ສູດ­ຂະໜົມ­ໂຕກຽວ ອາ­ຊີບ­ເສີມເຮັດ­ເງີນ ລາຍ­ໄດ້










ສູດ­ຂະໜົມ­ໂຕກຽວ ອາ­ຊີບ­ເສີມເຮັດ­ເງີນ ລາຍ­ໄດ້­ເສີມ­ຫລັງ­ເລີກ­ງານ.. ເງີນ­ລົງ­ທຶນ ປະ­ມານ 8, 000 ບາດ (ລໍ້ຂາຍ 3, 000 ບາດ - 4, 000 ບາດ ເຕົາແກັສ໌­ພ້ອມ­ໝໍ້ກະ­ທະ­ສີ່­ຫລ່ຽມ 2, 500 ບາດ ຕູ້­ແກ້ວ 700 ບາດ)

ສ່ວນ­ປະສົມ­ແປ້ງ

ແປ້ງ­ສາ­ລີ 1.5 ກິ­ໂລ­ກຣາມ
ໄຂ່­ໄກ່ 10 ໜ່ວຍ
ນົມ­ສົດ 1 ກະ­ປ໋ອງ­ນົມ 
ຜົງ­ຟູ 15 ກຣາມ
ນ້ຳ­ຕານ­ຊາຍ 1 ກິ­ໂລ­ກຣາມ 
ເກືອ­ບົດ 1 ບ່ວງ­ຊາ
ນ້ຳເຜິ້ງ 1-2 ບ່ວງ

ວິທີ­ເຮັດ
1. ນຳ­ສ່ວນ­ປະສົມ­ທັງ­ໝົດ­ມາ­ປະສົມ­ລວມ­ກັນ­ໃນກະ­ຊາມ ໃຊ້­ມືບີບ­ນວດ ຄຸກເຄົ້າ­ໃຫ້­ເຂົ້າ­ກັນ
2. ເມື່ອນ­ວດຕີ­ແປ້ງ­ໄດ້­ທີ່­ແລ້ວ ແບ່ງແປ້ງ 250 ກຣາມ­ ໄວ້­ເຮັດ­ໄສ້­ຄີມ ສ່ວນທີ່­ເຫລືອ­ຄື­ແປ້ງ­ເຮັດ­ຂະໜົມ­ໂຕ ກຽວ


ວິທີ­ເຮັດ­ໄສ້­ຄີມ
1. ນຳ­ແປ້ງ­ທີ່ນ­ວດ­ແລ້ວ 250 ກຣາມ ໃສ່­ໝໍ້­ຕັ້ງ­ໄຟ­ອ່ອນ ໆ ຄ່ຽວ­ພ້ອມ­ກັບ­ນ້ຳ­ຕານ­ຊາຍ 500 ກຣາມ ເນີຍ­ສົດ 125 ກຣາມ ຄ່ຽວ­ຈົນກະທັ້ງ­ສ່ວນ­ປະສົມ­ເປັນ­ເນື້ອ­ດຽວ­ກັນ ຈະ­ໄດ້­ໄສ້­ຄີມ­ເນີຍ
2. ຫາກ­ຕ້ອງ­ການເຮັດ­ໄສ້­ຄີມ­ໃບ­ເຕີຍ ໃຫ້­ແບ່ງ­ໄສ້­ຄີມ­ເນີຍ­ມາເ­ຄີ່ງ­ໜຶ່ງ ແລ້ວ­ນຳ­ໃບ­ເຕີຍ­ປະ­ມານ 3 - 4 ໃບ ບົດ­ໃຫ້­ລະອຽດ­ໃສ່­ນ້ຳ 1/3 ຖ້ວຍ­ຕວງ ປະສົມ­ກັບ­ໃບ­ເຕີຍ­ບົດ ຄັ້ນ­ເອົາ­ສະເພາະ­ນ້ຳ ນຳ­ຄີມ­ເນີຍ­ທີ່­ແບ່ງ­ໄວ້­ຂຶ້ນ­ຕັ້ງ­ໄຟ­ອ່ອນ ໆ ເທ­ນ້ຳ­ໃບ­ເຕີຍ­ລົງ­ໄປ­ປະສົມ ຄ່ຽວ­ຈົນ­ເປັນ­ເນື້ອ­ດຽວ­ກັນ ຈະ­ໄດ້­ໄສ້­ຄີມ­ໃບ­ເຕີຍ

ວິທີ­ເຮັດ­ໄສ້­ ໄສ້­ກອກ
1. ນຳ­ໄສ້­ກອກ­ປະ­ມານ 1 ກິ­ໂລ­ກຣາມ ມາ­ຫັ່ນ­ເປັນ­ທ່ອນ ທ່ອນ ລະ­ປະ­ມານ 1 ນິ້ວ

ວິທີ­ເຮັດ­ໄສ້­ໄຂ່­ນົກ­ກະ­ທາ
1. ໃຊ້­ໄຂ່­ນົກ­ກະ­ທາ­ປະ­ມານ 50 ໜ່ວຍ ພິກ­ໄທ­ປົ່ນ 1 ຂວດ­ນ້ອຍ ແລະ­ນຳ­ເອົາໝູ­ບົດ (ໝູຍ່ອງ) ­ປະ­ມານ 250 ກຣາມ ມາ­ລວກ­ໃນ­ນ້ຳ­ເດືອດ­ຈົນ­ສຸກ

ວິທີ­ເຮັດ­ຂະໜົມ­ໂຕກຽວ 

1. ຕັກ­ເນື້ອ­ແປ້ງ­ທີ່­ຕຽມ­ໄວ້­ຫຍອດ­ລົງ­ໃນ­ໝໍ້ກະ­ທະ ໃຊ້­ກົ້ນ­ຈອງແບນແປງ­ແປ້ງ­ເປັນ­ຮູບ­ວົງກົມ­ຂະໜາດ­ເສັ້ນ­ຜ່າ­ສູນ­ກາງ­ປະ­ມານ 3 1/2 ນິ້ວ
2. ຫາກ­ເປັນ­ໄສ້­ໄຂ່­ນົກ­ກະ­ທາ ໃຫ້­ທັບໄຂ່­ລົງ­ເທິງ­ແປ້ງ ເມື່ອ­ແປ້ງ­ແລະ­ໄຂ່­ສຸກ­ໃສ່ໝູ­ບົດ­ລົງ­ໄປ­ໜ້ອຍໜຶ່ງ ໂຮຍ­ພິກ­ປົ່ນ ແຕ່­ຖ້າ­ເປັນ­ໄສ້­ຄີມ­ແລະ­ໄສ້­ໄສ້­ກອກ ເມື່ອ­ແປ້ງ­ສຸກ­ຈຶ່ງ­ຕັກ­ໄສ້­ໃສ່­ລົງ­ໄປ
3. ໃຊ້­ກຽງ­ສອດລົງພື້ນ­ແຜ່ນ­ແປ້ງ­ທາງ­ດ້ານ­ລຸມ­ພ້ອມ­ກັບ­ມ້ວນ­ແປ້ງ­ໃຫ້­ປິດ­ໄສ້ ກໍ­ຈະ­ໄດ້­ຂະໜົມ­ໂຕກຽວ­ຕາມ­ທີ່­ລູກ­ຄ້າ­ຕ້ອງ­ການ

ຂໍ້­ແນະ­ນຳ
1. ນອກ­ຈາກ­ໄສ້­ຊະນິດ­ຕ່າງ ໆ ດັ່ງ­ກ່າວ­ມາ­ຂ້າງ­ຕົ້ນ­ແລ້ວ ສາມາດ­ປັບ-ປຸງ­ເພິ່ມເຕິມ­ເປັນ­ໄສ້­ອື່ນ ໆ ອີກ ເຊັ່ນ ໄສ້­ເຜືອກ ໄສ້­ເຂົ້າ­ໂພດ­ຫວານ ເປັນ­ຕົ້ນ
2. ການ­ຂາຍ­ຂະໜົມ­ໂຕກຽວ ບໍ່­ຄວນ­ເຮັດ­ໄວ້­ຖ້າ­ລູກ­ຄ້າ­ມາ­ຊື້ ເມື່ອ­ລູກ­ຄ້າ­ສັ່ງ­ຂະໜົມ­ຈຶ່ງ­ຄ່ອຍ­ລົງ­ມື­ເຮັດ ເພື່ອ­ໃຫ້­ຂະໜົມ­ໃຫຍ່­ກຽວ­ມີ­ຄວາມ­ໃໝ່ ກອບ ແລະ­ຮ້ອນ­ໜ້າ­ຮັບປະທານ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ