່ງເຂົ້າໄປຢູ່ທີ່ແຫ່ງນັ້ນແລະ ກະທຳສີງນັ້ນເຖີດ !
---------------------------------------------------------------------
" ເອົາແຕ່ໂຕ ກ ກໍບໍ່ລອດ "
....ມີ້ນີ່ງມີສຽງສອງສ່ຽວລົມກັນຂື້ນວ່າ :
-.....ເຮົາຫາກໍກັບມາແຕ່ວຽງຈັນ ໄປສະແດງຄວາມຍິນດີນຳບັກຫຳລູກຊາຍເຮົາ ເອົາໃບປະກາດ ປະລິນຍົມປະລິນຍາ...
- ໃຄແດ່ຕິ ລູກໂຕ...! ສ່ວນບັກຫ້ລາ ລູກຊາຍເຮົານີ້ເເລ້ວ
ເອົາແຕ່ໂຕ " ກ " ກະຊິບໍ່ລອດແລ້ວ....ມັນເຮັດຟາມລ້ຽງໄກ່ , ກົບ , ກຸ້ງ , ກີ້ , ກ້ວາງ , ກະຕ່າຍ...ຄັນທາງການເພີ່ນອະນຸຍາດ ມັນກໍວ່າຊິລ້ຽງ ກະປອມ , ກັບເເກ້ , ( ຫລື ວ່າ ກັບໂປ້ ) , ກະຮອກ , ກະຈ້ອນ , ກະແຕ , ກະເລັນ , ກະໄນ່ ,
ຈົນຮອດ ກວາງ ເເລະ ກະທິງ ພຸ້ນວ່າຊັ້ນ...ເບີ່ງທົ່ວໄຮ່ ທົ່ວນາ ມັນເຕັມແຕ່ກໍເຂົ້າ , ກໍສິງໃຄ , ກໍກ້ວຍ , ກໍມັນ , ກໍຂ່າ , ກໍຂີງ , ກະຫລ່ຳປີ່ , ກະທຽມ , ກົກກະເດົາ , ກົກກະໂດນ ,
ກະຖິນ , ກະທັນ , ກໍໄຜ່...ໂອຍ ! ຫລາຍໆ " ກ " ຢ້ານມັນໄປບໍ່ລອດຢູ່ເຮົາວ່າ .
-----------------------------------------------------------------------




ບາງເທື່ອມັນກໍຫ້ລາສວາຍ ເກີນກວ່າຈະແກ້ທັນ ຍ້ອນທິດຖີ ມານະ ເຮົາສະກັດກັ້ນໄວ້...ເຮົາບໍ່ຟັງຄວາມໃຜຫົມດ ແມ້ກະທັ້ງ ຜູ້ມີພະຄຸນ ເເລະ ຄົນຜູ້ຢູ່ຂ້າງໆ...

------------------------------------------------------------------------
ຫລົງຕິດເຫລົ້າຈົນລືມເມືອເຮືອນ ຫລົງຕິດເພື້ອນຈົນລືມພໍ່ແມ່ ຫລົງນຳຄຳຍຸຄຳແຍ່ຈົນລືມອ້າຍລືມນ້ອງ...
------------------------------------------------------------------------
- ຄວາມທຸກ ຍິ່ງຢາກໃຫ້ຫມົດໄວເເຮ່ງຍາວ ...
- ຄວາມສຸກ ຍິ່ງຢາກໃຫ້ຍາວໆແຮ່ງສັ້ນ...
------------------------------------------------------------------------
ຢ່າເຮັດໃຫ້ຄວາມແຕກຕ່າງກາຍເປັນຄວາມແຕກແຍກ !
------------------------------------------------------------------------
#ຄຳຂໍສຸດທ້າຍ "
* ຢູ່ທີ່ໂຮງຫມໍ ຄົນປ່ວຍຮ້ອງຂໍ ລົມນຳສາວແພດ
ດ້ວຍສຽງທີ່ຄ່ອຍແຫ້ງເເຫບ ບອກກັບຫມໍແພດ ໃຫ້ຊ່ອຍລົມສາຍ
ແພດຖາມເບີໂທ ນຳຄົນໂຊທີ່ພໍຈື່ໄດ້
ແລ້ວຟ້າວກົດບີບເບີໄວ ໄປສູ່ຈຸດຫມາຍປາຍທາງ
* ສາມມື້ລຸນມາ ໄດ້ດັ່ງຄຳຈາບຸນຄຸນແພດຊ່ວຍ
ມີຍິງຫ້ນາຕາງາມສວຍ ໄດ້ມາຊົດຊ່ວຍປະຄອງຄຽງຂ້າງ
ແຕ່ເຫມືອນກັບວ່າ ໃຫ້ນາງມາເຫັນຫ້ນາເພື່ອສັ່ງ
ເຂົາຕ້ອມເຫື່ອແຮງທີ່ຍັງ ພໍໄດ້ສັ່ງແລະຂໍອະໄພ
* ນ້ຳຕາ ແສນໃສໄຫລລິນອາບຫ້ນາ
ນາງຟ້າວອອກເອີ່ຍເຜີຍຈາ ດ້ວຍຖ້ອຍຄຳວ່າ " ນ້ອງໃຫ້ອະໄພ "
" ອົດຕັ້ງສະຕິ ດີໆໄວ້ກ່ອນເທາະອ້າຍ "
" ນ້ອງນີ້ພ້ອມທີ່ອະໄພ ໃຫ້ອະໄພທີ່ພາດຜ່ານມາ "
* ພໍສີ້ນຄຳຂໍ ຄົນປ່ວຍມິດລໍ ຍິນຄຳວ່າໃຫ້
ຄຳວ່າຍົກໂທດອະໄພ ທີ່ເຂົາໄດ້ຍິນຄັກເເລ້ວນາ
ເປັນຄຳສຸດທ້າຍ ທີ່ຂໍໄດ້ຢ່າງບໍ່ຄ້າງຄາ
ເຂົານີ້ງນອນງັບເປືອກຕາ ສີ້ນຂາດໃຈລາຈາກຍິງທີ່ຮັກ..../
----------------------------------'---'---------------------------------
#ເມຍດີ "
...ສາມສ່ຽວລົມກັນ ໃນວົງເຫລົ້າແຫ່ງນື່ງ :
- .....ເມຍເຮົາດີ ລາວເປັນຫ່ວງສຸຂະພາບເຮົາ ຄັນເວົ້າເຖີງການກິນເຫລົ້າແລ້ວ ຊິເປັນໃຜກະຕາມ ບໍ່ມີວຽກມີງານແລ້ວຊິມາຊວນແຕ່ເຮົາກິນເຫລົ້າຄືຈັ່ງຊີ້ ເມຍເຮົາດ່າລຽບ ບໍ່ໄວ້ຫ້ນາໃຜຫມົດ ໃຫຍ່ກະຕາມ ນ້ອຍກະຊ່າງ...
- ຜີບ້າ...! ເມຍເຮົາບໍ່ເປັນປານນັ້ນ ລາວດີ ຮູ້ໃຫ້ກຽດຜູ້ອື່ນ....ລາວຮ້າຍ ລາວດ່າກໍແຕ່ສະເພາະເຮົາຜູ້ທີ່ເປັນຜົວນີ້ແລ້ວ ທີ່ວ່າຍາມໃດກໍຫາກິນເເຕ່ເຫລົ້າເຂົ້າຫມູ່ບໍ່ດີ..
- ເມຍເຮົາແຮ່ງດີ ຮູ້ເຄົາລົບຮັກໃຫ້ກຽດຜົວຄືຫຍັງນີ້...ລາວບໍເຄີຍດ່າວ່າຜົວລາວຈັກເທື່ອໃດ...ອັນ...ອັນກ່ອນຈະລົງເຮືອນມານີ້ ພວກໂຕໄດ້ຍິນສຽງຮ້າຍວໍໆ ອັນນັ້ນຫັ້ນ ລ້ວນແຕ່ແມ່ນດ່າແຕ່ພວກໂຕໃດເດີ ເພາະຍາມໃດກໍມາຊວນແຕ່ເຮົາກິນເຫລົ້າ...
------------------------------------------------------------------------
" 7 ມ "
ເມົາ ມຶນ ມ່ວນ ມັນ ເມື່ອຍ ມ້ອຍ ມັບ !
-----------------------------------------------------------------------'

ທຸກສີ່ງຢ່າງລ້ວນແຕ່ອະນິດຈັງ ປ່ຽນແປງໄປທຸກຂະນະ...!

-----------------------------------------------------------------

" ປີນີ້ຕ່າງປີກາຍ "

* ເມື່ອປີເກົ່າ ເຈົ້າຍັງມາ ເວລານີ້
ເຄີຍສຸຂີ ຫລີ້ນປີໃຫມ່ ໄປຮ່ວມກັນ
ແຕ່ປີນີ້ ມີອັນໃດ ໄປປ໋ຽນຜັນ
ຈີ່ງບໍ່ທັນ ຫັນກັບມາ ບ້ານນາເຮົາ
* ຮູ້ບໍຂ້ອຍ ໃຈລອຍເສົ້າ ລໍເຈິ້າຢູ່
ຊຸມຍ່າປູ່ ຫມູ່ພີ່ນ້ອງ ຄອງຄອຍເຫງົາ
ຝູງຫມູ່ເພື້ອນ ມາເຮືອນຊານ ຢ້ຽມຢາມເຈົ້າ
ພໍ່ແມ່ເຖົ້າ ຕ່າງກ່າວເວົ້າ ເຈົ້າບໍ່ມາ
* ເມື່ອປີກາຍ ໄດ້ມ່ວນຫລີ້ນ ກິນຮ່ວມກັນ
ພໍສົງການ ໄດ້ຜ່ານພົ້ນ ຕ່າງຄົນລາ
ຄຳເຄີຍຮັກ ບອກຄັກໄວ້ ໃຫ້ສັນຍາ
ຢູ່ຕໍ່ມາ ກໍລະເລື່ອນ ເຄື້ອນຂາດໄປ
* ມາປີນີ້ ວ່າຈະດີ ມີສຸກສັນ
ວ່າຈະຫັນ ສຳພັນເພີ້ມ ເສີມຕໍ່ໃຫມ່
ແຕ່ກໍຈ້ອຍ ປະຂ້ອຍລໍ ບໍ່ສົນໃຈ
ເປັນປີໃຫມ່ ໄດ້ຄວາມເອົ້າ ເສົ້າແທ້ເອີຍ.../
----------------------------------------------------------------

ບ້ວງອາດີດ ພິດສັນຍາ ໃຈບໍ່ກ້າພໍ ກໍແກ້ມັດຕັດບໍ່ໄດ້ ຈຳເປັນໄຂ້ຕໍ່ໄປ..!
-------------------------------------------------------------------
- ເມື່ອເຮົາຮູ້ວ່າຄວາມສຸກຢູ່ທີ່ໃຈເຮົານີ້ ແລ້ວ ຄວາມຄິດຄອງຄອຍເອົາຄວາມສຸກຈາກຄົນອື່ນ ແລະ ສີ່ງອື່ນຈີ່ງຫມົດໄປ...
- ເມື່ອເຮົາຮູ້ວ່າຄວາມທຸກຢູ່ທີ່ໃຈເຮົານີ້ ແລ້ວ ຄວາມຄິດຄອງຄອຍຢາກໄດ້ຄົນອື່ນ ເເລະ ສີ່ງອື່ນມາດັບມອດທູກໃຫ້ຈີ່ງຫມົດໄປ...
---------------------------------------------------------------------
ແນມເເຕ່ໄກບໍ່ເບີ່ງໃກ້ ເບີ່ງເເຕ່ຈຸດຫມາຍ ແຕ່ບໍ່ເບີ່ງປາຍຕີນ ອາດຈະສູນສີ້ນປີ້ນຫງາຍໄປກ່ອນເຖີງຫລັກໄຊ !
---------------------------------------------------------------------
ໃນໂຕເຮົາເຕັມໄປດ້ວຍຂີ້...ແຕ່ມີຂີ້ນື່ງທີ່ຫອມໆ...ຄື..
_......?........!
- ( ຂີ້ດັງ ! )
----------------------------------------------------------------------





ຕາມປົກກະຕິເເລ້ວ ໃນຊີວິດປະຈຳວັນເຮົາເເນມເຫັນແຕ່ນ້ຳໄຫລຈາກທີ່ສູງລົງໄປສູ່ທີ່ຕ່ຳເທົ້ານັ້ນ...ແຕ່ນ້ຳໃນຫ້ວຍຫນອງຄອງບຶງມັນຄ່ອຍບົກແຫ້ງເຫືອດເຫີຍໄປນັ້ນລະນ້ຳໄຫລຈາກທີ່ຕ່ຳຂື້ນໄປສູ່ທີ່ສູງໂດຍທັມມະຊາຕ ເຊີ່ງເປັນເຣື້ອງລະອຽດອ່ອນ ຖ້າບໍ່ສັງເກດກໍບໍ່ຮູ້ບໍ່ເຫັນ...

---------------------------------------------------------------------
ສາຍນ້ຳໃຫ້ຄວາມເຢັນກາຍ
ສາຍທັມໃຫ້ຄວາມເຢັນໃຈ
ສາຍພູ ປ່າໄມ້ໃຫ້ຄວາມສົດຊື່ນແຈ່ມໃສໃນຊີວິດ ຈົ່ງຄິດຊ່ອຍສ້າງອາກາດໃຫ້ບໍຣິສຸດ ຢ່າທຳລາຍຈູດ ຄັວນຈະອູດເອົ້າ ເຂົ້າຮູດັງເຈົ້າຂອງ....
-----------------------------------------------------------------------
-
ນ້ຳເອີຍນ້ຳ ນ້ຳຫ້ວຍນ້ຳທາມ ນ້ຳງາມນ້ຳນົມນ້ຳແຮ່
ນ້ຳແຫລ້ໆ ນ້ຳມວກເຂົ້າກ່ຳ ນ້ຳດຳໆນ້ຳກາເຟ
ນ້ຳທະເລ-ນ້ຳເກືອ...ເປັນທຸກເມື່ອເຂັມແທງ ມີແຮງຍ້າວ...

ຈັ່ງວ່າເດີພໍ່ ຂ້ອຍຊິເວົ້າ ເຣື້ອງນ້ຳເຣື້ອງນ້າມ
ໃສງາມໆຫລໍ່ລ້ຽງຊີວິດ ບໍ່ເປັນພິດເປັນໂພຍເປັນໄພ
ຄົນອາໄສສະບາຍແຕ່ກ່ອນ ເເຕ່ມາຮອດບ່ອນຊຸມລູກຫລານ ຊ່າງມີຫລາຍອັນປ່ຽນຜັນໄປນໍ່ ຄືມັນໄດ້ກໍ່ບໍ່
ບໍຣິສຸດ...ເປັນນຳມະນຸດເຮົານີ້ລະພໍ່...!


ຈັ່ງວ່າ ນ້ຳເລິກໆ - ຄືວ່ານ້ຳໃຈ
ນ້ຳໃສໆ - ນ້ຳຕາ
ນ້ຳຈາ - ນ້ຳສຽງ
ນ້ຳທ່ຽງ - ນ້ຳລະດັບ
ນ້ຳຊື່ສັດ - ນ້ຳປ້ອຍ ນ້ຳດ່າ
ນ້ຳເຂົ້າມ່າ - ນ້ຳມວກ
ນ້ຳຂວດ - ນ້ຳປູ ນ້ຳປາ...ນ້ຳສຸຣາ - ນ້ຳເມົາ
ນ້ຳເບົາ - ນ້ຳຢ໋ຽວ ອາດຈະກ່ຽວໄປຮອດນ້ຳຫວານ ສະແດງອາການຂາດນ້ຳແຮງນ້ຳເຫື່ອ ເປັນທຸກເມື່ອ ມັນຂາດນ້ຳຫນັກ...
ນ້ຳຫມັກ - ນ້ຳດອງ
ນ້ຳຮ່ອງ - ນ້ຳຫ້ວຍ
ນ້ຳຢູ່ຖ້ວຍ - ນ້ຳຕົ້ມ ນ້ຳແກງ
ນ້ຳມາເເຮງ - ນ້ຳເເກ່ງ ນ້ຳຖ້ວມ
ນ້ຳຢູ່ສ້ວມ - ນ້ຳວິດ
ນ້ຳມີພິດ ຕິດຫົວຜີຫລ້ອນ
ນ້ຳຮ້ອນ ຢູ່ໃນກະຕິກ
ນ້ຳພິກ - ນ້ຳແຈ່ວ
ນ້ຳແກ້ວ ນ້ຳຄຳ ພຽງແຕ່ຈຳຮູ້ວ່າມັນຄ່ອງ ບໍ່ເຫັນຮອດບ່ອນວ່າມີຢູ່ໃສ...
ນ້ຳໃຫຍ່ໆ - ນ້ຳສະຫມຸດ
ນ້ຳຂຸດ - ນ້ຳສ້າງ
ນ້ຳບາດານ - ນ້ຳໂຍກ
ນ້ຳບົກ - ນ້ຳແຫ້ງ
ນ້ຳແຂງ - ນ້ຳກ້ອນ
ນ້ຳຫນອງ - ນ້ຳຝີ ນ້ຳເນົ່າ
ນ້ຳເຂົ້າ - ນ້ຳວິຕາມິນ
ນ້ຳກິນ - ນ້ຳດື່ມ
ນ້ຳຊຶມ - ນ້ຳຮົ່ວ
ນ້ຳນົວໆ - ນ້ຳເພ້ຍ ນ້ຳໂພ່ນ
ນ້ຳຂີ້ຕົມ - ນ້ຳເປິ ນ້ຳເປື້ອນ
ນ້ຳຢູ່ເຮືອນ ຢູ່ຊານ ບູຮານມີ 4 ທຸກວັນນີ້ມີນ້ຳປະປາ
ນ້ຳຈາກຟ້າ - ນ້ຳຝົນ ຕົກຈາກບົນ ນ້ຳຫມອກ ແລ້ວ
ຄິດບໍ່ອອກວ່າອີກມີຫຍັງ ຈີ່ງເວົ້າສູ່ຟັງ ຂໍກືນນ້ຳລາຍກ່ອນ . ໂອະ ລະນາ.../
-------------------------------------------------------------------
....ເມື່ອຕົກນ້ຳ ຫລົງຖີ້ມທ່ອນຄຳ ຄວາຫານຳກຳແຕ່ໄມ້ໂດກ...ພໍຂື້ນໂຄກຖີ້ມໄມ້ໂດກ ຄິດຮອດທ່ອນຄຳ !
-----------------------------------------------------------------------


ຖ້າບໍ່ຄິດຄັກກໍບໍ່ຈັກ
ຖ້າບໍ່ຫນັກແຫນ້ນກໍລົ້ມ
ຖ້າບໍ່ກົ້ມກໍບໍ່ອ່ອນ
ຖ້າຖອນໃຈກໍໄປບໍ່ເຖີງຈຸດຫມາຍ...ອັນຕຣາຍຄືເຮົາເອງ !

---------------------------------------------------------------------'
ຊະນະຕົນນັ້ນລະດີ !
ສະຕິ - ເປັນເລກ ນື່ງ !
----------------------------------------'------------------------------
ນັກຮຽນທີ່ສອນຍາກທີ່ສຸດຄືເຮົາເອງ !
ຄູ່ເເຂ່ງທີ່ແຂງເເກ່ນທີ່ສຸດຄືເຮົາເອງ !
------------------------------------------------------------------------
ຫວິດຈາກມືດກໍຄືເເຈ້ງ
ຫວິດຈາກແສງສະຫວ່າງຄືມືດ
ຢ່າໄດ້ຄຶດຍາກ ຫວິດຈາກທຸກກໍຄືສຸກ
ຢ່າສະຫນຸກຫລົງໄຫລ ເພາະຜ່ານສຸກໄປກໍຄືທຸກ...
ນີ້ແລ້ວ ບ້ວງຜູກຂອງວັດຕະສົງສານ ທ່ານຜູ້ຮູ້ເພີ່ນຈີ່ງປ່ອຍວາງ ຢູ່ຢ່າງອຸເປກຂາ ເຊີ່ງເປັນປາຣະມີທີ 10 ສຸດຍອດ !
------------------------------------------------------------------------
ນະໂມ - ແປວ່າຄຳນອບນ້ອມ ຂື້ນຕົ້ນຂາບໄຫ້ວພິທີແນວໃດໃນພຣະພຸດທະສາສນາ ເພີ່ນມັກວ່າ ນະໂມ ກ່ອນ....ເພາະມີຄວາມຫມາຍທີ່ສຸດ !
ຖ້າຈິດບໍ່ນອບນ້ອມ ບໍ່ຍອມຫມອບຂາບ ມັນຍັງຫຍາບ ມັນກ້າຫຶກຄຶກຄະນອງ ຈອງຫອງຢູ່ມັນກໍວຸ້ນວາຍ...ບໍ່ມີສະມາທິບໍ່ມີຄວາມສຸກ ມີເເຕ່ຄວາມອຸກຫລື ເມົາມົວສະຫນຸກຢູ່ ມັນກໍຍາກປັນຍາຈະເກີດ !
------------------------------------------------------------------------
ວິທີຄິດໃຫ້ຈິດຫມອບ...ເຮົາກຳລັງຂື້ນແທ່ນປະຫານ ເຊືອກບ້ວງເຂົາສຸບຄໍ ຂໍກະແຈເຂົາໃສ່ສອກ ປອກເຂົາໃສ່ຕີນ ປີ້ນບໍ່ໄດ້ ຂໍຊີວິດໄວ້ກໍບໍ່ຟັງ...ເຂົາກຳລັງເອົາໄຟຟ້າຈີ້ຫູ
ເຂົາກຳລັງຂຸຢາພິດເຂົ້າປາກ ເຂົາກຳລັງລາກເຂັມມາປັກເເຂນ ເຂົາກຳລັງແທງປາຍງ້າວເຂົ້າຄໍຫອຍ ເຮົາກຳລັງຄາງອ່ອຍໆນ້ຳຕາຕົກ...ເຂົາກຳລັງຍົກປືນຂື້ນໃສ່ບ່າ ທຳທ່າຈະຍິງ ຈິງໆຄືຕາຍແທ້ !
------------------------------------------------------------------------
ເຮົາເກີດຂື້ນມາຕ່າງກໍພາກັນເປັນນັກເສບຕິດ ( ອາຣົມ ) ເເລະເປັນນັກໂທດປະຫານຂັ້ນເດັດຂາດທຸກຄົນ !
------------------------------------------------------------------------
...ອ່ອນແອ ເຂົາເເກ່ດັງ
ຍັງໂງ່ງ່າວ ເຂົາເປົ່າຫູ
ບໍ່ຮູ້ ເຂົາຂູ່ ເຂົາຫລອກ
ມືດບອດ ເຂົາຕົ້ມ ເຂົາຕົວະ
------------------------------------------------------------------------
ແນວບໍ່ເປັນຕາຫຍ້ຳ ຢ່າຊິຍ່ຳໃຫ້ເຈັບຕີນ
ແນວບໍ່ເປັນຕາກິນ ຢ່າຊິປີນໃຫ້ເຈັບກົ້ນ
ຄົນບໍ່ເປັນຕາເວົ້າ ຢ່າສົນເອົາໃຫ້ເສຍຊື່ ເຂົາຊິລືຂີ້ຫນ້າຈະເສຍເຊື້ອຊາດຕະກຸນ !
------------------------------------------------------------------------
.....ງ່າຍໆ ສະບາຍ ສະບາຍ ບໍ່ທຳຮ້າຍຕົນເອງ ແລະຜູ້ອື່ນກໍພໍ !
------------------------------------------------------------------------


ເຮົາເກີດມາຈາກພໍ່ເເມ່ - ພໍ່ເເມ່ໃຫ້ຊີວິດເຮົາມາ...
ໃຜຟັງຄວາມພໍ່ຄວາມແມ່ ຊີວິດມີເເຕ່ຄວາມສຸກ !
ຄົນເຮົາເກີດຂື້ນມາຈາກທັມມະຊາຕ - ທັມມະຊາຕໃຫ້ຊີວິດຄົນມາ...
ໃຜດຳລົງຊີວິດ ຖືກຕ້ອງຕາມທຳນອງຄອງທັມ ( ກົດເກນທັມມະຊາດ ) ຜູ້ນັ້ນກໍມີເຕ່ຄວາມສຸກ !

------------------------------------------------------------------------
.....ລ້ຽງຫມາໄວ້ກິນດູກ ລ້ຽງລູກໄວ້ກິນເເຮງ !
ພໍ່ເເມ່ລ້ຽງເຮົາມາຫວັງເພີ່ງພາຍາມເຖົ້າແກ່ ( ຖ້າເຮົາເປັນພໍ່ເເມ່ ກໍມີຄວາມຫວັງຈັ່ງຊັ້ນເຫມືອນກັນ )
ທັມມະຊາດສ້າງຄົນມາກໍອາດຫວັງເພີ່ງພາຄົນໃຫ້ຮັກທັມມະຊາຕ ຊ່ອຍເຫລືອທັມມະຊາຕ ເພື່ອວ່າທັມມະຊາຕຈະໄດ້ມີພະລັງເເຮງຊ່ອຍເຫລືອມະນຸດໃຫ້ຫລຸດພົ້ນຈາກຄວາມທຸກຍາກອີກຕໍ່ໄປ. ..
------'-----------------------------------------------------------------
ຖ້າຮູ້ກະຕັນຍູກະຕະເວທີ ຊີວິດນີ້ມີແຕ່ຄວາມສຸກ !
ຮູ້ຄຸນເເຜ່ນດິນ ຮູ້ຄຸນພໍ່ເເມ່ ຊີວິດມີເເຕ່ກ້າວຫນ້າຮຸ່ງເຮືອງ !
------------------------------------------------------------------------
ພະລັງທັມມະຊາດ ມະຫາສານຍີ່ງໃຫຍ່ ໃຜບໍ່ອາດຕ້ານທານໄດ້...ມີເເຕ່ໄປກັບທັມມະຊາຕເທົ້ານັ້ນ !
------------------------------------------------------------------------
ຜູ້ບູຊາ ຍ່ອມໄດ້ຮັບການບູຊາຕອບ .!
ຜູ້ໃຫ້ຄວາມຮັກ ຍ່ອມໄດ້ຮັບຄວາມຮັກຕອບ !
ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ !
ປູກພືດແນວໃດ ຍ່ອມໄດ້ຮັບຫມາກຜົລພືດເເນວນັ້ນ !
ເຮົາຮ້ອງສຽງເເນວໃດອອກໄປ ກໍຍ່ອມໄດ້ຮັບສຽງກ້ອງສະທ້ອນກັບ ເເນວນັ້ນຄືນມາ !
------------------------------------------------------------------------
ທັມມະຊາດ ຄືຄວາມເປັນຈິງ ຍີ່ງໃຫຍ່ ເດັດຂາດ !
------------------------------------------------------------------------
...ຄັນຊັ້ນ ຄົນເຮົາເກີດມາເພື່ອຫຍັງ ?
- ເກີດມາເພື່ອທຳຫນ້າທີ່ຂອງຄົນ !
- ຫນ້າທີ່ຂອງຄົນມີຫຍັງແດ່ ?
- ກິນ , ຖ່າຍ , ລະບາຍເຊື້ອຂະຫຍາຍພັນ , ຫາຄວາມສຸກສັນພັກຜ່ອນນອນ , ຖອດຖອນຄວາມເດືອດຮ້ອນຈາກໃຈໃຫ້ໄດ້ກ່ອນຕາຍ ສ່ວນຮ່າງກາຍສະຫລາຍກາຍເປັນຝຸ່ນໃຫ້ທັມມະຊາຕ ຕໍ່ໄປ !
-------------------------------------------------------------------------....ແລ້ວຄວາຍມັນຈະຮູ້ບໍວ່າ ຄົນໃຫ້ຊື່ມັນ " ຄວາຍ " ເເລະເປັນໂຕເເທນຂອງຄວາມໂງ່ເຂົາ..!
------------------------------------------------------------------------
ຖ້າຄົນເຮົາບໍ່ພາເເຕກຕ່າງແລ້ວ ໂລກນີ້ກໍຄືຊີບໍ່ມີຫຍັງແຕກຕ່າງ ພິລຶກຫຶກຫນາ !
------------------------------------------------------------------------
....ຫລາຍເທື່ອເຮົາຄິດວ່າ ໂລກນີ້ໂຫດຮ້າຍ ສຳລັບເຮົາ ບໍ່ປານີອີ່ດູຕົນເຮົາ ...ເຮົາຈະມີທັດສະນະຄະຕິຕໍ່ໂລກຕໍ່ທັມມະຊາຕເເນວໃກໍຢ່າ ໂລກນີ້ກໍຍັງເປັນເບົ້າຫລໍ່ຊຸບເຫລັກຄືຄົນເຮົານີ້ໃຫ້ຄົມກ້າສາມາດຕັດຜ່ານຜ່າຫນ້າທີ່ອັນສຸດທ້າຍໃຫ້ຫລ້ອນ ຄືຖອດຖອນຄວາມເດຶອດຮ້ອນຈາກໃຈໃຫ້ໄດ້ກ່ອນຕາຍ ( ຫລືວ່າ ພົ້ນທຸກ )
ດັ່ງນັ້ນເພີ່ນຈີ່ງວ່າໃຫ້ມອງໂລກໃນເເງ່ດີໄວ້ !
------------------------------------------------------------------------
ຖ້າບໍ່ມີຄົນ ໃນທັມມະຊາດຄືຈະບໍ່ມີຄວາມທຸກ...!
-----------------------------------------------------------------------
ຊີວິດຄືບັ້ງໄຟ...ຈູດຂື້ນແລ້ວ ມີ ຊຸ ແຕກ ຫລືກໍຊັດຂື້ນເເຮງຫລິບເມກ ໂງລົງມາ ເວີ່ນໂຄ້ງອ່ວຍສວຍງາມ
ຖ້າມກາງສຽງໂຮແຊວຂອງຜູ້ຄົນ ສຸດທ້າຍກໍຕົກລົງດິນ
ເສດສີ້ນປີ້ນປ່າຍ ຈະເຮັດຫຍັງໄດ້ ກາຍເປັນຂີ້ເຫຍື່ອ !
-----------------------------------------------------------------------
---




ເເກ່ມາຈີ່ງຄິດວ່າ : ເຮົາໄປກິນຫຍັງມາຈີ່ງວ່າເມື່ອຍ ເຮົາໄປເອື່ອຍຫຍັງມາຈີ່ງວ່າເຈັບ ເຮົາໄປເຮັດຫຍັງມາຈີ່ງວ່າເເສບ ເຮົາໄປແຊບຫຍັງມາຈີ່ງວ່າເມົາ ເຮົາໄປເອົາຫຍັງມາຈີ່ງວ່າຫນັກ...ເຮົາຕ້ອງໄດ້ພັກເເຮງ ໃຫ້ເຂົາແທງຈີ່ງຊິສວ່າງ...ໂອຍ...ເນາະ !

-------------------------'----------------------------------------------
ເດັດດ໋ຽວ ຫນຽວແຫນ້ນ ແກນເເຂງ....ກ້າຈຳສັນ ຟັນຈົນບີ່ນ ກິນຈົນເເຂ້ວຫັກ ຮັກຈົນຫລັງກ່ອມ ຢ່າຍອມ ! ( ກິເລສ ມັນວ່າ ) .
------------------------------------------------------------------------
ຫນັງຫ່ຽວ ໄປອົບ ສົບບໍ່ງາມ ສີເເຕ້ມ ແກ້ມບໍ່ງາມແປ້ງທາ ຕາບໍ່ເຫັນ ຕັດເເວ່ນ ແຮງບໍ່ເເກ່ນ ບຳລຸງ...
ຝູງນີ້ບັນເທົາ ເອົາເເທ້ເເກ້ບໍ່ໄດ້ ເພາະວ່າ ອະນິດຈັງ !
------------------------------------------------------------------------
ໂອລະນາ.....ຄົນເອີຍ...!
ຈັ່ງວ່າ ປ່າລ່າ ແກັມເຈົ້າປ່າລ່າ...
ຕາກຝົນຕາກຟ້າ ເປັນຫວັດເປັນໄອ ເປັນໄຂ້ເປັນຫນາວ
ບໍ່ວ່າສາວກໍຄືເເກ່ ແນມຫາຢາເເກ້ບໍ່ທ່ວງບໍ່ທັນ
ຄົນກໍເລີຍພາກັນ ເຂົ້າດົງເຂົ້າປ່າ
ເອົາເເຕ່ຊິວ່າຄິດໄດ້ຄິດດີ ເທົ້າທີ່ເເນວມີຫວ້ານຢາກົກໄມ້
ຫາເອົາມາໃສ່ມິດຈ້ອຍສະບາຍ ກິນກໍບໍ່ຫລາຍຫາຍໄວອີ່ມຊີ່ມ...
ບໍ່ເຖີງຂັ້ນອີ່ມ ຈົນວ່າທ້ອງເຜະ
ຈັກຈັ່ງໃດລະເດ ມາຮອດສູ່ມື້
ສັງມະຮຶດມະຮື່ ຄືວ່າຫຶກຫນາ
ຈັ່ງວ່າພັດທະນາ ໂຕຢາເເນວໃຫມ່
ບໍ່ວ່ານ້ອຍວ່າໃຫຍ່ ໃສ່ເເລ້ວຄະນອງ
ສຽງກໍຫ້າວກໍຫອງ ໂຕກໍເບົາຍ່ອງໆ ຢາກລອງເລື້ອຍ...!

ຈັ່ງວ່າເດີພໍ່ ເຮົາສູບຢາໄລ່ຍູງໄລ່ຮີ້ນ ກິນສຸຣາພໍພາແກ້ເມື່ອຍ ແກ້ໄປເລື້ອຍໄລ່ໄປເລື້ອຍກໍເລີຍວ່າຕິດ
ຄົນເລີຍຄິດຜະລິດມາຕື່ມ ມີເຄື່ອງດື່ມອັນທັນສະໄຫມ
ມີທັງວາຍທັງເບຍເຊຍມ່ວນ ຈົນຄົບຖ້ວນໃນປະຈຸບັນ
ສີ່ງມ່ວນມັນບໍ່ອຶດບໍ່ຢາກ ສີ່ງເຂົ້າປາກຢາສູບມີຫລາຍ
ຈົນຮອດຢາໄອຢາອີຢາບ້າ ຈາກກັນຊາກໍມາຢາຝີ່ນ
ມີເຮໂຣອິນທັງວິນທັງເມົາ ປາບບໍ່ເຊົາຜູ້ເຜົາຜູ້ຄ້າ
ນັ້ນລະນາຄົນເຮົານີ້ນາ ພັດທະນາໂລເລທົ່ວທີບ
ພໍປານກັບຫນີບໂຕຫນູກະເເຕ ບໍ່ຮູ້ຈັກເເກ້ຕາຍເເທ້ອີ່ຫລີ
ອີຫລີຕາຍເເທ້ອີຫລີ...!

ຈັ່ງວ່າເດີພໍ່ ຕັ້ງເເຕ່ກີ້ຫນ້າຫນ້ອງປືນເເກັບ ເອົາໄປແອບຜົກກວາງຜົກຟານ ຫາອາຫານຕາມດົງຕາມປ່າ ເອົາໄປໃຊ້ລ່າເຊີດເນື້ອເສືອສິງ ເຮັດໄວ້ໃຊ້ຍິງໃນວົງຈໍ້ໆ
ມີເລື້ອງສໍ້ໆຫຍຸ້ງຍາກຫລາຍອັນ ຄວາໃສບໍ່ທັນພໍໄດ້ທີ່ເພີ່ງ
ປ້ອງກັນເບີ່ງເຂດນ້ຳເເດນດິນ ທັງຊັບສິນງົວຄວາຍສັດລ້ຽງ ຍົກປືນປ້ຽງໄລ່ຍິງຫົວໂຈນ ຜູ້ໃດເປັນຄົນຈອງຫອງຫນ້າດື້ ມອບລູກຂີ້ຫມື້ໃສ່ຫນ້າກະບານ ຈົນມັນບໍ່ຫານເຂົ້າມາເຂົ້າມໍ່ ຜູ້ມັກໂລບກໍ່ຊິງບ້ານຊິງເມືອງ
ສ້າງຄວາມຮ້ອນເຄືອງບໍ່ສຸດບໍ່ສ້ຽງ ບໍ່ຫມົດບໍ່ກ້ຽງຈັກເທື່ອຈັກຍາມ ຈົນເກີດສົງຄາມຕິດຕາມທຸກຍາກ
ພັດທະນາຈາກຫນ້າຫນ້ອງປືນເພີງ ເຮັດໄປເຫີງໆກາຍເປັນປືນໃຫຍ່ ເປັນລູກສອນໄຟໃນປະຈຸບັນ
ຈັ່ງເພີ່ນຫັນນົວເນຍນົວເນ່ຍ ຈັກວ່ານິວເຄຼຍຫົວປູ້ຫົວເເຫລມ ຈັກຫຍັງມາເເຊມສີລາຍປ່າຍລ່າຍ
ຈັ່ງເປັນຕາຫນ່າຍຊ່າງເຮັດຊ່າງຫານ ຈັກວ່າມ່ວນມັນອັນໃດເເຊບນໍ່ ປະດິດຕິດຕໍ່ເຮັດເອົາເຮັດເອົາ ຖ້າບໍ່ຮູ້ເຊົາບໍ່ຢຸດບໍ່ຢ່ອນ ມະນຸດເດືອດຮ້ອນຕາຍເເທ້ອີ່ຫລີ ອີ່ຫລີຕາຍເເທ້ອີ່ຫລີ.../
ສີລັງຈັງໂລກຈະພັງເເລ້ວນໍ ພໍເເລ້ວ...!
---------------------------------------------------------------'
---------------------------------------------------------------------


...ຟັນທຸກຢ່າງຂວາງຫນ້າ ຂ້າທຸກຢ່າງຂັດໃຈ ຮ້າຍທຸກຢ່າງຂັດຫູ ສູ້ທຸກຢ່າງຍາມຮົບ ນົບທຸກຢ່າງຍາມຢ້ານ
ຫານທຸກຢ່າງຍາມເມົາ ເອົາທຸກຢ່າງຍາມຫິວ. ..ຊີ້ນິ້ວນື່ງຂື້ນເອີ້ນວ່າ : " ຄົນ " .!

----------------------------------------------------------------------
ປົກປິດກາຍບ່ອນອາຍທ້ອງ ດ້ວຍຂອງບັງຜ້າຜ່ອນ
ຍາມຫນາວມາຫລືແດດຮ້ອນ ບ່ອນນອນຊົ້ນເອີ້ນວ່າເຮືອນ
ເຄື້ອນໄຫວໄປໄກໄດ້ ໃຊ້ຍານຍົນຂົນສົ່ງ
ລອຍເມກບິນເວີ່ນໂຄ້ງ ລົງຂື້ນກວ່ານົກກາ
ເຖີງວ່າກາຍາກ້ຽງ ບໍ່ມີຂົນຫາງປີກກໍຕາມທ້ອນ
ມີແຕ່ໂຕລ້ອນຈ້ອນ ມັນສະຫມອງໂລ້ນໂຈ້ນ
ຄົນໆນີ້ຊ່າງເກັ່ງຫລາຍ ແທ້ນໍ !
-----------------------------------------------------------------------
...ເຂ່ຍຕະຫລອດ ຕອດບໍ່ເຊົາ ເອົາບໍ່ຢຸດ ຂຸດບໍ່ເລີກ
ເສິກບໍ່ເເລ້ວ ແຂ້ວບໍ່ກັດ ຖະຫນັດແຕ່ນ້ຳລາຍ ສາດໃສ່
ກັນ ...ອັນນັ້ນກໍເເມ່ນຄົນ ຄືກັນ !
------------------------------------------------------------------------
ຈັ່ງວ່າຄົນເຮົານີ້ ຄົນມີຫລາຍຢ່າງ
ຄົນມັກເຮັດມັກສ້າງ ທາງດີນັ້ນກໍເເມ່ນຄົນ
ຄົນພວກນື່ງພັດມັກຄົ້ນ ເລື້ອງຫມົ່ນຫມອງຜິດ
ຄິດເເຕ່ຄວາມຮຸນເເຮງ ອອກສະເເດງບໍ່ມີເວັ້ນ
ມີຄວາມເຫັນໄປທາງປີ້ນ ສີລທັມໄປທາງຊົ່ວ
ເລີຍວ່າມົວມືດກຸ້ມ ເປັນໄຟສຸມໄຫມ້ຮ້ອນ
ບັນຫາມາເຄັ່ງຂ້ອນ ໃຫ້ຄົນຈ້ອນແກ້ບໍ່ຫມົດ ແທ້ແລ້ວ !
------------------------------------------------------------------------
ປາລ່າ...ແກັມເຈົ້າ ປ່າລ່າ...!
ຄັກເເທ້ນາ ຄັກເເທ້ໆນາ
ມີສອງຫູສອງຕາ ສອງຂາສອງແຄ່ງ
ຊ່າງປະດິດຄິດເເຕ່ງ ຫລາຍເລື້ອງຫລາຍເເນວ
ສ່ວນເຊື້ອກໍຊຸມແຖວ ຄືລີງຄືຄ່າງ
ມາລະຍາດຫາກຕ່າງ ຊ່າງເວົ້າພາສາ
ຮູ້ລະອາຍລະອາ ມີເສື້ອຜ້ານຸ່ງ
ຮູ້ຈັກເດີນຈັກດຸ່ງ ໃຫ້ໄວທັນໃຈ
ທັງຮູ້ຄ້າຮູ້ຂາຍ ເຮັດນາເຮັດໄຮ່
ເຮັດເເນວນ້ອຍແນວໃຫຍ່ ຕັ້ງແຕ່ເຂັມຫຍິບ
ຈົນວ່າໄປໄກຫລິບ ຮອດຍານອະວະກາດ
ເກີນເເມ່ນຄັກຂະຫນາດ ມະນຸດສອງຂາ
ເກີນວ່າມີປັນຍາ ສັດສາໃດຈະທຽບທໍ່ ບໍ່ມີແລ້ວ !

ເອີຍ....ເອີຍ...ເອີ່ຍ...ເຮິ...ເອິ...ເຮີ....ເອີຍ...!

.ເຫັນອີ່ຫຍັງກໍປາກຄາບ ບ່າຫາບມືຖື
ຄືອີ່ຫຍັງກໍເປັນເອົາ ຢາກຈະເຫມົາຫມົດກ້ຽງ
ຍິນສຽງຫຍັງຂັນຮ້ອງ ກໍລອງຮຽງຮຽນແບບ
ແອບໄປຫມົດຮຽບຮ້ອຍ ເລື້ອງຫວານຈ້ອຍສົ້ມເຄັມ
ເຫັນຫມູ່ເສືອສິງເຕັ້ນ ເຄັງຄາງຮ້າຍໂຫດ
ຄົນກໍໂລດກ່າວຮ້ອງ ລອງໄດ້ດັ່ງກັນ
ຫັນເອົາມານຳໃຊ້ ຫລາຍເເນວຂີນໄຂ່ວ
ຈັກສວຍງາມຕ່ຳຊ້າ ເອົາມາກ້ຽງບໍ່ຫລໍ
ນີ້ແມ່ນເລີ້ມແຮກຂໍ້ " ຄວາມໂລບ " ຂອງຄົນ
ອະກຸສົລຈິຕ ຄິດເອົາມາໄວ້
ເພື່ອຢາກມີມືໄມ້ ພະລັງແຮງແຂງແກ່ນ
ຈີ່ງຫວງເເຫນທຸກເລື້ອງ ເລີຍເຄືອງຮ້ອນເມື່ອລຸນ
ນັບເເຕ່ນັ້ນເລີ້ມວຸ້ນ ຂຸ້ນຂ້ຽວຊິງດີ
ຈັກຢາກມີຢາກກິນ ຊັບສິນລາຍໄດ້
ຜິດໃຈກັນຟັນຟາດ ປະກາດສັກສີຂົ່ມ
" ໂທສະ " ຖົມຕໍ່ເພີ້ມ ເຕີມໄດ້ຂໍ້ສອງ
ຍາມມົວຫມອງຫມົ່ນຮ້າຍ ຫລາຍວຽກສັບສົນ
ຍາມພະຈົນເເນວຫນັກ ຍາກຊາເຫລືອລົ້ນ
ຄົນບໍ່ມີທາງແກ້ ແລຫາເເນວມາຊ່ອຍ
ບໍ່ມີຮອຍລະນຶກໄດ້ ຢາເເກ້ຍາກຈະມີ
ຈັ່ງຊີ້ເປັນໂຕຫລ້າ " ໂມຫະ " ໃຫຍ່ມາເເຖມ
ແນມເຫັນຫຍັງຄືໆ ກໍຢຶດຖືຈັບຈັ້ງ
ທັງເອົາພູຜາໄມ້ ທັງສາຍເຊຫ້ວຍຮ່ອມ
ນ້ອມຍົກມືນົບໄຫວ້ ງົມງວາຍໄດ້ຕໍ່ມາ
ອະວິດຊາແກ່ກ້າ ນັ່ງບ່າຄຸມຫົວ
ຍາມແຊບນົວມີສຸກ ທຸກອັນລືມສີ້ນ
ເພີນນຳກິນນຳຫລີ້ນ ສີລທັມບໍ່ຈຳອ່າວ
ສີ່ງມຶນເມົານ່ຳເຂົ້າ ເຜົາເລື້ອຍມືດມົນ
ຍາມມົວຫມອງມາກລົ້ນ ຄົ້ນຄິດຕິດບັນຫາ
ອະນິດຈາມີມາ ຢາດນ້ຳຕາຮົມໄຫ້
ບໍ່ເຫັນສາຍທາງເເກ້ ຈົນຕາເເຈລຳບາກ
ຄົນຈີ່ງຍາກກະດໍ້ ຄົນຈີ່ງພໍ້ທຸກເເທ້ ວິທີເເກ້ບໍ່ມີ
ຈັ່ງວ່າມາເຖີງນີ້ ສີທັນດອນວອນກ່າວ
ເຖົ້າເເກ່ສາວບ່າວນ້ອຍ ຟັງຂ້ອຍໃຫ້ຈື່ຈຳ
ສີລທັມເປັນທີ່ຕັ້ງ ທາງດີມີເບີ່ງ
ເຖີງຄາວທຸກຕ່ຳຕ້ອຍ ຢ່າລືມຫ້ອຍລະນຶກຫາ
ເປັນຢາວິເສດແທ້ ພໍ່ເເມ່ເຮົາສອນ
ຢ່າໄດ້ຈອນກາຍຫນີ ທີ່ພຸດໂທທົງຊີ້
ຈີ່ງຊິດີເມືອຫນ້າ ສີຈຳປາຫອມກີ່ນ
ທານ ສີລໃຫ້ແກ່ກ້າ ພາວະນາໃຫ້ມາກລົ້ນ
ພົ້ນທຸກເວນບາບຂ້ອງ ນວນນອ້ງໃຫ້ຈື່ຈຳ
ຈື່ຈຳນວນນອ້ງໃຫ້ຈື່ຈຳ...
ຈັ່ງວ່າແກ້ມອ່ຳທ່ຳ ມີບ່ອນຈັ້ງເພີ່ງໃຫຍ່ ພໍໃຈແລ້ວ..../
-----------------------------------------------------------------------




ສິບສະຫລືງຢູ່ຟາກຟ້າ ຢ່າຟ້າວອ່າວຄະນິງຫາ
ຫ້າສະຫລືງມາມື ໃຫ້ຄ່ອຍຖືໂຮມໄວ້
ເງິນທີ່ຫາມາໄດ້ ຈາກເເຮງກາຍເເລະຢາດເຫື່ອ
ເປັນເງີນເຍືອຢູ່ຫມັ້ນ....ສ່ວນພະນ້ນຫມູ່ເລກ ເປັນເງີນຫລີ້ນບໍ່ແກ່ວນຖົງ ດອກນາ !

----------------------------------------------------------------
ໂອະລະນາ...! ຈັງວ່າຫວຍ...! ຫວຍ.. ! ຫວຍ....!
ມີເເຕ່ຊວຍ ຫລີ້ນບໍ່ຖືກດອກ
ຕິດເເລ້ວບໍ່ຮູ້ອອກ ຊອກເເຕ່ກວນຄູບາ
ຈົນເພີ່ນວ່າ ຈົນເພີ່ນວ່າ
ເຊົາສານາ... ນະ ໂຍມເອີຍ..!

ເອົ໋າ ! ຍ່າວ ຍ່າວ ຍ່າວ ລະຍ່າວ ຍ່າວ ຍ່າວ...!
ຟັງຊິກ່າວ ຊິເວົ້າເລກອອກ
ຄູບາບອກ ບໍ່ເຈດຕະນາ
ໂຍມພັດທະນາ ມາຕີເປັນເລກ
ຈັກວ່າວິເສດ ວິໂສແນວໃດ
ອ້າຍນື່ງຈັງໄຮ ໄປຖາມໄປສໍ້
ຄູບາເພີນກໍ ບໍ່ຮູ້ ບໍ່ຮູ້
ໂຍມຖາມດຸ ກະບໍ່ຮູ ບໍ່ຮູ້
ເອົ໋າ ! ຕູ ລູ ຕູ່ ລູ ຕຸ ລູ ຕູ່
ໃຈນັກສູ້ ຮູເລກ ຮູເບີ
ເອົາໂລດລະເດີ ເຢິໆ ມ່ວນໆ
ມ່ວນໆ ລະເເມ່ນ ມ່ວນໆ...!
ເຂົາພາກັນນ່ວນ ເອົາເລກກະປູ
ບາດອອກປູລູ ຮູ 39
ຈັກເເມ່ນເຂົາເດົ້າ ເຂົາເດັ້ງເຮຮາ
ຄັກເເທ້ຄູບາ ບ້ານເຮົາຄີ້ວເເນ່
ຄີ້ວແທ້ ຄີ້ວເເທ້ ຄີ້ວເເທ້
ມື້ອື່ນຊິເເກ້ ເອົາເງິນໄປຖວາຍ
ຖາມເລກຖາມຫວຍ ນຳເພີ່ນບອກອີກ
ບອກອີກ ບອກອີກ ບອກອີກ...!
ເອົ໋າ ! ບອກເເນ່ທ່ານ ບອກເເນະ....ແນ່ທ່ານ !
ໂຜດເເນ່ທ່ານ ໂຜດເເນະ... ແນ່ທ່ານ !
ໂຜດລູກໂຜດຫລານ ອີກເເນ່ໆ ທ່ານ...!
ນັ້ນນະ ! ນັ້ນນະ... ນັ້ນນາ !
ກ້ຽວໄປໂງມາ ຖາມຕາຍເເຕ່ເລກ
ຄູບາເຮັດ ຫມາກກອກໃຫ້ກົວ
ໂຍມພາກັນຫົວ ແຮ່ງຫຍັບເຂົ້າມໍ່
ເອົາ ! ຕໍ ລໍ ເຕາະ ລໍ ຕໍ້ ລໍ ຕໍ່...!
ສົມມັກຂໍ ຂໍໄດ້ ຂໍດີ
ເຂົາຊູຊີ ຕີເປັນເລກຫ່ານ
ເອົ໋າ ! ຕ້ານ ລານ ຕ່ານ ລານ ຕະ ລານ ຕ່ານ...!
ພໍເຂົາອ່ານ ເລກ 43
ຈັກເຂົາທະຍານ ເຕັ້ນເດາະເຕັ້ນດ່ອງ
ໃຜໆກໍຄ່ອງ ເຮົາຫມານ ເຮົາຫມານ
ຄັກເເທ້ອາຈານ ເຮົາເນາະໆຫມູ່
ມື້ອື່ນເພີ່ນຢູ່ ໄປອີກນໍຫມູ່
ເນາະ ຫມູ່ ! ເນາະ...ເນາະ...ນໍຫມູ່...!
ເອົາ ! ສາທຸ ສາທຸ ສາທຸ !
ຂໍຫມອບຄູ້ ເຂົ່າເຂົ້າມາຫາ
ຈ້ງໃດຄູບາ ບອກຂະນ້ອຍເເນ່
ບອກເເນ່..! ບອກຂະນ້ອຍເເນ່ !
ນີ້ເເນະ ! ນີ້ເເນ້...ນີ້ເເນ້ ....!
ເອົາບໍໄມ້ແສ້ ແປະເຂົ້າໃສ່ຫົວ
ມັນຊິຫມົດຕົວ ຢ່າຫລີ້ນ ! ຢ່າຫລີ້ນ !
ກະຍັງວ່າ ຢ່າ.......ຫລີ້ນ...!
ນັ້ນລະນາ ນວນນາ ເຂົາໂລດພາກັນຕີບໍ່ສີ້ນ
ພາກັນຫລີ້ນ ເລກ 37
ເບີ່ງເຂົາເຮັດ ຄັກແທ້ງວດນັ້ນ
ຄົນຫມົດບ້ານ ຫວານຈະ ຫວານຈາ
ຄັກເເທ້ຄູບາ ບ້ານເຮົາຄັກເເທ້
ເອົາເງີນໄປແກ້ ປົງຄາຍເພີ່ນໄວ້
ມື້ອື່ນເຮົາໄປ ອີກນໍເພື້ອນ ອີກນໍເພື້ອນ...!

( ເວົ້າ ) : ເອົ໋າ ! ສາທຸ ...! ໂຜດຫມູ່ຂະນ້ອຍ ອີກເເນ່ທ້ອນ ...! ສາທຸ..! ສາຖຸ..ສາທູ..!

ບໍ່ຮູ້ ! ບໍ່ຮູ້ ! ບໍ່ຮູ້...!
ເພີ່ນວ່າບໍ່ຮູ້ ວູ່ວະຫົນຫວຍ
ເມົາລ້ຳເມົາລວຍ ໄປໃສນໍ ອອກ !
ເທື່ອນີ້ບໍ່ບອກ ດອກກູຊີສິກ
ໄປຢູ່ບ້ານຈິກ ກັບແມ່ອອກແກ້ວ
ເອົາໃຫ້ມັນແລ້ວ ເປັນເຂີຍເປັນຂາຍ
ບ່ອນໃດສະບາຍ ກູຊິໄປຢູ່
ຫນີຄົນຖາມດຸ ໃຫ້ມັນແລ້ວ ໃຫ້ມັນເເລ້ວ..../
----------------------------------------------------------
ຊັບໂຈນປຸ້ນ ສູນເສຍຫາຍ ໄປສ່ວນນື່ງ
ສ່ວນທີ່ຍືນ ຢືນຍັງຢູ່ ຫມູ່ດິນເຮືອນ
ຫາກໄຟໄຫມ້ ວາຍວອດໃຫຍ່ ໄປຫມົດເຮືອນ
ແຕໍບໍ່ເຈື່ອນ ເຄື້ອນໄປຮອດ ວອດໄຮ່ນາ
ສ່ວນພະນັນ ຄັ້ນຄາດເຂົ້າ ເຫມົາທຸກເເນວ
ໄຫລລາມເເລວ ແນວຊານເຮືອນ ເຄື້ອນຮອດນາ
ຫມົດທີ່ບ້ານ ຮານທີ່ສວນ ມ້ວນລົດລາ
ຫາຍະນະ ຮະເສຍຫາຍ ໄປຫມົດເລີຍ...!
-----------------------------------------------------------




ເຮົາບໍ່ໄດ້ຈົມປັກຢູ່ກັບອາດີດ....ແຕ່ເຮົາຄິດລະນຶກຄຸນ ເພາະບຸນທີ່ເພີ່ນມອບໄວ້ ຍີ່ງໃຫຍ່ມະຫາສານ ຈົນຮອດປະຈຸບັນ ເເລ້ວເຮົາຍັງຈະຢືນຢັນ ຂັນສູ້ຕໍ່ໄປ ເພື່ອອະນາຄົດທີ່ສົດໃສ...!

-----------------------------------------------------------------
ວັນວິສາຂະ ວັນພຣະ ວັນເພັງ ວັນເຮັງ ວັນດີ ວັນພຣະສິດທັດຖະລົງມາເກີດ , ວັນປະເສີດໂພທິຍານ ຊະນະມານໂຕຮ້າຍກາດ ຕັດສະຮູ້ຂາດຈາກບາບກັມ , ວັນມອບພຣະທັມແກ່ຊາວໂລກ ໄດ້ຍົກຍ້າຍເຂົ້າສູ່ນີຣະພານ ຜ່ານສົງສານທຸກໂສກ ບໍ່ມີໂຣຄ ບໍ່ມີໄພ ບໍ່ມີຕາຍ ບໍ່ມີເກີດ ເປັນວັນເລີດວິມຸດ ອຸດຕະມັງຄະລາ ແທ້ດີຫລີນາ ! ສາທຸ !

ຈັ່ງວ່າ ບັດນີ້ວາຈາຈິງຈາກໃຈໂອ້ ເອົານະໂມຂື້ນກ່ອນ
ຟັງບົດກອນຂະນ້ອຍ ຂໍກອຍເວົ້າກ່າວຕໍ່ໄປ
ບ່ອນໃດເຂີນຂັດຂ້ອງ ຟັງບໍ່ຄ່ອງນວນຫູ
ຂໍສາທຸຍໍມື ຢ່າໄດ້ຖືຄຳຮ້າຍ
ຂໍອະໄພນຳທ້ານ ຄູອາຈານຜູ້ສະຫລາດ
ທັງນັກປາດຜູ້ຮູ້ ຫມູ່ຊາວບ້ານທ່ານສູ່ຄົນ
ຂໍໃຫ້ອົດທົນຖ້ອນ ຟັງບົດກອນເທດແຫລ່
ຟັງເອົາເດີໂຍມພໍ່ ລໍຟັງເດີໂຍມແມ່
ເປັນຈັ່ງໃດແທ້ໆ ລໍຟັງເລີ້ອງແມ່ນຕໍ່ໄປ
ແມ່ນຕໍ່ໄປ... ໂອະ...ໂອ່ຍນໍ...ຊັ້ນລະນາ !
ສາທຸ !

ຈັ່ງວ່າ ! ຫລາຍຕຳລາວ່າໄວ້ ພຣະເຈົ້າເກີດວັນສຸກ
ເດືອນຫົກເພັງປີຈໍ ໄດ້ຕໍ່ມາເຖີງນີ້
ນະທີ່ລຸມພິນີກ້ວາງ ອຸທິຍານສວນດອກ
ຢູ່ນອກເມືອງໃຫຍ່ຕັ້ງ ແດນຂັ້ນເຂດກາງ
ລະຫວ່າງ ກະບິນລະພັດນັ້ນ ກັບເທວະທະຫະເມືອງໃຫຍ່
ເປັນແຫລ່ງດົງປ່າໄມ້ ໃສນ້ຳສະອາດດີ
ມີຫມູ່ສັດສີ່ງເນື້ອ ທຸກເມື່ອທຸກແນວອັນ
ບໍ່ອາດພັນລະນາຫມົດ ບໍ່ອາດຈົດຈຳໄວ້
ອະທິບາຍແຕ່ພຽງຫນ້ອຍ ພໍເປັນຮອຍຮູ້ເຫດ
ເທດປະຫວັດພຣະພຸດທະເຈົ້າ ຂໍເອົາໃຫ້ແຕ່ບ່ອນຈັງ
ບ່ອນທີ່ຮັງຄູ່ຕົ້ນ ພຣະເຈົ້າມົ້ມຈາກມານດາ
ມືນຕາເປັນຄົນມາ ກໍວ່າ 7 ວັນໄດ້
ມານດາຕາຍໄປແລ້ວ ຫມົດສູ່ແນວແຕ່ພໍ່ໂສກ
ພໍ່ເຖົ້າຍົກໂຄຕະມີຜູ້ນ້ອງ ແທນເຈົ້າເອື້ອຍຕົນ
ແທນສີຣິມະຫາມາຍາເອກຕົ້ນ ມານດາຜູ້ກ່ອນ
ຜູ້ທີ່ຈອນຈາກແລ້ວ ເມືອຟ້າຟາກສະຫວັນ
ຈາກນັ້ນພຣະບາດເຈົ້າ ອົງພໍ່ພຣະຍາເມືອງ
ບໍ່ມີເຄືອງຄຳໃດ ຢູ່ສະບາຍຫາຍຮ້ອນ
ຈົນລູກສອນລອນຂື້ນ ຍືນຍາວສູງໃຫຍ່
16 ໄຂຂວບເຂົ້າ ເປັນຊາຍຈ້າວບ່າວແຮງ
ຈີ່ງໄດ້ເເປງເອົາເຈົ້າ ສາວງາມມາເປັນຄູ່
ຫວັງໃຫ້ຢູ່ສືບສ້າງ ທາງໂລກແຜ່ຕະກຸນ
ຖືວ່າບຸນທີ່ໄດ້ ສ້າງຮ່ວມກັນມາ
ລະຫວ່າງສິດທັດຖະ ແລະພິມພາເຈົ້າ
ເຖີງຄາວໄປໄກແລ້ວ ຫາແນວທັມເປັນທີ່ເພີ່ງ
ເຫີງຊ້ານານຜ່ານພົ້ນ ໄດ້ບຸຫມົ້ນຊ່ອຍກັນ
ຈີ່ງມາຮອດບ່ອນບັ້ນ ໄກຈາກພັນຣິຍາ
ທັງບູດຕາຣາຫຸລ ຫມູ່ຕະກຸນທຸກຄົນແລ້ວ
ຫວັງເຂົ້າເຖີງດວງແກ້ວ ໂພທິຍານແຍງຍອດ
ມັນຫາກຮອດທໍ່ນີ້ ໂລກີສ້າງໄດ້ຮ່ວມກັນ
ຈັ່ງວ່າໂຈະໆບັ້ນ ໂຈະນິທານໄວ້ນີ້ກ່ອນ
ຟັງດໍ່ກອນຫນ້າພຸ້ນ ບຸນເເຈ້ງເເຫ່ງພຣະທັມ
ແຫ່ງພຣະທັມ....ໂອຍ...ນໍ...ລະນາ.../



ຢາກກິນ ຢາກຢູ່ ຢາກມີຄູ່ສັນຈອນ ຢາກນອນ ຢາກນັ່ງ ຢາກຮັ່ງ ຢາກມີ....ຢາກອີ່ຫຍັງກໍຄືກັນ ກ້ຽວມາເເນວດຽວຫັ້ນແລ້ວ ຄື ຢາກຍືນຢູ່ຕະຫລອດໄປ...!

------------------------------------------------------------------
ຈັ່ງວ່າ ສີໆ ວັນນີ້ ແມ່ນວັນດີ ວັນພຣະພູມີລົງມາເກີດ ເປັນພຣະເລີດໂລກາ ຄື 15 ຄ່ຳ ເດືອນ 6 ຕາມໄດ້ຍົກກັນມາ ໃນນາມວິສາຂະ ວັນມະຫາດີລວມຍອດ ວັນສຳເຣັດ
ຍອດອໍຣະຫັນ , ວັນອາວະສານລະຄາບ ສີ້ນບາບຮ້າຍເວຣກັມ ເຫລືອພຣະທັມແກ່ຊາວໂລກ ໂຜດສັດຂ້າມໂອຄະສົງສານ .ນີຣະພານເປັນທີ່ ແລ້ວ ! ...ສາທຸ !

ບັດນີ້.. ຈັ່ງວ່າເຖີງເວລາແລ້ວ ເເນວດີມີເກີດ
ຜູ້ປະເສີດເລີດລົ້ນ ໄດ້ຜຸດພົ້ນໃຫຍ່ມາ
ອາຍຸໄຂ 20 ເຂົ້າ 9 ປີປາຍເສດ
ເປັນເຂດຫມາຍວ່າໄວ້ ໄດ້ຫນີເຂົ້າບວດຮຽນ
ໄດ້ພາກພຽນອົດກັ້ນ ແສນກັນດານຕັ້ງ 6 ຂວບ
ຄວາມເຈັບປວດມາກລົ້ນ ບໍ່ທົນໄດ້ກ່າວເຖີງ
ຜ່ານໂຄກເນີນປ່າໄມ້ ຫ້ວຍໃຫຍ່ພູຊັນ
ຜ່ານຮ້ອນຫນາວຄາວເຫມັນ ຮົກຕຶບບຸຫມົ້ນ
ຜ່ານຟ້າຝົນສາຍນ້ຳ ຄວາມດຳຕົມຝຸ່ນ
ຫລາຍຢ່າງແນວວຸ້ນໆ ພຣະອົງເຈົ້າໄດ້ຜ່ານຫມົດ
ຈົນຮອດບ່ອນຄົດລ໊ຽວ ຂ້ຽວຂາດຮຸນເເຮງ
ມານສະແດງແຝງລິດ ອອກຈາກຈິດໃຈນັ້ນ
ສຸດສຳຄັນຫັນຈໍ້ ເຫມືອນເປັນຂໍຄົມກ່ຽວ
ພາດບາດດຽວກໍລົ້ມ ມານໂຄມຊ້ຳນ່ຳຕີ
ສຸດວິທີທຳເເລ້ວ ແນວມານຢ້ານຜ່າຍ
ອັນຕຣາຍຫລີກເວັ້ນ ເຫັນແຈ້ງຢູ່ສະບາຍ
ກິເລສ ມາຍຫາຍສີ້ນ ສີລ ປັນຍາ ຜະຫລາຊ່ອຍ
ຫລືຄຳກອຍກ່າວໄວ້ ໄດ້ຕັດສະຮູ້ສ່ອງຍານ
ຢູ່ທີ່ເເຄມຝັ່ງນ້ຳ ນະທີໃຫຍ່ເນຣັນຊອຣ
ຕະລຸມບອນເຮວຮົບ ຢູ່ຮົ່ມໂພໄຊກ້ວາງ
ໃນຄືນດວງຈັນເກີ້ງ ວັນເພັງ 15 ຄ່ຳ
ເດືອນ 6 ວັນພຸດພົ້ນ ປີນັ້ນໄກ່ລະກາ
ເປັນປີ 45 ເກີດກ່ອນ ພ.ສ. ຍົກມາພໍຟັງກັນ ທ່ານທຸກຄົນພໍຮູ້
ອົງສັບພັນຍູເຈົ້າ ຂອງເຮົາໄດ້ສືບຕໍ່
ພໍ້ເເນວດີມອບໄວ້ ສີລທັມເທດໄຈ້ໆ
ຈົນເຮົາໄດ້ສືບຕໍ່ມາ ສືບຕໍ່ມາ....ນັ້ນລະນາ .../

( ຍັງມີຕໍ່ )
------------------------------------------------------------------
ຢາກສະຫງົບ ຢ່າຂົບຄ້ຽວ ບ້ຽວຕົນເອງ
ຈົ່ງມອງເຫັນ ເປັນຄວາມຫວ່າງ ທຸກຢ່າງອັນ
ແຕ່ຢ່າຄ້ານ ຫລືຢານຢ່ອນ ຮ້ອນພະລັນ
ຄ່ອຍຈັດສັນ ຟັນຜ່າຮຽນ ພຽນຕໍ່ໄປ
ຖ້າເຮົາຟ້າວ ຕ່າວຄວາມອຸກ ທຸກເຈົ້າຂອງ
ຖ້າເຮົາຄອງ ກໍຫມອງເສົ້າ ເອົ້າຮ້ອນໃຈ
ຄ່ອຍເຝິກແອບ ແບບເປັນໄປ ໃຫ້ສະບາຍ
ຖ້າວຸ້ນວາຍ ໄດ້ຊີຣຽດ ຄຽດແທ້ເອີຍ..../
-----------------------------------------------------------------


ຢ້ານຄົນ ຢ້ານຜີ ຢ້ານບໍ່ດີ ຢ້ານບໍ່ມີ ຢ້ານບໍ່ຮັ່ງ ຢ້ານທຸກ ຢ້ານຍາກ ຢ້ານອຶດ ຢ້ານຢາກ...ຢ້ານອີ່ຫຍັງກໍຄືກັນ
ກ້ຽວໄປໂງມາແນວດຽວຫັ້ນແລ້ວ ຄື ຢ້ານມໍຣະນາ ( ຕາຍ ! )

------------------------------------------------------------------
ເອົ໋າ ! ບັດນີ້ ຈັ່ງວ່າຫລາຍປີເເລ້ວ ໄດ້ສາຍແວວເຮືອງຮຸ່ງ
ເຫມີອນສຸຣິຍະພຸ່ງພົ້ນ ໃຫ້ຄົນແຈ້ງຮຸ່ງຕາ
ອົງຕະຖາຄະຕະເຈົ້າ ຂອງເຮົາຕັດສ່ອງ
ເທດເປັນຄອງວ່າໄວ້ ເຫນືອໃຕ້ໄດ້ກ່າວຈາ
ໃຫ້ເຮົາຖືສີລ 5 ຄະນິງຫາສີລ 8
ໃຫ້ແທດເຫມາະພຣະແທ້ 227 ພຸ້ນບໍ່ຂຸ່ນມົວ
ບໍ່ເກືອກກົ້ວກິເລສ ຕັນຫາ ໂລພະ ໂທສະ ໂມຫະ ໃຫ້ຈື່ຈຳເອົາໄວ້
ໃຫ້ຈິດໃຈໃສໄດ້ ທາງໃນກ້ຽງອ່ອຍຫ່ອຍ
ຢ່າມີຮອຍດ່າງເປື້ອນ ເປັນເຮືອນຊົ້ນຫມູ່ໂຈນ
ເກີດເປັນໃຫ້ຄິດຮູ້ ກະຕັນຍູພໍ່ເເມ່
ແລດູຊູພີ່ນ້ອງ ຈະຜອງເຖົ້າຊ່ອຍກັນ
ທານ ສີລແລ້ວ ພາວະນາຊ້ຳຕື່ມ
ຊືມຊາບນ້ຳ ຄຳດີໃຫ້ສົ່ງຫາ
ຈັ່ງວ່າຫລາຍເເນວໄດ້ ພຣະອົງໄຂທານເທດ
ເຮັດເປັນຂັນຫມວດຈຸ້ມ ກໍຫລາຍຜູກພາກບົດ
ບໍ່ອາດຫມົດຂຽນໄດ້ ອະທິບາຍແຕ່ພໍຫນ່ອຍ
ມີປັນຍາຫນ້ອຍໆ ຄືຂະນ໊ອຍແຮ່ງໄກ
ຈື່ບໍ່ໄດ້ດອກທ້ານ ຮອດ 8 ຫມື່ນ 4 ພັນຂັນ
ຈັກວ່າເປັນອັນໃດ ກໍຍາກຫລາຍອີຫລີແລ້ວ
ແຕ່ມີແນວທາງຫຍໍ້ ໃຫ້ພໍໆຮູ້ງ່າຍ
ອະທີບາຍໃຫ້ໄວ້ ໃຫ້ເຮົາໃຊ້ແຕ່ທີ່ຄວນ
ມ້ວນເຂົ້າໄດ້ ຫລັກໃຫຍ່ມີ 3
ໃຫ້ຈົດຈຳເດີສັດທາ ທ່ານຜູ້ມາວັນນີ້
1 . ໃຫ້ລະຫນີໄກຮ້າຍ ອັນຕຣາຍແນວຫຍາບ
ສີ່ງທີ່ເປັນບາບຮ້າຍ ຢ່າບາຍຕ້ອງຈະໂງ່ເຂົາ
2 . ໃຫ້ເອົາດີໆໄວ້ ຫລາຍບຸນຫນຸນສົ່ງ
ເຈດຈຳນົງກໍ່ສ້າງ ທາງດີລ້ຳນ່ຳຕໍ່ໄປ
3 . ທຳຈິດໃຈໃຫ້ໃສເຫລື້ອມ ບໍ່ເຊເຊືອນເຍ້ເຍື່ອຍ
ບໍ່ເອື່ອຍອີງສີ່ງຂີ້ຄ້ານ ກັມມະຖານເປັນທີ່ຕັ້ງ ເພື່ອໃຈນັ້ນສະອາດດີ
ຈັ່ງວ່າມີທໍ່ນີ້ ແນວດີໃຫຍ່ໃຫ້ເຮົາເອົາ
ຄາວເນົາມີຊີວິດ ເພີ່ນຄິດຫລາຍມາແລ້ວ
ສ້າງເປັນແນວທາງໄວ້ ເພື່ອຊາວເຮົາເຕົ້າໄຕ່
ຕາມສະບາຍເເລ້ວພີ່ນ້ອງ ບໍ່ມີຂ້ອງຍາກຫຍັງ
ຍັງທໍ່ໃຈເຮົານັ້ນ ສຳຄັນຫນ້ອຍນື່ງ
ໃຫ້ຄືງດີຖີ່ຈັ້ງ ສະຕິຢັ້ງລະນຶກເອົາ
ລົມຫັນໃຈເຂົ້າອອກ ກໍບອກວ່າ ພຸດ-ໂທ
ລົມຫັນໃຈໂປໂລ ຕໍ່ໆມາກໍຈາອີກ
ວ່າພຸດ-ໂທ...ພຸດ-ໂທເລື້ອຍ ເປັນພັນຫົນຫມື່ນເທື່ອ
ວ່າພຸດ-ໂທ...ພຸດ-ໂທເລື້ອຍໆ ບໍ່ດົນຊ້ຳກໍສະຫງົບ
ສີ່ງພົບພານວ່າໄວ້ ຂໍ້ໃຫຍ່ເລື້ອງປົດທຸກ
ປົດຄວາມອຸກສັບສົນ ອອກຈາກຄົນເຮົາຂ້ອຍ
ເວົ້າເປັນຮອຍທາງໄວ້ ອະນິຈຈັງ ພັງງ່າຍ
ອັນຕຣາຍທຸກຊັ້ນ ຫລາຍຂັ້ນປ໋ຽນແປງ
ຄັນເຮົາບໍ່ແຍງຮອດ ອະນັຕຕາໂຕລະອຽດ
ນອນນີ້ງຢຽດຊ້ອຍມ້ອຍ ຕາຍຈ້ອຍແຮ່ງບໍ່ເຫັນ
ຈັ່ງວ່າເພີ່ນໃຫ້ເນັ້ນ ຮູ້ນັ່ງພາວະນາ
ເດີນຈົມກົມສະມາທິ ຮຽກສະຕິດີໄວ້
ປັນຍາໃສສະຫມອງຂື້ນ ເປັນທຶນຮອນຖອນກິເລສ
ຊ່າງວິເສດເເທ້ໆ ເປັນຢາແກ້ທີ່ດີ
ຫລາຍປີນານຜ່ານພົ້ນ ເພີ່ນເທດໂຜດມວນມະນຸດ
ສຸດຢູ່ໃນໂລກາ ມະນຸດເຮົາພໍແລ້ວ
ມີຫລາຍເເນວທຳໄວ້ ສີລ ວິນັຍກົດລະບຽບ
ທັມນຽມວັດປະຕິບັດບອກໄວ້ ຫຼາຍອັນໃຫ້ບໍ່ບ່ຽງບັງ
ອະນິຈຈາ ວະຕະສັງຂາຣາໄດ້ 80 ປີທີ່ເພີ່ນເກີດ
ແສນປະເສີດເລີດລ້ຳ ຫາໃຜຜ້ຽງກະບໍ່ມີ
ຈັ່ງວ່າໃນປີນັ້ນ ເປັນວັນເພັງ 15 ຄ່ຳ
ເດືອນ 6 ເພັງອີ່ເກີ້ງ ງາມຟ້າຟາກສະຫວັນ
ວັນອັງຄານຂານໄວ້ ປີມະເສງບອກວ່າ
ເຂດເມືອງກຸສີນາລາບ່ອນຢັ້ງ ບ່ອນຮັງສອງລະຫວ່າງຕົ້ນ
ພຣະທັດສະພົນໄດ້ຈາກເເລ້ວ ສະເດັດເຂົ້າສູ່ນິບພານ
ສູ່ນິບພານ..... ນັ້ນລະນາ...!

ຈັ່ງວ່າ ຈົບລົງເເລ້ວ ເທສນາ ເທດແຫລ່
ຂໍພໍ່ເເມ່ພີ່ນ້ອງ ຟັງເເລ້ວຈົ່ງຊື່ນໃຈ
ອາດຕະມາຈະໄດ້ລາເມືອຫ້ອງ ຕາມຄອງເດີມວັດຢູ່
ຂໍສູ່ຄົນພີ່ນ້ອງ ເຮົານັ້ນຢູ່ສະບາຍ
ຖ້າບຸນຫລາຍກໍຊິໄດ້ ກັບຕ່າວຄືນມາ
ເທສນາທັມສອນ ສູ່ກັນຟັງອີກປີຫນ້າ
ຂໍສັດທາໂຍມເຈົ້າ ເບົາກາຍໄຮ້ຄວາມໂສກ
ໂຣຄໄພຢ່າໄດ້ຕ້ອງ ຄວາມຫມອງເສົ້າຢ່າໄດ້ມີ
ຈົ່ງສຸຂີ ສຸຂີໝັ້ນ ພະລັງເເຮງກ້າເເກ່ນ
ແສນສ່ຳຄວາມທຸກຮ້າຍ ຈົ່ງຫາຍສີ້ນຢ່າປີ່ນມາ
ຂໍລາແລ້ວແມ່ນສູ່ຄົນ.....ເເມ່ນສູ່ຄົນ....ເດີ....ລະນາ.../

---------------------------------------------------------------




ບົດກອນເທດເເຫລ່ " ວິທີທຳໃຈບໍ່ໃຫ້ແກ່ວງ "

ບັດນີ້ ຫັນມາຟັງສຽງໃຕ້ ລອງຈັບໄມຫັດເທດແຫລ່
ຟັງເອົາເດີໂຍມພໍ່ ຂໍຟັງເດີໂຍມແມ່ ຜູ້ມັກໃຈທີ່ແທ້ ບໍ່ແປປີ້ນ ແມ່ນປ່ຽນແປງ
ມີວິທີຊິບອກແຈ້ງ ເປັນບົດແຫ່ງບັນລະຍາຍ
ລູກຊິຂໍອະທິບາຍ ເພື່ອໃຫ້ຫາຍນໍແນວຢ້ານ
ດ້ວຍວິທີໃດຫມັ້ນ ພາໃຈຫານນໍກ້າແກ່ນ
ໃຈຍັງເຂັ້ມຍັງແຂງ ຍາມອິດເມື່ອຍອ່ອນແຮງ ໃຈຍັງແຂງແກ່ກ້າ ບໍ່ຫລົງອ້າວ່າຜີເຫຼີ
ຈີ່ງຂໍເອິ ເອີ ເອີ້ ວ່າມາເດີຊິບອກຕໍ່
ເຮົາເກີດມາໃດ້ພົບພໍ້ ທາງດີຂໍ້ສາສນາ
ຈິ່ງຂໍວ່າ ສາທຸ ສາທຸທຸກທົ່ວຫນ້າ ພ້ອມກັນວ່ານໍ ສາທຸ
ວ່າ ທຸສາ ທຸສາ ທຸກທ່ານມານໍວັນນີ້
ດ້ວຍການນຳສີລທັມຊີ້ ເຕືອນສະຕິກັນໄວ້ກ່ອນ
ເຖີງຍາມຄ່ຳຍາມນອນ ຍາມຢຸດຈອນດີດເຕັ້ນ ບຳເພັນໄວ້ລະຫວ່າງໃຈ
ເອົາມໍຣະນານຸດສະຕິເຂົ້າໄວ້ ໃຫ້ມັນໄນ່ກັບຊີວິດ
ເອົາຈົນມັນລຽນຕິດ ຄິດທຸກວັນບໍ່ມີເວັ້ນ
ເຮົາບໍ່ວອງຜະຫຍອງເຫຼັ້ນ ມີຄວາມເຫັນດັ່ງຜູ້ອື່ນ
ບໍ່ວ່າຄ່ຳຫຼືຄືນ ມີແຕ່ກືນຊື່ນເຕັ້ນ ມີແຕ່ເຫຼັ້ນຈ່າຍຈົນຫມົດ
ຍາມດີມີເຮົາເຮັດໂລດ ຢ່າຫນີໂດດເເລ່ນປົບກາຍ
ນຶກໃສ່ວັນຄືນຫາຍ ບໍ່ສະບາຍເຂົ້າມາພໍ້
ເຮັດຄືຍາມສົນສໍ້ ຕັນໃນຄໍພໍ້ໄຂ້ປ່ວຍ
ຄິດຍາມລົ້ມໂຊມຊວຍ ໃກ້ຈະມໍຣະມີ່ງມ້ວຍ ແຮງເຮົາສ້ວຍແມ່ນປ່ວຍຫລາຍ
ບໍຣິກັມໄຈ້ໆ ເພື່ອລື້ງໄນ່ໃນຍາມທຸກ
ເວທະນາມາບຸກ ບໍ່ທຸກຈົນຮົນຢ້ານ
ເພາະໃຈມີຫຼັກຫມັ້ນ ພູມສັນຖານດີໄວ້ກ່ອນ
ຈີ່ງຈະບໍ່ເດືອດຮັອນ ເມື່ອມັນຂ້ອນໃສ່ເຈົ້າຂອງ
ຄຶດວ່າມື້ນື່ງຕ້ອງ ຮອງຈາກເກີດກໍຄືຕາຍ
ກ້າວເຖີງຄວາມເສຍຫາຍ ເເລະທຸກຫລາຍຈົນຮົນຮ້ອງ
ເຮົາສັງມາຫລົງຕິດຂ້ອງ ຍາມໄວວອງສົບປະຫມາດ ເດນໍ
ສູງໃຫຍ່ຍາວຄາດລາດ ໃຜບໍ່ອາດຫຼີກມົ້ມ ຫມົດລົມແລ້ວ ຮຽກວ່າຕາຍ
ຈັ່ງວ່າຈຳເອົາໄວ້ ຢ່າລືມໄລເດີພຽນພ່ຳ
ຫູບລົມໃຈນ່ຳໆ ບໍຣິກັມຈໍ້ໆ ຈົ່ມຄຳຫຍໍ້ ວ່າແຕ່ຕາຍ
ວ່າແຕ່ຕາຍ....ເອິ...ເອີ..ແທ້ລະນາ
ຈັ່ງວ່າ ສົມຄວນແລ້ວ ກັບແນວລອງຫັດເທດແຫຼ່
ບອກກັນຄັກແທ້ໆ ຢ່າເເສຮ້າຍຫນ່າຍກັນເດີ
ຢ່າຫນ່າຍເດີ...ເອິ..ເອີ..ລະນາ /
-----------------------------------------------------------------------
ມື້ນີ້...ເຮືອນດີ-ເຮືອນເພື້ອນ ມື້ຫນ້າ ເຄື້ອນຮອດເຮືອນ...!
------------------------------------------------------------------------
ເຮືອນນ້ອຍ ເຮືອນໃຫຍ່ ...ເຮືອນໃຜໆ ກໍກາຍເປັນເຮືອນດີ !
------------------------------------------------------------------------
ສົ້ງຂາດເຂົ່າ...ດາວຕິດບ່າ ມີເວລາຄືກັນ !
------------------------------------------------------------------------



ບົດກອນແຫຼ່ " ຢ່າໄປອຸກໄປໂສກ "

* ເຮົາເປັນຄົນທຸກ ຢ່າໄປອຸກໄປໂສກ
ເຮົານີ້ຍັງໂຊກ ທີ່ເກີດເປັນຄົນ
ເຂົາເປັນສັດສາ ໄກ່ກາແຮ່ງຈົນ
ຫຼົບແຫຼວແສ່ວຄົ້ນ ສາລະວົນຊອກກິນ
* ຖ້າເປັນສັດບ້ານ ຂອງທ່ານພໍທົນ
ແຕ່ບໍ່ມົ້ມຄໍຄົນ ແກງປົ່ນຂ້າກິນ
ຖ້າເປັນສັດປ່າ ກໍຕ້ອງລ່າໂບຍບິນ
ຄັວດເຂ່ຍໄປ່ປີ້ນ ຕາມທີ່ດິນດົງນອນ ..ຕາມທີ່ດິນດົງນອນ
ເອິ ເອີ່ ເຮິ ເອີຍ ຕາມທີ່ດິນດົງນອນ...

* ບັດນີ້...ຫັນມາຟັງບົດຈ້ອນ ຍໍບົດກອນຟ້ອນພໍອຸ່ນ
ທ່ານທີ່ພວມວະວຸ້ນ ສຸນຮ້າຍຫນ່າຍແຕ່ຈົນ
ຈຳຕ້ອງບຸຕ້ອງຫມົ້ນ ແສນສັບສົນນໍຫຼາຍຢ່າງ
ຈົນໄດ້ໄປຮັບຈ້າງ ຕາມທາງກ້ຳຢູ່ຖີ່ນໄກ
* ບາງຄົນຖືກເພີ່ນຮ້າຍ ເຈົ້ານາຍຈົ່ມນໍດຸດຸ
ຂາດເຫື່ອແຮງໃຈຊູ ຖືກຂູ່ເຂັນໂລດເປັນຢ້ານ
ຄັນວ່າກັບຄືນບ້ານ ກໍລຳຄານອີກປ່ອງ
ຫຼາຍສີ່ງຍັງຂາດຂ້ອງ ເລື້ອງຄອງຊີບຫນີບທຸກຈົນ
* ຕ້ອງໄດ້ບຸໄດ້ຫມົ້ນ ອົດທົນກັນອີກຈັກຫນ່ອຍ
ບໍ່ຕ້ອງທໍ້ຕ້ອງຖອຍ ໃຫ້ຄ່ອຍຂຸດຄ່ອຍໄງ້ ຍັງຈະໄດ້ດອກທ່ອນຄຳ
ໃຫ້ຄ່ອຍຊົດຄ່ອຍຈ້ຳ ຕຳຫມາກຫຸ່ງນໍແກງຜັກ
ເຖີງຊິມີຍາມຫນັກ ຫາກຊິເຊົານໍເບົາຫນ້າ
ເຮົາຍັງມີລູງປ້າ ທັງວົງສາພວກພໍ່ແມ່
ຫາກຈຳເປັນແທ້ໆ ກໍຍັງແກ້ຊົດຊ່ອຍທັນ...ຊົດຊ່ອຍທັນ.....ນັ້ນລະນາ

* ພຽງແຕ່ເຮົາທຸກ ຢ່າໄປອຸກໄປໂສກ
ເຮົານີ້ຍັງໂຊກ ບໍ່ມີໂຣຄໂພຍໄພ
ພຽງເລື້ອງເລັກນ້ອຍ ຄ່ອຍໆຫວັດໄອ
ແຕ່ຮຸ່ນຮ່າງກາຍ ຍັງໄດ້ທຸກອັນ
* ຜູ້ເພີ່ນນັ້ນທຸກ ອຸກກ່ວາມີຫລາຍ
ເວົ້າເລື້ອງຮ່າງກາຍ ເປັນໄປພິການ
ບາງຄົນມີໂຣຄ ແສນໂສກທໍຣະມານ
ເຮົານີ້ຄົບຂັນ ມັນສະຫວັນແລ້ວຕວາ...ມັນສະຫວັນແລ້ວເອີຍ...
ເອີ້ ເອີ່ ເອີ່ ເອີຍ ມັນສະຫວັນແລ້ວເອີຍ.../
------------------------------------------------------------------------



ບົດກອນເຫມືອນບົດເພງ " ເຮືອນ້ອຍລອຍເວີນ "

* ຍາມຂ້ອຍງອຍເຮືອພາຍເພີນ ຢູ່ໃນວັງເວີນແສນມ່ວນສົດຊື່ນ
ສາຍລົມຄ່ອຍພັດສາດຄື້ນ ຍຸກຍວກຂື້ນແລ້ວຕ່າວຍຸບລົງ
ຄິດຮອດຕອນເມື່ອເຍົາໄວ ຄາວແມ່ໄດ້ໄກວອູ່ຍູ້ສົ່ງ
ຈັງຫວະປີ່ນຂື້ນຕ່າວລົງ ດັ່ງຟອງຟົ້ງເຮືອນ້ອຍລອຍວັງ
* ເປັນວັດຕະຈັກຊີວິດ ໃຫ້ແງ່ຄິດຫຼາຍທິດຕ່າວຫັນ
ຍາມຝົນວັງວົນເວີນປັ່ນ ນ້ຳມາກດັ້ນຂັນແຕກພຸດັງ
ທຸກຢ່າງໄຫຼລັ່ງຫັ່ງເທ ສູ່ທະເລທາງໄກຫວັ້ງໆ
ຫວິດຝົນແຖນບົນຟ້າສັ່ງ ແປນຈ່າງປ່າງວັງນ້ຳຍາມແລ້ງ
* ເຫັນໄຄ້ໂງ່ນຫີນຍໍຄໍ ຜຸດພົ້ນແກ້ງເກາະລຽບຫາດຊາຍອ່ອນ
ບ່າວສາວຊາວຊຸມບ້ານດອນ ແສນສະອອນລົງອາບພັກແຮງ
ຫາກິນຫວ່ານແຫຕຶກມອງ ປູກພືດແຄມຂອງສວນຝ້າຍສວນແຕງ
ຖານຖີ່ນດິນເຮົາສ້າງແປງ ຫວິດຝົນແລ້ວແລ້ງເພີ້ມແຮງສຸກໃຈ
* ຍາມຂ້ອຍງອຍເຮືອພາຍເພີນ ຢູ່ໃນວັງເວີນແສນມ່ວນສົດຊື່ນ
ຫາໃສຖີ່ນໃດໄກອື່ນ ຈະສຸກລື່ນບ້ານເຮົາໄປໄດ້
ມີແກ້ງຮ່ອມຫີນວັງມົນ ໃຫ້ຄວາມສຸກລົ້ນລົງອາບເຢັນກາຍ
ບ້ານເກີດຖານຖີ່ນຖືກໃຈ ບໍ່ຢາກໄປໃສວັງເວີນບ້ານເຮົາ
- ບ້ານເກີດຖານຖີ່ນຄັກໃຈ ບໍ່ຢາກໄປໃສບ້ານວັງເວີນເຮົາ..../

-----------------------------------------------------------------------




ຂໍ້ຄິດຄຳຄົມມື້ນີ້ :

ໃນຄົນນື່ງມີຫຼາຍແນວຄິດ ໃນຊີວິດນື່ງມີຫຼາຍບັນຫາ !
------------------------------------------------------------------------
ສີ່ງໃດເປັນຕາຢ້ານແຮ່ງຄິດມາ ສີ່ງໃດຍັງຄ້າງຄາແຮ່ງຄິດແກ້ ສີ່ງໃດ ຄິດຢາກແທ້ໆ ແຮ່ງຫາທາງຂືນຂັດ ..!
------------------------------------------------------------------------
ຢາກສະຫວ່າງກໍຕ້ອງຮູ້ຈັກປ່ອຍວາງ ຢາກປ່ອຍວາງໄດ້ກໍຕ້ອງຮູ້ຈັກສະສາງຄວາມຄິດ ແຕ່ກໍຕ້ອງອາໄສຄວາມຄິດເພີ່ອການສະສາງ ແບບຫນາມປັກເອົາຫນາມບົ່ງ. .!
------------------------------------------------------------------------
ຖ້າຄິດວ່າໄວເຮົາແກ້ໄຂລົງຊ້າ ຖ້າຄິດວ່າຊ້າເຮົາເພີ້ມຄ່າໃຫ້ມັນໄວ ຊອກວ່າຢູ່ໃສເສັ້ນທາງສາຍກາງ..!
------------------------------------------------------------------------
ສາຍກາງທັງ 8 :
1 - ແນວຄິດຄ່ອງ 2 - ຮີ່ນຕອງຕາມ 3 - ວາຈາງາມໂສພີ 4 - ການງານດີໂສພາ 5 - ລ້ຽງຊີວິດ ຊີວາຢ່າຕ່ຳຕົກ 6 - ຍົກຄວາມພຽນພ່ຳນຳສຳເລັດ 7 - ສະຕິ ເດັດລະວັງແວດ 8 - ຢ່າຜັນແຕກສະມາທິ...!
------------------------------------------------------------------------
ໂລກ ແລະ ທັມ ຄ້ຳຊູ ອາໄສກັນ :

* ມີເເຕ່ໂລກ ອາດໂຊກຮ້າຍ ເພາະໃຈດຳ
ອາໄສທັມ ຊ່ອຍນຳທາງ ສະຫວ່າງໄປ
ມີແຕ່ທັມ ໄມ້ຄ້ຳຂາດ ຊາດເຊື້ອໄຟ
ໃຜຈະໃຫ້ ປັດໄຈປ້ອນ ໄດ້ຕ່ອນທັມ
* ທັມແລະໂລກ ຈີ່ງຍົກຍໍ ສົ່ງຕໍ່ກັນ
ທຸກມະຫັນ ສັ່ນຄອນໂລກ ໂສກບາບກັມ
ຈາກຊີວິດ ແລະຈິດໃຈ ຄົ້ນໄດ້ທັມ
ໂລກຈີ່ງງາມ ມືດດຳຫາຍ ສົດໃສເອີຍ.../
------------------------------------------------------------------
ຊີວິດນີ້ ຖ້າຫາກຄິດວ່າຕົນເອງດ້ອຍໄປທຸກຢ່າງ ບໍ່ຊ່າງຈະໄປແຂ່ງກັບໃຜດີ....ກໍຈົ່ງແຂ່ງກັບຕົນເອງເຖີດ ! ຊິງເອົາແຊັມ ແຫ່ງການປະຫຍັດໃຫ້ໄດ້. ..ແລ້ວ ເມື່ອນັ້ນ ຊິຮູ້ວ່າ ຕົນເອງມີຄ່າ ເກັ່ງກ້າ ສາມາດ ເຮັດຫຍັງກໍໄດ້ຫລາຍແນວ. ..!
---------------------------------------------------------------------

ຂໍ້ຄິດຄຳຄົມ ມື້ນີ້ : " ຄວາມເກົ່າ ເຮົາຍັງມ່ວນ "

ຄັນຈັກໄປທາງຫນ້າ ໃຫ້ຫຼຽວເບີ່ງທາງຫລັງ
ຄັນຫາກຍັງລຸງລັງ ຢ່າສູ້ໄປເດີເຈົ້າ..!
---------------------------------------------------------
ຍາມເມື່ອຍັງຮັກນັ້ນ ອົບອູ່ນເອົາໃຈ
ບາດອາໄລບັນທອນ ຮ່ອນເຫັນແຕ່ຄວາມຮ້າຍ
ຍາມຫນາວນັ້ນ ຝີງໄຟກໍວ່າອຸ່ນ
ບາດວ່າເດືອນຫ້າຮ້ອນ ກາຍໃກ້ກໍວ່າຄັວນ !
-----------------------------------------------------------
ຍາມໄດ້ນັ່ງແທ່ນແກ້ວ ປະດັບພອກດາມຸກ
ຢ່າໄດ້ລືມຍາມຈົນ ນັ່ງໂພນເກົາຮື້ນ
ຍາມໄດ້ທົງຜືນຜ້າ ເປັນພະຍາຍົດໃຫຍ່
ຢ່າໄດ້ລືມໄຜ່ນ້ອຍ ຕາມຫ້ວຍຮ່ອມຜາ
ເຫັນວ່າໄດ້ຂີ່ມ້າ ຂາພາດອານຫລັງ
ຢ່າໄດ້ລືມຄົນການ ຫາບນຳຕາມກົ້ນ
ເຫັນວ່າມີຂອງລົ້ນ ເຕັມຖົງຢ່າຟ້າວອົ່ງ
ບາດເມື່ອທຸກຂະຫມອດໄຮ້ ຊິຫຼົງໂອ້ອ່າວເຖີງ !
--------------------------------------------------------------
ຕັ້ງແຕ່ກີ້ ຄົນລາວເຮົາຢູ່ດີມີສຸກ ມີລູກເຕົ້າ ມີເຂົ້າກິນ...
ຖືວ່າຄວາຍເປັນສັດລ້ຽງທີ່ມີຄຸນຄ່າ ແລະບຸນຄຸນສູງ...
ແຕ່ພໍຕົກມາຮອດຍຸກສະໄຫມ ລົດໄຖມີບົດບາດ ມາຍາດຫນ້າທີ່ ເຂົາໂລດຕິວ່າ : " ຄວາຍໂງ່....! "
-------------------------------------------------------------------
ຫມາກໍບໍ່ໄດ້ຊົ່ວ ຄວາຍງົວກໍບໍ່ໄດ້ໂງ່ ເສືອ ສິງໂຕກໍບໍ່ໄດ້ໂຫດຮ້າຍ ເທົ້າຄົນປ້າຍ ສີໃສ່ທາມັນ...!
----------------------------------------------------------------------
_ ຫມົດຄວາຍ ລວຍແຕ່ພະຍາດ ອາກາດບໍ່ຄືເກົ່າ ເຂົ້າກິນກໍບໍ່ຫອມ...!
_ ມີຄວາຍ ລວຍຝຸ່ນ ຄົນກໍອຸ່ນຈິດໃຈ ເຂົ້າໃຫມ່ກໍຫອມໆ...!
---------------'-------'------------------------------------------------
ຄັນໄດ້ຍິນຄຳເວົ້າ ຂົມໃນຢ່າຟ້າວຈົ່ມ
ລາງເທື່ອຂົມຂີ້ເພັ້ຍ ຊີມແລ້ວຊິວ່ານົວ...!
-----------------------------------------'-----------------------------
ຕິວ່າຄວາຍບັກເລຮ້າຍ ຮາວສວນເຈົ້າບໍ່ຖີ່
ຕິແຕ່ແມງມີ່ຮ້າຍ * (........) ບໍ່ຮ່ຳເພີງ ແທ້ນໍ....!
-------------------------------------------------------'----------'-----
ຫມາຍເຫດ : ກາດອກຈັນ ໃນວົງເລັບ ຜູ້ອ່ານຫາຕື່ມໃສ່ເອງ !



ຂໍ້ຄິດຄຳຄົມມື້ນີ້ : " ຄວາມເກົ່າ ເລົ່າໃຫມ່ ໄຂປິດສະຫນາບູຮານ "

ນ້ຳເຕົ້າຈົມ ຫີນຟູ
ຕີນກະປູນັບມື້ປູ້ ຕີນຊ້າງນັບມື້ແຫຼມ. .?

_ ນ້ຳເຕົ້າ : ໃນທີ່ນີ້...ຄິດວ່າຫມາກນ້ຳເຕົ້າ ບູຮານທ່ານຈະຢິບຍົກຂື້ນມາເປັນໂຕແທນໃຫ້ແກ່ ພືດພັນທັນຍາຫານ ຜັກນາງ ອ່າງຫຍ້າ ຫມາກຟັກ ຫມາກແຟງ ຫມາກແຕງ ຫມາກເຕົ້າ ເຂົ້າກິນ ຖົ່ວ ງາ....
_ ຈົມ : ຫມາຍເຖີງ ປະສົບໄພນ້ຳຖ້ວມ ລົ້ມຈົມຕາຍ ຫຼືບໍ່ກໍ ໄພແລ້ງ ແຫ້ງຫ່ຽວຕາຍໄປ. .
_ ຫີນຟູ : ...ເກາະດອນ ຄອນແກ້ງ ນ້ຳບົກແຫ້ງ ເຂາະຂອດເຂີນວັງ ຍັງແຕ່ຫີນພົ້ນຟູຂື້ນ ຊົກງົກ ເຊັກເງັກ. .ຫຼືບໍ່ກໍມີກໍລະນີ ດິນເຈື່ອນ ເພພັງ ນ້ຳຖ້ວມທັ່ງຊະຊາຍ ຫີນທະລາຍ ກີ້ງເກື່ອນ ໄຫລໄຂ່ວຂີນ ປີ້ນແຕ່ລຸ່ມຂື້ນເທີງ...
- ຕີນ : ໃນນີ້ຫມາຍເຖີງສີ່ງທີ່ພາໃຫ້ຍ່າງເດີນເພີນແລ່ນໄດ້ ສະດວກສະບາຍ , ລ້ຽງຊີບ ດຳເນີນຊີວິດ , ມີຊີວິດຊີວາ ຫຼືວ່າ ວົງຈອນຊີວິດ. ....
_ ກະປູ : .....ໂຕແທນສັດນ້ຳ ປູ ປາ ກຸ້ງ ຫອຍ ສັດນ້ອຍທັງຫລາຍ.. .
- ຊ້າງ : ...ໂຕແທນສັດບົກ ສັດປ່າ ຄະນາເນື້ອໃຫຍ່ທັງຫລາຍ ກວາງ ຟານ ເມີຍ ມັ່ງ ຊ້າງ ຫມີ ກະທິງ
ແຮດ ....
- ຕີນກະປູນັບມື້ປູ້ : . ..ຮອດກະປູນາກໍຍັງຫາຍາກ ຊີວິດສັດນ້ຳຖືກຄຸກຄາມຢ່າງຫນັກ. ..
_ ຕີນຊ້າງນັບມື້ແຫຼມ : ....ສັດປ່າພະນາໄພ ສັດໃຫຍ່ ທີ່ເຄີຍມີຢ່າງອຸດົມສົມບູນ ກໍນັບມື້ສຸດສ້ວຍ ມຸດມ້ອຍ ຍັງຫນ້ອຍເຕັມທີ...ມັນແຫລມເຂົ້າ ຫນ້ອຍເຂົ້າ...ຊັ້ນລະນາ...!

( ອັນນີ້ ກໍລອງແປໄປຕາມຄວາມເຂົ້າໃຈຂອງຕົນເອງ...ດອກຫວາ...! ບໍ່ແມ່ນ ກໍຂໍໂທດ ນຳທ່ານຜູ້ຮູ້ຫັ້ນລະ ...! )
---------------------------------------------------------------------
ບົດກອນເຫມືອນບົດເພງ : " ເມື່ອພໍ່ແມ່ໄຂ້ "

* ອີ່ຫຍັງກໍໄດ້ ອາໄສແຕ່ແຮງພໍ່ແມ່
ເປັນຕົ້ນຜ້າຜ່ອນຜືນແພ ຫຼືແມ່ນແຕ່ອາຫານການກິນ
ພວກລູກສະບາຍ ບໍ່ໄດ້ວ່າເປັນຫນີ້ສິນ
ຍູທ່າງໃຊ້ຢ່າງມວນຍິນ ໄດ້ກິນບາງຄົນລືມຄຸນ
* ເຖີງຄາວພໍ່ແມ່ ເຖົ້າແກ່ລົງຄ້ອຍວອຍໆ
ເຈັບໄຂ້ປ່ວຍໂຊເຫງົາຫງອຍ ລ້ຽງແຕ່ນ້ອຍໃຜເດຮູ້ຄຸນ
ຫາກລູກບໍ່ແລ ບໍ່ແປະຊ່ອຍຊູຍູ້ຫນຸນ
ພໍ່ແມ່ຄົງວາຍວະວຸ້ນ ສີ້ນບຸນແບບທໍລະມານ
* ໂລກໄພສານ ປຸນປຽບປານດັ່ງດຽວພໍ່ແມ່
ສາຍນ້ຳລຳທານທາມແງ່ ໄດ້ເພື່ອແຜ່ລ້ຽງຄົນມານານ
ໃຊ້ຢູ່ທຳກິນ ມີຊັບສີນລ້ຽງລູກລ້ຽງຫຼານ
ອາກາດທາດລົມໃຈຫັນ ຄົນເຮົານັ້ນໃຊ້ຢ່າງສະບາຍ
* ດຽວນີ້ໂລກເສົ້າ ຄວາມເອົ້າເຈັບປວດເຜົາຜານ
ລ້າລ່ອຍຈ່ອຍໂຊມານານ ພໍ່ແມ່ນັ້ນເພີ່ນບໍ່ສະບາຍ
ຫາກລູກບໍ່ພາ ແກ້ບັນຫາທ່ວງທັນເຄ່ຍຄາຍ
ຄວາມເຄັ່ງອາດເປັ່ງແປວໄຟ ອັນຕະລາຍທົ່ວໄປຫມົດໂລກ.. /
----------'------------------------------------------------------
- ....ລ້ຽງໃຫຍ່ແລ້ວ ຄຸນເຖົ້າບໍ່ມີ...!
- ຖ້າໂລກເວົ້າໄດ້ ກໍຄົງຈະວ່າ : " ມະນຸດ - ຄືມະເຮັງ ໂຕຮ້າຍກາດຂອງໂລກ ແລະ ປຽບລູກຜູ້ເນລະຄຸນ ຂອງພໍ່ແມ່...! "
----------------------------------'------------'-------------------



#ຂໍ້ຄິດຄຳຄົມມື້ນີ້ : " ກຳລັງໃຈຢ່າໄດ້ຂາດ..! "

ອ່ວຍພອນກັນທຸກທ່ານ ທຸກວັນ :

_ ວັນອາທິດ : ຂໍຊີວິດຈົ່ງສຸກສັນ...!
_ ວັນຈັນ : ຈົ່ງຍືນນານ ກ້າກັ່ນ...!
_ ວັນອັງຄານ : ຈົ່ງຊື່ນບານ ບໍລິສຸດ...!
_ ວັນພຸດ : ຈົ່ງຜຸດຜ່ອງ ເຮືອງຮຶອງ ເງິນຄຳກອງ
ເດຍລະດາດ....!
_ ວັນພະຫັດ : ໂພຍພະຍາດຮ້າຍຈົ່ງຫນີໄກ ຝູງໄພເວນ
ຢ່າມາພັນຜູກ...!
_ ວັນສຸກ : ຄວາມທຸກໂສກຢ່າມາຄອງ ເຈັບຫົວ
ປວດທ້ອງ ຂໍໃຫ້ເຊົາ...!
_ ວັນເສົາ : ຈົ່ງ ສີ້ນເຫງົາໃນດວງຈິດ...!
_ ວັນອາທິດ : ຂໍຊີວິດ..................................!

---------------------------------------------------------------------
...ອາຫານມາຈາກພາຍນອກ ພະລັງອອກມາຈາກພາຍໃນ.. !
---------------------------------------------------------------------
ໂລກນີ້ ມີພະລັງງານ ປະສານ ພະລັງໃຈ ຄົນຈີ່ງໄດ້ ຢູ່ດີມີແຮງ...!
------------------------------------------------------------------------
. ..ເພື້ອນເຮົາເປັນພັນ ຫັນຫນ້າໄປໃສນໍ...!?
-----------------------------------------------------------------------
....ອາຍຸ ວັນໂນ ສຸຂັງ ພະລັງ ! ສາທຸ...!
----------------------------------------------------------------------


ຂໍ້ຄິດຄຳຄົມ ມື້ນີ້ : " ຄວາມເກົ່າເຮົາສຸດຍອດ ! "

...ໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ
ລັກຂະນາໃນໃຈ ຮູ້ເເລ້ວ ຢ່າເນີ ຢ່າເນີ...!
------------------------------------------------------------
ຄວາຍບໍ່ກິນຫຍ້າ ແສນຊິຂົ່ມກໍເຂົາຫັກ
ຫມູບໍ່ກິນຮຳ ແສນຊິຕີກໍດັງເວີ້...!
-------------------------------------------------------------
ໄມ້ລຳດຽວຕ່າງປ້ອງ ພີ່ນ້ອງຕ່າງໃຈ...!
-------------------------------------------------------------
ກັມໃຜເວນມັນ ເວົ້າກັນບໍ່ໄດ້...!
--------------------------------------------------------------
ເຫັນເພີ່ນທຸກ ຢ່າຟ້າວເວົ້າທານ
ເຫັນເພີ່ນມານ ຢ່າຟ້າວເວົ້າທ້ວງ
ມັນຊິເປັນບາບບ້ວງ ມາຄ້ອງໃສ່ເຈົ້າຂອງ. .!
---------------------------------------------------------------
.....ຢ່າເນີ ! ຢ່າເນີ ! : ຊ່າງມັນລະ ! ຊ່າງມັນເທາະ !
ປ່ອຍມັນໄປ ! ຢ່າຢຶດຫມັ້ນ ! ປ່ອຍວາງ !
-----------------------------------------------------------------------


# ຂໍ້ຄິດຄຳຄົມມື້ນີ້ : " ພະ ອໍຣະຫັນ ມີກັນທຸກຄົນ...! "

ພະ ອໍຣະຫັນ ທ່ານຢູ່ໃສ ?
ເພີ່ນວ່າບໍ່ໄກ ຢູ່ພາຍໃນເຮືອນ....!
ຜູ້ມັກບອກມັກເຕືອນ ນັ້ນແລ້ວ ອໍຣະຫັນ...!
ຜູ້ຫົວສັ່ນຫົວຄອນ...ຜູ້ເຂົ້າອົມນົມປ້ອນ ນັ້ນແລ້ວ ອໍຣະຫັນ.. !
ແຕ່ ສອງທ່ານນັ້ນ ເຮົາຮຽກ ພໍ່ແມ່.. !
ເອົ໊າ..! ຂາບທະແມ...ນັ້ນເເຫຼະ ! ອໍຣະຫັນ !
--------------------------------------------------------------------
ລູກຄິດເຖີງພໍ່ແມ່ ເໝືອນດັ່ງສາຍຟ້າແມບ ແລະງູແລບລີ້ນ ປີ້ນມະແລັບ ມະແລັບ ແປັບດຽວກະຫາຍ...!
ພໍ່ແມ່ຄິດເຖີງລູກ ເໝືອນດັ່ງນ້ຳໄຫຼ...ຈົນກ່ວາສາຍທານຈະບົກແຫ້ງ ຈົນກວ່າສາຍທາງແຫ່ງຊີວິດຈະໝົດໄປ. .!
------------------------------------------------------------------
ຄຸນພໍ່ແມ່ ລະນຶກທຸກລົມຫັນໃຈ...!
ຄຸນພະສີຣັດຕະນະຕັຍ ລະນຶກທຸກບາດກ້າວຍ່າງ...!
...ແລ້ວຊິຮູ້ວ່າມັນສະຫວ່າງເອງ...!
ສາທຸ...! ບຸນຄຸນ ພໍ່ແມ່ ຄູບາອາຈານ ຊ່ອຍ...!
--------------------------------------------------------------------

ຂໍ້ຄິດຄຳຄົມມື້ນີ້ : " ມະນຸດ ຄື ທີ່ສຸດ ຍອດນັກສູ້ ..! "

ມະນຸດສູ້ກັບສັດ , ສູ້ກັບທຳມະຊາດ , ສູ້ກັບພະຍາດ , ສູ້ກັບເຊື້ອຊາດມະນຸດເອງ ແລະ ເດັ່ນທີ່ສຸດ ຄື ມະນຸດສູ້ກັບຕົນເອງ...!

ການຕໍ່ສູ້ກັບຕົນເອງ ເພື່ອຊະນະຕົນເອງ...ດ້ວຍການປະຕິບັດທັມ ກັມມະຖານ ຫວັງເພື່ອພະນິບພານ ເພື່ອຕົນຈະບໍ່ໄດ້ທໍຣະມານ ໃນວັດຕະສົງສານ ຄື ການເກີດໆຕາຍໆ....ເພາະມະນຸດເຂົ້າໃຈວ່າຕົນເປັນທຸກ ມັນບໍ່ໄດ້ສະໜຸກອັນໃດເລີຍ...ຖ້າຫາກໃຜຍັງມົວເມົາກັບທຸກວ່າສະໜຸກຢູ່ກໍສູ້ ຢູ່ຕໍ່ໄປ ຈົນກ່ວາຈະໜ່າຍ ແລະ ທະຍອຍໄປຕາມໆກັນໃນທີ່ສຸດ ກໍຄື ດວງຍອດແກ້ວ ບ່ອນແລ້ວພະນິບພານ ນັ້ນລະນາ !

....ບໍ່ມີຄວາມປາເຖື່ອນ ກໍບໍ່ມີຄວາມຍຸຕິທັມ !
ບໍ່ມີບາບກັມ ກໍບໍ່ມີສີລທັມ !
ບໍ່ມີສີ່ງມືດດຳ ກໍບໍ່ມີແສງສະຫວ່າງ !
ຄວາມບໍ່ດີບໍ່ງາມ ຄືພຶດຕິກັມ ທີ່ທຳລາຍໂຕມັນເອງ ພາໃຫ້ເກີດມີສະຕິປັນຍາ ເລັງເຫັນຜົລຮ້າຍ ທີ່ຕ້ອງຢູ່ໃນຊັ້ນອະບາຍພູມອີກ...ແລ້ວມະນຸດ ກໍຈະຕໍ່ສູ້ ເພື່ອຢູ່ໃນຊັ້ນດີຕໍ່ໄປ ແລະ ໃນທີ່ສຸດ !

ສາທຸ ! ຂໍໃຫ້ທຸກທ່ານ ປະສົບຜົລສຳເລັດ ດັ່ງປາດຖະໜາ !
---------------------------------------------------------------------


# ຂໍ້ຄິດຄຳຄົມມື້ນີ້ : ' ເກີດມາເປັນຄົນ ໃຜວ່າບໍ່ສົນຜູ້ອື່ນ !? "


ເກີດມາເປັນຄົນ ໃຜວ່າຈະເອົາຕົນໂດດດ່ຽວ

ບໍ່ຫຍຸ້ງກ່ຽວກັບໃຜ ຢູ່ໄດ້ຕາມລຳພັງ....

ຕັ້ງແຕ່ນ້ຳຍັງມີຝັ່ງ ພູຜາຍັງຕັ້ງຢູ່ບ່ອນຮາບພຽງ

ບ່ອນຮາບກ້ຽງ ຍັງອາໄສໂນນ ບ່ອນໂພນຍັງອາໄສຮາບ...ເຮົາກໍຊາບແລ້ວນີ້ !

--------------------------------------------------------------

ວາງມາດກ້າມໃຫຍ່ ໃບໜ້າໃຄ່ເຜີ້ງຕອດ ບໍ່ຍອມຖອດຫົວໂຂນ - ອາການຂອງຄົນລືມຕົນ..!

------------------------'--------------------------------------------

....ຕົກຈາກຟ້າ ຍັງມີໝ້າຢູ່ດິນ ຢ່າຖະຫວິນໃຫຍ່ໄປເກີນຕົນ....ຍາມຂັດສົນອີ່ຫຼີ ຍັງແມ່ນແຜ່ນດິນນີ້ ທີ່ຮັບເຮົາ !

---------------------------------------------------------------------

ເປັນຝີໃນຂີ້ແຮ້ ບໍ່ແລເຫັນໃຜ ໄປບໍ່ຈັກກົ້ມ - ອັນນີ້ ກໍອາການ ຂອງຄົນ ທີ່ລືມຕົນຄືກັນ !

-----------------------'----------------------------------------------

ບໍ່ເຫັນວິໄນ ບໍ່ເຫັນກົດໝາຍ ບໍ່ເຫັນຫົວໃຜ - ແຮ່ງອັນຕຣາຍໃຫຍ່...!

----------------------------------------------'------------'---------

....ນ້ຳມອດໄຟ ນ້ຳໃຈມອດໄພ..!

ລົມປາກໃຫ້ຂໍ້ຄິດ ໃຫ້ຊີວິດຄືລົມໃຈ...ອາກາດ ຈະສົດໃສ ລົມຫັນໃຈຈະສົດຊື່ນ ເມື່ອເຮົາຮູ້ຢິບຍື່ນ ຮ່ວມມື ບໍ່ຖືຊາ ບໍ່ລັງກຽດ ບໍ່ຄຽດຂົມ ຮູ້ຈັກກົ້ມ ຮູ້ຈັກເງີຍ ຮູ້ຈັກເສີຍ ໃຫ້ອະໄພ ເຫັນໃຈເຊີ່ງກັນແລະກັນ...!


ຂໍຄວາມສຸກສັນ ຈົ່ງເກີດມີແກ່ທຸກທ່ານ..!

ດ້ວຍຄວາມຮັກແພງ ແລະ ນັບຖື ! ສາທຸ..!

----------------------------------------------------------------------



# ຂໍ້ຄິດຄຳຄົມມື້ນີ້ : " ເມື່ອຄວາມອາດຫານມາພໍ ນ້ຳຕາກໍບໍ່ອອກ "


ເຮົາຈະລືມ ຈະລຶບ ສັນຍານັ້ນມັນບໍ່ງ່າຍ ຄືເຮົາລຶບ ຫຼື ລົບຮູບທີ່ຖ່າຍມານັ້ນເລີຍ...!

-----------------------------------------------------------------------

ຄວາມງາມ - ຄວາມຫຼໍ່ໍ່ ອາດຕິດລໍ້ພໍໆກັນ ຄັນຈະຢັນກໍຍາກ ຄັນຈະຈາກກໍຝືດ ຈະຮຶດສູ້ກໍເມື່ອຍ...ໃຈຫາກເຕື່ອຍຈັ່ງຊັ້ນ !

----------------------------------------------------------------------

ດີໃຈຫຼາຍກໍປາກບໍ່ໄດ້ ເສຍໃຈຫຼາຍກໍປາກບໍ່ເປັນ ...ເຫັນນ້ຳຕາໄຫລມາທັງສອງຈັງຫວະ ຄືດີໃຈ ແລະ ເສຍໃຈ !

---------------------------------------------------------------------

ເມື່ອຄວາມອາດຫານມາພໍ ນ້ຳຕາກໍບໍ່ອອກ ເຖີງວ່າ ເຈັບຊ້ຳຊອກ ກໍບອກວ່າບໍ໋ເປັນໃດ...ຮອດຍາມຈະຕາຍ ກໍອາດພໍຍີ້ມໄດ້ ເພາະຄວາມເອີບອີ່ມດີໃຈໃນສີລທັມ ເພີ່ນຈີ່ງວ່າ : " ທັມຍ່ອມຮັກສາ ຜູ້ປະຕິບັດທັມ ! "

------------------------------------------------------------------------

ເຮົາປະຕິບັດທັມ ແລະ ຈຳໄວ້ວ່າ : ເຮົາຍັງຍາກ ເຮົາຍັງໜັກ ເຮັດຈັ່ງໃດ ຈີ່ງຈະໄດ້ພັກ ຈະໄດ້ເຊົາ ຈະໄດ້ຂັດເກົາໃຫ້ທຸເລົາເບົາບາງລົງ ? ປົງໃຫ້ໄດ້ຄືຄວາມຄິດ ພິຊິດໃຫ້ໄດ້ ຄືປັນຍາ ! ໂຕບັນຫາ ອະວິດຊາ ມັນມາກ່ອນ ເຮົາຈີ່ງເດືອດຮ້ອນສູ່ມື້ນີ້ ! ເຮົາຕ້ອງຈີ້ ອະວິດຊາ !

-----------------------------------------------------------------------

ເຮົາອ່ອນໄຫວໃຫ້ບັນຫາ - ຄື ປັນຍາ ບໍ່ທັນເເຂງ !

ເຮົາແທງບັນຫາບໍ່ຊອດ - ຄືເຮົາບໍ່ຮອດປັນຍາ !

ບໍ່ວ່າເຮົາຍັງຄ້າງຄາບັນຫາໃດ ເຮົາຍັງອ່ອນໄຫວໃຫ້ມັນຢູ່ ຈົ່ງຮັບຮູ້ໄວ້ວ່າ ປັນຍາເຮົ່າຍັງບໍ່ທັນເກີດ ຈົ່ງເປີດໃຈໃຫ້ຮູ້ຈັກວິທີຄິດໃໝ່ ໃຫ້ຖືກຕ້ອງ ຊອກປ່ອງມັນໃຫ້ເປັນ ແລ້ວ ຈະເຫັນດ້ວຍຕົນເອງ !

------------------------------------------------------------------------

ຢ່າປ່ອຍຈິດໄປທ່ຽວ ຢ່າກ່ຽວສັນຍາ ເວທະນາ ຈະເກີດ... ສີ່ງປະເສີດປັນຍາ ຍາກຈະມີ !

-----------------------------------------------------------------------

ເຮົາຍັງຄອນເເຄນ - ຄືເຮົາຍັງບໍ່ໜັກແໜ້ນ !

ເຮົາຍັງບໍ່ກ້າເເກ່ນ - ຄືເຮົາຍັງອ່ອນໄຫວ !

ເຮົາຍັງຢາກໄປນັ້ນໄປນີ້ - ຄືເຮົາຍັງມີທີ່ໝາຍແນ່ນອນບໍ່ໄດ້ ! ແລ້ວຈະເຮັດຈັ່ງໃດ ກັບຕົນເອງ ? ໝັ່ນສຳຫຼວດກວດກາ ກາຍໃຈເຮົາເອງ ເລື້ອຍໆ ນັ້ນລະດີ !

---------------------------------------------------------------------

ເຮົາຢາກໄດ້ຫຍັງ ? ເພື່ອຫຍັງ ? ແລ້ວກໍ...ເພື່ອຫຍັງ ?

ປັນຍາ ເລີ້ມມີມາກັບບ້ນຫາ ຄຳຖາມ ຄຳຕອບ....ຊອບແລ້ວ !


ຂໍໃຫ້ທຸກທ່ານຈົ່ງສົມປາດຖະໜາ ! ສາທຸ...!

----------------------------------------------------------------------


ຢາກພົບກັບຍາດພີ່ນ້ອງ ຜູ້ທີ່ມີຊີ່ຕໍ່ໄປນີ້ :


1 - ພໍ່ໃຫຍ່ ແວວ ສຸຂະເສມ ອາຍຸປມານ 70 -80 ປີ

2- ແມ່ໃຫຍ່ ໃບ

3- ພໍ່ໃຫຍ່ ໃວ

4- ພໍ່ໃຫຍ່ ໃສ


ທັງຫມົດພວກເພີ່ນ ແມ່ນ ອ້າຍນ້ອງ ກັນ...ເຂົ້າໃຈວ່າ ແຕ່ກ່ອນ ຢູ່ຫມູ່ບ້ານໃດນື່ງ ໃນເຂດເມືອງຄົງເຊໂດນ ແຂວງສາລະວັນ ແຕ່ ດຽວນີ້ ອາດຈະແມ່ນໄດ້ຍົກຍ້າຍ ໄປທີ່ອື່ນ ຫລືໃດ ນັ້ນ ກໍອາດ ເປັນໄປໄດ້ ..

ຈັ່ງຊັ້ນ ຄັນມີທ່ານຜູ້ໃດຮູ້ຈັກ ກະລຸນາຊ່ວຍ ແນະນຳໃຫ້ຮູ້ແດ່ ຖືວ່າເປັນການຊ່ວຍເຫລືອກັນ ເອົາບຸນນຳກັນນະ

ເພາະມີລູກ ຫລານທີ່ພັດພາກກັນມາ ຫລາຍສິບປີນັ້ນ ເພີ່ນຢາກກັບມາຂາບພໍ່ແລະອາວອາຂອງເພີ່ນ..


ຂໍຂອບໃຈມານະທີ່ນີ້ດວ້ຍ...!


# ຂໍ້ຄິດຄຳຄົມມື້ນີ້ : " ເຮົາ ເກີດມາ ເໝືອນວ່າ ເຮົາເມົາ ! "


ເຮົາມາແຕ່ໂຕ...ຕໍ່ມາພັດວ່າ ມີ ໂລໂພ ໂທໂສ ໂມໂຫ ແລ້ວ ຈະໄປແຕ່ໂຕ ໄດ້ແນວໃດ...!?

-------------------------------------------------------------------

ເມື່ອເລີ້ມຊີວິດ ຄິດສຶກສາ ຫາຕຳຣາມາຮຽນ ວຽນໃສ່ໂຕ " ກ " ກໍພໍ້ຍາກໂລດ : ກູ ກິນ ກາມ ກຽຕ ກອບໂກຍ ໂກງ...!

---------------------------------------------------------------------

ຄັນຈະວ່າໄປແລ້ວ ເຮົາເກີດມາ ມີແຕ່ເມົາກັບເມົາ ບໍ່ເມົາເຫຼົ້າກໍເມົາຢາ ເມົາຖານະ ຕຳແໜ່ງ...!

----------------------------------------------------------------------

ຍ້ອນວ່າເມົາເຮົາຈີ່ງເຊ ເວົ້າຈາໂລເລທົ່ວທີບ...!

ຍ້ອນວ່າເມົາເຮົາຈີ່ງຮີບ ດີດເຕັ້ນໄປບໍ່ເລືອກແຫ່ງຫົນ...!

ຍ້ອນວ່າເມົາ ເຮົາຈີ່ງເອົາຕົນບໍ່ຢູ່...ຍູ້ກັນລົ້ມ ໂຄມກັນເຈັບ...!

------------------------------------------------------------------

ຖ້າເຮົາຄິດແຕ່ເອົາ ກໍເຊົາເມົາບໍ່ໄດ້...ເຮົາຕ້ອງຮູ້ຈັກໃຫ້ , ປະປົງໄວ້ ແລະ ເດີນຈາກໄປ...!

-------------------------------------------------------------------

ຖ້າເຮົາບໍ່ມີສະຕິຕໍ່ເນື່ອງ ເບື້ອງກິເລດ ເຂົາກໍຊິເຮັດເຮົາຕໍ່ເນື່ອງ ແລ້ວເຮົາກໍຊິເດືອດຮ້ອນຝືດເຄືອງຕໍ່ເນື່ອງ...!

---------------------------------------------------------------------

ຖ້າຮູ້ວ່າຜິດກໍຄົງຈະເຊົາ ຖ້າຮູ້ວ່າເມົາ ກໍຄົງຈະຂັດເກົາ ແກ້ໄຂໃຫ້ສວ່າງ....ການທີ່ເຮົາປະຕົນເອງໃຫ້ຄ່ວາງເຄ ໂຊເຊໄປມາທຸກມື້ນີ້ນັ້ນກໍຍ້ອນວ່າ ເຮົາຍັງບໍ່ທັນຮູ້ຈັກສຳນຶກຕົນເອງດີພໍ ນັ້ນເອງ..!

ພຸ້ນລະ ! ຮູ້ເບື່ອຈື່ງຈະຄາຍ ຮູ້ໜ່າຍຈີ່ງຈະຖີ້ມ...ຈະຍີ້ມໃສ່ທັມ ແຕ່ດຽວນີ້ເໝືອນເຮົາມີບາບກັມຢູ່...!


ເຮົາເກີດມາ ເໝືອນວ່າເຮົາຖືກເມົາ...!


ຂໍພວກເຮົາ ຈົ່ງຫາຍເຫງົາ ເຊົາງ້ວງ ສວ່າງ ເມົາ..ຫັນໜ້າເຂົ້າຫາທັມ...! ສາທຸ !

-------------------------------------------------------------------


# ບົດກອນອ່ານ : " ວິທີທຳໃຈ ທີ່ໄດ້ຜົລ "


* ເຮົາຈ້ອງມອງ ສ່ອງເບີ່ງໜ້າ ຫະທັຍໃຈ

ມັນເຕັ້ນໄວ ໃຫ້ຮູ້ເຫັນ ຫຼືເຕັ້ນຊ້າ

ວ່າມັນຢ້ານ ຫຼືມັນສັ່ນ ຫຼືຫັນສາ

ມີບັນຫາ ທີ່ຄາໃນ ອັນໃດຢູ່

* ເຮົາເບີ່ງດູ ພຽງຮູ້ມັນ ເທົ້ານັ້ນເສີຍ

ເຮົາພຽງເອີ່ຍ ເຮີຍນີ້ນໍ ອໍໆ ສູ

ຢ່າລັງກຽດ ບຽດບຽນຊັງ ທັ່ງຮ້າຍສູ້

ເຮົາພຽງຮູ້ ທຸກຮູໝ້ອງ ປ່ອງລົມໃຈ

* ຕິດຕາມໄປ ຢ່າໄລລະ ປະນານດົນ

ລະວັງຕົນ ຮັບຜົລລືມ ຊຶມງົງໄດ້

ເຮົາພຽນຢັ້ງ ຕັ້ງສະຕິ ດີໆ ໄປ

ກ່ອນພິດພັຍ ໃຫ້ນິດສັຍ ຮ້າຍຕິດໂຕ

* ຈົ່ມພຸດໂທ ໂອ້ ! ພຸທທັງ ຈັ້ງທີ່ໄວ້

ຄຸນພະຕັຍ ໃຫ້ນຶກມາ ປະຈຳໂຕ

ຄຸນພໍ່ເເມ່ ຈົ່ງແລຫາ ວ່ານະໂມ

ຢ່າເຜິະໂຕ ໂງເງໄຫຼ ໄປທາງອື່ນ

* ເຮົາຕ້ອງຝືນ ຄ່ອຍບືນບຸກ ຊຸກຕົນອອກ

ເຮົາຕ້ອງຊອກ ທາງອອກໄດ້ ໃຫ້ຍັ້ງຍືນ

ເຮົາຕ້ອງພຽນ ຮຽນເຝີກແອບ ແນບໂຕຢືນ

ຈີ່ງຈະກຶນ ຄືນສຸກໄດ້ ສະບາຍດີ

* ສະມາທິ ມີຜົລໃຫ້ ໃຈບໍ່ຫວັ່ນ

ໃຈບໍ່ສັ່ນ ຫຼືຢ້ານຕື່ນ ອັນອື່ນຕີ

ໃຈຮູ້ຈິງ ທຸກສີ່ງງຽບ ຮຽບຮ້ອຍດີ

ເພາະໃຈມີ ທີ່ທຳໃຈ ໄດ້ຜົລເອີຍ...../


----------------------------------------------------------



# ຂໍ້ຄິດຄຳຄົມມື້ນີ້ : " ຟັງສຽງຕົນເອງອອກ ຈີ່ງບອກຜູ້ອື່ນຖືກ.. ! "


ເວົ້າມ່ວນ ຊວນກັນຄິດ ແກ້ໄຂສີ່ງທີ່ຜິດພາດ ແລ້ວຈະສະຫລາດຂື້ນ...!

-----------------------------------------------------------------

- ຊ່ວງເຮືອ , ມວຍ , ໜັງ ...ຍັງມີພາກ - ເພາະປາກສຳຄັນ...!

- ແຫ່ເຂົ້າພັນກ້ອນ ທັງຟ້ອນທັງເຊີ້ງ ... ເຖີງຍາມບຸນພະເຫວດ ຍັງມີເທດມີລຳ- ເພາະຄຳເວົ້າສຳຄັນ...!

- ຈະແຂ່ງຂັນກໍໂຄສະນາ , ຈະທຳການຄ້າກໍຈັບໄມ , ຈະຈາກໄປ ກໍແຖມພອນ...ຍ້ອນວ່າຄວາມເວົ້າສຳຄັນ..!

ຄົນເຮົາຜູ້ຊ່າງເວົ້ານັ້ນເກັ່ງແທ້ ແຕ່ຜູ້ຊ່າງຟັງນັ້ນເພີ່ນວ່າແຮ່ງເກັ່ງກວ່າ...!

-----------------------------------------------------------------------

ຖ້າຊ່າງເວົ້າ ບໍ່ເອົາຊ່າງຟັງ...ພັງ !

--------------------------------------------------------------------

- ຟັງຕົນເອງອອກ ຈີ່ງບອກຜູ້ອື່ນຖືກ...!

- ນຶກຕົນເອງອອກ ຈີ່ງບອກຕົນເອງຖືກ...!

- ບອກຕົນເອງຖືກ ຈີ່ງສຶກສາໃຫ້ຜູ້ອື່ນເຂົ້າໃຈໄດ້...!

---------------------------------------------------------------------

ໃຈ ໃຜກໍວ່າສຳຄັນ ກ່ອນຈະມີແຮງດັນອອກມາ ເປັນວາຈາ ແລະ ການກະທຳ !

ສ່ວນການກະທຳ ເໝືອນດັ່ງວ່າຍັງເຊື່ອງອຳວາດໃດວາດນື່ງ ຊື່ງວ່າບໍ່ຈະແຈ້ງ...ຖ້າຫາກວາຈາບໍ່ຖະແຫຼງເວົ້າຕໍ່ !

-------------------------------------------------------------'---

.....ພຽງການກະທຳມົວໆ ຕ້ອງໄດ້ບອກໄປທົ່ວດັງໆ

ວ່າ : " ຮັກ...! " ພິເສດ ສະຫຼະ ອັກ ຕ້ອງໜັກແໜ້ນ

ບໍ່ດັ່ງນັ້ນມັນຈະເປັນ ສະຫຼະ ອາກ...!


ດ້ວຍຄວາມຮັກແພງ ແລະ ນັບຖື ..!

ຂໍທຸກຄົນໂຊກດີ...! ສາທຸ !



# ບົດກອນເທດແຫຼ່ : " ທຳອິດຄິດກ່ອນ "


* ບັດນີ້ ຫັນມາຟັງຫົວຂໍ້ ຍໍບົດກອນເທດແຫຼ່

ບອກກັນຄັກແທ້ໆ ບໍ່ແປປີ້ນໃຫ້ບີ່ນເສຍ

ຄິດແລະຂຽນໃສ່ເຈ້ຍ ຄັວດເຂ່ຍເປັນຄຳສອນ

ຕາງເປັນຄຳອ່ວຍພອນ ເທດວ່ອນມາພໍຟັງໄດ້

ຈາກການລອງນຳໃຊ້ ຫັດຈັບໄມເທດເບີ່ງ

ຫັວງຝາກໃຈໃຫ້ທົ່ວເຖີງ ທ່ານຜູ້ເຊີ່ງຢູ່ຖ້າ ສັດທາຝູງພີ່ນ້ອງ ທີ່ຄອຍຈ້ອງ ແມ່ນນັ່ງຟັງ...ແມ່ນນັ່ງຟັງ...ນັ້ນລະນາ...!


* ຈັ່ງວ່າ ເລີ້ມແຮກຂໍ້ ມໍ່ໆກັບຊີວິດ

ທີ່ບາງຄົນພວມຕິດ ພິດພັຍເມົາເຊີ້

ເຂົາວ່າເອິ ກໍເອີ້ ສະຫາຍເກີເປັນເລກນື່ງ

ບໍ່ໄດ້ຄຶດຄຳນຶງ ຈະຕົກບຶງແລະຫ້ວຍ ມໍຣະມ້ວຍທີ່ໃດ

* ບໍ່ຫ່ວງເສຍແລະໄດ້ ອັນໃດເກີດພາຍຫຼັງ

ບໍ່ຮູ້ທິດຮູ້ທາງ ມຸ້ງຫັວງອັນໃດນັ້ນ

ປະຕາມກັມເວຣດັ້ນ ມາຜັນດຶງດັນຈ່ອງ

ຄວາມຮູ້ສຶກຄຶກຄະນອງ ຄວາມວອງແວງອອກໜ້າ ຫາກຫານກ້າເຮັດໄປ

* ຍ້ອນວ່າເຮົາບໍ່ໄດ້ ໃຈຄິດຈິດຕົນເອງ

ຈີ່ງວ່າຫອມຂອງເໝັນ ຈີ່ງວ່າເໝັນຂອງຫອມ ຈ່ອຍຜອມວ່າງາມລົ້ນ

ເພີ່ນວ່າຮົກເຮົາຍັງໝົ້ນ ເພີ່ນວ່າໂນນເຮົາວ່າຕ່ຳ

ເພີ່ນວ່າມືດວ່າດຳ ເຮົາວ່າງາມຍີ່ງຍ້ອຍ ຂາວເເຈ້ງສະຫ່ວາງຕາ

* ອົດສາຟັງເທາະຫຼ້າ ຜູ້ມາອ່ອນເກີດພາຍຫຼັງ

ຍາມຊີວິດເຮົາຍັງ ລະຫວ່າງດີຄາວນ້ອຍ

ໃຫ້ຄ່ອຍຟັງຄຳຖ້ອຍ ເດີນນຳຮອຍພວກພໍ່ແມ່

ຜູ້ເພີ່ນດູເພີ່ນເເລ ຜູ້ເພີ່ນແປະເຂົ້າປ້ອນ ຈົນເຮົາຢ້ອນມ່ວນໃຫຍ່ມາ

* ອັນວ່າຊຸມພວກຫຼ້າ ສະຫາຍໃໝ່ໄທເກີ

ເຮົາຫາກຈາຫາກເຈິ ມ່ວນສະເອິເມື່ອລຸນພີ້

ຈະໃຫ້ເຂົາມາຈີ້ ແບບວິຖີເຮົາຫຍັງນໍ່

ຄັນເພື້ອນດີກໍຍັງພໍ ຊິພົວພັນພົບພໍ້ ຕິດແໜ້ນຕໍ່ໄປ

* ດ້ວຍຫັວງດີຈີ່ງບອກໄວ້ ເລື້ອງໃຫຍ່ຂອງຊີວິດ

ຫາກເຮົາທຳກ່ອນຄິດ ອາດຈະຜິດພາຍທ້າຍ

ເຮົາຫັວງງາມຈີ່ງຕາມປ້າຍ ທັງຫຼາຍສີດີໃສ່

ສີ່ງໃດເປັນພິດພັຍ ກໍຢ່າຫັຍບເຂົ້າໃກ້ ຈົນຈຳຈໍ້ບອດໜ່ວຍຕາ

* ຈັ່ງວ່າເລື້ອງອອກໜ້າ ທັດສະນະຄວາມຄິດ

ເປັນສີ່ງທີທຳອິດ ໃຫ້ພິກຜັນສຳຄັນໄວ້

ຕ້ອງໄດ້ຄິດຊັກໃຊ້ ຫະທັຍເຮົາຕ້ອງເດັດດ່ຽວ

ຖ້າເຮົາບໍ່ແໜ້ນໜໜຽວ ອາດຈະແປແປດລ້ຽວ ອາດຈະບິດບາດສ້ຽວ ມັນຈະກ້ຽວໃສ່ເຈົ້າຂອງ ຢ່າລອງເດີ...ນັ້ນລະນາ..!


* ຈັ່ງວ່າສົມຄວນເເລ້ວ ແນວລອງຫັດເທດແຫຼ່

ຫາກວ່າຜິດພາດແທ້ ຈະຂໍແກ້ອີກໃໝ່ດີ

ສຳລັບໃນເທື່ອນີ້ ພ້ອມທີ່ຂໍອະພັຍ

ສີ່ງໃດແຮງເກີນໄປ ໂຜດອະພັຍເເດ່ເນີທ້ານ

ອາຕະມາຈະຂໍລາເມືອບ້ານ ພູມສະຖານວັດເດີມຢູ່

ຂໍກ່າວຄຳວ່າ ສາທຸ ຂໍໃຫ້ມີອາຍຸ ວັນນະ ສຸຂະ ພະລະ - ແຮງແກ່ກ້າ ສັດທາຝູງພີ່ນ້ອງ ທຸກທີ່ໝ້ອງຄູ່ສູ່ຄົນ..

ມີສຸກລົ້ນ ຄູ່ສູ່ຄົນ. ..ນັ້ນລະນາ.../



# ຂໍ້ຄິດຄຳຄົມ ມື້ນີ້ : " ຮຽນ - ຮູ້ , ປະຕິບັດ - ເຂົ້ໃຈ ! "


ຮຽນ - ຮູ້ !

ປະຕິບັດ- ເຂົ້າໃຈ !

ຄວາມຮູ້- ແມ່ນເປືອກຂອງຄວາມເຂົ້າໃຈ !

-------------------------------------------------------------------

ເສຣີພາບ - ອິດສະຫຼະພາບ - ສັນຕິພາບ !

ເສຣີພາບ - ບໍ່ກົດດັນໂຕເອງ , ບໍ່ເຕັງຜູ້ອື່ນ ບໍ່ຢູ່ໃນບ້ວງຂອງກິເລສ ຈັ່ງຊິໄດ້ອິດສະຫຼະພາບ ແລະ ສັນຕິພາບ ທີ່ແທ້ຈິງ !

ເຮົາກຳນົດລົມຫັນໃຈ , ກຳນົດບາດເຕັ້ນຂອງຫົວໃຈ ແລະ ຟັງສຽງເຕັ້ນຂອງຫົວໃຈໄປພ້ອມ !

ຄວາມຜິດປົກກະຕິ ຂອງບາດຫັນໃຈເຂົ້າອອກ ແລະ ຈັງຫວະເຕັ້ນຂອງຫົວໃຈ ແມ່ນຂື້ນກັບການສະເຫວີຍອາຣົມ !

ແນ່ນອນສຽງທີ່ດັງຢູ່ພາຍໃນແຮງ ກໍຄືສຽງຂອງຈັງຫວະເຕັ້ນຂອງຫົວໃຈ ແລະ ບາດຫັນໃຈເຂົ້າ ອອກ ທີ່ຖີ່ເຂົ້າ ໄວ ແລະແຮງຂື້ນ !

ຄວາມທຸກໃຈ , ເສຍໃຈ , ຢາກໄດ້ແຮງ , ຄັບແຄ້ນແໜ້ນໃຈຕ່າງໆ...ພາໃຫ້ຈັງຫວະເຕັ້ນຂອງຫົວໃຈໄວຂື້ນ , ແຮງ ຫຼືຢຸດເຕັ້ນ ສະຫຼົບ ສະໄຫຼ...!

ຄວາມສຸກໃຈ , ອີ່ມເອີບດີໃຈພໍປະມານ , ຮູ້ຈັກພິຈາຣະນາປ່ອຍວາງໄດ້....ເຮັດໃຫ້ຈັງຫວະເຕັ້ນຂອງຫົວໃຈເເລະລົມຫັນໃຈປົກກະຕິ !

ໃຈມີສະມາທິ ໃຈເຢັນລົງ ເຕັ້ນຄ່ອຍພໍດີ ສະບາຍ - ສະບາຍ ! " ນັຕຖິ ສັນຕິ ປະຣັງ ສຸຂັງ ! " ຄວາມສຸກອື່ນ ລື່ນຄວາມສະຫງົບສຸກບໍ່ມີ !

----------------------------------------------------------------------

ຖ້າມີແຕ່ຄວາມຮູ້ ບໍ່ມີຄວາມເຂົ້າໃຈ ກໍໄປບໍ່ລອດ ! ຄືບໍ່ປະສົບຜົລສຳເຣັດ...ບໍ່ຫຼຸດພົ້ນຈາກທຸກໄດ້ນັ້ນເອງ ,ບໍ່ສາມາດຕັ້ງຕົນຢູ່ຢ່າງໝັ້ນຄົງໄດ້ນານ ຄືກັນກັບຕົ້ນໄມ້ທີ່ບໍ່ມີແກ່ນແຂງ ກໍຍ່ອມລົ້ມຫັກໄດ້ໂດຍງ່າຍສັນນັ້ນ...!


ດ້ວຍຄວາມປາດຖະໜາດີ ! ຂໍທ່ານຜູ້ຕັ້ງໃຈໄຝ່ທັມຈົ່ງສຳເຣັດ ! ສາທຸ !



# ກອນເກົ່າເລົ່າໃໝ່ : ບົດກອນນີ້ ມີອາຍຸເກືອບ 30 ປີ ມາຮອດມື້ນີ້ ເຖີງວ່າຊິບໍ່ມ່ວນປານໃດ ກໍຂໍມອບ ແດ່ວັນຄຼູແຫ່ງຊາດລາວເຮົານໍ ...! ກອນກໍມີຊື່ວ່າ " ແດ່ ວັນຄຼູ "


* ມີເດືອນດາວຢູ່ຟ້າ ນະພາຄ່ຳຈີ່ງແສງໃສ

ມີສາຍລົມພານພັດ ດອກຈີ່ງຫອມໄກໄດ້

ມວນໝູ່ມາລາໄມ້ ຈະບານໄຂກີບກ່ອງ

ງາມເພາະກອງຝຸ່ນຕ້ອມ ແລະພຽງພ້ອມນ້ຳລັ່ງສົງ ນັ້ນແລ້ວ !

* ຄິດເຖີງຄາວໂງ່ງ້ວງ ບໍ່ພົບປ່ອງແປວໄປ

ສາຍຕາມົວເມົາບົດ ມືດຕັນເຕັງໄວ້

ດີເພາະຄຼູຄືແພດ ດັດແປງປົວຮຸ່ງ

ຄຼູໄດ້ຈູງຈ່ອງນີ້ວ ຈີ່ງເດີນໄດ້ເເນ່ຈຸດ ນີ້ແລ້ວ

* ຄວາມອຸດສາຫະຕັ້ງ ຝາກຝັງຢູ່ນຳຄຼູ

ເປັນຜູ້ເຝິກຝົນສິດ ຂີດຂຽນຄວາມຮູ້

ເປັນຜູ້ຍໍເຍືອງແກ້ວ ແລແລວເດີນໄຕ່

ປັນຍາໄຂຄິດຄົ້ນ ຈົນສິດໄດ້ເກັ່ງດີ ຍ້ອນນາ

* ຈັ່ງວ່າຮອດມື້ນີ້ ສິດຂໍມອບກະວີກອນ

ມອບເປັນພອນແພງຄຼູ ຄູ່ສູ່ຄົນທີ່ສອນຊີ້

ຈົ່ງສຸຂີແຂງໝັ້ນ ຂະຫຍັນພຽນສືບຕໍ່ ເດີຄຼູເດີ

ຂໍໃຫ້ໂພຍພະຍາດຮ້າຍ ຈົ່ງຫາຍສີ້ນຈາກຄຼູ ນັ້ນທ້ອນ

* ອັນນື່ງ ຂໍໃຫ້ເຈົ້າຜູ້ຮູ້ ຄຼູຄ່ຽມວັຍສາວ ນ້ອງຄຼູເອີຍ

ຈົ່ງໄດ້ແວວວາວໃສ ສືບຕໍ່ໄປພາຍໜ້າ

ຂັນຕິແຂງຂະໜົງກ້າ ປັນຍາເຍືອງແຍງສະຫຼາດ

ຄວາມສາມາດມີມອບມ້ຽນ ພຽນຜ້ຽນໃຫ້ແກ່ສິດ ເລື້ອຍທ້ອນ !

* ສິດນີ້ ສຸດທີ່ຄິດໆແໜ້ນ ແກ່ນໆໃນສະໝອງ

ຍາມຢ່ອງຕາມຕົນຄຼູ ກໍກ່ຳຕາຕຳມືດ

ມືດໃນຫົວມົວໃນໜ້າ ອະວິດຊາ ຫຸ້ມຫໍ່ ອີຫຼີແລ້ວ

ຂໍອາຈາຣຈົ່ງອົດສອນ ປ່ອນມືມາໃກ້ໆ ຈັບສິດໃຫ້ຮ່ວມທາງ ອາຈາຣທ້ອນ..../


( ຈົບ )

ວຽງຈັນ ວັນທີ 17 /11 /1989



# ຂໍ້ຄິດຄຳຄົມ ສັ້ນໆ ມື້ນີ້ ຈັກໜ່ອຍເນາະ !


ນ້ຳ ກັບ ລົມ , ອາຣົມ ກັບ ໃຈ...ມັນຈະບໍ່ອ່ອນໄຫວ ກາຍເປັນຟອງ ຫາກລົມ ເເລະ ອາຣົມ ບໍ່ມາຕ້ອງ...!

----------------------------------------------------------------

ເຮົາບໍ່ສາມາດຫ້າມລົມພັດນ້ຳໄດ້...ແຕ່ເຮົາສາມາດເຝິກໃຈໃຫ້ມີຄວາມທຸ່ນທ໋ຽງ ທົນທານ ...ຈາກແຮງປະທະຂອງອາຣົມໄດ້..!

--------------------------------------------------------------------

ຊອກຫາ ຄວາມພໍດີ ຂອງຕົນໃຫ້ພົບ ແລ້ວ ຈະ ສະຫງົບ..!

----------------------------------------------------------------------

ຝຶກເລີຍໆ ຄວາມຊິນເຄີຍຈະເກີດ ຄວາມເປັນເລີດຈະມີ...!

----------------------------------------------------------------------

ກ້າຫານ , ອົດທົນ , ດຸໝັ່ນ , ມີຫຼັກໝັ້ນ , ມີແຜນການ ແລະ ຮັກອາຊີບນັ້ນຢ່າງເປັນຊີວິດຈິດໃຈ ແນ່ນອນ ຄວາມສຳເຣັດ ຢູ່ ບໍ່ໄກ...!


ດ້ວຍຄວາມປາຖນາດີ...ສາທຸ !


# ຂໍອ່ວຍພອນທຸກທ່ານ ທຸກວັນ ທຸກເດືອນ ທຸກປີ :


* ວັນອາທິດ ຂໍຊີວິດ ຈົ່ງສຸກສັນ...!

* ວັນຈັນ ຈົ່ງຍືນນານ ກ້າກັ່ນ...!

* ວັນອັງຄານ ຈົ່ງຊື່ນບານ ບໍຣິສຸດ...!

* ວັນພຸດ ຈົ່ງຜຸດຜ່ອງ ເຮືອງຮອງ ເງີນຄຳກອງກ່າຍກາດ...!

* ວັນພະຫັດ ໂພຍພະຍາດຮ້າຍ ຈົ່ງໜີໄກ ຝູງພັຍເວນ ຢ່າມາພັນຜູກ...!

* ວັນສຸກ ຄວາມທຸກໂສກ ຢ່າມາຈ່ອງ ເຈັບຫົວປວດທ້ອງຂໍໃຫ້ເຊົາ...!

* ວັນເສົາ ສີ້ນຄວາມເຫງົາໃນດວງຈິດ ຊີວິດດີ ເລີດລື່ນ...!

* ເດືອນນື່ງ ຂໍໃຫ້ໄດ້ຮັກຊາບຊື້ງປອງດອງ...!

* ເດືອນສອງ ຂໍໃຫ້ໄດ້ຄອງຄົນງາມ....!

* ເດືອນສາມ ຂໍໃຫ້ມີເງີນຄຳ ແລະ ໜ້າທີ່...!

* ເດືອນສີ່ ຂໍໃຫ້ມີຜູ້ດີ ໄດ້ເພີ່ງພາ...!

* ເດືອນຫ້າ ຂໍໃຫ້ລາບລອຍມາ ເຕັມພົກ...!

* ເດືອນຫົກ ຂໍໃຫ້ໄດ້ຮຽນຈົບ , ເລື່ອນຍົດ ຂື້ນຊັ້ນ ສຳເຣັດ...!

* ເດືອນເຈັດ ຂໍໃຫ້ໄດ້ ໝູ່ເພັດ ເພື້ອນສ່ຽວ ມາປັນເເຈກ...!

* ເດືອນແປດ ຂໍໃຫ້ໄດ້ ໝູ່ແບກ ເງີນມາໃຫັ ເຕັມເປົ໋າ...!

* ເດືອນເກົ້າ ຂໍໃຫ້ໄດ້ ທີ່ພັກເຊົາ ແລະ ທີ່ທຳກິນ...!

* ເດືອນສິບ ຂໍໃຫ້ໄດ້ດິບໄດ້ດີ ຕາມໃຈເຈຕ...!

* ເດືອນສິບເອັດ ຂໍໃຫ້ໄດ້ ເນື້ອທີ່ເຮັດ ໄຮ່ນາ ມາຄອງ...!

* ເດືອນສິບສອງ ຂໍໃຫ້ໃສຮອງໆ...ອາຍຸຍືນຍາວລ້ວນ...!

* ປີຊວດ ຂໍໃຫ້ໂຊກຊັຍສວດ ສູງໃຫຍ່ ປານພູ....!

* ປີສລຸ ຂໍໃຫ້ໄດ້ ຄູ່ມາຄອງ ສວຍງາມຕາມຕ້ອງການ...!

* ປີຂານ ຂໍໃຫ້ໂຊກ ໃຫ້ໝານ ຫວານໆ ເອາະໆ.. .!

* ປີເຖາະ ຂໍໃຫ້ໄດ້ ທີ່ເໝາະ ທີ່ປະສົງ...!

* ປີມະໂລງ ຂໍໃຫ້ໄດ້ ເຊື່ອມໂຍງ ກັບຄົນເກັ່ງໆ...!

* ປີມະເສງ ຂໍໃຫ້ມີແຕ່ເຮັງ ຢ່າມີເສຍ...!

* ປີມະເມຍ ຂໍໃຫ້ໄດ້ ເຂົ້າລົ້ນເລົ້າ ລົ້ນເຍຍ ລົ້ນຂື່ ອັ່ງແປ...!

* ປີມະແມ ຂໍໃຫ້ໄດ້ ຄົນມາເທັກແຄ ຫ່ວງຫາ ຄິດຮອດ...!

* ປີວອກ ຂໍໃຫ້ມີຄົນ ມາມອບຫໍ່ ໂງ່ນເງີນຕຼາ...!

* ປີລະກາ ຂໍໃຫ້ມີ ແຟນໂສພາ ສວຍງາມ ຂາວຫລໍ່...!

* ປີຈໍ ຂໍໃຫ້ໄດ້ ພົບພໍ້ ອົງທ່ານຜູ້ມີບຸນ...!

* ປີກຸນ ຂໍໃຫ້ຄ້ຳ ໃຫ້ຄູນ ຢ່າສູນເສຍ ເຈັບປວດ...!

....ໃຫ້ທຸກຄົນ ນັ້ນລ້ວນ ແຕ່ໂຊກແຕ່ຊັຍ ເທີ້ນ...! ສາທຸ...!




- ຊີວິດ ເລີ້ມເຂົ້າຂີດ ຄວາມບໍ່ເບີກບານ ມັນແມ່ນ ປະກົດຕະການ ສັນຍານເຕືອນພັຍ ວ່າ ເຮົາພວມຫຍັບເຂົ້າໃກ້ ຈຸດອາວະສານ.. . ນັບວັນ !

- ຄວາມມ່ວນຊື່ນ ສຸກສັນ...ງານລ້ຽງ ມັນກໍຊ່າງວ່າ ສັ້ນ !

- ລົມໃຈຫັນເຂົ້າອອກ ບອກຕົນເອງ ເຖີດນະ ວ່າ ທຸກຂັງ ອະນິຈຈັງ ອະນັຕຕາ....ມັນມາແລ້ວ !

- ເວລາຊີວິຕ ຈະສັ້ນກິດ ຕໍ່ຄວາມປະມາທ ຢ່າຫຼົງເຜິະພັ້ງພາດ ເສຍໂອກາດ ເສຍເວລາ...ອົມ ພຸທໂທ ນະໂມ ພຸທທັງ...ສ້າງແຕ່ຄວາມດີ ໄວ້ເທາະນາ ! ສາທຸ !








แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ