ວິທີ​ກຳຈັດ​ຕິ່ງ​ເນື້ອ​ງ່າຍໆ


ວິທີ​ກຳຈັດ​ຕິ່ງ​ເນື້ອ​ງ່າຍ








ມື້​ນີ້​ເຮົາ​ມີ​ເຄັດ​ລັບ​ດີ ໆ ວິທີ​ກຳຈັດ​ຕິ່ງ​ເນື້ອ​ງ່າຍໆ ມາ​ຝາກ ຊຶ່ງ​ເປັນ​ວິທີ​ທີ່​ໄດ້​ຜົນ ປອດ​ໄພ ດ້ວຍ​ຂອງ​ຫາ​ໄດ້​ງ່າຍໆ​ໃນ​ຄົວ ແລະ​ບໍ່​ຕ້ອງ​ພຶ່ງ​ສານ​ເຄ​ມີ ເຮົາ​ມາ​ເບິ່ງ​ກັນ​ເລີຍ​ວ່າ​ຕ້ອງ​ເຮັດ​ຢ່າງໃດ​ນຳ
ຕິ່ງ​ເນື້ອ​ເກີດ​ຂຶ້ນ​ທັງ​ຍິງ ​ແລະ ​ຊາຍ​ພົບ​ຫລາຍ​ຕັ້ງ​ແຕ່​ອາ​ຍຸ 50 ປີ​ຂຶ້ນ​ໄປ​ຫລື​ບາງ​ຄົນ​ເກີດ​ກ່ອນ​ໜ້າ​ນັ້ນ ພົບ​ຫລາຍ​ໃນ​ຄົນ​ອ້ວນ ເຊື່ອ​ກັນ​ວ່າ​ເກີດ​ຈາກ​ການ​ຮຸກຖູ​ລະຫວ່າງ​ຜິວ​ໜັງ​ກັບ​ເສື້ອ​ຜ້າ ບາງ​ທິດສະດີ​ບອກ-ວ່າ​ເກີດ​ຈາກ​ຮອລ໌​ໂມນ​ເນື່ອງ​ຈາກ​ພົບ​ຫລາຍ​ໃນແມ່ຍິງ​ລະຫວ່າງ​ຕັ້ງທ້ອງ ໃນ​ສະ​ຫາລັດພົບ​ວ່າ​ປະຊາກອນ 46 % ມີ​ຕິ່ງ​ເນື້ອ​ເກີດ​ຂຶ້ນ​ໃນ​ຮ່າງກາຍ
ວິທີ​ທົ່ວ​ໄປ​ໃນ​ການ​ກຳຈັດ​ຕິ່ງ​ເນື້ອ
ຫລາຍ ໆ​ຄົນ​ກໍ​ຊື້​ຢາ​ມາ​ທາ​ໃຫ້​ຫລຸດ​ອອກ​ຊຶ່ງ​ຍັງ​ບໍ່​ມີ​ການ​ຢືນຢັນ​ຜົນ​ໄດ້ 100% ແຕ່​ສິ່ງ​ທີ່ເກິດຂື້ນ​ແນ່​ຄື​ການ​ລະ​ຄາຍ​ເຄືອງ​ແລະ​ການ​ອັກ​ເສບ​ມີ​ພຽງ​ບາງ​ລາຍ​ເທົ່າ​ນັ້ນ ທີ່​ໄດ້​ຜົນ ບາງເທື່ອ​ໃຊ້​ວິທີ​ການ​ບິດ​ກຽວ​ຫລື​ເອົາ​ເຊືອກຂັດ​ແຂ້ວ​ຜູກ​ໄວ້​ເພື່ອ​ໃຫ້​ຂາດ​ເລືອດໄຫລ​ແລະ​ຫລຸດອອກ​ມາ​ເອງ​ຊຶ່ງ​ເປັນ​ໄປ​ໄດ້​ຍາກ​ຫລາຍ ເຮົາ​ໄປ​ເບິ່ງ​ວິທີ​ກຳຈັດ​ຕິ່ງ​ເນື້ອ​ນີ້​ກັນ​ເລີຍ
1.  ນ້ຳ​ມັນ Tea Tree Oil ປັ້ນ​ກ້ອນ​ສຳ​ລີ​ນ້ອຍໆ ​ຊຸບ​ນ້ຳ​ມັນ Tea Tree Oil ແປະ​ຖິ້ມ​ໄວ້​ບໍລິເວນ​ທີ່​ເປັນ​ ມື້​ລະ 2 ເທື່ອ ປະ​ມານ 2 ອາທິດ ຕິ່ງ​ເນື້ອ​ຈະ​ຫາຍ​ໄປ​
2.  ນ້ຳ​ມັນ​ລະ​ຫຸ່ງ ນຳ​ນ້ຳ​ມັນ​ແລະ​ຫຸງ​ປະສົມ​ກັບ Baking Soda ອັດຕາ​ສ່ວນ 2:1 ແຕ້ມ​ບໍລິເວນ​ທີ່​ເປັນ​ທຸກ​ມື້ ປະ​ມານ 2.4 ອາທິດ​ຈະ​ຫລຸດ​ອອກ​ເອງ ຫາກ​ກິ່ນ​ເໝັນ​ກໍ​ເຕີມ​ນ້ຳ​ມັນ​ຜິວ​ສົ້ມ​ກໍ​ຈະ​ເຮັດໃຫ້​ຫອມ​ຂຶ້ນ​
3.  ແອບ​ເປີ້ນ​ໄຊ​ເດີລ໌​ທາ​ລົງ​ທີ່​ກ້ອນ​ຕິ່ງ​ເນື້ອ​ໂດຍ​ກົງ​ມື້​ລະ 2 ຮອບ​ແລ້ວ​ເອົາ​ສຳ​ລີ​ປິດ​ທັບ​ໄວ້ ໃຊ້​ເວລາ 2-4 ອາທິດ ວິທີ​ນີ້​ຈະ​ຮູ້ສຶກ​ແສບໆ​ກັດໆ​ແດ່
4.   ເປືອກ​ກ້ວຍ​ຫອມ​ຕັດ​ເປັນ​ຊິ້ນ​ນ້ອຍ​ແປະ​ໄວ້​ດ້ວຍ​ພາດ​ເຕີລ໌ ຈົນ​ກວ່າ​ຈະ​ຫລຸດ​ອອກ
5.  ກະ​ທຽມ​ບົດ​ກະ​ທຽມ​ສົດ​ແລະ​ແປະ​ທີ່​ຕິ່ງ​ເນື້ອ​ແລະ​ໃຊ້​ພາດ​ເຕີລ໌​ປິດ​ທັບ ເຮັດ​ກ່ອນ​ນອນ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​ຕອນ​ເຊົ້າ​ເຮັດ​ຕິດ​ກັນ​ທຸກ​ຄືນ ປະ​ມານ 3 ຄືນ​ຕິ່ວ​ເນື້ອ​ຈະ​ຫລຸດ​ອອກ ຄຳ​ເຕືອນ​ວ່າ​ວິທີ​ນີ້​ບໍ່​ຄວນ​ເຮັດ​ເກີນ 3 ຄືນ​ຕິດ​ກັນ​ເດີ ເພາະ​ຈະ​ເຮັດໃຫ້​ຜິວ​ເສຍໄດ້​ນັ້ນ​ເອງ
6.  ຂິງ​ລອກ​ເປືອກ​ແລ້ວ​ຖູ​ຕິ່ງ​ເນື້ອ​ທຸກໆ​ມື້ ປະ​ມານ 2 ອາທິດ ຈະ​ຫລຸດ​ອອກ​ໂດຍ​ບໍ່​ຮູ້​ຕົວ
7.   ນ້ຳ​ໝາກນັດ ຊຸບ​ສຳ​ລີ​ປິດ​ຕິ່ງ​ເນື້ອ​ມື້​ລະ 2 ຮອບ ວິທີ​ນີ້​ຈະ​ລະ​ຄາຍ​ເຄືອງ​ອາດ​ບໍ່​ເໝາະ​ກັບ​ຜິວ​ທີ່ບອບ​ບາງ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ