ສົງຄາມ​ໂລກ​ເທື່ອ​ທີ່​ສາມບໍ່​ໄດ້​ຈະ​ກຳ​ລັງ​ເກີດ​ຂຶ້ນ

ສົງຄາມ​ໂລກ​ເທື່ອ​ທີ່​ສາມບໍ່​ໄດ້​ຈະ​ກຳ​ລັງ​ເກີດ​ຂຶ້ນ


ສຳ​ນັກ​ຂ່າວ​ວໍ​ຊິງ​ຕັນ​ໂພດ໌​ແຈ້ງ ສົງຄາມ​ໂລກ​ເທື່ອ​ທີ່​ສາມບໍ່​ໄດ້​ຈະ​ກຳ​ລັງ​ເກີດ​ຂຶ້ນ ຢ່າ​ແຕກ​ຕື່ນ ພ້ອມ​ອະທິບາຍ​ເປັນ​ຂໍ້​ໆ ເພື່ອ​ຢຸດ​ຂ່າວ​ລື​ລວງ​ໂລກ

         
ເມື່ອ​ວັນທີ່ 15 ຕຸລາ 2559 ເວັບ​ໄຊຕ໌​ຂອງ​ສຳ​ນັກ​ຂ່າວ​ຊື່​ດັ່ງ ວໍ​ຊິງ​ຕັນ​ໂພດ໌ໄດ້​ສະຫລຸບ​ເຖິງ​ສະຖານນະການ​ການ​ເຄື່ອນ​ໄຫວ​ທາງ​ຂອງ​ລັດ​ເຊຍ ພ້ອມ​ກັບ​ວິ​ເຄາະ​ວ່າ​ແຕ່​ລະ​ສະຖານນະການ​ມີ​ຄວາມຫມາຍ​ຢ່າງໃດ ແລະ​ ສາມາດ​ຕີ​ຄວາມ​ໄດ້​ວ່າ​ລັດ​ເຊຍ​ຕ້ອງ​ການ​ປະກອບ​ສົງຄາມ​ຫລື​ບໍ່ ຊຶ່ງ​ຄຳ​ອະທິບາຍ​ທັງ​ໝົດ ມີ​ດັ່ງ​ຕໍ່ໄປ​ນີ້

ເຫດການ​ທີ່ 1 : ລັດ​ເຊຍ​ສ້າງ​ຫລຸມ​ຫລົບ​ໄພ
         
ມີ​ໂປດ​ເຕີລ໌​ປະ​ກາດ​ປາກົດ​ໃນ​ປະເທດ​ເພື່ອນ​ເຮືອນ​ໃກ້​ຄຽງ​ລັດ​ເຊຍ​ວ່າ ລັດຖະບານ​ລັດ​ເຊຍ​ຕ້ອງ​ການ​ເກັບ​ເງີນ​ຈາກ​ປະຊາຊົນ ຄົນ​ລະ 500 ລູ​ເບີນ (ປະ​ມານ 2,797 ບາດ​ໄທ) ເພື່ອ​ນຳ​ໄປ​ສ້າງ​ຫລຸມ​ຫລົບ​ໄພ​ແຫ່ງ​ໃໝ່ ເນື່ອງ​ຈາກ​ມີ​ການ​ຄາດ​ການວ່າ ປະເທດ​ສັດຕູ (ສະ​ຫາລັດ​ອະ​ເມລິ​ກາ​ແລະ​ພັນ​ທະ​ມິດ) ຈະ​ໂຈມ​ຕີ​ລັດ​ເຊຍ​ດ້ວຍ​ລະ​ເບີດ​ນິວ​ຄຽລ໌

ນັ້ນ​ໝາຍ​ເຖິງ​ສົງຄາມ​ຫລື​ບໍ່?
          -
ແທບ​ຈະ​ເປັນ​ໄປ​ບໍ່​ໄດ້ ມັນ​ເປັນ​ພຽງຂ່າວ​ລວງ ແລະ​ ຜູ້​ທີ່​ຢູ່​ເບື້ອງ​ຫລັງ​ອາດ​ຕ້ອງ​ການ​ຫລອກ​ເອົາ​ເງີນ​ປະຊາຊົນ​ເທົ່າ​ນັ້ນ


 ພາບ​ຈາກ Ventura/Shutterstock.com
ເຫດການ​ທີ່ 2 : ລັດຖະບານ​ປະ​ກາດ​ກັກ​ຕຸນ​ອາຫານ
         
ສຳ​ນັກ​ງານ​ລັດຖະບານ​ປະຈຳ​ກຸງ​ເຊນຕ໌​ປີ​ເຕີລ໌​ສະ​ເບີກ ວາງ​ແຜນ​ກັກ​ຕຸນ​ອາຫານ​ເຜື່ອ​ກໍລະນີ​ສຸກ​ເສີນ ໂດຍ​ຈະ​ກັກ​ຕຸນ​ຂະໜົມ​ປັງ​ມື້​ລະ 300 ກຣາມ ສຳລັບ​ປະຊາຊົນ​ແຕ່​ລະ​ຄົນ ຈຳນວນ​ກວ່າ 5 ລ້ານ​ຄົນ ໃຫ້​ສາມາດ​ຍັງ​ຊີບ​ໄດ້ 20 ມື້
 

ນັ້ນ​ໝາຍ​ເຖິງ​ສົງຄາມ​ຫລື​ບໍ່?
          -
ບໍ່ ໜ້າ​ຈະ​ເປັນພຽງ​ການ​ຈັດ​ສາກ​ສ້າງ​ຂ່າວ​ລວງ​ຂຶ້ນ​ໃຫ້​ຕື່ນ​ຕົກ​ໃຈ​ເທົ່າ​ນັ້ນ ຊຶ່ງ​ເລື່ອງ​ນີ້ ອະ​ເລັກ​ຊານ​ເດີລ໌ ໂກທ໌​ສ ນັກ​ວິ​ເຄາະ​ສາຍ​ທະຫານ​ຂອງ​ສຳ​ນັກ​ຂ່າວ​ເຍ​ຊະ​ຊິ​ເດຍ​ຟະ​ນີ ເຊີລ໌​ນານ ໄດ້​ວິ​ເຄາະ​ວ່າ ສະໄໝ​ສົງຄາມ​ໂລກ​ເທື່ອ​ທີ່ 2 ເຍີ​ລົມ​ນີ​ຢຶດ​ຄອງ​ເມືອງ​ເລ​ນິນ​ກາດ​ຢູ່ 900 ມື້ ຍັງມີ​ການ​ກັກ​ຕຸນ​ອາຫານ​ນ້ອຍ​ກວ່າ​ນີ້​ຫລາຍ ແລະ ​ອີກ​ຢ່າງ​ລັດ​ເຊຍ​ມີ​ອາ​ນຸ​ພາບ​ທາງ​ອາ​ວຸດ​ທີ່​ຫລາຍ​ພໍ ຄົງ​ບໍ່​ຕ້ອງ​ກັກ​ຕຸນ​ອາຫານ​ໃຫ້​ຫລວງ-ຫລາຍ​ດອກ

ເຫດການ​ທີ່ 3 : ນັກ​ການ​ເມືອງ​ກະ​ຫາຍ​ສົງຄາມ
         
ວະ​ລາ​ດີ​ມີລ໌ ໄຊ​ລິ​ນໍ​ຟົດ​ກີ້ ສະມາຊິກ​ສະພາ​ນິ​ຕິ​ບັນ​ຍັດ ຜູ້​ມີ​ແນວ​ຄິດ​ຊາດ​ນິຍົມ​ສຸດ​ໂຕ່ງ ອອກ​ມາ​ປະ​ກາດ​ວ່າ ຖ້າ​ຮິນ​ລາ​ລີ ຄິນ​ຕັນ ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິບ​ດີດ​ສະຫາລັດ​ອະ​ເມ​ລິ​ກາ ນັ້ນ​ໝາຍ​ຄວາມ​ວ່າ ສົງຄາມ​ຈະ​ເກີດ

ນັ້ນ​ໝາຍ​ເຖິງ​ສົງຄາມ​ຫລື​ບໍ່?
         -
ບໍ່ ເພາະ​ນາຍ​ໄຊ​ລິ​ນໍ​ຟົດ​ກີ້ ມັກ​ເວົ້າ​ເວີ່ລ໌​ວັງ​ເກີນ​ຈິງ​ສະເໝີ ພວກເຂົາ​ປະ​ກາດ​ກ້າວ​ວ່າ​ຈະ​ເຮັດ​ສົງຄາມ​ກັບ​ທຸກ​ທີ່ ຕັ້ງ​ແຕ່​ຢຶດ​ຄອງ​ອະ​ແລດ​ກາ ບະ​ດົກ​ຍີ້​ໂປ​ແລນດ໌ ຄາບ​ທະເລ​ບອນ​ຕິກ ໄປ​ຈົນ​ເຖິງ​ຄອບຄອງ​ຈອລ໌​ເຈຍ ເຖິງແມ່ນວ່າ​ພວກເຂົາ​ຈະ​ເປັນ​ພວກ​ຫົວ​ຮຸນແຮງ​ຢ່າງ​ທີ່ສຸດ ແຕ່​ພວກເຂົາ​ກໍ​ເປັນ​ສະມາຊິກ​ພັກ​ເສ​ລີ​ນິຍົມ​ປະ​ຊາ​ທິປະໄຕ​ຂອງ​ລັດ​ເຊຍ ຜູ້​ຊຶ່ງ​ມີ​ອຳນາດ​ຄວບ​ຄຸມ​ສຽງ​ໃນ​ສະພາ​ເຖິງ 39 ທີ່​ນັ່ງ ແລະ​ເຖິງແມ່ນ​ນາຍ​ໄຊ​ລິ​ນໍ​ຟົດ​ກີ້​ຍັງ​ນິຍົມ​ຖຶກໃຈ​ໃນ​ຕົວ​ໂດ​ນັນດ໌ ຊຳປ໌ແຕ່​ກໍ​ຢູ່​ຫ່າງ​ປຸ່ມ​ກົດ​ສັ່ງ​ຍິງ​ນິວ​ຄຽລ໌​ຫລາຍ

ເຫດການ​ທີ່ 4 : ການ​ຂະຫຍາຍ​ກອງທັບ ເພີ່ມ​ກຳ​ລັງ​ທະຫານ
         
ລັດຖະບານ​ລັດ​ເຊຍ​ໄດ້​ແກ້​ໄຂ​ກົດຫມາຍ ເພື່ອ​ໃຫ້​ສາມາດ​ອະ​ໜຸ​ນ ​ງົບ​ຈ້າງ​ທະຫານ​ກອງ​ໜຸນ​ເພີ່ມ ອີກ​ທັງ​ເພີ່ມ​ງົບ​ຈ້າງ​ທະຫານ​ຜ່ານ​ເສິກ​ໂດຍ​ມີ​ສັນຍາ 6 ເດືອນ

ນັ້ນ​ໝາຍ​ເຖິງ​ສົງຄາມ​ຫລື​ບໍ່?
          -
ບໍ່​ໜ້າ​ຈະ​ແມ່ນເລີຍ ໃນ​ເລື່ອງ​ນີ້ ທ່ານ​ຊານ​ເດີລ໌ ໂກທ໌ ວິ​ເຄາະ​ວ່າ ກົດຫມາຍ​ດັ່ງ​ກ່າວ​ນັ້ນ​ຈະ​ບັງຄັບ​ໃຊ້​ຕໍ່​ເມື່ອ​ປະເທດ​ຊາດ​ເຂົ້າ​ສູ່​ພາ​ວະ​ທີ່​ຕ້ອງ​ການ​ປິ່ນປົວ​ຄວາມ​ສະຫງົບ​ແລ​ະຄວາມ​ປອດ​ໄພ ເຊັ່ນ ເກີດ​ໄພ​ພິບັດ​ທາງ​ທຳມະຊາດ​ຫລື​ບັນຫາ​ຄວາມ​ບໍ່​ສະຫງົບ​ໃນ​ປະເທດ ຊຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ກອງ​ທະຫານ​ເຫລົ່າ​ນີ້​ຈະ​ໄປ​ປະຈຳ​ການ​ທີ່​ອື່ນ​ນອກ​ລັດ​ເຊຍ ເຊັ່ນຊີ​ເລຍ ເປັນ​ຕົ້ນ ໂກທ໌​ອະທິບາຍ​ວ່າ ທາງ​ກອງທັບ​ໄດ້​ປະ​ກາດ​ຫລາຍ​ເທື່ອ​ແລ້ວ​ວ່າ ທະຫານ​ກອງ​ໜຸນ​ເຫລົ່າ​ນີ້ ຈະ​ບໍ່​ຕ້ອງ​ໄປ​ປະຈຳ​ການ​ທີ່​ອື່ນ​ນອກ​ເໜືອ​ຈາກ​ໃນ​ປະເທດ ທະຫານ​ທີ່​ຈະ​ໄປ​ຮົບ​ຈິງ​ຈັງ​ນອກ​ປະເທດ ຈະ​ມີ​ສະເພາະ​ທະຫານ​ມື​ອາ​ຊີບ​ເທົ່າ​ນັ້ນ ແລະ​ໃນ​ຊີ​ເຣຍນ ອາດຈະ​ມີ​ການ​ໂຈມ​ຕີ​ກັບ​ສະ​ຫລັດ  ແຕ່​ຈະ​ບໍ່​ມີ​ການ​ເພີ່ມ​ທະຫານ​ທີ່​ມາ​ຈາກ​ກົດຫມາຍ​ສະບັບ​ນີ້

ເຫດການ​ທີ່ 5 : ການ​ເຄື່ອນ​ຍ້າຍ​ຫົວ​ຮົບ​ຂີປະ​ນາ​ວຸດ
         
ລັດ​ເຊຍ​ໄດ້​ກໍ່ການ​ເຄື່ອນ​ຍ້າຍ​ຫົວ​ຮົບ​ນິວ​ເຄຼຍ​ໄປ​ຍັງ​ຄາ​ລິ​ນິນ​ກາດ ຊຶ່ງ​ເປັນ​ພົມ​ແດນ​ຕິດ​ກັບ​ກຸ່ມ​ປະເທດ​ບອນ​ຕິກ

ຖື​ເປັນ​ການ​ປະ​ກາດ​ສົງຄາມ​ຫລື​ບໍ່?
          -
ບໍ່ແມ່ນ​ຢ່າງ​ແນ່ນອນ ຈາກ​ຫລາຍໆ ຂ່າວ​ທີ່​ແພ່​ສະ​ພັດ​ເລື່ອງ​ຄວາມ​ຢ້ານ​ວ່າ​ລັດ​ເຊຍ​ຈະ​ກໍ່​ສົງຄາມ​ນິວ​ເຄຼຍໃນ​ໂປ​ແລນດ໌​ແລະ​ກຸ່ມ​ປະເທດ​ບອນ​ຕິກ​ນັ້ນ ພົນ​ຕີ ອິ​ກອລ໌ ໂຄ​ນາ​ເຊນ​ຄໍ​ຟ ໂຄ​ສົກ​ກະ​ຊວງ​ກະລາໂຫມລັດ​ເຊຍ ໄດ້​ອອກ​​ວ່າ ໜຶ່ງ​ໃນ​ຂີປະ​ນາ​ວຸດ​ທີ່​ເຄື່ອນ​ຍ້າຍ​ໄປ​ນັ້ນ ຕັ້ງ​ໃຈ​ຈະ​ສະແດງ​ໃຫ້​ດາວ​ທຽມ​ສອດແນມ​ຂອງສະຫາລັດຫລັດ ຯ ໄດ້​ເຫັນ ແລະ​ການ​ເຄື່ອນ​ຍ້າຍ​ດັ່ງ​ກ່າວ ເປັນພຽງ​ການ​ຊ້ອມ​ຮົບ​ປົກກະຕິ ນອກ​ຈາກ​ນີ້ ທາງ​ກະ​ຊວງ​ການ​ຕ່າງ​ປະເທດ​ຂອງ​ລິ​ທົວ​ເນຍ ເຖິງແມ່ນ​ຈະ​ບໍ່​ຄ່ອຍ​ພໍ​ໃຈ​ກັບ​ການ​ກະທຳ​ດັ່ງ​ກ່າວ ແຕ່​ກໍ​ອອກ​ລາຍງານຂ່າວ​ວ່າ ການ​ເຄື່ອນ​ຍ້າຍ​ຂີປະນາ​ວຸດ​ຂອງ​ລັດ​ເຊຍ ເປັນພຽງ​ກົນ​ຍຸດທ໌​ທາງ​ທະຫານ​ຂອງ​ລັດ​ເຊຍ​ເທົ່າ​ນັ້ນ




แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ